@ 0j k; c]t gsfdko 28/07/2025 xtgmf]k; ບໍລິສັດ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການ ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ ບໍລິສັດ ຮຸ້ນສ່ວນ ລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ແລະ ຕາງໜ້າລັດ ຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ມີຮອງລັດຖະ ມົນຕີກະຊວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເຊິ່ງເງິນທີ່ນໍາມາ ຊ່ວຍເຫລືອໃນຄັ້ງນີ້ ມີຄື: ເງິນຈຳ ນວນ 1 ລ້ານໂດລາສະຫະລັດ ແມ່ນ ເພື່ອນຳໃຊ້ເຂົ້າໃນວຽກງານທົບ ທວນ ແລະ ປັບປຸງຍຸດທະສາດການ ພັດທະນາພະລັງງານ ຢູ່ ສປປ ລາວ ແລະ ອີກ 3 ຕື້ກີບ ແມ່ນປະກອບ ສ່ວນເຂົ້າໃນແກ້ໄຂໄພພິບັດນໍ້າ ຖ້ວມ ຢູ່ ສປປ ລາວ ໃນປີ 2025. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບຜົນກະທົບກໍຄືຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະ ເພາະໃນໄລຍະທີ່ໄດ້ຮັບຜົນກະທົບ ຈາກພາຍຸວິພານີ້, ລວມທັງການ ແກ້ໄຂ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ. ພ້ອມ ກັນນັ້ນ, ກໍໄດ້ສະແດງຄວາມຊົມ ເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ບໍລິ ສັດຮຸ້ນສ່ວນການລົງທຶນ ແລະ ພັດ ພັກກະຊວງ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ ໄດ້ຜ່ານ ບົດລາຍງານການເມືອງ ໂດຍໄດ້ ຍົກໃຫ້ເຫັນວ່າ: ໃນຊຸມປີທີ່ຜ່ານ ມາ, ຄະນະພັກກະຊວງປ້ອງກັນປະ ເທດ ໄດ້ນໍາພາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງ ທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ເຂົ້າໃນໜ້າວຽກ ຕົວຈິງ ຕາມມະຕິວ່າດ້ວຍ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ສ້າງໄດ້ຜົນສໍາເລັດໃນຫລາຍ ດ້ານ. ໃນນີ້, ໄດ້ເອົາໃຈໃສ່ຊີ້ນໍາແລະ ປັບປຸງການຈັດຕັ້ງພາຍໃນພັກ ໂດຍ ເລີ່ມແຕ່ຂັ້ນຮາກຖານພັກ, ເຮັດໃຫ້ ຄະນະພັກທຸກຂັ້ນ, ສະມາຊິກພັກ ທຸກສະຫາຍ ໄດ້ຮັບການປັບປຸງຕົນ ເອງທາງດ້ານຄວາມຮູ້, ຄວາມສາ ມາດ, ທັດສະນະ ແລະ ການກະທໍາ, ເສີມຂະຫຍາຍໄດ້ປະຊາທິປະໄຕ, ບົດບາດ, ຄວາມສາມາດນໍາພານັບ ມື້ສູງຂຶ້ນ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ພ້ອມກັນຕີລາຄືນ, ປະກອບ ຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ ທະນາພະລັງງານ ຫວຽດ-ລາວ ທີ່ ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເພື້ອ ເພື່ອແຜ່ ໃຫ້ການຊ່ວຍເຫລືອລັດຖະ ບານລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫລືອດັ່ງ ກ່າວແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການ ຂອງສະພາບ ການຕົວຈິງ, ເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາວຽກງານພະລັງງານ, ການ ແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະ ສົບໄພທໍາມະຊາດ ໃຫ້ກັບຄືນສູ່ ສະພາບປົກກະຕິໂດຍໄວ; ການປະ ກອບສ່ວນຄັ້ງນີ້ ຍັງເປັນການປະ ກອບສ່ວນເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ ເກີດດອກອອກຜົນ ແລະ ຈະເລີນ ງອກງາມບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຢືນ ຢັນວ່າ ຈະນຳເອົາການຊ່ວຍເຫລືອ ດັ່ງກ່າວໄປມອບໃຫ້ພາກສ່ວນກ່ຽວ ຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍຢ່າງແທ້ຈິງ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ພັດທະນາ ໂຄງການລົງທຶນຂອງຕົນ ໂດຍສະ ເພາະໂຄງການໄຟຟ້າພະລັງງານ ລົມເຈືອງເຊິນ ຢູ່ແຂວງບໍລິຄຳໄຊ ຊຶ່ງເລີ່ມມາສຶກສາ ແລະ ລົງທຶນພັດ ທະນາໂຄງການດັ່ງກ່າວ ໃນທ້າຍ ປີ 2023, ຮອດປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າໄວ, ຄາດວ່າຈະສາ ມາດຜະລິດໄຟຟ້າສົ່ງອອກຂາຍ ໃນ ທ້າຍປີ 2025 ນີ້ 600 ເມກາວັດ. ດັ່ງນັ້ນ, ຈຶ່ງຖືວ່າ ເປັນບໍລິສັດ ທີ່ເຮັດ ແທ້ທໍາຈິງ, ທັງໄດ້ປະກອບສ່ວນພັດ ທະນາພື້ນຖານໂຄງລ່າງ ແລະ ຊຸມ ຊົນທ້ອງຖິ່ນໂຄງການ ຢ່າງຫລວງ ຫລາຍ ໂດຍສະເພາະ ເສັ້ນທາງຂົວ ແລະ ກອງທຶນລົບລ້າງເຮືອນ ເຄິ່ງຖາວອນ ສຳລັບຄອບຄົວທຸກ ຍາກ ຢູ່ແຂວງບໍລິຄຳໄຊ, ລວມທັງ ການພັດທະນາດ້ານຕ່າງໆ ທີ່ຕິດ ພັນກັບການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ໃນເຂດດັ່ງກ່າວ ໃຫ້ນັບມື້ດີຂຶ້ນ. ໃນໂອກາດດຽວກັນ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ພາກ ສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ຕິດຕາມຊຸກຍູ້ການພັດທະນາໂຄງ ການຂອງຕົນດ້ວຍດີຕະຫລອດມາ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ເອົາໃຈໃສ່ພັດທະນາໂຄງການໄຟຟ້າ ພະລັງງານລົມ ຢູ່ແຂວງບໍລິຄຳໄຊ ແລະ ໂຄງການລົງທຶນອື່ນໆ ຢູ່ ສປປ ລາວ ໃຫ້ສຳເລັດຕາມແຜນການທີ່ ກຳນົດໄວ້, ຈະສືບຕໍ່ປະກອບສ່ວນ ເຂົ້າໃນການພັດທະນາສັງຄົມ ແລະ ທ້ອງຖິ່ນໂຄງການໃຫ້ນັບມື້ດີຂຶ້ນ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ. ທາບທາມ... ພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ ສະໝັກຮັບເລືອກຕັ້ງເປັນຄະນະບໍລິ ຫານງານພັກ, ຄະນະປະຈຳພັກ, ເລຂາ-ຮອງເລຂາ, ປະທານ-ຮອງ ປະທານກວດກາຄະນະພັກ ກະຊວງ ປ້ອງກັນປະເທດ ຊຸດໃໝ່. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ເພື່ອເປັນ ບ່ອນອີງໃນການຄົ້ນຄວ້າພິຈາລະ ນາ,ນຳໃຊ້ສິດປະຊາທິປະໄຕບົນພື້ນ ຖານຫລັກການທີ່ກຳນົດໄວ້ ໃນ ການທາບທາມບຸກຄະລາກອນຮັບ ສະໝັກເລືອກຕັ້ງເຂົ້າໃນຄະນະ ບໍລິຫານງານພັກ ກະຊວງປ້ອງກັນ ປະ ເທດ ສະໄໝທີ VI (ຮອບທີ 3) ໃນບາງບັນຫາ ເປັນຕົ້ນ ນອກຈາກ ມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດ ໄວ້ ໃຫ້ບັນດາຜູ້ແທນເອົາໃຈໃສ່ ກຳແໜ້ນໂຄງປະກອບບຸກຄະລາ ກອນ ເຊິ່ງຕ້ອງປະກອບດ້ວຍເພດເຜົ່າ, ທັງຮັບປະກັນໃຫ້ມີຮຸ່ນອາວຸ ໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມ ເຫດສົມຜົນພ້ອມທັງ ຮຽກຮ້ອງໃຫ້ ຜູ້ແທນກອງປະຊຸມ ຕ້ອງມີທັດ ສະ ນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການໃນ ການລົງຄະແນນສຽງໃຫ້ຖືກຕ້ອງ ຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ ກັນ, ຮັກສາໄດ້ຄວາມສາມັກຄີເປັນ ປຶກແຜ່ນ ບົນພື້ນຖານແນວທາງນະ ໂຍບາຍ, ລະບຽບກົດໝາຍ, ຫລີກ ເວັ້ນການລົງຄະແນນສຽງທາບ ທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ ຮ້າຍປ້າຍສີ ເຊິ່ງກັນ ແລະ ກັນ ຫລື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງ ຈະພາໃຫ້ເກີດມີການເສື່ອມເສຍຕໍ່ ບົດບາດການນຳພາຂອງພັກ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມເອົາບຸກຄະລາ ກອນຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງ ປ້ອງກັນປະເທດ ສະໄໝທີ VI ຮອບ ທີ 3 ສໍາເລັດຕາມແຜນການ. ຂ່າວ: ຈິດ ເພັດພູທອງ (ສະບັບປັບປຸງ). ນອກຈາກນີ້, ຍັງ ໄດ້ທາບທາມບຸກຄະລາກອນເພື່ອສະ ໝັກຮັບເລືອກຕັ້ງ ເປັນຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ ລາວ ສະໄໝທີ IX ເຊິ່ງຜົນການ ທາບທາມຄັ້ງນີ້ ຈະໄດ້ນໍາໄປສັງ ຮວມກັບຜົນການທາບທາມໃນ ຂອບເຂດທົ່ວປະເທດກ່ອນຈະນໍາໄປ ສູ່ການທາບທາມ ຮອບທີ 2 ຕໍ່ໄປ. ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາ ເຫັນວ່າ: ກອງປະຊຸມຜ່ານເນື້ອໃນ ແລະ ທາບທາມບຸກຄະລາກອນໃນ ຄັ້ງນີ້, ແມ່ນຢູ່ໃນໄລຍະກະກຽມ ກອງປະຊຸມໃຫ່ຍແມ່ຍິງລາວ ທົ່ວ ປະເທດ ສະໄໝທີ IX ຖືວ່າເປັນຂີດ ໝາຍທີ່ສຳຄັນ ເຮັດໃຫ້ສະມາຊິກ ສະຫະພັນແມ່ຍິງ ໂດຍສະເພາະ ຜູ້ແທນກອງປະຊຸມທາບທາມ ຕ້ອງ ມີສະຕິຕໍ່ການຈັດຕັ້ງ, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຍົກ ສູງບົດບາດ ແລະ ຄຸນທາດການ ເມືອງຂອງສະມາຊິກສະຫະພັນແມ່ ຍິງ ກໍຄື ແມ່ຍິງລາວບັນດາເຜົ່າ ໃຫ້ ມີຄວາມໜັກແໜ້ນ, ສາມາດຊອກ ໃຫ້ເຫັນໄດ້ບຸກຄະລາກອນ ທີ່ຈະ ສາມາດມານໍາພາ-ຊີ້ນໍາ ແລະ ຖືຄັນ ທຸງນໍາໜ້າໃນການຈັດຕັ້ງ, ເຄື່ອນ ໄຫວວຽກງານຂອງສະຫະພັນແມ່ ຍິງກະຊວງວັດທະນະທຳແລະການ ທ່ອງທ່ຽວ ກໍຄື ສູນກາງສະຫະພັນ ແມ່ຍິງລາວ ສາມາດຮັບຜິດຊອບ ຕໍ່ໜ້າທີ່ການ ເມືອງທີ່ການຈັດຕັ້ງ ມອບໝາຍໃຫ້ ໃນໄລຍະ 5 ປີຕໍ່ໜ້າ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິ ບັດວຽກງານໃນຄະນະບໍລິຫານ ງານສູນກາງ ສະຫະພັນແມ່ຍິງ ລາວ ສະໄໝທີ IX ໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ກິດຕາ ຜ່ານເນື້ອໃນ... ກະຊວງການຕ່າງປະເທດ... ຜູ້ແທນລາວເຂົ້າຮ່ວມ... (Gerardo Peñalver Portal) ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ກູບາ ໃນ ໂອກາດນໍາພາຄະນະເດີນທາງມາ ຢ້ຽມຢາມເຮັດວຽກທີ່ ສປປ ລາວ. ໃນກອງປະຊຸມ, ສະຫາຍ ໄມທອງ ທໍາມະວົງສາ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງຄະນະຜູ້ແທນ ກູບາ ຊຶ່ງເປັນການຢ້ຽມຢາມທີ່ມີ ຄວາມໝາຍຄວາມສໍາຄັນ ປະກອບ ສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ນັບມື້ໜັກແໜ້ນ ຍິ່ງໆຂຶ້ນ. ຂະນະດຽວກັນ, ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ດັ່ງກ່າວ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ ກອງປະຊຸມປຶກສາຫາລືທາງດ້ານ ການເມືອງຄັ້ງນີ້ ຊຶ່ງຖືວ່າເປັນນິມິດ ໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ເປັນ ມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ ແລະ ກູບາ, ທັງເປັນການສົ່ງເສີມຄວາມ ເຂົ້າອົກເຂົ້າໃຈ, ແລກປ່ຽນຂໍ້ມູນ ຂ່າວສານ, ທັດສະນະເຊິ່ງກັນ ແລະ ກັນ, ຮ່ວມກັນຕີລາຄາຄືນການພົວ ພັນຮ່ວມມືສອງຝ່າຍໃນໄລຍະຜ່ານ ມາ ເພື່ອຖອດຖອນບົດຮຽນ, ປຶກສາ ຫາລືດ້ານຍຸດທະສາດ ແລະ ການ ກໍານົດທິດທາງການຮ່ວມມືກັນໃນ ຕໍ່ໜ້າ ລະຫວ່າງ ສອງປະເທດ ໂດຍ ສະເພາະ ລະຫວ່າງ ສອງກະຊວງ ການຕ່າງປະເທດ ລາວ ແລະ ກູບາ ໃຫ້ກ້າວເຂົ້າສູ່ລວງເລິກ; ສອງຝ່າຍ ໄດ້ຢໍ້າຄືນຄວາມໝາຍຄວາມສໍາ ຄັນຂອງການພົວພັນຮ່ວມມືຂອງ ສອງປະເທດ ທີ່ເປັນມູນເຊື້ອມາແຕ່ ດົນນານ ບົນພື້ນຖານແຫ່ງຄວາມ ເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ກູບາ ທີ່ໄດ້ຮັບການຊຸກ ຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນ ກ້າວໆ ຊຶ່ງສະແດງອອກໃນການ ແລກປ່ຽນການຢ້ຽມຢາມ ຂອງຄະ ນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ການຮ່ວມ ມືໃນຂະແໜງການອື່ນໆ ກໍໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ເຊັ່ນ: ດ້ານເສດຖະກິດ, ສາທາລະນະສຸກ, ການສຶກສາ ແລະ ກິລາ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ດ້ານ ອື່ນໆ. ພ້ອມນີ້, ສອງຝ່າຍໄດ້ເຫັນດີ ຈະສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ; ສືບຕໍ່ເພີ່ມທະວີ ການຮ່ວມມືໃນຂົງເຂດວຽກງານ ແລະ ຂະແໜງການທີ່ມີຢູ່ແລ້ວ ໃຫ້ ແໜ້ນແຟ້ນຂຶ້ນກວ່າເກົ່າ ລວມທັງ ຂະແໜງການໃໝ່ອື່ນໆ ທີ່ສອງ ຝ່າຍມີຄວາມສົນໃຈ ແລະ ມີຜົນປະ ໂຫຍດຮ່ວມກັນ; ສືບຕໍ່ເຮັດວຽກ ຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການ ຄ້າ-ການລົງທຶນລະຫວ່າງສອງປະ ເທດໃຫ້ຫລາຍຂຶ້ນ ໂດຍສະເພາະ ບັນດາຂະແໜງການທີ່ເປັນທ່າແຮງ ຂອງສອງປະເທດ, ພ້ອມທັງສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນເວ ທີພາກພື້ນ ແລະ ສາກົນ. ນອກຈາກ ນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນ ຊາບໂດຍຫຍໍ້ກ່ຽວກັບ ສະພາບການ ພາຍໃນທີ່ພົ້ນເດັ່ນຂອງຕົນ, ລວມ ທັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນຕອນທ້າຍ, ສອງຝ່າຍ ຕ່າງ ກໍໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະ ບານຂອງຕົນ ສະແດງຄວາມຂອບ ໃຈ ເຊິ່ງກັນ ແລະ ກັນ ຕໍ່ການສະ ໜັບສະໜູນຊ່ວຍເຫລືອອັນລ້ຳຄ່າ ຕະຫລອດໄລຍະຜ່ານມາ, ພ້ອມ ທັງຢ້ຳຄືນເຖິງຄວາມມຸ່ງໝັ້ນທີ່ຈະ ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບແລະການຮ່ວມມືທີ່ເປັນ ມູນເຊື້ອ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເປັນຮູບປະທຳຍິ່ງໆຂຶ້ນ. ພາບ: ເກດສະໜາ ປພຍ 5 ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ປພຍ 8 ມີວຽກ ເຮັດງານທຳທີ່ມີກຽດ ແລະ ເສດຖະ ກິດມີການຂະຫຍາຍຕົວ, ປພຍ 14 ອະນຸລັກ ແລະ ນຳໃຊ້ສິ່ງທີ່ມີຊີວິດ ໃນນ້ຳ ແບບຍືນຍົງ ແລະ ປພຍ 17 ການເປັນຄູ່ຮ່ວມມືເພື່ອຈັດຕັ້ງປະຕິ ບັດ ປພຍ. ໃນປີນີ້ ໄດ້ມີ 37 ປະເທດ ສະມາຊິກ ສປຊ ຜັດປ່ຽນໝູນວຽນ ກັນ ນໍາສະເໜີບົດລາຍງານແຫ່ງ ຊາດ ແບບສະໝັກໃຈ ກ່ຽວກັບການ ຈັດຕັ້ງປະຕິບັດ ປພຍ ໃນລະດັບປະ ເທດ ຂອງຕົນ. ສໍາລັບກອງປະຊຸມລະດັບລັດ ຖະມົນຕີຈັດຂຶ້ນໃນວັນທີ 21-23 ກໍລະກົດ 2025 ພາຍໃຕ້ຫົວຂໍ້: “ອົງການ ສປຊ 80 ປີ: ກະຕຸກຊຸກ ຍູ້ການປ່ຽນແປງ ເພື່ອການພັດທະ ນາແບບຍືນຍົງ”. ໃນພິທີເປີດ, ປະ ທານສະພາເສດຖະກິດ-ສັງຄົມ ອົງການ ສປຊ ໄດ້ຍົກໃຫ້ເຫັນສິ່ງ ທ້າທາຍ ທີ່ສາກົນກຳລັງຜະເຊີນຢູ່ ແລະ ສະເໜີຕໍ່ກອງປະຊຸມ ໃຫ້ພ້ອມ ກັນເພີ່ມທະວີຄວາມພະຍາຍາມ ເປັນສອງທົບ, ເພີ່ມທະວີຄວາມມີ ປະສິດທິຜົນຂອງລະບົບອົງການ ສປຊ ແລະ ການຮ່ວມມືແບບຫລາຍ ຝ່າຍ ກໍຄື ການປະຕິບັດຕາມກົດບັດ ອົງການ ສປຊ. ຈາກນັ້ນ, ທ່ານເລ ຂາທິການໃຫຍ່ ອົງການ ສປຊ ກໍໄດ້ ສະແດງຄວາມເປັນຫ່ວງຕໍ່ກັບການ ຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ເຊິ່ງມາເຖິງປີ 2025 ພາຍຫລັງ 10 ປີ ທີ່ ປພຍ ໄດ້ຮັບການຮັບຮອງ ເອົາ ໃນປີ 2015, ສາກົນ ສາມາດ ປະຕິບັດຕາມຕົວຊີ້ບອກ ປພຍ ໄດ້ ພຽງແຕ່ 35% ຍ້ອນຂາດທຶນຮອນ ເພື່ອມາຈັດຕັ້ງປະຕິບັດມູນຄ່າ 4 ຕື້ໂດລາສະຫະລັດຕໍ່ປີ ແລະ ລັດຖະ ບານຂອງຫລາຍປະເທດ ເປັນຕົ້ນ ປະເທດກໍາລັງພັດທະນາ ກຳລັງ ຜະເຊີນກັບບັນຫາໜີ້ສິນທີ່ເພີ່ມສູງ ຂຶ້ນ. ສ່ວນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 79 ກໍໄດ້ສະເໜີຕໍ່ ກອງປະຊຸມໃຫ້ພ້ອມກັນຈັດຕັ້ງປະ ຕິບັດເອກະສານ ຄວາມໝາຍໝັ້ນ ເຊວີລ ທີ່ໄດ້ຖືກຮັບຮອງເອົາໃນ ກອງປະຊຸມສາກົນວ່າດ້ວຍການ ສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຈັດຂຶ້ນໃນເດືອນຕົ້ນເດືອນ ກໍລະກົດ ທີ່ຜ່ານມາ ທີ່ ແອັດສະປາຍ ເພື່ອສະໜັບສະໜູນການຈັດຕັ້ງ ປະຕິບັດ ປພຍ ກໍຄື ການພັດທະນາ ຂອງສາກົນ. ໃນກອງປະຊຸມລະດັບລັດຖະ ມົນຕີ ວັນທີ 21 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ກ່າວປາໄສໃນພາກອະພິ ປາຍທົ່ວໄປ ໂດຍໄດ້ສະເໜີຕໍ່ກອງ ປະຊຸມ ພ້ອມກັນເພີ່ມທະວີຄວາມ ພະຍາຍາມຂອງຕົນ ເພື່ອຜັນຂະ ຫຍາຍເອກະສານຄວາມໝາຍໝັ້ນ ເຊວີລ ໃຫ້ປະກົດຜົນເປັນຈິງ ໂດຍ ຜ່ານການຮ່ວມມືແບບຫລາຍ ຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ. ນອກຈາກນີ້, ສປປ ລາວ ໄດ້ແຈ້ງ ໃຫ້ສາກົນຊາບກ່ຽວກັບຄວາມພະ ຍາຍາມຂອງຕົນ ໃນການໝູນໃຊ້ ແນວຄວາມຄິດເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ (ສອຈ) ແນໃສ່ການພັດທະນາປະເທດ ແລະ ການກະກຽມ ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ພາຍ ໃນປີ 2026. ພ້ອມນີ້, ທ່ານຮອງ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ສາກົນ, ຄູ່ຮ່ວມພັດທະນາ ແລະ ລະບົບອົງການ ສປຊ ສືບຕໍ່ໃຫ້ການ ສະໜັບສະໜູນ ຄວາມພະຍາຍາມ ຂອງ ສປປ ລາວ ໃນການພັດທະນາ ປະເທດ ແລະ ການຈັດຕັ້ງປະຕິບັດ ປພຍ ຢ່າງມີປະສິດທິຜົນ.
RkJQdWJsaXNoZXIy MTc3MTYxMQ==