7078

25/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ ,q oltg|j me,t-kf 8kfxj kw]j *ເມື່ອກ້າວເຂົ້າລະດູຝົນ ແລະ ກໍຈະມີຫລາຍໆພະຍາດທີ່ມາກັບ ລະດູນີ້ ເຊິ່ງແຕ່ລະພະຍາດລ້ວນ ແຕ່ມີຄວາມສ່ຽງເຖິງຊີວິດ ໂດຍ ສະເພາະແມ່ນພະຍາດໄຂ້ຍຸງລາຍ ຈະລະບາດຫລາຍທີ່ສຸດ ເນື່ອງຈາກ ວ່າລະດູນີ້ ຍຸງລາຍມີການເພາະ ພັນຢ່າງຫລວງຫລາຍ. ສະນັ້ນ, ເມື່ອຍຸງທີ່ມີເຊື້ອມາກັດກໍຈະເຮັດ ໃຫ້ເປັນພະຍາດໄຂ້ຍຸງລາຍແບບບໍ່ ຮູ້ໂຕ ເພາະໄລຍະທໍາອິດມັນຈະບໍ່ ສະແດງອາການ ຈຶ່ງມີການປິ່ນປົວ ທີ່ບໍ່ຖືກວິທີເຮັດໃຫ້ສົ່ງຜົນກະທົບ ຕາມມາພາຍຫລັງດັ່ງນັ້ນ, ຄໍລໍາ ສຸຂະພາບ ມື້ນີ້ ໄດ້ເອົາອາການ ເຕືອນຂອງພະຍາດໄຂ້ເລືອດອອກ ມານໍາສະເໜີບັນດາທ່ານໂດຍມີດັ່ງ ນີ້: ໂດຍພະຍາດໄຂ້ຍຸງລາຍ ຈະ ມີອາການຄ້າຍຄືໄຂ້ຫວັດ ແຕ່ແກ່ ຍາວເປັນເວລາ 2-7 ມື້ ແລະ ຈະ ສະແດງອາຫານພາຍຫລັງ 4-10 ມື້ ຫລັງຈາກຖືກຍຸງລາຍກັດ ເຊິ່ງ ອາການທົ່ວໄປຈະມີໄຂ້ສູງກວ່າ 10 ອົງສາ, ໜາວສັ່ນໃນເວລາກາງ *ເມື່ອຮອດວັນພັກ ເສົາ-ອາທິດ ຫລາຍໆຄອບຄົວອາດຊອກຫາສະ ຖານທີ່່ທ່ອງທ່ຽວທີ່ໃກ້ຕົວເມືອງ ເພື່ອພາຄອບຄົວລູກເຕົ້າໄປຜັກ ຜ່ອນຢ່ອຍອາລົມໄປສູບດົມອາຍ ທຳມະຊາດ, ໄປນັ່ງຫລິ້ນນ້ຳໃສ ເຢັນເພື່ອຜ່ອນຄາຍດັ່ງນັ້ນ ຜູ້ຂຽນ ຂໍແນະນຳເລີຍສະຖານທີ່ທ່ອງທ່ຽວ ຕາດປ່າໄລ່ ຕັ້ງຢູ່ເຂດບ້ານຈຳປາ ເມືອງສີໂຄດຕະບອງ, ຫ່າງຈາກ ເສັ້ນທາງເລກທີ 13 ເໜືອເຂົ້າໄປ ທາງແຍກບ້ານໜອງແຕ່ງ ປະມານ 15 ນາທີ ກໍຮອດຕາດ. ຕາດປ່າໄລ່ ກໍເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງ ທຽວມາດົນນານ ແລະ ມີຊື່ສຽງ ຂອງເມືອງສີໂຄດຕະບອງ ຄຽງຄູ່ ກັບຕາດມູນ, ຕາດວັງນອງ ແລະ ຕາດວັງນ້ຳເຜິ້ງ ເຊິ່ງຕາດເຫລົ່ານີີ້ ເປັນສະຖານທີ່ທ່ອງທ່ຽວທີ່ນິຍົມ ສຳລັບການພັກຜ່ອນຢ່ອນໃຈຂອງ ຊາວເມືອງວຽງຈັນ ແລະ ແຂກທີ່ ມາຈາກທ້ອງຖິ່ນໃກ້ຄຽງ ເນື່ອງ ຈາກວ່າເປັນຕາດບໍ່ໄກຈາກຕົວ ເມືອງຫລາຍ. ຕາດປ່າໄລ່ ເປັນຕາດທີ່ອຸດົມ ສົມບູນໄປດ້ວຍຕົ້ນໄມ້ໃບຫຍ້າທີ່ ຂຽວສົດງົດງາມ, ອາກາດບໍລິສຸດ, ມີສາຍນໍ້າທີ່ຍາວນໍ້າໄຫລຜ່ານພະ ລານຫີນນ້ອຍໃຫຍ່, ບາງບ່ອນກໍ ຈະມີຄັນຄູຄ້າຍຄືຄັນນາຍາວໄປ ຮອດອີກຝາກໜຶ່ງຂອງຕາດເປັນ ອີກຈຸດໜຶ່ງທີ່ນັກທ່ອງທ່ຽວມັກໄປ ນັ່ງຫລິ້ນ, ຍ່າງຂ້າມໄປມາ, ເປັນ ຈຸດຖ່າຍຮູບ. ພ້ອມນັ້ນ ບາງຈຸດໃນ ຕາດນັກທ່ອງທ່ຽວກໍນິຍົມພາກັນ ເອົາໂຕະຕັ່ງໄປກາງນັ່ງກິນເຂົ້າ ກິນນ້ຳຢູ່ກາງສາຍນ້ຳໄຫລຜ່ານ ເຊິ່ງເປັນອີກບັນຍາກາດໜຶ່ງທີ່ເຮັດ ໃຫ້ນັກທ່ອງທ່ຽວເພີດເພີນມ່ວນ ຊ່ືນຈົນລືມຄວາມອິດເມື່ອຍໃນ ວຽກງານກໍວ່າໄດ້. ດ້ວຍສາຍນ້ຳທີ່ ໃສເຢັນ ຍິ່ງເປັນມົນສະເໜ່ທີ່ດຶງດູດ ນັກທ່ອງທ່ຽວໃຫ້ຢາກລົງຫລິ້ນ ນ້ຳ ພ້ອມນີ້ຍັງເປັນສິ່ງດູດດຶງນັກ ທ່ອງທ່ຽວເຂົ້າມາທ່ຽວຫລິ້ນຢ່າງ ບໍ່ຂາດສາຍໂດຍສະເພາະໃນລະດູ ຝົນຈະມີທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ຢ່າງຫລວງຫລາຍເປັນຕົ້ນແມ່ນ ຄົນໃນນະຄອນຫລວງ ເພາະວ່າ ເປັນສະຖານທີ່ ທີ່ບໍ່ໄກຫລາຍ ແລະ ເໝາະແກ່ການເຕົ້າໂຮມຄອບຄົວ, ຍາດພີ່ນ້ອງໄປຫລິ້ນ, ໄປຜັກພ່ອນ ແລະ ກິນເຂົ້າສາມັກຄີ. ນອກນ້ັນ ພາຍໃນຕາດຍັງມີສິ່ງອຳນວຍ ຄວາມສະດວກຕ່າງໆເປັນຕົ້ນແມ່ນ ມີຕູບ, ມີຫ້ອງນ້ຳ, ມີສະຖານທີ່ ຈອດລົດທ່ີກວ້າງຂວາງ ແລະ ມີ ອາຫານໄວ້ຄອຍບໍລິການສຳລັບ ຄົນທີ່ບໍ່ໄດ້ກຽມອາຫານໄປ. ພ້ອມ ນັ້ນເສັ້ນທາງເຂົ້າໄປຫາຕາດກໍສະ ດວກສະບາຍ. ເຖິງແນວໃດກໍດີ, ສໍາລັບແຫລ່ງ ທ່ອງທ່ຽວນ້ໍາຕົກຕາດທີ່ຜູ້ຂຽນໄດ້ ນໍາສະເໜີໄປນ້ັນເປັນພຽງຕົວຢ່າງ ທ່ີໄດ້ຢິບຍົກຂຶ້ນມາເພື່ອນໍາສະເໜີ ທ່ານເພື່ອເປັນຂໍ້ມູນເບື້ອງຕົ້ນ, ຖ້າ ທ່ານມີແຜນຢາກພາຄອບຄົວ, ຄົນ ຮັກ, ພໍ່ແມ່ ແລະ ຍາດພີ່ນ້ອງໄປ ທ່ຽວກໍຢ່າລືມໄປແວ່ຫລິ້ນຕາດປ່າ ໄລ່ ໄປສຳຜັດບັນຍາກາດດ້ວຍຕົນ ທ່ານເອງ. * ໃນໄລຍະ 6 ເດືອນຕົ້ນປີ 2025, ການຈັດເກັບລາຍຮັບຢູ່ ດ່ານພາສີສາກົນນາເພົ້າ ແຂວງຄຳ ມ່ວນ ສາມາດເກັບລາຍໄດ້ 334,8 ຕື້ກວ່າກີບ ເທົ່າກັບ 168,26%ຂອງ ແຜນການ (199 ຕື້ກີບ). ໃນຂະນະ ທີ່ດ່ານພາສີສາກົນນາເພົ້າໄດ້ຮັບຕົວ ເລກມອບໝາຍຈາກກະຊວງການ ເງິນ ໃນປີ 2025 ຈຳນວນ 398 ຕື້ ກີບ, ທຽບໃສ່ໄລຍະດຽວຂອງປີຜ່ານ ມາ 305 ຕື້ກີບ, ເພີ່ມຂຶ້ນ 30,49%. ທ່ານ ສຸພັດ ສຸແສງໄທ ຮັກສາ ການຫົວໜ້າຄະນະຄຸ້ມຄອງດ່ານສາ ກົນນາເພົ້າ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ລາຍຮັບຈາກໝວດສິນຄ້າຕົ້ນຕໍທີ່ໄດ້ ລື່ນແຜນປະກອບມີ: ຄ່າຊັກພິເສດ ຂາອອກປະຕິບັດໄດ້ 235,9 ຕື້ກວ່າ ກີບ; ປະເພດພາຫະນະປະຕິບັດໄດ້ 3,1 ຕື້ກວ່າກີບ; ສິ້ນສ່ວນ-ອາໄຫລ່ ປະຕິບັດໄດ້ 1,8 ຕື້ກວ່າກີບ; ເຄື່ອງ ກໍ່ສ້າງປະຕິບັດໄດ້ 3,2 ຕື້ກວ່າກີບ; ເຄື່ອງໃຊ້ດ້ວຍໄຟຟ້າປະຕິບັດໄດ້ 3,7 ຕື້ກວ່າກີບ; ເຄື່ອງອຸປະໂພກບໍລິໂພກປະຕິບັດໄດ້ 3,8 ຕື້ກວ່າ ກີບ; ສິນຄ້າຕາມສັນຍາອາຊຽນ 42 FORM-D ປະຕິບັດໄດ້ 42,9 ຕື້ ກວ່າກີບ; ສິນຄ້າຕາມສັນຍາສອງ ຝ່າຍ 43 FORM-S ປະຕິບັດໄດ້ 4,5 ຕື້ກວ່າກີບ. ສຳລັບລາຍຮັບ ຈາກໝວດສິນຄ້າຕົ້ນຕໍທີ່ໄດ້ຫລຸດ ແຜນປະກອບມີປະເພດນໍ້າມັນເຊື້ອ ໄຟ; ຄ່າທໍານຽມຕ່າງໆ; ຄ່າປັບໃໝ ແລະ ຂາຍເຄື່ອງຮິບ. ທ່ານ ສຸພັດ ສຸແສງໄທ ໃຫ້ຮູ້ຕື່ມ ວ່າ: ສາເຫດທີ່ພາໃຫ້ເກັບລາຍຮັບ ໄດ້ລື່ນແຜນການໃນ 6 ເດືອນຕົ້ນປີ ແມ່ນໄດ້ຈາກການສົ່ງອອກສິນຄ້າ ປະເພດແຮ່ທາດຕ່າງໆ ເພີ່ມຂຶ້ນ, ການນໍາເຂົ້າສິນຄ້າຕາມສັນຍາ ອາຊຽນເພີ່ມຂຶ້ນ, ສິນຄ້າປະເພດ ອາໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ ກໍ ເພີ່ມຂຶ້ນເຊັ່ນດຽວກັນ. ຄຽງຄູ່ກັບ ການເພີ່ມຂຶ້ນສະຖິຕິການນໍາເຂົ້າ ສິນຄ້າ, ບາງໝວດກໍຫລຸດລົງຫລາຍ ປະເພດສິນຄ້າ ເຊັ່ນ: ນໍ້າມັນເຊື້ອ ໄຟ ແລະ ຄ່າທໍານຽມຕ່າງໆ ຍ້ອນ ສະພາບເສັ້ນທາງເປ່ເພກະທົບຕໍ່ການ ຂົນສົ່ງສິນຄ້າເສດຖະກິດພາຍໃນ ປະເທດ ແລະ ຂອງໂລກ, ອັດຕາເງິນ ເຟີ້ ເພີ່ມທະວີສູງຂຶ້ນເລື້ອຍໆ. ພ້ອມນີ້, ການປະຕິບັດມູນຄ່າແຈ້ງຕາມລາຄາ ຊື້-ຂາຍຕົວຈິງຍັງບໍ່ທັນຄຸ້ມຄອງໄດ້ ຢ່າງມີປະສິດທິພາບຄຽງຄູ່ກັບຂໍ້ສະ 6 gfn vo8Q oxu fj kolkdq ookgrQ k gda []kpIa [wfh 334,8 8N d;j kdu [ vkdkog8n vo 0v'rtpkfw0h p5 ']kp ດວກຍັງມີຫຍຸ້ງຍາກຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເນື່ອງຈາກ ການໃຊ້ລະບົບທີ່ທັນສະໄໜເຂົ້າໃນ ການບໍລິການຖ້າລະບົບສັນຍານ ອິນເຕີເນັດຂັດຂ້ອງແມ່ນເຮັດໃຫ້ພົບ ຄວາມຫຍຸ້ງຍາກຫລາຍ ແລະ ລະບົບ ເຄືອຂ່າຍສາຍໄຍແກ້ວທາງດ່ານ ກໍ ມີພຽງເຄືອຂ່າຍດຽວຂອງບໍລິສັດ ລາວໂທລະຄົມ. ນອກຈາກນີ້, ການ ສຶກສາອົບຮົມແນວຄິດເຖິງວ່າໄດ້ ເຮັດຢ່າງຕໍ່ເນື່ອງ, ແຕ່ການຫັນປ່ຽນ ຕົວຈິງກໍຍັງມີໜ້ອຍເປັນຕົ້ນການບຸກ ທະລຸທາງດ້ານຈິນຕະນາການຍັງບໍ່ ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເດັດຂາດ, ພະນັກງານສະມາຊິກ ພັກຈໍານວນໜຶ່ງ, ຄວາມຮູ້-ຄວາມ ສາມາດ, ປະສົບການຍັງມີຈໍາກັດ, ຄວາມເປັນແບບຢ່າງນຳພາຍັງເຮັດ ບໍ່ທັນໄດ້ດີເທົ່າທີ່ຄວນ, ການປະຕິບັດ ມູນຄ່າແຈ້ງພາສີຕາມລາຄາຊື້-ຂາຍ ຕົວຈິງຍັງບໍ່ສາມາດຄຸ້ມຄອງໄດ້ ຢ່າງມີປະສິດທິພາບ, ສ່ວນຫລາຍ ແມ່ນໄດ້ເຍືອງເບິ່ງລາຄາຂອງສອງ ດ່ານ, ດ່ານນໍ້າພາວ ແລະ ດ່ານແດນ ສະຫວັນ. ສໍາລັບຕົວເລກຄາດຄະເນ ລາຍຮັບໃນໄລຍະ 6 ເດືອນທ້າຍປີ 2025 ຈະປະຕິບັດໃຫ້ໄດ້ 117,8 ຕື້ກວ່າກີບ ແລະ ຄາດຄະເນຕົວເລກ ປະຕິບັດລາຍຮັບໝົດປີ 2025 ໃຫ້ ໄດ້ 452,6 ຕື້ກວ່າກີບ. ໂດຍ: ແດງສະຫວັດ ແສນພານິດ ໂດຍ: ລູກສາວຫລ້າູ ກ້ າ ຄືນ , ຕ໋ອມນໍ້າເຫລືອງໃຫຍ່, ປວດ ຕາມຂໍ້ກະດູກ, ກ້າມຊີ້ນ, ມີຕຸ່ມສີ ແດງເປັນຈຸດໆຕາມໂຕ, ເຈັບຫົວ, ເຈັບເບົ້າຕາ, ເບື່ອອາຫານ, ປວດ ຮາກ, ຮາກຖ້າບາງຄົນອາການ ໜັກຈະເລືອດອອກຕາມເຟັນແຂ້ວ, ຮູ້ຂຸມຂົນ ແລະ ບ່ອນອື່ນໆເຊິ່ງອັນ ຕະລາຍຫລາຍຄວນໄປໂຮງໝໍຢ່າງ ຮີບດ່ວນ. ສໍາລັບທ່ານໃດທີ່ມີອາການດັ່ງທີ່ ມາຂ້າງເທິງນັ້ນ ຄວນໄປໂຮງໝໍ ຫລື ສຸກສາລາໃກ້ບ້ານ, ແຕ່ຖ້າທ່ານ ໃດທີ່ຢູ່ຫ່າງໄກໂຮງໝໍ ສິ່ງທີ່ຕ້ອງ ເຮັດ ຄືກິນນໍ້າຫລາຍໆຖ້າກິນນໍ້າບໍ່ ໄດ້ຫລາຍກໍປ່ຽນມາກິນນໍ້າໂອລະ ລິດ ຫລື ນໍ້າໝາກພ້າວກໍ່ໄດ້, ນອກ ນີ້ ແລ້ວກໍກິນຢາປະລາເພື່ອຫລຸດ ໄຂ້ທຸກໆ 6 ຊົ່ວໂມງ, ຖ້າອາການບໍ່ ດີຂຶ້ນໃຫ້ຮີບຮ້ອນໄປໂຮງໝໍໃຫ້ທັນ ເວລາ ເພື່ອຕິດຕາມອາການ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==