7078

dP,rh v,c8j sq ;mu Ia [,n da [wrry [a f9kdme,t-kf Ia [xtda o.sh l6 oglp|h vpmuj l5 f 25/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ່ົ່ *ຕາມການໃຫ້ຮູ້ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງ ເຊກອງ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນ ຕົ້ນປີ 2025 ການເຕີບ ໂຕທາງດ້ານເສດຖະກິດມະຫາ ພາກຂອງແຂວງເຊກອງ ມີທ່ວງ ທ່າຂະຫຍາຍຕົວຕໍ່ເນື່ອງຢ່າງມີ ຄຸນນະພາບ, ເຂັ້ມແຂງໝັ້ນທ່ຽງ ແລະ ຍືນຍົງ ໂດຍສະເພາະແມ່ນ ການຜະລິດຂອງ 3 ຂະແໜງ ການຫລັກມີການຂະຫຍາຍຕົວຖ້າ ທຽບໃສ່ໄລຍະດຽວກັນໃນປີຜ່ານ ມາ, ໃນນັ້ນ ມີຂະແໜງກະສິກຳ- *ເຖົ້າແກ່ ປູ່ຍ່າຕານາຍເຄີຍ ເຕືອນໄວ້ໃຫ້ລະວັງນ້ຳກາງເດືອນ ແປດ, ເດືອນເກົ້າເຂົ້າສູ່ເດືອນສິບ ຫລື ເດືອນກໍລະກົດ-ເດືອນກັນຍາເດືອນຕຸລາຂອງແຕ່ລະປີ, ເພາະວ່າ 6 gfn vo 8Q oxu glf4tdy fc0;'g-dv' 0tspkp8q ;1j k'8gonj + v' (ແຫລ່ງຂໍ້ມູນຈາກ ແຂວງເຊກອງ)່ໍູ້ ໂດຍ: ອັດສະວິນັິ ປ່າໄມ້ (ການປູກຝັງ-ລ້ຽງສັດ) ບັນລຸຫລາຍກວ່າເຄິ່ງໜຶ່ງຂອງ ແຜນປີ, ຂະແໜງອຸດສາຫະກຳ (ພະລັງງານໄຟຟ້າ ແລະ ບໍ່ແຮ່) ຫໍ່, ສາລີຫວານ, ຖົ່ວດິນ ແລະ ຜັກ ຕ່າງໆ ໃນເນື້ອທີ່ 456 ເຮັກຕາ, ຜົນຜະລິດໄດ້ 4.594 ໂຕນ ເທົ່າກັບ 37%, ການສະໜອງສະບຽງອາ ຫານ ປະເພດ: ຊີ້ນ, ໄຂ່, ປາ ແລະ ສັດນ້ຳ ໄດ້ທັງໝົດ 3.316 ໂຕນ ເທົ່າກັບ 50% ແລະ ທົ່ວແຂວງ ມີ ສັດລ້ຽງ ທັງໝົດ 1.107.753 ໂຕ, ຜົນສຳເລັດຂະແໜງອຸດສາຫະກຳ ການຄ້າ ໂດຍປັດຈຸບັນ, ທົ່ວແຂວງ ມີໂຮງງານອຸດສາຫະກຳປຸງແຕ່ງ ທັງໝົດ 303 ຫົວໜ່ວຍ, ໄດ້ເອົາໃຈ ໃສ່ພັດທະນາວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄປສູ່ຄຸນນະພາບ ໃໝ່ໃຫ້ມີຄວາມເຂັ້ມແຂງສາມາດ ແຂ່ງຂັນກັບຕະຫລາດທັງພາຍໃນ ແລະ ພາຍນອກ ເຊິ່ງໄລຍະຜ່ານມາ ສາມາດຂຶ້ນ ແລະ ດັດແກ້ທະບຽນ ທັງໝົດ 180 ຫົວໜ່ວຍ ມີທຶນຈົດ ທະບຽນ 1.435,66 ຕື້ກີບ; ໃນ ນັ້ນ, ອອກໃໝ່ 109 ຫົວໜ່ວຍ ທຶນ ຈົດທະບຽນ 364,01 ຕື້ກີບ, ດັດ ແກ້ 71 ຫົວໜ່ວຍ ມີທຶນຈົດທະບຽນ 1.071,67 ຕື້ກີບ; ຂະແໜງພະລັງ ງານ-ບໍ່ແຮ່ ກໍມີແຫລ່ງຜະລິດພະລັງ ງານໄຟຟ້າ 3 ແຫ່ງ, ມີກຳລັງຕິດຕັ້ງ ທັງໝົດ 353 MW( ເມກາວັດ) ຜະລິດໄຟຟ້າ ໄດ້ 428,90 ລ້ານ KWh( ກິໂລວັດໂມງ), ສ່ວນການ ຈໍລະຈອນສິນຄ້າ ແລະ ບໍລິການ ໄດ້ທັງໝົດ 921,61 ຕື້ກີບ, ໃນ ວຽກງານນ້ຳປະປາ ກໍສຳເລັດການ ປ່ຽນຖ່າຍວາງທໍ່ ພີ 250 ແຕ່ຫົວ ງານຕາດເຮ້ຍ 140 ແມັດ. ນອກນັ້ນ, ວຽກງານການທ່ອງ ທ່ຽວ, ປັດຈຸບັນທົ່ວແຂວງມີໂຮງ ແຮມ ແລະ ເຮືອນພັກ ທັງໝົດ 42 ແຫ່ງ, ຮ້ານອາຫານ ແລະ ບັນເທີງ 66 ແຫ່ງ, ຣິສອດ ແລະ ສວນອາ ຫານ 7 ແຫ່ງ ເພື່ອຮອງຮັບນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດສາມາດເກັບກຳຈໍານວນນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງເຊ ກອງ ໄດ້ 63.811 ເທື່ອຄົນ ທຽບ ໃສ່ 6 ເດືອນຕົ້ນປີ 2024 ຜ່ານມາ ເພີ່ມຂຶ້ນ 12,35% ສາມາດສ້າງ ລາຍຮັບ ໄດ້ 4,08 ລ້ານໂດລາສະ ຫະລັດ. ມີການເຄື່ອນໄຫວດຳເນີນການເປັນ ປົກກະຕິ ແລະ ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ດຳເນີນເປັນປົກກະຕິເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການ ຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣິສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍຄາດວ່າໝົດ ປີ 2025 ລວມຍອດຜະລິດຕະພັນ ພາຍໃນຈະບັນລຸໄດ້ 6,2%. ສຳລັບການລົງທຶນໃນ 6 ເດືອນ ຕົ້ນປີ 2025 ມີແຫລ່ງທຶນ ເຂົ້າມາພັດທະນາແຂວງເຊກອງ ທັງໝົດ 222,22 ຕື້ກີບ ປະຕິບັດ ໄດ້ 16,99% ຂອງແຜນປີ; ໃນນັ້ນ, ການລົງທຶນຂອງລັດ 103,48 ຕື້ ກີບ ປະຕິບັດໄດ້ລື່ນແຜນ 13,71%, ທຶນຊ່ວຍເຫລືອລ້າ 14,79 ຕື້ກີບ ປະຕິບັດໄດ້ 8,70%, ການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດ 103,95 ຕື້ກີບ ປະຕິບັດ ໄດ້ 9,92% ຄຽງຄູ່ກັນນີ້ ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 239,65 ຕື້ກີບ ທຽບໃສ່ ແຜນປີປະຕິບັດໄດ້ 38,84%, ການ ນຳເຂົ້າ-ສົ່ງອອກສິນຄ້າໄດ້ 4,17 ລ້ານໂດລາສະຫະລັດ ປະຕິບັດໄດ້ 55,6% ແລະ ຜົນສຳເລັດຂອງ ຂະແໜງກະສິກຳ-ປ່າໄມ້ ໂດຍການ ຜະລິດເຂົ້ານາແຊງ ສາມາດປະຕິບັດ ໄດ້ 763 ເຮັກຕາ ສະມັດຕະພາບ ສະເລ່ຍ 3,70ໂຕນ/ເຮັກຕາ, ຜົນ ຜະລິດ 2.817 ໂຕນ ເທົ່າກັບ 72%, ການຜະລິດພືດສະບຽງອາຫານ ປະຕິບັດໄດ້ 1.334 ເຮັກຕາ ໄດ້ຮັບ ຜົນຜະລິດ 10.277 ໂຕນ ເທົ່າກັບ 53%, ການປູກພຶດເປັນສິນຄ້າ ປະກອບມີ ຜັກກະລໍ່າປີ, ຜັກກາດ ພາບປະກອບ ພາບປະກອບ ພາບປະກອບ ໄລຍະນີ້ຢູ່ໃນໄລຍະລະດູຝົນຕົກ ແຮງຕົກໜັກເຮັດໃຫ້ຫ້ວຍນ້ຳລຳເຊ ແຕ່ລະສາຍເຕັມໄປດ້ວຍມວນນ້ຳ ແລະ ຈະມີນ້ຳຖ້ວມໃນຫລາຍພື້ນທີ່ ອັນນຳໄປສູ່ຄວາມເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນ ກໍຄື ການດຳລົງຊີວິດຂອງ ປະຊາຊົນເປັນບໍລິເວນກວ້າງ. ຈາກການຕິດຕາມສະພາບດິນ ຟ້າອາກາດຜ່ານມາແຕ່ລະປີຢູ່ໃນ ໄລຍະນີ້ ມັກເກີດມີລົມພາຍຸພັດ ຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະມີເກີດນ້ຳຖ້ວມຢູ່ຫລາຍ ພື້ນທີ່ທົ່ວປະເທດຖ້ວມເຮືອນຊານ ບ້ານຊ່ອງ ເນື້ອທີ່ການຜະລິດຜົນ ຜະລິດພື້ນຖານໂຄງລ່າງຂອງ ການພັດທະນາຖືກເສຍຫາຍເປັນ ຈຳນວນຫລາຍ, ຊຶ່ງແຕ່ລະປີລັດ ຖະບານ, ພາກເອກະຊົນ ແລະ ອົງ ການຈັດຕັ້ງຕ່າງໆທັງພາຍໃນ ແລະ ສາກົນໄດ້ສຸມທຶນຮອນອັນມະຫາ ສານເຂົ້າຊ່ວຍເຫລືອຟື້ນຟູປົວແປງ ສິ່ງທີ່ເສຍຫາຍໄປນັ້ນໃຫ້ດີຂຶ້ນມາ ຕະຫລອດ, ດັ່ງນັ້ນ ປະຊາຊົນເຮົາ ຈົ່ງມີສະຕິລະມັດລະວັງຕົວກຽມ ຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພ ທຳມະຊາດໂດຍສະເພາະແມ່ນໄພ ນ້ຳຖ້ວມ. ບົດຮຽນອັນລ້ຳຄ່າທີ່ພວກເຮົາ ປະສົບພົບພໍ້ໃນປີຜ່ານມາແມ່ນໄພ ນ້ຳຖ້ວມ ຊຶ່ງມັນເກີດຂຶ້ນຢູ່ຫລາຍ ເຂດຫລາຍແຂວງທົ່ວປະເທດອ່າວ ໜັກແດ່ແມ່ນຢູ່ບັນດາແຂວງທາງ ເຂດພາກເໜືອ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ນ້ຳຖ້ວມ ສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານ ໂຄງລ່າງທາງດ້ານເສດຖະກິດ ຫລາຍຢ່າງຖະໜົນຫົນທາງ ລະບົບ ຄົມມະນາຄົມ ແລະ ອື່ນໆສູນເສຍ ເປັນມູນຄ່າຫລາຍຕື້ກີບ. ນອກຈາກ ນັ້ນແລ້ວ, ໃນເດືອນກໍລະກົດນີ້ ມີ ຫລາຍແຂວງໃນຂອບເຂດທົ່ວປະ ເທດ ໄດ້ປະສົບໄພນ້ຳຖ້ວມຈາກ ພາຍຸໜູນເຂດຮ້ອນວິພາ ເຮັດໃຫ້ ຫລາຍແຂວງໄດ້ຮັບເສຍຫາຍໜັກ ໜ່ວງເປັນຕົ້ນນ້ຳຖ້ວມເຮືອນຊານ ບ້ານຊ່ອງ, ຖະໜົນຫົນທາງ, ເນື້ອ ທີ່ໄຮ່ນາ, ສັດລ້ຽງລວມທັງຊັບສິນ ຂອງປະຊາຊົນໄດ້ຮັບຄວາມເສຍ ຫາຍ. ແນວໃດກໍດີ, ຂໍໃຫ້ພວກເຮົາ ຈົ່ງມີສະຕິລະວັງຕົວຕໍ່ໄພທຳມະ ຊາດທີ່ອາດຈະເກີດຂຶ້ນອີກ ເພື່ອ ຫລີກເວັ້ນບັນຫາຄວາມເສຍຫາຍຕໍ່ ຊີວິດຂອງພວກເຮົາ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==