7078

@ 0j k; c]t gsfdko j 25/07/2025 xtgmf]k; ສານສະແດງ... ຮອງປະທານປະເທດ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ວຽກງານຫລາຍດ້ານ ເປັນຕົ້ນ ໃຫ້ ສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫລວດແລະປະຊາຊົນຊັ້ນ ຄົນຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການປົກ ປັກຮັກສາ ແລະ ພັດທະນາທ້ອງຖິ່ນ ຕົນ, ຍົກສູງສະຕິເຄົາລົບ ແລະ ປະ ຕິບັດລະບຽບກົດໝາຍ, ນ້ຳໃຈເສຍ ສະລະເພື່ອຊາດ ເພື່ອປະຊາຊົນ, ຄວາມບໍລິສຸດສັດຊື່, ຄວາມຮັບຜິດ ຊອບເຮັດແທ້ທໍາຈິງ, ແກ້ໄຂແນວ ຄິດເອື່ອຍອີງ-ຂາດຄວາມເປັນເຈົ້າ ແລະ ອື່ນໆ ໃຫ້ມີການຫັນປ່ຽນດີຂຶ້ນ. ພິເສດ ໃນໂອກາດກະກຽມສະ ເຫລີມສະຫລອງ 2 ວັນ ປະຫວັດ ສາດນີ້, ຕ້ອງລົງເລິກສຶກສາອົບຮົມ ໃຫ້ຮັບຮູ້-ເຂົ້າໃຈມູນເຊື້ອຂອງພັກ, ຂອງຊາດ ກໍຄື ຂອງທ້ອງຖິ່ນ, ກໍາ ແໜ້ນແລະຮໍ່າຮຽນເອົາຄຸນສົມບັດ, ທັດສະນະແບບແຜນ ຂອງປະທານ 99,29%, ຍັງບໍ່ທັນສໍາເລັດ ມີ 1 ຮາກຖານພັກຄື: ໜ່ວຍພັກສະພາ ປະຊາຊົນແຂວງ ຈະດໍາເນີນກອງ ປະຊຸມໃຫຍ່ ຫລັງກອງປະຊຸມໃຫຍ່ ອົງຄະນະພັກແຂວງ, ສໍາເລັດກອງ ປະຊຸມໃຫຍ່ ຂອງສະຫະພັນນັກຮົບ ເກົ່າແຂວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນ. ພ້ອມ ນັ້ນ, ໄດ້ນໍາເອົາຮ່າງລາຍງານການ ເມືອງ, ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ ເຂົ້າຜ່ານໃນກອງ ປະຊຸມຄົບຄະນະບໍລິຫານງານພັກ ແຂວງເປີດກວ້າງຄັ້ງທີ13 ເປັນຄັ້ງ ທີ 3 ແລະ ຮ່າງບົດສໍາຫລວດການ ນໍາພາລວມ ຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ VIII ຜ່ານ ໃນກອງປະຊຸມຄົບຄະນະບໍລິຫານ ງານພັກແຂວງເປີດກວ້າງຄັ້ງທີ 13 ເປັນຄັ້ງທີ 1, ໄດ້ສໍາເລັດການ ທາບທາມບຸກຄະລາກອນຮອບ 1 ຢູ່ຂັ້ນນະຄອນ-ເມືອງ, ສ່ວນການ ກະກຽມສ້າງຕັ້ງຕາແສງຄາດຄະ ເນການສ້າງຕັ້ງຕາແສງ ເບື້ອງຕົ້ນ ເມືອງລະ 4-5 ຕາແສງ ລວມໃນທົ່ວ ແຂວງ ມີ 56 ຕາແສງ, 757 ບ້ານ, ມີພົນລະເມືອງ 542.921 ຄົນ. ປະທານສະພາແຫ່ງຊາດ...່ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຖານບ້ານໃກ້ເຮືອນຄຽງທີ່ດີ ມາ ແຕ່ດົນນານ ບົນພື້ນຖານການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງສອງ ປະເທດ ກໍຄື ລະຫວ່າງ 2 ກະຊວງ ປ້ອງກັນປະເທດ ລາວ-ໄທ ໃຫ້ໄດ້ ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືລະ ຫວ່າງສອງກະຊວງປ້ອງກັນປະ ເທດ ລາວ-ໄທ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ມີການຮ່ວມມື ກັນຢ່າງແໜ້ນແຟ້ນທາງດ້ານການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມ ຊາຍແດນ, ການຂ້າມຊາຍແດນ ແບບຜິດກົດໝາຍ ແລະ ການຄ້າ ຂາຍສິ່ງທີ່ຜິດກົດໝາຍຕ່າງໆ ເພື່ອ ເຮັດໃຫ້ຊາຍແດນຂອງສອງປະ ເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບແລະການຮ່ວມມືພັດທະ ນາຢ່າງແທ້ຈິງ ເພື່ອນຳເອົາຜົນປະ ໂຫຍດມາສູ່ປະຊາຊົນສອງຊາດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ຜົນການພົບປະເຮັດວຽກ ລະຫວ່າງ ສອງ ກະຊວງປ້ອງກັນປະເທດ ລາວ-ໄທ ທີ່ໄດ້ທົບທວນຕີລາຄາ ຄືນການພົວພັນຮ່ວມມືໃນໄລຍະ ຜ່ານມາ ແລະ ກໍານົດທິດທາງແຜນ ການຮ່ວມມືໃນຕໍ່ໜ້າ, ທັງໄດ້ຮ່ວມ ກັນແລກປ່ຽນບົດຮຽນ ແລະ ປະສົບ ການໃນການປະຕິບັດໜ້າທີ່ວຽກ ງານຂອງຕົນ. ພ້ອມນີ້, ທ່ານປະ ທານສະພາແຫ່ງຊາດ ຍັງຕີລາຄາ ສູງການພົວພັນຮ່ວມມືລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິ ບັນຍັດ, ແຈ້ງໃຫ້ຊາບສະພາບການ ພົ້ນເດັ່ນຂອງ ສປປ ລາວ ແລະ ສະ ພາແຫ່ງຊາດ, ພ້ອມທັງສະເໜີໃຫ້ ສອງກະຊວງ ສືບຕໍ່ຈັດຕັ້ງຜັນຂະ ຫຍາຍບົດບັນທຶກຊ່ວຍຈໍາ ວ່າດ້ວຍ ການຮ່ວມມື (MOU) ລະຫວ່າງ ສອງກະຊວງ ເພື່ອປະກອບສ່ວນ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ, ສືບຕໍ່ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ແລະ ສືບຕໍ່ປັກຫລັກ ໝາຍຊາຍແດນທາງບົກ ກໍຄື ສືບຕໍ່ ປຶກສາຫາລືບັນຫາຊາຍແດນລະ ຫວ່າງ ລາວ-ໄທ ໃຫ້ມີຄວາມຄືບ ໜ້າ ເພື່ອອຳນວຍຄວາມສະດວກ ແກ່ການໄປມາຫາສູ່ຂອງປະຊາຊົນ ກັບປະຊາຊົນຂອງສອງປະເທດ ໃຫ້ ນັບມື້ນັບມີຄວາມປອດໄພ. ທ່ານ ພົອ ຊົງວິດ ໜູນພັກດີ ໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນແລະແຈ້ງຜົນສໍາເລັດ ການພົບປະເຮັດວຽກ ລະຫວ່າງ ສອງກະຊວງປ້ອງກັນປະເທດ ໄທລາວທີ່ໄດ້ພ້ອມກັນຕີລາຄາຄືນການ ພົວພັນຮ່ວມມືຂອງສອງກະຊວງ ກໍຄື ການພົວພັນຮ່ວມມືຂອງສອງ ປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍ ພົວພັນການທູດນໍາກັນ ໃນວັນທີ 19 ທັນວາ 1950, ມາຮອດປີນີ້ ແມ່ນ ຄົບຮອບ 75 ປີ ແລະ ຍັງໄດ້ປຶກສາ ຫາລືທິດທາງການຮ່ວມມືລະຫວ່າງ ສອງປະເທດ ກໍຄື ລະຫວ່າງສອງ ກະຊວງ. ພ້ອມກັນນີ້, ທ່ານຜູ້ບັນຊາ ການທະຫານສູງສຸດ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບສະ ພາບການພາກພື້ນແລະສາກົນແລະ ແຈ້ງສະພາບການທີ່ພົ້ນເດັ່ນຂອງ ຣາຊະອານາຈັກໄທ ໃຫ້ທ່ານປະ ທານສະພາແຫ່ງຊາດຊາບ ຕື່ມອີກ. ຫສນຍ... ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຫສນຍ ເຂົ້າຮ່ວມ. ໃນພິທີ, ສະຫາຍປະທານຄະນະ ບໍລິຫານງານສູນກາງສະຫະພັນແມ່ ຍິງລາວ ໄດ້ໃຫ້ກຽດບັນຍາຍຫວນ ຄືນມູນເຊື້ອ ວັນສ້າງຕັ້ງອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ກໍຄື ມູນ ເຊື້ອອັນດີງາມ, ມູນເຊື້ອພິລະອາດ ຫານ ແລະ ຜົນງານການປະກອບ ສ່ວນອັນໃຫຍ່ຫລວງຂອງແມ່ຍິງ ລາວໃນພາລະກິດ ຕໍ່ສູ້ກູ້ຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕະຫລອດ ໄລຍະ 70 ປີ ຜ່ານມາ ໂດຍສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງຮວມຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນການປະກອບສ່ວນຂອງແມ່ ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະ ຫະພັນແມ່ຍິງ ໃນໄລຍະ ປີ 19762015; ຜົນງານພົ້ນເດັ່ນຂອງແມ່ຍິງ ລາວ ໄລຍະປີ 2016-2025 ຊຶ່ງໃນ ແຕ່ລະໄລຍະ, ອົງການຈັດຕັ້ງສະຫະ ພັນແມ່ຍິງລາວ ໄດ້ຖືສຳຄັນຕໍ່ການ ສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບ ແຜນວິທີນຳພາ ແລະ ວິທີເຮັດວຽກ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວ ຄິດ ໄກສອນ ພົມວິຫານ ກ່ຽວກັບ ວຽກງານແມ່ຍິງ; ໂຄສະນາເຜີຍ ແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກ ສະນະ ທີ່ເປັນມູນເຊື້ອຂອງແມ່ຍິງ ລາວ. ສັງລວມແລ້ວ, ສະຫະພັນແມ່ ຍິງລາວ ໄດ້ກາຍເປັນກຳລັງແຮງທີ່ ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ, ທັງ ເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໃນທຸກຂົງເຂດວຽກ ແມ່ຍິງລາວ...່ິ ຕ້ອງຮຽນຮູ້ຢ່າງເປັນປະຈຳ, ຮຽນ ຮູ້ຢ່າງບໍ່ຢຸດຢັ້ງມູນເຊື້ອຂອງແມ່ຍິງ ລາວ ໂດຍຖືເອົາ 5 ມູນເຊື້ອ ທີ່ເປັນ ຄຸນລັກສະນະອັນດີງາມ ຂອງແມ່ ຍິງລາວ ເຊິ່ງປະກອບມີ: ແມ່ຍິງ ມີ ຄວາມດູໝັ່ນ ຂະຫຍັນພຽນໃນການ ອອກແຮງງານ, ມີນ້ຳໃຈປະຢັດສັດ ທ່ຽງ, ການໃຊ້ຈ່າຍກໍມີການຄິດໄລ່ ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກ ເຕົ້າ; ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນ ຍາກ, ຍອມເສຍສະລະເພື່ອຄວາມ ສຸກຂອງຄອບຄົວ, ລູກ, ຜົວ; ມີນ້ຳ ໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍ ເຫລືອຕຸ້ມຫໍ່ກັນ; ມີນ້ຳໃຈຮັກຊາດ ແພງເຊື້ອ, ຮັກບ້ານເກີດເມືອງ ນອນ; ມີກິລິຍາມາລະຍາດສຸພາບ ອ່ອນຫວານ, ຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດ. ປັດຈຸບັນ, ສັງຄົມລາວຖືກກະ ທົບຈາກພາຍນອກຢູ່ທຸກເວລາ, ອັນ ໃດເປັນການກະທົບທາງບວກ ເຮົາ ກໍຮຽນຮູ້ນຳໃຊ້ ແຕ່ອັນທີ່ເຫັນວ່າ ເປັນການກະທົບທາງລົບ, ແມ່ຍິງ ລາວກໍຕ້ອງຕໍ່ສູ້, ຕ້ອງແກ້ໄຂ, ຕ້ອງ ສະກັດກັ້ນໄວ້ແຕ່ຫົວທີ, ບໍ່ໃຫ້ມາກໍ່ ກວນແລະແທງເຂົ້າໃນຈິດໃຈຂອງ ຄວາມເປັນຜູ້ຍິງລາວທີ່ບໍລິສຸດໄດ້, ປ້ອງກັນຕົນເອງ, ປ້ອງກັນລູກຫລານ, ປ້ອງກັນເພດຍິງ ແລະ ປ້ອງກັນສັງ ຄົມ, ໃຫ້ສ້າງຄວາມບໍລິສຸດທາງ ດ້ານຈິດໃຈ,ການດຳລົງຊີວິດ,ການ ປະຕິບັດໜ້າທີ່ວຽກງານ ຂອງແຕ່ ລະຄົນ ໂດຍສະເພາະຂອງແມ່ຍິງ ລາວຍຸກໃໝ່; ຈຳແນກໃຫ້ໄດ້ຄ່ານິ ຍົມທີ່ຜິດ ແລະ ຄ່ານິຍົມທີ່ຖືກຕ້ອງ ບໍ່ຕົກເຂົ້າໃນກະແສແນວຄິດຂາດ ຈັນຍາບັນ-ຈັນຍາທຳ ແລະ ຕົກເຂົ້າ ໃນຕາໜ່າງ ແລະ ເຫວເລິກຂອງ ຄວາມງົມງວາຍ, ເມົາມົວນຳຄ່ານິ ຍົມທີ່ຈະພາຕົນໄປສູ່ຄວາມລະເມີເພີ້ ຝັນ ແບບລົມໆແລ້ງໆ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງເນັ້ນໃຫ້ແມ່ຍິງລາວ ສືບຕໍ່ຮັບ ເອົາສິດ, ໜ້າທີ່, ຮັບເອົາພາລະກິດ ອັນໃຫຍ່ຫລວງທີ່ແມ່ຍິງລາວ ໄດ້ເຄີຍ ປາຖະໜາມາ ໃນທຸກຍຸກທຸກສະໄໝ. ປັດຈຸບັນນີ້, ບັນດາຄວາມມຸ່ງຫວັງ ນັ້ນ ໄດ້ເກີດຂຶ້ນແລ້ວ, ໄດ້ມາຕົກຢູ່ ໃນກຳມືຂອງເອື້ອຍນ້ອງແມ່ຍິງ ແລ້ວ, ຕ້ອງໄດ້ກຳເອົາ ແລະ ໄປນໍາ ໃຊ້ມັນໃຫ້ຖືກຕ້ອງ, ເປັນປະໂຫຍດ ໃຫ້ແມ່ຍິງທົ່ວປະເທດ ແລະ ເປັນປະ ໂຫຍດໃຫ້ຕົນເອງ ດ້ວຍການຮັກສາ ໄວ້ເຊິ່ງຄວາມເປັນແມ່, ໃຫ້ເປັນແມ່ ທີ່ໄດ້ຮັບຄວາມເຄົາລົບຮັກ ຂອງ ທຸກໆຄົນໃນສັງຄົມ, ຮັບເອົາສິດສະ ເໝີພາບ ທີ່ໄດ້ຖືກມອບໝາຍໃຫ້ ແລ້ວນັ້ນ ກໍຕ້ອງໄດ້ມີພັນທະປະຕິ ບັດ ໃຫ້ເປັນປະໂຫຍດຕໍ່ສ່ວນລວມ ຢ່າງແທ້ຈິງ; ຫວັງວ່າແມ່ຍິງລາວ ເຮົາ ຄວນຮັກສາໄວ້ ເຊິ່ງວັດທະນະ ທຳ ຂະນົບທຳນຽມແຫ່ງຄວາມງົດ ງາມອ່ອນໂຍນ, ສຸຂຸມຮອບຄອບ, ອ່ອນຫວານແຕ່ບໍ່ອ່ອນແອ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະ ບານ, ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫລີ ຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກ ໄພພິບັດດັ່ງກ່າວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ໄກສອນ ພົມວິຫານ ບັນພະບູລຸດ ຂອງຊາດ, ພ້ອມກັນນັ້ນ ຕ້ອງເຜີຍ ແຜ່-ແນະນໍາ ຊີ້ໃຫ້ເຫັນທຸກເລ່ຫລ່ຽມ ກົນອຸບາຍຂອງສັດຕູ ພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພ ພັກ ແລະ ລະບອບການເມືອງ ເປັນຕົ້ນ ກົນອຸ ບາຍຫັນປ່ຽນໂດຍສັນຕິ ໃນທຸກຮູບ ແບບເຊັ່ນ: ການລະເມີດລະບຽບກົດ ໝາຍ, ບໍ່ນັບຖືການຈັດຕັ້ງ, ປະລະ ຫລື ຫລຸດຖອຍໃນການປະຕິບັດໜ້າ ທີ່, ບໍ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນ ເອງ, ການສວຍໃຊ້ໜ້າທີ່ ສໍ້ລາດບັງ ຫລວງ,ສ້າງກຸ່ມກ້ອນພັກພວກແລະ ອື່ນໆ ຕ້ອງສຸມໃສ່ແກ້ໄຂໃຫ້ມີການ ຫັນປ່ຽນຢ່າງແທ້ຈິງ; ອັນສໍາຄັນ ແມ່ນຕ້ອງສ້າງ ແລະ ຍົກສູງຄວາມ ເຊື່ອໝັ້ນ ຕໍ່ການນໍາພາ ແລະ ແນວ ທາງນະໂຍບາຍຂອງພັກ, ມີສະຕິ ແລະ ເປັນເຈົ້າຕອບຕ້ານທຸກຖ້ອຍ ທໍານອງ ໂຄສະນາບິດເບືອນ ຂອງ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນ ບໍ່ດີ ໃຫ້ທັນການ. ໃນໂອກາດນີ້, ສະຫາຍ ຄຳຂັນ ຈັນທະວີສຸກ ກໍາມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ຫລວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດສັງຄົມ, ຕິດພັນກັບການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ, ການແກ້ ໄຂບັນຫາເຄັ່ງຮ້ອນທາງດ້ານເສດ ຖະກິດ-ການເງິນ, ການປັບປຸງກົງ ຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະ ພັກແຂວງຫລວງພະບາງ ຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາ ແສງ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນ ສະພາບພົ້ນເດັ່ນແມ່ນການຂະຫຍາຍ ຕົວທາງດ້ານເສດຖະກິດສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ 3,94% ຕໍ່ປີ, ລວມຍອດຜະລິດຕະພັນພາຍ ໃນສະເລ່ຍໄດ້ 23 ລ້ານກວ່າກີບ ຫລື ເທົ່າກັບ 1.067 ໂດລາສະຫະ ລັດຕໍ່ຄົນຕໍ່ປີ, ການກະກຽມແລະດໍາ ເນີນກອງປະຊຸມໃຫຍ່ ອົງຄະນະ ພັກແຂວງ ຄັ້ງທີ IX ມາຮອດປັດ ຈຸບັນການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກອ້ອມຂ້າງແຂວງສໍາ ເລັດ 140 ຮາກຖານ, ກວມເອົາ ງານ ແລະ ເປັນກຳລັງສໍາຄັນ ໃນ ການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກ ສາວັດທະນະທຳ ແລະ ຮີດຄອງປະ ເພນີອັນດີງາມຂອງຊາດ. ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ສະຫະພັນແມ່ຍິງ ລາວ ກໍຄື ສະຫະພັນແມ່ຍິງ ຫສນຍ ທີ່ມີຜົນງານພົ້ນເດັ່ນ, ສາມາດຍາດ ໄດ້ຜົນສຳເລັດຫລາຍດ້ານ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໂດຍສະ ເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ, ສະ ຫະພັນແມ່ຍິງ ຫສນຍ ໄດ້ເອົາໃຈ ໃສ່ການເປັນເສນາທິການ, ປະສານ ງານ ແລະ ບໍລິການຮັບໃຊ້ ທ່ານນາ ຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ເປັນ ຢ່າງດີ. ສິ່ງດັ່ງກ່າວ, ເປັນການປະ ກອບສ່ວນອັນໃຫຍ່ຫລວງ ໃຫ້ແກ່ ຫສນຍ ບົນພື້ນຖານການປະຕິບັດ ໜ້າທີ່ ຄຽງບ່າຄຽງໄຫລ່ກັບອ້າຍ ນ້ອງເພດຊາຍ. ອັນສຳຄັນ, ສະຫາຍ ໄດ້ມີຄຳເຫັນເນັ້ນ ໃຫ້ອົງການຈັດ ຕັ້ງສະຫະພັນແມ່ຍິງ ຫສນຍ ເອົາໃຈ ໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາ ອົບຮົມວຽກງານການເມືອງ-ແນວ ຄິດ, ເຕົ້າໂຮມຄວາມສາມັກຄີ ພາຍ ໃນ,ປະຕິບັດວຽກງານທີ່ໄດ້ຮັບມອບ ໝາຍ ໂດຍສະເພາະການສ້າງຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບຂະບວນການ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ລາວ ໃຫ້ມີຜົນງານໃໝ່ໃຫຍ່ຫລວງ ກວ່າເກົ່າ; ສ້າງເງື່ອນໄຂອຳນວຍ ຄວາມສະດວກ ໃຫ້ແກ່ການເຄື່ອນ ໄຫວວຽກງານຂອງເອື້ອຍນ້ອງ ຍິງ, ເຮັດໃຫ້ເອື້ອຍນ້ອງຍິງ ມີບົດ ບາດ ແລະ ປະກອບໃນຕຳແໜ່ງທີ່ ສຳຄັນຂອງພັກ-ລັດ ຂັ້ນຕ່າງໆ. ຕິດພັນກັບການສະເຫລີມສະ ຫລອງວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 70 ປີນີ້, ສະຫະພັນ ແມ່ຍິງ ຫສນຍ ຍັງໄດ້ຈັດກິດຈະກໍາ ຕ່າງໆ ເປັນຕົ້ນ ການວາງສະແດງຈຳໜ່າຍສິນຄ້າ ຂອງບັນດາແຂວງ ໃນໂອກາດດຳເນີນກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ I ປີ 2025; ທັດສະນະສຶກສາ ທີ່ອະນຸ ສອນສະຖານ ປະທານ ສຸພານຸວົງ ແລະ ສັກວັກຊິນກັນໄຂ້ຫວັດໃຫຍ່ ໃຫ້ແກ່ພະນັກງານ-ລັດຖະກອນ ຫສນຍ ຕື່ມອີກ. ຂ່າວ-ພາບ: ຫສນຍ. ທາບທາມບຸກຄະລາກອນ...ຸ ກວດກາສູນກາງພັກ, ມີຮອງເລ ຂາ, ຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ຄະນະພັກຮາກ ຖານ ແລະ ຜູ້ມີສິດປ່ອນບັດທາມ ທາບ ທີ່ເປັນຕົວແທນໃຫ້ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ໃຫ້ຮູ້ວ່າ: ຜົນການ ດຳເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກແຂວງສາ ລະວັນ ທ້າຍສະໄໝທີ IX ແລະ ການນໍາພາດ້ານການເມືອງ-ແນວ ຄິດ ຂອງຄະນະບໍລິຫານງານພັກ ແຂວງ ເຊິ່ງໄດ້ເອົາໃຈໃສ່ນໍາພາຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ IX ຂອງຄະນະບໍລິຫານງານພັກ ແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ກໍາ ນົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກ ງານການເມືອງ-ນໍາພາແນວຄິດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍ ໃນຄະນະພັກ, ເຮັດໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ຕະ ຫລອດຮອດປະຊາຊົນ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ມີທັດສະນະ ຫລັກໝັ້ນຖືກຕ້ອງ, ມີຄຸນທາດ ການເມືອງ, ຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຈົງຮັກພັກດີ, ສັດ ຊື່ບໍລິສຸດ, ມີຄວາມຮັບຮູ້ຢ່າງຖືກ ຕ້ອງຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ທີ່ກໍານົດອອກໃນ ແຕ່ລະໄລຍະ. ພ້ອມນັ້ນ, ກໍໄດ້ເອົາ ໃຈໃສ່ນໍາພາ-ຊີ້ນໍາ ປັບປຸງກົງຈັກ ການຈັດຕັ້ງ ໃນລະບົບການເມືອງ, ປັບປຸງການຈັດຕັ້ງພັກ-ລັດ, ກໍາລັງ ປະກອບອາວຸດ, ນັບແຕ່ຂັ້ນແຂວງ ລົງຮອດຮາກຖານ ໃຫ້ມີຄວາມ ໜັກແໜ້ນ, ເຂັ້ມແຂງ, ກະທັດຮັດ ສາມາດເຄື່ອນໄຫວວຽກງານມີປະ ສິດທິພາບສູງຂຶ້ນ. ຫລັງຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍໄດ້ ຜ່ານບັນດາມາດຖານເງື່ອນໄຂ ຜູ້ ສະໝັກເຂົ້າໃນໂຄງປະກອບຄະນະ ບໍລິຫານງານ ພັກແຂວງ, ຄະນະ ປະຈຳພັກແຂວງ, ເລຂາ-ຮອງເລຂາ ພັກແຂວງ, ປະທານ-ຮອງປະທານ ຄະນະກວດກາພັກແຂວງ. ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນ ອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນ ຖານຫລັກການ ທີ່ກຳນົດໄວ້ໃນການ ທາບທາມບຸກຄະລາກອນ ເຂົ້າສະ ໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິ ຫານງານພັກແຂວງສາລະວັນ ສະ ໄໝທີX(ຮອບທີ3)ໃນບາງບັນຫາ ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້, ໃຫ້ບັນດາ ສະຫາຍຜູ້ແທນ ເອົາໃຈໃສ່ກຳແໜ້ນ ໂຄງປະກອບບຸກຄະລາກອນ ເຊິ່ງ ຕ້ອງປະກອບດ້ວຍເພດ-ເຜົ່າ, ທັງ ຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນ ກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມ ຜົນ, ລວມທັງຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດ ຖະກິດ, ວັດທະນະທຳ-ສັງຄົມ ກໍ ຕ້ອງໃຫ້ສົມສ່ວນຢ່າງເໝາະສົມ. ພ້ອມນັ້ນ, ສະຫາຍຍັງໄດ້ຮຽກຮ້ອງ ໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດ ສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນ ການລົງຄະແນນສຽງ ທາບທາມ ບຸກຄະລາກອນເຂົ້າສະໝັກຮັບ ເລືອກຕັ້ງ ເຂົ້າໃນຄະນະບໍລິຫານ ງານພັກແຂວງ ສາລະວັນ ສະໄໝທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມ ເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິ ທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາ ໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫລີກເວັ້ນການ ລົງຄະແນນສຽງທາບທາມ ໂດຍ ຂາດຄວາມຮັບຜິດຊອບ, ສວຍໂອ ກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍ ສີ ເຊິ່ງກັນ ແລະ ກັນ ຫລື ມີທັດສະ ນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາ ໃຫ້ເກີດມີການເສື່ອມເສຍຕໍ່ບົດບາດ ການນຳພາຂອງພັກ. ໃນຕອນທ້າຍ, ຜູ້ແທນກອງປະ ຊຸມ ກໍໄດ້ພ້ອມກັນປ່ອນບັດທາບ ທາມບຸກຄະລາກອນ ທີ່ຈະສະໝັກ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກແຂວງສາລະວັນ ສະໄໝ ທີ X (ຮອບທີ 3). ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

RkJQdWJsaXNoZXIy MTc3MTYxMQ==