ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ຍົກ ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນ ໃນການສ້າງຕັ້ງຕາແສງ ແມ່ນການ ປັບປຸງບູລະນະລະບອບປະຊາທິປະ ໄຕປະຊາຊົນ ເພື່ອສ້າງຮາກຖານ ການເມືອງໃຫ້ໜັກແໜ້ນເຂັ້ມແຂງ ເຊິ່ງແມ່ນເນື້ອໃນຈິດໃຈຂອງພັກໃນ ການຫັນວຽກ, ຫັນບໍລິການຂອງ ລັດ, ຫັນນະໂຍບາຍ, ຫັນງົບປະ ມານ, ຫັນຄົນລົງສູ່ຮາກຖານ ແນ ໃສ່ເພື່ອບໍລິການແກ່ປະຊາຊົນໃຫ້ ມີຄວາມສະດວກສະບາຍທີ່ສຸດ, ຈາກນີ້ກໍໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ທຸກແນວທາງປ່ຽນແປງໃໝ່ຂອງ ພັກ-ລັດ, ໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນການພັດທະນາເສດຖະກິດ-ສັງ ຄັມ ແລະ ໃຫ້ປະຊາຊົນໄດ້ຊົມໃຊ້ ໝາກຜົນທີ່ພວກເຂົາມີສ່ວນຮ່ວມ, ສຳລັບພະນັກງານທີ່ຈະລົງໄປປະ ຈຳຢູ່ຕາແສງແມ່ນໃຫ້ເຂົ້າ ໃຈວ່າບໍ່ ແມ່ນການລົງຮາກ ຖານແຕ່ແມ່ນ ການໄປຮັບໜ້າທີ່ໃໝ່ ເພື່ອລົງນຳ ພາ-ຊີ້ນຳປະຊາຊົນໃຫ້ຮູ້ເຮັດການ ຜະລິດ, ສ້າງເສດຖະກິດປ່ຽນແປງ ໃໝ່ທີ່ກ້າວໜ້າ, ມີຄຸນນະພາບ, ຜູ້ ທີ່ຈະປະກອບເປັນອົງຄະນະພັກຕາ ແສງ ຕ້ອງເປັນເຈົ້າການພັດທະນາ ທ້ອງຖິ່ນ ເຮັດໃຫ້ປະຊາຊົນບັນດາ ເຜົ່າພວກເຮົາມີຊີວິດການເປັນຢູ່ທີ່ ດີຂຶ້ນເປັນກ້າວໆຕາມແນວທາງ ນະໂຍບາຍຂອງພັກ-ລັດວາງໄວ້. ໂອກາດດຽວກັນ, ທ່ານ ສຸກສາ ຄອນ ໂພທິລາດ ເລຂາພັກເມືອງ ຊົນນະບູລີ ແລະ ທ່ານ ບຸນຊູ ທຸ່ນ ຊົມພູ ເລຂາພັກເມືອງຈຳພອນ ໄດ້ ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງໃນ ໄລຍະຜ່ານມາໂດຍສັງເຂບ. ໃນໂອ ກາດລົງເຄື່ອນໄຫວວຽກງານຄັ້ງ ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະຍັງໄດ້ລົງໄປຕິດຕາມ ເບິ່ງຕາຝັ່ງເຈື່ອນເຊຊັງຊອຍ ບ້ານ ໂຄກຫົວຊ້າງ, ຕິດຕາມການສ້າງ ຄອງຊົນລະປະທານ ບ້ານດົງບູນ ເມືອງຊົນນະບູລີ, ພ້ອມທັງໄດ້ສືບ ຕໍ່ຊຸກຍູ້ການກໍ່ສ້າງເສັ້ນທາງເບຕົງ ຂອງປະຊາຊົນບ້ານແກ້ງກອກກາງ ແລະ ບ້ານແກ້ງກອກດົງ ເມືອງຈຳ ພອນ. ໃນໂອກາດລົງເຄື່ອນໄຫວ ໃນແຕ່ລະຈຸດ, ທ່ານເຈົ້າແຂວງໄດ້ ໃຫ້ທິດຊີ້ນຳທີ່ເປັນປະໂຫຍດຕໍ່ການ ພັດທະນາທ້ອງຖິ່ນຮາກຖານ ແລະ ການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າຂອງສອງ ເມືອງດັ່ງກ່າວ. 07 xtgmf]k; 37ltok c]t [= ]y = dy ko { s]kp[h kog,n v'76 o7e wfh Ia [zq odtmq [9kdrkp5 ;y rk ຂ່າວ-ພາບ: ສອນອາຄົມ ແກ້ວຄຳເພັດ່ົ້ັ ຂ່າວ: ພອນທິບ ພິລາວັນ່ າິ ບິ ລັ ນ 24/07/2025 { lh k'7;k,g0A ,c0'fh kodko75h ,7v'0= ,6 o 0j k;lko ][8 .sh oa d9a f]kpdko;y mtp5 h pq d]tfa [7;k,lk,kf .sh de,tdko8a fly o25 f-= 0A orN o4ko g9Q kc0;'lts;a ootg0f -U oe;Pd'koIv[fh ko16j 2 g,n v' ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງສະຫວັນນະ ເຂດ, ພ້ອມດ້ວຍຄະນະນຳຈາກພະ ແນກການອ້ອມຂ້າງແຂວງ ລົງຕິດ ຕາມ, ຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ VII ອົງຄະນະພັກເມືອງຊົນນະ ບູລີ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງຈຳ ພອນ ແຂວງສະຫວັນນະເຂດ ໂດຍ ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດ ຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະ ບໍລິຫານງານພັກເມືອງຊຸດໃໝ່ ຂອງສອງເມືອງດັ່ງກ່າວ. ໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍໃນຄວາມພະຍາຍາມ ຂອງຄະນະບໍລິຫານງານພັກເມືອງ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຂອງອົງຄະນະພັກເມືອງ ໃນແຕ່ລະຂົງເຂດວຽກງານ ເຊິ່ງ ສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານ. ພ້ອມນີ້, ຍັງໄດ້ເນັ້ນ ບາງບັນຫາສຳຄັນ ແລະ ເລິກເຊິ່ງ ຕໍ່ຄະນະບໍລິຫານງານພັກເມືອງຊຸດ ໃໝ່ໃຫ້ເອົາໃຈໃສ່ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມ ໃຫຍ່ອົງຄະນະພັກເມືອງ ເປັນຕົ້ນ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ຫລວງພະບາງ ຮ່ວມກັບສະຫະພັນ ບານເຕະແຫ່ງຊາດລາວ ຈັດຝຶກອົບ ຮົມ ຍົກລະດັບຄວາມສາມາດ ໃຫ້ ແກ່ຄະນະກຳມະການຕັດສິນ ກິລາ ບານເຕະຟຸດຊໍ ຂັ້ນພື້ນຖານ ຈຳນວນ 19 ຄົນ ຍິງ 1 ຄົນ ໃນວັນທີ 22 ກົລະກົດ 2025 ທີ່ໂຮງຮຽນກຽດຕິ ສັກນານາຊາດ ນະຄອນຫລວງພະ ບາງໂດຍມີທ່ານທະລາກອນບໍລິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະ ການຕັດສິນ ທັງເປັນຄູຝຶກສອນ ກຳມະການຕັດສິນ ຈາກສະຫະພັນ ບານແຕະແຫ່ງຊາດລາວ ພ້ອມດ້ວຍ ຄູຝຶກຈາກສະຫະພັນບານເຕະ ແຫ່ງຊາດລາວ, ສຳມະນາກອນ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ການຝຶກອົບຮົມ ກ່ຽວກັບການຄຸ້ມຄອງ ຂໍ້ມູນຂ່າວ ສານ ລະເບີດບໍ່ທັນແຕກ (ລບຕ) ໃຫ້ນັກຈັກລາຍການວິທະຍຸກະຈາຍ ສຽງແຫ່ງຊາດ ແລະ ສະຖານີວິທະ ຍຸ-ໂທລະພາບ ແຂວງວຽງຈັນ, ຈຳ ປາສັກ, ເຊກອງ, ສາລະວັນ, ສະ ຫວັນນະເຂດ, ຄຳມ່ວນ, ໄຊສົມບູນ, ຫລວງພະບາງ ແລະ ແຂວງຫົວ ພັນ ໃນລະຫວ່າງວັນທີ 22-24 ກໍລະກົດ 2025 ທີ່ເມືອງວັງວຽງ ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທັງສອງພາກໃຫ້ເລິກເຊິ່ງ, ອັນສໍາ ຄັນຕ້ອງກຳໃຫ້ໄດ້ຜົນສຳເລັດທີ່ ເປັນດ້ານຕັ້ງໜ້າຂອງຄະນະພັກ ເມືອງຊຸດເກົ່າ, ເພື່ອເສີມຂະຫຍາຍ ໃຫ້ຍືນຍົງພ້ອມທັງກຳໃຫ້ໄດ້ບັນດາ ຈຸດອ່ອນຂໍ້ຄົງຄ້າງ ເພື່ອຄົ້ນຄວ້າ ກັບຄະນະພັກເພື່ອວາງແຜນການ ແກ້ໄຂ.ຈາກນີ້ກໍໃຫ້ພ້ອມກັນຊອກ ຄົ້ນທ່າແຮງບົ່ມຊ້ອນໃນດ້ານຕ່າງໆ ພາຍໃນທ້ອງຖິ່ນຂອງຕົນ ເພື່ອນຳ ໃຊ້ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ຍູ້ແຮງການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ແລະ ໃຫ້ພ້ອມກັນແກ້ໄຂປາກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ ຫລຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ, ຈາກເມືອງອ້ອມຂ້າງ ແລະ ໂຮງ ຮຽນ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ບັນດາ ນັກສໍາມະນາກອນ ຈະໄດ້ຮຽນຮູ້ ລະບຽບຫລັກການ-ລະບຽບການ ທັງພາກທິດສະດີ ແລະ ພາກປະຕິ ບັດຕົວຈິງ, ພາຍຫລັງສໍາເລັດການ ຝຶກອົບຮົມ ຈະໄດ້ຄັດເອົາສຳມານະ ກອນທີ່ຜ່ານການຝຶກອົບຮົມ ເຂົ້າ ຮ່ວມເປັນກຳມະການຕັດສິນ ກິລາ ຟຸດຊໍ (ຊາຍ) ຮຸ່ນທົ່ວໄປ ທົ່ວແຂວງ ຫລວງພະບາງ ໃນລາຍການຊີງຂັນ ປະທານສະມາຄົມກິລາ-ກາຍຍະກຳ ແຂວງ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 2-12 ສິງຫາ 2025 ນີ້. ໂອກາດນີ້, ທ່ານ ທະລາກອນ ບໍລະວົງ ໄດ້ຍ້ອງຍໍຊົມເຊີຍ ສະຫະ ພັນບານເຕະແຫ່ງຊາດລາວ ທີ່ເຫັນ ໄດ້ຄວາມໝາຍຄວາມສໍາຄັນ ຂອງ ວຽກງານກິລາ-ກາຍຍະກຳ ໂດຍ ສະເພາະການສ້າງໃຫ້ໄດ້ບຸກຄະລາ ກອນ ດ້ານການຕັດສິນກິລາບານ ເຕະຟຸດຊໍ ຂອງແຂວງຫລວງພະ ບາງ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ເປັນກໍາມະການທີ່ດີ ຕັດສິນ ດ້ວຍຄວາມຍຸຕິທໍາ, ພ້ອມທັງຮຽກ ຮ້ອງໃຫ້ສຳມະນາກອນທຸກຄົນ ຈົ່ງໄດ້ພ້ອມກັນຕັ້ງໃຈຮຽນຮູ້, ຖອດ ຖອນເອົາບົດຮຽນນໍາບັນດາຄູຝຶກ ແລະ ໃຫ້ກຳໄດ້ບົດຮຽນ ເພື່ອນຳ ໄປໃຊ້ເປັນກຳມະການ ຕັດສິນໃຫ້ມີ ຄຸນນະພາບໃນຕໍ່ໜ້າ. ແຂວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ພ້ອມ ດ້ວຍບັນດານັກຈັດລາຍການ ຈາກ ສະຖານີວິທະຍຸ-ໂທລະພາບ 10 ແຂວງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ເພື່ອເຜີຍ ແຜ່ວຽກງານການແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ເພື່ອເຜີຍແຜ່ວຽກງານໂຄສະ ນາຄວາມສ່ຽງໄພ ຈາກລະເບີດ ບໍ່ທັນແຕກ, ເພື່ອຮັບປະກັນໃຫ້ ພະນັກງານວິທະຍຸກະຈາຍສຽງ ແຫ່ງຊາດ ແລະ ວິທະຍຸກະຈາຍ ສຽງຂອງແຕ່ລະແຂວງ ມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາ ນິຕິກຳ, ຄູ່ມືການນຳໃຊ້ລະບົບການ ຄຸ້ມຄອງຂໍ້ມູນຂ່າວສານລະເບີດບໍ່ ທັນແຕກ, ການນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ຕິດພັນກັບ ລະບົບຖານຂໍ້ມູນລະເບີດບໍ່ທັນແຕກ ແລະ ເພື່ອໃຫ້ພະນັກງານວິທະຍຸ ກະຈາຍສຽງແຫ່ງຊາດ ແລະ ວິທະຍຸ ກະຈາຍສຽງຂອງແຕ່ລະແຂວງ ສາມາດປ້ອນຂໍ້ມູນ ແລະ ລາຍງານ ຂໍ້ມູນລາຍການໂຄສະນາລະເບີດບໍ່ ທັນແຕກ ຜ່ານວິທະຍຸກະຈາຍສຽງ ເຂົ້າລະບົບຖານຂໍ້ມູນລະເບີດບໍ່ທັນ ແຕກແຫ່ງຊາດ ແລະ ຮູ້ວິທີນຳໃຊ້ ລະບົບແຜງຄວບຄຸມວິທະຍຸ. ໃນໂອກາດນີ້, ຫ້ອງການຄະນະ ກຳມະການຄຸ້ມຄອງແຫ່ງຊາດ ເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໄດ້ ມອບເຄື່ອງຄອມພິວເຕີແລັບທັອບ ແລະ ເຄື່ອງບັນທຶກສຽງ ໃຫ້ສະຖານີ ວິທະຍຸ 10 ແຂວງ, ແຂວງລະ 1 ເຄື່ອງ ເພື່ອນຳໃຊ້ເຂົ້າໃນການລາຍ ງານ ວຽກງານລະເບີດບໍ່ທັນແຕກ ຂອງແຕ່ລະແຂວງອີກດ້ວຍ. ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ລະຫວ່າງວັນ ທີ 21-22 ກໍລະກົດ 2025, ແຂວງ ຄຳມ່ວນ ໄດ້ຮັບອິດທິພົນຈາກພະຍຸ ວິພາ ເຮັດໃຫ້ຝົນຕົກໜັກ ເຮັດໃຫ້ ປະລິມານນ້ຳໃນສາຍນ້ຳຕ່າງເພີ່ມ ຂຶ້ນ ໄຫລເຂົ້າຖ້ວມເນື້ອທີ່ທຳການ ຜະລິດ ແລະ ເຮືອນຊານຂອງປະ ຊາຊົນຢູ່ລຽບຕາມແຄມນ້ຳ ແລະ ເຂດພື້ນທີ່ຕໍ່າ ໂດຍສະເພາະເມືອງ ຄູນຄຳ ເຮັດໃຫ້ນໍ້ານອນ, ນໍ້າສາງ ທີ່ ເປັນສາຂາຂອງນໍ້າຫີນບູນຕອນເທິງ ໄດ້ເພີ່ມຂຶ້ນສູງ ບວກກັບນໍ້າຝົນທີ່ ໄຫລລົງມາຈາກພູໄຮ, ພູມອນ ໄດ້ ເຮັດໃຫ້ນໍ້າໄຫລເຂົ້າຖ້ວມ ເນື້ອທີ່ນາ ປີຂອງປະຊາຊົນ ແລະ ຖ້ວມເຮືອນ ປະຊາຊົນທີ່ຢູ່ພື້ນທີ່ຕໍ່າຕາມແຄມ ນໍ້ານອນ, ນໍ້າສາງສາງ ປັດຈຸບັນ ນໍ້າໄດ້ຖ້ວມເສັ້ນທາງໄປຖໍ້າກອງລໍ ແຕ່ບ້ານນາຄຳ ຫາ ບ້ານນາກາງ ໄລຍະທາງ 1 ກິໂລແມັດ, ລົດຈັກ, ລົດໃຫຍ່ບໍ່ສາມາດສັນຈອນໄດ້. ຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຕໍ່ກັບເຫດການດັ່ງກ່າວ, ທາງຄະ ນະກໍາມະການຄຸ້ມຄອງໄພພິບັດຂັ້ນ ເມືອງຄູນຄຳ ໄດ້ລົງແກ້ໄຂການສັນ ຈອນສຸກເສີນ ໂດຍໄດ້ນຳໃຊ້ລົດໄຖ ນາເດີນຕາມ, ເຮືອຈັກຫາງຍາວ ບໍລິ ການຂົນສົ່ງພາຫະນະລົດຈັກ ແລະ ຄົນ ຂ້າມໄປ-ມາ ມາຮອດວັນທີ 22 ລະດັບນໍ້າຍັງສືບຕໍ່ສູງຂຶ້ນເລື້ອຍໆ ຄາດວ່າຈະຖ້ວມມາຮອດ 3 ແຍກ ທາງເຂົ້າບ້ານນາເມືອງ ໄລຍະທາງ 5 ກິໂລແມັດ ແລະ ນໍ້າໄດ້ໄຫລເຂົ້າ ຖ້ວມເຮືອນປະຊາຊົນຈໍານວນໝຶ່ງ ທີ່ເປັນຟື້ນທີ່ຕໍ່າ ລຽບຕາມແຄມນໍ້າ ນອນມີ 2 ຈຸດຄື: ບ້ານແກ້ງ (ຄຸ້ມນໍ້າ ນອນ), ບ້ານໂພນແຍງ-ມ່ວງເໜືອ, ຖ້ວມເນື້ອທີ່ນາປີຂອງປະຊາຊົນ 4 ບ້ານຄື: ບ້ານ ນາກາງ, ບ້ານແກ້ງ -ນໍ້ານອນ, ບ້ານໂພນແຍງ-ມ່ວງ ເໜືອ, ບ້ານກູບ ແລະ ວັດ 1 ແຫ່ງ ຄື: ບ້ານແກ້ງ (ວັດຄຸ້ມນໍ້ານອນ). ສຳລັບເນື້ອທີ່ທຳການຜະລິດ ຂອງປະຊາຊົນ ທີ່ຖືກຖ້ວມ ປັດຈຸບັນ ພວມເກັບກຳຂໍ້ມູນ ພ້ອມນີ້ທາງ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ໄດ້ມອບໝາຍໃຫ້ຄະນະ ພັກອຳນາດການປົກຄອງບ້ານເປັນ ເຈົ້າການເຝົ້າລະວັງຕິດຕາມນໍ້າຂຶ້ນ ແຕ່ວັນທີ 22-25 ກໍລະກົດ 2025 ພ້ອມທັງໃຫ້ປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ຖືກນໍ້າຖ້ວມໃຫ້ເອົາວັດຖຸອຸປະກອນ ເຄື່ອງໃຊ້ຄົວເຮືອນຂຶ້ນໄວ້ທີ່ສູງ ແລະ ຍົກຍ້າຍສັດລ້ຽງໄປໄວ້ບ່ອນທີ່ປອດ ໄພ. ມອບໃຫ້ກອງເລຂາປະຈຳການ ແລະ ລົງເກັບກໍາຂໍ້ມູນນໍ້າຖ້ວມເນື້ອ ທີ່ທຳການຜະລິດຂອງປະຊາຊົນໃຫ້ ລະອຽດໃຫ້ໄວ ແລະ ລາຍງານໃຫ້ ຂັ້ນເທິງຮັບຊາບເປັນປົກກະຕິ, ທັງ ນີ້ກໍເພື່ອກຽມພ້ອມວັດຖຸພາຫະນະ, ກຳລັງພົນ ຖ້າຫາກເກີດເຫດການ ທີ່ຮຸນແຮງ ເພື່ອເຂົ້າຊ່ວຍເຫລືອ ປະຊາຊົນໃຫ້ທັນກັບສະພາບການ ໄພພິບັດທີ່ອາດເກີດຂຶ້ນໃນຕໍ່ໜ້າ.
RkJQdWJsaXNoZXIy MTc3MTYxMQ==