7077

24/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ Ih ko]k[xh k7e8a o 7v'.9]6 d7h k,kpk;oko *ພວກເຮົາເຄີຍໄດ້ຍິນຄຸ້ນຫູກັນ ມາວ່າ “ຢູ່ບ່ອນໃດມີສຽງແຄນ, ຜູ້ໃດຢູ່ເຮືອນຮ້ານ, ກິນເຂົ້າໜຽວ, ນັ້ນແມ່ນຄົນລາວ”, ເຂົ້າໜຽວ ກັບ ລາບ ໄດ້ກາຍເປັນສ່ວນໜຶ່ງ ທີ່ສໍາຄັນໃນຊີວິດປະຈໍາວັນຂອງ ປະຊາຊົນລາວບັນດາເຜົ່າ ເຊິ່ງ ບັນພະບູລຸດເຮົາໄດ້ມອບໃຫ້ເປັນ ມໍລະດົກ ແລະ ສືບທອດກັນມາ ຍາວນານຕິດພັນກັບຮີດ 12 ຄອງ 14 ຮີດຍີ່ຄອງຈຽງ, ຖ້າຢ້ອນເວລາ ຄືນຫລັງການປະພຶດປະຕິບັດບຸນ ປະເພນີ, ງານແຕ່ງດອງ ແລະ ງານ ຕ່າງໆບໍ່ເຄີຍປະຖິ້ມ ແລະ ມັກຈະ ພົບເຫັນອາຫານຍອດນິຍົມເອີ້ນ ວ່າ “ ເຂົ້າໜຽວກັບລາບຊີ້ນ” ຢູ່ ເທີງໂຕະ, ຢູ່ໃນພາເຂົ້າ ແລະ ການ ສັງສັນທີ່ເຕັມໄປດ້ວຍມິດຕະພາບ ໄມຕີຈິດ ແລະ ຄວາມອົບອຸ່ນແບບ ເອກະລັກຂອງລາວເຮົາ. ຫລາຍຊຸມ ປີຜ່ານມາ, ລາບ ບໍ່ວ່າຈະເປັນລາບ ປາ, ລາບຊີ້ນງົວ, ລາບເປັດ, ລາບ ໄກ່ງວງ, ລາບກຸ້ງ ແລະ ລາບອື່ນໆ ບໍ່ແມ່ນໄດ້ຮັບຄວາມນິຍົມພຽງ ມື້ນີ້ມື້ວານແຕ່ຫາກໄດ້ຮັບຄວາມ ນິຍົມແຕ່ບູຮານນະການ ແລະ ສືບ ຕໍ່ເພີ່ມຂຶ້ນຢ່າງກວ້າງຂວາງຈາກ ແຂກພາຍໃນ ແລະ ຕ່າງປະເທດ ໃນພາກພື້ນອາຊຽນ-ສາກົນ. ໂດຍ ທົ່ວໄປລາບມັກຈະບັນຈຸເຂົ້າໃນ ລາຍການອາຫານທີ່ແຊບຊ້ອຍ ແລະ ເປັນໃບໜ້າໃບຕາຂອງຊາດ ລາວໃນການກະກຽມພາເຂົ້າສາ ມັກຄີຕ້ອນຮັບກອງປະຊຸມລະດັບ ຊາດ, ກອງປະຊຸມສາກົນ ແລະ ງານເຊື່ອມສໍາພັນມິດຕະພາບນັ້ນ ເອງ. ຍ້ອນແນວນັ້ນ, ບັນດາ ທຸລະກິດຮ້ານອາຫານຈຶ່ງຄ່ອຍໆ ເຕີບໃຫຍ່ຂະຫຍາຍຕົວໄປຕາມ ຈັງຫວະເສດຖະກິດ ແລະ ຄວາມ ຕ້ອງການຂອງສັງຄົມ ເຊິ່ງແຕ່ລະ ຮ້ານກໍມີສູດເດັດໆສູດແຊບໆເປັນ ເອກະລັກຂອງໃຜລາວ ເພື່ອປັບ ໃຫ້ເຂົ້າກັບຍຸກສະໄໝໃໝ່ ແລະ ຄວາມຕ້ອງການຂອງລູກຄ້າໃນ ສັງຄົມ. ດັ່ງຮ້ານລາບປ້າຄຳຕັນ Pa Kham Tanh Restaurant ຂຶ້ນຊື່ເລື່ອງຮ້ານອາຫານພື້ນເມືອງ ທີ່ເປັນເອກະລັກລາວແທ້ໆທີ່ມີ ຊື່ສຽງໂດ່ງດັງ ແລະ ໄດ້ຮັບຄວາມ ນິຍົມເປັນອັນດັບຕົ້ນໆໃນລາວກໍວ່າ ໄດ້ ເຊິ່ງລາຍການອາຫານຈະເນັ້ນ ພວກກ້ອຍ-ລາບ, ແກງ, ປີ້ງ, ຕໍາປະ ເພດຕ່າງໆ ລວມເຖິງມີນໍ້າຫວານ ແຊບໆ ໄວ້ບໍລິການໃນແຕ່ລະມື້ ເພື່ອໃຫ້ລູກຄ້າໄດ້ມາກິນອາຫານ ພື້ນບ້ານລາວ ແລ້ວມີຮອຍຍິ້ມ ເພິ່ງພໍໃຈ, ມີຄວາມອົບອຸ່ນດີ, ລາຄາບໍ່ແພງເຂົ້າເຖິງໄດ້ທຸກຊັ້ນ ຄົນ, ວັດຖຸດິບສົດໃໝ່ເນັ້ນຄຸນນະ ພາບມາກ່ອນ, ສະອາດປອດໄພ ແລະ ການບໍລິການໃນຮ້ານ-ສົ່ງ ນອກຮ້ານຕ້ອງດີ” ທ້າວ ວັນນະສິນ ແພງສີ ຮຽນ ຈົບປະລິນຍາໂທ ສາຂາການພັດ ທະນາທຸລະກິດ ຈາກປະເທດຮົງ ກາລີ ໄດ້ເວົ້າສູ່ຟັງວ່າ: ຮ້ານລາບ ປ້າຄໍາຕັນ ແມ່ນທຸລະກິດທີ່ສືບ ທອດມາແຕ່ລຸ້ນພໍ່ຕູ້, ແມ່ຕູ້ ຕໍ່ມາຜູ້ ເປັນແມ່ນາງ ນິພາພອນ ສໍອິນໄຊ ໄດ້ສືບຮອດມາຈົນຮອດປັດຈຸບັນ ກໍໄດ້ 45 ປີແລ້ວ ທີ່ລູກຄ້າໃຫ້ ຄວາມເຊື່ອໝັ້ນເຂົ້າມາໃຊ້ບໍລິການ ອາຫານຂອງທາງຮ້ານເຮົາ ໂດຍ ລາຍການອາຫານທີ່ຂຶ້ນຊື່ຂອງ ຮ້ານແມ່ນລາບງົວ, ແກງເພ້ຍ, ຕໍາປະເພດຕ່າງໆ, ອົບ,ປີ້ງ ແລະ ຕົ້ມເຄື່ອງໃນ, ເຂົ້າໜຽວ, ເຂົ້າ ຈ້າວ. ນອກນີ້, ໃນແຕ່ລະມື້ຍັງມີ ນໍ້າຫວານແຊບໆໄວ້ບໍລິການລູກ ຄ້າແບບບໍ່ເສຍເງິນ. ສໍາລັບຈຸດ ດຶງດູດລູກຄ້າຂອງຮ້ານເຮົາແມ່ນ ການເອົາໃຈໃສ່ໃນເລື່ອງວັດຖຸດິບ ທີ່ສົດໃໝ່ໃນແຕ່ມື້, ການບໍລິການ ທີ່ດີ, ການຮັກສາຄວາມສະອາດ ແລະ ຮັກສາມາດຕະຖານຂອງອາ ຫານໃນແຕ່ລະມື້ ໂດຍການນໍາໃຊ້ ເຄື່ອງວັດແທກຄ່າວັດຖຸດິບຕ່າງໆ ບໍ່ວ່າຈະເປັນນໍ້າເພ້ຍ, ບີ ແລະ ປາ ແດກ ເພື່ອໃຫ້ໄດ້ສູດທີ່ລົງໂຕຮັກສາ ລົດຊາດໄວ້ຄືເກົ່າຈົນສ້າງຄວາມ ປະທັບໃຈໃຫ້ລູກຄ້າໄດ້ ແລະ ທີ່ ສຳຄັນທາງຮ້ານຂອງເພິ່ນມີສູດ ລ້າງເຄື່ອງໃນບໍ່ໃຫ້ມີກິນຄາວທີ່ ສືບທອດແມ່ແຕ່ລຸ້ນພໍ່ຕູ້ ແມ່ຕູ້ ປູ່ຍ່າ. ນອກຈາກນີ້, ຮ້ານພວກເຮົາກໍຍັງ ຮັບຟັງຄໍາແນະນໍາຂອງລູກຄ້າແລ້ວ ກໍນໍາມາປັບປຸງຢູ່ຕະຫລອດເວລາ ເພື່ອໃຫ້ລູກຄ້າເພິ່ງພໍໃຈແລ້ວກັບມາ ໃຊ້ບໍລິການອີກ. ທ້າວ ວັນນະສິນ ເວົ້າຕື່ມວ່າ: ສໍາລັບຕົນເອງທີ່ຮຽນຈົບມາຕົນ ເອງກໍໄດ້ນໍາເອົາຄວາມຮູ້ມາຊ່ວຍ ບໍລິຫານຮ້ານນໍາຜູ້ເປັນແມ່ ໃນ ດ້ານຕ່າງໆໂດຍສະເພາະແມ່ນການ ໂຄສະນາຜ່ານສື່ອອນລາຍ ເປັນ ຕົ້ນ: ການສ້າງເຟສຮ້ານ, ສ້າງ ໂກໂກແມັບ ເພື່ອໂຄສະນາຮ້ານ ເຮົາໃຫ້ຄົນຮູ້ຈັກຫລາຍຂຶ້ນກວ່າ ເກົ່າ ເຊິ່ງຫລັງທີ່ມີການໂຄສະນາ ຜ່ານສື່ອອນລາຍ ເຫັນວ່າໄດ້ຜົນ ຕອບຮັບດີຫລາຍລູກຄ້າເພີ່ມຂຶ້ນ ຢ່າງຫລວງຫລາຍ, ບາງມື້ໂຕະ ເຕັມຈົນບໍ່ມີບ່ອນນັ່ງ ເຊິ່ງຈຸດນີ້ໄດ້ ສ້າງຄວາມດີໃຈຫລາຍທີ່ລູກຄ້າໃຫ້ ຄວາມເຊື່ອໝັ້ນມາໂດຍຕະຫລອດ ແລະ ນັບມື້ເພີ່ມຂຶ້ນທັງລູກຄ້າພາຍ ໃນ ແລະ ຕ່າງປະເທດເຊັ່ນ: ໄທ, ຫວຽດນາມ,ຈີນ, ຍີ່ປຸ່ນ. ເອົາເປັນວ່າ, ສໍາລັບທ່ານໃດ ຢາກກິນລາບແຊບໆສະອາດ ແລະ ສົດໃໝ່ໃນແຕ່ລະມື້ ກໍໃຫ້ຄິດເຫັນ ຮ້ານລາບປ້າຄໍາຕັນ ຕັ້ງຢູ່ບ້ານສີ ບຸນເຮືອງ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ (ຕິດກັບໂຮງຮຽນ ອະນຸບານນິລະດາ) ເປີດແຕ່ວັນຈັນ ຫາວັນສຸກ. ສໍາລັບຂໍ້ມູນເພີ່ມເຕີມ ຫລື ຈອງໂຕະ ສາມາດຕິດຕໍ່ໄດ້ທີ່ ເບີ 020 2223 33018.

RkJQdWJsaXNoZXIy MTc3MTYxMQ==