24/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮວຜທ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂຮມຊຸມນຸມໃຫຍ່...ຸຸ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອປະກອບສ່ວນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ,ປົກປັກຮັກສາແລະສ້າງ ສາພັດທະນາປະເທດຊາດ ກໍຄື ພາລະ ກິດພັດທະນາແມ່ຍິງລາວ. ເຫັນວ່າ 70 ປີຜ່ານມາ ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າ ຮ່ວມຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມ ຈຳນົນ, ເສຍສະລະຊີວິດເລືອດເນື້ອ, ຄຽງບ່າຄຽງໄຫລ່ກັບເພດຊາຍ, ຜ່ານ ຜ່າຄວາມຫຍຸ້ງຍາກ, ລຳບາກລະອິດ ລະອ້ຽວ, ຂ້ຽວຂາດ ແລະ ຍືດເຍື້ອຍາວ ນານ, ມີຜົນງານບັນທຶກໄວ້ໃນໜ້າ ປະຫວັດສາດ ອັນສະຫວ່າງສະໄຫວ ຂອງຊາດແລະຂອງແມ່ຍິງໃນຫລາຍໆ ດ້ານ. ພ້ອມນີ້, ທ່ານຍັງໄດ້ຫວນຄືນ ປະຫວັດຄວາມເປັນມາ ແລະ ນໍາສະເໜີ ຜົນງານ, ການເຄື່ອນໄຫວບາງດ້ານ ທີ່ພົ້ນເດັ່ນຂອງອົງການຈັດຕັ້ງສະຫະ ພັນແມ່ຍິງລາວ ແລະ ແມ່ຍິງລາວບັນ ດາເຜົ່າ ຊຶ່ງເລີ່ມມາຈາກໜ່ວຍຍຸວັນ ນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍ ນັກຮົບ ທີ່ກໍາເນີດຂຶ້ນ ແຕ່ໄລຍະຕົ້ນສະ ໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ຈົນເຖິງຂັບໄລ່ຈັກກະພັດລ່າເມືອງ ຂຶ້ນແບບໃໝ່. ພັກໄດ້ເອົາໃຈໃສ່ຢ່າງ ຈົດຈໍ່ຕໍ່ການເຕົ້າໂຮມ, ປຸກລະດົມຂົນ ຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນ ຕົວສະໝັກໃຈປະກອບສ່ວນໃນພາລະ ກິດປະຕິວັດ ແລະ ຖືແມ່ຍິງເປັນພາກ ສ່ວນໜຶ່ງໃນກຳລັງແຮງ ທີ່ສຳຄັນຂອງ ພັກ; ພັກເຫັນວ່າການຈັດຕັ້ງແມ່ຍິງ ໄດ້ຂະຫຍາຍຕົວຢ່າງແຂງແຮງໄວວາ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ມີມະຕິຕົກລົງສ້າງຕັ້ງ ໜ່ວຍ ຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນ ທາງການ. ໜ່ວຍຄົ້ນຄວ້າວຽກງານ ແມ່ຍິງ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ເພື່ອກະກຽມ ຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; ຄົ້ນຄວ້າສະພາບສັງຄົມລາວ, ຮີດ ຄອງປະເພນີ ອັນເກົ່າແກ່ຫລ້າຫລັງ ທີ່ກົດໜ່ວງຖ່ວງດຶງຄວາມກ້າວໜ້າ ຂອງແມ່ຍິງ ແລະ ສົ່ງຜົນສະທ້ອນ ອັນ ບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກ ນ້ອຍທີ່ຄວນປະລະ, ພ້ອມທັງສຶກສາ ອົບຮົມປຸກລະດົມຂົນຂວາຍແມ່ຍິງໃຫ້ ມີຄວາມຕື່ນຕົວ ຢາກແກ້ໄຂສະພາບ ດ້ອຍໂອກາດ ຂອງຕົນເອງ ແລະ ບຸກ ບືນກ້າວຂຶ້ນ. ຜ່ານການອຸທິດເຫື່ອແຮງ ສະຕິປັນຍາ ປະກອບສ່ວນເຂົ້າໃນການ ຕໍ່ສູ້ປົດປ່ອຍຊາດ ມີແມ່ຍິງຈຳນວນບໍ່ ໜ້ອຍ ຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍ ລະມານ, ບັງຄັບໃຫ້ໄຂຄວາມລັບແຕ່ ແມ່ຍິງກໍເດັດຂາດບໍ່ຍອມຈຳນົນ, ບໍ່ ຍອມໄຂຄວາມລັບ, ດ້ວຍນ້ຳໃຈຕໍ່ສູ້ ພິລະອາດຫານ, ດ້ວຍຄວາມທໍລະຫົດ ອົດທົນ ແລະ ຄວາມອົງອາດກ້າຫານ, ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມ ມະຍົດເປັນວິລະຊົນແຫ່ງຊາດ 23 ສະ ຫາຍ, ເປັນນັກຮົບແຂ່ງຂັນທົ່ວປະເທດ 25 ສະຫາຍ. ພ້ອມນັ້ນ, ຍັງມີແມ່ຍິງ ຈໍານວນຫລາຍ ໄດ້ຖືກຄັດເລືອກເປັນ ແບບຢ່າງທີ່ດີເດັ່ນ ໃນການປະກອບ ສ່ວນເຂົ້າໃນຫລາຍຂົງເຂດວຽກງານ, ໄດ້ຮັບການຍ້ອງຍໍຈາກພັກແລະລັດຖະ ບານຢ່າງສົມກຽດ, ມີຫລາຍສະຫາຍ ໄດ້ຮັບຫລຽນໄຊ, ຫລຽນກາ ແລະ ໃບ ຍ້ອງຍໍ. ບັນດາກົມກອງ ກໍໄດ້ຮັບນາມ ມະຍົດເປັນກົມກອງວິລະຊົນ ເຊັ່ນ: ກອງຮ້ອຍທະຫານເພດຍິງ 769, ໂຮງ ງານຕໍ່າແຜ່ນ 12 ຕຸລາ, ໂຮງຮຽນມັດ ທະຍົມເມືອງແປກ ແຂວງຊຽງຂວາງ. ການອຸທິດອັນໃຫຍ່ຫລວງຂອງແມ່ຍິງ ລາວບັນດາເຜົ່າ ເປັນການປະກອບ ສ່ວນສໍາຄັນ ໃນການລຸກຮືຂຶ້ນຢຶດອໍາ ນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່, ປີ 1984 ກອງ ປະຊຸມຄັ້ງປະຫວັດສາດ ຜູ້ແທນແມ່ຍິງ ລາວທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນ ທາງການ, ໃນເວລານັ້ນມີສະມາຊິກສະ ຫະພັນແມ່ຍິງທົ່ວປະເທດ ຈຳນວນສີ່ ແສນກວ່າຄົນ. ກອງປະຊຸມໄດ້ສະຫລຸບ ຕີລາຄາ ຜົນງານການເຄື່ອນໄຫວວຽກ ງານຮອບດ້ານ ຂອງອົງການຈັດຕັ້ງ ແມ່ຍິງ, ໄດ້ກໍານົດທິດທາງໜ້າທີ່ວຽກ ງານການເຄື່ອນໄຫວ ໃຫ້ສອດຄ່ອງກັບ ໜ້າທີ່ການເມືອງ ຂອງພັກໃນໄລຍະ ໃໝ່. ໄດ້ປ່ຽນຊື່ຈາກ“ສະມາຄົມແມ່ຍິງ ລາວຮັກຊາດ”ມາເປັນ“ສະຫະພັນແມ່ ຍິງລາວ”. ພ້ອມທັງເລືອກເອົາທ່ານ ນາງ ຄຳແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມ ມາເປັນຮອງປະທານ, ໄດ້ຮັບຮອງເອົາ ຄໍາຂວັນ 3 ດີ 2 ໜ້າທີ່ຂອງແມ່ຍິງ ລາວ ຄື: 3 ດີ ປະກອບມີເປັນພົນລະ ເມືອງດີ, ເປັນແມ່ທີ່ດີ, ເປັນເມຍທີ່ດີ ແລະ 2 ໜ້າທີ່ຄື: ປົກປັກຮັກສາ, ກໍ່ສ້າງ ປະເທດຊາດ ແລະ ປົດປ່ອຍແມ່ຍິງ. ມາຮອດປັດຈຸບັນ, ສະຫະພັນແມ່ ຍິງລາວ ໄດ້ສໍາເລັດກອງປະຊຸມໃຫຍ່ ຂອງຕົນ VIII ຄັ້ງ ແລະ ກໍາລັງກະກຽມ ກ້າວສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ໃນມໍ່ໆນີ້. ນັບແຕ່ກອງປະ ຊຸມໃຫຍ່ ຄັ້ງທີ I ເປັນຕົ້ນມາ ຄະນະ ບໍລິຫານງານສະຫະພັນແມ່ຍິງລາວ ແຕ່ລະສະໄໝ, ຄະນະນໍາຂອງສະຫະ ພັນແມ່ຍິງແຕ່ລະຂັ້ນ ໄດ້ນໍາພາຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ, ແຜນ ພັດທະນາແມ່ຍິງລາວ ໃນແຕ່ລະໄລ ຍະຕິດພັນກັບມະຕິກອງປະຊຸມໃຫຍ່ ຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງຊາດ ແລະ ຂອງທ້ອງຖິ່ນ, ປັບປຸງການຈັດຕັ້ງ, ຂະຫຍາຍສະມາ ຊິກສະຫະພັນແມ່ຍິງ ໃນທຸກຂົງເຂດ ວຽກງານ ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ. ຜ່ານຂະບວນການເຄື່ອນ ໄຫວດັ່ງກ່າວ ສະຫະພັນແມ່ຍິງລາວ ສາມາດຍາດໄດ້ຜົນສໍາເລັດ ທີ່ພົ້ນເດັ່ນ ຄື: ຄະນະ ແລະ ສະມາຊິກສະຫະພັນ ແມ່ຍິງ ເປັນເຈົ້າການປະຕິບັດແຜນພັດ ທະນາແມ່ຍິງລາວແຕ່ລະໄລຍະ, ນໍາ ພາຂະບວນການແມ່ຍິງລາວບັນດາ ເຜົ່າ ຖືສໍາຄັນຕໍ່ວຽກງານສຶກສາອົບ ຮົມການເມືອງ-ແນວຄິດ, ນໍາພາປະຕິ ບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ, ສ້າງ ຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດ ພັນກັບການສ້າງບ້ານພັດທະນາຕາມ ທິດ 3 ສ້າງ ຕິດພັນກັບຂະບວນແຂ່ງ ຂັນຮັກຊາດ ແລະ ພັດທະນາ; ເອົາໃຈ ໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນ ມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ເສີມຂະຫຍາຍມູນເຊື້ອພິ ລະອາດຫານ ໃຫ້ເອື້ອຍນ້ອງແມ່ຍິງ ຮໍ່າຮຽນ ເອົາຄຸນສົມບັດສິນທໍາປະຕິວັດ ອັນດີງາມຂອງແມ່ຍິງ, ພະນັກງານປະ ຕິວັດອາວຸໂສຮຸ່ນກ່ອນ; ໄດ້ສ້າງຕັ້ງສູນ ຝຶກອົບຮົມວິຊາຊີບ ຢູ່ສູນກາງ (ສູນອົບ ຮົມແມ່ຍິງລາວໃນປັດຈຸບັນ) ໄດ້ຂະ ຫຍາຍໄປນະຄອນຫລວງວຽງຈັນ ແລະ 10 ແຂວງ; ມີຫໍວາງສະແດງ ສິນສາຍໄໝ; ສ້າງຕັ້ງສູນຕໍ່າແຜ່ນແພ ເພື່ອຟື້ນຟູສີໄມ້ລາຍມື ແລະ ອະນຸລັກ, ສົ່ງເສີມການຕໍ່າຫູກທໍໄໝ, ສົ່ງເສີມ ການຜະລິດຫັດຖະກໍາຕໍ່າແຜ່ນ ຂອງ ແມ່ຍິງລາວບັນດາເຜົ່າ; ສ້າງຕັ້ງສູນ ຂໍ້ມູນຂ່າວສານບົດບາດຍິງ-ຊາຍ ເພື່ອ ການພັດທະນາ ແລະ ຂະຫຍາຍສາ ຂາໄປ 4 ແຂວງ; ສ້າງຕັ້ງຫ້ອງວາງ ສະແດງມູນເຊື້ອສະຫະພັນແມ່ຍິງລາວ ແລະ ປັບປຸງຖ້ຳບ່ອນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ຢູ່ເມືອງ ວຽງໄຊ ແຂວງຫົວພັນ, ສ້າງແຜນດໍາ ເນີນງານແຫ່ງຊາດ ເພື່ອຄວາມສະເໝີ ພາບ ຍິງ-ຊາຍ ທຸກໄລຍະ 5 ປີ, ແຜນ ດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງ ຕໍ່ເດັກ 5 ປີ ເປັນບ່ອນອີງຈັດຕັ້ງປະຕິ ບັດວຽກຄວາມສະເໝີພາບຍິງ-ຊາຍ ແລະ ສິດທິເດັກ, ປະສານສົມທົບກັບ ສູນກາງແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ອົງ ການຈັດຕັ້ງມະຫາຊົນ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ນໍາພາຈັດຕັ້ງປະຕິບັດ, ສ້າງຂະບວນການຕິດພັນກັບວຽກ ງານວິຊາສະເພາະ ແລະ ຂໍ້ແຂ່ງຂັນ ຂອງແຕ່ລະອົງການ; ຄົ້ນຄວ້າ ແລະ ຜັນຂະຫຍາຍ ມະຕິ 108/ກມສພ ວ່າ ດ້ວຍວຽກງານແນວໂຮມ ແລະ ວຽກ ງານມະຫາຊົນຂອງພັກ ໃນໄລຍະໃໝ່ ເປັນປຶ້ມຄູ່ມືຝຶກອົບຮົມ; ຄົ້ນຄວ້າແນວ ຄິດ ໄກສອນ ພົມວິຫານ ກ່ຽວກັບວຽກ ງານແມ່ຍິງ; ຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ; ສະຫະພັນແມ່ຍິງລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບ ປະເທດເພື່ອນມິດ ແລະ ອົງການຈັດ ຕັ້ງສາກົນ ຕາມແນວທາງການຕ່າງ ປະເທດຂອງພັກ ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາສັນຕິພາບ ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືສາກົນເພື່ອພັດທະນາແມ່ ຍິງ, ຜົນງານທີ່ພົ້ນເດັ່ນ ຄື: ສະຫະພັນ ແມ່ຍິງລາວ ເຂົ້າເປັນສະມາຊິກຂອງ ຄະນະກຳມະການແມ່ຍິງອາຊຽນ; ເປັນເຈົ້າພາບຈັດກອງປະຊຸມແມ່ຍິງ ອາຊຽນ ຄັ້ງທີ 20; ເປັນເຈົ້າພາບຈັດ ກອງປະຊຸມ ຄະນະກໍາມະການແມ່ຍິງ ອາຊຽນ ຄັ້ງທີ I; ເປັນເຈົ້າພາບ ຈັດ ກອງປະຊຸມລັດຖະມົນຕີອາຊຽນ ທີ່ ຮັບຜິດຊອບວຽກງານແມ່ຍິງ ຄັ້ງທີ I, ກອງປະຊຸມສຸດຍອດການນໍາວຽກ ງານແມ່ຍິງອາຊຽນ ຄັ້ງທີ III ແລະ ກອງປະຊຸມປິ່ນອ້ອມ. ຈາກຜົນງານທີ່ຍາດມາໄດ້, ສະຫະ ພັນແມ່ຍິງລາວ ໄດ້ຮັບການຍ້ອງຍໍ ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານຫລັກ ແຫລ່ງ, ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ແກ້ວມະນີ ພິມມະ ສອນ ຫົວໜ້າພະແນກພະນັກງານ ໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານຊ່ວຍວຽກຂັ້ນພະແນກ, ຊ່ວຍວຽກກອງພັນນັກຮຽນ ແລະ ພະ ນັກງານທີ່ເຮັດໜ້າທີ່ວິຊາສະເພາະຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຫົວໜ້າກອງຮ້ອຍແລະຮອງຫົວໜ້າ ກອງຮ້ອຍທີ່ຂຶ້ນກັບກອງພັນນັກຮຽນ ຂອງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ສຸກິນດາ ເຮືອງວິສິດ ຫົວໜ້າພະແນກ ກຳລັງພົນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຍົກຍ້າຍ ນາຍສິບຊ່ວຍ ວຽກຢູ່ບັນດາກົມກອງທີ່ຂຶ້ນກັບໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບ. ໂອກາດນີ້ ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳເຫັນ ໂອ້ລົມ ໂດຍໄດ້ເນັ້ນໃຫ້ພະນັກງານນັກຮົບ ທີ່ໄດ້ຮັບການແຕ່ງຕັ້ງມອບ ໝາຍໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ໜັກແໜ້ນ, ມີຄວາມ ຊື່ສັດບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ ກົມກອງ, ປັບປຸງແບບແຜນວິທີເຮັດ ວຽກເປັນໝູ່ຄະນະ, ແບບລວມສູນ ປະຊາທິປະໄຕ, ມີຫົວຄິດປະດິດສ້າງ, ຝຶກຝົນຫລໍ່ຫລອມ, ຊອກຮູ້ຮໍ່າຮຽນເອົາ ບົດ ຮຽນທີ່ມີວິທະຍາສາດ, ປະຕິບັດ ບັນດາຂໍ້ກຳນົດ, ກົດລະບຽບຕ່າງໆໃຫ້ ເຂັ້ມງວດ, ມີຄວາມສາມັກຄີກວ້າງ ຂວາງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດ ເຮັດສຳເລັດ ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ປະ ກົດຜົນເປັນຈິງ. ຂ່າວ: ໂອລິນ ມິ່ງມີໄຊ * ໃນວັນທີ21-22ກໍລະກົດ2025 ຜ່ານມາ ພາຍຸໝູນເຂດຮ້ອນວິພາ ຫົວ ທີ 6 ໄດ້ອ່ອນກຳລັງລົງກາຍເປັນພາຍຸ ດີເປຣຊັນ ແລະ ຈະອ່ອນກຳລັງລົງ ກາຍເປັນຄວາມກົດດັນຕ່ຳ ທີ່ມີກຳລັງ ແຮງ ປົກຄຸມຢູ່ພາກເໜືອຂອງປະເທດ ລາວ ສົມທົບກັບລົມມໍລະສຸມຕາເວັນ ຕົກສຽງໃຕ້ທີ່ມີກຳລັງແຮງປົກຄຸມ ເປັນສ່ວນໃຫຍ່ ເຊິ່ງເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫລືື້ອມໃນຂອບເຂດທົ່ວ ປະເທດ, ອັນເຮັດໃຫ້ມີຝົນຕົກໜັກຕິດຕໍ່ ກັນຫລາຍຊ່ົວໂມງເຊິ່ງເປັນສາເຫດ ເຮັດໃຫ້ຫລາຍແຂວງຫລາຍທ້ອງຖິ່ນ ໄດ້ຮັບຜົນກະທົບ ເປັນຕົ້ນ ແຂວງຄຳ ມ່ວນ ໃນວັນທີ 21 ກໍລະກົດ 2025 ມີຝົນຕົກໜັກ ເຮັດໃຫ້ປະລິມານນ້ຳ ໃນສາຍນ້ຳຕ່າງໆເພີ່ມຂຶ້ນ ໄຫລເຂົ້າ ຖ້ວມເນື້ອທີ່ທຳການຜະລິດ ແລະ ເຮືອນ ຊານຂອງປະຊາຊົນຢູ່ລຽບຕາມແຄມ ນ້ຳ ແລະ ເຂດພື້ນທີ່ຕໍ່າ ໂດຍສະເພາະ ເມືອງຄູນຄຳ ເຮັດໃຫ້ນໍ້ານອນ, ນໍ້າ ສາງທີ່ເປັນສາຂາຂອງນໍ້າຫີນບູນຕອນ ເທິງ ໄດ້ເພີ່ມຂຶ້ນສູງ ບວກກັບນໍ້າຝົນ ທີ່ໄຫລລົງມາຈາກພູໄຮ, ພູມອນ ໄດ້ ເຮັດໃຫ້ນໍ້າໄຫລເຂົ້າຖ້ວມ ເນື້ອທີ່ນາ ປີຂອງປະຊາຊົນ ແລະ ຖ້ວມເຮືອນ ປະຊາຊົນທີ່ຢູ່ພື້ນທີ່ຕໍ່າຕາມແຄມນໍ້າ ນອນ, ນໍ້າສາງ. ປັດຈຸບັນນໍ້າໄດ້ຖ້ວມ ເສັ້ນທາງໄປຖໍ້າກອງລໍ ແຕ່ບ້ານນາຄຳ ຫາ ບ້ານນາກາງ ໄລຍະທາງ 1 ກິໂລ ຫລາຍທ້ອງຖິ່ນ...້ິ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແມັດ, ລົດຈັກ, ລົດໃຫຍ່ ບໍ່ສາມາດ ສັນຈອນໄດ້. ຕໍ່ກັບເຫດການດັ່ງກ່າວ, ທາງຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນເມືອງຄູນຄຳ ໄດ້ລົງແກ້ໄຂ ການສັນຈອນສຸກເສີນ ໂດຍໄດ້ນຳໃຊ້ ລົດໄຖນາເດີນຕາມ, ເຮືອຈັກຫາງຍາວ ບໍລິການຂົນສົ່ງພາຫະນະລົດຈັກ ແລະ ຄົນ ຂ້າມໄປ-ມາ. ມາຮອດວັນທີ 22 ລະດັບນໍ້າຍັງສືບຕໍ່ສູງຂຶ້ນເລື້ອຍໆ ຄາດວ່າຈະຖ້ວມມາຮອດ 3 ແຍກທາງ ເຂົ້າບ້ານນາເມືອງ ໄລຍະທາງ 5 ກິໂລແມັດ ແລະ ນໍ້າໄດ້ໄຫລເຂົ້າຖ້ວມ ເຮືອນປະຊາຊົນຈໍານວນໜຶ່ງ ທີ່ເປັນ ຟື້ນທີ່ຕໍ່າ ລຽບຕາມແຄມນໍ້ານອນມີ 2 ຈຸດຄື: ບ້ານແກ້ງ (ຄຸ້ມນໍ້ານອນ), ບ້ານ ໂພນແຍງ-ມ່ວງເໜືອ, ຖ້ວມເນື້ອທີ່ນາ ປີຂອງປະຊາຊົນ 4 ບ້ານຄື: ບ້ານນາ ກາງ, ບ້ານແກ້ງ-ນໍ້ານອນ, ບ້ານໂພນ ແຍງ-ມ່ວງເໜືອ, ບ້ານກູບ ແລະ ວັດ 1 ແຫ່ງຄື: ບ້ານແກ້ງ (ວັດຄຸ້ມນໍ້ານອນ). ສຳລັບເນື້ອທີ່ທຳການຜະລິດຂອງ ປະຊາຊົນ ທີ່ຖືກຖ້ວມ ປັດຈຸບັນ ພວມ ເກັບກຳຂໍ້ມູນ ພ້ອມນີ້ທາງຄະນະກຳ ມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ ມອບໝາຍໃຫ້ຄະນະພັກອຳນາດການ ປົກຄອງບ້ານເປັນເຈົ້າການເຝົ້າລະວັງ ຕິດຕາມນໍ້າຂຶ້ນ ແຕ່ວັນທີ 22-25 ກໍລະກົດ 2025 ພ້ອມທັງໃຫ້ປະຊາຊົນ ທີ່ຢູ່ພື້ນທີ່ຕໍ່າ ຖືກນໍ້າຖ້ວມໃຫ້ເອົາວັດຖຸ ອຸປະກອນເຄື່ອງໃຊ້ຄົວເຮືອນຂຶ້ນໄວ້ທີ່ ສູງ ແລະ ຍົກຍ້າຍສັດລ້ຽງໄປໄວ້ບ່ອນ ທີ່ປອດໄພ. ສ່ວນຢູ່ແຂວງຊຽງຂວາງ ກໍໄດ້ຮັບ ຜົນກະທົບຈາກ ພາຍຸວິພາ ເຊັ່ນກັນເຮັດ ໃຫ້ຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ຂອງວັນທີ 22 ກໍລະກົດ 2025 ເຮັດ ໃຫ້ນໍ້າຫ້ວຍຫລາຍສາຍ ມີປະລິມານ ນ້ຳເພີ່ມຂຶ້ນ ໄຫລບໍ່ທັນ ແລະ ຖ້ວມຍຶ່ງ ພື້ນທີ່ນາ, ສວນ, ໜອງປາ ແລະ ຖ້ວມ ບ້ານເຮືອນຂອງປະຊາຊົນ ໃນຫລາຍ ບ່ອນ ແລະ ເສັ້ນທາງຫລາຍສາຍບໍ່ສາ ມາດສັນຈອນໄປ-ມາໄດ້. ຕໍ່ສະພາບ ການດັ່ງກ່າວ, ການນໍາແຂວງຊຽງ ຂວາງ, ເຊິ່ງນຳໂດຍ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະແນກການ, ກອງບັນຊາ ການ ແລະ ເມືອງແປກ ລົງພື້ນທີ່ກວດ ກາ ເບິ່ງຜົນກະທົບຈາກໄພພິບັດນ້ຳ ຖ້ວມຕາມເສັ້ນທາງເລກ7, ເທສະບານ ໂພນສະຫວັນ ເນື່ອງຈາກຝົນຕົກໜັກ ຕິດຕໍ່ກັນຫລາຍຊົ່ວໂມງ ເປັນຕົ້ນ ຈຸດ ຕໍ່ໜ້າຄ້າຍຄຸມຂັງດັດສ້າງ (ກອງ 9), ຂົວບ້ານດ່ອງ, ບ້ານນາຫອຍ, ບ້ານ ລາດງ່ອນ ແລະ ຈຸດອື່ນໆ ນ້ຳໄດ້ໄຫລ ເຂົ້າຖ້ວມເຮືອນ, ໜອງປາ, ທົ່ງນາ, ເສັ້ນທາງຄົມມະນາຄົມ ເຮັດໃຫ້ມີຜົນ ເສຍຫາຍຫລາຍສົມຄວນ, ການສັນ ຈອນຖືກຕັດຂາດ. ນອກນີ້, ການນຳ ຍັງໄດ້ໄປຕິດຕາມ ລະດັບນ້ຳໃນໜອງ ສະເດັດ ສຸພານຸວົງ (ໜອງນ້ຳ) ຄູກັນ ນ້ຳ ເພື່ອຕິດຕາມເຝົ້າລະວັງ ແລະ ຮັບ ມືກັບໄພພິບັດທີ່ອາດຈະເກີດຂຶ້ນ. ໃນຂະນະທີ່ເມືອງເງິນ ແຂວງໄຊ ຍະບູລີ ໃນລະຫວ່າງວັນທີ 22-23 ກໍລະກິດ 2025 ເກີດມີຝົນຕົກໜັກ ຫລາຍຊົ່ວໂມງຕິດຕໍ່ກັນ ມາຮອດເວລາ 5 ໂມງເຊົ້າຂອງວັນທີ 23 ກໍລະກົດ ໄດ້ ເຮັດໃຫ້ນໍ້າຍາງ ແລະ ນໍ້າເງິນ ບວກກັບ ນໍ້າປ່າໄຫລຊຸ ຖ້ວມເນື້ອທີ່ນາ, ຮົ້ວສວນ ແລະ ບ້ານເຮືອນຂອງປະຊາຊົນ ຈຳນວນຫລາຍບ້ານ ໂດຍສະເພາະ ບ້ານແກ້ວດອນຄູນ ແລະ ບ້ານບີໝີ (ເປັນພື້ນທີ່ຕ່ຳ ຕິດແຄມແມ່ນໍ້າ) ເຮັດ ໃຫ້ນ້ຳຖ້ວມຢ່າງໄວວາ ແລະ ກະທັນ ຫັນ ເຮັດໃຫ້ບ້ານເຮືອນຖືກນ້ຳຖ້ວມ ຫລາຍຄອບຄົວ. ພ້ອມນີ້, ຄະນະກໍາມະ ການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນ ເມືອງ ໄດ້ລະດົມກຳລັງເພື່ອຊ່ວຍຍ້າຍ ເຄື່ອງຂອງ ແລະ ສັດລ້ຽງຂອງປະຊາ ຊົນ ລວມທັງເຄື່ອນຍ້າຍເອົາເດັກນ້ອຍ, ຜູ້ເຖົ້າອອກຈາກເຮືອນຂຶ້ນໄປໃນເຂດທີ່ ປອດໄພ. ປັດຈຸບັນ, ນໍ້າ ໄດ້ເລີ່ມບົກ ແຫ້ງລົງແລ້ວ ທາງອົງການປົກຄອງ ເມືອງ ພ້ອມດ້ວຍຄະນະກຳມະການ ຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ຊ່ວຍເຫລືອເບື້ອງຕົ້ນ ໃນພື້ນທີ່ ທີ່ຖືກຜົນກະທົບ ໂດຍໄດ້ຈັດຕັ້ງເຈົ້າ ໜ້າທີ່ກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ພະນັກງານ-ລັດ ຖະກອນ ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ເຮັດການອະນາໄມເຮືອນ, ອະນາໄມ ບ່ອນອື່ນໆ. ສ່ວນມູນຄ່າການເສຍຫາຍ ຈະແຈ້ງໃຫ້ຊາບຕາມພາຍຫລັງ. ຢູ່ເມືອງນານ ແຂວງຫລວງພະ ບາງ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ນໍ້າ ນານ ແລະ ນໍ້າຫ້ວຍຫລາຍສາຍ ມີປະ ລິມານເພີ່ມຂຶ້ນ ລົ້ນຝັ່ງຖ້ວມບ້ານເຮືອນ ຂອງປະຊາຊົນ ແລະ ພື້ນທີ່ທຳການ ຜະລິດຂອງປະຊາຊົນ ສ້າງຄວາມເສຍ ຫາຍເປັນບໍລິເວນກວ້າງ ພາຍໃນເທສະ ບານເມືອງນານ, ມີບ້ານທີ່ໄດ້ຮັບຜົນ ກະທົບໃນເບື້ອງຕົ້ນ 7 ບ້ານ ທີ່ຢູ່ລຽບ ແຄມນໍ້ານານ ເປັນຕົ້ນ ບ້ານນາຝາຍ, ບ້ານນາເລົາ, ບ້ານປ່າໄຜ່, ບ້ານສີບຸນ ເຮືອງ, ບ້ານສີມຸງຄຸນ, ບ້ານທາດ ແລະ ບ້ານນາເຄີນ. ປັດຈຸບັນ ກໍາມະການຄຸ້ມ ຄອງໄພພິບັດຂັ້ນເມືອງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຮ່ວມກັນລົງເກັບກໍາ ຂໍ້ມູນຄວາມເສຍຫາຍໃນເບື້ອງຕົ້ນ ເພື່ອ ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້. ສ່ວນຂໍ້ມູນລະອຽດຈະລາຍ ງານໃຫ້ຊາບໃນພາຍຫລັງ. ພ້ອມນັ້ນ, ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫລວງພະບາງ ປະ ທານຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນແຂວງ ພ້ອມດ້ວຍຄະນະ ເຄື່ອນ ໄຫວສົມທົບກັບການນໍາເມືອງຊຽງ ເງິນ ຕິດຕາມສະພາບລະດັບນ້ຳຄານ ຢູ່ເຂດເມືອງຊຽງເງິນ ແຂວງຫລວງ ພະບາງ ເພື່ອເປັນການເຝົ້າລະວັງ ແລະ ປ້ອງກັນບໍ່ໃຫ້ມີຜົນເສຍຫາຍເປັນວົງ ກວ້າງ ເນື່ອງຈາກປະລິມານນ້ຳຄານ ໃນຕອນເໜືອ ຍັງມີທ່າອ່ຽງເພີ່ມຂຶ້ນ ສູງ ສາເຫດເນື່ອງຈາກມີຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ເຮັດໃຫ້ສາຍນໍ້າ ຫລາຍສາຍມີປະລິມານນ້ຳເພີ່ມຂຶ້ນ ໂດຍສະເພາະ ນໍ້າຄານ. ສຳລັບແຂວງວຽງຈັນ ໃນຕອນ ເຊົ້າ ຂອງວັນທີ 23 ກໍລະກົດ 2025 ລະດັບນ້ຳຊອງ ກາຍຈຸດລະດັບວັດ ແທກແລ້ວ, ຈຸດທີ່ມີຜົນກະທົບ ແມ່ນຈຸດ ທີ່ຢູ່ຕ່ຳກວ່າຫລືໃກ້ກັບນ້ຳຊອງໃນນັ້ນ, ມີສະຖານທີ່ທ່ອງທ່ຽວທີ່ຢູ່ຕິດກັບນ້ຳ ຊອງ, ສວນ, ນາ, ຮ້ານອາຫານ, ເຮືອນ ພັກ ແລະ ເຮືອນທີ່ຢູ່ລຽບຕາມແຄມນ້ຳ ຊອງຈຳນວນໜຶ່ງ ໃຫ້ພໍ່ແມ່ປະຊາຊົນ ມີສະຕິເຝົ້າລະວັງ ແລະ ຍົກຍ້າຍ ສິ່ງ ຂອງເຄື່ອງໃຊ້ທີ່ຈຳເປັນ, ວັດຖຸທີ່ມີຄ່າ ຂຶ້ນໄວ້ບ່ອນສູງ ແລະ ບ່ອນທີ່ປອດໄພ ເນື່ອງຈາກຝົນຍັງສືບຕໍ່ຕົກ ເຮັດໃຫ້ ລະດັບນ້ຳຊອງເພີ່ມຂຶ້ນສູງ ໄຫລເຂົ້າ ນ້ຳຖ້ວມເຮືອນຂອງປະຊາຊົນຢູ່ລຽບ ແຄມນ້ຳຊອງ. ປັດຈຸບັນການນຳເມືອງ ລົງຕິດຕາມ ແລະ ຊີ້ນຳຫົວໜ້າກຸ່ມ ບ້ານ ໃຫ້ຕິດຕາມສະພາບນ້ຳຖ້ວມ ທີ່ມີ ຜົນກະທົບຕໍ່ບ້ານເຮືອນປະຊາຊົນ ເພື່ອ ປະສານຫາກຳລັງ ປກຊ-ປກສ ແລະ ພາກສ່ວນຕ່າງໆ ເຂົ້າຊ່ວຍເຫລືອ ໃຫ້ ທັນສະພາບການ. ພ້ອມນີ້, ເສັ້ນທາງ ແຄມນ້ຳຊອງ ການສັນຈອນໄປ-ມາ ບໍ່ ສະດວກ ລົດຈັກ, ລົດເກງ, ລົດປະເພດ ຕ່ຳບໍ່ສາມາດໄປ-ມາໄດ້. ຊົມເຊີຍຈາກພັກ ແລະ ລັດຖະບານ ຄື: ກອງປະຊຸມໃຫຍ່ແມ່ຍິງລາວທົ່ວ ປະເທດ ຄັ້ງທີ I ປະທານ ສຸພານຸວົງ ປະທານປະເທດ ປະດັບຫລຽນໄຊອິດ ສະຫລະຊັ້ນ I ແລະ ທຸງມູນເຊື້ອ ໃຫ້ ແກ່ຂະບວນການແມ່ຍິງລາວ; ກອງ ປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ V ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ປະດັບຫລຽນໄຊອິດສະຫລະຊັ້ນ I ໃຫ້ ສະຫະພັນແມ່ຍິງລາວ ຍ້ອງຍໍຜົນງານ 20 ປີ; ໃນໂອກາດສະເຫລີມສະຫລອງ ວຽງຈັນ ເປັນນະຄອນຫລວງ ຄົບຮອບ 450 ປີ ກ້ອນກໍາລັງແມ່ຍິງບັນດາເຜົ່າ ໄດ້ຮັບຫລຽນໄຊແຮງງານ ຊັ້ນ II; ເນື່ອງໃນໂອກາດສ້າງຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 60 ປີ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່,ປະທານປະເທດໄດ້ປະດັບຫລຽນ ຄໍາແຫ່ງຊາດ ເຊິ່ງເປັນຫລຽນສູງສຸດ ຂອງ ສປປ ລາວ ໃຫ້ສະຫະພັນແມ່ຍິງ ລາວ ແລະ ປີ 2015 ລັດຖະບານ ສສ ຫວຽດນາມ ໄດ້ປະດັບຫລຽນໄຊເອກະ ລາດ ຊັ້ນ I ໃຫ້ສະຫະພັນແມ່ຍິງລາວ. ໃນພິທີ ທ່ານ ດອນ ໄພວົງ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານດໍາລັດວ່າດ້ວຍການປະດັບຫລຽນ ໄຊອິດສະຫລະ ຊັັ້ນ III ທີ່ມີຜົນງານໃນ ການນໍາພາ-ຊີ້ນໍາວຽກງານສະຫະພັນ ແມ່ຍິງ, ສົ່ງເສີມມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງານຂອງຊາດ ແລະແມ່ຍິງບັນດາເຜົ່າ. ໃຫ້ກຽດປະດັບ ຫລຽນໄຊອິດສະຫລະຊັັ້ນ III ຄັ້ງນີ້ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນ ປະຕິວັດລາວ, ປະ ທານປະເທດ ແຫ່ງ ສປປ ລາວ. ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມ ຟີມມູນເຊື້ອ 70 ປີ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງສະຫະພັນແມ່ຍິງ ລາວ, ຊົມການສະແດງສິລະປະຈາກ ສິລະປະກອງທັບປະຊາຊົນລາວ ແລະ ຮັບຟັງບົດກອນອວຍພອນ ຈາກຕາງ ໜ້າສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ ຕື່ມອີກ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==