7077

24/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ເຂົ້າາ້ຈານນຳ້ົ້ 37'dkora fmtokglf4tdy f-q oot[q f grnj vxa [x5 '-u ;y fdkogxa o16j 0v'-k;dtly dvo -j ;pcdh w07;k,m5 dpkd.sh xt-k-q o 2 [h ko g,n v'zkv5 fq , dkoIj ;,,n ]k;{s;Pfok, oa [,N g8u [.spj 0tspkp8q ; ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທ້ອງຖິ່ນຂອງສອງ ປະເທດໄດ້ເພີ່ມທະວີການພົບປະ ແລກປ່ຽນບົດຮຽນ, ປະສານສົມທົບ ແລະ ເປີດກວ້າງການຮ່ວມມືຊ່ວຍ ເຫລືອຊຶ່ງກັນ ແລະ ກັນ ຢ່າງແທດ ເໝາະກັບຕົວຈິງ ແລະ ມີປະສິດທິ ຜົນ. ໄດ້ເຮັດສໍາເລັດໂຄງການ ຮຽບຮຽງປຶ້ມປະຫວັດສາດສາຍ ພົວພັນພິເສດ ລາວ - ຫວຽດນາມ ( 1930- 2007 ) ໃນປີ 2011 ແລະ ໄດ້ກໍານົດເອົາປີ 2012 ເປັນ ປີສາມັກຄີມິດຕະພາບ ລາວຫວຽດນາມ. ການຮ່ວມມືໃນການ ພັດທະນາຊັບພະຍາກອນມະນຸດກໍ່ ໄດ້ຮັບການເປີດກວ້າງດ້ວຍຫລາຍ ຮູບການ, ຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການໃນການປົກປັກ ຮັກສາ ແລະ ພັດທະນາຂອງແຕ່ລະ ປະເທດ. ພ້ອມນັ້ນ, ດ້ານປ້ອງກັນຊາດ- (ເນ່ືອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ 18/7/1977-18/7/2025)່ືັັົິັິ່ືົີ *ເມື່ອມໍ່ໆມານີ້, ຄະນະຊີ້ນໍາ ໂຄງການຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຜົນສໍາເລັດ ແລະ ຜົນ ໄດ້ຮັບໃນການຈັດຕັ້ງປະຕິບັດ ໂຄງການພັດທະນາເສດຖະກິດ ຊົນນະບົດ ເພື່ອປັບປຸງຊີວິດການ ເປັນຢູ່ຂອງຊາວກະສິກອນຢູ່ 2 ບ້ານເປົ້າໝາຍຂອງເມືອງຜາອຸດົມ ແຂວງບໍ່ແກ້ວ. ນໍາພາທີມງານ ໂດຍທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີທ່ານ ວັນນະພຸດ ເພັດສຸດາລາ ຫົວໜ້າໂຄງການພັດ ທະນາເສດຖະກິດຊົນນະບົດເພື່ອ ປັບປຸງຊີວິດການເປັນຢູ່ຂອງຊາວ ກະສິກອນແຂວງບໍ່ແກ້ວ, ທ່ານ ນາງ ແຄໂຣ ໂມແທນສັນ ຜູ້ອໍານວຍ ການອົງການແພຣນສາກົນປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ມີ ທີມງານມາຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງການ ຕ່າງປະເທດ, ມີພະແນກການກ່ຽວ ຂ້ອງຂອງແຂວງ, ຜູ້ປະສານງານ ໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້າຮ່ວມ. ການລົງຕິດຕາມຜົນສໍາເລັດ ແລະ ຜົນໄດ້ຮັບຈາກການຈັດຕັ້ງ ປະຕິບັດບັນດາກິດຈະກໍາຕ່າງໆ ຂອງໂຄງການພັດທະນາເສດຖະ ກິດຊົນນະບົດ ເພື່ອປັບປຸງຊີວິດ ການເປັນຢູ່ຂອງຊາວກະສິກອນ ຢູ່ 2 ບ້ານເປົ້າໝາຍຄື: ບ້ານວຽງ ພັດທະນາ ແລະ ບ້ານໂຮມສຸກ ໃນ ຄັ້ງນີ້, ຫົວໜ້າກຸ່ມປູກຫຍ້າລ້ຽງງົວ ທອມໄດ້ລາຍງານຕໍ່ທີມງານວ່າ: ກຸ່ມປູກຫຍ້າລ້ຽງງົວທອມຢູ່ບ້ານ ວຽງພັດທະນາ ມີສະມາຊິກທັງໝົດ 17 ຄອບຄົວ, ມີສວນຫຍ້າ 17 ຕອນ, ມີເນື້ອທີ່ປູກຫຍ້າ 20,5 ເຮັກຕາ, ປັດຈຸບັນມີງົວ 381 ໂຕ. ໃນນີ້, ມີງົວທອມແລ້ວ 42 ໂຕ ແລະ ໄດ້ຂາຍອອກງົວທີ່ທອມ ແລ້ວ 16 ໂຕ, ລວມເປັນເງິນທັງໝົດ 285.000.000 ກີບ, ປັດຈຸບັນເອົາ ງົວຂຶ້ນທອມອີກຕື່ມ 26 ໂຕ ແລະ ມີ ແຜນຈະເອົາງົວຂຶ້ນທອມອີກ 16 ໂຕ. ຂະນະທີ່ວິຊາການທີ່ກ່ຽວຂ້ອງ ຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ນໍາພາສະມາຊິກກຸ່ມປູກ ຫຍ້າລ້ຽງງົວທອມສາທິດວິທີການ ເຮັດອາຫານເສີມໃຫ້ງົວ ພ້ອມທັງ ແນະນໍາຂັ້ນຕອນ, ວິທີການເຮັດອາ ຫານເສີມ, ວິທີຮັກສາ ແລະ ການ ໃຫ້ອາຫານເສີມແກ່ງົວທອມ, ຈາກ ນັ້ນທີມງານກໍ່ໄດ້ລົງຕິດຕາມເຂົ້າ ນາຢອດເມັດແບບແຫ້ງ ຂອງກຸ່ມ ຊາວນາບ້ານໂຮມສຸກ, ກຸ່ມຊາວນາ ປູກເຂົ້າແບບຢອດເມັດຢູ່ບ້ານໂຮມ ສຸກມີທັງໝົດ 24 ຄອບຄົວ, ມີເນື້ອ ທີ່ນາຢອດເມັດແບບແຫ້ງ ທັງໝົດ 17 ເຮັກຕາ, ປັດຈຸບັນຢອດສໍາ ເລັດແລ້ວ 100%. ຕາມການລາຍ ງານຂອງຫົວໜ້າກຸ່ມ ໃຫ້ຮູ້ວ່າ: ຫລັງຈາກປູກຂອງໂຕເອງສໍາເລັດ ແລ້ວ ກໍ່ໄດ້ໄປຮັບຈ້າງໂດຍໃຊ້ເຄື່ອງ ຢອດເມັດແບບແຫ້ງໃຫ້ຄົນອື່ນໃນ ລາຄາ 800.000 ກີບ/ເຮັກຕາ, ລວມເປັນເງິນທັງໝົດທີ່ໄດ້ຈາກ ການໃຊ້ເຄື່ອງຢອດເມັດນີ້ແມ່ນ 12 ລ້ານກວ່າກີບ, ພ້ອມດຽວກັນນີ້ ວິຊາການໜ່ວຍງານກ່ຽວຂ້ອງຂັ້ນ ເມືອງ ໂດຍສະເພາະແມ່ນຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງໄດ້ນໍາ ພາສະມາຊິກກຸ່ມຜະລິດນໍ້າສະກັດ ຊີວະພາບສູດເລັ່ງໃຫ້ເຂົ້າງາມ ເພື່ອ ເພີ່ມນໍ້າໜັກໃຫ້ຜົນຜະລິດ ແລະ ໄດ້ ແນະນໍາວິທີກໍາຈັດສັດຕູພືດທີ່ມາ ທໍາລາຍເຂົ້ານານໍາອີກ, ນອກນີ້ ທີມ ງານຍັງໄດ້ສໍາພາດຫົວໜ້າກຸ່ມການ ປູກ-ການລ້ຽງກ່ຽວການຈັດຕັ້ງ ປະຕິບັດແຕ່ລະກິດຈະກໍາຂອງໂຄງ ການ, ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ການໃຫ້ຄໍາປຶກສາ, ການນໍາພາປະຕິບັດຕົວຈິງຂອງ ວິຊາການຈາກຫ້ອງການກະສິກຳ ແລະປ່າໄມ້ເມືອງ ໂດຍສະເພາະ ແມ່ນໜ່ວຍງານການປູກຝັງ ແລະ ໜ່ວຍງານລ້ຽງ ແລະ ຜົນໄດ້ຮັບ ຂອງແຕ່ລະກິດຈະກໍາ. ການຈັດຕັ້ງປະຕິບັດກິດຈະກໍາ ດັ່ງກ່າວ ແມ່ນໄດ້ຮັບການສະໜັບ ສະໜູນທຶນຊ່ວຍເຫລືອຈາກໂຄງ ການຊີລ່ຽວ ( C-REAL). ປ້ອງກັນຄວາມສະຫງົບ ໄດ້ສືບ ຕໍ່ປະສານສົມທົບກັນຢ່າງແໜ້ນ ແຟ້ນ, ຮັບປະກັນສະຖຽນລະພາບ ທາງດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມຢູ່ ແຕ່ລະປະເທດ, ສືບຕໍ່ດໍາເນີນການ ປັກຫລັກໝາຍຊາຍແດນ ແລະ ເປີດດ່ານສາກົນນໍາກັນ ເພື່ອເຮັດ ໃຫ້ຊາຍແດນຂອງສອງປະເທດ ກາຍເປັນຊາຍແດນຖາວອນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມື, ພ້ອມກັນພັດທະນາເຂດ ຊາຍແດນຮອບດ້ານ ເພື່ອຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນເຂດ ຊາຍແດນໃຫ້ດີຂຶ້ນ. ສຳລັບການການຊ່ວຍເຫລືອ ຂອງຫວຽດນາມໃຫ້ແກ່ລາວໃນ ໄລຍະຜ່ານມາໄດ້ຊ່ວຍສ້າງພື້ນຖານ ໂຄງລ່າງທາງດ້ານຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ວັດ ທະນະທໍາ-ສັງຄົມ ແລະ ອື່ນໆເຊັ່ນ: ການພັດທະນາຕົວເມືອງ, ຖະໜົນ ຫົນທາງ, ຂົວ, ຊົນລະປະທານ, ໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ, ໂຮງຮຽນສິລະປະດົນຕີແຫ່ງຊາດ, ສະຖານີວິທະຍຸ, ໂທລະພາບຢູ່ ສູນກາງ ແລະ ຢູ່ບາງທ້ອງຖິ່ນຄື: ຫລວງພະບາງ ແລະ ຈໍາປາສັກ, ຫໍ ພິພິທະພັນ ແລະ ອື່ນໆ. ໄດ້ເພີ່ມທະວີ ການຮ່ວມມືໃນຂົງເຂດສາທາລະນະ ສຸກເຊັ່ນ: ວຽກງານຄວບຄຸມ ແລະ ກັນພະຍາດລະບາດ, ອາຫານ ແລະ ຢາ; ການປິ່ນປົວ, ການກໍ່ສ້າງພະ ນັກງານ, ການຄົ້ນຄວ້າໂອນຖ່າຍ ເຕັກໂນໂລຊີ ແລະ ການແລກປ່ຽນ ບົດຮຽນລະຫວ່າງໂຮງໝໍຕ່າງໆ ຂອງສອງປະເທດ. ສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ. ເພີ່ມທະວີການ ໂຄສະນາສຶກສາອົບຮົມພະນັກ ງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ເປັນຕົ້ນຄົນ ຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈ ກ່ຽວກັບມູນເຊື້ອສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ; ຕັ້ງໜ້າເປັນ ເຈົ້າການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ໃຫ້ເກີດຜົນເປັນຈິງ, ປະສານ ສົມທົບກັນຢ່າງແໜ້ນ ເພື່ອແກ້ໄຂ ບັນຫາຕ່າງໆນໍາກັນດ້ວຍຄວາມຈິງ ຂໍ້ຕົກລົງຂອງ 2 ກົມການເມືອງ, ຂອງລັດຖະບານ, ຂະແໜງການ ແລະ ໄວ້ເນື້ອເຊື່ອໃຈ ແລະ ເຫັນອົກ ເຫັນໃຈກັນຖານສະຫາຍອ້າຍນ້ອງ; ເອົາໃຈໃສ່ຄົ້ນຄວ້າປັບປຸງລະບຽບ ການ ແລະ ກົນໄກໃຫ້ແທດເໝາະກັບ ການພົວພັນພິເສດ ແລະ ມີລັກສະນະ ສະໜອງຕອບໃຫ້ກັນ ແລະ ກັນ; ທັງ ສອດຄ່ອງກັບລະບຽບການເຊື່ອມ ໂຍງພາກພື້ນ ແລະ ສາກົນ. ການພົວພັນແບບພິເສດຫວຽດ ນາມ-ລາວ ສືບຕໍ່ພັດທະນາຢ່າງຈົດ ງາມ, ເຂັ້ມແຂງ ແລະ ມີປະສິດທິ ຜົນໃນທຸກຂົງເຂດ ໂດຍສະເພາະ ການພົວພັນທາງດ້ານການເມືອງໄດ້ ຮັບການເພີ່ມທະວີ ໂດຍຜ່ານການ ຢ້ຽມຢາມ ແລະ ການແລກປ່ຽນ ພົບປະລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ; ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ສືບຕໍ່ປະກອບສ່ວນຮັກສາ ສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ ລະປະເທດ ແລະ ເຂດຊາຍແດນ ລະຫວ່າງ 2 ປະເທດ; ການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໄດ້ຮັບການຊຸກຍູ້ຢ່າງ ແຂງແຮງ. ໃນປີ 2024 ທີ່ຜ່ານ ມາ, ລວມມູນຄ່າການຄ້າສອງຝ່າຍ ໄດ້ບັນລຸສູງສຸດຫລາຍກວ່າ 2 ຕື້ ໂດລາສະຫະລັດ. ໃນການພົບປະ ລະຫວ່າງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານນາຍົກລັດ ຖະມົນຕີ ສປປ ລາວ ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 16 ເມສາ 2017, ສອງຝ່າຍໄດ້ເຫັນດີເພີ່ມທະ ວີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສ້າງ ບາດກ້າວບຸກທະລຸເພື່ອມູນຄ່າການ ຄ້າສອງຝ່າຍສາມາດບັນລຸໄດ້ 5 ຕື້ໂດລາສະຫະລັດ; ຜັນຂະຫຍາຍ ບັນດາໂຄງການຂະໜາດໃຫຍ່ຂອງ ວິສາຫະກິດຫວຽດນາມຢູ່ລາວ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ສອງປະເທດຢ່າງຮອບດ້ານ ໂດຍ ສະເພາະແມ່ນທາງດ້ານພື້ນຖານ ໂຄງລ່າງ, ການຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ. ສ່ວນການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບຄວາມສົນໃຈເປັນພິເສດ ຂອງສອງຝ່າຍ ໂດຍສະເພາະແມ່ນ ແຫລ່ງຊັບພະຍາກອນມະນຸດທີ່ມີ ຄຸນນະພາບສູງ. ໃນທ້າຍເດືອນເມສາ 2025 ນີ້ ໄດ້ເປີດນຳໃຊ້ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຝ່າ ຍລ າ ວຍນໍາ ໂ ດຍສ ະ ຫາ ຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ເພື່ອຮ່ວມກັບສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງ ພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນ ພິທີເປີດນໍາໃຊ້ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ແຂວງຮ່າຕິງ ຢ່າງເປັນທາງການ ເຊິ່ງເປັນເຫດການທີ່ມີຄວາມໝາຍ ທາງປະຫວັດສາດອັນສຳຄັນຍິ່ງ ສຳລັບ ສປປ ລາວ, ເປັນສັນຍະ ລັກທາງປະຫວັດສາດທີ່ສຳຄັນໃຫ້ ແກ່ການຮ່ວມມືລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃນ ໄລຍະໃໝ່ ແລະ ເປັນຂອງຂວັນອັນ ລ້ຳຄ່າທີ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງມອບໃຫ້ແກ່ ພັກ, ລັດແລະປະຊາຊົນລາວຊຶ່ງເປັນ ການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນສະ ເໝີຕົ້ນສະເໝີປາຍລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມ ເສື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມ ແຂງ ແລະ ນຳເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວຫວຽດນາມ.

RkJQdWJsaXNoZXIy MTc3MTYxMQ==