23/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sk]n dkooe.-h ln j dkoIPo{dkolvo/b dg;Q krklk]k; ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດ ສະຕຣາລີແລະບັນດາຄູ່ຮ່ວມພັດທະ ນາ ໄດ້ທົບທວນຄວາມຄືບໜ້າ ແລະ ວາງແຜນໃນຕໍ່ໜ້າ ສຳລັບສື່ການ ຮຽນ-ການສອນຝຶກເວົ້າພາສາ ລາວ ໃນວັນທີ 16 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍາ ນວຍການສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ (ສວສ) ແລະ ທ່ານ ນາງ ເຄດ ກູດຟຣຸດ ວ່າການ ແທນເລຂາເອກສະຖານທູດອົດສະ ຕຣາລີປະຈຳສປປລາວພ້ອມດ້ວຍ ຂະແໜງການ, ບັນດາຄູ່ຮ່ວມພັດທະ ນາ, ຜູ້ຕາງໜ້າຈາກທະນາຄານ ໂລກ, ອົງການໄຈກາ, ອົງການອຸຍ ນີເຊບ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມ. ສື່ການຮຽນການສອນຝຶກເວົ້າ ພາສາລາວ ແມ່ນແນວຄິດລິເລີ່ມ ແລະມີຄວາມສ້າງສັນຂອງກະຊວງ ສຶກສາທິການ ແລະ ກິລາ(ສສກ) ໂດຍໄດ້ຮັບການສະໜັບສະໜູນ ຈາກປະເທດອົດສະຕຣາລີ ໂດຍ ຜ່ານແຜນງານການປັບປຸງຄຸນນະ ພາບ ແລະ ຂະຫຍາຍໂອກາດເຂົ້າ ຮຽນສຳລັບການສຶກສາຂັ້ນພື້ນ ຖານໃນ ສປປ ລາວ (ແຜນງານ ບີຄວາ) ຈຸດປະສົງກໍເພື່ອຊ່ວຍໃຫ້ ນັກຮຽນ ຂັ້ນ ປ1 ຈາກຊຸມຊົນທີ່ບໍ່ ເວົ້າພາສາລາວຢູ່ໃນຄອບຄົວ ໄດ້ ພັດທະນາທັກສະການເວົ້າພາສາ ລາວ. ສື່ການຮຽນ-ການສອນແມ່ນ ໄດ້ເລີ່ມຕົ້ນນຳໃຊ້ໃນທົ່ວປະເທດ ນັບແຕ່ ເດືອນກັນຍາ 2024, ບົດ ຮຽນຝຶກເວົ້າພາສາລາວໃນປັດຈຸ ບັນ ໄດ້ຖືກສອນຢູ່ໃນຫ້ອງຮຽນ ໃນທົ່ວປະເທດ; ບົດຮຽນແມ່ນເນັ້ນ ໃສ່ສົ່ງເສີມທັກສະການເວົ້າ ແລະ ການຟັງ ຜ່ານກິດຈະກຳ ແລະ ເກມ ທີ່ຖືເອົານັກຮຽນເປັນໃຈກາງ, ບົດ ຮຽນຝຶກເວົ້າພາສາລາວ ໄດ້ປູພື້ນ ຖານໃຫ້ນັກຮຽນທີ່ບໍ່ເວົ້າພາສາ ລາວຢູ່ໃນຄອບຄົວ ສາມາດຮຽນ ຫລັກສູດຊັ້ນປະຖົມແຫ່ງຊາດໄດ້ ແລະ ສາມາດປັບປຸງຜົນການຮຽນ ຂອງຕົນໃນວິຊາອື່ນໆນຳ. ທ່ານ ອຸທິດ ທິບມະນີ ໄດ້ກ່າວ ວ່າ: ກອງປະຊຸມປຶກສາຫາລື ການ ນຳໃຊ້ສື່ການຮຽນ-ການສອນຝຶກ ເວົ້າພາສາລາວຄັ້ງນີ້ ຖືເປັນໂອກາດ ອັນສຳຄັນທີ່ຜູ້ມີສ່ວນກ່ຽວຂ້ອງ ຈະ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ກຳນົດທິດທາງໃນອະນາຄົດຂອງສື່ ການຮຽນ-ການສອນຝຶກເວົ້າພາສາ ລາວ, ລວມທັງການຂະຫຍາຍໃນຂັ້ນ ຮຽນອື່ນຕື່ມ, ພວກເຮົາກໍາລັງຈະໄດ້ ເຫັນໝາກຜົນອັນແທ້ຈິງຂອງບົດ ຮຽນຝຶກເວົ້າພາສາລາວ, ເດັກນ້ອຍ ຈາກຊຸມຊົນ ຊົນເຜົ່າໄດ້ເຂົ້າຮ່ວມ ການຮຽນໃນຫ້ອງຮຽນຢ່າງໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ການ ອ່ານແລະຂຽນພາສາລາວໄດ້ດີຂຶ້ນ. ກອງປະຊຸມນີ້, ຈະຊ່ວຍໃຫ້ພວກ ເຮົາສາມາດລະດົມຄວາມຄິດ ເພື່ອ ປັບປຸງບົດ ຮຽນນີ້ໃຫ້ດີຂຶ້ນໄດ້. ທ່ານ ນາງ ເຄດ ກູດຟຣຸດ ໄດ້ ກ່າວວ່າ: ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ເປັນຕົວຢ່າງ ອັນດີທີ່ໄດ້ເຄີຍທົດລອງນຳໃຊ້ ແລະ ປະສົບຜົນສຳເລັດ ໄດ້ເປັນບ່ອນອີງ ໃຫ້ແກ່ລັດຖະບານລາວ ໃນການ ຂະຫຍາຍການເຂົ້າຮຽນຊັ້ນປະຖົມ ຂອງນັກຮຽນໃນທົ່ວປະເທດ ໃຫ້ ຫລາຍຂຶ້ນໄດ້ຢ່າງໝັ້ນໃຈ, ວິທີການ ສອນບົດຮຽນຝຶກເວົ້າພາສາລາວ ເປັນການຫັນປ່ຽນປະສົບການຮຽນ ຮູ້ຂອງເດັກນ້ອຍຫລາຍພັນຄົນໃນ ຕົວເມືອງ, ຊົນນະບົດ, ເຂດຫ່າງໄກ ແລະ ລວມທັງຜູ້ທີ່ດ້ອຍໂອກາດ, ກອງປະຊຸມຄັ້ງນີ້ ເພື່ອຊົມເຊີຍຕໍ່ ຄວາມຄືບໜ້າ ແລະ ການປັບປຸງວິ ໄສທັດຂອງພວກເຮົາສຳລັບອະນາ ຄົດ. ຜູ້ຊ່ຽວຊານດ້ານວິຊາການ ແລະ ຜູ້ຈັດຕັ້ງປະຕິບັດຂັ້ນທ້ອງຖິ່ນ ໄດ້ອະທິບາຍເຖິງອົງປະກອບຫລັກ ຂອງວິທີການສອນບົດຮຽນຝຶກ ເວົ້າພາສາລາວ, ຄູສອນຂັ້ນ ປ1 ທັງໝົດ ພ້ອມດ້ວຍຄູສອນຂັ້ນປະ ຖົມສຶກສາ ແລະ ຜູ້ເຮັດວຽກສຶກສາ ນິເທດ ໄດ້ຮັບການຝຶກອົບຮົມເພື່ອ ສອນບົດຮຽນຝຶກເວົ້າພາສາລາວ. ສື່ການຮຽນ-ການສອນສະເພາະ ແມ່ນໄດ້ສະໜອງໃຫ້ຢ່າງແທດ ເໝາະກັບເວລາໃນການສອນຢ່າງ ໜ້ອຍສາມຊົ່ວໂມງຂອງການສອນ ວິຊາພາສາລາວເສີມຕໍ່ອາທິດ. ທ່ານ ນາງ ເຄດ ກູດຟຣຸດ ໄດ້ ກ່າວຕື່ມວ່າ: ຢູ່ບາງໂຮງຮຽນ ຄູ ຍັງໃຊ້ສື່ການຮຽນ-ການສອນຝຶກ ເວົ້າພາສາລາວ ເປັນສ່ວນໜຶ່ງຂອງ ການຊ່ວຍນັກຮຽນເວົ້າພາສາລາວ, ເພາະເຂົາເຈົ້າຮູ້ສຶກວ່າບົດຮຽນ ສາມາດຊ່ວຍໃຫ້ນັກຮຽນທຸກຄົນ ພັດທະນາທັກສະການສື່ສານພາສາ ລາວໄດ້. ສິ່ງນີ້ຊີ້ໃຫ້ເຫັນເຖິງໝາກ ຜົນຂອງການມີວິທີການສອນ ແລະ ກິດຈະກຳທີ່ຊ່ວຍສົ່ງເສີມການ ຮຽນ, ພ້ອມທັງມີຄວາມມ່ວນຊື່ນ ສຳລັບນັກຮຽນຂັ້ນປະຖົມທີ່ເຂົ້າ ຮຽນໃໝ່ ເພື່ອສົ່ງເສີມການຮຽນຮູ້ ຂັ້ນພື້ນຖານແກ່ເຂົາເຈົ້າ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງລາຍງານກ່ຽວກັບຜົນ ການສຶກສາຄົ້ນຄວ້າການສຶກສາ ຮຽນຮ່ວມ ທີ່ນຳພາໂດຍ ແຜນງານ ບີຄວາ, ຂໍ້ມູນເກັບກຳຈາກການລົງ ຕິດຕາມ ແລະ ຍຸດທະສາດການ ຈັດຕັ້ງປະຕິບັດທີ່ໄດ້ນຳໃຊ້ໃນສົກ ຮຽນ 2024-2025, ບຸລິມະສິດໃນ ການປັບປຸງ ແລະ ການຂະຫຍາຍສື່ ການຮຽນການສອນຝຶກເວົ້າພາສາ ລາວ ໄປສູ່ຂັ້ນຮຽນອື່ນຕື່ມ. ພ້ອມນີ້, ຍັງໄດ້ນຳສະເໜີວິດີໂອການສຳລັບ ພັດທະນາຄູ ຕອນທີ 25 ເຊິ່ງສ້າງ ໂດຍ ສວສ ເພື່ອສະໜັບສະໜູນການ ສອນບົດຮຽນຝຶກເວົ້າພາສາລາວ. ຂປລ. ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ(ສຄອຊ) ຈັດກອງປະຊຸມປຶກສາຫາຫລື ກ່ຽວ ກັບການຈັດຕັ້ງປະຕິບັດ ແລະ ການ ເຄື່ອນໄຫວວຽກງານ ຂອງຄະນະ ກຳມາທິການສົ່ງເສີມການຮ່ວມມື ທຸລະກິດ ລາວ-ຈີນ (ຄທລຈ) ປະ ຈຳ ສຄອຊ ໃນວັນທີ 16 ກໍລະກົດ 2025 ໂດຍມີ ທ່ານ ອຸເດດ ສຸວັນ ນະວົງ ປະທານ ສຄອຊ, ປະທານ ຄທລຈ ປະຈຳ ສຄອຊ, ພ້ອມດ້ວຍ ຮອງປະທານ, ສະພາການຄ້າຈີນ ປະຈຳ ສປປ ລາວ, ສະພາການຄ້າ ຈີນຕ່າງດາວ, ທະນະຄານຈີນ ປະ ຈຳລາວ, ບໍລິສັດທາງລົດໄຟ ລາວຈີນ ແລະ ພາກທຸລະກິດ ເຂົ້າຮ່ວມ. ທ່ານ ອຸເດດ ສຸວັນນະວົງ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນ ເພື່ອປຶກສາຫາຫລືລະດົມຂົນຂວາຍ ການຊຸກຍູ້ສົ່ງເສີມທຸລະກິດ ລາວຈີນ ໃຫ້ມີປະສິດທິຜົນ, ເພື່ອລາຍ ງານວຽກງານ ຂອງ ຄທລຈ ປະ ຈຳປີ 2020-2025 ແລະ ສິ່ງທ້າ ທາຍແຜນການໃນຕໍ່ໜ້າ ເຊັ່ນ: ການ ປັບປຸງບຸກຄະລາກອນແລະຈັດແບ່ງ ໜ້າທີ່ຊັດເຈນໃຫ້ຄະນະກຳມາທິ ການ, ລະດົມທຶນຮອນເພື່ອໃຊ້ຈ່າຍ ໃນການເຄື່ອນໄຫວກິດຈະກຳຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ກຳ ນົດໂຄງການຮ່ວມມືຕົວແບບ ແລະ ຈັດສັນລາຍຮັບຈຳນວນໜຶ່ງຈາກ ໂຄງການດັ່ງກ່າວ, ສະໜັບສະໜູນ ການຢ້ຽມຢາມຂອງບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງ ສປປ ລາວ ແລະ ສປ ຈີນ ເພື່ອພົບປະປືກ ສາຫາຫລື ແລະ ສະເໜີພາລະບົດ ບາດຂອງຄະນະກຳມາທິການ, ສະ ເໜີສຶກສາກ່ຽວກັບໂຄງການທີ່ມີທ່າ ແຮງ (ໂຄງການທ່ອງທ່ຽວ, ເຂດ ປຸງແຕ່ງກະສິກຳ, ເຂດອຸດສາຫະ ກຳ, ເຂດໂລຈິສຕິກ ແລະ ອື່ນໆ) ຕາມເສັ້ນທາງລົດໄຟ ລາວ-ຈີນ. ພ້ອມນີ້, ກອງປະຊຸມຍັງມີຄວາມ ໝາຍສຳຄັນຕໍ່ກັບວຽກງານການ ຊຸກຍູ້ສົ່ງເສີມວຽກງານການຄ້າ ແລະ ການລົງທຶນລາວ-ຈີນ ເພື່ອ ຂະຫຍາຍຂອບການຮ່ວມມືຂອງ ຄທລຈ ໃຫ້ເລິກເຊິ່ງ ແລະ ແໜ້ນ ແຟ້ນກວ່າເກົ່າ. ທ່ານ ອຸເດດ ສຸວັນນະວົງ ຍັງໃຫ້ ຮູ້ອີກວ່າ: ກອງປະຊຸມໃນຄັ້ງນີ້, ຈະ ເປັນບາດກ້າວບຸກທະລຸວຽກງານ ການສົ່ງເສີມການຮ່ວມມື ລາວ-ຈີນ ແນໃສ່ສົ່ງເສີມຊຸກຍູ້ການຮ່ວມມືພັດ ທະນາແລະອຳນວຍຄວາມສະດວກ ໃນກອບແຜນວຽກການຮ່ວມມືລຽບ ຕາມເສັ້ນທາງລົດໄຟລາວ-ຈີນ, ປັບ ປຸງສະພາບແວດລ້ອມທຸລະກິດ ລາວ-ຈີນ ໃຫ້ດີຂຶ້ນ, ຊຸກຍູ້ ແລະ ແກ້ ໄຂຂໍ້ຂັດແຍ່ງ, ບັນຫາຕ່າງໆທີ່ພາກ ທຸລະກິດຈີນ ເຂົ້າມາລົງທຶນໃນສປປ ລາວ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ. ຂ່າວ: ທະນູທອງ; ພາບ: ເກດສະໜາ ]a f4t,q o8u dt-;'dko8j k'xtgmf]k; c]t dkokfk sk]n glu ,0tspkpdkorq ;ra oIj ;,,n ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາ ລໍາເປີ, ມາເລເຊຍ. ໃນການພົບປະ, ສອງຝ່າຍ ຕ່າງ ກໍສະແດງຄວາມປິຕິຍິນດີທີ່ໄດ້ພົບ ປະກັນໃນຄັ້ງນີ້, ຊຶ່ງເປັນການພົບປະ ຄັ້ງທໍາອິດ ຂອງທັງສອງລັດຖະ ມົນຕີຕ່າງປະເທດ ພາຍຫລັງຮັບ ຕໍາແໜ່ງໃໝ່; ສອງຝ່າຍ ໄດ້ຕີລາ ຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະ ຫວ່າງ ສປປ ລາວ ແລະ ການາດາ ຕະຫລອດໄລຍະ 51 ປີຜ່ານມາ (ສ້າງຕັ້ງສາຍພົວພັນການທູດນໍາ ກັນ ໃນວັນທີ 15 ມິຖຸນາ 1974) ຊຶ່ງສອງປະເທດສາມາດຮັກສາໄດ້ ການພົວພັນ ແລະ ການຮ່ວມມື ທີ່ມີ ປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມກັນນີ້, ສອງຝ່າຍ ໄດ້ປຶກ ສາຫາລືທິດທາງໃນການຮ່ວມມືໃນ ຕໍ່ໜ້າ ໂດຍສະເພາະໃນຂອບການ ຮ່ວມມື ອາຊຽນ-ການາດາ ໃນນາມ ທີ່ ສປປ ລາວ ເປັນປະເທດປະສານ ງານ ສໍາລັບການພົວພັນຮ່ວມມືອາ ຊຽນ-ການາດາ (2024-2027); ສອງຝ່າຍ ຍັງໄດ້ຕົກລົງເຫັນດີຊຸກຍູ້ ໃຫ້ມີການເສີມຂະຫຍາຍການຮ່ວມ ມືດ້ານຕ່າງໆ ໂດຍສະເພາະການ ຄ້າ-ການລົງທຶນ ໄປຄຽງຄູ່ກັບການ ຮ່ວມມືດ້ານການເມືອງ, ຊຸກຍູ້ການ ຈັດກອງປະຊຸມປຶກສາຫາລືດ້ານ ການເມືອງ ລະຫວ່າງ ສອງກະຊວງ ການຕ່າງປະເທດ ລາວ-ການາດາ ຄັ້ງທີ 5 ແລະ ອື່ນໆ. ນອກນັ້ນ, ສອງ ຝ່າຍ ຍັງໄດ້ແລກປ່ຽນຄວາມຄິດ ເຫັນກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນແລະສາກົນທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ຂ່າວ: ກົມ ການຂ່າວ, ກະຊວງການຕ່າງປະເທດ sk]n lq j 'glu ,fh kodko7h k{dko]q 'mb o ]k;{9u o ຊີ້ແຈງບັນຫາ...ີ້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະຜູ້ແທນພັກກອມມູນິດຈີນ...ູ້ັູິີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໃນວັນທີ 17 ກໍລະກົດ 2025 ນີ້, ສະຫາຍ ເສີນໂຈໄດ້ພົບປະເຮັດວຽກ ກັບ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ. ໃນໂອ ກາດນີ້,ຝ່າຍລາວໄດ້ສະແດງຄວາມ ຊົມເຊີຍຕໍ່ການຢ້ຽມຢາມ-ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ເສີນໂຈ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນທີ່ສໍາຄັນເຂົ້າໃນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຈີນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມກັນຕີລາຄາຄືນການພົວ ພັນຮ່ວມມືລະຫວ່າງສອງພັກລາວຈີນ ໃນໄລຍະຜ່ານມາ ກໍຄື ການປະ ສານສົມທົບກັນ ລະຫວ່າງ 2 ຄະນະ ພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນການຊຸກຍູ້ຈັດຕັ້ງປະຕິ ບັດແຜນແມ່ບົດ ວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ບັນດາ ແຜນການຮ່ວມມື ລະຫວ່າງ ສອງ ພັກ ແລະ ການຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຈິດໃຈ ທີ່ການນຳ ສອງພັກ, ສອງລັດລາວ-ຈີນ ໄດ້ຕົກ ລົງເປັນເອກະພາບກັນ ໃຫ້ປະກົດ ຜົນເປັນຈິງ ແລະ ປຶກສາຫາລື ກ່ຽວ ກັບທິດທາງການຮ່ວມມື ລະຫວ່າງ ສອງພັກ ໃນຕໍ່ໜ້າ. ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ເສີນໂຈ ພ້ອມ ດ້ວຍຄະນະ ຍັງໄດ້ພົບປະເຮັດວຽກ ກັບ ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ຮອງປະທານຜູ້ ປະຈໍາການ ສະພາທິດສະດີສູນກາງ ພັກ; ພົບປະກັບ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ພ້ອມທັງໄດ້ຮ່ວມກັນຈັດກອງປະຊຸມ ແລກປ່ຽນບົດຮຽນກັບພາກສ່ວນ ກ່ຽວຂ້ອງຂອງລາວ ແລະ ຢ້ຽມ ຢາມໂຄງການຮ່ວມມື ລາວ-ຈີນ ທີ່ສໍາຄັນຈໍານວນໜຶ່ງ ຢູ່ນະຄອນ ຫລວງວຽງຈັນ ຕື່ມອີກ. ຂ່າວ: ຄຕພ ກະບະລົດ, ເຈົ້າໜ້າທີ່ພາສີປະຈໍາ ຢູ່ຈຸດອາຄານດ່ານສາກົນວັງເຕົ່າ ຈຶ່ງໄດ້ປະສານກັບເຈົ້າໜ້າທີ່ພາສີ ປະຈຳຢູ່ຈຸດປະສານງານ (ໃກ້ກັບ ປ້າຍແຄນ) ເພື່ອກວດກາຄືນໃໝ່ ຕາມການລາຍງານ, ເມື່ອຮອດ ຈຸດປະສານງານລົດຄັນດັ່ງກ່າວບໍ່ ໄດ້ຈອດ, ເຈົ້າໜ້າພາສີປະຈໍາຈຸດ ປະສານງານ ຈຶ່ງໄດ້ຕິດຕາມລົດຄັນ ດັ່ງກ່າວໃຫ້ຈອດ ແລະ ແນະນໍາ ໃຫ້ຂຶ້ນໄປພົບເຈົ້າໜ້າທີ່ພາສີ ຢູ່ຈຸດ ອາຄານດ່ານສາກົນວັງເຕົ່າ ເພື່ອຄິດ ໄລ່ຄ່າພາສີ-ອາກອນ ແລະ ພັນທະ ອື່ນໆ ຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການກຳນົດໄວ້. ເມື່ອຜູ້ຂັບຂີ່ ພ້ອມດ້ວຍພາຫະ ນະຄັນດັ່ງກ່າວ ກັບມາຮອດເຈົ້າໜ້າ ທີ່ພາສີປະຈຳຢູ່ຈຸດອາຄານດ່ານ ສາກົນວັງເຕົ່າ ຈຶ່ງໄດ້ກວດກາຄືນ ແລະ ແນະນໍາໃຫ້ເອົາເອກະສານ ກ່ຽວກັບການຊື້ສິນຄ້າຈາກຕ່າງ ປະເທດ ແຈ້ງຕໍ່ເຈົ້າໜ້າທີ່ພາສີ ຢູ່ ຫ້ອງເບີ 01 ເພື່ອຄິດໄລ່ຄ່າພາສີ- ອາກອນ ຕໍ່ກັບສິນຄ້າຈໍານວນທີ່ໄດ້ ຊື້ຕິດມາກັບລົດ, ເຈົ້າຂອງພາຫະ ນະ ຈຶ່ງໄດ້ແຈ້ງມູນຄ່າສິນຄ້າມີມູນ ຄ່າ 18.600 ບາດ (ສະກຸນເງິນ ໄທ) ເຈົ້າໜ້າທີ່ພາສີຈຶ່ງໄດ້ຄິດໄລ່ ຄ່າພາສີ-ອາກອນແລະພັນທະອື່ນໆ ຜ່ານລະບົບເອເລັກໂຕຣນິກ ແລະ ແຈ້ງໃຫ້ຜູ້ກ່ຽວຮັບຊາບຄ່າພາສີ- ອາກອນ ທີ່ຈະມອບເຂົ້າງົບປະມານ ເປັນຈຳນວນເງິນ 3.211.100 ກີບ (ລາຍລະອຽດມີໃບຄິດໄລ່ຕິດຄັດ ມາພ້ອມ). ເຊິ່ງໄລຍະທີ່ເຈົ້າໜ້າທີ່ພາສີ ແຈ້ງໃຫ້ຜູ້ກ່ຽວຮັບຊາບ ກໍເປັນຊ່ວງ ທີ່ມີຜູ້ຄົນມາລໍແຈ້ງເອກະສານ, ພາຫະນະເຂົ້າ-ອອກຜ່ານດ່ານ ເປັນ ຈຳນວນຫລາຍ ແລະ ມີສຽງວົນ ແຊວ ຈຶ່ງເຮັດໃຫ້ຜູ້ກ່ຽວຟັງສຽງ ຂອງເຈົ້າໜ້າທີ່ພາສີທີ່ບໍ່ຊັດເຈນ ແລະ ເປັນການເຂົ້າໃຈຜິດວ່າ ຄ່າ ພາສີ-ອາກອນ30ລ້ານກີບ, ຜູ້ກ່ຽວ ຈຶ່ງໄດ້ກັບຂຶ້ນລົດແລ້ວຂັບຂີ່ລົດກະ ບະຄັນດັ່ງກ່າວ ເຂົ້າມາສູ່ນະຄອນ ປາກເຊ. ໄລຍະທີ່ຜູ້ກ່ຽວໄດ້ຂັບລົດອອກ ໄປ ໄດ້ອັດຄລິບສຽງ-ວິດີໂອລົງສື່ ອອນລາຍ ຜ່ານທາງ Facebook, TikTok ເຊິ່ງໄດ້ສ້າງຄວາມເສື່ອມ ເສຍຕໍ່ເຈົ້າໜ້າທີ່ພາສີ ແລະ ຕໍ່ການ ຈັດຕັ້ງຂອງດ່ານ ໂດຍການໂຄສະ ນາບິດເບືອນບໍ່ຖືກຕາມຄວາມເປັນ ຈິງ. ຕໍ່ບັນຫາດັ່ງກ່າວ, ພາສີປະຈໍາ ແຂວງ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສົມທົບກັບ ເຈົ້າໜ້າ ປສກ ແຂວງຈຳປາສັກ ເຊີນຕົວຜູ້ກ່ຽວເຂົ້າມາຊີ້ແຈງຕໍ່ເຫດ ການທີ່ເກີດຂຶ້ນ ເຊິ່ງເຫັນວ່າເປັນ ການເຂົ້າໃຈຜິດຕໍ່ເຈົ້າໜ້າທີ່ພາສີ ເພື່ອໃຫ້ເປັນກໍລະນີໃນການສຶກສາ ອົບຮົມກ່ອນທີ່ຈະລົງຂໍ້ມູນໃດໜຶ່ງ ຜ່ານສື່ອອນລາຍເຊິ່ງອາດສ້າງ ຄວາມເສຍຫາຍແກ່ບຸກຄົນ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້. ຕໍ່ກັບເຫດ ການດັ່ງກ່າວ, ຜູ້ກ່ຽວໄດ້ຍອມຮັບ ຜິດແລະລົບຂໍ້ມູນຄລິບວິດີໂອຕ່າງໆ ທີ່ລົງໃນສື່ອອນລາຍ (Online) ທັງໝົດ. ຕໍ່ກໍລະນີ້ດັ່ງກ່າວ, ເພື່ອເປັນກໍລະ ນີສຶກສາ ໃຫ້ຜູ້ໂດຍສານທີ່ເດີນທາງ ເຂົ້າ-ອອກຜ່ານດ່ານ ອີງຕາມກົດ ໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ໃນໝວດທີ 2 ການຍົກເວັ້ນ ພາສີ, ມາດຕາ 94 (ປັບປຸງ) ການ ຍົກເວັ້ນພາສີ; ສິນຄ້າ, ເຄື່ອງຂອງນໍາ ເຂົ້າທີ່ມີມູນຄ່າບໍ່ເກີນ 1.500.000 ກີບ ໄດ້ຮັບການຍົກເວັ້ນ, ຖ້າສິນຄ້າ ມູນຄ່າເກີນ 1.500.000 ກີບ ຈະ ຄິດໄລ່ພາສີ-ອາກອນຕາມລະບຽບ ການ. ຂໍ້ມູນ: ກະຊວງການເງິນ ໂດຍຜູ້ກ່ຽວແຈ້ງວ່າ ມີເຄື່ອງໃຊ້ ເລັກນ້ອຍ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ ອະນຸຍາດໃຫ້ເຂົ້າຜ່ານດ່ານ, ພາຍ ຫລັງທີ່ປ່ອຍລົດຄັນດັ່ງກ່າວເຂົ້າ ໄປແລ້ວ, ສັງເກດເຫັນວ່າມີສິນຄ້າ, ເຄື່ອງຂອງຈໍານວນໜຶ່ງຢູ່ໃນທ້າຍ
RkJQdWJsaXNoZXIy MTc3MTYxMQ==