22/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ພາບປະກອບ ໂດຍ: ແສງສະຫວັນັ ;a fmtotmefu 'k,mu j gxa ogvdt]a d0v'-q ogzq j k[i6 ;y mu x6 dsv,[qj ;cf' .lj dtc8tw0j *ຫອມບົ່ວແດງ ເປັນພືດຊະນິດ ໜຶ່ງທີ່ຄົນເຮົານິຍົມບໍລິໂພກ, ຂະນະ ດຽວກັນກໍນິຍົມປູກໄວ້ເປັນພືດ ສວນຄົວ ເພື່ອນໍາມາເປັນສ່ວນປະ ກອບປຸງແຕ່ງອາຫານໃຫ້ມີກິ່ນ ຫອມໜ້າຮັບປະທານ ຊຶ່ງວິທີການ ປູກກໍມີຫລາຍແບບທັງການປູກ ຢູ່ໜ້າດິນທົ່ວໄປ, ປູກໃສ່ກະຕຸກນໍ້າ ກໍລ້ວນແລ້ວແຕ່ໄດ້ຮັບຜົນທັງໝົດ ແຕ່ມື້ນີ້ຜູ້ຂຽນຂໍນໍາສະເໜີວິທີໃໝ່ ນັ້ນຄືການປູກໃສ່ກະແຕະໄຂ່ ຊຶ່ງ ປູກງ່າຍ, ປອດໄພ, ບໍ່ມີສານເຄມີ ແລະທຸກຄົນສາມາດເຮັດໄດ້. ອຸປະກອນທີ່ຕ້ອງກະກຽມປະ ກອບມີກະແຕະໄຂ່ທີ່ເປັນເຈ້ຍ, ຫົວຜັກບົ່ວຈໍານວນ 30 ຫົວຕໍ່1 ກະແຕະ. ວິທີການປູກໃຫ້ເອົາກະແຕະໄຂ່ ທີ່ກຽມໄວ້ມາຊ້ອນກັນ 5 ກະແຕະ ແລ້ວຫົດນໍ້າໃຫ້ຊຸ່ມ (ສາເຫດທີ່ ຕ້ອງຊ້ອນກັນ 5 ຊັ້ນ ເພາະວ່າກະ ແຕະໄຂ່ຊັ້ນທໍາອິດຈະຊ່ວຍເກັບນໍ້າ ທີ່ຫົດໄວ້ຊ່ວຍຮັກສາຄວາມຊຸ່ມຊື່ນ ຊຶ່ງຈໍາເປັນຕໍ່ການຈະເລີນເຕີບໂຕ ຂອງຜັກບົ່ວ. ຄັດເລືອກເອົາຫົວ ຜັກບົ່ວຄຸນນະພາບດີບໍ່ເນົ່າ, ໄປ ວາງໃສ່ກະແຕະໄຂ່ທີ່ກຽມໄວ້ ໂດຍ ວາງສ່ວນກົ້ນຂອງຫົວຜັກບົ່ວລົງ. ຈາກນັ້ນກໍຫົດນໍ້າທຸກມື້ເຊົ້າ-ແລງ. ສໍາລັບເຄັດລັບການປູກຜັກບົ່ວໃສ່ ກະແຕະໄຂ່ໃຫ້ໄດ້ຜົນດີຕ້ອງຫົດ ນໍ້າ ທຸກມື້ ແລະ ຢ່າປ່ອຍໃຫ້ກະ ແຕະໄຂ່ແຫ້ງເດັດຂາດ, ຕ້ອງເຮັດ ໃຫ້ມີຄວາມຊຸ່ມຢູ່ສະເໝີ, ຖ້າເປັນ ໄປໄດ້ໃຫ້ຊ້ອນກະແຕະໄຂ່ຫລາຍ ໆຊັ້ນຈະຊ່ວຍຮັກສາຄວາມຊຸ່ມຊື່ນ ໄດ້ດີຂຶ້ນ.ນອກຈາກນີ້, ຜັກບົ່ວຍັງ ຕ້ອງການແສງແດດຕະຫລອດວັນ ເພື່ອການຈະເລີນເຕີບໂຕ. ດັ່ງນັ້ນ, ຈຶ່ງຄວນວາງກະແຕະໄຂ່ທີ່ປູກຜັກ ແລ້ວໄວ້ໃນບ່ອນທີ່ມີແສງແດດເຂົ້າ ຮອດ, ບໍ່ຄວນວາງໃນເຂດອັບບໍ່ມີ ອາກາດຖ່າຍເທ. *ຊົນເຜົ່າບຣູ” ເປັນກຸ່ມເຜົ່າຊົນ ໜຶ່ງທີ່ມີຖິ່ນກຳເນີດຢູ່ໃນແຂວງ ສະຫວັນນະເຂດ, ແຂວງສາລະ ວັນ ແລະ ແຂວງອັດຕະປື ຂອງ ລາວເປັນຊົນເຜົ່າດັ່ງເດີມໃນເຂດ ລ້ອງແມ່ນໍ້າຂອງ ເຊິ່ງອາດສືບ ເຊື້ອສາຍມາຈາກຂອມບູຮານ ທີ່ ເຄີຍຢູ່ໃນດິນແດນຂອງອານາຈັກ ເຈນລະຕໍ່ມາເປັນອານາຈັກຂອມ ແລະ ອານາຈັກສີໂຄດຕະບູນ. ຂອມ ເຄີຍມີອິດທິພົນຂຶ້ນມາຮອດເຂດນີ້ ແລ້ວເສື່ອມອຳນາດລົງ. ພາສາບຣູ ຈຶ່ງເປັນພາສາໃນຕະກຸນດຽວກັນ ກັບຂອມ ແລະ ມອນຂະແມ. ນອກ ນັ້ນ, ບຣູ ຍັງແບ່ງອອກເປັນຫລາຍ ເຜົ່າຍ່ອຍເຊັ່ນ: ບຣູຍະເຫີນ, ບຣູບໍ ລະເວນ, ບຣູສຸ, ບຣູຕະໂອດ, ບຣູ ສອກ, ບຣູສະປວນ ແລະ ອື່ນໆອີກ. ຊົນເຜົ່າບຣູດັ່ງເດີມມັກມີຜິວ ເຂັ້ມ, ຜົມຫຍອງ ທັງຍິງ ແລະ ຊາຍ. ຜູ້ຊາຍແຕ່ງກາຍດ້ວຍການ ນຸ່ງຜ້າຕ່ຽວ, ມີຜົມມ້າຍາວພຽງ ບ່າ ແລະ ນິຍົມໃຊ້ຜ້າແດງຜູກຄ້ອງ ຄໍ ຫລື ຄຽນຫົວເປັນເອກະລັກ. ຊົນ ເຜົ່າບຣູມີວັດທະນະທໍາ, ວັນບຸນທີ່ ໜ້າສົນໃຈຫລາຍວັນ ໂດຍສະເພາະ ພໍເຖິງເດືອນສາມລາວຂຶ້ນສາມ ຄໍ່າໃນທຸກໆປີເຜົ່າບຣູກໍຈະມີການ ຈັດງານສະຫລອງກະບອງໃຫຍ່ ເຊິ່ງເປັນກິດຈະກຳທີ່ສຳຄັນຂອງ ເຜົ່າທີ່ໄດ້ປະຕິບັດ ແລະ ສືບທອດ ກັນມາແຕ່ດົນນານແລ້ວ. ກ່ອນຈະ ຮອດມື້ສະຫລອງເຖົ້າແກ່ ຫລື ຜູ້ ອາວຸໂສພ້ອມດ້ວຍລູກຫລານຈະ ພາກັນສ້າງກິດຈະກຳຕ່າງໆຢູ່ສວນ ວັດທະນະທຳເຜົ່າບຣູ ໃຫ້ສວຍງາມ ເພື່ອກຽມໃສ່ງານບຸນກະບອງໃຫຍ່ ເຊິ່ງເປັນປະເພນີຂອງຊົນເຜົ່າຈັດ ຂຶ້ນທຸກໆປີ. ບຸນປະເພນີກະບອງໃຫຍ່ຂອງ ຊົນເຜົ່າບຣູ ຈັດຂຶ້ນທຸກໆປີໃນວັນ ຂຶ້ນ 3 ຄໍ່າ ເດືອນ 3, ຕຳນານກະ ບອງໃຫຍ່ແມ່ນເອກະລັກໜຶ່ງທີ່ບົ່ງ ບອກເຖິງຕົ້ນກຳເນີດ ແລະ ຄວາມ ເປັນມາຂອງຊົນເຜົ່າບຣູ ເຊິ່ງເປັນ ໜຶ່ງກິດຈະກຳປະຈຳເຜົ່າ ທີ່ຈະ ຕ້ອງໄດ້ຈັດຂຶ້ນໃນທຸກໆປີ. ທັງນີ້, ກໍ່ເພື່ອເປັນການສະແດງໃຫ້ເຫັນວີ ຖີຊີວິດຂອງຊົນເຜົ່າ, ການອະນຸລັກ ຮັກສາ ແລະ ສືບສານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງ ເຜົ່າໄວ້ອີກທັງເປັນການເຕົ້າໂຮມ ຄວາມສາມັກຄີປະຊາຊົນພາຍໃນ ບ້ານ ແລະ ບ້ານອ້ອມຂ້າງໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ນອກນັ້ນ,ຍັງມີ ປະເພນີອື່ນໆທີ່ເປັນຂ້ໍຫ້າມຖ້າເຮັດ ແລ້ວຖືວ່າເປັນການຜິດປະເພນີ ຫລື ຜິດຜີ ເຊັ່ນ: ຫ້າມລູກໄພ້ເຂ້ົາ ຫ້ອງນອນກ່ອນຜົວ, ຫ້າມລູກໄພ້ ຮັບເຄື່ອງຈາກພໍ່ຜົວ, ຫ້າມລູກເຂີຍ ທີ່ເຂົ້າອອກໃນເຮືອນອອກຈາກ ຫ້ອງໜຶ່ງໄປອີກຫ້ອງໜຶ່ງ, ຫ້າມລູກ ເຂີຍຖືມີດ ຫລື ໃສ່ໝວກເຂົ້າເຮືອນ ພໍ່ຂອງເມຍ ຫລື ກິນເຂົ້າຮ່ວມກັບ ແມ່ເມຍ. ຊົນເຜົາບຣູ ເປັນຊົນເຜົ່າທີ 50 ຂອງລາວ ຖືກຮັບຮອງເຂົ້າເປັນ ຊົນເຜົ່າໃໝ່ ວັນທີ 5 ທັນວາ 2018 ລໍາດັບທີ 50 ຂອງວົງຄະນາຍາດ ແຫ່ງຊາດລາວ ທີ່ມີວັດທະນາທໍາ, ຮີດຄອງປະເພດີທີ່ດີງາມລວມ ໄປເຖິງທີ່ຢູ່ອາໄສ ແລະ ພາສາ ປາກເວົ້າທີ່ໜ້າສົນໃຈ. ຊົນເຜົ່າບຣູ ເປັນອີກຊົນເຜົ່າໜຶ່ງທີ່ມີປະຫວັດ ຄວາມເປັນມາຍາວນານ ໂດຍພື້ນ ຖານການດໍາລົງຊີວິດສ່ວນໃຫຍ່ຕັ້ງ ຖິ່ນຖານຢູ່ເຂດພາກກາງຫາພາກ ໃຕ້ຂອງ ສປປ ລາວ ໂດຍສະເພາະ ຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງອື່ນໆ. ຊົນເຜົ່າດັ່ງກ່າວ, ມີຂະນົບທໍານຽມ ແລະ ຮີດຄອງ ປະເພນີອັນດີງາມທີ່ເປັນເອກະລັກ ທີ່ສໍາຄັນມີພາສາປາກເວົ້າເປັນຂອງ ຕົ້ນເອງອີກດ້ວຍ. *ຜ້າໄໝຊໍາໃຕ້ ທີ່ເປັນຜະລິດ ຕະພັນທາງພູມປັນຍາສືບທອດ ມາຫລາຍຮຸ້ນຄົນ ກໍາລັງກາຍເປັນ ແຫລ່ງສ້າງລາຍຮັບທີ່ສໍາຄັນໃຫ້ກັບ ປະຊາຊົນຊາວເມືອງຊຳໃຕ້ ໂດຍ ສະເພາະເອື້ອຍນ້ອງແມ່ຍິງ ຜູ້ທີ່ໄດ້ ຮັບໂອກາດໃນການພັດທະນາສີມື ແຮງງານ. ໃນນັ້ນ, ຄອບຄົວຂອງ ທ່ານ ວັນນະພອນ ວົງມີໄຊ ບ້ານ ພັນສະຫວັນ ເມືອງຊຳໃຕ້ ໄດ້ຖືເອົາ ການຕໍ່າຫູກທໍໄໝ ເປັນອາຊີບຫລັກ ໃນການສ້າງເສດຖະກິດຄອບຄົວ ສາມາດສ້າງລາຍຮັບໄດ້ 800 ລ້ານ ກວ່າກີບຕໍ່ປີ. ທ່ານວັນນະພອນວົງມີໄຊ ເຫລົ່າ ໃຫ້ຟັງກ່ຽວກັບການເລີ່ມຕົ້ນທຸລະກິດ ຜ້າໄໝຊໍາໃຕ້ວ່າ: ໃນຄອບຄົວຂອງ ຕົນມີສະມາຊິກທັງໝົດ 4 ຄົນ ຍິງ 2 ຄົນ. ກ່ອນໜ້ານັ້ນ, ການຕໍ່າຫູກແມ່ນ ໄດ້ຕ່ຳດ້ວຍຕົນເອງແບບຄອບຄົວ ໂດຍ: ໄອແກ້ວ້ wfh 9a [g'o 800 ]h kod;j kdu [8xu 9kddko8+ kzh kw\ y + ມີແຮງງານຕົ້ນຕໍສອງຄົນຄື ເມຍ ແລະ ລູກສາວ. ຜ່ານການປະຕິບັດ ຕົວຈິງກໍໄດ້ເຮັດໃຫ້ຊິວິດການເປັນ ຢູ່ຂອງຄອບຄົວນັບມື້ນັບດີຂຶ້ນ ແລະ ມີແຮງຈູງໃຈໃຫ້ຄອບຄົວຢຶດຖືເອົາ ການຕໍ່າຫູກທໍໄໝ ເພື່ອເປັນການ ສ້າງເສດຖະກິດຄອບຄົວ ມາຮອດ ປີ 2020, ໂດຍປະຕິບັດຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ອົງຄະນະພັກເມືອງຊໍາໃຕ້ ກໍ່ຄື ແຜນ ພັດທະນາເສດຖະກິດ-ສັງຄົມ ຂອງ ເມືອງວາງອອກ ຈຶ່ງໄດ້ເລີ່ມລົງທຶນ ປ່ອຍຫູກໃຫ້ເອື້ອຍນ້ອງແມ່ຍິງຕໍ່າ ຈຳນວນ 100 ກີ່ ມີຕົ້ນທຶນທັງໝົດ 100 ລ້ານກີບ ເຊິ່ງເປັນເງິນກູ້ຢືມ ຈາກເງິນທະນາຄານມາສົມທົບຈໍາ ນວນ 50 ລ້ານກີບ ເຊິ່ງໃນແຕ່ລະ ເດືອນຕໍ່າໄດ້ 50 ຜືນ ,ໄດ້ຂາຍ ແລະ ສະເລ່ຍເປັນເງິນໄດ້ 75 ລ້ານກີບ/ ເດືອນ, ຫັກຄ່າສິ້ນເປືອງຕ່າງໆ ຍັງມີ ກໍາໄລ 200.000 ກີບ/ຜືນ, ສະເລ່ຍ ປີໜຶ່ງມີກໍາໄລທັງໝົດ 120 ລ້ານ ກີບ ເມື່ອເຫັນວ່າທຸລະກິດໄປໄດ້ດີຈຶ່ງ ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ. ໃນ ປີ 2022 ປ່ອຍຫູກເພີ່ມຕື່ມຈຳນວນ 120 ກີ່ ມີຕົ້ນທຶນທັງໝົດ 130 ລ້ານ ກີບ ໄດ້ຢືມທະນາຄານສົມທົບຕື່ມ 70 ລ້ານກີບ, ໃນນັ້ນ ສາມາດຕໍ່າ ໄດ້ 50 ຜືນ/ເດືອນ ຂາຍເປັນເງິນ ໄດ້ 125 ລ້ານກີບ/ເດືອນ ສະເລ່ຍ ໝົດປີມີກຳໄລ ປະມານ360 ລ້ານ ກີບ/ປີ. ຕົກມາປີ 2023 ໄດ້ປ່ອຍ ຫູກເພີ່ມອີກຈຳນວນ 150 ກີ່ ມີຕົ້ນ ທຶນທັງໝົດ 200 ລ້ານກີບ, ຢືມ ທະນາຄານສົມທົບ 200 ລ້ານກີບ ຕໍ່າໄດ້ 60 ຜືນ/ເດືອນ ຂາຍເປັນເງິນ ໄດ້ 200 ລ້ານກີບ/ເດືອນ, ມີກຳໄລ 600 ລ້ານກີບ/ປີ ແລະ ໃນປີ 2024 ຜ່ານມານີ້ໄດ້ປ່ອຍເຄືອຫູກຈໍານວນ 165 ກີ່ ມີຕົ້ນທຶນທັງໝົດ 300 ລ້ານ ກີບ ຢືມເງິນຈາກທະນາຄານສົມທົບ 250 ລ້ານກີບ, ສາມາດຕໍ່າໄດ້ 70 ຜືນ/ເດືອນ ຂາຍເປັນເງິນໄດ້ 230 ລ້ານກີບ/ເດືອນ, ສະເລ່ຍກຳໄລໝົດ ປີປະມານ 840 ລ້ານກີບ/ປີ. ສໍາ ລັບສິ້ນທີ່ຕໍ່າແມ່ນຂາຍຢູ່ພາຍໃນ ເທສະບານເມືອງ ແລະ ສົ່ງອອກ ຕ່າງແຂວງເຊັ່ນ: ນະຄອນຫລວງ ວຽງຈັນ, ນະຄອນຫລວງພະບາງ, ນະຄອນຈຳປາສັກ ແລະ ແຂວງ ຊຽງຂວາງ. ດ້ວຍຄວາມບຸກບືນໃນການຈັດ ຕັ້ງປະຕິບັດດັ່ງກ່າວ ຈຶ່ງເຮັດໃຫ້ເສດ ຖະກິດຂອງຄອບຄົວນັບມື້ດີຂຶ້ນສາ ມາດເປັນຄອບຄົວທີ່ຫລຸດພົ້ນອອກ ຈາກຄວາມທຸກຍາກກໍ່ສ້າງເຮືອນຢູ່ ອາໄສໄດ້ 1 ຫລັງ, ມີດິນ 5 ຕອນ, ມີ ລົດໃຫຍ່ 1 ຄັນ, ລົດຈັກ 3 ຄັນ, ງົວ, ຄວາຍ 15 ໂຕ, ມີເງິນສົ່ງເສີມລູກ ສຶກສາຮໍ່າຮຽນ 2 ຄົນ ແລະ ມີເງິນ ເກັບໄວ້ຈຳນວນໜຶ່ງ. ທ່ານ ວັນນະພອນ ເວົ້າຕື່ມວ່າ: ຈະສືບຕໍ່ຢຶດຖືອາຊີບຫັດຖະກຳຕໍ່າ ຫູກເປັນສິນຄ້າເປັນອາຊີບຕົ້ນຕໍຂອງ ຄອບຄົວ ແລະ ຈະພະຍາຍາມຊຸກຍູ້ ສົ່ງເສີມຕໍ່າຜ້າແພໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນກ່ວາເກົ່າ ເຮັດໃຫ້ລາຍຮັບຂອງຄອບຄົວ ແລະ ເອື້ອຍນ້ອງແມ່ຍິງຊາວເມືອງຊຳໃຕ້ ເພີ່ມຂຶ້ນຢ່າງຕໍ່ເນື່ອງ”
RkJQdWJsaXNoZXIy MTc3MTYxMQ==