04 xtgmf]k; gsfdko{dkora fmtok a 22/07/2025 ຂປລ. ກົມການຄ້າ ກະຊວງອຸດ ສາຫະກໍາ ແລະ ການຄ້າ ຮ່ວມກັບ ກົມສົ່ງເສີມການຄ້າ ກົມການຄ້າເອ ເລັກໂຕນິກ ແລະ ເສດຖະກິດດີຈິ ຕອນ ກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສສ ຫວຽດນາມ ຈັດສໍາມະນາ ໃນຫົວຂໍ້: ຊຸກຍູ້ການ ເຄື່ອນໄຫວການຄ້າເອເລັກໂຕຣນິກ ຂ້າມຊາຍແດນຫວຽດນາມ-ລາວ ຮ່ວມເດີນທາງກັບວິສາຫະກິດໃນ ຍຸກດີຈິຕອນ ໃນວັນທີ 18 ກໍລະກົດ 2025 ທີ່ສູນການຄ້າ ລາວ-ໄອເຕັກ ໂດຍທ່ານ ນາງ ກິ່ງສະດອນ ເພັດ ດາວເຮືອງ ຫົວໜ້າກົມການຄ້າຕ່າງ ປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ, ທ່ານ ສົມຊາຍ ນົງ ລາດ ທີ່ປຶກສາເສດຖະກິດການຄ້າ ລາວ ປະຈຳ ສສ ຫວຽດນາມ, ທ່ານ ໂຮ່ ດຶກຢູງ ທີ່ປືກສາການ ຄ້າ ສສ ຫວຽດນາມ ປະຈຳລາວ, ທ່ານ ປະທານສະມາຄົມທຸລະກິດ ຫວຽດນາມປະຈຳລາວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ກິ່ງສະດອນ ເພັດ ດາວເຮືອງ ໄດ້ໃຫ້ຮູ້ວ່າ: ການສໍາມະ ນາຄັ້ງນີ້ ຈັດຂຶ້ນໃນໄລຍະການຈັດ ງານວາງສະແດງສິນຄ້າລາວສຳມະນາຊ ກຍູ ການເຄື ອນ ຫວການຄ າ ເອເລັກ ຕຣນິກຂ າມຊາຍແດນຫວ ດນາມ-ລາວ ຫວຽດນາມ ປີ 2025 ຊຶ່ງເປັນ ໂອກາດທີ່ດີໃນການສ້າງເວທີ ສຳ ມະນາເພື່ອຈັບຄູ່ຄ້ານຳກັນລະຫວ່າງ ທຸລະກິດລາວ-ຫວຽດນາມ ເປັນ ແນວທາງໃນການປະກອບສ່ວນ ເສດຖະກິດ-ສັງຄົມ, ກະຕຸ້ນມູນຄ່າ ການຄ້າລາວ-ຫວຽດນາມ ມີການ ຂະຫຍາຍຕົວໃນແຕ່ລະໄລຍະ. ປັດຈຸບັນ, ພັກ-ລັດຖະບານ ໄດ້ ມີການຄົ້ນຄວ້າປັບປຸງກົງຈັກການ ຈັດຕັ້ງໃໝ່ ໂດຍໄດ້ມີການໂຮມ ກະຊວງໂຮມກົມເຂົ້າກັນເພື່ອເຮັດ ໃຫ້ມີຄວາມກະທັດຮັດ ແຕ່ເຮັດ ວຽກໃຫ້ຫລາຍຂຶ້ນ ແລະ ມີປະສິດທິ ພາບ, ຊຶ່ງກົມການຄ້າຕ່າງປະເທດ ກໍ່ແມ່ນກົມໜຶ່ງທີ່ເຮັດບົດບາດໃນ ການສົ່ງເສີມການຄ້າທາງເອເລັກ ໂຕຣນິກຂ້າມແດນ, ໄດ້ຮັບການ ຊ່ວຍເຫລືອຈາກລັດຖະບານ ຂອງ ສປ ຈີນ ໃນການກໍ່ສ້າງລະບົບການ ຄ້າຜ່ານເອເລັກໂຕຣນິກ ສໍາລັບ ຜະລິດຕະພັນກະສິກໍາລາວ. ມາເຖິງ ປັດຈຸບັນ, ເຫັນວ່າການກໍ່ສ້າງລະບົບ E-commerce ແມ່ນມີຄວາມ ສົມບູນ ແລະ ສອດຄ່ອງໃນລະດັບທີ່ ແນ່ນອນ. ຫລັງຈາກສໍາມະນາຄັ້ງນີ້ ສໍາເລັດ ຈະກາຍເປັນຊ່ອງທາງໜຶ່ງ ເພື່ອຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ຫັນມານໍາໃຊ້ຊ່ອງທາງການຊື້-ຂາຍ ທາງອອນລາຍໃຫ້ຫລາຍຂຶ້ນ ແລະ ທັງເປັນການສົ່ງເສີມການສົ່ງອອກ ສິນຄ້າ ໃຫ້ນັບມື້ນັບຫລາຍຂຶ້ນ, ຊ່ວຍ ອຳນວຍຄວາມສະດວກໃຫ້ແກ່ຜູ້ ປະກອບທຸລະກິດ ສາມາດຊື້-ຂາຍ ສິນຄ້າໄດ້ຕະຫລອດເວລາ ໂດຍ ຜ່ານລະບົບ Platform E-commerce, ພ້ອມທັງມີການຊໍາລະ ສະສາງຜ່ານລະບົບທະນາຄານໜ້າ ເຊື່ອຖື ແລະ ການຂົນສົ່ງທີ່ແນ່ນອນ. ທ່ານ ຫວຽວມິງເຕີມ ໄດ້ເນັ້ນ ໜັກເຖິງຄວາມໝາຍຍຸດທະສາດ ຂອງການຄ້າເອເລັກໂຕຣນິກໃນສະ ພາບການສາຍພົວພັນຮ່ວມມືພິເສດ ຫວຽດ-ລາວ. ທ່ານໄດ້ຢັ້ງຢືນວ່າ: ການຄ້າເອເລັກໂຕຣນິກຂ້າມຊາຍ ແດນ ແມ່ນເສັ້ນທາງສັ້ນກວ່າໝູ່, ມີປະສິດທິຜົນທີ່ສຸດເພື່ອໃຫ້ວິສາ ຫະກິດສອງຊາດ ໂດຍສະເພາະແມ່ນ ວິສາຫະກິດຂະໜາດກາງ ແລະ ນ້ອຍ ສາມາດນຳເອົາຜະລິດຕະພັນ ຂອງຕົນໄປຈໍາໜ່າຍໂດຍກົງສູ່ຜູ້ ບໍລິໂພກຂອງຕະຫລາດໃກ້ຄຽງ, ຜ່ານຜ່າສິ່ງກີດຂວາງທາງພູມ ສາດ ແລະ ຄ່າໃຊ້ຈ່າຍ”. ວາລະການສໍາມະນາ ໄດ້ລົງເລິກ ໃສ່ແກນຫລັກຂອງລະບົບນິເວດ ການຄ້າເອເລັກໂຕຣນິກດ້ວຍບົດປາ ຖະກະຖາລົງເລິກກ່ຽວກັບບົດບາດ ຂອງພື້ນຖານດີຈິຕອນຈາກ ຢູນີ ເທວກັບແອັບ LaoApp, ຄວາມ ສໍາຄັນຂອງໂຄງລ່າງໂລຈິສຕິກ ຈາກບໍລິສັດຫຸ້ນສ່ວນ LEC ກຣຸບ ແລະ ປະສົບການໝູນໃຊ້ຕົວຈິງ ຈາກວິສາຫະກິດ HAL. ພ້ອມນີ້, ຍັງມີການແລກປ່ຽນທີ່ມີລັກສະນະ ສ້າງສັນສູງກ່ຽວກັບຄວາມສາມາດ ຮ່ວມມືລະຫວ່າງແພັດຟອມການ ຄ້າເອເລັກໂຕຣນິກ Lao AppUnitel (ລາວ) ແລະ Vivina-ບໍລິ ສັດເຕັກໂນໂລຊີກຣຸບຈຳກັດ(ຫວຽດ ນາມ) ພ້ອມກັບວິສາຫະກິດອື່ນໆ ໃນຂົງເຂດໂລຈິສຕິກ ແລະ ເຕັກ ໂນໂລຊີ ເປັນຕົ້ນ ບໍລິສັດຫຸ້ນສ່ວນ LEC ກຣຸບ, ບໍລິສັດ HALກຣຸບ ກັບບໍລິສັດ VNE Global ຈໍາ ກັດ, ບໍລິສັດຫຸ້ນສ່ວນ TinaSoft ຫວຽດນາມ ແລະ ອື່ນໆ. ການສົນທະນາລົງເລິກກ່ຽວກັບ ນະໂຍບາຍໃນຕອນທ້າຍຂອງງານ ໄດ້ເຕົ້າໂຮມນັກຊ່ຽວຊານ ແລະ ຜູ້ຄຸ້ມຄອງ ໄດ້ພ້ອມກັນແລກປ່ຽນ ແບບເປີດອົກເປີດໃຈເພື່ອຊອກຫາ ວິທີທາງແກ້ໄຂຂໍ້ຂ້ອງຄາ, ຢັ້ງຢືນ ການຮ່ວມເດີນທາງກັບວິສາຫະກິດ. ໃນບົດບາດເປັນຂົວຕໍ່ ແລະ ຮ່ວມ ຈັດຕັ້ງງານ, ບໍລິສັດຫຸ້ນສ່ວນຫວຽດ ລາວ AZ (VLCO) ໄດ້ສະແດງ ຢ່າງແຂງແຮງໃນບົດບາດຂອງຕົນ. ທ່ານ ນາງ ເຢືອງທິມີ້ບີງ ຜູ້ຕາງໜ້າ VLCO ກ່າວວ່າ: ພວກເຮົາເຊື່ອ ໝັ້ນວ່າ ຄວາມບົ່ມຊ້ອນຮ່ວມມືເສດ ຖະກິດລະຫວ່າງຫວຽດນາມ ແລະ ລາວແມ່ນບໍ່ມີຂອບເຂດ. ພາລະກໍາ ຂອງຫວຽດລາວ AZ ແມ່ນສ້າງ ຂົວຕໍ່ທີ່ໝັ້ນແກ່ນທາງນິຕິກໍາ, ການ ລົງທຶນ ແລະ ເຄື່ອນ ໄຫວເພື່ອໃຫ້ທຸກ ວິສາຫະກິດສາມາດເດີນຜ່ານດ້ວຍ ຕົນເອງ. ງານສໍາມະນານີ້, ແມ່ນ ຫລັກຖານ ໃນການໃຫ້ຄຳໝັ້ນໝາຍ ສ້າງມູນຄ່າ ແລະ ຊຸກຍູ້ຄວາມໝັ້ນ ຄົງຂອງພວກຂ້າພະເຈົ້າ”. ການສໍາມະນາຄັ້ງນີ້, ແມ່ນການ ເລີ່ມຕົ້ນທີ່ສໍາຄັນ, ສ້າງທ່າດ້ານ ການຮ່ວມມືແບບໃໝ່, ແຂງແຮງ ແລະ ຕົວຈິງໃນຂົງເຂດການຄ້າດີ ຈິຕອນລະຫວ່າງສອງຊາດ. ຂ່າວ: ວີລະວັນ່ າີ ລັ ນ
RkJQdWJsaXNoZXIy MTc3MTYxMQ==