18/07/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d g,n v'30' pa '7q 'gxa o95 f\kpxkpmk'muj |h klq o.90v'oa dmj v'mj P; 9tgdu fgxa o;y dy fdkocmh [= L g,nj vw;|5j ,4n dxy fdA omk'g]n vd.o-u ;y f ເນື່ອງໃນໂອກາດວັນປະຊາ ກອນໂລກ, ທ່ານ ປີໂອ ສະມິດ .S. 1JP4NJUI , ຜູ້ອຳນວຍການ ປະຈຳ ພາກພື້ນອາຊີ ແລະ ປາຊີຟິກ ອົງການສະຫະປະຊາຊາດ ກອງ ທຶນປະຊາກອນ 6/'1" , ຮຽກຮ້ອງໃຫ້ມີລະບົບສ້າງຄວາມ ເຂັ້ມແຂງໃຫ້ແກ່ໄວໜຸ່ມໃນທົ່ວພາກ ພື້ນໃຫ້ມີຄວາມສາມາດຕັດສິນໃຈ ດ້ວຍຕົນເອງກ່ຽວກັບອະນາຄົດຂອງ ເຂົາເຈົ້າ, ໂດຍພໍ່-ແມ່ ແມ່ນເປັນທາງ ເລືອກບໍ່ແມ່ນເປັນຄວາມສ່ຽງ ຫລື ເປັນພາລະ. ໃນທົ່ວຂົງເຂດອາຊີ ແລະ ປາຊີ ຟິກ, ອັດຕາການເກີດແມ່ນກຳລັງ ຫລຸດລົງ, ຫລາຍຫົວຂໍ້ຂ່າວເຕືອນ ກ່ຽວກັບການລົ້ມສະຫລາຍຂອງ ປະຊາກອນ ແລະ ໄວໜຸ່ມແມ່ນກຸ່ມ ທີ່ຖືກສັງຄົມຕຳນິວ່າ ບໍ່ສົນໃຈທີ່ຈະ ມີລູກ. ຢ່າງໃດກໍ່ຕາມ, ວິກິດການ ທີ່ແທ້ຈິງບໍ່ແມ່ນກ່ຽວກັບການມີ ລູກຫລາຍຄົນເກີນໄປ ຫລື ມີລູກ ໜ້ອຍເກີນໄປ. ບັນຫາທີ່ແທ້ຈິງແມ່ນ ກ່ຽວກັບໄວໜຸ່ມສາມາດກຳນົດຊີວິດ ຄອບຄົວໄດ້ວ່າຈະສ້າງຄອບຄົວ ຕອນໃດ ແລະ ແບບໃດຕາມແບບ ທີ່ນິຍົມຂອງພວກເຂົາຕ້ອງການ, ມີ ໄວໜຸ່ມຈຳນວນຫລາຍຄົນມັກຕັ້ງ ຄຳຖາມວ່າ: ຂ້ອຍສາມາດສ້າງ ຊີວິດຕາມແບບທີ່ຂ້ອຍຕ້ອງການ ໄດ້ບໍ່ ຄຳຕອບກໍ່ຄື: “ບໍ່”. ນີ້ແມ່ນ ເລື່ອງລາວກ່ຽວກັບການເກີດທີ່ພວກ ເຮົາຕ້ອງການບອກເລົ່າ ເຊິ່ງມັນບໍ່ ແມ່ນເລື່ອງທີ່ເກີດມາຈາກຄວາມ ວິຕົກກັງວົນ, ແຕ່ມັນກ່ຽວກັບຄວາມ ຈຳເປັນອັນຮີບດ່ວນທີ່ພວກເຮົາຕ້ອງ ສົ່ງເສີມສິດທິຄວາມສາມາດດ້ານ ການຈະເລີນພັນ ແລະ ທາງເລືອກ ທີ່ແທ້ຈິງ. ຢູ່ຫລາຍພາກພື້ນ ແລະ ທົ່ວໂລກ, ໄວໜຸ່ມມັກຖືກກີດກັນຈາກການເປັນ ພໍ່-ແມ່ ຫລື ຖືກບັງຄັບໃຫ້ກາຍເປັນ ພໍ່-ແມ່ ພາຍໃຕ້ລະບົບທີ່ບໍ່ເປັນມິດ. ສິ່ງເຫລົ່ານີ້ລວມເຖິງລະບົບທີ່ບັງຄັບ ດ່ັງທີ່ຮູ້ກັນວ່າແຂວງຈຳປາ ສັກ ອຸດົມສົມບູນໄປດ້ວຍແຫລ່ງ ຊັບພະຍາກອນທຳມະຊາດ ເປັນ ດິນແດນໃຕ້ສຸດຂອງປະເທດ ທີ່ເຕັມ ໄປດ້ວຍອູ່ອະລິຍະທໍາອັນເກົ່າແກ່ ທີ່ໜ້າຄົ້ນຫາ ແລະ ມີທໍາມະຊາດ ທີ່ສວຍສົດງົດງາມຢ່າງໂດດເດັ່ນ ແຫ່ງໜຶ່ງຂອງປະເທດທີ່ບັນດາທ່ານ ຄວນຍາດໂອກາດໄປທ່ຽວຊົມຈັກ ຄັ້ງ ຫລື ນັກທ່ອງທ່ຽວຕ່າງຊາດທີ່ ມີໂອກາດເດີນທາງມາທ່ອງທ່ຽວ ສປປ ລາວ ກໍຄວນເອົາຈໍາປາສັກ ເປັນໜຶ່ງໃນເປົ້າໝາຍປາຍທາງການ ທ່ອງທ່ຽວ. ປັດຈຸບັນການທ່ອງທ່ຽວ ພວມຂະຫຍາຍຕົວຢ່າງແຮງ ແລະ ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ ເຊັ່ນ: ມະຫານະທີສີພັນດອນ, ນ້ຳ ຕົກຕາດຄອນພະເພັງ, ຜາສາດຫີນ ໃຫ້ເດັກຍິງຕ້ອງກາຍເປັນແມ່ກ່ອນ ໄວອັນຄວນ ໂດຍບໍ່ມີສິດເຂົ້າເຖິງ ການຄຸມກຳເນີດ ຫລື ການສຶກສາ, ລະບົບທີ່ເຮັດໃຫ້ຄູ່ຮັກ ຄູ່ຜົວເມຍ ຕ້ອງເລື່ອນການມີລູກເພາະຄວາມ ບໍ່ໝັ້ນຄົງໃນໜ້າທີ່ວຽກງານ, ທີ່ຢູ່ ອາໄສທີ່ແພງເກີນໄປ ຫລື ບົດບາດ ຍິງຊາຍທີ່ເຄັ່ງຄັດ. ນອກຈາກນີ້, ຍັງ ມີການກີດກັນໄວໜຸ່ມຍ້ອນຄຳຖາມ ທີ່ວ່າ: ເຂົາເຈົ້າແມ່ນໃຜ, ເຂົາເຈົ້າ ຮັກໃຜ, ຫລື ເຂົາເຈົ້າອາໄສຢູ່ໃສ . ສອງສາມເດືອນທີ່ຜ່ານມາ, ຂ້ອຍ ໄດ້ມີໂອກາດໂອ້ລົມແມ່ຍິງຄົນໜຶ່ງ ເຊິ່ງລາວມີລູກແຕ່ອາຍຸ 17 ປີ ຢູ່ ເຂດຫ່າງໄກສອກຫລີກແຫ່ງໜຶ່ງ ໃນປະເທດວານົວຕູ. ລາວໄດ້ໃຊ້ ເວລາຫລາຍຊົ່ວໂມງ ຍ່າງໄປຄຣີ ນິກທີ່ໃກ້ທີ່ສຸດສຳລັບລາວ . ນີ້ແມ່ນ ຄັ້ງທຳອິດທີ່ລາວໄດ້ເຂົ້າເຖິງການ ບໍລິການດ້ານສຸຂະພາບໃນຖານະ ເປັນຄົນໄວໜຸ່ມ, ໃນສະຖານທີ່ແຫ່ງນີ້ ບໍ່ມີການສະໜອງການບໍລິການວາງ ແຜນຄອບຄົວ ແລະ ບໍ່ໃຫ້ບໍລິການ ດູແລກ່ອນເກີດ. ເຖິງຈະເປັນແນວນັ້ນ ກໍຕາມ, ລາວໄດ້ເວົ້າເຖິງຄວາມຝັນ ຂອງຕົນທີ່ຢາກຮຽນຈົບການສຶກສາ ແລະ ເປັນຄູສອນ. ຄວາມມຸ່ງຫວັງ ຂອງລາວບໍ່ແມ່ນເລື່ອງພິເສດ, ແຕ່ ອຸປະສັກທີ່ຂັດຂວາງຄວາມຝັນຂອງ ລາວນັ້ນ ແມ່ນພິເສດແທ້ໆ. ເລື່ອງລາວປະເພດນີ້ ບໍ່ແມ່ນ ເລື່ອງແປກ, ມັນໄດ້ສົ່ງສຽງສະທ້ອນ ໄປທົ່ວພາກພື້ນ. ຕົວຢ່າງເຊັ່ນ: ຫລາຍກວ່າ 40 ຂອງການຖືພາ ໃນໄວໜຸ່ມແມ່ນເກີດຂຶ້ນ ໂດຍບໍ່ໄດ້ ຕັ້ງໃຈ ແລະ ມີໄວໜຸ່ມທີ່ມີເພດສຳພັນ ໂດຍທີ່ຍັງບໍ່ໄດ້ແຕ່ງງານພຽງໜຶ່ງ ໃນສີ່ເທົ່ານັ້ນ ທີ່ໄດ້ນຳໃຊ້ການວາງ ແຜນຄອບຄົວແບບທັນສະໄໝ. ໃນ ເຂດຊົນນະບົດ, ທີ່ມີຄວາມຂັດແຍ່ງ ແລະ ທ່າມກາງກຸ່ມຄົນດ້ອຍໂອກາດ, ອຸປະສັກທີ່ໄວໜຸ່ມກໍາລັງຜະເຊີນ ແມ່ນໜັກໜ່ວງຫລາຍກວ່າບ່ອນ ອື່ນ. ໃນນັ້ນ, ອຸປະສັກທີ່ໃຫຍ່ຫລວງ ແມ່ນຢູ່ໃນກຸ່ມປະຊາກອນເຄື່ອນຍ້າຍ ຖິ່ນຖານ, ໄວໜຸ່ມທີ່ມີຄວາມຫລາກ ຫລາຍທາງເພດ -(#52I" , ໄວໜຸ່ມພິການ ແລະ ກຸ່ມຊົນເຜົ່າ. ໃນບາງປະເທດ, ອະຄະຕິທາງ ສັງຄົມ ແລະ ຂໍ້ຈຳກັດທາງກົດໝາຍ ໄດ້ກາຍເປັນສິ່ງກີດຂວາງບໍ່ໃຫ້ໄວ ໜຸ່ມເຂົ້າເຖິງການດູແລສຸຂະພາບ ທາງເພດ ແລະ ສຸຂະພາບຈະເລີນ ພັນ. ໃນຂະນະທີ່ບ່ອນອື່ນໆ, ບັນທັດ ຖານທາງເພດທີ່ເຄັ່ງຄັດ, ໂດຍ ສະເພາະສຳລັບກຸ່ມໄວໜຸ່ມທີ່ຍັງບໍ່ ໄດ້ແຕ່ງງານ, ກໍເປັນອີກສາເຫດ ໜຶ່ງ. ຍິ່ງໄປກວ່ານັ້ນ, ໃນເຂດທີ່ໄດ້ ຮັບຜົນກະທົບຈາກວິກິດການ, ການ ບໍລິການເຫລົ່ານີ້ ແມ່ນບໍ່ສາມາດ ສະໜອງ ຫລືບໍ່ມີສະໜອງຢູ່ເລີຍ, ສິ່ງ ເຫລົ່ານີ້ ບໍ່ພຽງແຕ່ເປັນຊ່ອງຫວ່າງ ທາງດ້ານສຸຂະພາບເທົ່ານັ້ນ ແຕ່ມັນ ຍັງແມ່ນຄວາມບົກພ່ອງທາງດ້ານ ຄວາມຍຸຕິທຳ. ເຖິງແມ່ນວ່າຫລາຍບ່ອນສາມາດ ສະໜອງການບໍລິການໄດ້ແຕ່ຄວາມ ບໍ່ໝັ້ນຄົງທາງເສດຖະກິດ, ພາລະ ການດູແລ ແລະ ຄວາມຄາດຫວັງ ຂອງສັງຄົມ ຍັງຄົງເປັນອຸປະສັກຕໍ່ ການຕັດສິນໃຈກ່ຽວກັບການຈະເລີນ ພັນ. ບົດລາຍງານສະຖານະພາບ ປະຊາກອນໂລກປະຈຳປີ 2025 ຂອງອົງການສະຫະປະຊາຊາດ ກ ອ ງ ທຶນ ສ ຳ ລັບ ປ ະ ຊ າ ກ ອ ນ 6/'1" ຊີ້ໃຫ້ເຫັນວ່າ ໃນ ປະເທດໄທ, ເຊິ່ງເປັນປະເທດທີ່ຄົນ ສ່ວນໃຫຍ່ຕ້ອງການມີລູກສອງຄົນ ຫລື ຫລາຍກວ່ານັ້ນ, ອັດຕາການ ເກີດລູກໃນປະເທດນີ້ ໄດ້ຫລຸດລົງ ເຫລືອພຽງ 1,2 ຄົນຕໍ່ແມ່ຍິງໜຶ່ງຄົນ. ສ່ວນໃນປະເທດ ສາທາລະນະລັດ ເກົາຫລີ, ອັດຕາການເກີດລູກ ມີ ພຽງ 0,8 ເຊິ່ງເປັນອັດຕາທີ່ຕໍ່າທີ່ສຸດ ໃນໂລກ ບໍ່ແມ່ນຍ້ອນວ່າ ປະຊາຊົນ ປະຕິເສດການເປັນພໍ່ແມ່, ແຕ່ຍ້ອນ ສະພາບແວດລ້ອມທີ່ຢູ່ອ້ອມຂ້າງ ພວກເຂົາຂັດຂວາງບໍ່ໃຫ້ພວກເຂົາ ບັນລຸຄວາມມຸ່ງຫວັງຂອງພວກເຂົາ. ຄວາມອາດສາມາດໃນດ້ານ ການຈະເລີນພັນມີຄວາມໝາຍ ຫລາຍກວ່າການເຂົ້າເຖິງການ ບໍລິການ, ຄວາມຈິງແລ້ວມັນໝາຍ ເຖິງສິດໃນການຕັດສິນໃຈບົນພື້ນ ຖານຂໍ້ມູນທີ່ຄົບຖ້ວນ, ປາສະຈາກ ອະຄະຕິ, ການຈຳແນກ ແລະ ການ ບັງຄັບ. ໃນນີ້, ມັນໝາຍເຖິງຄວາມ ສາມາດໃນການສ້າງຄອບຄົວ ຫລື ບໍ່ສ້າງຢ່າງປອດໄພ, ມີກຽດ ແລະ ດ້ວຍຄວາມຫວັງ. ປັດຈຸບັນ ນີ້, ໄວໜຸ່ມກຳລັງເດີນທາງຢູ່ໃນ ໂລກທີ່ເຕັມໄປດ້ວຍໄພພິບັດຈາກ ການປ່ຽນແປງຂອງດິນຟ້າອາກາດ, ຄວາມບໍ່ໝັ້ນຄົງທາງເສດຖະກິດ ແລະ ຄວາມຂັດແຍ່ງທີ່ເພີ່ມຂຶ້ນ. ຫລາຍຄົນຮູ້ສຶກວ່າ ພວກເຂົາໄດ້ຮັບ ມໍລະດົກອະນາຄົດທີ່ມີຄວາມສ່ຽງ ກວ່າໃນໄລຍະຂອງພໍ່ແມ່ຂອງພວກ ເຂົາ ເຊິ່ງເປັນອະນາຄົດທີ່ຖືກກຳນົດ ໂດຍການຕັດສິນໃຈທີ່ພວກເຂົາບໍ່ ໄດ້ເຂົ້າຮ່ວມ ແລະ ເມື່ອຄວາມຫວັງ ຫາຍໄປ, ຄວາມຕັ້ງໃຈທີ່ຈະນຳພາ ເດັກນ້ອຍເຂົ້າມາໃນໂລກກໍຫາຍໄປ ນຳ. ແຕ່ສິ່ງນີ້ແມ່ນສິ່ງທີ່ສາມາດ ຫລີກລ້ຽງ. ຖ້າພວກເຮົາຕ້ອງການເຫັນ ຄອບຄົວທີ່ເຂັ້ມແຂງຂຶ້ນ ແລະ ສັງ ຄົມທີ່ມີພູມຕ້ານທານທີ່ດີ, ພວກ ເຮົາຕ້ອງສ້າງເງື່ອນໄຂທີ່ເຮັດໃຫ້ ທຸກຄົນສາມາດເລືອກໄດ້ ແລະ ມີ ຄວາມຫວັງ. ນັ້ນໝາຍເຖິງການ ສະໜອງບໍລິການສຸຂະພາບທີ່ເປັນມິດ ຕໍ່ກັບໄວໜຸ່ມ ແລະ ເພດສຶກສາແບບ ຄົບຖ້ວນ ແລະ ຮອບດ້ານ, ພ້ອມທັງ ວຽກທີ່ເໝາະສົມ, ທີ່ຢູ່ອາໄສທີ່ບໍ່ແພງ ເກີນໄປ ແລະ ມີໄລຍະລາພັກລ້ຽງລູກ ທີ່ພຽງພໍ. ນອກຈາກນີ້, ສິ່ງທີ່ກ່າວມາ ຂ້າງເທິງນັ້ນ ມັນຍັງໝາຍເຖິງການ ສ້າງພື້ນທີ່ດິຈິຕອນທີ່ປອດໄພ ແລະ ສຳລັບໝົດທຸກຄົນ ແລະ ລະບົບການ ສຶກສາທີ່ສະໜອງເຄື່ອງມືໃຫ້ໄວໜຸ່ມ ກາຍເປັນຜູ້ນຳພາ ແລະ ຊ່ວຍເຫລືອ ເຂົາໃຫ້ມີຄວາມຈະເລີນກ້າວໜ້າ. ຄຽງຄູ່ກັນນີິ້, ມັນຍັງໝາຍເຖິງການ ລົງທຶນໃສ່ການແກ້ໄຂບັນຫາໂດຍ ໄວໜຸ່ມເອງ, ການໃຫ້ຄຳປຶກສາ ແລະ ການສ້າງພາວະການເປັນຜູ້ນຳສິ່ງ ເຫລົ່ານີ້ ຕ້ອງຖືກກຳນົດໃຫ້ເປັນບູລິ ມະສິດບໍ່ແມ່ນຈະກຳນົດເປັນບູມະສິດ ໃນພາຍຫລັງ. ທັງໝົດເຫລົ່ານີ້ ບໍ່ສາມາດບັນລຸ ໄດ້ດ້ວຍການວາງນະໂຍບາຍຊຸກຍູ້ ພຽງຄັ້ງດຽວ ຫລ່ື ນະໂຍບາຍແບບ ຕອບໂຕ້. ມັນຮຽກຮ້ອງໃຫ້ມີການ ລົງທຶນຢ່າງຕໍ່ເນື່ອງ ແລະ ໄລຍະ ຍາວໃນລະບົບທີ່ສ້າງຂຶ້ນ ເພື່ອ ສົ່ງເສີມສິດທິ ແລະ ກຽດສັກສີ, ເຊິ່ງບໍ່່ກ່ຽວຂ້ອງກັບອັດຕາການ ຈະເລີນພັນ. ພວກເຮົາຕ້ອງຢຸດຕິ ຄວາມພະຍາຍາມທີ່ຈະແກ້ໄຂອັດຕາ ການຈະເລີນພັນ, ສິ່ງທີ່ຕ້ອງແກ້ໄຂ ແມ່ນລະບົບທີ່ກຳລັງສ້າງຄວາມ ເສຍຫາຍໃຫ້ແກ່ຊາວໜຸ່ມຂອງພວກ ເຮົາ.ໄວໜຸ່ມຄົນໜຶ່ງທີ່ໄດ້ປະກອບ ສ່ວນເຂົ້າໃນບົດລາຍງານສະພາບ ປະຊາກອນໂລກປະຈຳປີນີ້ ໄດ້ກ່າວ ໄວ້ຢ່າງຖືກຕ້ອງທີ່ສຸດວ່າ: “ກ່ອນທີ່ ຂ້ອຍຈະນໍາພາເດັກນ້ອຍເຂົ້າມາໃນ ໂລກນີ້, ຂ້ອຍຕ້ອງຕໍ່ສູ້ ເພື່ອສິດທິທີ່ຈະ ເຮັດແນວນັ້ນຕາມເງື່ອນໄຂຂອງຕົວ ເອງ. ນີ້ບໍ່ແມ່ນພຽງແຕ່ການຕໍ່ສູ້ຂອງ ຂ້ອຍມັນແມ່ນການຕໍ່ສູ້ຂອງໄວໜຸ່ມ ຫລາຍພັນລ້ານຄົນທີ່ຖືກກັກຂັງຢູ່ໃນ ລະບົບທີ່ກີດກັ້ນສິດທິ ແລະ ກຽດ ສັກສີທີ່ພວກເຂົາຕ້ອງໄດ້ຮັບ.” ໃນວັນປະຊາກອນໂລກປີນີ້, ພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະ ຮັບຟັງຄຳຮຽກຮ້ອງຂ້າງເທິງນັ້ນ ແລະ ພະຍາຍາມຕອບສະໜອງຕໍ່ ຂໍ້ຮຽກຮ້ອງດັ່ງກ່າວ. ຂໍໃຫ້ພວກ ເຮົາສ້າງພາກພື້ນທີ່ໄວໜຸ່ມທຸກຄົນ ມີອຳນາດ ແລະ ຄວາມສາມາດໃນ ການຕັດສິນໃຈກ່ຽວກັບອະນາຄົດ ຂອງຕົນເອງ, ການເປັນພໍ່-ແມ່ ແມ່ນ ການມີສິດທິໃນການເລືອກບໍ່ແມ່ນ ພາລະ ຫລື ຄວາມສ່ຽງ ແລະ ບ່ອນ ທີ່ອະນາຄົດຖືກສ້າງຂຶ້ນຈາກຄວາມ ຫວັງ ບໍ່ແມ່ນຍ້ອນຄວາມຢ້ານກົວ. ຂໍ້ມູນຈາກ: ອົງການ 6/'1" ວັດພູຈຳປາສັກ, ຕາດຜາສ້ວມ, ຕາດ ຢານ, ຕາດເຍືອງ, ຕາດກ້ວຍຫົວ ຊ້າງ, ພູສ່າເຫລົ້າ ແລະ ສະຖານທີ່ ແມ່ນຄວາມຫລາກຫລາຍຂອງ ແຫລ່ງທ່ອງທ່ຽວ. ປັດຈຸບັນເມືອງ ໂຂງ ມີແຫລ່ງທ່ອງທ່ຽວທຳມະຊາດ ເຖິງ 20 ແຫ່ງ, ແຫລ່ງທ່ອງທ່ຽວ ດ້ານວັດທະນະທຳ 14 ແຫ່ງ ແລະ ແຫລ່ງທ່ອງທ່ຽວດ້ານປະຫວັດສາດ 7 ແຫ່ງ, ເຊິ່ງລ້ວນແຕ່ມີເອກະລັກ ສະເພາະຕົວ ແລະ ສາມາດຕອບ ສະໜອງຄວາມຕ້ອງການຂອງ ນັກທ່ອງທ່ຽວໄດ້ຫລາຍຮູບແບບ. ພ້ອມກັນນັ້ນ, ການບໍລິການດ້ານ ທີ່ພັກ ແລະ ຮ້ານອາຫານໃນເມືອງ ກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເພື່ອຮອງຮັບນັກທ່ອງທ່ຽວທີ່ເພີ່ມ ຂຶ້ນ. ເມືອງໂຂງ ມີໂຮງແຮມທັງໝົດ 14 ແຫ່ງ, ໃນນັ້ນ ມີໂຮງແຮມລະດັບ 3 ດາວ 1 ແຫ່ງ, ມີຈຳນວນຫ້ອງ ພັກ 576 ຫ້ອງ ແລະ 808 ຕຽງ. ນອກຈາກນີ້, ຍັງມີເຮືອນພັກອີກ 78 ແຫ່ງ ມີ 806 ຫ້ອງ. ສໍາລັບການ ບໍລິການດ້ານອາຫານການກິນ, ມີ ຮ້ານອາຫານ 41 ແຫ່ງ ແລະ ຮ້ານ ກິນດື່ມ 8 ແຫ່ງ ທີ່ພ້ອມໃຫ້ບໍລິການ ອາຫານພື້ນເມືອງ ແລະ ອາຫານ ສາກົນແກ່ນັກທ່ອງທ່ຽວ. ທ່ານ ໄພວັນ ສໍຄົງສິນ ໄດ້ກ່າວ ຕື່ມວ່າ: ການເພີ່ມຂຶ້ນຂອງນັກທ່ອງ ທ່ຽວນີ້ແມ່ນສັນຍານທີ່ດີຕໍ່ການ ພັດທະນາເສດຖະກິດຂອງເມືອງ ໂຂງ ພວກເຮົາຈະສືບຕໍ່ພັດທະນາ ແຫລ່ງທ່ອງທ່ຽວຕ່າງໆ, ປັບປຸງ ການບໍລິການ ແລະ ສິ່ງອຳນວຍ ຄວາມສະດວກ ເພື່ອໃຫ້ເມືອງໂຂງ ຍັງຄົງເປັນຈຸດໝາຍປາຍທາງທີ່ ໜ້າສົນໃຈ ແລະ ຍືນຍົງສຳລັບ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ການເຕີບໂຕຢ່າງຕໍ່ ເນື່ອງນີ້ເປັນສ່ວນໜຶ່ງຂອງຄວາມ ພະຍາຍາມໃນການສົ່ງເສີມການ ທ່ອງທ່ຽວຂອງແຂວງຈຳປາສັກ ໂດຍລວມ ແລະ ຄາດວ່າເມືອງໂຂງ ຈະສືບຕໍ່ເປັນເສົາຄໍ້າສຳຄັນໃນການ ດຶງດູດນັກທ່ອງທ່ຽວສູ່ພາກໃຕ້ຂອງ ສປປ ລາວ. ທ່ອງທ່ຽວທີ່ມີຊື່ສຽງອື່ນໆ. ເມືອງໂຂງ ແຂວງຈຳປາສັກ ກໍ ເປັນອີກເມືອງໜຶ່ງທີ່ໄດ້ກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວທີ່ ໂດດເດັ່ນໃນພາກໃຕ້ແລະມີຈຸດພິເສດ ເປັນເມືອງທີ່ມີເກາະດອນຫລາຍ ແຫ່ງ ແລະ ມີສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈເປັນຈຳນວນຫລາຍ. ອີງຕາມການລາຍງານຂອງທ່ານ ໄພວັນ ສໍຄົງສິນ ຫົວໜ້າຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນມີນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມທັງໝົດ 77.783 ຄົນ ນີ້ແມ່ນສະແດງໃຫ້ເຫັນເຖິງ ການເຕີບໂຕຢ່າງໜ້າປະທັບໃຈໃນ 6 ເດືອນຕົ້ນປີ 2025 ນີ້ ເຊິ່ງໃນ ຈຳນວນດັ່ງກ່າວ, ເປັນນັກທ່ອງທ່ຽວ ພາຍໃນປະເທດ 31.146 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດສູງເຖິງ 46.637 ຄົນ. ຕົວເລກນີ້ ສະແດງ ໃຫ້ເຫັນເຖິງສັນຍານທີ່ດີຕໍ່ການຟື້ນ ຕົວຂອງຂະແໜງການທ່ອງທ່ຽວ ໂດຍສະເພາະແມ່ນການດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາ ຢ້ຽມຢາມຫລາຍຂຶ້ນ. ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2024 ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນ ເຖິງ 17.461 ເທື່ອຄົນ ນີ້ເປັນການ ຢືນຢັນເຖິງທ່າແຮງ ແລະ ຄວາມ ນິຍົມຊົມຊອບຂອງນັກທ່ອງທ່ຽວທີ່ ມີຕໍ່ເມືອງໂຂງ ເຊິ່ງສາເຫດ ແລະ ປັດ ໄຈສຳຄັນທີ່ເຮັດໃຫ້ເມືອງໂຂງ ໄດ້ ຮັບຄວາມສົນໃຈຈາກນັກທ່ອງທ່ຽວ
RkJQdWJsaXNoZXIy MTc3MTYxMQ==