7074

18/07/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສອງກະຊວງການຕ່າງປະເທດ... ຕໍ່າ‹ໜ້າ m6 f]k; pnj olko8k8A ' 8+ xtmkokmy [= fu csj ' l 3v8iy f ຂປລ. ໃນວັນທີ 11 ກໍລະກົດ 2025ຜ່ານມາ,ຢູ່ສຳນັກງານປະທາ ນາທິບໍດີ, ນະຄອນຫລວງວຽນນາ, ສາທາລະນະລັດ ໂອຕຣິດ, ທ່ານ ຄໍາແພງ ດວງທອງລາ ໄດ້ເຂົ້າ ຍື່ນສານຕາຕັ້ງຕໍ່ ທ່ານ ອາເລັກ ຊານເດີ ຟານແດ ເບເລນ ປະທານາ ທິບໍດີແຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົນໃໝ່ ປະ ຈໍາ ສາທາລະນະລັດ ໂອຕຣິດ. ໃນໂອກາດດັ່ງກ່າວ, ທ່ານ ຄຳ ແພງ ດວງທອງລາ ໄດ້ນໍາເອົາ ຄວາມຢ້ຽມຢາມຖາມຂ່າວອັນອົບ ອຸ່ນ ເເລະ ພອນໄຊອັນປະເສີດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ເເຫ່ງ ສປປ ລາວ ເຖິງ ທ່ານ ອາເລັກຊານເດີ ຟານເເດ ເບເລນ, ພ້ອມທັງສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບ ອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກ ເປັນກຽດ ແລະ ປິຕິຍິນດີ ທີ່ໄດ້ຖືກ ມອບໝາຍ ໃຫ້ປະຕິບັດໜ້າທີ່ ຢູ່ ສາທາລະນະລັດ ໂອຕຣິດ ເພື່ອປະ ກອບສ່ວນສົ່ງເສີມການພົວພັນ ຮ່ວມມືມິດຕະພາບ ລະຫວ່າງສອງ ປະເທດ ໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນ. ພ້ອມກັນນີ້, ທ່ານ ຄໍາແພງ ດວງທອງລາ ໄດ້ຕາງໜ້າໃຫ້ລັດ ຖະບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ໂອຕຣິດ ທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ. ໃນໂອກາດດຽວກັນ, ທ່ານປະ ທານາທິບໍດີ ກໍໄດ້ສະເເດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມ ເຊີຍ ທ່ານ ຄໍາເເພງ ດວງທອງລາ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະ ລັດຖະທູດວິສາມັນ ຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົນໃໝ່ ປະ ຈໍາ ສາທາລະນະລັດ ໂອຕຣິດ ແລະ ໄດ້ສະເເດງຄວາມເຊື່ອໝັ້ນວ່າ ທ່ານ m6 f]k; pnj olko8k8A 'gxa oz6h 8k'|h k 4k;vo xt9evq 'dko lx- 7q o.\j ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະ ທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາ ຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ "OUPOJP (VUFSSFT ເລຂາທິການໃຫຍ່ ອົງການ ສປຊ ເພື່ອດໍາລົງຕໍາແໜ່ງ ເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະ ປະຊາຊາດ. ໃນໂອກາດດັ່ງກ່າວ, ທ່ານເລ ຂາທິການໃຫຍ່ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງ ຕັ້ງມາດໍາລົງຕໍາແໜ່ງເປັນຜູ້ຕາງ ໜ້າຖາວອນ ແຫ່ງ ສປປ ລາວ ປະ ຈໍາອົງການ ສປຊ, ພ້ອມທັງໄດ້ສະ ແດງຄວາມຊົມເຊີຍຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໃນ ການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍປະເທດ ໃຫ້ມີຄວາມຄືບໜ້າ ຢ່າງເປັນຮູບປະທໍາ, ລວມທັງຜົນ ສຳເລັດຂອງການເປັນປະທານອາ ຊຽນໃນປີ 2024 ແລະ ຊົມເຊີຍບົດ ບາດຂອງ ສປປ ລາວ ໃນການສົ່ງ ເສີມ ຂອບການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການສະຫະປະຊາ ຊາດ, ພ້ອມທັງຢືນຢັນວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການພັດທະນາ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ. ທ່ານ ເລຂາທິການໃຫຍ່ ໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີ ທ່າແຮງທາງດ້ານທໍາມະຊາດ ແລະ ຮີດຄອງວັດທະນະທໍາອັນດີງາມ ເຊິ່ງທ່ານເອງໄດ້ເຄີຍໄປສໍາຜັດຕົວ ຈິງ ໃນການທ່ອງທ່ຽວແຕ່ເໜືອ ຮອດໃຕ້ໃນຫລາຍປີທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ທອງຜ່ານ ສະຫວັນເພັດ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ຈາກທ່ານ ປະ ທານປະເທດແຫ່ງ ສປປ ລາວ ມາ ຍັງ ທ່ານເລຂາທິການໃຫ່ຍ ສປຊ, ພ້ອມທັງແຈ້ງໃຫ້ຊາບວ່າ ສປປ ລາວ ໄດ້ຮ່ວມມືຢ່າງໃກ້ຊິດກັບອົງ ການ ສປຊ ໂດຍສະເພາະແມ່ນອົງ ການເຄືອຂ່າຍ ສປຊ ທີີ່ປະຈໍາຢູ່ ສປປ ລາວ ເພື່ອປຶກສາຫາລື ແລະ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານການຮ່ວມມືດ້ານ ການພັດທະນາ ໂດຍສະເພາະແມ່ນ ການເຊື່ອມສານບຸລິມະສິດ ຂອງອົງ ການເຄືອຂ່າຍ ສປຊ ໃຫ້ສອດ ຄ່ອງ ກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ. ພ້ອມດຽວກັນ, ທ່ານຍັງໄດ້ແຈ້ງໃຫ້ ຊາບກ່ຽວກັບຂະບວນການໃນການ ນໍາເອົາ ສປປ ລາວ ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນຕໍ່ໜ້າ ໂດຍໄດ້ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບອົງ ການ ສປຊ ແລະ ປະເທດຜູ້ໃຫ້ທຶນ ຕ່າງໆ ເພື່ອຮັບປະກັນໃຫ້ແກ່ການ ຫລຸດພົ້ນອອກຈາກສະຖານະພາບ ຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະຍືນຍົງ.ທ່ານເອກອັກຄະລັດຖະ ທູດ ຍັງໄດ້ແຈ້ງໃຫ້ຊາບການປະ ກອບສ່ວນຂອງ ສປປ ລາວ ຕໍ່ອົງ ການ ສປຊ ເປັນຕົ້ນ ການເປັນຮອງ ປະທານ ສະມັດຊາໃຫຍ່ ສປຊ ຄັ້ງທີ 76, ເປັນສະມາຊິກສະພາເສດຖະ ກິດ-ສັງຄົມ ສປຊ &$040$ ສົກປີ 2023-2025, ການເປັນ ສະມາຊິກສະພາບໍລິຫານຂອງອົງ ການ 6/I$&' ສົກປີ 20252027 ແລະ ເປັນສະມາຊິກຄະນະ ບໍລິຫານຂອງກຸ່ມປະເທດກໍາລັງ ພັດທະນາທີ່ບໍ່ມີຊາຍແດນຕິດກັບ ທະເລ --%$T . ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເລຂາທິການໃຫຍ່ ສປຊ ໃນ ໂອກາດທີ່ທ່ານ ໄດ້ເດີນທາງໄປ ຢ້ຽມຢາມ ສປປ ລາວ ແລະ ເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ໃນປີ 2024 ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ. ພ້ອມນີ້, ທ່ານເອກອັກຄະລັດຖະ ທູດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ ສປຊ ທີ່ໄດ້ໃຫ້ການ ຊ່ວຍເຫລືອສະໜັບສະໜູນ ສປປ ລາວ ຕະຫລອດມາ. ພ້ອມທັງຢືນ ຢັນວ່າ ສປປ ລາວ ຈະສືບຕໍ່ຄວາມ ພະຍາຍາມເສີມຂະຫຍາຍການ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃຫ້ນັບມື້ນັບສູງຂຶ້ນ ເທື່ອລະກ້າວ. ຂ່າວ-ພາບ: ກຕທ ເອກອັກຄະລັດຖະທູດ ຈະປະກອບ ສ່ວນສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ຂະຫຍາຍ ຕົວໃນຕໍ່ໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະ ສົບຜົນສໍາເລັດໃນການປະຕິບັດໜ້າ ທີ່ອັນມີກຽດຂອງຕົນ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ ກໍໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ. ສປປ ລາວ ແລະ ສ ໂອຕຣິດ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 1 ກັນຍາ 1967, ຊຶ່ງປີ 2025 ນີ້ ຄົບຮອບ 58 ປີ. ສປປ ລາວ ໄດ້ເປີດສະຖານເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ທີ່ນະ ຄອນຫລວງວຽນນາ, ປະເທດໂອ ຕຣິດ ໃນປີ2010 ເເລະຮັບຜິດຊອບ 4 ປະເທດ ຄື: ຊອກຊີ, ກຣົວຊີ, ສະໂລເວນີ ແລະ ສະໂລວາກີ. ສ່ວນ ປະເທດ ໂອຕຣິດ ໄດ້ເເຕ່ງຕັ້ງເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ປະຈໍາ ສປປ ລາວ ໂດຍ ມີສໍານັກງານຕັ້ງຢູ່ ບາງກອກ, ປະ ເທດໄທ. ນັບແຕ່ ສປປ ລາວ ແລະ ສາທາ ລະນະລັດ ໂອຕຣິດ ໄດ້ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນ, ສອງປະ ເທດໄດ້ຮັກສາ ແລະ ເສີມຂະຫຍາຍ ການຮ່ວມມືຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ມີການຕິດຕໍ່ພົວພັນແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ປົກກະຕິແລະຂອງເຈົ້າໜ້າທີ່ຂັ້ນສູງ ຂອງສອງຝ່າຍ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ, ຮ່ວມມືດ້ານເສດຖະກິດ ແລະ ການ ຄ້າ, ສາທາລະນະສຸກ, ການສຶກສາ, ພະລັງງານ, ກະສິກຳ-ປ່າໄມ້ ແລະ ໂຍທາທິການ ແລະ ຂົນສົ່ງ. ຂ່າວ-ພາບ: ກຕທ ]a f4t,q o8u dt-;'dko8j k'xtgmf rq [xt z6h 8k'|h k vu 16 fh kodko8j k'xtgmf c]t 7;k,\A o7q ' ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມາ, ທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ກາ ຈາ ການລາ ,BKB ,BMMBT ຜູ້ ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີຣົບ ອີຢູ ດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ, ໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນ ຕີ ທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ ພົບປະກັນໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ເສີມຂະຫຍາຍການພົວພັນຮ່ວມມື ຂອງ ສອງຝ່າຍ ໂດຍສະເພາະ ໃນ ປີ 2025 ທີ່ມີຄວາມໝາຍສໍາຄັນ ນີ້ ທີ່ເປັນປີຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອີຢູ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນ ເອກະພາບ ແລະ ຕີລາຄາສູງ ຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ ຕະຫລອດໄລຍະ 50 ປີ ທີ່ຜ່ານ ມາ, ອັນພົ້ນເດັ່ນແມ່ນການຮ່ວມມື ທາງດ້ານການສຶກສາ, ໂພຊະນາ ການ ແລະ ການປົກຄອງທີ່ດີ. ສອງ ຝ່າຍ ຍັງເຫັນດີຮ່ວມກັນ ທີ່ຈະສືບ ຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບ ໄດ້ຮັບການພັດທະນາ ແລະ ມີໝາກ ຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດ ເຫັນກ່ຽວກັບສະພາບການໃນພາກ ພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຮ່ວມກັນ ໂດຍສະເພາະການຮ່ວມມື ໃນຂອບອາຊຽນ ແລະ ອາຊຽນອີຢູ. ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ ກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ. ໃນໂອ ກາດນີ້, ທ່ານລັດຖະມົນຕີ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດຂອງ ທ່ານລັດຖະມົນຕີ ມາກຊິມ ຣືເຊັນ ກົບ ແລະ ກໍເປັນໂອກາດດີ ເພື່ອປຶກ ສາຫາລື ແລະ ແລກປ່ຽນຄໍາຄິດ ເຫັນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນຫາຕ່າງໆທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ ລວມທັງ ການຮ່ວມມືໃນຂອບຫລາຍຝ່າຍ. ການຢ້ຽມຢາມຄັ້ງນີ້, ເປັນນິມິດ ໝາຍອັນດີ ໃນການເສີມຂະຫຍາຍ ການຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ລາວ-ເບລາ ຣຸດຊີ ໃນແຕ່ລະດ້ານ ໃຫ້ກ້າວສູ່ ລວງເລິກ, ມີປະສິດທິພາບ, ປະ ສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍໃນປະ ເທດຂອງຕົນ ໃນໄລຍະຜ່ານມາ ໃຫ້ກັນຊາບ, ພ້ອມທັງໄດ້ຕີລາຄາ ສູງຕໍ່ການພົວພັນຮ່ວມມືຂອງສອງ ປະເທດ ໃນດ້ານຕ່າງໆ ແມ່ນຢູ່ໃນ ລະດັບດີ ແລະ ເປັນປົກກະຕິ ນັບຕັ້ງ ແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ນໍາກັນ ໃນວັນທີ 7 ກຸມພາ 1994, ສອງປະເທດໄດ້ສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ, ພາກພື້ນ ແລະ ສາກົນ ໂດຍ ສະເພາະໃນເວທີອົງການສະຫະປະ ຊາຊາດ. ອັນພົ້ນເດັ່ນແມ່ນມີການ ແລກປ່ຽນ ແລະ ພົບປະຂອງຄະນະ ຜູ້ແທນການນໍາຂັ້ນສູງຂອງສອງ ປະເທດ ຢ່າງເປັນປະຈໍາ, ຊຶ່ງຫລ້າ ສຸດແມ່ນການພົບປະລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດ #3I$4 ໃນເດືອນຕຸລາ 2024 ທີ່ເມືອງກາຊານ, ສ ຣັດ ເຊຍ. ພ້ອມກັນນັ້ນ, ສອງປະເທດ ຍັງໄດ້ສືບຕໍ່ຮັດແໜ້ນການພົວພັນ ຮ່ວມມືທີ່ດີນໍາກັນ ໃນຫລາຍດ້ານ ເຊັ່ນ: ການຮ່ວມມື ລະຫວ່າງສອງ ພັກການເມືອງ, ສະພາແຫ່ງຊາດ, ດ້ານຄວາມໝັ້ນຄົງ ແລະ ປ້ອງກັນ ຊາດ, ດ້ານການເງິນ-ການທະນາ ຄານ, ດ້ານເສດຖະກິດ ແລະ ການ ຄ້າ, ການສຶກສາ, ວັດທະນະທໍາ, ທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານພະລັງງານ ແລະ ບໍ່ແຮ່. ນອກ ຈາກນັ້ນ, ສອງຝ່າຍໄດ້ເຫັນດີຈະ ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດລາວ ແລະ ເບລາຣຸດຊີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເປັນຮູບປະທໍາຫລາຍຂຶ້ນ; ສືບ ຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາການ ຕົກລົງຂອງການນໍາຂັ້ນສູງຂອງ ສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສືບຕໍ່ຊຸກຍູ້ສົ່ງເສີມການຄ້າ-ການ ລົງທຶນ ລະຫວ່າງສອງປະເທດໃຫ້ ຫລາຍຂຶ້ນ ໂດຍສະເພາະໃນບັນດາ ຂະແໜງການທີ່ມີທ່າແຮງຂອງ ສອງປະເທດ; ສືບຕໍ່ຍົກສູງການ ຮ່ວມມືດ້ານການທ່ອງທ່ຽວ ເພາະ ຈະເປັນກົນໄກໜຶ່ງທີ່ສໍາຄັນ ໃນ ການພົວພັນລະຫວ່າງປະຊາຊົນກັບ ປະຊາຊົນ; ເພີ່ມທະວີການຮ່ວມມື ດ້ານການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ພະລັງງານ, ບໍ່ ແຮ່ ແລະ ດ້ານອື່ນໆໃຫ້ຫລາຍຂຶ້ນ, ພ້ອມທັງເຫັນດີສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ທ່ານ ມາກຊິມ ຣືເຊັນກົບ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດ ທີ່ໄດ້ນໍາພາຄະນະຜູ້ແທນ ສ ເບລາ ຣຸດຊີ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທໍາອິດ ໃນຄັ້ງນີ້, ພ້ອມ ທັງໄດ້ສະແດງຄວາມມຸ່ງໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວຢ່າງໃກ້ຊິດ ເພື່ອຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ເບລາຣຸດຊີ- ລາວ ໃຫ້ເຂັ້ມແຂງ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືສາກົນ, ພ້ອມທັງສະເໜີຊຸກ ຍູ້ ແລະ ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມທາງລັດຖະກິດ ທີ່ ສ ເບລາຣຸດຊີ ໃນເວລາທີ່ສະດວກ ເພື່ອ ສືບຕໍ່ສົ່ງເສີມການຮ່ວມມືໃນທຸກ ດ້ານ ເຊິ່ງຈະເປັນການຍົກລະດັບ ການຮ່ວມມືທີ່ສໍາຄັນໃນອະນາຄົດ. ພາຍຫລັງສໍາເລັດການພົບປະ, ລັດຖະມົນຕີກະຊວງການຕ່າງປະ ເທດລາວ ແລະ ເບລາຣຸດຊີ ກໍ ໄດ້ຮ່ວມກັນລົງນາມສັນຍາຍົກເວັ້ນ ວີຊາ ສໍາລັບບຸກຄົນທີ່ຖືໜັງສືຜ່ານ ແດນທົ່ວໄປ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການເດີນ ທາງຂອງປະຊາຊົນທັງສອງປະ ເທດ ແລະ ສົ່ງເສີມການໄປມາຫາສູ່ ລະ ຫວ່າງ ປະຊາຊົນ ກັບປະຊາຊົນ. ໃນຕອນບ່າຍວັນດຽວກັນ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິ ຫານ ກໍໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ທ່ານ ມາກ ຊິມ ຣືເຊັນກົບ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ເບລາຣຸດ ຊີ ແລະ ຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນຄັ້ງນີ້. ຂ່າວ-ພາບ: ກຕທ

RkJQdWJsaXNoZXIy MTc3MTYxMQ==