7073

17/07/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ©“’ ÃÌ ‹າŸ Ã້າ 9exkla d 9a f'kovto5 ]a d{lqj 'glu ,vksko muj gxa ogvdt]a dmh v'4yj o c]t ;a fmtotmedkoo5j '4n Ih kodtc]a ,3xt c]t 7kg2 goA o;a f45 fy [lq f.\j ນັບວ່າ ເປັນອີກງານໜຶ່ງທີ່ມີ ຄວາມສຳຄັນໃນການປົກປັກຮັກສາ ທາງດ້ານວັດທະນະທຳຂອງລາວ ເຮົາ ໂດຍສະເພາະແມ່ນອາຫານ ພື້ນເມືອງ ແລະ ການນຸ່ງການຖື ລາວ ເຊິ່ງວັດທະນະທຳດັ່ງກ່າວ ລັດຖະບານກໍ່ໄດ້ເອົາໃຈໃສ່ສົ່ງເສີມ ປະຊາຊົນບັນດາເຜົ່າເອົາໃຈໃສ່ປົກ ປັກຮັກສາໃຫ້ຢູ່ຄຽງຄູ່ກັບຊາດລາວ ຕະຫລອດໄປ. ໃນແຕ່ລະປີບໍ່ວ່າຢູ່ໃນ ຂັ້ນສູນກາງ, ແຂວງ, ເມືອງ ການ ນຳກໍ່ໄດ້ມີການຈັດກິດຈະກຳຂຶ້ນ ໃນວັນສຳຄັນຂອງຊາດ. ດັ່ງເມື່ອ ມໍ່ໆນີ້, ແຂວງຈຳປາສັກໄດ້ຈັດງານ ອະນຸລັກ-ສົ່ງເສີມອາຫານທີ່ເປັນ ເອກກະລັກທ້ອງຖິ່ນ ແລະ ວັດທະນະ ທໍາການນຸ່ງຖືຂອງລາວ ເຊິ່ງງານ ວາງສະແດງໄດ້ມີການປະກວດ ອາຫານ, ການເດີນແບບອາພອນ ລາວ ຂໍ່ານັບຮັບຕ້ອນວັນສ້າງຕັ້ງ ສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 70 ປີ ທີ່ສູນການຄ້າແຟນ ຊີບມໍ ນະຄອນປາກເຊ ແຂວງຈໍາ ຮ້ານກະແລັມໂປະ ແລະ ຄາ ເຟ ຕັ້ງຢູ່ບ້ານເມືອງວາ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ, ເປັນຮ້ານອາຫານ ແລະ ເຄື່ອງດື່ມປະເພດເຂົ້າ, ນໍ້າປັ່ນໝາກ ໄມ້ຕາມລະດູການ, ກະແລັມ ແລະ ຄາເຟ ທີ່ລູກຄ້າໃຫ້ຄວາມສົນໃຈ ຫລາຍເນື່ອງຈາກວ່າສະຖານທີ່ ກວ້າງຂວາງຕົບແຕ່ງແບບທໍາມະ ຊາດທີ່ສວຍງາມ ພ້ອມດຽວກັນ ປາສັກ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າ ແຂວງຈໍາປາສັກ. ມີການນໍາຂອງ ແຂວງ, ເມືອງ, ນະຄອນປາກເຊ, ມີ ຮອງປະທານສູນກາງສະຫະພັນແມ່ ຍິງລາວ, ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມປະຈໍາພາກໃຕ້ລາວ, ແຂກເຊີນ ແລະ ມວນຊົນເຂົ້າຮ່ວມ. ທ່ານ ນາງ ເຕດາວັນ ແກ້ວພິ ລາວັນ ປະທານສະຫະພັນແມ່ຍິງ ແຂວງໃຫ້ຮູ້ວ່າ: ການຈັດງານ ອະນຸລັກ-ສົ່ງເສີມອາຫານທີ່ເປັນ ເອກກະລັກທ້ອງຖິ່ນ ແລະ ວັດທະ ນະທໍາການນຸ່ງຖືຂອງລາວຄັ້ງນີ້, ຈະມີການປະກວດອາຫານທີ່ເປັນ ເອກກະລັກທ້ອງຖິ່ນ, ການເດີນ ແບບອາພອນລາວ-ຊຸດຊົນເຜົ່າ, ການວາງສະແດງຜະລິດຕະພັນ ສິນຄ້າ ເຊິ່ງແມ່ນໜຶ່ງໃນຫລາຍ ກິດຈະກຳທີ່ສະຫະພັນແມ່ຍິງ ແຂວງຈັດຂຶ້ນ ເພື່ອຫວນຄືນມູນ ເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 70 ປີ, ການ ເສີມຂະຫຍາຍຄຸນລັກສະນະທີ່ເປັນ ມູນເຊື້ອຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ. ສໍາລັບການປະກວດອາຫານ ກໍ່ມີບັນດາຮ້ານເຂົ້າຮ່ວມປະກວດ ທັງໝົດ 15 ພາກສ່ວນຄື: ຈາກ ນະຄອນ-ເມືອງ 10 ຮ້ານ ແລະ ອ້ອມຂ້າງແຂວງ 5 ຮ້ານ, ການ ວາງສະແດງຜະລິດຕະພັນສິນຄ້າ 18 ຮ້ານ ເພື່ອເປັນການປະກອບ ສ່ວນຢ່າງຕັ້ງໜ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ແລະ ຂະຫຍາຍຕົວດີ ຂຶ້ນ. ຂະນະທີ່ການເດີນແບບກໍ່ໄດ້ ຮັບກຽດມາເດີນແບບເປັນນາງ ແບບກິດຕິມະສັກຈາກຄອບຄົວ ການນໍາຂອງແຂວງ, ການນໍາເພດ ຍິງ, ຄະນະບໍລິຫານງານສະຫະພັນ ແມ່ຍິງແຂວງ, ນັກທຸລະກິດຍິງ ແຂວງ, ສະມາຄົມຫັດຖະກຳແຂວງ ແລະ ສະຖາບັນການສຶກສາຄື: ໂຮງ ຮຽນວິຊະນຸວິທະຍາ, ປະຖົມແສງ ອາລຸນ, ມສ ແຮັກມານມາຍເນີ, ມສ ໂພນໄຊ. ຂະນະທີ່ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ກ່າວວ່າ: ການຈັດງານໃນ ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ຫລາຍບໍ່ພຽງແຕ່ເປັນການສ້າງ ຂະບວນການໃນການຕ້ອນຮັບ 3 ວັນປະຫວັດສາດຂອງພັກ ຂອງ ຊາດ, ຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ IX. ແຕ່ ເປັນການສະເຫລີມສະຫລອງວັນ ສ້າງຕັ້ງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 70 ປີ ໃຫ້ ມີບັນຍາກາດຟົດຟື້ນ, ເບີກບານ ມ່ວນຊື່ນ, ເປັນການໂຄສະນາປູກ ຈິດສໍານຶກການອະນຸລັກ ແລະ ສົ່ງເສີມວັດທະນະທຳ, ຮີດຄອງ ປະເພນີອັນດີງາມຂອງຊາດ, ຂອງ ທ້ອງຖິ່ນໃຫ້ຄົງຢູ່ກັບຊາດລາວ ແລະ ຄົນລາວຕະຫລອດໄປທັງເປັນ ການໂຄສະນາເຜີຍແຜ່ໃຫ້ຕ່າງຊາດ ຮັບຮູ້ເຖິງວັດທະນະທຳ, ຮີດຄອງ ປະເພນີອັນດີງາມຂອງຊາດລາວ ເຮົາຢ່າງກວ້າງຂວາງ. ກໍ່ມີກະແລັມໝາກພ້າວແຊບໆທີ່ ຕົບແຕ່ງໜ້າດ້ວຍໝາກຖົ່ວດິນ, ເຂົ້າໜົມຝອງທອງ, ໝາກຕາວ ນອກນີ້, ຍັງມີເມນູນໍ້າທີ່ຫລາກ ຫລາຍ ແລະ ຕຳເມນູຕ່າງໆໄວ້ບໍລິ ການລູກຄ້າ. ທ່ າ ນ ນ າ ງ ຈັ ນ ສ ະ ໝອ ນ ບຸນປະເສີດ ເຈົ້າຂອງຮ້ານກະແລັມ ໂປະ ແລະ ຄາເຟ ໄດ້ໃຫ້ຮູ້ວ່າ: ຈຸດ ເລີ່ມຕົ້ນຂອງຮ້ານອາຫານ ແລະ ຄາເຟແຫ່ງນີ້ ເກີດຈາກຄວາມມັກ ແລະ ຢາກເຮັດທຸລະກິດ ເພື່ອສ້າງ ລາຍຮັບເຂົ້າຄອບຄົວ ໂດຍຮ້ານ ຈະມີຄວາມໂດດເດັ່ນຢູ່ທີ່ໝູນໃຊ້ກະ ໂປະໝາກພ້າວມາໃຊ້ເປັນພາຊະນະ ບັນຈຸກະແລັມ ຈຶ່ງເປັນທີ່ມາຂອງຊື່ ຮ້ານວ່າ: hກະແລັມໂປະi ພ້ອມ ດຽວກັນນີ້ ກໍ່ມີການຕົບແຕ່ງຮ້ານ ໃຫ້ໄດ້ບັນຍາກາດແບບທໍາມະຊາດ ຈຶ່ງປະດັບດາປະດ້ວຍການນຳໃຊ້ ໄມ້ ແລະ ເຄື່ອງເກົ່າແກ່ມາຕົບແຕ່ງ ຮ້ານໂດຍປະສົມສານກັບຄວາມ ທັນສະໄໝໄດ້ຢ່າງລົງຕົວທີ່ສຸດ ແລະ ເນັ້ນຄວາມຮົ່ມເຢັນຂອງຕົ້ນ ໄມ້ທໍາມະຊາດ. ສໍາລັບກະແລັມ ພາຍໃນຮ້ານແມ່ນປຸງດ້ວຍສູດ ສະເພາະທີ່ຂ້າພະເຈົ້າສຶກສາຄົ້ນ ຄວ້າດ້ວຍຕົນເອງ, ປຸງດ້ວຍວັດຖຸ ດິບຈາກທໍາມະຊາດທີ່ມີຄຸນນະພາບ ແລະ ຜະລິດສົດໃໝ່ທຸກໆມື້ປາສະ ຈາກສານກັນບູດ; ນອກຈາກກະ ແລັມທີ່ເປັນອາຫານຫວານຂຶ້ນຊື່ ແລ້ວພາຍໃນຮ້ານແມ່ນມີລາຍການ ອາຫານປະເພດຕຳອັນເປັນທີ່ນິຍົມ ຊົມຊອບໄດ້ແກ່: ຕຳຫລວງພະ ບາງ, ຕຳໝາກໄມ້ຕາມລະດູການ ແລະ ລາຍການອາຫານອື່ນໆ ໂດຍ ຈະຈຳໜ່າຍໃນລາຄາທີ່ລູກຄ້າທຸກ ທ່ານສາມາດເຂົ້າເຖິງໄດ້. ເພື່ອ ຕອບສະໜອງຄວາມຕ້ອງການ ຂອງລູກຄ້າໃນສັງຄົມທີ່ນັບມື້ນັບ ເພີ່ມຂຶ້ນຮ້ານກະແລັມໂປະ ແລະ ຄາເຟ ແມ່ນມີແຜນຈະຂະຫຍາຍ ສາຂາເພີ່ມຕື່ມ ໂດຍຈະຮັກສາ ມາດຕະຖານການບໍລິການ ແລະ ຄຸນນະພາບຂອງລົດຊາດອາຫານ ທີ່ເປັນເອກະລັກສະເພາະເອົາໄວ້ ໃຫ້ດີທີ່ສຸດ. ຮ້ານກະແລັມໂປະ ແລະ ຄາ ເຟ ເປີດບໍລິການວັນອັງຄານ - ວັດອາທິດ (ປິດທຸກໆວັນຈັນ) ສະຖານທີ່ຕັ້ງຢູ່ບ້ານເມືອງວາ, ເມືອງສີໂຄດຕະບອງ, ນະຄອນ ຫລວງວຽງຈັນ; ພິເສດຮ້ານກະ ແລັມໂປະ ແລະ ຄາເຟ ແມ່ນມີບໍລິ ການຮັບຈັດງານລ້ຽງງານສັງສັນ ອີກດ້ວຍ ແລະ ສາມາດສອບຖາມ ຂໍ້ມູນເພີ່ມຕື່ມໄດ້ທີ່ 'aDebPPL : ຮ້ານກະແລ້ມໂປະ ຄາເຟ

RkJQdWJsaXNoZXIy MTc3MTYxMQ==