@ 0j k; c]t gsfdko 17/07/2025 xtgmf]k; ນາຍົກລັດຖະມົນຕີ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ແລະ ສໍາຄັນຕໍ່ກັບການເພີ່ມພູນຄູນ ສ້າງ, ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນມີ ມູນເຊື້ອທີ່ດີງາມມາແຕ່ດົນນານ ລະ ຫວ່າງສອງປະເທດ ກໍຄື ປະຊາຊົນ ສອງຊາດ ລາວ-ກໍາປູເຈຍ, ກໍາປູ ເຈຍ-ລາວ ໃຫ້ມີຄວາມແໜ້ນແຟ້ນ ຈະເລີນງອກງາມຍິ່ງໆຂຶ້ນ. ທ່ານ ນາງ ເຈຍ ລຽງ ກໍໄດ້ ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງແຈ້ງໃຫ້ຊາບແຜນການເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້. ການຮ່ວມມືລະຫວ່າງ ອົງການ ໄອຍະການສູງສຸດຂອງ ສອງປະ ເທດ ລາວ-ກໍາປູເຈຍ ໃນໄລຍະ ຜ່ານມາ ແມ່ນໄດ້ຮັບການພັດທະນາ ດີຂຶ້ນຢ່າງບໍ່ຢຸດຢັ້ງ ສໍາຄັນແມ່ນ ການພັດປ່ຽນຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຮ່ວມກັນ ແນໃສ່ການພັດທະນາ ວຽກງານໄອຍະການຂອງ ສອງປະ ເທດໃຫ້ເຂົ້າສູ່ລວງເລິກ. ຂ່າວ: ວົງເດືອນ; ພາບ: ຂັນໄຊ ແລະ ຍາວນານ ລວມທັງການກໍາ ນົດເປັນວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂບັນຫາຢາເສບຕິດຂອງ ລັດຖະບານ. ສ່ວນອົງການໄອຍະ ການປະຊາຊົນສູງສຸດ ກໍໄດ້ອອກ ເປັນຄໍາສັ່ງ, ຄໍາແນະນໍາກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ ເພື່ອ ຕອບສະໜອງນະໂຍບາຍວາລະ ແຫ່ງຊາດ ຂອງລັດຖະບານທີ່ວາງ ອອກໃຫ້ປະກົດຜົນເປັນຈິງ. ພາບ: ອ່າຍຄຳ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງ ໜ້າຈາກບັນດາກົມພາຍໃນກະຊວງ ການຕ່າງປະເທດ ແລະ ກະຊວງ, ຂະແໜງການທີ່ໄດ້ຮັບໂຄງການ ຊ່ວຍເຫລືອຈາກກອງທຶນດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ. ໃນປີ 2025 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ລວມມູນຄ່າ 2.823.600 ໂດລາສະຫະລັດ ເຊິ່ງ ປະກອບມີໂຄງການຊ່ວຍເຫລືອຂັ້ນ ສູນກາງ ແລະ ທ້ອງຖິ່ນ ທີ່ນອນໃນ ຂົງເຂດການພັດທະນາຊັບພະຍາ ກອນມະນຸດ, ກະສິກໍາ, ຊັບພະຍາ ກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ. ຂອບການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ໄດ້ສ້າງຕັ້ງຂຶ້ນ ຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີຄວາມໝາຍ ໝັ້ນຮ່ວມກັນຂອງບັນດາປະເທດ ສະມາຊິກເພື່ອສ້າງປະຊາຄົມແຫ່ງ ສັນຕິພາບ ແລະ ຄວາມສົມບູນພູນ ສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາ ແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດ ຈອດກັນດ້ວຍພູຜາ ແລະ ແມ່ນ້ຳ ຮ່ວມສາຍດຽວກັນ. ທ່າມກາງສະ ພາບການຂອງໂລກທີ່ຍັງສືບຕໍ່ຜະ ເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍ ນາໆປະການ, ຂອບການຮ່ວມມືດັ່ງ ກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມືທາງ ດ້ານເສດຖະກິດ-ສັງຄົມ ທີ່ສຳຄັນ ເພື່ອຮັດແໜ້ນການຮ່ວມມືຫລາຍ ຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງ ຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆ ຂອງພາກພື້ນ, ທັງປະກອບສ່ວນສະ ໜັບສະໜູນການສ້າງປະຊາຄົມ ອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງ ເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນ ຍົງ ຮອດປີ 2030 ຂອງອົງການ ສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງ ທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດ ໃນປີ 2017 ໂດຍມີເປົ້າໝາຍເພື່ອ ຈັດຕັ້ງຜັນຂະຫຍາຍ ຄວາມໝາຍ ໝັ້ນຂອງບັນດາປະເທດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ໃຫ້ປະກົດ ຜົນເປັນຈິງ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 90 ໂຄງການ ມູນຄ່າຫລາຍກວ່າ 23 ລ້ານໂດລາສະຫະລັດ ເຊິ່ງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ ເນື່ອງ ແລະ ມີໝາກຜົນເປັນຮູບປະ ທຳຢ່າງແທ້ຈິງ. ສອງຝ່າຍ ເຊື່ອໝັ້ນວ່າໂຄງການ ທີ່ໄດ້ຮັບການຊ່ວຍເຫລືອງວດໃໝ່ ໃນປີ 2025 ນີ້ ຈະສາມາດປະກອບ ສ່ວນໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ໃນພາກພື້ນແມ່ນ້ຳ ຂອງ ໃຫ້ມີປະສິດທິຜົນແລະມີໝາກ ຜົນຕົວຈິງ, ພ້ອມທັງ, ເປັນການຮັດ ອົງການໄອຍະການ... ໄອຍະການສູງສຸດ ປະຈໍາສານສູງ ສຸດ ແຫ່ງ ຣາຊະອານາຈັກ ກໍາປູ ເຈຍ, ມີພະນັກງານຂັ້ນສູງ ອົງການ ໄອຍະການ ຂອງສອງປະເທດ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ກອງປະຊຸມທີ່ມີຄວາມໝາຍ ຄວາມ ສໍາຄັນ ແລະ ເປັນກອງປະຊຸມຄັ້ງທໍາ ອິດຂອງສອງອົງການ ໃນການຍົກ ສູງການຮ່ວມມືກັນ ຕ້ານອາຊະຍາ ກໍາຂ້າມຊາດ ກໍຄື ວຽກງານໄອຍະ ການ, ທັງເປັນການປະກອບສ່ວນ ສໍາຄັນ ເຂົ້າໃນການສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ ດົນນານ ແລະ ການເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງ ລາວ ແລະ ກໍາ ປູເຈຍ ໂດຍສະເພາະການພົວພັນ ຮ່ວມມື ລະຫວ່າງ ອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງ ສຸດ ແຫ່ງ ຣາຊະອານາຈັກ ກໍາປູ ເຈຍ ເຂົ້າສູ່ວຽກງານຕົວຈິງ ຢ່າງມີ ປະສິດທິຜົນ ແລະ ການມາຢ້ຽມ ຢາມຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງ ນີ້, ເປັນການປະຕິບັດ ຕາມບົດບັນ ທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມ ຮ່ວມກັນໃນປີ 2024 ຢູ່ທ່ີຣາຊະ ອານາຈັກກໍາປູເຈຍ ແລະ ທັງເປັນ ການເພີ່ມທະວີການພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ກໍາປູເຈຍ ແລະ ສອງອົງການ ໄອຍະການສູງສຸດຂອງສອງປະ ເທດ ເຂົ້າສູ່ວຽກງານຕົວຈິງ ເຊິ່ງ ເຫັນໄດ້ວ່າ ການພົວພັນຮ່ວມມືຂອງ ສອງອົງການ ນັບມື້ກ້າວສູ່ບາດ ກ້າວໃໝ່ ແລະ ສະໜິດແໜ້ນ. ປັດຈຸບັນ, ບັນຫາອາຊະຍາກໍາ ຂ້າມຊາດ ໂດຍສະເພາະ ອາຊະຍາ ກໍາຢາເສບຕິດ ໄດ້ກາຍເປັນບັນຫາ ລວມຂອງໂລກ, ເປັນໄພຂົ່ມຂູ່ຕໍ່ ຄວາມໝັ້ນຄົງຂອງບັນດາປະເທດ ໃນພາກພື້ນ ແລະ ໃນໂລກ. ໃນແຕ່ ລະປີ ບັນຫາອາຊະຍາກໍາຢາເສບ ຕິດ ບໍ່ພຽງແຕ່ສ້າງຄວາມເສຍຫາຍ ແກ່ຊີວິດ ແລະ ຊັບສິນຂອງປະຊາ ຊົນຢ່າງມະຫາສານເທົ່ານັ້ນ ແຕ່ ຍັງເປັນອຸປະສັກຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງບັນດາປະ ຊາຊາດ ແລະ ການຮ່ວມມືໃນພາກ ພື້ນອີກດ້ວຍ. ຢາເສບຕິດເປັນບັນ ຫາໃຫຍ່ລະດັບໂລກ ທີ່ບັນດາປະ ເທດ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນຕ້ານ, ສະກັດ ກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາ, ອົງການສະຫະປະຊາຊາດ ໄດ້ກໍາ ນົດການກະທໍາຜິດກ່ຽວກັບຢາເສບ ຕິດເປັນໜຶ່ງ ໃນບັນດາອາຊະຍາ ກໍາສາກົນ; ອາຊະຍາກໍາຂ້າມຊາດ ໂດຍສະເພາະອາຊະຍາກໍາຢາເສບ ຕິດ ຈຶ່ງເປັນບັນຫາຮີບດ່ວນ ແລະ ບໍ່ມີປະເທດໃດໜຶ່ງສາມາດຮັບມືໄດ້ ໂດຍລໍາພັງ. ສະນັ້ນ, ເພື່ອຕ້ານກັບ ບັນຫາດັ່ງກ່າວໄດ້ຢ່າງມີປະສິດທິ ຜົນ ແລະ ທັນການ, ຮຽກຮ້ອງໃຫ້ ບັນດາປະເທດຕ່າງໆ ຕ້ອງໄດ້ເພີ່ມ ທະວີການຮ່ວມມືກັນຢ່າງຮອບ ດ້ານ ລວມທັງການປະສານງານ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງເສີມຄວາມສາມາດ ຂອງພະນັກງານ ໂດຍຜ່ານການ ຈັດຕັ້ງປະຕິບັດ ບັນດານິຕິກໍາ ຂອງ ສາກົນ ແລະ ພາກພື້ນ. ສໍາລັບຢູ່ ສປປ ລາວ ກໍໄດ້ຮັບ ຜົນກະທົບຈາກບັນຫາອາຊະຍາ ກໍາຂ້າມຊາດ, ບັນຫາຢາເສບຕິດ ຢ່າງຫລີກລ່ຽງບໍ່ໄດ້ ຍ້ອນສະພາບ ຈຸດພິເສດທີ່ຕັ້ງພູມສັນຖານ ຂອງ ປະເທດ ຕັ້ງຢູ່ອະນຸພາກພື້ນລຸ່ມແມ່ ນໍ້າຂອງ ມີຊາຍແດນຕິດກັບ 5 ປະ ເທດ. ໃນນັ້ນ, ມີບາງຂອບເຂດຊາຍ ແດນ ມີຄວາມຫລໍ່ແຫລມຫລາຍ ໃນບັນຫາອາຊະຍາກໍາຂ້າມຊາດ, ການຄ້າຂາຍຢາເສບຕິດ. ອີກຢ່າງ ໜຶ່ງ ສປປ ລາວ ໄດ້ເປີດກວ້າງການ ພົວພັນ ແລະ ການຮ່ວມມືກັບບັນດາ ປະເທດໃນພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ ແລະ ເຊື່ອມ ຈອດກັບບັນດາປະເທດໃກ້ຄຽງ ເປັນເງື່ອນໄຂໃຫ້ ສປປ ລາວ ກາຍ ເປັນທາງຜ່ານໃນການຂົນສົ່ງສານ ເຄມີຕັ້ງຕົ້ນ ທີ່ເປັນສ່ວນປະສົມໃນ ການຜະລິດຢາເສບຕິດ ປະເພດ ຕ່າງໆ ເຊັ່ນ: ຢາບ້າ, ເຮໂລອິນ, ຝິ່ນ, ກັນຊາ, ຢາໄອສ, ແປ້ງຝຸ່ນ ລວມ ທັງຜະລິດຕະພັນສິ່ງເສບຕິດອື່ນໆ ເພື່ອນໍາໄປຜະລິດເປັນຢາເສບຕິດ ຢູ່ບາງປະເທດໃກ້ຄຽງ ແລະ ຢູ່ບາງ ບໍລິເວນຂອງປະເທດ ເຊິ່ງ ສປປ ລາວ ກໍາລັງຖືກຂົ່ມຂູ່ຈາກບັນຫາ ຢາເສບຕິດແລະໄດ້ແຜ່ລະບາດຢ່າງ ຫລວງຫລາຍ ນັບແຕ່ຕົວເມືອງ ຮອດຊົນນະບົດຫ່າງໄກສອກຫລີກ, ເຂົ້າເຖິງທຸກຊັ້ນຄົນ, ທຸກສາຂາ ອາຊີບໃນທົ່ວສັງຄົມນັບແຕ່ເຍົາວະ ຊົນ, ຊາວໜຸ່ມ, ແມ່ຍິງ, ນັກຮຽນນັກສຶກສາ, ພໍ່ຄ້າຊາວຂາຍ, ຜູ້ໃຊ້ ແຮງງານ,ຜູ້ອອກແຮງງານ.ບັນຫາ ດັ່ງກ່າວ, ຫາກບໍ່ຮີບຮ້ອນແກ້ໄຂ ດ້ວຍມາດຕະການທີ່ສອດຄ່ອງ ຈະ ກາຍເປັນໜໍ່ແໜງແລະສາເຫດທີ່ພາ ໃຫ້ເກີດບັນຫາ ອາຊະຍາກໍາປະເພດ ຕ່າງໆ ທີ່ເອີ້ນວ່າປາກົດການຫຍໍ້ທໍ້ ໃນສັງຄົມ, ທັງຈະສົ່ງຜົນກະທົບ ທາງກົງ ແລະ ທາງອ້ອມຕໍ່ຄວາມ ສະຫງົບທາງດ້ານການເມືອງ, ກົດ ໜ່ວງການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ. ນອກນັ້ນ, ບັນຫາຢາເສບຕິດ ຍັງສົ່ງ ຜົນກະທົບຕໍ່ສຸຂະພາບ ແລະ ຊີວິດ ຂອງຊາວໜຸ່ມຮຸ່ນສືບທອດ ທີ່ເປັນ ກໍາລັງແຮງສໍາຄັນ ໃນການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ ແລະ ອະນາຄົດ. ຕາມການຕິດຕາມກວດກາຂອງ ອົງການໄອຍະການຂັ້ນຕ່າງໆ ເຫັນ ວ່າ ປີ 2024 ມີຄໍາຕັດສິນຄະດີຢາ ເສບຕິດທັງໜົດ5.012 ເລື່ອງແລະ 5 ເດືອນ ຕົ້ນປີ 2025 ມີ 1.422 ເລື່ອງ. ໂດຍເຫັນໄດ້ໄພອັນຕະລາຍ ດັ່ງກ່າວ, ສປປ ລາວ ໄດ້ສຸມໃສ່ ວຽກງານຕ້ານອາຊະຍາກໍາຢາເສບ ຕິດ ໂດຍວາງມາດຕະການ, ກໍານົດ ບາງນະໂຍບາຍ, ກົດໝາຍ, ສົນທິ ສັນຍາ, ຍຸດທະສາດສະເພາະໜ້າ ລົງນາມສັນຍາ... ລັດຖະມົນຕີກະຊວງການຕ່າງປະ ເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອລິຊາເບັດ ເທ (Elizabeth Te) ເອກອັກຄະລັດຖະທູດ ແຫ່ງ ສ ຟິລິບ ປິນ ປະຈໍາ ສປປ ລາວ, ມີບັນດາ ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນ ສູງຂອງລາວ, ທູຕານຸທູດ ແລະ ບັນ ດາອົງການຈັດຕັ້ງສາກົນ ປະຈໍາ ລາວ, ພ້ອມດ້ວຍແຂກຖືກເຊີນຈາກ ພາກສ່ວນຕ່າງໆ ເຂົ້າຮ່ວມ. ໃນພິທີ, ທ່ານລັດຖະມົນຕີ ທອງ ສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ເອລິຊາ ເບັດ ເທ ໄດ້ກ່າວມີຄໍາເຫັນ ໂດຍ ສອງຝ່າຍໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຟິລິບປິນ ນັບແຕ່ໄດ້ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 14 ມັງກອນ 1955, ຕະ ຫລອດໄລຍະ 70 ປີຜ່ານມາ ສາຍ ພົວພັນມິດຕະພາບ ລະຫວ່າງສອງ ປະເທດໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງ ໂດຍມີການແລກປ່ຽນຢ້ຽມ ຢາມຂອງການນໍາຂັ້ນສູງຂອງ ສອງປະເທດ ຢ່າງເປັນປົກກະຕິ. ຫລ້າສຸດ ແມ່ນການພົບປະສອງ ຝ່າຍ ລະຫວ່າງລັດຖະມົນຕີກະຊວງ ການຕ່າງປະເທດ ລາວ ແລະ ຟີລິບ ປິນ ໃນໂອກາດເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດ ອາ ຊຽນ ຄັ້ງທີ 58 ໃນວັນທີ 8 ກໍລະກົດ 2025 ທີ່ກົວລາລຳເປີ, ມາເລເຊຍ ແລະ ການພົບປະ ລະຫວ່າງ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 46 ໃນ ເດືອນພຶດສະພາ 2025 ຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການສົ່ງເສີມຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ນໍາ, ລັດຖະບານ ແລະ ປະຊາຊົນສອງປະເທດ ລາວຟີລິບປິນ. ສປປ ລາວ ແລະ ສ ຟິລິບ ປິນ ໄດ້ມີການພົວພັນຮ່ວມມືກັນໃນ ຫລາຍຂົງເຂດ, ໄລຍະຜ່ານມາ ລັດ ຖະບານ ແລະ ປະຊາຊົນຟີລິບປິນ ໄດ້ໃຫ້ການຊ່ວຍເຫລືອສະໜັບສະ ໜູນອັນສຳຄັນ ໃຫ້ແກ່ ສປປ ລາວ ໂດຍສະເພາະການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ, ໃນຂະແໜງ ການພັດທະນາຊັບພະຍາກອນມະ ນຸດ, ການສ້າງຄວາມເຂັ້ມແຂງໃຫ້ ແກ່ແມ່ຍິງ, ການຄຸ້ມຄອງໄພພິບັດ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ສະ ແດງຄວາມໝາຍໝັ້ນຈະສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍ ສາຍພົວ ພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ເພື່ອນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນສອງ ຊາດ ກໍຄື ການສົ່ງເສີມຄວາມສາ ມັກຄີ ແລະ ຄວາມປອງດອງພາຍ ໃນປະຊາຄົມອາຊຽນ, ໃນພາກພື້ນ ແລະ ໃນໂລກ. ພາບ: ອ່າຍຄຳ ສະຫລອງ 70 ປີ... ເຊກອງ... ຕະຫລອດໄລະຜ່ານມາ, ພັກລັດຖະບານ ໄດ້ວາງແນວທາງນະ ໂຍບາຍ ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ສົ່ງເສີມຄວາມສະເໝີ ພາບລະຫວ່າງຍິງ-ຊາຍ ດ້ວຍການ ສ້າງນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ຂອງແມ່ຍິງ; ໄດ້ຖືເອົາແມ່ຍິງ ເປັນ ພາກສ່ວນໜຶ່ງໃນກໍາລັງແຮງທີ່ ສໍາຄັນຂອງພັກ ໃນຍຸກແຫ່ງການ ປ່ຽນແປງໃໝ່, ແມ່ຍິງມີບົດບາດ ສຳຄັນໃນການຂັບເຄື່ອນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີ ມັນສະໝອງ ທີ່ສາມາດປະກອບ ສ່ວນຊຸກຍູ້ເຂົ້າໃນການພັດທະນາ ປະເທດຊາດ; ແມ່ຍິງເປັນເພດທີ່ມີ ຄວາມອ່ອນໂຍນແລະ ມີຄວາມເຂັ້ມ ແຂງໃນເວລາດຽວກັນ, ໃນການ ເຮັດວຽກຈະມີຄວາມລະອຽດຮອບ ຄອບ, ກ້າຕັດສິນໃຈ, ມີຄວາມໜັກ ແໜ້ນແລະ ມີຄວາມຫ້າວຫັນມຸ່ງມາ ນະສູງໃນການປະຕິບັດໜ້າທີ່ວຽກ ງານເທົ່າທຽມເພດຊາຍ. ປັດຈຸບັນ, ແມ່ຍິງໄດ້ກາຍເປັນການນຳຂັ້ນ ຕ່າງໆຫລາຍຂຶ້ນເປັນຕົ້ນ ແມ່ຍິງ ໄດ້ບັນຈຸເຂົ້າເປັນສະມາຊິກລັດຖະ ບານ, ກາຍເປັນກົມການເມືອງ, ຮອງປະທານປະເທດ, ລັດຖະມົນຕີ, ເຈົ້າເມືອງ, ເປັນນາຍທະຫານ, ເປັນ ນັກການທູດ, ເປັນນັກບໍລິຫານ, ແມ່ ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ. ນອກຈາກນີ້, ແມ່ຍິງລາວ ຍັງໄດ້ອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີຂອງຊາດ ລາວ ໄວ້ຈົນເທົ່າທຸກວັນນີ້. ຂ່າວ: ກິດຕາ; ພາບ: ຂັນໄຊ ພັກ-ລັດຖະບານ... ຕ່ຳແຜ່ນ)ແລະການບໍລິການ(ການ ທ່ອງທ່ຽວ, ການຂົນສົ່ງ). ທ່ານ ບຸນຫລາຍ ບຸດທິ ຮັກສາ ການແທນເລຂາພັກແຂວງ, ເຈົ້າ ແຂວງເຊກອງ ໄດ້ໃຫ້ສຳພາດໃນ ໂອກາດເຂົ້າຮ່ວມກອງປະຊຸມລັດ ຖະບານເປີດກວ້າງ ຄັ້ງທີ I ປີ 2025 ໃນວັນທີ 16 ກໍລະກົດ 2025 ນີ້ ວ່າ: ການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ 6 ເດືອນຕົ້ນ ປີ 2025 ຕິດພັນກັບການຈັດຕັ້ງ ປະຕິບັດສອງວາລະແຫ່ງຊາດ, ສາມາດຕີລາຄາລວມຍອດຜະລິດ ຕະພັນພາຍໃນ (GDP) ຈະບັນລຸ ໄດ້ 3.376 ຕື້ກີບ, ຈະເພີ່ມຂຶ້ນໃນ ລະດັບ 6,2%, ສະເລ່ຍຕໍ່ຫົວຄົນ ປະມານ 24,25 ລ້ານກີບ ຫລື ເທົ່າ ກັບ 1.123 ໂດລາສະຫະລັດ; ການ ເກັບລາຍຮັບເຂົ້າງົບປະມານ ສາ ມາດປະຕິບັດໄດ້ 230,77 ຕື້ກີບ, ປະຕິບັດໄດ້ 37,40% ຂອງແຜນ ປີ, ລາຍຈ່າຍງົບປະມານປະຕິບັດ ໄດ້ 237,05 ຕື້ກີບ, ປະຕິບັດໄດ້ 48,51%ຂອງແຜນປີ. ສຳລັບການ ນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ນຳເຂົ້າ ສິນຄ້າໄດ້ທັງໝົດ 4,17 ລ້ານໂດ ລາສະຫະລັດ, ທຽບໃສ່ແຜນປີປະ ຕິບັດໄດ້ 55,6%, ຜະລິດສິນຄ້າ ສົ່ງອອກບັນລຸໄດ້ 121,17 ລ້ານ ໂດລາ, ທຽບໃສ່ແຜນປີປະຕິບັດໄດ້ 63,19%, ສະພາບການລົງທຶນ ລວມ ປະຕິບັດໄດ້ 222,22 ຕື້ກີບ, ເທົ່າກັບ 16,99% ຂອງແຜນການ ປີ; ອັນພົ້ນເດັ່ນມີ 3 ໂຄງການ ລົງ ທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ພັດທະນາໂຄງ ການໄດ້ສຳເລັດ 100% ຄື: ໂຄງ ການເຂື່ອນໄຟຟ້ານໍ້າອີມູນ, ໂຄງ ການເຂື່ອນໄຟຟ້າຫ້ວຍລະແງ ແລະ ໂຄງການກໍ່ສ້າງພະລັງງານລົມ ເຊິ່ງໂຄງການດັ່ງກ່າວ, ປະກອບ ສ່ວນສຳຄັນເຂົ້າໃນການສ້າງວຽກ ເຮັດງານທຳໃຫ້ຄົນລາວ ກໍຄື ຄົນ ທ້ອງຖິ່ນ ແລະ ປະກອບສ່ວນສຳຄັນ ເຂົ້າໃນການຊຸກຍູ້ເສດຖະກິດຂອງ ແຂວງເຊກອງ ຂະຫຍາຍຕົວໄປ ແໜ້ນສາຍພົວພັນການຮ່ວມມືໃນ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ນັບມື້ນັບແໜ້ນແຟ້ນ ຂຶ້ນເປັນກ້າວໆ. ຂ່າວ-ພາບ: ກົມ ເສດຖະກິດ, ກະຊວງການຕ່າງປະເທດ ຕາມທິດທີ່ໄດ້ກຳນົດໄວ້. ສຳລັບ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແຂວງ ເຊກອງ ໄດ້ເປັນເຈົ້າການນໍາພາ-ຊີ້ ນໍາການຈັດຕັ້ງປະຕິບັດ ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຂອງ ພັກ ຫັນກໍາລັງລົງກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອົາ ໃຈໃສ່ປ້ອງກັນເວນຍາມ ການສະ ເຫລີມສະຫລອງວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ, ເປັນເຈົ້າ ການໃນການແກ້ໄຂປາກົດການຫຍໍ້ ທໍ້ໃນສັງຄົມ, ການເຄື່ອນໄຫວທາງ ດ້ານສາສະໜາ, ບັນຫາການລັກ ລອບຂົນສົ່ງສິນຄ້າ ແລະ ຂຸດຄົ້ນ ຊັບພະຍາກອນກໍາມະຊາດຫລຸດລົງ ເທື່ອລະກ້າວ; ເອົາໃຈໃສ່ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງ ຕັ້ງ ແລະ ເປັນເຈົ້າການພົວພັນຮ່ວມ ມືດ້ານວຽກງານ ປກຊ-ປກສ ກັບ ບັນດາແຂວງຂອງ ສສ ຫວຽດ ນາມ ແນໃສ່ແກ້ໄຂບັນດາປາກົດ ການຫຍໍ້ທໍ້ຕ່າງໆ ຕາມຊາຍແດນ ລາວ-ຫວຽດນາມ. ທ່ານ ບຸນຫລາຍ ບຸດທິ ຍັງໃຫ້ ຮູ້ອີກວ່າ: ໃນຕໍ່ໜ້າແຂວງເຊກອງ ຈະຕ້ອງສຸມໃສ່ການເພີ່ມທະວີ ການ ສົ່ງເສີມການຜະລິດ ເພື່ອທົດແທນ ການນໍາເຂົ້າ ແລະ ເປັນສິນຄ້າສົ່ງ ອອກໃຫ້ເປັນຮູບປະທຳຕົວຈິງແລະ ຫລາຍຂຶ້ນ, ຫັນການນໍາໃຊ້ເຄື່ອງມື ທີ່ທັນສະໄໝ ເຂົ້າໃນການຈັດເກັບ ລາຍຮັບ, ສະກັດກັ້ນການຮົ່ວໄຫລ, ໄປພ້ອມກັບການຂະຫຍາຍຖານ ລາຍຮັບໃໝ່ສ້າງການຫັນປ່ຽນເພື່ອ ກ້າວເຂົ້າສູ່ການສ້າງເສດຖະກິດ ເອ ກະລາດເປັນເຈົ້າຕົນເອງ, ເອົາໃຈ ໃສ່ພັດທະນາຂະແໜງເສດຖະກິດ ທີ່ເປັນປາຍແຫລມ ຕິດພັນກັບການ ເກັບພັນທະເຂົ້າງົບປະມານແຫ່ງ ລັດ ຂອງບັນດາໂຄງການລົງທຶນ ຂະໜາດໃຫຍ່ ເປັນຕົ້ນ ໂຄງການ ພະລັງງານໄຟຟ້ານ້ຳຕົກ, ໂຄງການ ພະລັງງານໄຟຟ້າຖ່ານຫີນ, ໂຄງ ການໄຟຟ້າພະລັງງານລົມ ແລະ ໂຄງການອື່ນໆ. ຂ່າວ: ກິດຕາ; ພາບ: ຂັນໄຊ ປີ 2025 ໃນວັນທີ 15 ກໍລະກົດ 2025 ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນສຳເລັດການເຄື່ອນໄຫວວຽກ ງານທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນ ຕົ້ນປີ 2025 ເຊິ່ງອົງການປົກຄອງ ແຂວງອຸດົມໄຊ ໄດ້ຈັດຕັ້ງເຄື່ອນ ໄຫວວຽກງານຕາມພາລະບົດບາດ ໃນສະພາບເງື່ອນໄຂຂອງປະເທດ ຍັງສືບຕໍ່ຜະເຊີນໜ້າກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຕ່າງໆ ໂດຍ ສະເພາະຢູ່ແຂວງອຸດົມໄຊ ຍັງສືບ ຕໍ່ຜະເຊີນໜ້າກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ກຸ່ມ ຄົນບໍ່ດີ ສືບຕໍ່ກໍ່ກວນ ສ້າງຄວາມບໍ່ ສະຫງົບ ແລະ ບັນຫາປາກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມ ຍັງເກີດຂຶ້ນ ແລະ ແຜ່ລາມຢູ່ທົ່ວໄປ, ເຊິ່ງບັນຫາ ເຫລົ່ານັ້ນ ໄດ້ສົ່ງຜົນກະທົບຕໍ່ການ ນໍາພາ-ຊີ້ນໍາ ຂອງອົງການປົກຄອງ ແຂວງແລະຕໍ່ການດໍາລົງຊີວິດຂອງ ພະນັກງານ, ສະມາຊິກພັກ, ກຳລັງ ປະກອບອາວຸດ, ປະຊາຊົນບັນດາ ເຜົ່າ ແລະ ອີກເຫດການໜຶ່ງທີ່ພົ້ນ ເດັ່ນທີ່ໄດ້ເກີດຂຶ້ນ ແມ່ນໄດ້ເກີດເຫດ ການໄຟໄໝ້ ແລະ ເກີດລະເບີດຮຸນ ແຮງຢູ່ບ້ານນາໜີ ເມືອງໄຊ. ແຕ່ ເຖິງຢ່າງໃດກໍຕາມ ດ້ວຍຄວາມຮັບ ຜິດຊອບທາງດ້ານການເມືອງ ແລະ ຄວາມພະຍາຍາມຢ່າງຕັ້ງໜ້າຂອງ ອົງການປົກຄອງແຂວງ ໃນການ ອຸດົມໄຊ... ນໍາພາ-ຊີ້ນໍາ ຈຶ່ງເຮັດໃຫ້ແຜນພັດ ທະນາເສດຖະກິດ-ສັງຄົມ ຄັ້ງທີ IX, ແຜນພັດທະນາເສດຖະກິດສັງຄົມ ປະຈໍາປີ 2025, 2 ວາລະ ແຫ່ງຊາດ ແລະ ວຽກງານເຄັ່ງ ຮ້ອນຂອງລັດຖະບານ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ເຫດການທີ່ເກີດຂຶ້ນໄດ້ຮັບການ ແກ້ໄຂທັນການ ເຊິ່ງເຮັດໃຫ້ທົ່ວ ແຂວງ ສືບຕໍ່ຮັກສາໄດ້ຄວາມມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ ດີ, ເສດຖະກິດ-ສັງຄົມ ສືບຕໍ່ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ໄດ້ສຸມໃສ່ ຈັດເກັບລາຍຮັບ ຕາມທ່າແຮງບ່ົມ ຊ້ອນຂອງແຂວງ, ອັດຊ່ອງວ່າງ ການຮົ່ວໄຫລຂອງລາຍຮັບ, ປັບປຸງ ກົນໄກຄຸ້ມຄອງລາຍຮັບ ໂດຍສະ ເພາະການຫັນເອົາຫົວໜ່ວຍທຸລະ ກິດຢູ່ນອກລະບົບເຂົ້າສູ່ລະບົບ, ຄຸ້ມ ຄອງຂໍ້ມູນການເກັບລາຍຮັບດ້ວຍ ລະບົບທັນສະໄໝ, ເຂັ້ມງວດການ ຈັດຕັ້ງປະຕິບັດເກັບລາຍຮັບ ຈາກ ຊັບພະຍາກອນທຳມະຊາດຈາກບັນ ດາໂຄງການຂຸດຄົ້ນບໍ່ແຮ່, ກິດຈະ ການເຊົ່າ-ສຳປະຫານທີ່ດິນຂອງ ລັດ ແລະ ອື່ນໆ ເຮັດໃຫ້ລາຍຮັບ ພູດຂອງແຂວງມີທ່າອ່ຽງດີຂຶ້ນ,ຄຸ້ມ ຄອງລາຍຈ່າຍເຂັ້ມງວດຕາມແຜນ ການທີ່ສະພາໄດ້ຮັບຮອງສາມາດ ຮັບປະກັນໄດ້ລາຍຈ່າຍທີ່ເປັນບຸລິ ມະສິດຂອງລັດຖະບານ ເຊິ່ງໃນໄລ ຍະ 6 ເດືອນຕົ້ນປີ 2025 ສາມາດ ຈັດເກັບລາຍຮັບໄດ້ທັງໝົດ181,66 ຕື້ກີບ, ເທົ່າກັບ 74,06% ຂອງ ແຜນການປີ. ໃນນີ້, ພູດສູນກາງ ປະຕິບັດໄດ້ 13,90 ຕື້ກີບ ເທົ່າກັບ 55,60% ຂອງແຜນການປີ ແລະ ພູດທ້ອງຖິ່ນປະຕິບັດໄດ້ 167,76 ຕື້ ກີບ, ເທົ່າກັບ 76,19% ຂອງແຜນ ການປີ, ດ້ານລາຍຈ່າຍປະຕິບັດໄດ້ ທັງໝົດ 291,06 ຕື້ກີບ ເທົ່າກັບ 42,03% ຂອງແຜນການປີ. ສຳລັບ ທິດທາງແຜນການວຽກ ງານຈຸດສຸມ 6 ເດືອນທ້າຍປີ 2025 ແຂວງອຸດົມໄຊ ຈະສືບຕໍ່ສຸມໃສ່ຈັດ ຕັ້ງປະຕິບັດວຽກງານຂົງເຂດເສດ ຖະກິດ ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ບັນຫາ ເຄັ່ງຮ້ອນຂອງລັດຖະບານ ແນໃສ່ ເຮັດໃຫ້ເສດຖະກິດຂອງແຂວງ ບັນ ລຸຕາມຄາດໝາຍທີ່ສະພາປະຊາຊົນ ແຂວງໄດ້ຮັບຮອງ ໂດຍຈະສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນການ ລົງທຶນຂອງລັດ ປະຈຳປີ 2025 ໃຫ້ ບັນລຸຕາມແຜນການທີ່ວາງໄວ້. ໃນ ນີ້, ຈະຈັດຕັ້ງປະຕິບັດບັນດາໂຄງ ການລົງທຶນຂອງລັດ, ໂຄງການລົງ ທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ໂຄງການຊ່ວຍເຫລືອ ທາງການເພື່ອການພັດທະນາ ແລະ ທຶນທະນາຄານ ໃຫ້ມີຜົນສຳເລັດ ຕາມແຜນການ; ສຸມໃສ່ສ້າງສະ ພາບແວດລ້ອມເອື້ອອຳນວຍຕໍ່ການ ລົງທຶນ ເພື່ອດຶງດູດເອົາການລົງ ທຶນພາຍໃນ ແລະ ຕ່າງປະເທດ ມາ ພັດທະນາແຂວງໃຫ້ໄດ້ຢ່າງຕໍ່ເນື່ອງ, ພ້ອມທັງຈະຊຸກຍູ້ບັນດາໂຄງການ ລົງທຶນຂອງພາກເອກະຊົນ ໃຫ້ໄດ້ ຮັບການຈັດຕັ້ງປະຕິບັດຕາມບົດ ບັນທຶກຄວາມເຂົ້າໃຈ ແລະ ສັນຍາ ທີ່ໄດ້ລົງນາມແລ້ວ ແລະ ເຂັ້ມງວດ ຕໍ່ບັນດາໂຄງການທີ່ບໍ່ປະຕິບັດຕາມ ສັນຍາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການ ປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນ ໃນພາລະກິດປະຕິວັດປົດປ່ອຍຊາດ ຄຽງບ່າຄຽງໄຫລ່ກັບເພດຊາຍຕະ ຫລອດມາ.
RkJQdWJsaXNoZXIy MTc3MTYxMQ==