16/07/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d © ¨¤ Å ນ wxmj kc0d 1j k]n ,wxc;j mj P;4E-h k' 4 ;y mu dkoxh v'da oza d c]t \kdw,h 9kd,q f.o]tf6 /q o v5 my pkocsj '-kf su o|k,|+ © າÃÇ າ າ¤ອ ໃນລະດູຝົນ ມົດມັກຈະແນມຫາ ການຕັ້ງຖິ່ນຖານໃໝ່ ແລະ ຊອກຢູ່ ຫາກິນ ເຊິ່ງປາສະຈາກບໍ່ໄດ້ທີ່ມັນ ກັດກິນຜັກ ແລະ ໝາກໄມ້ຂອງທ່ານ ແຕ່ມົດກໍ່ມີປະໂຫຍດຕໍ່ການກະສິ ກໍາ ແລະ ພືດຂອງທ່ານນຳເຊັ່ນກັນ ເພາະມົດຮັກສາສານອາຫານໃນດິນ ໄດ້. ສະນັ້ນ, ການໃຊ້ສານກຳຈັດ ສັດຕູພືດ ເພື່ອຂ້າມົດມີແຕ່ຈະກໍ່ໃຫ້ ເກີດອັນຕະລາຍຕໍ່ພືດຜົນຂອງທ່ານ ນັ້ນ ຈຶ່ງເປັນເຫດຜົນທີ່ເຮົາຄວນ ຊອກຫາວິທີແກ້ບັນຫາດ້ວຍວິທີ ທຳມະຊາດ ເຊິ່ງມີດັ່ງນີ້: ອຸທິຍານແຫ່ງຊາດຫີນໜາມ ໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາ ມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື້ອທີ່ຕິດກັບອຸທິ ຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ, ຖ້າລວມພື້ນທີ່ ອຸທິຍານແຫ່ງຊາດທັງສອງແຫ່ງນີ້ ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີ ເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນ ປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີ ອາຍຸປະມານ 400 ລ້ານປີ. ຫີນໜາມໜໍ່ ແປວ່າ “ຫີນທີ່ ມີຍອດອັນແຫລມຄົມ” ຊຶ່ງເປັນ ການສື່ໃຫ້ເຫັນເຖິງອົງປະກອບ ທີ່ສໍາຄັນຂອງສະຖານທີ່ພິເສດ ແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີ ຍອດອັນແຫລມຄົມ ນອນຢູ່ໃນ ເ ຂດພື້ນທີ່ປິດອ້ອມຮອບຂອງ ຮ່ອມພູຫີນປູນ (ຫລື ກວານ) ເຮັດໃຫ້ກາຍເປັນພູມີທັດພູຫີນປູນ ທີ່ມີຄວາມໂດດເດັ່ນເປັນພິເສດ ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນ ພາກພື້ນ; ໃນນັ້ນ ເອກະລັກທີ່ໂດດ ເດັ່ນປະກອບດ້ວຍຖ້ໍານ້ໍາລອດເຊ ບັ້ງໄຟ ຖືວ່າເປັນສິ່ງມະຫັດສະຈັນ ທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນ ໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມ ງົດງາມເປັນພິເສດ,ມີປະລິມານ ນ້ໍາໄຫລມີການປ່ຽນແປງຂອງປະ ຖ້ຳຊ້າງ ເປັນອີກສະຖານທີ່ ໜຶ່ງທີ່ໜ້າສົນໃຈຕັ້ງຢູ່ເທິງໜ້າຜາ ບໍລິເວນເຂດບ້ານຖ້ຳ ເມືອງທ່າ ແຂກ ແຂວງຄຳມ່ວນ ຫ່າງຈາກ ຕົວເມືອງປະມານ 8 ກິໂລແມັດ, ໄປ ຖໍ້າຊ້າງ ໄດ້ເປີດໃຫ້ບໍລິການ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງເປັນທາງການ ໃນປີ 2010 ເປັນຕົ້ນມາ ແລະ ໄດ້ກາຍເປັນແຫລ່ງທ່ອງທ່ຽວທີ່ ມີຊື່ສຽງແຫ່ງໜຶ່ງຂອງແຂວງຄໍາ ມ່ວນ. ເພື່ອອຳນວຍຄວາສະດວກ ໃຫ້ກັບແຂກທີ່ມາທ່ຽວຊົມຖ້ຳຊ້າງ ນັ້ນ ກໍໄດ້ມີການອຳນວຍຄວາມ ສະດວກເສັ້ນທາງເຂົ້າໄປຫາຖ້ຳ, ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຫ້ອງນ້ຳ, ຢູ່ບໍລິເວນດ້ານລຸ່ມຂອງ ຖ້ຳກໍຈະມີຮູບປັ້ນໂຕຊ້າງ, ສາລາ ແລະ ຕົ້ນໄມ້ໃຫຍ່ຫລາຍຕົ້ນທີ່ຮົ່ມ ເຢັນສະບາຍ. ເອົາເປັນວ່າ, ຖ້າທ່ານ ໃດໄດ້ມີໂອກາດໄປເມືອງທ່າແຂກ ແຂວງຄຳມ່ວນ ຢ່າລືມຫາໂອກາດ ໄປທ່ຽວຊົມຄວາມມະຫັດສະຈັນ ຂອງຫີນປົ່ງຫີນຍ້ອຍອອກມາມີ ລັກສະນະຄືກັບໂຕຊ້າງ ແລະ ຄວາມ ງົດງາມຂອງຖ້ຳດັ່ງກ່າວ. ຕາມເສັ້ນທາງເລກທີ 12 ພາຍໃນ ມີຫີນປູນຮູບຮ່າງຄ້າຍຄືກັບຊ້າງ ຈຶ່ງໄດ້ຊື່ວ່າ “ຖ້ຳຊ້າງ” ເຊິ່ງເປັນ ຖ້ຳທີ່ປະຊາຊົນພາຍໃນທ້ອງຖິ່ນ ມີຄວາມເຄົາລົບບູຊາຕໍ່ສິ່ງສັກສິດ ທີ່ຢູ່ໃນຖ້ຳແຫ່ງນີ້ ໂດຍສະເພາະ ແມ່ນໄລຍະປີໃໝ່ລາວ ກໍຈະມີຜູ້ຄົນ ຈຳນວນຫລາຍເດີນທາງມາເພື່ອຫົດ ສົງນ້ຳ ແລະ ບູຊາຫົວຊ້າງ ເພາະຢູ່ ພາຍໃນຖ້ຳ ມີພະພຸດທະຮູບຫລາຍ ອົງໄວ້ໃຫ້ກາບໄຫວ້ບູຊາ, ມີຮູບປັ້ນ ອົງຄະລັກຕ່າງໆ ເຊິ່ງສິ່ງທັງໝົດ ເຫລົ່ານັ້ນແມ່ນພູມປັນຍາສັດທາ ຂອງຊາວພຸດໄດ້ພ້ອມກັນສ້າງ ແລະ ເອົາໄປປະດິດສະຖານໄວ້, ແຕ່ໃນ ສ່ວນທີ່ເປັນທຳມະຊາດນັ້ນ ພາຍໃນ ຖໍ້າກໍ່ມີຫີນທີ່ເປັນລັກສະນະຮູບສັດ ຕ່າງໆນາໆ ເຊິ່ງແລ້ວແຕ່ຜູ້ພົບເຫັນ ຈະຈິນຕະນາການ, ມີວັດຖຸບູຮານ ແລະ ມີຫີບໃສ່ໃບລານທີ່ເຮັດດ້ວຍ ຫີນຢູ່ເບື້ອງຊ້າຍຂອງຖໍ້າ (ສັງເກດ ເວລາເຮົາເຂົ້າປາກຖໍ້າ). ສຳລັບປະຫວັດຄວາມເປັນມາ ຂອງຖໍ້າແຫ່ງນີ້ກໍ່ມີຫລາຍອັນທີ່ຍັງ ຈະຕ້ອງໄດ້ສຶກສາເກັບກຳຂໍ້ມູນ ຕື່ມ, ແຕ່ທີ່ຈະແຈ້ງປາກຖໍ້າແຫ່ງນີ້ ທະຫານອາສາສະໝັກຫວຽດນາມ ທີ່ມາປະຕິບັດໜ້າທີ່ຄຽງບ່າຄຽງ ໄຫລ່ກັບທະຫານຂອງກອງທັບ ລາວອິດສະຫລະໄດ້ສະລະຊີບເປັນ ຈຳນວນຫລາຍຮ້ອຍຄົນໃນໄລຍະ ຊຸມປີ 1960. ຖ້ຳດັ່ງກ່າວມີຈຸດ ພິເສດ ແມ່ນປິ່ນໜ້າທາງທິດຕາເວັນ ຕົກ ເວລາຍາມແລງຕາເວັນໃກ້ຈະ ຕົກດິນ, ແສງສະທ້ອນຈາກຕາເວັນ ໄດ້ຊ່ວຍໃຫ້ພວກເຮົາສາມາດເບິ່ງ ເຫັນທຸກສິ່ງໃນບໍລິເວນປາກຖໍ້າໂດຍ ບໍ່ຕ້ອງໃຊ້ໄຟສາຍເຍືອງທາງ ແລະ ປັດຈຸບັນບໍລິເວນປາກຖໍ້າມີການ ບູລະນະຊ້ອມແປງເພື່ອໃຫ້ມີຄວາມ ສະດວກໃນການເຂົ້າຖ້ຳຂອງນັກ ທ່ອງທ່ຽວຫລາຍຂຶ້ນ. ພ້ອມນັ້ນ, ສະພາບແວດລ້ອມບໍລິເວນປາກຖໍ້າ ທາງນອກມີຕົ້ນໄມ້ປົກຫຸ້ມເປັນສ່ວນ ຫລາຍ ອັນເຮັດໃຫ້ມີອາກາດເຢັນ ດີ, ບໍລິສຸດສົດຊື່ນຈາກທຳມະຊາດ ແທ້ ແລະ ອີກຢ່າງໜຶ່ງທີ່ບໍ່ຄວນພາດ ເມື່ອທ່ານໄປຖ້ຳຊ້າງນັ້ນຄືການຍ່າງ ຂຶ້ນໄປຕາມຂັ້ນໄດ ແລະ ເສັ້ນທາງ ຄົດໂຄ້ງສູງຊັນ ເພື່ອຊົມທິວທັດ ທຳມະຊາດຄວາມງົດງາມຂອງ ທົ່ງນາອັນກວ້າງໃຫຍ່ທີ່ອ້ອມຮອບ ຕົວເມືອງທ່າແຂກ ຈາກສາລາຊົມ ທິວທັດ ພ້ອມນັ້ນທ່ານຍັງສາມາດ ແນມເຫັນແມ່ນ້ຳຂອງອັນຍາວຢຽດ ອີກດ້ວຍ. 1. ປູກຢາພື້ນເມືອງໃນສວນ ຂອງທ່ານ ເຊັ່ນ ຜັກຫອມ, ກະທຽມ ຕົ້ນໝາກນາວ ຫລື ຕົ້ນໝາກເຜັດ ທີ່ ສາມາດປ້ອງກັນ ແລະ ເຮັດໜ້າທີ່ ເປັນຄືຢາຂັບໄລ່ມົດ ແລະ ປ້ອງກັນ ສັດຕູພືດຊະນິດອື່ນໆອີກດ້ວຍ. 2. ໃຊ້ນ້ຳໝາກນາວ ຫລື ໃຊ້ນ້ຳ ສົ້ມສາຍຊູ ແລ້ວສີດຕາມທາງຍ່າງທີ່ ມີມົດ, ມົດບໍ່ມັກສານທີ່ເປັນກົດ ໂດຍ ນ້ຳສົ້ມສາຍຊູ ແລະ ນ້ຳໝາກນາວມີ ກົດຫລາຍພຽງພໍແລ້ວທີ່ຈະໄລ່ມົດ ອອກໄປໄດ້. ສຳລັບນ້ຳສົ້ມສາຍຊູ 1 ສ່ວນປະສົມກັບນ້ຳ 1 ສ່ວນ ເທ ໃສ່ຂວດສະເປແລ້ວສີດໄປຕາມທາງ ມົດ, ສຳລັບໝາກນາວ ໃຊ້ນ້ຳໝາກ ນາວ 1 ສ່ວນກັບນ້ຳ 3 ສ່ວນ ແລະ ເຮັດແບບດຽວກັນ. 3. ແປ້ງເດັກນ້ອຍ ເປັນສິ່ງທີ່ ພວກມົດບໍ່ມັກພໍໆກັບນ້ຳສົ້ມສາຍຊູ ແລະ ນ້ຳໝາກນາວ ຫາກໂຮຍໄປ ຮອບໆທາງຍ່າງ ແລະ ຮັງມົດ ຜົງ ແປ້ງຈະສາມາດປິດປະສາດສຳພັດ ຂອງພວກມົດໄດ້ ດ້ວຍເຫດນີ້ ພວກ ມັນຈຶ່ງບໍ່ສາມາດສື່ສານກັນ ແລະ ລົບກວນພືດຜັກຂອງທ່ານໄດ້. 4. ບັນຈຸຜັກ ໝາກໄມ້ໃສ່ຖົງ ແລະ ການປິດຝາໃຫ້ແໜ້ນຖືເປັນວິ ທີທີ່ໄດ້ຜົນທີ່ສຸດພວກມົດບໍ່ສາມາດ ເຂົ້າໄປໄດ້ແນ່ນອນ. ລິມານນ້ໍາໄຫລອອກຈາກຖ້ໍາຢ່າງ ມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນ ອ່າງນ້ໍາ ຫລື ຂະໜາດໃຫຍ່ທີ່ສຸດ ກວ່າໝູ່ໃນໂລກ. ສໍາລັບລະບົບນິ ເວດຂອງພູຫີນປູນແຫ່ງນີ້ ແມ່ນ ເປັນບ່ອນຢູ່ອາໄສຂອງສັດນາໆ ຊະນິດທີ່ໃກ້ສູນພັນ, ສັດສະເພາະ ຖິ່ນຫລາຍຊະນິດທີ່ແຕກຕ່າງກັນ ອາໄສຢູ່ພູແຕ່ລະໜ່ວຍ, ມີລະບົບ ນິເວດທີ່ມີລັກສະນະສະເພາະ ຊຶ່ງ ເປັນບ່ອນຢູ່ອາໄສຂອງພືດພັນ ແລະ ສັດປ່າທີ່ຫາຍາກຂອງໂລກເປັນຕົ້ນ ຂະຍຸ (ໜູຫີນລາວ), ນົກຫົວໂລ້ນ, ສັດລ້ຽງລູກດ້ວຍນໍ້ານົມ ແລະ ສັດ ເລືອຄານທີ່ໃກ້ສູນພັນຈຳນວນ 10 ຊະນິດ, ມີທະນີແກ້ມຂາວ ຖິ່ນ ໃຕ້ ແລະ ນົກກົກຄໍຄໍາ, ຕະກູນລີງ ຢ່າງໜ້ອຍ 10 ຊະນິດ, ມີເຂດປ່າ ສະຫງວນ. ນອກຈາກນັ້ນແລ້ວ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຍັງມີຄຸນຄ່າກ່ຽວກັບຄວາມເຊື່ອຖື ສິ່ງສັກສິດສໍາລັບຊຸມຊົນ. ບັນດາ ຖ້ໍາຫລາຍແຫ່ງໃນອຸທິຍານເປັນ ຕົ້ນແມ່ນ ຖ້ໍານ້ໍາລອດເຊບັ້ງໄຟໄດ້ ຖືກນໍາໃຊ້ເປັນສະຖານທີ່ສັກກະລະ ບູຊາຂອງປະຊາຊົນໃນທ້ອງຖິ່ນ ມາເປັນເວລາຫລາຍຊົ່ວອາຍຸຄົນ. ສຳລັບຄວາມສວຍສົດງົດງາມ ຂອງອຸທິຍານແຫ່ງຊາດຫີນໜາມ ໜໍ່ ແມ່ນມີທິວທັດທໍາມະຊາດອັນ ອັດສະຈັນເກີນກວ່າຄໍາບັນຍາຍ. ປະຊາຊົນໄດ້ເອີ້ນອຸທິຍານແຫ່ງ ນີ້ວ່າ: ເຮືອນເປັນເວລານັບພັນປີ ຍ້ອນວ່າປະຊາຊົນບັນດາເຜົ່າ ເປັນ ຕົ້ນເຜົ່າກຣີ ແລະ ເຜົ່າຕຣີ ໄດ້ດໍາລົງ ຊີວິດ ແລະ ປົກປັກຮັກສາສວນອຸທິ ຍານແຫ່ງນີ້ມາໄດ້ຫລາຍຮ້ອຍປີ ແລ້ວ, ມີຄວາມຮັກ, ຄວາມຜູກພັນ ທີ່ດີລວມທັງຮີດຄອງປະເພນີຂອງ ພວກເຂົາເຈົ້າເຫລົ່ານັ້ນໄດ້ຕິດພັນ ເຊື່ອມໂຍງກັບສິ່ງແວດລ້ອມຂອງ ອຸທິຍານແຫ່ງນີ້. ເພື່ອເປັນການ ປົກປັກຮັກສາອຸທິຍານຫີນໜາມໜໍ່ ແຫ່ງນີ້ ໃຫ້ຍັງຄົງສະພາບເດີມໄດ້ ມີການແຕ່ງຕັ້ງຄະນະຮັບຜິດຊອບ ຄຸ້ມຄອງນັບແຕ່ຂັ້ນສູນກາງ, ຂັ້ນ ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. າ¤ອ
RkJQdWJsaXNoZXIy MTc3MTYxMQ==