7072

lv'dv'ma [ sk]n dtdP,/b d-h v,Ij ;, ]k;{ia fg-p ( ]k3il-2025) 16/07/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]a f4t,q o8u dt-;'dko8j k'xtgmf]k; c]t vq flt8ik]u sk]n glu ,0tspkpdkorq ;ra oIj ;,,n ຂປລ. ໃນວັນທີ 10 ກໍລະກົດ 2025 ຜ່ານມສ, ທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມຮຳມັດອີຊັກດາຣ (MVIBNNBE ITIBR %BS) ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ອິດ ສະລາມ ປາກິດສະຖານ ໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມ ລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາ ລໍາເປີ, ມາເລເຊຍ. ໃນການພົບປະ, ສອງຝ່າຍໄດ້ ສະແດງຄວາມຍິນດີທີ່ໄດ້ມີໂອກາດ ພົບປະກັນໃນຄັ້ງນີ້, ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ສືບຕໍ່ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສປປ ລາວ ແລະ ປະກິດສະ ຖານ ໃຫ້ໄດ້ຮັບການພັດທະນາຍິ່ງໆ ຂປລ. ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມ ວິຫານ ລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (1FOOZ 8O/() ລັດຖະມົນຕີ ກະຊວງການຕ່າງປະ ເທດ ແຫ່ງ ອົດສະຕຣາລີ ໃນໂອ ກາດເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ, ມາເລເຊຍ. ໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຂອບໃຈ ໄປຍັງລັດຖະ ບານ ແລະ ປະຊາຊົນ ອົດສະຕຣາລີ ]k; c]t xkdy flt4ko xb dlk sk]n dkorq ;ra oIj ;,,n lv'/j kp ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານ ມາ, ຊຶ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະ ກິດສັງຄົມ ຂອງ ສປປ ລາວ, ພ້ອມທັງ ຂອບໃຈການຊ່ວຍເຫລືອການເປັນ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ພ້ອມກັນນີ້, ສອງຝ່າຍໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ອັນຍາວນານ ແລະ ການຮ່ວມມືທີ່ ດີລະຫວ່າງສອງປະເທດ ຕະຫລອດ ໄລຍະຜ່ານມາ ນັບຕັ້ງແຕ່ສອງປະ ເທດໄດ້ສ້າງຕັ້ງສາຍພົວພັນການ ທູດນໍາກັນ ໃນວັນທີ 15 ມັງກອນ 1952 (ຄົບຮອບ 73 ປີ), ຊຶ່ງການ ພົວພັນຮ່ວມມືໃນດ້ານຕ່າງໆ ໄດ້ຮັບ ການເສີມຂະຫຍາຍ ແລະ ມີຜົນສໍາ ເລັດເປັນກ້າວໆມາ, ສະແດງອອກ ຄື ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນ ສູງ ແລະ ຂັ້ນຕ່າງໆຂອງສອງປະ ເທດຢ່າງເປັນປົກກະຕິ, ລວມທັງ ການສືບຕໍ່ສະໜັບສະໜູນແລະ ຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ ກໍຄືໃນຂອບ ການຮ່ວມມືອາຊຽນ-ອົດສະຕຣາລີ ແລະ ຂອບການຮ່ວມມືອື່ນໆ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງ ປະເທດໃນຕໍ່ໜ້າ ໂດຍສະເພາະຊຸກ ຍູ້ການຮ່ວມມືໃນຂົງເຂດທີ່ ສປປ ລາວ ມີຄວາມຕ້ອງການ ແລະ ມີທ່າ ແຮງ ເປັນຕົ້ນ ການພັດທະນາຊັບ ພະຍາກອນມະນຸດ, ກະສິກໍາ ແລະ ສະບຽງອາຫານ, ພະລັງງານສະ ອາດ, ບໍ່ແຮ່, ສິ່ງແວດລ້ອມ, ການ ພັດທະນາພື້ນຖານໂຄງລ່າງ, ການ ພັດທະນາຊົນນະບົດ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນຄວາມຄິດເຫັນ ກ່ຽວກັບສະ ພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ ຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ ທົບທວນຄືນການພົວພັນຮ່ວມມືໃນ ໄລຍະຜ່ານມາ ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ນັບຕັ້ງແຕ່ ສອງປະທດໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນ ແຕ່ວັນທີ 15 ກໍລະກົດ 1965 (ຄົບຮອບ 60 ປີ). ພ້ອມກັນນີ້, ສອງຝ່າຍຍັງປຶກສາຫາ ລືການຮ່ວມມືໃນຕໍ່ໜ້າຂອງສອງ ປະເທດ ໂດຍສະເພາະແມ່ນການຊຸກ ຍູ້ໃຫ້ມີການແລກປ່ຽນການຢ້ຽມ ຢາມ ເຊິ່ງກັນ ແລະ ກັນ ໃຫ້ຫລາຍ ຂຶ້ນ, ເຫັນດີໃຫ້ສືບຕໍ່ກົນໄກການ ຮ່ວມມືສອງຝ່າຍ ກໍຄືກອງປະຊຸມ ປຶກສາຫາລືດ້ານການເມືອງ, ພ້ອມ ທັງຊຸກຍູ້ການພົວພັນຮ່ວມມືໃນຂົງ ເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານກະສິກໍາ, ພະລັງງານ, ການ ທ່ອງທ່ຽວ ແລະ ອື່ນໆ. ນອກຈາກ ນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບການຮ່ວມມື ໃນ ຂອບຫລາຍຝ່າຍ, ສະພາບການ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ. ຂ່າວ-ພາບ: ກົມ ການຂ່າວ, ກະຊວງການຕ່າງປະເທດ ແຂວງກວາງຕຸ້ງ ສປ ຈີນ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ. ໂອກາດນີ້, ທ່ານ ພູວົງ ວົງຄຳ ຊາວ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ ແທນເມືອງຊານໂຖວ, ພ້ອມທັງ ລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານຕ່າງໆ ໃນນະ ຄອນຫລວງວຽງຈັນ ໂດຍສະເພາະ ການຮ່ວມມືລະຫວ່າງ ນະຄອນ ຫລວງວຽງຈັນ ແລະ ແຂວງກວາງ ຕຸ້ງ. ພ້ອມນັ້ນ, ສອງຝ່າຍກໍໄດ້ປຶກ ສາຫາລືກ່ຽວກັບການເພີ່ມທະວີ ການແລກປ່ຽນການຮ່ວມມືທາງ ດ້ານວັດທະນາທໍາ, ເສດຖະກິດ ແລະ ຊຸກຍູ້ການພັດທະນາຮ່ວມກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທັງນີ້, ກໍເພື່ອສ້າງສາຍພົວພັນ ແລະ ເພີ່ມທະວີການຮ່ວມມື ລະຫວ່າງນະ ຄອນຫລວງວຽງຈັນ ແລະ ແຂວງ ກວາງຕຸ້ງ ກໍຄື ເມືອງຊານໂຖວ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນໄປເລື້ອຍໆ. ທ່ານ ໄລ່ ສຽວເຫວີຍ ກໍໄດ້ສະ ແດງຄວາມຂອບໃຈຕໍ່ ທ່ານ ພູວົງ ວົງຄຳຊາວ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ລາຍງານສະພາບການພັດທະນາ ຢູ່ເມືອງຊານໂຖວ ແລະ ຢືນຢັນວ່າ ຈະນຳເອົາການປຶກສາຫາລືຄັ້ງນີ້ ໄປຄົ້ນຄວ້າກັບໝູ່ຄະນະ ໃຫ້ສາມາດ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໃນ ເຮັດໃຫ້ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວຖືກຕ້ອງ, ຊັດ ເຈນ, ທັນສະໄໝ, ວ່ອງໄວ, ປອດໄພ ແລະ ເປັນເອກະພາບໃນຂອບເຂດ ທົ່ວປະເທດ, ຮັບປະກັນຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຜ່ານການຄົ້ນຄວ້າຮ່າງດຳລັດ ສະບັບດັ່ງກ່າວ, ຕາມຄໍາເຫັນຂອງ ສະມາຊິກລັດຖະບານ ແມ່ນໄດ້ສໍາ ເລັດໂດຍພື້ນຖານ ທາງດ້ານໂຄງ ປະກອບ ແລະ ເນື້ອໃນ. ໃນນັ້ນ, ໄດ້ ເພີ່ມ, ຕັດ, ປັບປຸງ ແລະ ຮຽບຮຽງ ຄືນບາງມາດຕາ ເປັນຕົ້ນ ເພີ່ມ 1 ມາດຕາ, ປັບປຸງ ມີ 7 ມາດຕາ ກວມເອົາ 11 ເນື້ອໃນ; ຮ່າງດຳລັດ ສະບັບລ່າສຸດ ມີທັງໝົດ 9 ໝວດ ແລະ 36 ມາດຕາ, ຫລັງຈາກຜ່ານ ການປັບປຸງຄົ້ນຄວ້າຕາມຄຳເຫັນ ຂອງສະມາຊິກລັດຖະບານ ຂັ້ນ ການນໍາແລ້ວ ຈະສະເໜີໃຫ້ທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງ ລາຍເຊັນໃສ່ຮ່າງດຳລັດ ວ່າດ້ວຍ ການຂໍ້ມູນພົນລະເມືອງ ແລະ ບັດ ປະຈຳຕົວຢ່າງເປັນທາງການ. ພາບ-ຂ່າວ: ບຸນພະຈັນ ປັບປຸງ-ຮຽບຮຽງ... ຕໍ່າ‹ໜ້າ ໃນໄລຍະຜ່ານມາ ຈົນຮອດປັດຈຸ ບັນ ໂດຍສະເພາະໂຄງການປັບປຸງ ສະໜາມກິລາເຈົ້າອານຸວົງ ທີ່ພວມ ຈັດຕັ້ງປະຕິບັດຢູ່ ເຊິ່ງມັນໄດ້ປະ ກອບສ່ວນເຮັດໃຫ້ວຽກງານກິລາ ຂອງ ສປປ ລາວ ໄດ້ຮັບການພັດ ທະນາ. ພ້ອມທັງລາຍງານໃຫ້ທ່ານ ທູດ ຮູ້ກ່ຽວກັບສະພາບການພັດ ທະນາວຽກງານດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະການປັບ ປຸງລະບົບການສຶກສາ, ຫລັກສູດ ການຮຽນ-ການສອນ ແລະ ອື່ນໆ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ ຢຶນຢັນວ່າ ຈະສືບຕໍ່ຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອທີ່ລັດຖະບານ ຍີ່ປຸ່ນ ໃຫ້ການຊ່ວຍເຫລືອດ້ານການ ສຶກສາ ແລະ ກິລາ ໃນໄລຍະຜ່ານມາ ໃຫ້ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຂຶ້ນໄປເລື້ອຍໆ. ທ່ານ ໂຄອິຊຶມິ ຊຶໂຕມຸ ກໍໄດ້ສະ ແດງຄວາມຂອບໃຈ ຕໍ່ທ່ານ ທອງ ສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຊົມເຊີຍ ຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຮັບ ການແຕ່ງຕັ້ງ ໃຫ້ມາດຳລົງຕຳ ແໜ່ງເປັນລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ຄົນໃໝ່. ພ້ອມທັງຢືນຢັນວ່າ ຈະສືບຕໍ່ເປັນ ຂົ້ວຕໍ່ໃນການສະໜັບສະໜູນຊ່ວຍ ລັດຖະມົນຕີ... ຕໍ່າ‹ໜ້າ ນະຄອນຫລວງວຽງຈັນ... ຕໍ່າ‹ໜ້າ ຂປລ. ໃນລະຫວ່າງວັນທີ 1415 ກໍລະກົດ 2025 ນີ້, ຄະນະຜູ້ ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ນໍາໂດຍ ສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມ ທະຫານ ເຂດຕາເວັນອອກ ກອງທັບສະຫະ ພັນ ຣັດເຊຍ ພ້ອມຄະນະ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ ເພື່ອເສີມ ຂະຫຍາຍສາຍພົວພັນການຮ່ວມມື ຍຸດທະສາດ ລະຫວ່າງ ສອງກອງ ທັບ ລາວ-ຣັດເຊຍ ບົນພື້ນຖານ ຄວາມສະເໝີພາບ, ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍ ໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະ ນະ ໂດຍສອງຝ່າຍໄດ້ປຶກສາຫາລື ຮ່ວມກັນກ່ຽວກັບການຮ່ວມມືດ້ານ ຄວາມໝັ້ນຄົງ, ເອກະພາບແລະ ຕົກ ລົງກັນ ສືບຕໍ່ຈັດຕັ້ງການຝຶກຊ້ອມ ຂັ້ນຍຸດທະວິທີຮ່ວມກັນ ພາຍໃຕ້ ລະຫັດ ລາໂຣສ-2025 ໂດຍຍຶດ ໝັ້ນຕໍ່ຄໍາຂວັນທີ່ວ່າ: ຄຽງບ່າຄຽງ ໄຫລ່ຕໍ່ສູ້ເພື່ອສັນຕິພາບ ຄວາມໝັ້ນ ຂປລ. ໃນວັນທີ 4 ກໍລະກົດ 2025 ຜ່ານມານີ້, ຄະນະຊີ້ນໍາວຽກ ງານຂໍ້ມູນຂ່າວສານດ້ານການຕ່າງ ປະເທດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພັກກອມມູນິດຫວຽດນາມ (ອົງ ການປະຈໍາການຂອງຄະນະຊີ້ນໍາ ວຽກງານຂໍ້ມູນຂ່າວສານດ້ານ ການຕ່າງປະເທດ) ໄດ້ເປີດບັ້ນປະ ກວດທົ່ວປະເທດ ຄັ້ງທີ XI ຊີງ ລາງວັນດ້ານມູນຂ່າວສານດ້ານ ການຕ່າງປະທດ ກໍຄື ປະກວດບັນ ດາບົດນິພົນແລະຜະລິດຕະພັນຂໍ້ມູນ ຂ່າວສານຕ່າງໆ ທີ່ໄດ້ລົງໃນພາຫະ ນະສື່ມວນຊົນ ໃນລະຫວ່າງວັນທີ 1 ກໍລະກົດ 2024 ຫາວັນທີ 30 ມິຖຸນາ 2025 ຜ່ານມາ. ສຳລັບ ບົດນິພົນ ແລະ ຜະລິດ ຕະພັນຂໍ້ມູນຂ່າວສານຕ່າງໆ ທີ່ຈະ ສົ່ງເຂົ້າປະກວດ ແລະ ຜ່ານການຄັດ ເລືອກ ຕ້ອງເປັນບົດທີ່ໄດ້ລົງໃນໜ້າ ໜັງສືພິມ ຫລື ວາລະສານ ເປັນພາ ສາຫວຽດນາມ ແລະ ພາສາຕ່າງປະ ເທດ, ລາຍການໂທລະພາບ, ວິທະຍຸ ກະຈາຍສຽງ, ປື້ມ, ຮູບຖ່າຍ, ຜະລິດ ຕະພັນດີຈິຕອນ ແລະ ຜະລິດຕະພັນ ທີ່ມີມູນຄ່າດ້ານຂ່າວຕ່າງປະເທດ. ໃນບັ້ນແຂ່ງຂັນດັ່ງກ່າວ, ພາກ ສ່ວນກ່ຽວຂ້ອງ ກໍຄື ສສ ຫວຽດ ນາມ ໄດ້ເປີດໂອກາດໃຫ້ບັນດາສື່ ຕໍ່ໜ້າ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ເຫລືອດ້ານການສຶກສາ ຢູ່ ສປປ ລາວ ຕື່ມອີກ ໃນອະນາຄົດ ແລະ ຍາວນານ. ຂ່າວ-ພາບ: ທະນູທອງ g-u oIj ;,[A oc0j '0a o [q foy rq o c]t 0= h ,6 o 0j k;lkomqj ;xtgmf 9a f3fp ll s;Pfok, ມວນຊົນລາວ ທຸກຂະແໜງການ ແລະ ບຸກຄົນທີ່ມີຄວາມສົນໃຈ ສາ ມາດສົ່ງບົດນິພົນ ແລະ ຜະລິດຕະ ພັນຂໍ້ມູນຂ່າວສານຂອງຕົນ ທີ່ໄດ້ ລົງໃນພາຫະນະສື່ມວນຊົນ ທັງສື່ ສິ່ງພິມ ແລະ ສື່ເອເລັກໂຕຣນິກ ເປັນ ຕົ້ນ ໜັງສືພິມ, ໂທລະພາບ, ເວັບ ໄຊ ໃນລະຫວ່າງວັນທີ 1 ກໍລະກົດ 2024 ຫາວັນທີ 30 ມິຖຸນາ 2025 ຜ່ານມາ ສົ່ງເຂົ້າປະກວດ ເປັນຟາຍ ເອເລັກໂຕຣນິກ ເຂົ້າເວບໄຊ IUUQT: EVUIJ.VEO.WO ຫລື ສົ່ງໄປສະຖານີ ທູດຫວຽດນາມ ປະຈຳລາວ ຢູ່ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ເພື່ອສົ່ງຕໍ່ໃຫ້ຄະນະຈັດຕັັ້ງ ຢູ່ ສສ ຫວຽດນາມ. ຄົງ ເຊິ່ງຈະຈັດຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025 ນີ້. ສະຫາຍ ພັນໂທ ອະນຸສິດ ຊູວົງ ສະຫວັດ ຮອງຫົວໜ້າພະແນກຍຸດ ທະວິທີ ກົມອົບຮົມ ກົມໃຫຍ່ເສນາ ທິການກອງທັບ, ຄະນະຮັບຜິດຊອບ ເນື້ອໃນ ໄດ້ລາຍງານການກະກຽມ ຮອບດ້ານໃນການຝຶກຊ້ອມດັ່ງກ່າວ ໃຫ້ຝ່າຍຣັດເຊຍ ຮັບຊາບ ແລະ ໄດ້ ຮ່ວມກັນແລກປ່ຽນຄໍາເຫັນ, ທັງເອ ກະພາບຄືນກ່ຽວກັບເນື້ອໃນ, ວິທີ ການຝຶກຊ້ອມ,ລວມທັງວຽກງານຮັບ ປະກັນຮອບດ້ານ ແລະ ການເຄື່ອນ ໄຫວກິດຈະກໍາຮ່ວມກັນ ທາງດ້ານ ສິລະປະ-ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະຫລອດໄລຍະແຫ່ງ ການຝຶກຊ້ອມຮ່ວມກັນໃນຄັ້ງນີ້. ການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະ ນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນຄັ້ງນີ້, ເປັນ ການປະກອບສ່ວນສໍາຄັນ ເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ມີຄວາມໝາຍ ຢ່າງຍິ່ງ ອັນເປັນມູນເຊື້ອຂອງສອງ ຊາດ, ສອງກອງທັບແລະ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວເຂົ້າ ສູ່ລວງເລິກ, ທັງເປັນການຍົກສູງ ຄວາມສາມາດ ແຫ່ງການສໍາພັນສູ້ ຮົບ ລະຫວ່າງ ສອງກອງທັບ ລາວຣັດເຊຍ, ຣັດເຊຍ-ລາວ ກຽມພ້ອມ ປະກອບສ່ວນໃນການປົກປັກຮັກ ສາສັນຕິພາບ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສອງຊາດ ໄວ້ໃຫ້ໝັ້ນຄົງຕະຫລອດ ໄປ. ຂ່າວ: ສຸເວດ ສີດາຄຳ

RkJQdWJsaXNoZXIy MTc3MTYxMQ==