15/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a v5 my pkocsj '-kfsu o|k,|+ ,= ]tfq d3]dmk'me,t-kfc[[Ij ;,-kpcfo *ເມືອງຫ້ວຍຊາຍ ກໍ່ເປັນອີກ ເມືອງໜຶ່ງຂອງແຂວງບໍ່ແກ້ວ ທີ່ ເອົາໃຈໃສ່ຊຸກຍູ່ສົ່ງເສີມການຜະລິດ ໝາກນັດນອກລະດູຢູ່ເມືອງຫ້ວຍ ຊາຍ ໂດຍສະເພາະແມ່ນການປູກ ພືດເປັນສີນຄ້າຕາມວິຊາການໄດ້ ລົງຊຸກຍູ້ສົ່ງເສີມແຕ່ລະກຸ່ມບ້ານ ໂດຍສະເພາະແມ່ນເຕັກນິກວິທີ ການປູກໝາກນັດນອກລະດູໃຫ້ປະ ຊາຊົນທົ່ວເມືອງຫ້ວຍຊາຍມີ 24 ບ້ານ, ມີ 131 ຄອບຄົວ, ໃນເນື້ອ ທີ່ 45,16 ເຮັກຕາ, ໃນນັ້ນຜະລິດ ໝາກນັດນອກລະດູມີ 11 ບ້ານ, ມີ 91 ຄອບ ຄົວ, ປູກໃນເນື້ອທີ່ 18,46 ເຮັກຕາ. ທ່ານ ສົມຊາຍ ຕັງມີຈິດ ຮອງ ຫົວໜ້າໜ່ວຍງານປູກຝັງຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍ ຊາຍ ໃຫ້ຮູ້ວ່າ: ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານໜຶ່ງໃນການເຮັດອາຊີບ rtpkfmu j 7;o]t;a 'g,n j voE4h ;, ໂດຍ: ລູກສາວຫລ້າູ ກ້ າ *ເມື່ອກ້າວເຂົ້າລະດູຝົນຈະມີ ຝົນຕົກໜັກເປັນເວລາຫລາຍມື້ເຮັດ ໃຫ້ເກີດນໍ້າຖ້ວມໃນຫລາຍບ່ອນ ເປັນຕົ້ນເມືອງໄຊບົວທອງ ແຂວງ ຄຳມ່ວນ , ເມືອງວິລະບູລີ ແຂວງ ສະຫວັນນະເຂດ ທີ່ນໍ້າໄດ້ໄຫລເຂົ້າ ຖ້ວມບ້ານເຮືອນ ແລະ ຜົນລະປູກ ຂອງປະຊາຊົນ ເຊິ່ງໄດ້ສ້າງຄວາມ ຫຍຸ້ງຍາກຫລາຍໃນການດໍາລົງຊີ ວິດຂອງປະຊາຊົນ; ພ້ອມດຽວກັນ ຖ້າມີນໍ້າຖ້ວມກໍຈະມີຫລາຍພະຍາດ ຕາມມາ ໂດຍຈະມີພະຍາດຫຍັງ ແດ່? ມື້ນີ້ ຄໍລໍາ “ສຶກສາຫາຄວາມ ຮູ້” ໄດ້ລວບລວມມາສະເໜີ ເພື່ອ ໃຫ້ພວກທ່ານມີສະຕິລະມັດລະວັງ ໂຕຈາກພະຍາດເຫລົ່ານີ້ຄື: ພະຍາດຜິວໜັງ: ເປັນພະຍາດ ທີ່ຄົນເປັນຫລາຍເວລາມີນໍ້າຖ້ວມ ເພາະຕອນນໍ້າຖ້ວມຖ້າເຮົາຢຽບ ຫລື ແຊ່ເປັນເວລາດົນຈະເປັນຕຸ່ມ ຄັນ, ໜອງ ຕາມບໍລິເວນນິ້ວຕີນ ນິ້ວມື້ ແລະ ຄັນຕາມຮ່າງກາຍຈາກ ເຄື່ອງນຸ່ງທີ່ປຽກຊຸ່ມ. ພະຍາດທາງເດີນຫາຍໃຈ: ພະ ຍາດທາງເດີນຫາຍໃຈມີຫລາຍ ອາການເຊັ່ນ: ໄຂ້ຫວັດ,ໄຂ້ຫວັດ ໃຫຍ່, ສ່ວນໃຫຍ່ຈະມາຈາກການ ຕິດເຊື້ອໄວຣັດ ຫລື ເຊື້ອພະຍາດ ແບັກທີເລຍ ທີ່ປົນເປື້ອນມາພ້ອມນໍ້າ ຖ້ວມ ໂດຍພະຍາດເຫລ່ົານີ້ ສາມາດ ຕິດຕໍ່ກັນໄດ້ຜ່ານຂີ້ກະເທີ, ນ້ຳມູກ, ນໍ້າລາຍຖ້າບໍ່ເບິ່ງແຍງຮ່າງກາຍ ໃຫ້ແຂງແຮງ ຫລື ປະໄວ້ດົນອາດມີ ພະຍາດແຊກຊ້ອນເປັນຕົ້ນພະຍາດ ປອດບວມ, ປອດອັກເສບ. ພະຍາດຕາແດງ: ເປັນອີກໜຶ່ງ ພະຍາດຕິດຕໍ່ທີ່ເກີດຈາກເຊື້ອໄວຣັດ ທີ່ຄົນເປັນຫລາຍ. ສະນັ້ນ, ຕ້ອງ ຮັກສາຄວາມສະອາດຮ່າງກາຍໃຫ້ ດີຄວນຫລີກເວັ້ນນໍ້າເປື້ອນ ຫລື ບໍ່ ເອົາມືສີຕາ ເພາະອາດຕິດພະຍາດ ນີ້ໄດ້. ພະຍາດທາງເດີນອາຫານ ຫລື ມັກເອີ້ນກັນວ່າພະຍາດອະຮິວາ, ອາຫານເປັນພິດສາເຫດເກີດຈາກ ມີເຊື້ອພະຍາດເຂົ້າສູ່ຮ່າງກາຍເນື່ອງ ຈາກກິນອາຫານ ຫລື ນໍ້າທີ່ປົນ ເປື້ອນເຊື້ອພະຍາດໃນໄລຍະເວລາ ນໍ້າຖ້ວມ. ພະຍາດຍ່ຽວໜູ : ເປັນພະຍາດ ຕິດຕໍ່ຈາກສັດຫາຄົນ ໂດຍມີໜູເປັນ ພາຫະນະ ເຊິ່ງເຊື້ອພະຍາດດັ່ງກ່າວ ມາຈາກຍ່ຽວຂອງໜູ ທີ່ປົນຢູ່ໃນນໍ້າ ຖ້ວມອັ່ງ ແລະ ດິນປຽກຊຸ່ມ ຈະເຂົ້າ ສູ່ຮ່າງເວລາເຮົາມີຮອຍບາດ, ຮອບ ຂູດ ຫລື ເຂົ້າທາງຕາ,ດັງ,ປາກ. ພະຍາດໄຂ້ເລືອດອອກ: ມີຍຸງ ເປັນພາຫະນະນໍາເຊື້ອມາສູ່ຄົນ ໂດຍ ຍຸງລາຍທີ່ມີເຊື້ອພະຍາດເວລາໄປ ກັດຄົນກໍຈະເປັນພະຍາດໄຂເລືອດ ອອກໄດ້, ສັງເກດມີອາການເປັນໄຂ້ ຄວນໄປໂຮງໝໍໂດຍໄວ ບໍ່ຄວນຊື້ຢາ ມາກິນເອງ. ໄຂ້ມາເລເລຍ: ໂດຍມີຍຸງເປັນ ພາຫະນະນຳເຊື້ອພະຍາດສູ່ຄົນ ເຊັ່ນກັນ. ໄຂ້ມາເລເລຍ ເກີດຈາກ ເຊື້ອໂປຣໂຕຊົວທີ່ຢູ່ໃນຍຸງກົ້ນປ່ອງ ໂຕແມ່ທີ່ມີເຊື້ອມາເລເລຍເວລາ ໄປກັດຄົນມັນຈະປ່ອຍເຊື້ອເຂົ້າໃນ ກະແສເລືອດຂອງເຮົາ. ນອກຈາກພະຍາດທີ່ກ່າວມາ ຂ້າງເທິງນີ້ແລ້ວ, ຍັງມີອີກຫລາຍໆ ພະຍາດທີ່ເກີດຂຶ້ນລະດູຝົນ ສະນັ້ນ ເຮົາທຸກຄົນຕ້ອງມີສະຕິລະມັດລະວັງ ເພື່ອຫລີກເວັ້ນພະຍາດດັ່ງກ່າວບໍ່ ໃຫ້ເກີດຂຶ້ນກັບໂຕເຮົາ ຫລື ກັບຄົນ ທີ່ເຮົາຮັກ. g,n v'sh ;p-kp lqj 'glu , xt-k-q ox6 d\kdoa fgxa oly o7h k ການກະເສດເປັນຕົ້ນແມ່ນເຮັດນາ ປູກເຂົ້າ, ປູກຢາງພາລາ, ໝາກ ກ້ຽງ ແລະ ປູກພືດຕ່າງໆ. ນອກ ນັ້ນປະຊາຊົນຍັງໄດ້ປູກໝາກນັດ ເປັນອາຊີບເສີມ, ທົ່ວບ້ານມີເນື້ອທີ່ ປູກໝາກນັດ 34,85 ເຮັກຕາ, ມີ 40 ຄອບຄົວໃນນັ້ນ, ການປູກໝາກ ນັດມີ 2 ລະດູການ ຄື: ຜະລິດໃນ ລະດູການ ແລະ ນອກລະດູການ, ການຜະລິດໝາກນັດໃນລະດູລາຄາ ແມ່ນບໍ່ຄ່ອຍດີປານໃດ ເພາະເປັນ ລະດູຝົນ ແລະ ຜົນຜະລິດມີຫລາຍ, ບ້ານອື່ນກໍ່ສາມາດຜະລິດໄດ້ສ່ວນ ຫລາຍຈະເກັບກ່ຽວຜົນຜະລິດໃນ ລະດູດຽວກັນ ແລະ ໄດ້ຂາຍໃນ ໄລຍະເດືອນ 6 ຫາເດືອນ 8 ໃນ ລາຄາໜ່ວຍລະ 5.000 ກີບ ຫາ 15.000 ກີບ ຂຶ້ນກັບຂະໜາດຂອງ ແຕ່ລະໜ່ວຍ. ສໍາລັບການຜະລິດ ໝາກນັດນອກລະດູການ, ມີ 38 ຄອບຄົວ, ໃນເນື້ອທ່ີ 4,6 ເຮັກຕາ, ຜົນຜະລິດແມ່ນຈະເກັບກ່ຽວ ແລະ ຂາຍໃນເດືອນ 3 ຫາເດືອນ 5 ເປັນລະດູແລ້ງຄວາມຕ້ອງການ ຂອງຕະຫລາດຫລາຍຈຶ່ງເຮັດໃຫ້ ລາຄາໝາກນັດມີລາຄາສູງຜົນ ຜະລິດນອກລະດູປະມານ 15.000 ໜ່ວຍຕໍ່ເຮັກຕາ ສະເລຍລາຄາ ຂາຍປະມານ 10.000 ກີບ ຫາ 20.000 ກີບຕໍ່ໜ່ວຍ, 1 ເຮັກຕາ ສາມາດຂາຍໄດ້ 60-70 ລ້ານກີບ ຕໍ່ລະດູການ. ດັ່ງຄອບຄົວ ທ່ານ ດາເຊຍ ທໍ່ ຫົວໜ້າກຸ່ມປູກໝາກນັດ ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າຕົນເອງເລີ່ມຕົ້ນປູກນັດແຕ່ ປີ 2019 ໃນເນື້້ອທີ່ 1 ເຮັກຕາ, ໃນນັ້ນ ປູກໝາກນັດນອກລະດູໃນ ເນື້້ອທີ່ 3 ໄລ່, ພາຍໃນຄອບຄົວ, ມີ ສະມາຊິກ 10 ຄົນ, ໃນນັ້ນສາມາດ ອອກແຮງງານໄດ້ມີ 4 ຄົນ, ປີໜຶ່ງ ສາມາດສ້າງລາຍຮັບຈາກການ ຂາຍໝາກນັດໄດ້ 35 ລ້ານກີບຕໍ່ ລະດູການ. ນອກນັ້ນ ຕົ້ນເອງຍັງ ເຮັດນາປູກເຂົ້າ ແລະ ປູກຢາງພາ ລານໍາອີກ. ພ້ອມນັ້ນທ່ານກໍ່ໄດ້ ສະເໜີມາຍັງພັກ-ລັດ ກໍ່ຄື ພາກ ສ່ວນທີ່ກ່ຽວຂ້ອງຈົ່ງຊ່ວຍຊຸກຍູ້ ແລະ ຊອກຕະຫລາດສົ່ງອອກຜົນ ຜະລິດເພາະປັດຈຸບັນໝາກນັດຢູ່ ແຂວງເຮົາແມ່ນມີຫລາຍຈຶ່ງເຮັດ ໃຫ້ລາຄາຕໍ່າ ພາບປະກອບ *ອຸທິຍານແຫ່ງຊາດຫີນໜາມ ໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ຖືກສະເໜີເຂົ້າເປັນມໍລະດົກໂລກທາງ ທຳມະຊາດແບບຮ່ວມຊາຍແດນ ເປັນ ພາກຂະຫຍາຍເຊື່ອມຕໍ່ອອກຈາກ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ເມືອງບໍແຈັກ ແຂວງກວາງຈີ ຂອງ ສສ ຫວຽດນາມ ທັງສອງອຸທິ ຍານແຫ່ງຊາດຂອງສອງປະເທດ ຮ່ວມກັນກາຍເປັນແຫລ່ງມໍລະດົກ ໂລກທາງທຳມະຊາດແບບຮ່ວມ ຊາຍແດນ ທີ່ມີມາດຖານອັນດຽວກັນ ໃນມາດຖານທີ VIII ແຫລ່ງມໍລະດົກ ທີ່ມີຄວາມໂດດເດັ່ນທາງດ້ານພູມ ສັນຖານ, ມາດຖານທີ IX ແຫລ່ງ ມໍລະດົກທີ່ມີຄວາມໂດດເດັ່ນຂອງ ລະບົບນິເວດຊີວະນາໆພັນແລະ ມາດ ຖານທີX ຄວາມໂດດເດັ່ນທາງດ້ານ ພັນພືດພັນສັດສະເພາະຖິ່ນ ແລະ ໃກ້ ສູນພັນຂອງໂລກ. ແຫລ່ງມໍລະດົກໂລກຮ່ວມຊາຍ ແດນໄດ້ຖືກຮັບຮູ້ຄຸນຄ່າທາງດ້ານ ວິທະຍາສາດ ແລະ ການສຶກສາ, ມີ ຄຸນລັກສະນະຕາມມາດຖານທີ່ກຳນົດ ໄວ້ພາຍໃຕ້ສົນທິສັນຍາມໍລະດົກໂລກ ຄື:ມາດຖານທີ VIII ຄວາມໂດດ ເດັ່ນທາງດ້ານພູມສັນຖານ, ແຫລ່ງ ມໍລະດົກຮ່ວມຊາຍແດນ (ອຸທິຍານ ແຫ່ງຊາດຫີນໜາມໜໍ່-ອຸທິຍານ ແຫ່ງຊາດຟອງຫຍາແກບາງ) ແມ່ນ ແຫລ່ງມໍລະດົກທຳມະຊາດແຫ່ງໜຶ່ງ ໃນພາກພື້ນອາຊີ ແລະ ໃນໂລກທີ່ຍັງ ຮັກສາໄດ້ຄວາມສົມບູນຂອງລະບົບ ພູຫີນປູນເຂດຮ້ອນຊຸ່ມ ທີ່ມີຂະບວນ ວິວັດທະນາການສືບຕໍ່ກັນມາຕັ້ງແຕ່ ຍຸກພາລີໂອໂຊອິກ ເມື່ອປະມານ400 ລ້ານປີກ່ອນ. ພູມສັນຖານທີ່ໂດດເດັ່ນ ມີເອກະລັກສະເພາະ ແລະ ຄວາມ ຫລາກຫລາຍຂອງພູມທັດສັນຖານ ພູຫີນປູນທີ່ເກີດຈາກການທັບຊ້ອນ ກັນຂອງຫີນປູນຫລາຍປະເພດນັບ ຕັ້ງແຕ່ຫີນດານ, ຫີນຊາຍ ແລະ ຫີນ ແກຣນິດ ເຊິ່ງຄວາມຫລາກຫລາຍ ຂອງລັກສະນະພູມສັນຖານເທິງໜ້າ ດິນແບບນີ້ແມ່ນຍັງບໍ່ທັນໄດ້ຖືກຮັບຮູ້ ຢູ່ແຫ່ງໃດມາກ່ອນກ່ອນທີ່ຈະສະເໜີ ເຂົ້າເປັນມໍລະດົກໂລກ. ສຳລັບລັກສະນະພູມສັນຖານ ໃຕ້ດິນ, ຄວາມຫລາກຫລາຍລັກສະ ນະພິເສດສະເພາະຂອງຖໍ້າ (ເຊັ່ນຖໍ້າ ແຫ້ງບໍ່ມີນໍ້າ, ຖໍ້າອ່າງນ້ຳແບບຂັ້ນໄດ, ຖໍ້າແບ່ງສາຂາ ແລະ ຖໍ້າເຊື່ອມຕໍ່ຫາ ກັນ) ທີ່ເປັນຕົວຢ່າງສຳຄັນສະແດງ ໃຫ້ເຫັນເຖິງຂະບວນການວິວັດທະນາ ການຂອງພູມສັນຖານໃຕ້ດິນເປັນ ຕົ້ນຖໍ້ານໍ້າລອດທີ່ຖືກຕັດແຍກ ຫລື ການໄຫລປ່ຽນທິດໃໝ່ຂອງນ້ຳໃນ ຖໍ້າ ແລະ ເສົາຫີນຍ້ອຍຂະໜາດ ໃຫຍ່. ພິເສດ ແລະ ສຳຄັນທີ່ສຸດ ແມ່ນຖໍ້າເຊີນດົງໃນອຸທິຍານແຫ່ງ ຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ແລະ ຖໍ້ານ້ຳລອດເຊບັ້ງ ໄຟໃນອຸທິຍານແຫ່ງຊາດຫີນໜາມ ໜໍ່ຂອງ ສປປ ລາວ ທີ່ໄດ້ຖືກຮັບຮູ້ ວ່າເປັນຖໍ້າມີທາງຜ່ານທີ່ໃຫຍ່ທີ່ສຸດ ໃນໂລກ ຕາມການຈັດປະເພດຄວາມ ກວ້າງຂອງຖໍ້າ ແລະ ມີຄວາມຕໍ່ເນື່ອງ ທັງເປັນຖໍ້ານ້ຳລອດທີ່ໃຫຍ່ທີ່ສຸດທີ່ຍັງ ມີນ້ຳໄຫລແລະ ເປັນຖໍ້າດ່ຽວທີ່ມີອ່າງ ນ້ຳທີ່ໃຫຍ່ທີ່ສຸດໃນໂລກ. ມາດຖານ ທີ IX ຄວາມຫລາກຫລາຍຂອງ ລະບົບນິເວດແຫລ່ງມໍລະດົກຮ່ວມ ຊາຍແດນສະແດງອອກໃຫ້ເຫັນໄດ້ ການປົກປັກຮັກສາລະບົບນິເວດທີ່ ສຳຄັນໃນລະດັບໂລກ ໂດຍສະເພາະ ລະບົບນິເວດເທິງດິນປ່າຝົນ, ລະບົບ ນິເວດນ້ຳຈືດຕາມສາຍພູຫລວງ ເໜືອ-ໃຕ້ ແລະ ລະບົບນິເວດປ່າຝົນ ສາຍພູຫລວງ, ຄວາມສະຫລັບຊັບ ຊ້ອນ ແລະ ຄວາມສົມບູນຂອງເຂດ ພູມີທັດພູຫີນປູນທີີ່ບໍ່ຖືກລົບກວນໄດ້ ກາຍເປັນເງື່ອນໄຂໜຶ່ງທີ່ສ້າງໃຫ້ ແຫລ່ງມໍລະດົກແຫ່ງນີ້ມີຄວາມອຸດົມ ສົມບູນ ແລະ ຫລາກຫລາຍຂອງ ລະບົບນິເວດທີ່ໄດ້ອຳນວຍຄວາມ ສະດວກໃຫ້ຂະບວນການວິວັດທະນາ ທາງດ້ານນິເວດວິທະຍາ ແລະ ການ ກຳເນີດເກີດຂຶ້ນຂອງຮູບແບບພູມສັນ ຖານທີ່ຫລາກຫລາຍ ເຊິ່ງເຮັດໃຫ້ອຸທິ ຍານແຫ່ງຊາດຫີນໜາມໜໍ່ແລະ ອຸທິ ຍານແຫ່ງຊາດ ຟອງຫຍາ-ແກບາງ ເປັນທີ່ຢູ່ອາໄສຂອງພັນພືດພັນສັດ ນາໆຊະນິດ ເຊັ່ນ: ບັນດາຊະນິດພັນ ຕົ້ນດອກເຜິ້ງ ແລະ ຕົ້ນສົົ້ມກຸ້ງ (ບີໂກ ເນຍ) ແລະ ສັດປະເພດບໍ່ມີກະດູກ ສັນຫລັງ, ພັນປາຊະນິດພິເສດທີ່ມີແຕ່ ຢູ່ໃນລະບົບຖໍ້າໆແຫ່ງດຽວ. ມາດຖານທີ X ແມ່ນມີຄວາມ ໂດດເດັ່ນທາງດ້ານພັນພືດພັນສັດ ສະເພາະຖິ່ນ ແລະ ໃກ້ສູນພັນຂອງ ໂລກ. ແຫລ່ງມໍລະດົກຮ່ວມຊາຍແດນ ສະແດງອອກໄດ້ເຖິງຄວາມອຸດົມ ສົມບູນຂອງລະບົບນິເວດຊີວະນາໆ ພັນທັງເທິງດິນ, ນໍ້າ ແລະ ໃຕ້ດິນ ເຊິ່ງສະແດງອອກຜ່ານຄວາມຫລາກ ຫລາຍທາງດ້ານຊະນິດພັນທີີ່ມີຄວາມ ຊັບຊ້ອນໃນແຫລ່ງມໍລະດົກໂລກຮ່ວມ ຊາຍແດນ, ມີພືດທໍ່ນໍ້າລ້ຽງຫລາຍ ເຖິງ 2.700 ຊະນິດ ແລະ ມີສັດທີີ່ ມີກະດູກສັນຫລັງຫລາຍກວ່າ 800 ຊະນິດ ໄດ້ຖືກບັນທຶກໄດ້ ໃນອຸທິຍານ ແຫ່ງຊາດຟອງຫຍາ-ແກບາງ ເຊິ່ງ ໃນນັ້ນມີ 237 ຊະນິດທີ່ກຳລັງຖືກ ຄຸກຄາມ ແລະ ມີ 400 ຊະນິດ ທີ່ ເປັນພັນປະຈຳຖິ່ນຂອງ ສປປ ລາວ ແລະ ສສ ຫວຽດນາມ, ມີພືດທີີ່ມີທໍ່ ລໍາລ້ຽງຫລາຍເຖິງ 1.500 ຊະນິດ (ຈາກ 755 ຕະກຸນທີ່ແຕກຕ່າງ ກັນ) ແລະ ສັດທີີ່ມີກະດູກສັນຫລັງ ຫລາຍກວ່າ 536 ຖືກບັນທຶກໄດ້ໃນ ອຸທິຍານແຫ່ງຊາດຫີນໜາມໜໍ່, ເຊິ່ງ ລວມມີຫລາຍຊະນິດພັນສະເພາະ ຖິ່ນ ແລະ ກຳລັງຖືກຄຸກຄາມເປັນ ຕົ້ນ ແມງມຸມໃຫຍ່ຖໍ້າ ເປັນແມງມຸມ ໃຫຍ່ທີ່ສຸດ ໂດຍວັດແທກຕາມຄວາມ ກວ້າງຂອງຂາແມງມຸມ ເຊິ່ງເປັນສັດ ສະເພາະຖິ່ນຂອງ ສປປ ລາວ.ພ້ອມ ນັ້ນ ແຫລ່ງມໍລະດົກແຫ່ງນີ້ຍັງເປັນທີ່ ຢູ່ອາໄສຂອງລີງ ເຖິງ 10-11 ສາຍ ພັນ ເຊິ່ງໃນນັ້ນ 4 ຊະນິດ ເປັນຊະນິດ ພັນສະເພາະຖິ່ນຂອງແຫລ່ງມໍລະດົກ ຮ່ວມຊາຍແດນສາຍພູຫລວງແຫ່ງນີ້ ເຊິ່ງລວມມີກຸ່ມທະນີແກ້ມຂາວຖິ່ນໃຕ້ ຂະໜາດໃຫຍ່ ແລະ ໂຕຄຸ່ງ ທີ່ເປັນ ສັດສາຍພັນສະເພາະຖິ່ນຂອງແຫລ່ງ ມໍລະດົກ. ເຖິງແນວໃດກໍດີ, ໃນວັນທີ 13 ກໍລະກົດ 2025, ຄະນະກໍາມະການ ມໍລະດົກໂລກມີມະຕິເອກະພາບຮັບ ຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນ ມໍລະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍລະດົກໂລກ 1972 ຢ່າງເປັນທາງການ ເຊິ່ງ ກາຍເປັນແຫລ່ງມໍລະດົກໂລກແຫ່ງ ທີ 4 ແລະ ເປັນແຫລ່ງມໍລະດົກ ໂລກທາງທຳມະຊາດແຫ່ງທຳອິດ ຂອງ ສປປ ລາວ. ພ້ອມນັ້ນ, ກໍ່ຍັງ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິ ຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ ຫວຽດນາມ ແລະ ກາຍເປັນ ມໍລະດົກໂລກຮ່ວມຊາຍແດນແຫ່ງ ທຳອິດຢູ່ໃນພາກພື້ນອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==