15/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lnj ,;o-q ol6 odk' leg]a f dko/b dvq [Iq ,dko0Podk[dvo m6 f]k; xt9epuj x5j o 8h voIa [vtfu fvklklt\a d JICA ຂປລ. ເມື່ອບໍ່ດົນມານີ້, ທ່ານ ອໍາ ໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໄດ້ຕ້ອນ ຮັບ ແລະ ພົບປະກັບ ທ່ານ ໂອນິຊິ ໂນ ຣິໂອະ (ONISHI Norio) ອະດີດອາ ສາສະໝັກ JICA ຊຸດທໍາອິດທີ່ລັດຖະ ບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາ ປະຈໍາຢູ່ ສປປ ລາວ ໃນປີ 1965, ພ້ອມ ດ້ວຍ ທ່ານ ທາກະຮາຕະ ສຸເນໂອະ (TAKAHATA Tsuneo) ອະດີດ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນ ປີ 1996, ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ ກາໂຕະ ໂຕໂມອາກິ (KATO Tomoaki) ອະດີດອາສາສະໝັກ JICA, ທັງເປັນ ປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ. ການພົບປະລະຫວ່າງ ທູດ ແລະ ອະດີດອາສາສະໝັກ JICA ຄັ້ງນີ້, ມີ ຄວາມໝາຍສໍາຄັນ, ຖືເປັນກິດຈະກໍາ ໜຶ່ງໃນການສະເຫລີມສະຫລອງ ຄົບ ຮອບ 70 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສອງປະ ເທດ ແລະ ຄົບຮອບ 60 ປີ ທີ່ລັດຖະ ບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະ ຈໍາຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ທູດ ອໍາໄພ ກິນດາວົງ ໃນນາມຕາງໜ້າ ລັດຖະບານ ແລະ ປະຊາຊົນລາວ ໄດ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງສູງ ຕໍ່ການຊ່ວຍເຫລືອອັນລໍ້າ ຄ່າຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຊຶ່ງໄດ້ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ລວມທັງບັນດາອາສາສະ ໝັກຍີ່ປຸ່ນທີ່ໄດ້ອຸທິດເຫື່ອແຮງ ແລະ ສະ ຕິປັນຍາໃນຖ່າຍທອດບົດຮຽນດ້ານ ເຕັກນິກ-ວິຊາການ ອັນເປັນປະໂຫຍດ ໃຫ້ແກ່ພະນັກງານ ແລະ ປະຊາຊົນລາວ. ໃນໂອກາດດັ່ງກ່າວ,ທ່ານONISHI Norio ໄດ້ສະແດງຄວາມຂອບໃຈຕໍ່ ທ່ານທູດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ, ພ້ອມທັງ ໄດ້ເລົ່າເຖິງແຮງບັນ ດານໃຈຂອງຕົນ ທີ່ສະໝັກເປັນອາສາ ສະໝັກ JICA ມາຊ່ວຍປະເທດລາວ ຍ້ອນຊີວິດຕອນນ້ອຍໄດ້ເຮັດນາ ແລະ ຖາງປ່າເພື່ອຂະຫຍາຍທີ່ຢູ່ອາໄສຢູ່ ແຂວງຮັອກໄກໂດ (Hokkaido). ດັ່ງ ນັ້ນ, ເຫັນວ່າປະເທດມີປະໂຫຍດຕໍ່ຕົນ, ຕົນເອງຈຶ່ງຕ້ອງເຮັດປະໂຫຍດຕໍ່ປະ ເທດ. ພ້ອມນີ້, ຍີ່ປຸ່ນ ເປັນປະເທດທີ່ພັດ ທະນາແລ້ວຈຶ່ງມີແຮງບັນດານໃຈຢາກ ໄປຊ່ວຍເຫລືອປະເທດອື່ນແລະເມື່ອໄດ້ ຍິນວ່າ ອົງການ JICA ປະກາດຮັບອາ ສາສະໝັກໄປຊ່ວຍເຫລືອຕ່າງປະເທດ ຈຶ່ງໄດ້ສະໝັກທັນທີ, ພ້ອມທັງຕ້ອງໄດ້ ຜ່ານເງື່ອນໄຂ ແລະ ການສອບເສັງຄັດ ເລືອກຈາກອົງການ JICA. ໃນເວລາ ນັ້ນ, ຕົນເອງມີຄວາມຮູ້ ແລະ ປະສົບ ການໃນການປູກເຂົ້າມາ ແຕ່ນ້ອຍຈຶ່ງ ແທດເໝາະກັບຄວາມຕ້ອງການຊ່ວຍ ເຫລືອດ້ານການປູກເຂົ້າ ຂອງປະເທດ ລາວ ແລະ ໄດ້ຖືກສົ່ງມາປະຈໍາຢູ່ ສູນ ແນວພັນເຂົ້າ ບ້ານສາລາຄໍາ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງ ຈັນ. ການມາປະຕິບັດໜ້າທີ່ຢູ່ປະເທດ ລາວ ໃນໄລຍະ 1965-1968 ມີທັງ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນ ແມ່ນບໍ່ໄດ້ຮຽນພາສາລາວກ່ອນມາ ເຮັດວຽກຢູ່ປະເທດລາວ, ໄດ້ຮຽນແຕ່ ພາສາຝຣັ່ງໜ້ອຍໜຶ່ງຈຶ່ງມີຄວາມ ຫຍຸ້ງຍາກໃນການສື່ສານ, ການໄປ-ມາ ກໍຍັງບໍ່ທັນສະດວກ, ຂາດເຂີນອຸປະ ກອນ, ອາຫານ ແລະ ໄຟຟ້າບໍ່ພຽງພໍ, ແຕ່ກໍຮູ້ສຶກປະທັບໃຈຕໍ່ວັດທະນະທໍາຮີດຄອງອັນດີງາມຂອງລາວ ແລະ ຈົດ ຈໍາບໍ່ລືມໃນຄວາມໃຈດີ ແລະ ເອື້ອເຟື້ອ ເຜື່ອແຜ່ຂອງ ປະຊາຊົນລາວ ໃນການ ຕ້ອນຮັບແຂກທີ່ມາຢ້ຽມຢາມເຮືອນ ຊານ ກໍຈະເຊື້ອເຊີນດື່ມນໍ້າ ແລະ ເຊີນ ຮັບປະທານອາຫານນໍາກັນ. ພາຍຫລັງ ທີ່ເດີນທາງກັບຄືນຍີ່ປຸ່ນ, ຕົນເອງກໍບໍ່ມີ ໂອກາດໄດ້ກັບມາຢ້ຽມຢາມສປປລາວ ຕື່ມອີກ ແລະ ຮູ້ສຶກເປັນກຽດທີ່ໄດ້ໄປ ຢ້ຽມຢາມ ແລະ ຮັບປະທານອາຫານ ຢູ່ ສະຖານທູດລາວ ຊຶ່ງເປັນຄັ້ງທໍາອິດ ແລະ ມີຄວາມປະທັບໃຈເປັນຢ່າງຍິ່ງທີ່ ໄດ້ຮັບປະທານອາຫານລາວ ໃນຮອບ 60 ປີ ໂດຍສະເພາະແມ່ນ ເຂົ້າໜຽວ ແລະ ລາບ, ເຮັດໃຫ້ຕົນເອງຫວນຄືນ ແລະ ຄິດເຖິງປະເທດລາວ ຊຶ່ງຍັງຄິດ ວ່ານີ້ແມ່ນເຫດການຢູ່ໃນຄວາມຝັນບໍ ແລະ ການທີ່ມີໂອກາດມາເປັນອາສາ ສະໝັກຢູ່ ສປປ ລາວ ແມ່ນມີຄວາມ ໝາຍຢ່າງຍິ່ງຕໍ່ຊີວິດຂອງຕົນ ທີ່ໄດ້ສຸມ ທຸກເຫື່ອແຮງປະກອບສ່ວນຊ່ວຍແນະ ນໍາວິທີການປູກເຂົ້າໃຫ້ແກ່ປະຊາຊົນ ລາວ. ພາຍຫລັງທີ່ກັບຈາກເປັນອາສາ ສະໝັກຢູ່ປະເທດລາວແລ້ວ ຍັງໄດ້ສືບ ຕໍ່ໄປເປັນອາສາສະໝັກຂອງ JICA ຢູ່ ປະເທດເນປານ, ຕັງຊານີ, ເອທິໂອປີ ແລະ ໂປໂລຍ. ພາຍຫລັງເປັນອາສາສະ ໝັກແລ້ວ ຍັງມາເປັນຜູ້ຊ່ວຍໃນການ ໂຄສະນາປະກາດຮັບອາສາສະໝັກ JICA ໂດຍສະເພາະ ເປັນຜູ້ຊ່ວຍອະ ທິບາຍ, ຈັດການສອບເສັງ ແລະ ຝຶກ ອົບຮົມ. ພ້ອມກັນນີ້, ທ່ານ TAKAHATA Tsuneo ອະດີດອະສາສະໝັກ JICA ກໍໄດ້ເລົ່າເຖິງປະສົບປະການຂອງຕົນ ໃນການເປັນອາສາສະໝັກຮັບຜິດ ຊອບດ້ານເຄື່ອງກົນຈັກກະສິກໍາ ຢູ່ ບ້ານທ່າງອນ ນະຄອນຫລວງວຽງຈັນ ໃນປີ 1970, ຄວາມມັກໃນວັດທະນະ ທໍາປະເທດລາວ ແລະ ການກັບຄືນມາ ປະຕິບັດໜ້າທີ່ ເປັນຫົວໜ້າຫ້ອງການຜູ້ ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດໃນປີ 1996. ປະເທດລາວ ເປັນປະເທດທໍາອິດ ທີ່ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກ JICA ມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນວັນທີ 24 ທັນວາ 1965 ແລະ ຕໍ່ມາ ໃນປີ 1966 ລັດຖະບານຍີ່ປຸ່ນ ຈຶ່ງໄດ້ ສົ່ງອາສາສະໝັກ ໄປປະເທດກໍາປູ ເຈຍ, ຟິລິບປິນ, ມາເລເຊຍ ແລະ ເຄນ ຢາ. ອາສາສະໝັກ JICA ຊຸດທໍາອິດທີ່ ສົ່ງມາປະເທດລາວ ມີທັງໝົດ 5 ທ່ານ, ຍິງ 2 ທ່ານ ແລະ ປັດຈຸບັນຍັງມີຊີວິດ ຢູ່ 2 ທ່ານ ຄື: ທ່ານ ONISHI Norio ອາໄສຢູ່ນະຄອນຫລວງໂຕກຽວ ແລະ ທ່ານ ນາງ ທາເຄຊິຕະ ເຊັດສຸໂກະ (TAKESHITA Setsuko) ອາໄສ ຢູ່ແຂວງອີຊິກາວາ (Ishikawa) ຍີ່ ປຸ່ນ.ນັບແຕ່ປີ1965ຈົນຮອດປັດຈຸບັນ, ມີອາສາສະໝັກ JICA ມາປະຕິບັດ ໜ້າທີ່ຢູ່ ສປປ ລາວ ຈໍານວນ 1.098 ທ່ານ. ໃນນີ້,ມີ41ທ່ານກໍາລັງປະຕິບັດ ໜ້າທີ່ຢູ່ ສປປ ລາວ. ຂ່າວ-ພາບ: ກຕທ ຂປລ. ສະຖານີວິທະຍຸກະຈາຍ ສຽງແຫ່ງຊາດລາວ ຮ່ວມກັບສະ ມາຄົມນັກປະພັນແຫ່ງ ສປປ ລາວ ສໍາເລັດການຈັດຝຶກອົບຮົມການ ຂຽນກາບກອນ ໃຫ້ສື່ມວນຊົນຂັ້ນ ສູນກາງ ໃນວັນທີ 9-11 ກໍລະກົດ 2025 ຜ່ານມາ ໂດຍມີ ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການວິທະຍຸກະ ຈາຍສຽງແຫ່ງຊາດລາວ, ທ່ານ ໂອທອງ ຄໍາອິນຊູ ຕາງໜ້າສະ ມາຄົມນັກປະພັນແຫ່ງ ສປປ ລາວ ແລະ ສໍາມະນາກອນເຂົ້າຮ່ວມ. ທ່ານ ໂອທອງ ຄໍາອິນຊູ ໄດ້ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ເປັນຄັ້ງທໍາອິດ ທີ່ໄດ້ຝຶກໃຫ້ສຳມະ ນາກອນທີ່ເປັນນັກຂ່າວ-ສື່ມວນຊົນ ກ່ຽວກັບການຂຽນ ແລະ ການອ່ານ ບົດກອນ, ການສອນໄດ້ເລີ່ມແຕ່ຈຸດ ສຳຄັນ, ລັກສະນະສະເພາະຂອງ ປະເພດຄຳ, ປະໂຫຍກ, ຄຳປະຈຳ ບ່ອນ, ສະກົດເປັນ, ສະກົດຕາຍ, ສຽງເອກ, ສຽງໂທ ແລະ ອື່ນໆ ໂດຍ ມີການຍົກເອົາບົດກອນສະໄໝປັດ ຈຸບັນ ແລະ ກອນໃນຍຸກເກົ່າ ມາເປັນ ຕົວຢ່າງ, ເລື່ອງວັນນະຄະດີມາອະທິ ບາຍ ເພື່ອຍົກໃຫ້ເຫັນເຖິງການແຕ່ງ ກອນລາວ, ໂຄງສ້າງຮ່າງເນື້ອໃນ ໃຫ້ບົດກອນ ເພື່ອດຳເນີນການຂຽນ ໂຕຈິງ, ໃຊ້ຫລັກຄຳປະຈຳບ່ອນ, ຄຳ ບຸບພະບົດ ແລະ ຄຳສ້ອຍ. ນອກນັ້ນ, ]k;3m]t7q , wfh Ia []k';a o WSIS Prizes 16j g9a ooy ;k lt;y f ຂປລ.ໃນວັນທີ7ກໍລະກົດ2025 ຜ່ານມານີ້, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວ ໂທລະຄົມ ມະຫາຊົນ ແລະ ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະ ທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາ ຊາດ ແລະ ອົງການຈັດຕັ້ງສາກົນ ອື່ນໆ ທີ່ ເຊີແນວ ພ້ອມດ້ວຍຄະນະຜູ້ ບໍລິຫານລາວໂທລະຄົມ ໄດ້ຂຶ້ນຮັບ ລາງວັນ WSIS Prizes 2025 ຢູ່ເມືອງເຈັນນີວາ ປະເທດສະວິດ. ລາງວັນ WSIS Pr izes 2025 ເປັນລາງວັນນານາຊາດ ທີ່ ຈັດຂຶ້ນໂດຍ ITU (International Telecommunication Union) ເພື່ອສະໜັບສະໜູນໂຄງການ ແລະ ນະວັດຕະກຳທາງດ້ານດີຈິຕອນ ທີ່ ຊ່ວຍເສີມສ້າງການພັດທະນາຢ່າງ ຍືນຍົງ (SDGs - Sustainable Development Goals) ເຊິ່ງ ການຮັບລາງວັນ ໃນຄັ້ງນີ້ ສະແດງ ໃຫ້ເຫັນເຖິງຄວາມກ້າວກະໂດດ ການເຕີບໂຕຂອງແອັບກະເປົາເງິນ ເອເລັກໂຕຣນິກ ໃນລາວ “ເອັມມັນ ນີເອັກສ”ດ້ວຍຄວາມກ້າວໜ້າດ້ານ ການຂະຫຍາຍການບໍລິການທາງ ດ້ານທຸລະກຳດ້ານການເງິນ ເຊັ່ນ: ການຊໍາລະ, ໂອນເງິນເຂົ້າ-ອອກ, ຈ່າຍໃບບິນ, ຈ່າຍພາສີ, ຈ່າຍປະກັນ ສັງຄົມ ແລະ ອື່ນໆ ໃຫ້ແກ່ປະຊາຊົນ ຫລາຍລ້ານຄົນທີ່ບໍ່ສາມາດເຂົ້າເຖິງ ການເປີດນຳໃຊ້ບັນຊີທະນາຄານ. ແອັບ ເອັມມັນນີເອັກສໄດ້ມີການ ຜັກດັນໃຫ້ບໍລິການທາງດ້ານການ ເງິນທີ່ເປັນ Unbanked ໃຫ້ກັບປະ ຊາຊົນທີ່ບໍ່ສາມາດເຂົ້າເຖິງບໍລິການ ທະນາຄານ ຫລື ບໍລິສັດການເງິນ ໃຫ້ມີໂອກາດໃນການເຂົ້າເຖິງ-ເຂົ້າ ຮ່ວມໃນກິດຈະກໍາທາງດ້ານການ ເງິນ ເພື່ອຂະຫຍາຍເສດຖະກິດໃຫ້ ກວ້າງຂວາງພາຍໃນປະເທດ ແລະ ປັບປຸງຄວາມໝັ້ນຄົງພື້ນຖານທາງ ດ້ານການເງິນໃຫ້ເຂັ້ມແຂງ ແລະ ເອັມມັນນີເອັກສ ໄດ້ວາງແຜນສຳ ລັບອະນາຄົດຂ້າງໜ້າ ເພື່ອສະ ໜອງດ້ານທຸລະກຳທາງການເງິນ ບໍ່ວ່າຈະເປັນທາງດ້ານສິນເຊື່ອຈຸລະ ພາກ ໃຫ້ແກ່ຄອບຄົວ ແລະ ບຸກຄົນ ໃນເວລາທີ່ຈໍາເປັນ ໂດຍສະເພາະ ສໍາລັບຜູ້ທີ່ບໍ່ສາມາດເຂົ້າເຖິງການ ບໍລິການທະນາຄານ ຫລື ການບໍລິ ການກູ້ຢືມແບບທະນາຄານ. ເອັມມັນນີເອັກສ ໄດ້ກຽມຄວາມ ພ້ອມ ແລະ ດຳເນີນການຢ່າງຄົບ ຖ້ວນຕາມລະບຽບກົດໝາຍທາງ ການເງິນທັງໝົດທີ່ວາງອອກ ແລະ ຍັງໄດ້ເຂົ້າຮ່ວມເປັນສະມາຊິກ ບໍລິ ສັດລາວເນເຊີນນໍ ເພເມັ້ນເນັດເວີກ (LAPNET) ເປັນແພຣດຟອມ ການຈ່າຍເງິນອິເລັກໂຕຣນິກ (epayment)ທີ່ຖືກສ້າງຂຶ້ນໂດຍທະ ນາຄານແຫ່ງ ສປປ ລາວ (BOL) ເພື່ອເປັນລະບົບກາງໃນການປະ ສານງານລະຫວ່າງ ທະນາຄານ ການຄ້າຕ່າງໆ, ແອັບກະເປົາເງິນ ດີຈິຕອນ (E-Wallet) ຫລື ຜູ້ໃຫ້ ບໍລິການຈ່າຍເງິນດີຈິຕອນ ເຊິ່ງລູກ ຄ້າ ເອັມມັນນີເອັກສ ສາມາດໄດ້ຮັບ ຜົນປະໂຫຍດຈາກການບໍລິການ ທາງດ້ານການເງິນທັງໝົດໂດຍບໍ່ ຈໍາເປັນຕ້ອງເປີດບັນຊີທະນາຄານ. ໃນປີ 2024 ຈໍານວນຜູ້ສະໝັກ ໃຊ້ “ MmoneyX “ ເພີ່ມຂຶ້ນຈາກ 300.000 ຄົນ ເປັນ 800.000 ຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 1.100.000 ຄົນ ພາຍໃນປີ 2025 ດ້ວຍການເຂົ້າເຖິງທີ່ມີຂໍ້ຈຳກັດ ຂອງທະນາຄານໃນບາງຂົງເຂດ ເຮັດໃຫ້ ເອັມມັນນີເອັກສ ສາມາດ ເຂົ້າເຖິງລູກຄ້າໄດ້ງ່າຍ ພຽງແຕ່ມີ ສັນຍານອິນເຕີເນັດ ກໍສາມາດເຮັດ ທຸລະກຳທາງດ້ານການເງິນຕ່າງໆ ໃນແອັບດຽວດ້ວຍຄວາມສະດວກ ສະບາຍ ແລະ ປອດໄພ ໂດຍສະ ເພາະຢູ່ເຂດຊົນນະບົດໄດ້ເຂົ້າເຖິງ ການບໍລິການດ້ານການເງິນ. ດັ່ງ ນັ້ນ, ກະເປົາເງິນ ເອເລັກໂຕຣນິກ M moneyX ຈະຊ່ວຍ ເຮັດໃຫ້ ການເຂົ້າເຖິງການເງິນໃຫ້ໄດ້ທົ່ວ ເຖິງ ເພື່ອເສດຖະກິດທີ່ໝັ້ນຄົງ ແລະ ການກະຕຸ້ນຊິວິດການເປັນຢູ່ຂອງ ພໍ່ແມ່ ປະຊາຊົນລາວ ໄດ້ດີຍິ່ງຂຶ້ນ. ຂ່າວ-ພາບ: ລາວໂທລະຄົມ ຍັງໄດ້ແນະນຳການຂຽນໃຫ້ມ່ວນ, ໃຫ້ຄ່ອງດ້ວຍການແນະນຳຫລັກ ການໃຊ້ຄຳສໍາຜັດ ເຊັ່ນ: ການສຳ ຜັດນອກ, ສຳຜັດໃນ, ສໍາຜັດຄີກ, ສຳຜັດຄູ່. ຈາກນັ້ນ, ກໍໄດ້ໃຫ້ສຳມະ ນາກອນແຕ່ລະຄົນໄດ້ທົດລອງ ຂຽນບົດກອນ ຕາມແນວຄິດຂອງ ແຕ່ລະຄົນ ເພື່ອເປັນການຝຶກເບື້ອງ ຕົ້ນ, ກອນແຕ່ລະຄົນແມ່ນໄດ້ຂຶ້ນ ອ່ານ ເຊິ່ງການອ່ານກອນທີ່ຕົນເອງ ແຕ່ງຂຶ້ນ ເຫັນວ່າສ່ວນຫລາຍແມ່ນ ອ່ານໄດ້ຄ່ອງ ແລະ ມີສໍານຽງເປັນ ຂອງຕົນເອງ. ສໍາມະນາກອນທີ່ເຂົ້າຮ່ວມຝຶກ ອົບຮົມຄັ້ງນີ້, ປະກອບມີ: ຈາກພະ ແນກການຕ່າງໆຂອງວິທະຍຸກະ ຈາຍສຽງແຫ່ງຊາດລາວ, ມີຈາກ ກົມໂຄສະນາ ຄະນະໂຄສະນາອົບ ຮົມສູນກາງພັກ, ວາລະສານອາລຸນ ໃໝ່, ໂທລະພາບແຫ່ງຊາດລາວ, ວິທະຍຸໂທລະພາບສູນກາງຈີນ, ສໍາ ນັກຂ່າວສານປະເທດລາວ, ວິທະຍຸ ນະຄອນຫວງວຽງຈັນ, ວິທະຍຸກອງ ທັບປະຊາຊົນລາວ, ສູນກາງແນວ ລາວສ້າງຊາດ, ກະຊວງການເງິນ ແລະ ອົງການກາແດງແຫ່ງຊາດ ລາວ. ຂ່າວ-ພາບ: ວີລະວັນ ]a f4t,q o8u dt-;'dko8j k'xtgmf ]k;{ia fg-p Ij ;,rq [xtlv'/j kp ຂປລ. ເມື່ອບໍ່ດົນມານີ້, ທີ່ກົວ ລາລໍາເປີ, ມາເລເຊຍ, ທ່ານ ທອງ ສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະປຶກສາຫາລື ສອງຝ່າຍ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ໃນວັນທີ 7-11 ກໍລະກົດ 2025 ທີ່ ກົວລາ ລໍາເປີ, ມາເລເຊຍ. ສອງຝ່າຍ ໄດ້ຕີລາຄາສູງການ ພົບປະສອງຝ່າຍ ລະຫວ່າງ ລັດຖະ ມົນຕີກະຊວງການຕ່າງປະເທດ ລາວ ແລະ ຣັດເຊຍ ໃນໂອກາດເຂົ້າ ຮ່ວມກອງປະຊຸມພາກພື້ນ ແລະ ສາ ກົນ ໄດ້ກາຍເປັນປະເພນີປະຕິບັດ ຮ່ວມກັນເປັນປະຈຳຂອງທັງສອງ ປະເທດ ຊຶ່ງເປັນການປະກອບສ່ວນ ສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມ ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສ ຣັດ ເຊຍ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ທົທວນຄືນ ແລະ ຕິີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງໃນຂອບການຮ່ວມ ມືສອງຝ່າຍ ແລະ ຫລາຍຝ່າຍ ໃນ ໄລຍະຜ່ານມາ, ພ້ອມທັງໄດ້ຕົກລົງ ເຫັນດີເພີ່ມທະວີການພົວພັນ ສອງ ຝ່າຍໃນຫລາຍຂົງເຂດໃນອະນາ ຄົດ ເຊັ່ນ: ການຮ່ວມມືດ້ານເສດຖະ ກິດ-ການຄ້າ, ການລົງທຶນ, ພະລັງ ງານ, ວຽກງານຊີວະພາບ, ການສຶກ ສາ, ການທະຫານ, ດ້ານກົດໝາຍ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນໍາມາຊຶ່ງຜົນປະໂຫຍດຮ່ວມກັນ. ໃນຂອບການພົວພັນຫລາຍ ຝ່າຍ, ໄດ້ພ້ອມກັນຕີລາຄາສູງຕໍ່ ການແລກປ່ຽນທັດສະນະຮ່ວມກັນ ໃນເວທີຫລາຍຝ່າຍ, ລວມທັງການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ນອກນີ້, ຍັງໄດ້ຕີ ລາຄາສູງຕໍ່ການຮ່ວມມື ຂອບອາ ຊຽນ-ຣັດເຊຍ ໃນໄລຍະຜ່ານມາ. ປວງຊົນລາວທັງຊາດ ສືບຕໍ່ປະຕິບັດ ພາລະກິດປ່ຽນແປງໃໝ່ຮອບດ້ານ ຢ່າງມີຫລັກການຂອງພັກ, ນໍາພາປະ ເທດຊາດ ຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ. ດັ່ງນັ້ນ, ການດໍາ ເນີນຊີວິດການເມືອງທົ່ວກອງທັບຄັ້ງນີ້ ແມ່ນຄວາມຈໍາເປັນພາວະວິໄສ, ແມ່ນ ຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນ ເພື່ອປັບປຸງ, ເຊີດຊູສະຕິຄວາມ ຮັບຜິດຊອບຂອງຄະນະພັກ, ສະມາຊິກ ພັກໃນການເຄົາລົບ ແລະ ປະຕິບັດບັນ ດາຫລັກການກໍ່ສ້າງພັກ ເຊິ່ງກ່ອນ ອື່ນໝົດ ແມ່ນຫລັກການລວມສູນປະ ຊາທິປະໄຕ, ຫລັກການຕິຊົມຕົນເອງ ແລະ ຕິຊົມກັນ; ແກ້ໄຂປາກົດການ ຫຍໍ້ທໍ້ດ້ານຕ່າງໆພາຍໃນພັກ ເປັນຕົ້ນ ການຖືເບົາຝຶກຝົນຫລໍ່ຫລອມຕົນເອງ, ປະກົດການເສື່ອມຄຸນປ່ຽນທາດ, ພະ ຍາດອາດຍາສິດ, ເອກະຊົນ, ສໍ້ລາດ ບັງຫລວງ, ການຝ່າຝືນລ່ວງລະເມີດ ລະບຽບກົດໝາຍ ທີ່ພວມປະກົດຂຶ້ນ ຢ່າງແຜ່ຫລາຍຢູ່ພາຍໃນພັກ ແນໃສ່ ສ້າງໃຫ້ພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການດໍາເນີນຊີວິດການ ເມືອງຄັ້ງນີ້ ຍັງເປັນການທົບທວນຄືນ ທາດແທ້ມູນເຊື້ອປະຕິວັດອັນສະຫງ່າ ລາສີ ຂອງກອງທັບ ພາຍໃຕ້ການ ນໍາພາຂອງພັກ, ທັງເປັນການເຊີດຊູ ຍົກສູງຄຸນນະພາບໃນການເຝິກຝົນ ຫລໍ່ຫລອມຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ຂອງ ພະນັກງານ-ສະມາຊິກພັກ ເພື່ອໃຫ້ ສອດຄ່ອງກັບເງື່ອນໄຂໃໝ່ ໃນການປະ ຕິບັດໜ້າທີ່ການເມືອງຂອງກອງທັບ “ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ”. ພ້ອມກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະຫາຍ ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ ກອງປະຊຸມດໍາເນີນຊີວິດການເມືອງ ຄັ້ງນີ້ ໃຫ້ດີທີ່ສຸດ, ສຸມສະຕິປັນຍາເຂົ້າ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງກົງໄປກົງມາຕໍ່ເນື້ອໃນຕ່າງໆ ໃຫ້ ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີ, ຜົນ ງານທີ່ເຮັດໄດ້ ແລະ ພຶດຕິກຳຕົວຈິງໃນ ຊຸມປີຜ່ານມາ ເພື່ອສືບຕໍ່ຜັນຂະຫຍາຍ. ພ້ອມນັ້ນ, ຕ້ອງຊອກໃຫ້ເຫັນບັນຫາທີ່ ເປັນຈຸດອ່ອນຂໍ້ຄົງຄ້າງ ໂດຍສົມທຽບ ຕົວຈິງຢູ່ອົງການ, ກົມກອງ ເພື່ອຊອກ ຫາວິທີປັບປຸງແກ້ໄຂ. ບັນດາສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບ, ຕັດສິນ ໃຈອົດທົນຜ່ານຜ່າຄວາມອິດເມື່ອຍ ຕ່າງໆ, ພ້ອມກັນເປັນເຈົ້າການດໍາເນີນ ກອງປະຊຸມ ໃຫ້ສໍາເລັດຜົນເປັນຢ່າງດີ. ເອກະສານທີ່ນໍາມາເຊື່ອມຊຶມໃນ ຄັ້ງນີ້ ປະກອບມີ: ຮໍ່າຮຽນເອົາແບບ ແຜນວິທີເຮັດວຽກ ແລະ ຄຸນສົມບັດ ສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ; ຝຶກຝົນຫລໍ່ຫລອມຄຸນ ທາດການເມືອງ ແລະ ຄຸນສົມບັດສິນ ທຳປະຕິວັດ ຂອງພະນັກງານ, ສະມາ ຊິກພັກ ໃນເງື່ອນໄຂປັດຈຸບັນ; ມາດຕະ ຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່; ມະຕິກອງປະຊຸມຄົບ ຄະນະ ຄັ້ງທີ 10 ຂອງຄະນະບໍລິຫານ ສູນກາງພັກ ສະໄໝທີ XI. ຂ່າວ: ຈອນນີ້ ອິນທະວົງ ອົງຄະນະພັກ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==