7071

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 15/07/2025 xtgmf]k; ເລຂາທິການໃຫຍ່...ິ່ ຂປລ. ໃນວັນທີ 13 ກໍລະກົດ 2025 ນີ້, ໃນກອງປະຊຸມຄະນະກໍາ ມະການມໍລະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການ ຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນ ພື້ນທີ່ມໍລະດົກໂລກ ແບບຮ່ວມຊາຍ ແດນກັບ ອຸທິຍານແຫ່ງຊາດຟອງ ຫຍາ-ແກບາງມໍລະດົກໂລກທາງທຳ ມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ ຢ່າງເປັນທາງການ. ການຂຶ້ນທະບຽນ ເປັນມໍລະດົກ ໂລກໃນຄັ້ງນີ້ ເກີດຈາກການຮັບ ຮອງຄຸນຄ່າທີ່ໂດດເດັ່ນລະດັບສາ ອຸທິຍານແຫ່ງຊາດ...ຸິ່ ກົນ ຂອງຫີນໜາມໜໍ່ ເຊິ່ງປະກອບ ດ້ວຍ ຄວາມເປັນໜຶ່ງໃນພູມີປະເທດ ທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສຽງໃຕ້; ຖໍ້າມະ ຫັດສະຈັນ ເຊບັ້ງໄຟ ທີ່ຍາວເຖິງ 6,4 ກິໂລແມັດ; ເປັນແຫລ່ງທີ່ຢູ່ ອາໄສອັນສຳຄັນຂອງສັດທີ່ຫາ ຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້. ການຍອມຮັບໃນລະດັບໂລກ ນີ້, ເປັນຜົນມາຈາກຄວາມຮ່ວມ ມືຫລາຍປີລະຫວ່າງລັດຖະບານ ລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມ ພັດທະນາສາກົນ ດ້ວຍການສະໜັບ ສະໜູນ ຢ່າງມີຍຸດທະສາດ ຈາກກະ ຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາ ທາລະນະລັດເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ. ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດ ເດັ່ນຍິ່ງຂຶ້ນ ບໍ່ແມ່ນຄວາມອຸດົມສົມ ບູນທາງລະບົບນິເວດເທົ່ານັ້ນ, ແຕ່ ມັນຍັງເປັນຕົ້ນແບບ ສໍາລັບການ ຮ່ວມມືຂ້າມຊາຍແດນ, ການເຊື່ອມ ໂຍງຂອງລະບົບນິເວດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ຄວາມສຳເລັດໃນຄັ້ງນີ້, ເປັນສິ່ງ ພິສູດວ່າ ການຮ່ວມມືລະຫວ່າງ ປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມຢ່າງຈິງຈັງ ຂອງຊຸມຊົນທ້ອງຖິ່ນ ສາມາດນຳ ໄປສູ່ຜົນລຳເລັດທາງດ້ານການ ອະນຸລັກ ແລະ ການພັດທະນາທີ່ ຍືນຍົງໄດ້ຢ່າງແທ້ຈິງ. ຂ່າວ-ພາບ : Khammouane News ກ າ ນນໍ າໜຸ່ມ ສ ຳ ລັ ບ ແ ຂວ ງ ທີ່ມີຊາຍແດນຕິດຈອດ 3 ປະ ເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະ ເພາະ ໂດຍການເປັນເຈົ້າພາບຂອງ ພັກ ປປ ລາວ ແລະ ຈັດຂຶ້ນໃນ ລະ ຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ນະຄອນຫລວງວຽງຈັນ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ ຜົນສໍາເລັດໃນການຝຶກອົບຮົມຫົວຂໍ້ ສະເພາະ ສຳລັບພະນັກງານການ ນໍາໜຸ່ມ 3 ພັກ ລາວ-ຫວຽດນາມກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນ ເຈົ້າພາບ, ເປັນການຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຜົນການພົບປະ ຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາ ປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນ ປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະ ແລກປ່ຽນບົດຮຽນໃນການພັດທະ ນາເສດຖະກິດ-ສັງຄົມ, ການທ່ອງ ທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເຊິ່ງ ເປັນການປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງແຕ່ລະປະເທດ ກໍຄື ການ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີ ພິເສດ ແລະ ການພົວພັນຮ່ວມມື ຮອບດ້ານຂອງ 3 ພັກ ແລະ ປະຊາ ຊົນ 3 ຊາດ ລາວ-ຫວຽດນາມ-ກໍາ ປູເຈຍ ໃຫ້ນັບມື້ໄດ້ຮັບການເສີມ ຂະຫຍາຍ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ສປປ ລາວ ໄດ້ຕີລາ ຄາສູງ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດ ຕັດແຍກອອກຈາກກັນໄດ້ຄືກັບ ຄຽງ 3 ຂາ, ມີມູນເຊື້ອຄວາມສາ ມັກຄີສະໜິດແໜ້ນ, ມີການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເຊິ່ງກາຍ ເປັນຊັບສົມບັດອັນລໍ້າຄ່າ, ເປັນປັດ ໄຈສໍາຄັນ ແລະ ເປັນກໍາລັງແຮງອັນ ໃຫຍ່ຫລວງທີ່ສຸດ ໃຫ້ແກ່ພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອ ກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຂອງແຕ່ລະປະເທດ ໃນປັດຈຸ ບັນ ແລະ ຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ ຊີ້ນຳໃຫ້ບັນດາການນຳໜຸ່ມຂອງ 3 ປະເທດ ສືບຕໍ່ຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນ ມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍໄດ້ເນັ້ນໜັກຕ້ອງເພີ່ມທະວີ ການປະສານງານກັນຢ່າງໃກ້ຊິດ, ການໄປມາຫາສູ່ ໂດຍສະເພາະ ຮ່ວມກັນໂຄສະນາເຜີຍແຜ່ມູນເຊື້ອ ສາຍພົວພັນອັນດີງາມດັ່ງກ່າວ ດ້ວຍຫລາຍເນື້ອໃນ, ຮູບການ ແລະ ໂອກາດ ເພື່ອເຮັດໃຫ້ຄົນຮຸ່ນຫລັງຢູ່ 3 ປະເທດ ລາວ-ຫວຽດນາມ-ກຳ ປູເຈຍ ໄດ້ມີຄວາມເຂົ້າໃຈຢ່າງຖືກ ຕ້ອງແລະເລິກເຊິ່ງແທ້ໆ.ພ້ອມກັນນີ້, ຍັງໄດ້ຊີ້ນຳໃຫ້ການນຳແຕ່ລະແຂວງ ທີ່ມີຊາຍແດນຕິດຈອດກັນ ເພີ່ມທະ ວີການຮ່ວມມືທາງດ້ານເສດຖະ ກິດໃຫ້ແຂງແຮງກວ່າເກົ່າ ໂດຍ ອີງໃສ່ທ່າແຮງບົ່ມຊ້ອນຂອງແຕ່ ລະແຂວງທີ່ເຫັນວ່າຍັງມີຢ່າງ ຫລວງຫລາຍ. ສຳຄັນແມ່ນພ້ອມກັນ ປົກປັກຮັກສາເສັ້ນຊາຍແດນ ລະ ຫວ່າງ 3 ປະເທດຂອງພວກເຮົາ ໃຫ້ເປັນເສັ້ນຊາຍແດນແຫ່ງ ສັນຕິ ພາບ, ມິດຕະພາບ ແລະ ການພັດທະ ນາທີ່ຍືນຍົງຕໍ່ໄປໃນອະນາຄົດ. ໃນໂອກາດນີ້, ຕາງໜ້າສໍາມະ ນາກອນຂອງ 3 ປະເທດ ໄດ້ສະ ແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ເຕັມໄປດ້ວຍໄມຕີ ຈິດມິດຕະພາບອັນດູດດື່ມແລະການ ໃຫ້ທິດຊີ້ນຳ ຂອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສະແດງເຖິງການ ໃຫ້ຄວາມສຳຄັນ ແລະ ເປັນຫ່ວງ ເປັນໃຍທີ່ມີຕໍ່ຄະນະ, ພ້ອມທັງຈະ ນໍາເອົາທິດຊີ້ນໍາ ທີ່ເປັນດັ່ງເຂັມທິດ ເຍືອງທາງ ນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ ເກີດດອກອອກຜົນ, ປະກອບສ່ວນ ສໍາຄັນເຂົ້າໃນການພົວພັນຮ່ວມມື ຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢືນຢັນຈະເຮັດສຸດ ຄວາມສາມາດຂອງຕົນ ຮ່ວມກັນ ໃນການປົກປົກຮັກສາ, ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ປະ ກອບສ່ວນເຂົ້າໃນການສ້າງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມ ມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ຍັງໄດ້ຝາກຄວາມຢື້ຢາມ ຖາມຂ່າວ ແລະ ອວຍພອນໄຊອັນ ລາວ-ອົດສະຕຣາລີ ແລະ ລາວລຸກຊຳບວກ ໃຫ້ໄດ້ຮັບການພັດທະ ນາ ແລະ ແຕກດອກອອກຜົນຂຶ້ນໄປ ເລື້ອຍໆ. ພ້ອມນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ລາຍງານສະ ພາບການຈັດຕັ້ງປະຕິບັດວຽກງານ ດ້ານການສຶກສາກໍຄືວຽກງານການ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານ ການສຶກສາ ຂອງສອງປະເທດ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານອົດສະຕຣາລີ ແລະ ລຸກຊຳບວກ ທີ່ໄດ້ໃຫ້ການສະໜັບ ສະໜູນ, ຊຸກຍູ້ສົ່ງເສີມຊ່ວຍເຫລືອ ດ້ານການສຶກສາ ແກ່ ສປປ ລາວ ມາໂດຍຕະຫລອດ ເຮັດໃຫ້ລະບົບ ການສຶກສາ ກໍຄື ວຽກງານການ ສຶກສາ ຢູ່ ສປປ ລາວ ໄດ້ຮັບການ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານທູດອົດສະຕຣາລີແລະອຸປະ ທູດລຸກຊຳບວກ ປະຈຳລາວ ຕ່າງ ກໍໄດ້ສະແດງຄວາມຂອບ ໃຈຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ ທ່ານ ທອງສະລິດ ມັງໜໍ່ ເມກ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳ ລົງຕຳແໜ່ງ ເປັນລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ຄົນ ໃໝ່. ພ້ອມທັງຢືນຢັນວ່າຈະສືບຕໍ່ໃຫ້ ການຮ່ວມມື, ສະໜັບສະໜູນ, ຊ່ວຍ ເຫລືອດ້ານການສຶກສາ ແກ່ ສປປ ລາວກໍຄືຮ່ວມມືກັບກະຊວງສຶກສາ ທິການ ແລະ ກິລາ ເພື່ອພັດທະນາ ວຽກງານການສຶກສາ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາຂຶ້ນໄປເລື້ອຍໆ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລັດຖະມົນຕີກະຊວງ ສສກ...ັົີ ການພົວພັນຕ່າງປະເທດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ, ບັນດາລັດຖະມົນຕີ, ຮອງລັດຖະມົນ ຕີ ແລະ ຄະນະກຳມະການ ກສລ ເຂົ້າຮ່ວມ. ຄະນະຊີ້ນຳ...ີ້ ສ້າງໂອກາດໃຫ້ເອື້ອຍແມ່ຍິງ ມາ ວາງຈໍາໜ່າຍຜະລິດຕະພັນທີ່ມີ ຄວາມໂດດເດັ່ນ ແລະ ເປັນເອກະ ລັກຂອງແຕ່ະທ້ອງຖິ່ນ. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນ ກາງສະຫະພັນແມ່ຍິງລາວ ໄດ້ກ່າວ ວ່າ: ງານວາງສະແດງຄັ້ງນີ້, ໄດ້ ດຳເນີນເປັນເວລາ 7 ວັນ ນັບແຕ່ ວັນທີ 7-13 ກໍລະກົດ ເຊິ່ງເຕັມໄປ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ. ການສະເຫລີມສະຫລອງວັນສ້າງ ຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້ ມີຫລາຍກິດຈະກໍາປິ່ນອ້ອມ ຕິດພັນກັບຂະບວນການສະເຫລີມ ສະຫລອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ແລະ ເປັນກິດ ຈະກຳເພື່ອການພັດທະນາ ເປັນຕົ້ນ ການຈັດປາຖະກະຖາຫວນຄືນມູນ ເຊື້ອການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ, ສໍາມະນາ ໃຫ້ຄວາມຮູ້ທີ່ຕິດພັນກັບການພັດ ທະນາ ແລະ ປົກປ້ອງແມ່ຍິງ, ເດັກ, ການໃຫ້ຄວາມຮູ້ແມ່ຍິງກັບການ ຮັກສາສຸຂະພາບ, ແມ່ຍິງກັບວັດ ທະນະທຳ, ແມ່ຍິງກັບການເຂົ້າເຖິງ ແຫລ່ງທຶນ, ວຽກງານສິ່ງແວດລ້ອມ, ການຕ້ານ ແລະ ສະກັດກັ້ນປາກົດ ການຫຍໍ້ທໍ້ໃນສັງຄົມ, ການບໍລິຈາກ ເລືອດ, ການກວດວັດແທກສາຍ ຕາ, ສະແດງສິລະປະ ແລະ ອື່ນໆ. ໂອກາດດຽວກັນ, ຍັງມອບໃບ ຊົມເຊີຍໃຫ້ຜູ້ປະກອບສ່ວນສະໜັບ ສະໜູນແລະ ເຂົ້າຮ່ວມວາງສະແດງ ຜົນງານ ແລະ ຜະລິດຕະພັນ ເນື່ອງ ໃນໂອກາດສະເຫລີມສະຫລອງວັນ ສ້າງຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 70 ປີ ຕື່ມອີກ. ຂ່າວ: ກິດຕາ ສຳເລັດງານວາງສະແດງ...ັ ຢູນິເທວ...ູິ ແລະ ປະຊາຊົນລາວ ຜ່ານການໃຫ້ ບໍລິການຕ່າງໆ ເຊັ່ນ: U-money, LaoHealth, LaoEdu, LaoTV (LaoTV ແມ່ນແພັດຟອມທີ່ໃຫ້ ບໍລິການໂທລະພາບອອນລາຍ ແລະ ວິດີໂອຄວາມບັນເທີງຕ່າງໆທີ່ພັດ ທະນາໂດຍ Unitellao. ເປັນທີ່ ຮວບຮວມລາຍການທີ່ມີທັງລາວ ປະເສີດໄປຍັງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ແລະ ສົມເດັດ ເຕໂຈ ຮຸນ ເຊນ, ປະທານພັກປະຊາຊົນ ກໍາປູ ເຈຍ, ປະທານສະພາສູງ ກໍາປູເຈຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ ນຳພາປະເທດຊາດຫວຽດນາມ ແລະ ກໍາປູເຈຍ ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ຜັນຂະຫຍາຍນະໂຍບາຍ, ມາດຕະ ການແກ້ໄຂບັນຫາເສດຖະກິດການເງິນ, ສ້າງແນວຄິດ ເອກະລາດ ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພັກ, ລັດຖະບານ ທັງເປັນນ ການສ້າງ ແລະ ໝູນໃຊ້ທຸກທ່າແຮງ ບົ່ມຊ້ອນ, ຊັບພະຍາກອນພາຍໃນ, ບັນດາກາລະໂອກາດ, ໃຫ້ສາມາດ ໝູນໃຊ້ເຕັກນິກ ທີ່ທັນສະໄໝເຂົ້າ ໃສ່ການຜະລິດ ເພື່ອຍົກສູງຄຸນນະ ພາບ, ມາດຕະຖານ, ສ້າງໃຫ້ປະ ເທດເຮົາມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນເຂັ້ມແຂງ, ຮັບປະກັນໄດ້ຄວາມຍືນຍົງສາມາດ ຕອບສະໜອງໄດ້ແກ່ການຊົມໃຊ້ ພາຍໃນ ແລະ ສົ່ງອອກ ເພື່ອພັດທະ ນາໃຫ້ເປັນສິນຄ້າ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ກ່າວ ວ່າ: ການສະໜັບສະໜູນຊ່ວຍເຫລືອ ຜູ້ປະກອບການທີ່ເປັນຈຸນລະວິສາ ຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ຫລື MSME ໃນຂອບເຂດທົ່ວປະເທດໄລຍະຜ່ານ ມາ ສາມາດສະໜອງທຶນໃຫ້ໄດ້ 3.357 ຫົວໜ່ວຍ ເຊິ່ງເຫັນວ່າເປັນ ຜົນງານອັນສໍາຄັນ. ແຕ່ເຖິງຢ່າງ ໃດກໍຕາມ ຖ້າສົມທຽບໃສ່ຄວາມ ຕ້ອງການໃນການເຂົ້າເຖິງແຫລ່ງ ທຶນ ເພື່ອຊຸກຍູ້ການຜະລິດເປັນສິນ ຄ້າເຫັນວ່າຍັງເປັນໂຕເລກທີ່ບໍ່ທັນ ສູງ ເນື່ອງຈາກມີຂໍ້ຈຳກັດຫລາຍ ຢ່າງເປັນຕົ້ນບັນດາກຸ່ມ, ສະມາຄົມ, ສະຫະກອນ, ກຸ່ມຜະລິດ ບໍ່ສາມາດ ປະຕິບັດ ຫລື ຕອບສະໜອງໄດ້ ເງື່ອນໄຂ ໃນການກູ້ຢືມກັບທະນາ ຄານທຸລະກິດ ເຊັ່ນ: ບໍ່ມີຫລັກຊັບຄໍ້າ ປະກັນ, ສະມາຊິກໃນກຸ່ມ ຫລື ສະ ຫະກອນການຜະລິດ ບໍ່ນໍາໃຊ້ຫລັກ ຊັບສ່ວນຕົວ ເພື່ອຄໍ້າປະກັນກູ້ຢືມ ເປັນສ່ວນລວມ, ລວມເຖິງອັດຕາ ດອກເບ້ຍກູ້ຢືມທີ່ສູງ ບໍ່ສອດຄ່ອງ ກັບການຜະລິດກະສິກຳ, ເຄີຍມີໜີ້ ເສຍກັບສະຖາບັນການເງິນມາກ່ອນ ຈຶ່ງບໍ່ສາມາດເຂົ້າເຖິງແຫລ່ງທຶນ ເພື່ອການຜະລິດໄດ້. ຍ້ອນເຫັນໄດ້ຂໍ້ຫຍຸ້ງຍາກດັ່ງ ກ່າວ, ລັດຖະບານ ຈຶ່ງໄດ້ມີແຈ້ງ ການ ເລກທີ 25/ຫສນຍ, ລົງວັນທີ 07 ມັງກອນ 2025 ຊີ້ນຳໃຫ້ກະ ຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງ ກ່ຽວຂ້ອງສ້າງດໍາລັດວ່າດ້ວຍການ ຄຸ້ມຄອງ ແລະ ນໍາໃຊ້ກອງທຶນຊຸກຍູ້ ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການຄົ້ນ ຄວ້າ ແລະ ລັດຖະບານ ໄດ້ຕົກລົງ ຮັບຮອງເອົາດຳລັດກອງທຶນສົ່ງ ເສີມການຜະລິດສິນຄ້າລາວ ຫລື ດຳລັດ 483/ນຍ ໃນເດືອນມິຖຸນາ 2025 ເພື່ອເປັນບ່ອນອີງໃນການ ຄຸ້ມຄອງກອງທຶນ ແລະ ຊຸກຍູ້ການ ຜະລິດເປັນສິນຄ້າຂອງລາວ ໃຫ້ດີ ຂຶ້ນ ແລະ ສາມາດຕອບສະໜອງ ຄວາມຕ້ອງການພາຍໃນ ໃນຕໍ່ໜ້າ ໃຫ້ຫລາຍຂຶ້ນ. ຂ່າວ: ຄຳແສງ ແກ້ວປະເສີດ ແລະ ຕ່າງປະເທດ ທີ່ຜູ້ໃຊ້ສາມາດ ເຂົ້າຊົມໄດ້ທຸກເວລາຜ່ານແອບພີ ເຄຊັນ), LaoApp ແລະ ອື່ນໆ. ພ້ອມກັນນັ້ນ, Unitel ຍັງໄດ້ສ້າງ ວຽກເຮັດງານທໍາໃຫ້ແກ່ພະນັກ ງານປະມານ27.000ຄົນແລະ ໄດ້ ປະກອບສ່ວນຢ່າງຫລວງຫລາຍ ໃນກິດຈະກຳເພື່ອສັງຄົມ. ໃນຕອນທ້າຍຂອງພິທີ, ທ່ານ ຫງວຽນ ຮົ່ງ ມິງ ໄດ້ມອບ-ຮັບ ຂອງຂວັນທີ່ລະນຶກໃຫ້ແກ່ ຄະນະຜູ້ ແທນຈາກສູນກາງຊາວໜຸ່ມກອມ ມູນິດໂຮ່ຈີ່ມິງ ແລະ ຄະນະຜູ້ແທນ ຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ການພົບປະຄັ້ງນີ້, ເປັນການຢືນ ຢັນເຖິງຈິດໃຈມິດຕະພາບອັນຍິ່ງ ໃຫຍ່ ແລະ ຄວາມຮ່ວມມືພິເສດ ລະ ຫວ່າງສອງປະເທດ ລາວ-ຫວຽດ ນາມ ທີ່ສືບສານໂດຍຄົນຮຸ່ນໃໝ່. ໃນພິທີເປີດກອງປະຊຸມ, ທ່ານ ສົມມາດ ພົນເສນາ ໄດ້ມີຄຳເຫັນ ໂດຍເນັ້ນໜັກເຖິງຜົນສຳເລັດຂອງ ການກໍ່ສ້າງເສັ້ນທາງລົດໄຟ ລາວຈີນ ເປັນຄວາມຝັນອັນຍາວນານ ຂອງປະເທດລາວ ເຊິ່ງທ່ານໄດ້ ກ່າວວ່າ: ພັກ ແລະ ລັດຖະບານລາວ ມີແນວທາງນະໂຍບາຍແລະ ຄວາມ ຫວັງອັນສູງສົ່ງ ທີ່ຢາກຈະປ່ຽນ ຂໍ້ຈຳກັດຂອງປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ໃຫ້ກາຍເປັນ ປະເທດທີ່ເຊື່ອມຈອດກັບບັນດາ ປະເທດທົ່ວໂລກ. ສິ່ງນີ້ ແມ່ນສອດ ຄ່ອງກັບແນວຄິດ “ໜຶ່ງແລວໜຶ່ງ ເສັ້ນທາງ” ຂອງທ່ານເລຂາທິການ ໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຊິ່ງສະແດງເຖິງການຈັດຕັ້ງປະຕິ ບັດແນວຄວາມຄິດຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນ. ທ່ານ ສົມມາດ ພົນເສນາ ໄດ້ຢໍ້າ ອີກວ່າ: ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງຍຸດທະສາດ ທີ່ເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນ ເສັ້ນທາງທີ່ເຊື່ອມຕໍ່ ສປປ ລາວ ກັບ ໂລກພາຍນອກ ໂດຍຜ່ານ ສປ ຈີນ. ເພື່ອຢືນຢັນເຖິງຄວາມສຳຄັນຂອງ ໂຄງການນີ້, ທ່ານໄດ້ກ່າວເຖິງຄຳ ເວົ້າຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ກ່າວວ່າ “ເສັ້ນທາງລົດໄຟ ລາວຈີນ ເປັນເສັ້ນທາງທີ່ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ສະຕະວັດທີ 21” ພ້ອມກັນນີ້, ທ່ານຍັງໄດ້ຍົກຄຳເວົ້າ ຂອງ ທ່ານ ສີ ຈິ້ນຜິງ ກ່າວໃນພິທີ ເປີດເສັ້ນທາງລົດໄຟ ລາວ-ຈີນ ທີ່ ວ່າ “ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດ ພູກໍຈະບໍ່ສູງ ເສັ້ນ ທາງກໍຈະບໍ່ຍາວໄກ.” ຂ່າວ-ພາບ: ສພຊ ຜູ້ແທນລາວ...ູ້ ປະຊາຊົນຜູ້ທີ່ປະກອບອາຊີບກະ ສິກໍາ ໂດຍສະເພາະຜູ້ທີ່ອາໄສໃນ ຂົງເຂດຊົນນະບົດ ໃຫ້ມີໂອກາດ ໃນການເຂົ້າເຖິງການພັດທະນາສີມື ແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະ ສິກໍາ ຊຶ່ງແນ່ນອນວ່າ ສ ເກົາຫລີ ກໍແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ ລັດຖະບານລາວ ມີເຈດຈໍານົງໃນ ການຮ່ວມມືໃນຫລາຍດ້ານ ລວມ ທັງການຈັດສົ່ງແຮງງານລາວ ໄປ ເຮັດວຽກໃນຂົງເຂດກະສິກໍາ ເພື່ອ ຖ່າຍທອດເອົາຄວາມຮູ້ ແລະ ປະສົບ ການ ຂອງກະສິກອນ ສ ເກົາຫລີ ເພື່ອມາພັດທະນາບ້ານເກີດເມືອງ ນອນຂອງເຂົາເຈົ້າ. ຈາກນັ້ນ, ກໍໄດ້ມີພິທີເຊັນບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຈັດ ສົ່ງຜູ້ອອກແຮງງານລາວ ໄປເຮັດ ວຽກຢູ່ ສ ເກົາຫລີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ(ຮສສ) ແລະ ເມືອງ ກັງວອນ ສ ເກົາຫລີ ຕາງໜ້າເຊັນ ໂດຍ ທ່ານ ນາງ ອານຸສອນ ຄຳສິງ ສະຫວັດ ຫົວໜ້າກົມການຈັດຫາ ງານ ກະຊວງ ຮສສ ແລະ ທ່ານ ParkYomgCheol ເຈົ້າເມືອງກັງ ຮວາ ສ ເກົາຫລີ, ມີຄະນະພະແນກ, ວິຊາການກົມການຈັດຫາງານ, ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ຫົວໜ້າກົມການ ຈັດຫາງານ ກະຊວງ ຮສສ ໄດ້ລາຍ ງານກ່ຽວກັບການຈັດສົ່ງແຮງ ງານລາວ ໄປເຮັດວຽກຕາມລະດູ ການທີ່ ຢູ່ ປະເທດ ສ ເກົາຫລີ ນັບ ແຕ່ເດືອນພຶດສະພາ 2022 ມາຮອດ ປັດຈຸບັນ, ກົມການຈັດຫາງານ ໄດ້ມີບົດບັນທຶກການຮ່ວມມື ຢູ່ 2 ແຂວງ ແລະ 80 ເມືອງ, ສາມາດ ຈັດສົ່ງແຮງງານລາວ ໄປເຮັດວຽກ ຕາມລະດູການຢູ່ ສ ເກົາຫລີ ທັງ ໝົດ 11.000 ກວ່າຄົນ, ຍິງ 5.000 ກວ່າຄົນ. ການຮ່ວມມືຄັ້ງນີ້, ຈະເປັນ ບາດກ້າວສໍາຄັນ ແລະ ສ້າງຜົນປະ ໂຫຍດໃຫ້ແກ່ສອງຝ່າຍ, ແຮງງານ ຂອງ ສປປ ລາວ ກໍຈະໄດ້ຮັບການ ພັດທະນາສີມືແຮງງານ ແລະ ມີ ລາຍຮັບໃຫ້ແກ່ຕົນເອງ ແລະ ຄອບ ຄົວ, ພ້ອມທັງຈະຊ່ວຍຊຸກຍູ້ການ ຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ, ທັງເຮັດໃຫ້ກະສິກອນ, ເຈົ້າຂອງບັນດາຟາມ ພາຍໃນເມືອງ ຈະມີແຮງງານເຂົ້າຮັບໃຊ້ການຜະ ລິດກະສິກໍາໃຫ້ຫລາຍຂຶ້ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ ລາວ-ສ ເກົາຫລີ...ົີ

RkJQdWJsaXNoZXIy MTc3MTYxMQ==