7070

07 xtgmf]k; 37ltok c]t [= ]y = dy ko { 14/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2025 ຂະແໜງການບໍລິການ ຂອງແຂວງອຸດົມໄຊ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ສາມາດປະ ຕິບັດໄດ້ຫລາຍຄາດໝາຍທີ່ວາງ ໄວ້ຕາມມະຕິຂອງສະພາປະຊາຊົນ ແຂວງ ໂດຍສະເພາະ ການຂົນສົ່ງ ຜູ້ໂດຍສານ ປະຕິບັດໄດ້ເກີນແຜນ ການ ແລະ ການເກັບຊື້ຜະລິດຕະພັນ ພາຍໃນບັນລຸໃນລະດັບສູງ, ເຊິ່ງ ເປັນສັນຍານບວກ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ. ສຳລັບດ້ານການຄ້າ ມູນຄ່າຈໍລະ ຈອນສິນຄ້າທົ່ວແຂວງ ບັນລຸ 714,42 ຕື້ກີບ ເທົ່າກັບ 42% ຂອງແຜນການປີ ໃນນີ້, ພົ້ນເດັ່ນ ທີ່ສຸດ ແມ່ນການເກັບຊື້ຜະລິດຕະພັນ ພາຍໃນ ປະຕິບັດໄດ້ເຖິງ 91,49 ຕື້ ກີບ ກວມເອົາ 75%ຂອງແຜນການ ປີທີ່ວາງໄວ້, ຂະແໜງຂົນສົ່ງ ຍັງ ມີຄວາມຄຶກຄື້ນ ບໍລິມາດຂົນສົ່ງ ສິນຄ້າ ປະຕິບັດໄດ້ 0,63 ລ້ານໂຕນ (53%). ຈຸດທີ່ໜ້າສັງເກດແມ່ນ ບໍລິມາດຂົນສົ່ງໂດຍສານລວມ ສາມາດປະຕິບັດໄດ້ 166.129 ເທື່ອຄົນ, ເກີນແຜນການປີທີ່ວາງໄວ້ 113%, ສະແດງໃຫ້ເຫັນເຖິງການ ເດີນທາງຂອງປະຊາຊົນມີການ ເພີ່ມຂຶ້ນ. ສ່ວນການບໍລິການອື່ນໆ ເປັນຕົ້ນ ການຂຶ້ນທະບຽນລົດໃໝ່ ປະຕິບັດໄດ້ 2.856 ຄັນ (63%) ແລະ ການກວດກາເຕັກນິກລົດໄດ້ 3.001 ຄັນ (65%). ອີງຕາມບົດລາຍງານ ສະຫລຸບ ຕີລາຄາການປະຕິບັດແຜນພັດທະ 6 gfn vo8Q oxu 0tc|'dko[= ]y dko c0;'v5 fq ,w- 0tspkp8q ;1j k'8+ gonj v' ນາ ເສດຖະກິດ-ສັງຄົມ ຂອງ ພະ ແນກແຜນການ ແລະ ການລົງທຶນ ຕໍ່ ກອງປະຊຸມສະພາປະຊາຊົນ ແຂວງ ອຸດົມໄຊ ສະໄໝສາມັນ ເທື່ອທີ 9 ຊຸດ ທີ II ໃນວັນທີ 10 ກໍລະກົດ 2025 ຜ່ານມາວ່າ: ຂະແໜງທ່ອງທ່ຽວ ສາມາດດຶງດູດນັກທ່ອງທ່ຽວໄດ້ 140.000 ເທື່ອຄົນ (52%) ແລະ ຄາດຄະເນລາຍຮັບປະມານ 7,5 ລ້ານໂດລາສະຫະລັດ (47%). ການຜະລິດນ້ຳປະປາ ປະຕິບັດໄດ້ 2,98 ລ້ານແມັດກ້ອນ (50%), ບໍລິມາດນ້ຳເສຍຍັງຢູ່ໃນລະດັບ 30%, ເຊິ່ງສູງກວ່າມາດຖານທີ່ ກຳນົດໄວ້ ແລະ ເປັນສິ່ງທ້າທາຍທີ່ ຕ້ອງໄດ້ສືບຕໍ່ແກ້ໄຂ. ໂດຍລວມແລ້ວ, ຜົນການຈັດ ຕັ້ງປະຕິບັດວຽກງານຂະແໜງບໍລິ ການຂອງແຂວງອຸດົມໄຊ ໃນ 6 ເດືອນຕົ້ນປີ 2025 ມີທ່າອ່ຽງການ ຂະຫຍາຍຕົວທີ່ດີ ແລະ ມີຫລາຍ ຂະແໜງການທີ່ສາມາດສູ້ຊົນບັນ ລຸໄດ້ຕາມຄາດໝາຍ ແລະ ພາກ ສ່ວນທີ່ກ່ຽວຂ້ອງຈະຕ້ອງສືບຕໍ່ຊຸກ ຍູ້ບັນດາ ດ້ານທີ່ຍັງບໍ່ທັນບັນລຸຄາດ ໝາຍ ເພື່ອໃຫ້ສາມາດບັນລຸຕາມ ມະຕິ ຂອງສະພາປະຊາຊົນແຂວງ ວາງໄວ້ໃຫ້ໄດ້ 100% ໃນທ້າຍປີ. w-glf4k xj vpxk7n ol6j cs]j 'me,t-kf ຂປລ. ແຫລ່ງຂ່ວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ເມືອງໄຊເສດ ຖາ ແຂວງອັດຕະປື ຈັດພິທີປ່ອຍ ປາຄືນສູ່ແຫລ່ງນ້ຳທຳມະຊາດ ໃນ ວັນອະນຸລັກສັດນ້ຳ-ສັດປ່າ ໃນ ວັນທີ 11 ກໍລະກົດ 2025 ທີ່ວັງສະ ຫງວນ ວັງຫີນ ບ້ານໄຊສີ ເມືອງໄຊ ເສດຖາ ໂດຍມີທ່ານ ບຸນເສີດ ເສດ ທິລາດ ຮອງເຈົ້າແຂວງໆອັດຕະປື, ທ່ານ ເພັດທະນົງສັກ ຄຳພູນວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍຄະນະນຳ, ຫ້ອງການ, ພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ທ່ານ ສີໄລ ສີສະແຫວງສຸກ ໄດ້ ຍົກໃຫ້ເຫັນຜົນດີຂອງການສ້າງ ຂະບວນການປ່ອຍປາລົງໃສ່ໜອງ, ອ່າງເກັບນ້ຳຊົນລະປະທານ, ອ່າງ ເກັບນ້ຳເຂື່ອນພະລັງງານນ້ຳ ແລະ ຕາມວັງສະຫງວນ ແຫລ່ງນ້ຳຕ່າງໆ ເພື່ອເປັນການທົດແທນການສູນ ຫາຍຂອງປາໃນໄລຍະທີ່ຜ່ານມາ. ປັດຈຸບັນນີ້ ປາ ແລະ ສັດນ້ຳ ໄດ້ຫລຸດໜ້ອຍຖອຍລົງຢ່າງໄວວາ ເນື່ອງມາຈາກການກະທຳຂອງຄົນ ເຮົາເອງ ໂດຍທາງກົງ ແລະ ທາງ ອ້ອມ ທີ່ຍັງບໍ່ຮູ້ຈັກນຳໃຊ້ ແລະ ປົກ ປັກຮັກສາຊັບພະຍາກອນເຫລົ່ານັ້ນ ແບບຍືນຍົງ, ໄດ້ມີການທຳລາຍ ແຫລ່ງທີ່ຢູ່ອາໄສ, ແຫລ່ງແຜ່ພັນ ແລະ ແຫລ່ງອາຫານຂອງປາ ດ້ວຍ ຫລາຍຮູບແບບເຊັ່ນ: ການທຳລາຍ ປ່າໄມ້ໃນເຂດຍອດນ້ຳ ເຮັດໃຫ້ ຫ້ວຍ, ໜອງຄອງບຶງບົກແຫ້ງ, ການ ຖົມເນື້ອທີ່ດິນເພື່ອກໍ່ສ້າງ, ການນຳ ໃຊ້ວິທີການຫາປາແບບດັບສູນ ເປັນ ຕົ້ນ ໃຊ້ລະເບີດ, ໃຊ້ຢາເບື່ອ, ໃຊ້ໝໍ້ ຊັອດ ແລະ ໃຊ້ກະແສໄຟຟ້າເພື່ອ ຈັບປາ. ປາທີ່ນໍາມາປ່ອຍໃນຄັ້ງນີ້ ມີ ຈໍານວນ 66.000 ກວ່າໂຕ ທັງ ນີ້ກໍເພື່ອເປັນການປູກຈິດສໍານຶກ ທີ່ດີຮ່ວມກັນໃຫ້ແກ່ປວງຊົນໃນ ການປົກປັກຮັກສາຊັບພະຍາກອນ ທຳມະຊາດ, ຊີວະນາໆພັນ ແລະ ຊັບພະຍາກອນແຫລ່ງນ້ຳອື່ນໆ ຊຶ່ງ ເປັນແຫລ່ງອາຫານຕົ້ນຕໍໃຫ້ມີ ຄວາມອຸດົມສົມບູນ ເພື່ອຮັບປະກັນ ການສະໜອງສະບຽງອາຫານທີ່ມີ ໂພຊະນາການສູງ ປອດໄພໃຫ້ແກ່ ປະຊາຊົນບັນດາເຜົ່າ ໃນທົ່ວເມືອງ ແບບຍືນຍົງຕະຫລອດໄປ. ຂປລ. ແຫລ່ງຂ່າວຈາກ ແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ແຂວງບໍລິຄຳໄຊ ຈັດພິທີປ່ອຍປາ ຂຶ້ນໃນທ້າຍອາທິດ ຜ່ານມາ ຢູ່ສວນມະນີວັນ ເມືອງ ປາກຊັນ ເນື່ອງໃນໂອກາດວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ (13 ກໍລະກົດ) ໂດຍມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງໆບໍລິຄຳໄຊ, ທ່ານ ໂພຄຳ ຈັນທະສຸກ ຮັກສາການ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ທ່ານ ແສງອາລຸນ ແສງອາ ພອນ ເລຂາຄະນະບໍລິຫານງານ ພັກເມືອງປາກຊັນ, ມີບັນດາຮອງ ເຈົ້າແຂວງ, ຮອງປະທານສະພາ ປະຊາຊົນແຂວງ, ຕາງໜ້າພະແນກ ການຂັ້ນແຂວງ, ການນຳເມືອງ ເຂົ້າຮ່ວມ. ທ່ານ ໂພຄຳ ຈັນທະສຸກ ໄດ້ ກ່າວວ່າ: ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ການປະມົງ (ສະບັບປັບປຸງ) ເລກທີ 41/ສພຊ, ລົງວັນທີ 17 ກໍລະກົດ 2023 ມາດຕາ 95 ໄດ້ກໍານົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີເປັນວັນ ປ່ອຍປາ ແລະ ສັດນໍ້າແຫ່ງຊາດ, ອີງ ຕາມແຈ້ງການຂອງກະຊວງ ກະ ສິກຳ ແລະ ປ່າໄມ້ ສະບັບເລກທີ 2112/ກປ; ລົງວັນທີ 18 ມິຖຸນາ 2025 ວ່າດ້ວຍການສ້າງຂະບວນ ການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາສັດນໍ້າ ເນື່ອງໃນວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2025. ການຈັດພິທີປ່ອຍ ປາ ແລະ ສັດນໍ້າ ແຫ່ງຊາດ ໃນຄັ້ງ ນີ້ ກໍເພື່ອເປັນການລະນຶກເຖິງວັນ ວັນເກີດຂອງປະທານສຸພານຸວົງ ຜູ້ ນໍາທີ່ແສນເຄົາລົບຮັກ ຄົບຮອບ 116 ປີ ແລະ ທັງເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ທົ່ວແຂວງບໍລິຄຳໄຊ ມີອ່າງເກັບນໍ້າ ຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ 21 ແຫ່ງ, ມີເນື້ອທີ່ 46.000 ເຮັກຕາ; ມີວັງສະຫງວນ 114 ວັງ, ໃນ 114 ບ້ານ ໃນເນື້ອທີ່ 327 ເຮັກຕາ ໃນນັ້ນມີວັງສະຫງວນ ໃນແມ່ນໍ້າຂອງ 10 ວັງ 3 ເມືອງຄື: ເມືອງ ທ່າພະບາດ, ປາກຊັນ ແລະ ເມືອງປາກກະດິງ, ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ13ກໍລະກົດ2025 ນີ້ພະແນກກະສິກໍາແລະປ່າໄມ້ແຂວງ ໄດ້ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ 7 ຕົວເມືອງ ປຸກລະດົມທຸກ ພາກສ່ວນເສດຖະກິດ ທີ່ເປັນບໍລິສັດ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ໃຫ້ເອົາໃຈໃສ່ໄດ້ເຂົ້າມາມີສ່ວນຮ່ວມ [= ]y 7ew- 9txj vpxk]q 'l6j cs]j 'oEme,t-kf .sh wfh 3 clod;j k38 ໃນວຽກງານດັ່ງກ່າວຢ່າງເປັນ ຂະບວນຟົດຟື້ນ. ປັດຈຸບັນເຫັນ ວ່າ ເມືອງທ່າພະບາດ ແລະ ເມືອງ ປາກກະດິງ ໄດ້ຈັດພິທີວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ສໍາເລັດແລ້ວ ໃນວັນທີ 9 ກໍລະກົດ 2025 ທີ່ຜ່ານ ມາ. ພິທີສະເຫລີມສະຫລອງວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ ຂອງ ແຂວງບໍລິຄໍາໄຊ ໃນປີນີ້ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ກໍຄືຂະ ແໜງລ້ຽງສັດ ແລະ ການປະມົງ ໄດ້ ປະສານສົມທົບກັບຫ້ອງການກະສິ ກໍາ-ປ່າໄມ້ເມືອງປາກຊັນ ພ້ອມກັນ ຫ້າງຫາກະກຽມເພື່ອຈັດພິທີເປັນ ທາງການ ຢູ່ວັງສະຫງວນອ່າງຫ້ວຍ ສຽດເມືອງ ປາກຊັນ ແຂວງບໍລິຄໍາ ໄຊ ແລະ ໄດ້ຮັບການຮ່ວມມື ແລະ ອໍານວຍຄວາມສະດວກດ້ານສະ ຖານທີ່ຈາກ ສວນອາຫານມະນີວັນ, ການປ່ອຍປາລົງແຫລ່ງນໍ້າທໍາມະ ຊາດອ່າງຫ້ວຍສຽດມື້ນີ້ມີ 50.000 ໂຕ ຄາດວ່າຈໍານວນປາທີ່ໄດ້ປ່ອຍ ໄປນີ້ຈະສາມາດຂະຫຍາຍພັນ ແລະ ສ້າງຄວາມອຸດົມສົມບູນດ້ານປະຊາ ກອນຂອງປາເພີ່ມຂຶ້ນໄດ້ໃນອະນາ ຄົດ, ປະຊາຊົນ ສາມາດທຳມາຫາ ກິນ ເພື່ອຄໍ້າປະກັນສະບຽງອາຫານ ດ້ານຊີ້ນປາ ແລະ ສ້າງລາຍຮັບຈາກ ການຫາປາໄດ້ອີກທາງໜື່ງ. ພ້ອມນີ້, ພະແນກກະສິກໍາ ແລະ ປ່າໄມ້ ຍັງຈະ ໄດ້ສືບຕໍ່ຊຸກຍູ້ຕິດຕາມການຈັດພິທີ ປ່ອຍປາ ແລະ ສັດນໍ້າ ຢູ່ແຕ່ລະເມືອງ ທີ່ຍັງເຫລືອຕາມຄາດໝາຍທີ່ວາງໄວ້ ທົ່ວແຂວງແມ່ນ 310.000ໂຕ. 6 gfn vo8Q oxu fj korklu lkdq o]tw] 9a fgda []kpIa [wfh gdu oczodko ຂປລ. ໄລຍະເວລາ 6 ເດືອນ ຕົ້ນປີ 2025 ດ່ານພາສີສາກົນລະ ໄລ ແຂວງສາລະວັນ, ສາມາດຈັດ ເກັບລາຍຮັບເຂົ້າງົບປະມານແຫ່ງ ລັດໄດ້ທັງໝົດ 48.98 ຕື້ກີບ,ທຽບ ໃສ່ແຜນການ 6 ເດືອນຕົ້ນປີເທົ່າກັບ 108.4%(ຫລື່ນແຜນການ6 ເດືອນ 8.49%)ກລືເທົ່າກັບ54.31%ຂອງ ແຜນການປີ. ໃນນັ້ນ, ລາຍຮັບສ່ວນ ໃຫຍ່ໄດ້ຈາກການນໍ້າເຂົ້ານໍ້າມັນ ເຊື້ອໄຟ, ຄ່າຊັກພິເສດ, ພາຫະນະ, ສິ້ນສ່ວນອາໄຫລ່, ເຄື່ອງອຸປະໂພກ- ບໍລິໂພກ, ຄ່າທໍານຽມ ແລະ ອື່ນໆ. ທ່ານ ສຸລັດ ອິນທະວົງ ຮອງ ຫົວໜ້າຄະນະຄຸ້ມຄອງດ່ານ, ຮອງ ເລຂາຄະນະພັກຮາກຖານ, ທັງເປັນ ເລຂາໜ່ວຍພັກດ່ານພາສີສາກົນລະ ໄລ, ຫົວໜ້າດ່ານພາສີສາກົນລະໄລ ໄດ້ໃຫ້ສຳພາດວ່າ: ໃນປີ 2025 ໄດ້ ຮັບຕົວເລກແຜນການທັງໝົດຂອງ ດ່ານ 90,20 ຕື້ກວ່າກີບ, ແຕ່ຜ່ານ ການຈັດຕັ້ງປະຕິບັດວຽກງານຕົວ ຈິງໃນ 6 ເດືອນຕົ້ນປີ, ສາມາດເກັບ ລາຍຮັບໄດ້ທັງໝົດ 48.98 ຕື້ກີບ ເທົ່າກັບ 108,49%ຂອງແຜນການ 6 ເດືອນ (ລື່ນແຜນການ 6 ເດືອນ 8.49%), ລາຍຮັບສ່ວນໃຫຍ່ແມ່ນ ໄດ້ຈາກໝວດສິນຄ້າຕົົ້ນຕໍເຊັ່ນ: ນໍ້າມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນ ອາໄຫລ່, ເຄື່ອງກໍ່ສ້າງ, ໄຟຟ້າ, ເຄື່ອງ ອຸປະໂພກ-ບໍລິໂພກ, ສິນຄ້າສົ່ງເສີມ ການລົງທຶນ, ສິນຄ້ານໍາເຂົ້າເພື່ອສົ່ງ ອອກ,ຄ່າປັບໃໝ່-ຂາຍເຄື່ອງຮິບ,ຄ່າ ທໍານຽມເຂົ້າ-ອອກ,ຄ່າຊັກພິເສດ,ຄ່າ ທຳນຽມຄັງແຮ ແລະ ສິນຄ້າອື່ນໆ. ທ່ານ ຫົວໜ້າດ່ານພາສີສາກົນ ລະໄລ ໄດ້ໃຫ້ຮູ້ອີກວ່າ: ສາເຫດພາ ໃຫ້ການເກັບລາຍຮັບໄດ້ເກີນແຜນ ການ, ຍ້ອນຄວາມເອົາໃຈໃສ່ຄະນະ ດ່ານຊີ້ນໍາ-ນໍາພາ, ມີລະບຽບກົດ ໝາຍ ແລະ ນິຕິກຳຕ່າງໆກ່ຽວກັບ ວຽກງານພາສີ, ເປັນບ່ອນອີງໃນ ການຈັດຕັ້ງປະຕິບັດໃນວຽກງານ ວິຊາສະເພາະ. ພ້ອມກັນນີ້, ຜູ້ປະ ກອບການສ່ວນໃຫຍ່ເຂົ້າໃຈກ່ຽວ ກັບລະບຽບກົດໝາຍ, ເຮັດໃຫ້ການ ປະກອບສ່ວນເສຍພັນທະເຂົ້າງົບ ປະມານຂອງລັດຢ່າງຖືກຕ້ອງ, ຄົບ ຖ້ວນ, ໂປ່ງໃສ ແລະ ທັນກັບເວລາ. ຄຽງຄູ່ກັນນີ້, ການນໍາເຂົ້າສິນຄ້າ ຂອງເຄື່ອງຂອງບາງໝວດສິນຄ້າ ເພີ່ມຂຶ້ນ ແລະ ລະບົບພາສີທັນສະໄໝ (ລະບົບ NSWA+) ຮັບປະກັນ ຄວາມຖືກຕ້ອງ ໃນການຈັດເກັບ ລາຍຮັບເຂົ້າງົບປະມານທັນຕາມ ກຳນົດເວລາ, ເນັ້ນການໃຫ້ບໍລິການ ວຽກງານ,ສະດວກວ່ອງໄວແລະເຈົ້າ ໜ້າທີ່ພາສີເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບ ໝາຍ, ເຮັດໃຫ້ການຈັດເກັບລາຍຮັບ ໄດ້ຕາມແຜນການ ແລະ ລື່ນແຜນທີ່ ທາງຂັ້ນເທິງມອບໝາຍໃຫ້. ສໍາລັບ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ໄດ້ວາງຫລາຍມາດຕະ ການ, ຄາດໝາຍສູ້ຊົນ, ແຜນການ ຄາດຄະເນເກັບລາຍຮັບເປັນຕົ້ນ ຊອກທ່າແຮງບົ່ມຊ້ອນ, ເຂັ້ມງວດ ກວດກາ-ສິນຄ້າເຄື່ອງຂອງຜ່ານ ດ່ານ ໂດຍສະເພາະ ສິນຄ້າປະເພດ ນໍ້າມັນເຊື້ອໄຟ, ປະສານສົມທົບກັບ ຂະແໜງການກ່ຽວຂ້ອງພາຍໃນ ດ່ານ ເພື່ອເຮັດໃຫ້ການຈັດເກັບ ລາຍຮັບບັນລຸຕາມລະດັບຄາດໝາຍ ແລະ ຄາດຄະເນລາຍຮັບ 6 ເດືອນ ທ້າຍປີໃຫ້ໄດ້ຕາມຄາດໝາຍ ແລະ ລາຍຮັບໝົດປີຄາດວ່າຈະໄດ້ລື່ນ ແຜນການປີ. ດ່ານພາສີສາກົນລະໄລ ຕັ້ງ ຢູ່ເມືອງສະໝ້ວຍ ແຂວງສາລະ ວັນ ສປປ ລາວ, ມີຊາຍແດນຕິດ ຈອດກັບດ່ານສາກົນລະໄລ ແຂວງ ກວາງຈິ ສສ ຫວຽດນາມ, ທີ່ຕັ້ງ ຂອງດ່ານຫ່າງຈາກເທສະບານ ແຂວງປະມານ 140 ກິໂລແມັດ ເຊິ່ງວຽກວິຊາສະເພາະດ່ານພາສີ ສາກົນລະໄລ ຂຶ້ນກັບພາສີ ປະຈຳ ແຂວງສາລະວັນ ກົມພາສີ ກະຊວງ ການເງິນ, ມີພະນັກງານ-ເຈົ້າໜ້າທີ່ ພາສີທັງໝົດ 27 ຄົນ, ຍິງ 4 ຄົນ ແລະ ພະນັກງານຊ່ວຍວຽກຈໍານວນ ໜຶ່ງ, ປະກອບມີ 3 ກຸ່ມວຽກຄື: ກຸ່ມ ວຽກຄຸ້ມຄອງການແຈ້ງພາສີ ແລະ ຂໍ້ມູນຂ່າວສານ; ກຸ່ມວຽກຄຸ້ມຄອງ ພາຫະນະ ແລະ ຜູ້ໂດຍສານ; ກຸ່ມ ວຽກກວດກາສິນຄ້າ ແລະ ຄຸ້ມ ຄອງ ສາງສິນຄ້າ.

RkJQdWJsaXNoZXIy MTc3MTYxMQ==