7070

14/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ພາບປະກອບ ພາບປະກອບ ໂດຍ: ແສງສະຫວັນັ rtpkfpj P;|6 wrva o8t]kpmuj s]kp7q og[yj '0h k, mj P;me,t-kf 8kfsu o7a ook *ຕາດຫີນຄັນນາ ເປັນຕາດ ທີ່ມີຂະໜາດບໍ່ໃຫຍ່ຫລາຍ ແຕ່ກໍ ເປັນແຫລ່ງທ່ອງທ່ຽວທີ່ນິຍົມມາ ແຕ່ດົນນານ, ເນື່ອງຈາກວ່າເປັນ ຕາດທີ່ມີຄວາມສວຍງາມ, ມີນ້ຳ ໃສໄຫລເຢັນ ແລະ ປົກຄຸມດ້ວຍ ທຳມະຊາດທີ່ຂຽວສົດງົດງາມໄປ ດ້ວຍຕົ້ນໄມ້ນາໆຊະນິດ, ສາມາດ ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວ ຊົມຢ່າງຫລວງຫລາຍ ແລະ ກໍເປັນ ອີກສະຖານທີ່ໜຶ່ງທີ່ຊາວນະຄອນ ຫລວງວຽງຈັນນິຍົມໄປຫລິ້ນໂດຍ ເພາະແມ່ນລະດູຝົນ ເພາະນ້ຳຈະ ຫລາຍ ແລະ ງາມ ເຊິ່ງສະຖານທີ່ ນີ້ແມ່ນຕັ້ງຢູ່ບ້ານປາກແຮດ ເມືອງ ນາຊາຍທອງ ນະຄອນຫວງວຽງ * ດັ່ງທີ່ເຮົາຮູ້ນຳກັນແລ້ວ, ເມື່ອ ກ້າວເຂົ້າຍາມຝົນແບບນີ້ ຝົນຈະ ຕົກຕິດຕໍ່ກັນຫລາຍມື້ຈົນເກີດໃຫ້ ມີນໍ້າຖ້ວມຂັງໃນຫລາຍບ່ອນຈຶ່ງ ເປັນສາເຫດທີ່ພາໃຫ້ເກີດພະຍາດ ຕ່າງໆ ໜຶ່ງໃນນັ້ນກໍ່ແມ່ນພະຍາດ ໄຂ້ຍ່ຽວໜູ ຫລື Leptospirosis ແມ່ນພະຍາດຕິດຕໍ່ຈາກສັດສູ່ຄົນ, ໂດຍ: ລູກສາວຫລ້າູ ກ້ າ ພະຍາດນີ້ຈະສົ່ງຜົນກະທົບຕໍ່ລະບົບ ຂັບຖ່າຍຂອງຮ່າງກາຍຄົນຖ້າບໍ່ໄດ້ ຮັບການປິ່ນປົ່ວຖືກວິທີຈະພາໃຫ້ ເສຍຊີວິດ ເຊິ່ງອັດຕາສ່ວນຂອງຜູ້ ຕິດພະຍາດດັ່ງກ່າວສູງເຖິງ 50%. ຕາມການລາຍງານຂອງກົມ ຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກໃຫ້ຮູ້ວ່າ: ໃນ ແຕ່ລະປີ ມີຄົນຕິດເຊື້ອຈາກພະຍາດ ໄຂ້ຍ່ຽວໜູໃນທົ່ວໂລກຫລາຍກວ່າ 1.000.000 ຄົນ ແລະ ເສຍຊີວິດ ຫລາຍກວ່າ 60.000 ຄົນ,ໃນນີ້ພົບ ຫລາຍທີ່ສຸດແມ່ນໃນເຂດປະເທດທີ່ ມີອາກາດຮ້ອນຊຸ່ມ ໂດຍສະເພາະ ຂົງເຂດປະເທດໃນອາຊີ ເປັນຕົ້ນ ປະເທດອິນເດຍ, ອິນໂດເນເຊຍ, ໄທ ແລະ ສີລັງກາ. ສຳລັບຢູ່ ສປປ ລາວ ພະຍາດ ດັ່ງກ່າວກໍໄດ້ເກີດຂຶ້ນໃນຫລາຍ ເຂດທົ່ວປະເທດໂດຍສະເພາະ ໄລຍະລະດູຝົນເຖິງວ່າຈະບໍ່ມີຕົວ ເລກສະຖິຕິການຕິດເຊື້ອ ແລະ ການເສຍຊີວິດທີ່ແນ່ນອນ, ແຕ່ ທຸກຄົນກໍບໍ່ຄວນເບິ່ງຂ້າມຄວາມ ອັນຕະລາຍພະຍາດນີ້ ເຊິ່ງໄລຍະ ຜ່ານມາລັດຖະບານ ກໍຄື ກະຊວງ ສາທາລະນະສຸກ ກໍໄດ້ເອົາໃຈໃສ່ ໃນວຽກການຄວບຄຸມ ແລະ ປ້ອງ ກັນການລະບາດຂອງພະຍາດ ໄຂ້ຍ່ຽວໜູ ໂດຍການຮ່ວມມືກັບ ບັນດາຂະແໜງສາທາລະນະສຸກ ແລະ ຊຸມຊົນໃນທົ່ວປະເທດເປັນຕົ້ນ ການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ ເບື້ອງຕົ້ນກ່ຽວກັບພະຍາດດັ່ງກ່າວ, ແນະນຳວິທີໃຫ້ຄົນເຮົາຫລີກເວັ້ນ ການສຳຜັດກັບແຫລ່ງນໍ້າເປື້ອນ ໃນເຂດນໍ້າຖ້ວມຂັງ ແລະ ອື່ນໆ ໂດຍຜ່ານຊ່ອງທາງຕ່າງໆ ເພື່ອໃຫ້ ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງກ່ຽວຄວາມອັນຕະລາຍ ດັ່ງກ່າວໃຫ້ຫລາຍຂຶ້ນ. ພະຍາດໄຂ້ຍ່ຽວໜູ ແມ່ນເກີດ ມາຈາກເຊື້ອແບັກທີເຣຍ ຢູ່ໃນ ຕ ະ ກູນ ຂ ອ ງ ເ ລ ບ ໂ ຕ ສ ໄ ປ ຣ າ (Leptospira) ແລະ ມັກລະບາດ ຫລາຍສຸດໃນລະດູຝົນ ໂດຍສະ ເພາະເຂດທີ່ມີນ້ຳຖ້ວມຂັງຊຸມຊົນ ແອອັດ ເຊິ່ງພະຍາດນີ້ສາມາດຕິດ ຕໍ່ໃສ່ຄົນໄດ້ຈາກການສຳຜັດກັບ ສັດທີ່ມີເຊື້ອ ແລະ ສິ່ງແວດລ້ອມ ຕ່າງໆເຊັ່ນ: ດິນ ແລະ ແຫລ່ງນໍ້າ ທີ່ປົນເປື້ອນກັບເຊື້ອແບັກທີເຣຍ ຈາກຍ່ຽວໜູ, ຖ້າຄົນເຈັບຕິດເຊື້ອ ຫາກສະແດງອາການບໍ່ໄດ້ຮັບການ ປິ່ນປົວຈະສົ່ງຜົນກະທົບຕໍ່ລະບົບ ຂັບຖ່າຍຂອງຮ່າງກາຍຄົນເຮົາ ເຊັ່ນ: ໄຂ່ຫລັງ, ຕັບ, ລະບົບໄຫລ ວຽນເລືອດເກີດການອັກເສບເຫຍື້ອ ຫຸ້ມສະໝອງ ແລະ ເຮັດໃຫ້ຄົນຕິດ ເຊື້ອມີເລືອດໄຫລອອກໃນປອດ ຮຸນແຮງ ແລະ ພາໃຫ້ເສຍຊີວິດ ໄດ້ສູງເຖິງ 50%. ສ່ວນອາການ ເບື້ອງຕົ້ນຂອງຜູ້ຕິດພະຍາດໄຂ້ ຍ່ຽວໜູໃນທຸກເພດໄວເກືອບ 90% ຂອງຜູ້ຕິດເຊື້ອຈະສະແດງອາການ ໄຂ້ສູງ, ເຈັບຫົວ, ປວດເມື່ອຍ ຕາມກ້າມຊີ້ນບໍລະເວນກົກຂາ ຫລື ສົ້ນນ່ອງ, ມີອາການປວດຮາກ, ຮາກ, ຖອກທ້ອງ, ເຈັບທ້ອງໄອ ແລະ ບາງຄັ້ງມີຜື່ນຂຶ້ນຕາມຜີວໜັງ ເຊິ່ງພະຍາດດັ່ງກ່າວສາມາດບົ່ມ ເຊື້ອໃນຮ່າງກາຍຄົນເຮົາປະມານ 2-30 ມື້ ແລະ ມີອາການສະແດງ ອອກປະມານ 5-14 ມື້ ໃນນີ້ອາ ການຜູ້ຕິດເຊື້ອບາງຄັ້ງຍັງມີອາ ການຄ້າຍຄືກັບໄຂ້ເລືອດອອກ, ຖ້າປິ່ນປົວບໍ່ທັນຈະມີອາການປວດ ກ້າມຊີ້ນຮຸນແຮງ, ຕາແດງ ຫລື ເລືອດອອກບໍລິເວນຕາຂາວ ແລະ ພະຍາດແຊກຊ້ອນອື່ນໆ. ວິທີປ້ອງກັນແມ່ນຫລີກເວັ້ນ ການສໍາຜັດກັບນໍ້າເປື້ອນເຊັ່ນ: ການຍ່າງລຸຍນໍ້າເປັນເວລາດົນ ໂດຍສະເພາະຄົນທີ່ມີບາດຕາມ ຮ່າງກາຍຫ້າມຖືກນໍ້າເປື້ອນໃນ ເຂດນໍ້າຖ້ວມຂັງ ເພາະມີຄວາມ ສ່ຽງທີ່ຈະຕິດເຊື້ອສູງ, ຖ້າມີຄວາມ ຈໍາເປັນຕ້ອງລຸຍນໍ້າກໍຕ້ອງໃສ່ເກີບ ໂບກ ເພື່ອບໍ່ໃຫ້ບາດແຜຖືກນໍ້າ, ແຕ່ຖ້າຫລີກເວັ້ນບໍ່ໄດ້ເວລາຖືກ ນໍ້າທີ່ເປີເປື້ອນຕ້ອງຮີບອະນາໄມ ຮ່າງກາຍໃຫ້ສະອາດ, ເຊັດໂຕໃຫ້ ແຫ້ງ ເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຫ້າມກິນອາຫານທີ່ມີຮອຍ ແຂ້ວສັດກັດແລ້ວເພາະອາດຈະປົນ ເປື້ອນເຊື້ອພະຍາດດັ່ງກ່າວ, ສະນັ້ນ ພວກເຮົາທຸກຄົນຕ້ອງມີສະຕິລະວັງ ຕົວເພື່ອຫລີກເວັ້ນການຕິດເຊື້ອ ພະຍາດຍ່ຽວໜູ. ຈັນ, ຖ້າເລີ່ມຈາກເທສະບານນະ ຄອນຫລວງໄປທາງ13 ເໜືອ ແມ່ນ ປະມານ 25 ກິໂລແມັດ ຫລື ຖ້າ ເລີ່ມຈາກມະຫາວິທະຍາໄລດົງໂດກ ແມ່ນອອກໄປທາງບ້ານໜອງພະຍາ ຈົນໄປຮອດໄຟແດງທາງດ່ວນ, ຈາກນັ້ນລ້ຽວຂວາໄປຕາມທາງ ເລກທີ 13 ເໜືອ ໄປປະມານ 4 ກິໂລແມັດ ແລ້ວລ້ຽວເຂົ້າຮ່ອມທີ່ຢູ່ ຕໍ່ໜ້າສໍານັກງານປົກຄອງເມືອງນາ ຊາຍທອງ, ຈາກປາກຮ່ອມເຂົ້າໄປ ເຖິງສະຖານທີ່ແມ່ນ 9 ກິໂລແມັດ ຈະເປັນທາງປູຢາງ ເຂົ້າໄປໄດ້ 4 ກິໂລແມັດ ແລະ ຈະເປັນທາງ ດິນເເດງຈົນໄປຮອດສະຖານທີ່ດັ່ງ ກ່າວ. ລົດຈັກ, ລົດໃຫຍ່ ລວມໄປ ເຖິງລົດເມກໍສາມາດເຂົ້າໄປຈົນເຖິງ ສະຖານທີ່ໄດ້, ລະຫວ່າງທາງທີ່ເຂົ້າ ໄປຈະມີປະຊາຊົນທ້ອງຖິ່ນອອກມາ ຕັ້ງແຜງຂາຍເຄື່ອງແກງໜໍ່ ຂາຍ ໜໍ່ໄມ້ຢູ່ແຄມທາງອີກດ້ວຍ. ຕາດຫີນຄັນນາ ເປັນນໍ້າຕົກ ຕາດທີ່ອຸດົມສົມບູນໄປດ້ວຍພືດພັນ ແລະ ສັດນານາຊະນິດ, ອາກາດ ບໍລິສຸດ, ອ້ອມຮ້ອມໄປດ້ວຍປ່າໄມ້ ທີ່ຂຽວອຸ່ນທຸ່ນມີຕົ້ນໄມ້ນ້ອຍ-ໃຫຍ່ ຈຳນວນຫລາຍທີ່ໃຫ້ຄວາມຮົ່ມເຢັນ ໃຫ້ອາກາດສົດຊື່ນບວກກັບສາຍນ້ຳ ທີ່ຍາວ ແລະ ນໍ້າໃສເຢັນໄຫລຜ່ານ ເໝາະໃນການລົງຫລິ້ນນ້ຳບໍ່ວ່າຈະ ເປັນເດັກນ້ອຍ , ຜູ້ໃຫຍ່ສາມາດຫລິ້ນ ໄດ້ຢ່າງສະບາຍ, ນີ້ກໍເປັນອີກຈຸດ ໜຶ່ງທີ່ດຶງດູດນັກທ່ອງທ່ຽວເຂົ້າມາ ທ່ຽວຢ່າງບໍ່ຂາດສາຍໂດຍສະເພາະ ໃນລະດູຝົນລະດູແຫ່ງການຫລິ້ນ ນ້ຳຕົກຕາດຈະມີທັງນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ອງທ່ຽວຢ່າງຫລວງຫລາຍເປັນ ຕົ້ນແມ່ນຊາວນະຄອນຫລວງ. ຕາດ ຫີນຄັນນາ ມີລັກສະນະເປັນຂັ້ນ ຄ້າຍຄືກັບຄັນນາ ແຕ່ລະຂັ້ນນ້ຳຈະ ໄຫລຜ່ານເປັນນ້ຳຕົກຢ່າງງົດງາມ ສາມາດໄປນັ່ງຫລິ້ນນ້ຳໄດ້ ແລະ ເປັນພະລານຫີນ ບາງບ່ອນນ້ຳກໍຈະ ຫລາຍ, ບາງບ່ອນນ້ຳກໍຈະໜ້ອຍໃຫ້ ນັກທ່ອງທ່ຽວໄປນັ່ງຫລິ້ນນ້ຳຢ່າງ ມ່ວນຊື່ນເພີດເພີດ ໂດຍສະເພາະ ໄລຍະນີ້ນ້ຳພໍດີຫລິ້ນ, ພ້ອມນ້ັ້ນກໍຍັງ ມີຂົວຂ້າມນ້ຳເພື່ອສະດວກໃນການ ຂ້າມໄປອີກຝາກໜຶ່ງ ເຊິ່ງຢູ່ຂົວນັ້ນ ຍັງເປັນຈຸດຊົມທິວທັດທຳມະຊາດ, ເປັນຈຸດຖ່າຍຮູບໄວ້ເປັນທີ່ລະນຶກ ອີກດ້ວຍ ແລະ ຕາດດັ່ງກ່າວຍັງ ເປັນຈຸດນັດພົບຂອງຫລາຍໆຄົນ, ເໝາະແກ່ການພາຄອບຄົວ, ຍາດ ພີ່ນ້ອງ, ໝູ່ຄູ່ໄປຫລິ້ນ, ໄປຜັກພ່ອນ ແລະ ກິນເຂົ້າສາມັກຄີຢູ່ແຄມຕາດ, ດືີ່ມນ້ຳເຢັນໆ ນັ່ງຫລີ້ນນັ່ງຟັງສຽງ ນ້ຳໄຫລຢ່າງອອນຊອນ. ນອກນັ້ນ ພາຍໃນຕາດກໍຈະມີຕູບໄວ້ບໍລິການ ນັກທ່ອງທ່ຽວ ປະມານໜຶ່ງຮ້ອຍ ກວ່າຕູບ, ມີຮ້ານອາຫານ, ເຄື່ອງດື່ມ ຕ່າງໆ, ມີຫ້ອງນ້ຳ, ມີກົງເບັງຂາຍ, ມີເຮືອໃຫ້ເຊົ່າໄວ້ຄອຍບໍລິການນັກ ທ່ອງທ່ຽວ, ມີສະຖານທີ່ຈອດລົດ ທີ່ກວ້າງຂວາງ ແລະ ສໍາລັບໃຜ ທີ່ວ່າເມື່ອຍ, ຢາກພັກຜ່ອນ ຫລື ຄ້າງຄືນທາງຕາດຫີນຄັນນາເພິ່ນ ກໍມີຫ້ອງພັກໃຫ້ມີທັງຫ້ອງຂະໜາດ ນ້ອຍ, ກາງ ແລະ ໃຫຍ່ ລວມແລ້ວມີ ປະມານ 7-8 ຫລັງ ເຊິ່ງໃນຫ້ອງພັກ ກໍຍັງມີສິ່ງອໍານວຍຄວາມສະດວກ ເຊັ່ນດຽວກັນເປັນຕົ້ນໂທລະທັດ, ແອ ແລະ ພັດລົມ, ມີຫ້ອງນໍ້າ, ຕູ້ເຄື່ອງ ເຫລົ່ານີ້ເປັນຕົ້ນ. ຕາດຫີນຄັນນາ ມີປະຫວັດ ຄວາມເປັນມາຈາກການເລົ່າຂອງ ຜູ້ເຖົ້າຜູ້ແກ່ວ່າ: ດົນນານມາແລ້ວ ສິນໄຊໄດ້ນໍາອາມາພັກຢູ່ສະຖານທີ່ ແຫ່ງນີ້ ແລ້ວມາປ້ານເປັນຄູກັ້ນນໍ້າ ໄວ້ກໍເລີຍເອີ້ນວ່າ: ນໍ້າຕົກຕາດຫີນ ຄັນນາ ມາຮອດປັດຈຸບັນ, ສ່ວນ ທີ່ມາຂອງແຫລ່ງນໍ້າສາຍຫ້ວຍ ສາຍນີ້ ເອີ້ນວ່າ ຫ້ວຍຊາຍມຸນ ເຊິ່ງ ມີຄວາມຍາວຫລາຍກິໂລທີ່ໄຫລ ມາຈາກສາຍພູພະນັງ ຖືວ່າເປັນ ສາຍນໍ້າທີ່ຍາວທີ່ສຸດໃນເຂດເມືອງ ນາຊາຍທອງ ຍາວປະມານ 20 ກິໂລແມັດ ແລະ ໄຫລຜ່ານຫລາຍ ໝູ່ບ້ານ ໂດຍສະເພາະແມ່ນເສັ້ນທາງ ເລກທີ 13 ເໜືອ ແລະ ໄຫລລົງ ໄປຊ່ອງໃສ່ນໍ້າງື່ມທາງເມືອງໄຊ ທານີ. ເຖິງແນວໃດກໍດີ, ຖ້າທ່ານ ໃດບໍ່ຮູ້ວ່າຈະໄປທ່ຽວໃສ ຫລື ກຳລັງ ຊອກຫາສະຖານທີ່ທ່ອງທ່ຽວທີ່ຢູ່ ໄກ້ນະຄອນຫລວງ, ຢ່າລືມຄິດເຖິງ ຕາດຫີນຄັນນາ ເຊິ່ງເປັນຕາດຍອດ ນິຍົມ ແລະ ມີຊື່ສຽງມາດົນນານ ຂອງເມືອງນາຊາຍທອງ.

RkJQdWJsaXNoZXIy MTc3MTYxMQ==