7070

05 xtgmf]k; 37ltok c]t [= ]y = dy ko ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 79 vvd7A ';a omu 11 d= ]tdq f 2025 g]d * 38F & 38F $ 38F # 38F @ 38F ! 38mh kp 1 5 6 9 8 8 s;pok,la f 08 ___________ ກະຕ່າຍ 24 ___________ ກົບ 30 ___________ ປາໃຫຍ່ 06 ___________ ເສືອ lts^ kdra fmtok &/$& 35 26 16 21 18 14/07/2025 ຖະແຫລງການ ເມື່ອບໍ່ດົນມານີ້, ບໍລິສັດ ປາກແບງ ພະລັງງານ ຈໍາກັດ (ຕໍ່ໄປນີ້ຮຽກວ່າ “ບສປບ”) ໄດ້ພົບວ່າ ມີບຸກຄົນຊື່ “Shu Hang” (ຖື ບັດປະຈໍາຕົວເລກທີ: 222303197206150216) ໄດ້ອ້າງວ່າ ຕົນເອງເປັນຜູ້ຈັດການ ສໍາລັບສ່ວນທີ 2 ຂອງໂຄງການກໍ່ສ້າງ ຖະໜົນຝັ່ງຂວາ ຂອງສະຖານີໄຟຟ້າພະລັງງານນໍ້າປາກແບງ ຊຶ່ງຢູ່ພາຍໃຕ້ບໍລິສັດ Laos Huixin International Engineering ຈໍາກັດ (ຕໍ່ໄປນີ້ຈະຮຽກວ່າ “Huixin International”), ໄດ້ມີການເຜີຍແຜ່ຂໍ້ຄວາມທີ່ບໍ່ເໝາະສົມ ລົງໃນສື່ສັງຄົມອອນລາຍ ກ່ຽວກັບສະຖານີໄຟຟ້າພະລັງງານນໍ້າປາກແບງ ແລະ China Datang ຊຶ່ງເປັນຜູ້ຖືຮຸ້ນຂອງ ບສປບ. ສະນັ້ນ, ເພື່ອເປັນການ ຊີ້ແຈງຄວາມເປັນຈິງ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ບສປບ ຈຶ່ງຂໍຖະແຫລງຢ່າງເປັນທາງການ ໂດຍມີເນື້ອໃນ ດັ່ງລຸ່ມນີ້: 1. ບສປບ ໃນນາມເຈົ້າຂອງໂຄງການກໍ່ສ້າງທາງເຂົ້າຝັ່ງຂວາ ຂອງສະຖານີໄຟຟ້າພະລັງງານນໍ້າປາກແບງ, ບສປບ ມີພຽງ ພັນທະທາງດ້ານສັນຍາ ກັບບໍລິສັດ China Gezhouba Group Corporation (ຕໍ່ໄປນີ້ເອີ້ນວ່າ “CGGC”) ເທົ່ານັ້ນ. ຊຶ່ງ ຕໍ່ກັບການທີ່ CGGC ໄດ້ຈ້າງຜູ້ຮັບເໝົາຕໍ່ ໂດຍບໍ່ໄດ້ຮັບການອະນຸຍາດ ຫລື ເຫັນດີ ຈາກ ບສປບ ແມ່ນ ຖືເປັນການລະເມີດຂໍ້ກໍາ ນົດຂອງສັນຍາ ຢ່າງຮ້າຍແຮງ, ແລະ CGGC ຕ້ອງມີຄວາມຮັບຜິດຊອບຢ່າງເຕັມສ່ວນພຽງຜູ້ດຽວ ຕໍ່ກັບການກະທໍາດັ່ງກ່າວ. 2. ອີງຕາມ ຫລັກການຂອງສັນຍາ ແລະ ຂໍ້ກໍານົດຂອງກົດໝາຍທີ່ກ່ຽວຂ້ອງ, ບສປບ ບໍ່ມີພັນທະສັນຍາໃດ ຕໍ່ກັບຜູ້ຮັບເໝົາຕໍ່. ສະນັ້ນ, ການຮຽກຮ້ອງໃດກໍຕາມ ຂອງ Huixin International ທີ່ກ່ຽວຂ້ອງກັບການຊໍາລະຄ່າໃຊ້ຈ່າຍໃນການກໍ່ສ້າງ, ຜູ້ກ່ຽວ ຕ້ອງດໍາເນີນການຮຽກຮ້ອງໂດຍກົງຕໍ່ CGGC ຕາມສັນຍາທີ່ໄດ້ຕົກລົງກັນ ລະຫວ່າງ Huixin International ແລະ CGGC. ໝາຍຄວາມວ່າ ບສປບ ບໍ່ແມ່ນຄູ່ສັນຍາ ໃນສັນຍາດັ່ງກ່າວ, ດັ່ງນັ້ນ ບສປບ ຈຶ່ງບໍ່ມີຄວາມຈໍາເປັນໃນການຮັບຜິດຊອບຕໍ່ກັບ ການ ຊໍາລະເງິນ ຫລື ຄ່າຊົດເຊີຍໃດໆ ໃຫ້ກັບຜູ້ຮັບເໝົາຕໍ່. 3. ເຫັນວ່າ ການກ່າວອ້າງຂອງ Huixin International ວ່າ ໃຫ້ ບສປບ ຮັບຜິດຊອບຊົດເຊີຍຄ່າກໍ່ສ້າງນັ້ນ ຂັດຕໍ່ຫລັກການ ຄວາມເປັນຈິງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍແຕ່ຢ່າງໃດ, ກົງກັນຂ້າມ ການກະທໍາດັ່ງກ່າວນັ້ນ ໄດ້ກໍ່ໃຫ້ເກີດຄວາມ ເສຍຫາຍແກ່ຊື່ສຽງຂອງ ບສປບ ແລະ China Datang. ດັ່ງນັ້ນ, ບສປບ ຈຶ່ງຂໍສະຫງວນສິດໃນການດໍາເນີນຄະດີຕາມກົດໝາຍ ຕໍ່ກັບການກະທໍາຂອງ Huixin International ທີ່ໄດ້ແຕະຕ້ອງເຖິງຊື່ສຽງຂອງ ບສປບ ແລະ China Datang ດັ່ງກ່າວນັ້ນ. 4. ບສປບ ເຂົ້າໃຈເຖິງ ສະຖານະການຄວາມຫຍຸ້ງຍາກທີ່ກໍາລັງເກີດຂຶ້ນກັບ Huixin International ແລະ ຂໍແນະນໍາໃຫ້ Huixin International ດໍາເນີນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຊໍາລະຄ່າໃຊ້ຈ່າຍໃນການກໍ່ສ້າງດັ່ງກ່າວນັ້ນ ກັບ CGGC ໂດຍກົງ ຜ່ານຂະບວນການທີ່ຖືກຕ້ອງຕາມກົດໝາຍ ແລະ ສົມເຫດສົມຜົນດ້ວຍ. ດັ່ງນັ້ນ, ຈຶ່ງຖະແຫລງມາຍັງທຸກທ່ານ ເພື່ອຮັບຊາບ. ບໍລິສັດ ປາກແບງ ພະລັງງານ ຈຳກັດ. ວັນທີ 9 ກໍລະກົດ 2025

RkJQdWJsaXNoZXIy MTc3MTYxMQ==