7069

07 xtgmf]k; 37ltok c]t [= ]y = dy ko { 11/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເນື່ອງຈາກຝົນ ຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດ ໃຫ້ເກີດມີນໍ້າຖ້ວມຫລາຍຈຸດຂອງ ເມືອງຫີນບູນ ແຂວງຄໍາມ່ວນ ໂດຍ ສະເພາະ ເຂດບ້ານເລົ່າຫລວງ, ເຊິ່ງ ນໍ້າໄດ້ໄຫລເຂົ້າຖ້ວມເຮືອນຊານ ບ້ານຊ່ອງປະຊາຊົນ, ເສັ້ນທາງ 13 ໃຕ້ ໂດຍນໍ້າໄດ້ຂຶ້ນສູງປະມານ 1 ແມັດ ເຮັດໃຫ້ການສັນຈອນຕັດຂາດ ເປັນເວລາ 3 ຊົ່ວໂມງແຕ່ 6 ໂມງ ເຊົ້າຂອງວັນທີ 9 ກໍລະກົດ 2025, ແຕ່ປັດຈຸບັນສະພາບດັ່ງກ່າວເຂົ້າສູ່ ປົກກະຕິແລ້ວ. oE4h ;,[h kog]qj ks];' g,n v'su o[6 o xa f95 [a oltrk[xq ddt8y c]h ; ໂດຍ: ຢ່າາົ່ຕົ່ງງ ່ ທ່ານ ສຸວັນ ວັນນະລາດ ນາຍ ບ້ານເລົ່າຫລວງ ໄດ້ໃຫ້ສໍາພາດຕໍ່ ນັກຂ່າວແຂວງວ່າ: ໃນຕອນຄໍ່າຄືນ ຂອງວັນທີ 8 ກໍລະກົດ ຜ່ານມາໄດ້ມີ ຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດ ໃຫ້ເກີດນໍ້າຖ້ວມ ເຮືອນປະຊາຊົນ ເສຍຫາຍ 15 ຫລັງ, ເສຍຫາຍ ໜັກ 5 ຫລັງ, ສັດລ້ຽງ, ວັດຖຸ ເຄື່ອງຂອງໄດ້ຖືກນໍ້າຊຸ. ຕໍ່ເຫດການ ດັ່ງກ່າວ ທາງອົງການປົກຄອງ ບ້ານ ໄດ້ລະດົມປະຊາຊົນເຂົ້າ ຊ່ວຍເຫລືອຄອບຄົວທີ່ຖືກຜົນກະທົບ ໄດ້ຢ່າງປອດໄພ ແລະ ຍົກຍ້າຍວັດຖຸ ສິ່ງຂອງ, ປະຊາຊົນຈຸດທີ່ມີຄວາມ ສ່ຽງໄປຢູ່ບ່ອນປອດໄພ. ສ່ວນ ຄວາມເສຍຫາຍຍັງບໍ່ທັນສາມາດ ປະເມີນໄດ້ ແລະ ຈະລາຍງານໃຫ້ ຊາບຕາມພາຍຫລັງ. va f8txn 9txj vpxk ]q 'l6j cs]j 'oE me,t-kf .sh wfh s]kpd;j k 9 ]h ko38 ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025, ແຂວງອັດຕະປື ມີແຜນການຈະ ປ່ອຍປາ ລົງສູ່ແຫລ່ງນໍ້າທຳມະຊາດ ໃຫ້ໄດ້ຫລາຍກວ່າ 9 ລ້ານໂຕ ໃນ ນັ້ນ, ຈະປ່ອຍສະເພາະໃນວັນປ່ອຍ ປາແຫ່ງຊາດ ພາຍໃນ 5 ເມືອງ ຂອງແຂວງໃຫ້ໄດ້ 7 ແສນກວ່າ ໂຕ, ສ່ວນພິທີໃຫຍ່ທາງການ ແມ່ນ ຈະຈັດຂຶ້ນໃນວັນທີ 15 ກໍລະກົດ 2025 ທີ່ທ່າຜາມໄຊ ບ້ານເຊກອງ ເມືອງສາມັກຄີໄຊ ໂດຍຈະປ່ອຍລົງ ສູ່ແມ່ນໍ້າເຊກອງ ຈໍານວນປາທີ່ຈະ ປ່ອຍ ມີ 60.000 ກວ່າໂຕ. ທ່ານ ນາງ ວົງເດືອນ ຟອງສະ ໝຸດ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ ສໍາພາດໃນວັນທີ 9 ກໍລະກົດ 2025 ນີ້ວ່າ: ເພື່ອກະກຽມໃຫ້ແກ່ວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ ໃນວັນ ທີ 13 ກໍລະກົດ ທີ່ຈະມາເຖິງນີ້ ພະ ແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເຜີຍແຜ່ ແລະ ຜັນຂະຫຍາຍ ຄໍາ ສັ່ງຂອງເຈົ້າແຂວງ ວ່າດ້ວຍການ ສ້າງຂະບວນການປ່ອຍປາ ແລະ ສັດນໍ້າຄືນສູ່ແຫລ່ງນໍ້າທຳມະຊາດ ພ້ອມທັງໄດ້ອອກແຈ້ງການແນະນໍາ ກ່ຽວກັບແຫລ່ງຜະລິດລູກປາ ແລະ ລາຄາລູກປາ-ລູກກົບ ເພື່ອໃຫ້ທຸກ ພາກສ່ວນສາມາດເຂົ້າເຖິງ ແລະ ພົວພັນສະດວກ, ໄດ້ເຮັດວຽກງານ ການໂຄສະນາອອກຂ່າວສານ ແລະ ແນະນໍາເຕັກນິກການລ້ຽງປາ ຜ່ານ ວິທະຍຸກະຈາຍສຽງຂອງແຂວງ, ລະບົບໂທລະໂຄ່ງຂອງເມືອງ ເພື່ອ ໃຫ້ປະຊາຊົນ ໄດ້ຮັບຮູ້ຢ່າງທົ່ວເຖິງ, ໄດ້ຊຸກຍູ້ຕິດຕາມ ການຜະລິດລູກ ປາ ຂອງສູນ, ສະຖານີ, ໂຮງຮຽນ, ຫົວໜ່ວຍຄອບຄົວ, ຜູ້ປະກອບການ ຜະລິດ ລູກປາ ໃຫ້ສາມາດຜະລິດ ສະໜອງພາຍໃນ ເພື່ອຫລຸດຜ່ອນ ການນໍາເຂົ້າຈາກຕ່າງແຂວງ. ປັດຈຸບັນ ທົ່ວແຂວງສາມາດ ຜະລິດລູກປາ-ລູກກົບ ໄດ້ທັງໝົດ 2,2 ລ້ານກວ່າໂຕ ໃນນີ້, ພາກລັດຜະ ລິດໄດ້ 68 ພັນໂຕ, ຄອບຄົວ ແລະ ຜູ້ ປະກອບການ ຜະລິດໄດ້ 2,2 ລ້ານ ກວ່າໂຕ, ເຊິ່ງມີຊະນິດປາ ແລະ ສັດ ນໍ້າຕ່າງໆ ເຊັ່ນ: ປາປາກ, ປາໂຣຮູ, ປາກິນຫຍ້າ, ປາໄນ, ປາດຸກພັນ, ປາ ເຂັງ, ປາກະໂຫ, ປາພອນ ແລະ ກົບ. ທ່ານ ນາງ ວົງເດືອນ ຟອງສະໝຸດ ໃຫ້ຮູ້ອີກວ່າ: ແຂວງອັດຕະປື ເປັນ ແຂວງໜຶ່ງທີ່ມີແຫລ່ງນໍ້າທຳມະຊາດ ຫລາຍສາຍ ແລະ ທົ່ວແຂວງມີວັງ ສະຫງວນ 34 ແຫ່ງ ນອນຢູ່ໃນ 31 ບ້ານ ແຕ່ລະບ້ານມີຄະນະຄຸ້ມ ຄອງວັງສະຫງວນ ທີ່ເຮັດໜ້າທີ່ ເຄື່ອນໄຫວປົກກະຕິ. ນອກນັ້ນ, ຂະ ບວນການລ້ຽງປາຂອງຊຸມຊົນ ກໍ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການລ້ຽງປາຫລຸມ ມີ ເຖິງ 10.576 ຫລຸມ ແລະ ໜອງ ລ້ຽງປາ ມີ 2.256 ໜອງ ເນື້ອທີ່ ຫລາຍກວ່າ 168 ເຮັກຕາ ແລະ ປະຊາຊົນສ່ວນຫລາຍຍັງຮູ້ນໍາໃຊ້ ເຕັກນິກເຂົ້າໃນການຜະລິດ ເຊັ່ນ: ການຜະລິດລູກປາ ມີອັດຕາການ ລອດຕາຍຫລາຍຂຶ້ນ, ການລ້ຽງປາ ໃນໜອງ, ລ້ຽງປາໃນນາເຂົ້າ ມີ ການຂະຫຍາຍຕົວເພີ່ມຂຶ້ນ, ບາງ ຄອບຄົວ ກໍມີການສ້າງໄຮນໍ້າ, ປູກ ຫຍ້າ, ລ້ຽງແໜເຮັດອາຫານເສີມ ໃຫ້ປາ-ກົບ ເຊິ່ງທີ່ສາມາດທົດແທນ ອາຫານສໍາເລັດຮູບ ແລະ ຫລຸດ ຜ່ອນຕົ້ນທຶນການຜະລິດ ໄດ້ຈໍາ ນວນໜຶ່ງ. ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມຄົບ ຄະນະບໍລິຫານງານພັກ ແຂວງ ອຸດົມໄຊ ເປີດກວ້າງ ຄັ້ງທີ 12 ສະໄໝທີ IX ໄຂຂຶ້ນໃນວັນທີ 7 ກໍລະກົດ 2025 ທີ່ຫ້ອງວ່າການ ແຂວງ ເພື່ອສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ ຜ່ານມາ ແລະ ກຳນົດທິດທາງ, ໜ້າ ທີ່ຈຸດສຸມ ເພື່ອສືບຕໍ່ນຳພາ-ຊີ້ນຳ ການພັດທະນາ ແຂວງອຸດົມໄຊ ໃຫ້ ມີຄວາມເຂັ້ມແຂງຮອບດ້ານ ໂດຍ ການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການ ສຳຮອງສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆອຸດົມໄຊ ພ້ອມ ດ້ວຍຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ ຮັບຟັງການລາຍງານ ສະພາບການ ເຄື່ອນໄຫວ ນຳພາ-ຊີ້ນຳ ວຽກງານ ຮອບດ້ານ ຂອງຄະນະບໍລິຫານງານ ພັກແຂວງປະຈຳ6ເດືອນຕົ້ນປີແລະ ທິດທາງແຜນການຈຸດສຸມ 6 ເດືອນ ທ້າຍປີ 2025, ຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ເພື່ອນຳໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອ ທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ລາຍ 7tot[= ]y sko'kora dc0;'v5 fq ,w- fegou odv'xt-5 ,7q [7tot ຮັບ-ລາຍຈ່າຍງົບປະມານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ພ້ອມດຽວ ກັນນີ້, ຍັງໄດ້ຮັບຟັງລາຍງານ ກ່ຽວ ກັບການຈັດຕັ້ງປະຕິບັດ ບັນດາວຽກ ງານຈຸດສຸມ ເປັນຕົ້ນການຈັດຕັ້ງ ປະຕິບັດ ແຈ້ງການຂອງຫ້ອງວ່າ ການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 178/ຫສນຍ ວ່າດ້ວຍ ການແກ້ໄຂບັນຫາການນຳເຂົ້າ ລົດບໍ່ຖືກຕ້ອງ; ການຈັດຕັ້ງປະຕິບັດ ວຽກງານຈຸດສຸມ ຕາມມະຕິ 04/ ກມສພ, ມະຕິ 19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມເຄັ່ງຮ້ອນຂອງ ລັດຖະບານ, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ, ຕິດພັນ ກັບການແກ້ໄຂເຫດການໄຟໄໝ້- ລະເບີດ ຢູ່ບ້ານນາໝີ ເມືອງໄຊ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ນອກນີ້, ຍັງໄດ້ຮັບຟັງການລາຍ ງານຄວາມຄືບໜ້າໃນການກະກຽມ ດຳເນີນກອງປະຊຸມໃຫຍ່ ອົງຄະນະ ພັກແຂວງ ຄັ້ງທີ X ຕື່ມອີກ. ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ ພ້ອມກັນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃສ່ຮ່າງເອກະ ສານຕ່າງໆ ເຊັ່ນ: ຮ່າງລາຍງານ ການເມືອງ, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ຮ່າງບົດສຳຫລວດການນຳພາ ລວມ ຂອງຄະນະບໍລິຫານງານພັກ ແຂວງ ສະໄໝທີ IX. ພ້ອມນີ້, ຍັງ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ເພື່ອເປັນ ແນວທາງໃນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ. 16 13 fa [g[y o16 wv9u ok7k 4n d8h voIa [1j k'lq ,dPf s]a '7;h kc-a ,]tfa [okok-kf mu j xa vd85 pdko ແກ້ຜິດ *ໜັງສືພິມປະເທດລາວ ອອກສະບັບວັນທີ 09/07/2025, ໜ້າ 07 ໃນຫົວຂໍ້ຂ່າວ ເຈົ້າແຂວງຄຳ ມ່ວນ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກ ນັ້ນແມ່ນຜິດ; ຖືກແທ້ ແມ່ນ ເຈົ້າແຂວງຄຳມ່ວນ ຕ້ອນຮັບຮອງຫົວໜ້າຫ້ອງວ່າການສູນກາງພັກ. ຂໍອະໄພຄວາມຜິດພາດໃນຄັ້ງນີ້ດ້ວຍ. ບກ ຂປລ. ໃນວັນທີ 10 ກໍລະກົດ ນີ້, ຄະນະທັບນັກກິລາ ຢູ-13 ດັບ ເບິນຢູໄອຈີນາຄາ(WIGNAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນເຖິງນະຄອນ ຫລວງວຽງຈັນ ຫລັງສ້າງຜົນງານ ໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມ ການແຂ່ງຂັນເຕະບານເຍົາວະຊົນ ອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການ ໃຫຍ່ລະດັບສາກົນ ຫລື IBERCup 2025 ທັງໄດ້ສ້າງຊື່ສຽງໃຫ້ກັບ ປະເທດຊາດໃນເວທີສາກົນ. ການເດີນທາງກັບຄືນສູ່ສປປລາວ ຄະນະທັບນັກກິລາໄດ້ຖືກຕ້ອນຮັບ ຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະ ພາບລາວ-ໄທແຫ່ງທີ 1 ທີ່ນະຄອນ ຫລວງວຽງຈັນ ໂດຍໃຫ້ກຽດຕ້ອນ ຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດນະ ຄອນຫລວງວຽງຈັນ. ຫລັງຈາກ ນັ້ນ ທັບນັກກິລາກໍ່ຖືກຕ້ອນຮັບຢ່າງ ສົມກຽດຕື່ມ ທີ່ີປະຕູໄຊ ໂດຍໃຫ້ກຽດ ຕ້ອນຮັບຂອງທ່ານ ກິ່ງມະໂນ ໂພ ມະຫາໄຊ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ພູ ວົງ ວົງຄຳຊາວ ຮອງເຈົ້າຄອງນະ ຄອນຫລວງວຽງຈັນ. ຂະນະທີ່ຫ້ອງ ວ່າການນະຄອນຫລວງ ທ່ານ ອາດ ສະພານທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງ ກໍ່ໄດ້ໃຫ້ກຽດຕ້ອນ ຮັບຢ່າງສົມກຽດ. ລາຍການນີ້ ມີສະໂມສອນຈາກ ທົ່ວໂລກເຂົ້າຮ່ວມ ໂດຍສະເພາະ ຈາກທະວີບເອີຣົບ, ອາຟຣິກາ, ອາ ຊີ, ອາເມຣິກາໃຕ້ ແລະ ຄອນຄາ ເຄັບ, ສ່ວນຕົວແທນຈາກອາຊີ ນອກ ຈາກ ດັບເບິນຢູໄອຈີ ນາຄາ ຊຶ່ງເປັນ ທີມທຳອິດຈາກ ສປປ ລາວ ໃນ ທະວີບອາຊີ ທີ່ເຂົ້າຮ່ວມ ກໍຍັງມີ ມາເລເຊຍ, ສປ ຈີນ, ສະຫະລັດ ອາຣັບເອມິເຣດ, ມາເກົາ ສປ ຈີນ, ເນປານ, ຕັວກເມນິດສະຖານ, ອູຊະ ເບກິດສະຖານ ແລະ ຟີລິບປິນ. ສະເພາະ ຢູ13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມ ຄື: ປັອກຕຸຍການ ເຈົ້າພາບ, ແອັດສະ ປາຍ, ໂຄຣອາຊີ, ເອັດໂຕນີ, ຣູມານີ, ບາຊິວ, ສະຫະລັດອາເມຣິກາ, ສປປ ລາວ, ສະຫະລັດອາຣັບ ເອມິເຣດ, ອາຟຣິກາໃຕ້, ເອຢິບ, ແທນຊານີ, ກາບົງ, ເບີມູດາ ແລະ ເກາະເຄແມນ. ໃນຈຳນວນ 48 ທີມ ແບ່ງອອກ ເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບ ກັນໝົດແລ້ວຄັດເອົາພຽງທີ 1 ຂອງ ແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫລື ລາຍການລະດັບສູງສຸດ ຂອງລາຍການ, ສ່ວນທີ 2 ຂອງກຸ່ມ ໄປແຂ່ງຂັນລະດັບ ດິວິຊັນ 2 ຫລື ລາຍການ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze. ຜ່ານການແຂ່ງຂັນຢ່າງເຂັ້ມ ຂຸ້ນ ຜົນປາກົດວ່າ ທັບນັກເຕະບານ ເຍົາວະຊົນລາວ ດັບເບິນຢູໄອຈີ ນາ ຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຢ່າງສະໝ່ຳສະເໝີ ດ້ວຍການເກັບ ໄຊຊະນະໃນແຕ່ລະນັດຕັ້ງແຕ່ນັດ ທຳອິດຈົນຮອດຮອບ 4 ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບຊີງ ຊະນະເລີດໄດ້ສຳເລັດ ໄປພົບກັບ ສະ ໂມສອນ ເອັບຊີ ໂອດ ເບເລເນັດ (CF os Belenenses) ທີມຈາກ ເຈົ້າພາບ ປະເທດປັອກຕຸຍການ ຊຶ່ງ ຜ່ານການແຂ່ງຂັນກໍຖືວ່າເປັນໄປ ຕາມເປົ້າໝາຍ ຢູ13 ດັບເບິນຢູໄອຈີ ນາຄາ ໂຊຟອມເກັ່ງເອົາຊະນະ ທີມ ເຈົ້າພາບໄປໄດ້ 2-0 ປະຕູ ຄວ້າ ແຊັມລາຍການດັ່ງກ່າວ ມາຄອງ ທັງໄດ້ສ້າງຊື່ສຽງໃຫ້ກັບປະເທດ ຊາດໃນເວທີສາກົນ.

RkJQdWJsaXNoZXIy MTc3MTYxMQ==