7069

05 xtgmf]k; 37ltok c]t [= ]y = dy ko ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 78 vvd7A ';a omu 09 d= ]tdq f 2025 g]d * 38F & 38F $ 38F # 38F @ 38F ! 38mh kp 3 7 6 2 3 4 s;pok,la f 27 ___________ ເຕົ່າ 13 ___________ ຊ້າງ 08 ___________ ກະຕ່າຍ 37 ___________ ຫລິ່ນ lts^ kdra fmtok &/$& 28 10 40 14 13 11/07/2025 ເຂື່ອນໄຟຟ້ານໍາງຽບ 2 ຈັດງານ “ຫ້ອງຮຽນສີຂຽວແມ່ນໍາຂອງ ແມ່ນໍາລ້ານຊ້າງ”ແລະ ການດຳເນີນງານຄົບຮອບ 10 ປີ ໃນວັນທີ 4-5 ກໍລະກົດ 2025 ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດ ຈະກຳ “ຫ້ອງຮຽນສີຂຽວ ແມ່ນໍ້າ ຂອງ ແມ່ນໍ້າລ້ານຊ້າງ” ເພື່ອເປັນ ການສະເຫຼີມສະຫຼອງການດຳເນີນ ງານຄົບຮອບ 10 ປີ, ເຊີ່ງມີອາ ຈານ, ນັກສຶກສາຈາກມະຫາວິທະ ຍາໄລແຫ່ງຊາດ, ອໍານາດການປົກ ຄອງທ້ອງຖິ່ນ, ຕະຫລອດຮອດພໍ່ ແມ່ປະຊາຊົນເຂົ້າຮ່ວມເບິ່ງໝາກຜົນ ຄວາມສຳເລັດຂອງການພັດທະນາ ໃນ 10 ປີ. ເຂື່ອນໄຟຟ້ານໍ້າງຽບ 2 ເປັນ ໂຄງການໄຟຟ້າ BOOT ແຫ່ງ ທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນ ປີ 2015, ຮອດປະຈຸບັນດໍາເນີນ ງານ ຄົບຮອບ 10 ປີ, ຜະລິດໄຟຟ້າ ໄດ້ຫຼາຍກວ່າ 42 ລ້ານ kwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນ ໄດ້ 780,000 ກວ່າຄົນ, ປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ໄຟຟ້າສາຍສົ່ງພາກເໜືອຂອງ ລາວ. ປີ 2022 ໄດ້ຮັບຫຼຽນໄຊ ແຮງງານຊັ້ນ 2 ຂອງລັດຖະບານ. ກິດຈະກຳໃນຄັ້ງນີ້ແມ່ນໄດ້ ເນັ້ນໃສ່ 5 ຫົວຂໍ້ຫຼັກບົດຮຽນໃຫ້ ນັກສຶກສາ ແລະ ຊາວໜຸ່ມໃນ ທ້ອງຖິ່ນໄດ້ຮຽນຮູ້ຄື: ພາກປະຕິ ບັດ, ພາກການຄົ້ນຄ້ວາ, ບົດຮຽນ ວິທະຍາສາດ, ພາກກິດກະກໍາ ແລະ ການແລກປ່ຽນດ້ານວັດທະນະ ທໍາ. ເຊິ່ງໄດ້ອະທິບາຍຂັ້ນຕອນ ການກໍ່ສ້າງ, ການດໍາເນີນງານ, ມາດຕະການປົກປ້ອງສິ່ງແວດລ້ອມ ແລະ ການຮ່ວມມືກໍ່ສ້າງຊຸມຊົນ ໃນບໍລິເວນອ້ອມຂ້າງ. ພາຍໃຕ້ການນໍາພາຂອງວິສະ ວະກອນລາວ-ຈີນ ບັນດານັກສຶກ ສາໄດ້ເຂົ້າໃຈເຖິງກົນໄກການຜະ ລິດ, ການບໍລິຫານຈັດການຂອງ ເຂື່ອນຫລາຍຂຶ້ນ ຜ່ານການຮຽນ ຮູ້ທາງດ້ານທິດສະດີ ແລະ ເບີ່ງ ພາກສະໜາມຕົວຈີງ. ນັກສຶກສາ ຈາກ ຄວສ ໄດ້ໃຫ້ສໍາພາດວ່າ ຜ່ານ ການລົງທັດສະນະໃນຄັ້ງນີ້ໄດ້ ຄວາມຮູ້ຫລາຍຢ່າງທີ່ຢູ່ນອກປຶ້ມບົດ ຮຽນ. ຂ້າພະເຈົ້າໄດ້ເຫັນການດໍາ ເນີນງານຂອງໂຮງງານໄຟຟ້າດ້ວຍ ຕົນເອງ ແລະ ຮັບຮູ້ເຖິງ ຈິດໃຈ ຄວາມຮັບຜິດຊອບທາງສັງຄົມ ແລະ ການປົກປ້ອງລະບົບນິເວດ ຂອງວິສາຫະກິດຈີນ. ຂ້າພະເຈົ້າ ຮູ້ສຶກເປັນກຽດທີ່ມີໂອກາດເຂົ້າ ຮ່ວມງານໃນຄັ້ງນີ້. ວັນທີ 5 ກໍລະກົດ 2025 ເຂື່ອນໄຟຟ້ານໍ້າງຽບ 2 ສົມທົບກັບ ອໍານາດການປົກຄອງເມືອງຜາ ໄຊ, ຈັດກິດຈະກໍາປູກຕົ້ນໄມ້ ແລະ ປ່ອຍປາຢູ່ທີ່ເມືອງຜາໄຊ, ແຂວງ ຊຽງຂວາງ, ເຊີ່ງປູກຕົ້ນໄມ້ກິນ ໝາກປະມານ 2000 ຕົ້ນ, ປ່ອຍ ປາ 100,000 ກວ່າໂຕ, ທ່ານ ຄໍາ ຫລ້າ ແກ້ວດາວັນ ເລຂາພັກເມືອງ ຜາໄຊໄດ້ກ່າວວ່າ ເຂື່ອນໄຟຟ້າ ນໍ້າງຽບ 2 ບໍ່ພຽງແຕ່ສະໜອງ ພະລັງງານສະອາດໃຫ້ ສປປ ລາວ, ແຕ່ຍັງປົກປ້ອງລະບົບນິເວດໂດຍ ສະແດງຜ່ານກິດຈະກໍາປູກຕົ້ນໄມ້ ແລະ ປ່ອຍປາໃນແຕ່ລະປີ. ເມືອງ ຜາໄຊໄດ້ມອບໃບຍ້ອງຍໍ ແລະ ໃບ ຢັ້ງຢືນການຟື້ນຟູປ່າໄມ້ໃຫ້ກັບ ບໍລິສັດ ໄຟຟ້ານໍ້າງຽບ 2 ຈໍາກັດ. ການແລກປ່ຽນດ້ານວັດທະນະ ທໍາ; ທາງເຂື່ອນໄດ້ຈັດກິດຈະກໍາ ເຮັດອາຫານທ້ອງຖິ່ນຂອງຈີນ, ເຊີ່ງ ມີພໍ່ຄົວ, ພະນັກງານຈີນມາສອນຫໍ່ ເຂົ້າຕົ້ມ, ເຂົ້າໜົມຫວານ ແລະ ອື່ນໆ ພ້ອມທັງຮ່ວມພາເຂົ້າສາມັກຄີກັນ ເພື່ອສະເຫຼີມສະຫຼອງການດໍາເນີນ ງານຄົບຮອບ 10 ປີຂອງເຂື່ອນໄຟ ຟ້ານໍ້າງຽບ 2. ໃ​ ນໂ​ ອກາດດັ່​ ງກ່າວ, ບັນດາ​ນັກ​ສຶກສາ​ຈາກມະຫາວິທະ ຍາ​ໄລ​ແຫ່ງຊາດ​ຍັງ​ໄດ້​ແບ່ງປັນ ຄວາມ​ຮູ້ສຶກ​ຜ່ານການໂພດ​ເຊັກ​ອິນ ​ຢູ່ເຟດບຸກ ​ເຊິ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ ໃຈຢ່​ າງ​ກວ້າງຂວາງຈາກ​ຊ​ າວ​ໜຸ່ມ ໃນ​ທ້ອງ​ຖິ່ນ ແລະ ມີຄົນສົນໃຈກົດ ເຂົ້າເບິ່ງກວ່າ 350,000 ຄົນ. ສື່​ ມວນ​ຊົນ​ທ້ອງ​ຖິ່ນ​ບໍ່ວ່າຈະແມ່ນ ​ວິທະຍຸ​ກະຈາຍສຽງ​ແຂວງ​ຊຽງ​ ຂວາງ, ​ວິທະຍຸ​ປກສ ​ແຂວງ​​ແລະ ວິທະຍຸ​ກະຈາຍສຽງ ​ເມືອງຜາໄຊ ໄດ້​ລາຍ​ງານ​ກ່ຽວ​ກັບ​ກິດຈະກຳ​ດັ່ງ ກ່າວອີກດ້ວຍ. ເຂື່ອນໄຟຟ້ານໍ້າງຽບ2ໄ​ ດ້ນ​ ຳພາ ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ​ໂດຍ​ ຜ່ານການກໍ່​ ສ້າງພື້​ ນຖານໂ​ ຄງລ່​ າງ, ສ້າງ​ໝູ່​ບ້ານຈັດສັນ, ປົກ​ປັກ​ຮັກສາ​ ວັດທະນະທຳ​ພື້ນ​ເມືອງ. ທ່ານ ວິ ໄລພອນ ກຸສຸວັນ, ນາຍບ້ານບ້ານ ປຸງ ກ່າວວ່າ: ເມື່ອສິບປີກ່ອນ ຍ້ອນ ສະຖານທີ່ຫ່າງໄກສອກຫຼີກ ແລະ ພູມສັນຖານທີ່ສັບສົນ, ບ້ານຂອງ ພວກເຮົາເປັນບ້ານດຽວທີ່ບໍ່ມີໄຟຟ້າ ໃຊ້ໃນແຂວງຊຽງຂວາງ, ດ້ວຍ ການ ຊ່ວຍເຫລືອຈາກເຂື່ອນໄຟຟ້າ ນໍ້າງຽບ 2 ຢ່າງຕໍ່ເນື່ອງ, ສຸດທ້າຍກໍ່ ໄດ້ມີໄຟຟ້າຊົມໃຊ້, ປີກາຍນີ້ ບໍລິສັດ ກໍໄດ້ ຊ່ວຍເຫລືອສ້າງໂຮງຮຽນ ປະຖົມບ້ານປຸງ, ເຮັດໃຫ້ນ້ອງນັກ ຮຽນມີບ່ອນຮໍ່າຮຽນ, ເຂື່ອນບໍ່ພຽງ ແຕ່ສ່ອງແສງ ໃຫ້ກັບບ້ານ, ແຕ່ຍັງ ສ້າງອານາຄົດໃຫ້ບ້ານອີກດ້ວຍ. ໃນກິດຈະກຳ “ຫ້ອງຮຽນສີຂຽວ ແມ່ນ້ຳຂອງ-ແມ່ລ້ານຊ້າງ”ໃນຄັ້ງ ນິ້ຖືເປັນການແລກປ່ຽນວັດທະນະ ທຳ, ມັນໄດ້ສະແດງໃຫ້ເຫັນປະຫວັດ ຄວາມເປັນມາ ແລະ ໝາກຜົນ​10 ​ປີ​ແຫ່ງການພັດທະນາຂອງໂຄງ ການຮ່ວມມືລາວ-ຈີນ, ເປັນອີກບາດ ກ້າວໃນການສົ່ງເສີມໃຫ້ ຊາວໜຸ່ມ ທ້ອງຖິ່ນມີຄວາມເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບການພັດທະນາພະ ລັງງານສີຂຽວ ແລະ ເປັນການ ເ ປີດບົດໃໝ່ຂອງການຮ່ວມມື ດ້ານພະລັງງານໃນພາກພື້ນລຸ່ມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃນ ອະນາຄົດ.

RkJQdWJsaXNoZXIy MTc3MTYxMQ==