7069

11/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນໍ້າຖ້ວມຂັງ...ໍ້້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນຮອງລັດຖະມົນ ຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ທີ່ ກະຊວງການ ຕ່າງປະເທດ ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ສປປ ລາວ ແລະ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ໂດຍມີຄະນະຜູ້ ແທນຂອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ເປັນກົນໄກ ປະຈໍາປີ ລະຫວ່າງ ສອງກະຊວງ ການຕ່າງປະເທດ ເຊິ່ງສອງຝ່າຍ ໄດ້ປຶກສາຫາລືມາດຕະການຕ່າງໆ ເພື່ອເສີມຂະຫຍາຍການພົວພັນ ຮ່ວມມື ລະຫວ່າງສອງຂະແໜງ ການຕ່າງປະເທດ ໃນຖານະເປັນເສ ນາທິການດ້ານວຽກງານການຕ່າງ ປະເທດ ໃຫ້ແກ່ ພັກ-ລັດ ເຊິ່ງເປັນ ການປະກອບສ່ວນອັນສໍາຄັນ ເຂົ້າ ໃນການພັດທະນາສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ. ພ້ອມນີ້ ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສອງ ກະຊວງ ກໍຄື ສອງປະເທດ ລາວຫວຽດນາມ, ພ້ອມທັງໄດ້ແລກປ່ຽນ ທັດສະນະຕໍ່ບັນຫາຕ່າງໆ ໃນພາກ ພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງ ສັບສົນ ແລະ ຄາດຄະເນໄດ້ຍາກ. ພິເສດ ຜົນສໍາເລັດຂອງກອງປະຊຸມ ຄັ້ງນີ້, ຈະເປັນພື້ນຖານສໍາຄັນ ໃຫ້ ແກ່ການກະກຽມກອງປະຊຸມປຶກ ສາຫາລືດ້ານການເມືອງ ຂັ້ນລັດຖະ ມົນຕີ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນ ທ້າຍປີນີ້ ຢູ່ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມື ລະ ຫວ່າງ ສອງກະຊວງ ໃນໄລຍະໜຶ່ງ ປີຜ່ານມາແລະປຶກສາຫາລືທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ສອງ ຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມ ມືຢ່າງສະໜິດແໜ້ນ ຕະຫລອດໄລ ຍະຜ່ານມາ ໂດຍສະເພາະການເປັນ ເສນາທິການໃຫ້ແກ່ຂັ້ນເທິງໃນ ການຊຸກຍູ້ສົ່ງເສີມການພົວພັນຮ່ວມ ມືໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ, ທັງເຮັດໜ້າທີ່ເປັນເສນາທິ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງ ຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນ ປະທານຂອງ ສະຫາຍ ຄໍາແສນ ສີສະວົງປະທານສະມາຄົມນັກທຸລະ ກິດໜຸ່ມ ແຫ່ງຊາດລາວ (ສທໜຊ), ມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍສະມາຊິກສະມາຄົມນັກ ທຸລະກິດໜຸ່ມທົ່ວປະເທດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບ ຮອງເອົາບົດລາຍງານການ ເມືອງທີ່ ສະເໜີໂດຍ ສະຫາຍ ນາງ ສຸວາລີ ຄຳຜຸຍ ວ່າການແທນປະທານສະ ມາຄົມນັກທຸລະກິດໜຸ່ມແຫ່ງຊາດ ລາວ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານໄຊຊະ ນະ ຂອງການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ສທໜຊ ຄັ້ງທີ IV. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນ ຕະຫລອດການເຄື່ອນໄຫວຂອງຄະ ນະບໍລິຫານງານ ສທໜຊ ທີ່ຜ່ານ ມາ. ພ້ອມກັນນັ້ນ, ກອງປະຊຸມຍັງ ໄດ້ເປັນເອກະພາບສູງ ຮັບຮອງເອົາ ຄາດໝາຍສູ້ຊົນ ແລະ ແຜນວຽກ ຈຸດສຸມຂອງຄະນະບໍລິຫານງານ ໃນຕໍ່ໜ້າ, ພ້ອມທັງຮັບຟັງການຜ່ານ ກົດລະບຽບຂອງສະມາຄົມນັກທຸ ລະກິດໜຸ່ມແຫ່ງຊາດລາວ ສະໄໝ ທີ V. ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບກັບບົດ ສໍາຫລວດການນໍາພາ ຂອງຄະນະ ບໍລິຫານງານ ສທໜຊ ສະໄໝທີ IV ເຊິ່ງໄດ້ເປັນບົດຮຽນອັນສໍາຄັນໃຫ້ ຄະນະບໍລິຫານງານ ສທໜຊ ຊຸດ ຕໍ່ໄປໃນການຈັດຕັ້ງນໍາພາວຽກ ງານ ຂອງ ສທໜຊ. ໃນກອງປະຊຸມ ຍັງໄດ້ປ່ອນບັດ ເລືອກຕັ້ງເອົາຄະນະບໍລິຫານງານ ສທໜຊ ສະໄໝທີ V ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດ ຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງຜູ້ ຮັບສະໝັກເລືອກຕັ້ງມີທັງໝົດ 68 ສະຫາຍ, ຍິງ 29 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານ ຊຸດ ທີ V ປະກອບມີ 63 ສະຫາຍ, ຍິງ 26 ສະຫາຍ. ກອງປະຊຸມຄັ້ງປະ ຖົມມະລຶກເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ນາງ ສຸວາລີ ຄໍາຜຸຍ ເປັນປະທານ ສທໜຊ, ສະ ຫາຍ ຄໍາຄຸນ ຄູນທະວົງ ເປັນຮອງ ປະທານ, ທັງເປັນປະທານກວດກາ ສທໜຊ. ໃນນັ້ນ, ໄດ້ເລືອກເອົາ ຮອງປະທານ ສທໜຊ ທັງໝົດ 15 ສະຫາຍ. ກອງປະຊຸມຮຽກຮ້ອງມາຍັງ ຄະນະບໍລິຫານງານ ແລະ ສະມາ ຊິກ ສທໜຊ ທົ່ວປະເທດ ຈົ່ງເພີ່ມ ທະວີຄວາມສາມັກຄີ, ເຊື່ອໝັ້ນຕໍ່ ການນຳພາຂອງພັກ, ສ້າງຄວາມ ເປັນເອກະພາບສູງພາຍໃຕ້ການນໍາ ພາຂອງຄະນະບໍລິຫານງານພັກ ສຊປລ ພ້ອມກັນບຸກບືນກ້າວຂຶ້ນ ຢ່າງໜັກແໜ້ນ, ສຸມສະຕິປັນຍາ ທຸກກໍາລັງແຮງຂອງຕົນ, ເຊີດຊູນໍ້າ ໃຈຮັກຊາດເປັນເຈົ້າຕົນເອງເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ຍົກສູງຄວາມຮັບຜິດຊອບ ຕົນເອງ, ຍົກສູງຄວາມຮັບຜິດຊອບ ທາງການເມືອງເຂົ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ, ມະຕິກອງປະຊຸມໃຫຍ່ ຜູ້ ແທນສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ໃຫ້ປະກົດຜົນເປັນ ຈິງ,ປະຕິບັດພາລະກິດຂອງສທໜຊ ໂດຍຕິດພັນກັບຂະບວນການເຄື່ອນ ໄຫວວຽກງານຂອງ ສຊປລ ໃຫ້ ເປັນຂະບວນການຟົດຟຶ້ນ, ນຳເອົາ ປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມ ສາມັກຄີປອງດອງ, ຍຸຕິທຳ, ປະຊາ ທິປະໄຕ ແລະ ສີວິໄລ. ຂໍ້ມູນ: ສັນທະນາ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ນະຄອນຫລວງວຽງ ຈັນ (ນວ) ມີອັກຄີໄພ (ໄຟໄໝ້) ເກີດຂຶ້ນທັງໝົດ 25 ຄັ້ງ. ໃນນີ້, ໄຟ ໄໝ້ລະດັບປານກາງ1ລາຍ, ໄຟໄໝ້ ນ້ອຍ 24 ລາຍ (ບໍ່ມີເຫດໄຟໄໝ້ຂະ ໜາດໃຫຍ່), ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ຫລຸດລົງ 8 ຄັ້ງ, ສ້າງຄວາມເສຍຫາຍ ຫລາຍກວ່າ 5 ຕື້ກວ່າກີບ. ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນວ ໄດ້ ລາຍງານໃນກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດ 2025 ໂດຍ ທ່ານໄດ້ຍົກໃຫ້ເຫັນກ່ຽວກັບວຽກ ງານການປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ (ໄຟລາມປ່າ, ໄຟໄໝ້ ເຮືອນປະຊາຊົນ) ຢູ່ນະຄອນຫລວງ ວຽງຈັນ ໃນໄລຍະ 6 ເດືອນຕົ້ນ ປີ 2025 ເຊິ່ງຄະນະພັກ-ຄະນະ ກອງບັນຊາການປ້ອງກັນຄວາມ ສະຫງົບ ນວ ຍາມໃດກໍຖືຄວາມ ສຳຄັນໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍມອບໃຫ້ຫ້ອງ ຕຳຫລວດ ແລະ ກອງບັນຊາການ ປກສ 9 ເມືອງ ເປັນເຈົ້າການໃນ ການຊີ້ນຳໂດຍກົງ ຕໍ່ການວາງແຜນ ເຄື່ອນໄຫວຕ່າງໆ, ການເພີ່ມທະວີ ເຮັດວຽກງານການປະຈຳການ ຄອຍເຫດຕະຫລອດ 24 ຊົ່ວໂມງ, ພ້ອມທັງກະກຽມຄວາມພ້ອມດ້ານ ພາຫະນະ, ວັດຖຸອຸປະກອນຮັບໃຊ້ວິ ຊາສະເພາະ. ຢ່າງໃດກໍຕາມເຖິງວ່າ ເຈົ້າໜ້າໄດ້ເອົາໃຈໃສ່ໂຄສະນາ ແລະ ວຽກກວດກາຄວາມປອດໄພ ກໍຕາມ, ແຕ່ບັນຫາອັກຄີໄພກໍຍັງເກີດ ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນ ລະດູແລ້ງຂອງທຸກໆປີ ລະຫວ່າງ ເດືອນມັງກອນຫາເດືອນເມສາ ເປັນ ຊ່ວງທີ່ອາກາດແຫ້ງແລ້ງ, ຮ້ອນ ອົບເອົ້າ ມີຄວາມສ່ຽງສູງທີ່ພາໃຫ້ ເກີດໄຟໄໝ້ ເຊິ່ງໄລຍະ 6 ເດືອນ ຕົ້ນປີ 2025 ນີ້, ຢູ່ນະຄອນຫລວງ ວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 25ຄັ້ງ. ໃນນັ້ນ, ໄໝ້ເຮືອນປະຊາຊົນ 18 ຫລັງ (ໄຟໄໝ້ລວກ 6 ຫລັງ), ໂຮງງານນ້ຳດື່ມ 1 ຫ້ອງ, ສາລາ 1 ຫ້ອງ, ຮ້ານເຟີນີເຈີ 1 ຮ້ານ, ຮ້ານ ຂາຍເສື້ອຜ້າ 1 ຮ້ານ, ຮ້ານຂາຍ ເຄື່ອງກໍ່ສ້າງ 1 ຮ້ານ, ປ່າຫຍ້າ 2 ຕອນ, ລວມມູນຄ່າຜົນເສຍຫາຍທັງ ໝົດ 5 ຕື້ກວ່າກີບ. ສຳລັບສາເຫດທີ່ ພາໃຫ້ເກີດໄຟໄໝ້ສ່ວນຫລາຍແມ່ນ ຍ້ອນຜູ້ເສຍຫາຍ ບໍ່ມີຄວາມລະມັດ ລະວັງ, ນຳໃຊ້ເຄື່ອງໃຊ້ໄຟຟ້າບໍ່ມີຄຸນ ນະພາບ, ລະບົບສາຍໄຟຟ້າອາຄານ ເກົ່າຊຸດໂຊມ ແລະ ມີຫລາຍອາຄານ ບໍ່ມີການຕິດຕັ້ງລະບົບສະກັດກັ້ນ ອັກຄີໄພ ຈຶ່ງເກີດມີເຫດການໄຟໄໝ້ ຢ່າງຕໍ່ເນື່ອງ. ໃນນັ້ນ, ເກີດຈາກໄຟ ຟ້າລັດວົງຈອນ 9 ຄັ້ງ, ຄົນຈູດປ່າ ຫຍ້າ1ລາຍ(ຄົນເລ່ລ່ອນຈູດ)ແລະ ຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່ 15 ລາຍ. ຄຽງຄູ່ກັບການປະຕິບັດໜ້າທີ່ ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກ ຄີໄພ ຂອງກອງບັນຊາການປ້ອງ ກັນຄວາມສະຫງົບ ນວ ຍັງພົບຂໍ້ ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ສະ ພາບລົດມອດໄຟ ໃນປັດຈຸບັນ ແມ່ນ ເກົ່າແກ່ຊຸດໂຊມຫລາຍຄັນ ເວລາ ອອກປະຕິບັດໜ້າທີ່ກໍມີຄວາມສ່ຽງ, ງົບປະມານຮັບໃຊ້ຝຶກອົບຮົມ ແລະ ງົບປະມານບຳລຸງ-ສ້ອມແປງ ຫລື ຈັດຊື້ພາຫະນະໃໝ່, ຊຸດເຄື່ອງນຸ່ງ ຫົ່ມ, ອຸປະກອນຮັບໃຊ້ມອດໄຟ-ກູ້ ຊີບ ມີຈຳກັດ ເປັນຕົ້ນ ໂສ້ງ, ເສື້ອ, ເກີບ, ໝວກ ຫລື ຊຸດກັນຄວາມ ຮ້ອນ, ສາຍສີດ ແລະ ໂຟມມອດໄຟ ບໍ່ທັນພຽງພໍກັບຄວາມຮຽກຮ້ອງ ຕ້ອງການຕົວຈິງ; ພະນັກງານທີ່ມາ ເຮັດວຽກງານສະກັດກັ້ນ ແລະ ຕ້ານ ອັກຄີໄພ ໂດຍສະເພາະໂຊເຟີລົດ, ພະນັກງານມອດໄຟ ຍັງບໍ່ພຽງພໍ, ພະນັກງານມອດໄຟຈຳນວນໜຶ່ງ ແມ່ນຮຽນຈົບຈາກຂະແໜງອື່ນ ແລ້ວຈຶ່ງມາຝຶກອົບຮົມ ຫລື ຮຽນຮູ້ ຈາກວຽກງານຕົວຈິງຢູ່ພາກສະ ໜາມ ຈະສ້າງໃຫ້ເປັນແບບມືອາຊີບ ກໍຍາກ-ຕ້ອງໃຊ້ເວລາສົມຄວນ. ພ້ອມນີ້, ງົບປະມານຮັບໃຊ້ການຝຶກ ອົບຮົມ, ການໂຄສະນາຍັງມີຈຳກັດ ແລະ ການລົງໂຄສະນາໃຫ້ທົ່ວສັງ ຄົມ ຍັງບໍ່ທັນເລິກເຊິ່ງ ແລະ ບໍ່ທັນ ທົ່ວເຖິງ, ການເຂົ້າຮ່ວມຂອງປະຊາ ຊົນມີຈຳກັດ, ບາງຄັ້ງເຈົ້າໜ້າທີ່ລົງ ໄປໂຄສະນາຢູ່ບາງບ້ານ ເພື່ອສາທິດ ດັບມອດໄຟ ແຕ່ສ່ວນຫລາຍ ປະຊາ ຊົນບໍ່ເຂົ້າມາຮ່ວມ, ບາງຄອບຄົວ ສົ່ງເດັກນ້ອຍ ແລະ ຜູ້ເຖົ້າມາຮ່ວມ ເທົ່ານັ້ນ. ຂ່າວ: ທະນູທອງ ]k;{s;Pfok, 9a fdv'xt-5 ,xb dlksk]n fh kodkog,n v'0A oIv']a f4t,q o8u dt-;'dko8j k'xtgmf ການຫລັກ ໃນການກະກຽມດ້ານ ຕ່າງໆ ເພື່ອເຮັດໃຫ້ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດ ໃນໄລຍະຜ່ານມາ ໄດ້ຮັບຜົນສໍາ ເລັດຕາມລະດັບຄາດໝາຍ. ສໍາລັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ສອງຝ່າຍຈະສືບຕໍ່ປະ ສານສົມທົບກັນຢ່າງແໜ້ນແຟ້ນ ໃນ ການປະກອບຄໍາຄິດເຫັນໃສ່ຮ່າງ ຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງກະຊວງ ໄລຍະ 20262030 ເພື່ອໃຫ້ສາມາດລົງນາມ ໃນໂອກາດກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ທີ່ຈະຈັດຂຶ້ນ ຢູ່ ສສຫວຽດ ນາມ ໃນທ້າຍປີ 2025. ພ້ອມນີ້, ສອງຝ່າຍຈະສືບຕໍ່ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນຂອບ ການຮ່ວມມືຫລາຍຝ່າຍ ເປັນຕົ້ນ ບັນດາກົນໄກການຮ່ວມມືໃນອະນຸ ພາກພື້ນແມ່ນໍ້າຂອງ ການຮ່ວມມື ໃນຂອບອາຊຽນ ແລະ ອົງການສະ ຫະປະຊາຊາດ. ກອງປະຊຸມປຶກສາຫາລືດ້ານ ການເມືອງ ຂັ້ນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄັັ້ງທີ 10 ນີ້ ໄດ້ດໍາເນີນໄປດ້ວຍບັນຍາ ກາດອັນສ້າງສັນ ເຕັມໄປດ້ວຍໄມ ຕີຈິດມິດຕະພາບ ຖານສະຫາຍອ້າຍ ນ້ອງໃນຄອບຄົວດຽວກັນ ແລະ ໄດ້ ຮ່ວມກັນປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ ແລະ ກົງໄປກົງມາຕໍ່ທຸກບັນຫາ. ພາບ: ເກດສະໜາ lt,k7q ,oa dm5 ]tdy f|5j , csj '-kf]k; gxu fdv'xt-5 ,.spj 7A 'mu V w]pt 6 gfn vo o; ,u va d7u wrgdu f0B o 25 7A ' glpskp 5 8N d;j kdu [ ຫລາຍປັດໄຈ ເປັນຕົ້ນ ຮ່ອງລະບາຍ ນໍ້າແຄມທາງມີຂະໜາດນ້ອຍ, ການ ອອກແບບ ແລະ ກໍ່ສ້າງຮອງຮັບ ສະເພາະການລະບາຍນໍ້າໜ້າທາງ, ທາງນໍ້າໄຫລ, ຂຸມພັກນໍ້າ ມີການອຸດ ຕັນຈາກຕະກອນ, ຂີ້ເຫຍື້ອ, ການ ອະນາໄມລວງຮ່ອງນ້ຳ ບໍ່ໄດ້ເຮັດ ເປັນປົກກະຕິ ຍ້ອນຂາດຫລາຍປັດ ໄຈ ເຊັ່ນ: ງົບປະມານທີ່ມີຈໍາກັດ, ຍັງຂາດເຄື່ອງມືໃນການດູດຂີ້ດິນ ຕາມເສັ້ນທາງ, ການຄຸ້ມຄອງການ ຂົນດິນ ທີ່ຕົກເຮ່ຍໃສ່ເສັ້ນທາງຍັງ ເຮັດບໍ່ໄດ້ດີເທົ່າທີ່ຄວນ, ບາງເສັ້ນ ທາງຍັງເປັນທາງດິນແດງ ເວລາ ລົດຢຽບດິນຕົມອອກມາໃສ່ທາງ ໃຫຍ່ ແລະ ການມີສ່ວນຮ່ວມຂອງ ປະຊາຊົນ ແລະ ສັງຄົມ ທີ່ອາໄສ ຕາມແຄມທາງ ຍັງມີໜ້ອຍ ແລະ ບັນຫາອື່ນໆ; ຮ່ອງລະບາຍນໍ້າສາຍ ຫລັກ ໄດ້ຖືກກໍ່ສ້າງພຽງສ່ວນໜຶ່ງ ຂອງຕົວເມືອງ ມີ 21 ຮ່ອງ, ຄວາມ ຍາວ 41 ກິໂລແມັດ ເຊິ່ງໄດ້ກໍ່ສ້າງ ມາເປັນເວລາ20ກວ່າປີແລ້ວ, ບາງ ບ່ອນກໍເປ່ເພ, ມີຜັກຕົບ, ພືດນໍ້າ, ຂີ້ເຫຍື້ອອຸດຕັນກີດຂວາງການໄຫລ ຂອງນໍ້າ. ນອກນັ້ນ, ຍັງມີຫລາຍ ຮ່ອງ ທີ່ເປັນຮ່ອງນໍ້າທໍາມະຊາດ ຍັງບໍ່ໄດ້ມີການກໍ່ສ້າງໃຫ້ເປັນລະ ບົບ ຈໍານວນ 73 ຮ່ອງ, ຄວາມຍາວ 135 ກິໂລແມັດ ເຊິ່ງບາງບ່ອນໄດ້ມີ ປະຊາຊົນບຸກລຸກເອົາຮ່ອງ, ຖົມດິນ, ປຸກສ້າງກີດຂວາງໃນການໄຫລ ຂອງນໍ້າ; ການເພີ່ມຂຶ້ນຂອງປະຊາ ກອນ ແລະ ການພັດທະນາທີ່ຢູ່ອາ ໄສ ທີ່ບຽດຍຶດບຸກລຸກເອົາຮ່ອງລະ ບາຍນໍ້າ, ມີການສ້າງສິ່ງກີດຂວາງ ການລະບາຍນໍ້າ, ການປິດຮ່ອງລະ ບາຍນໍ້າ ລວມເຖິງການປ່ຽນແປງ ດິນຟ້າອາກາດ, ປະລິມານນໍ້າຝົນ ເພີ່ມສູງຂຶ້ນ, ຫລາຍເກີນການຄິດ ໄລ່ອອກແບບລະບົບຮ່ອງລະບາຍ ນໍ້າໃນເບື້ອງຕົ້ນ; ອ່າງພັກນໍ້າ ທີ່ ເປັນບຶງ, ໜອງທໍາມະຊາດ ໃນເມື່ອ ກ່ອນ ແລະ ດິນໜອງຂອງປະຊາຊົນ ໄດ້ຖືກພັດທະນາ ມີການຖົມເຮັດໃຫ້ ບໍ່ມີບ່ອນພັກນໍ້າ ຫລື ອ່າງໂຕ່ງພັກ ນໍ້າ, ເວລາຝົນຕົກແຮງແມ່ນລະບາຍ ລົງຮ່ອງນໍ້າແຄມທາງ, ຮ່ອງນໍ້າ ສາຍຫລັກ ເຊິ່ງບໍ່ສາມາດຮອງຮັບ ປະລິມານນໍ້າຫລາຍໄດ້ ເຮັດໃຫ້ນໍ້າ ໄຫລບໍ່ທັນ ຍູ້ຂຶ້ນຖ້ວມຂັງບາງພື້ນ ທີ່ທີ່ຕໍ່າ, ຮ່ອງຕື້ນເຂີນຂາດການ ບູລະນະຢ່າງເປັນລະບົບ. ສຳລັບ ແຜນການແກ້ໄຂໃນສະ ເພາະໜ້າ ຂະແໜງການກ່ຽວຂ້ອງ ຈະອະນາໄມລວງຮ່ອງລະບາຍ ນໍ້າ ແຄມທາງ ຈຸດທີ່ມີນໍ້າຖ້ວມຂັງ, ຈຸດ ຄວາມສ່ຽງ 71 ຈຸດ ໂດຍໄດ້ມອບ ໃຫ້ຫ້ອງການ ຍທຂ ເມືອງ ເປັນຜູ້ ຮັບຜິດຊອບຈັດຕັ້ງປະຕິບັດໂຄງ ການ 61 ຈຸດ ແລະ ພະແນກ ໂຍທາ ທິການແລະ ຂົນສົ່ງນະຄອນຫລວງ ວຽງຈັນ ປະຕິບັດ 10 ຈຸດ ເຊິ່ງໄດ້ ເລີ່ມລົງມື ໃນເດືອນກໍລະກົດ 2025 ໂດຍໄດ້ອະນາໄມລວງຮ່ອງລະ ບາຍນໍ້າແຄມທາງ, ຮ່ອງດິນ ແລະ ວາງທໍ່ບາງຈຸດ ເພື່ອລະບາຍນໍ້າໃຫ້ ໄຫລສະດວກ ຈາກຈຸດທີ່ມີນໍ້າຖ້ວມ ຂັງ ເຊັ່ນ: ບ້ານພະຂາວ ເມືອງໄຊ ທານີ, ບ້ານດອນປ່າໃໝ່ ເມືອງສີສັດ ຕະນາກ, ບ້ານສາລາຄໍາໃຕ້ ເມືອງ ຫາດຊາຍຟອງ, ບ້ານໜອງບອນ, ບ້ານວຽງຈະເລີນ ເມືອງໄຊເສດ ຖາ, ໄຟແດງດົງໂດກ-ຖະໜົນ 450 ປີ, ໄຟແດງທາດຫລວງ ແລະ ຕາມ ຖະໜົນສາຍສໍາຄັນ ທີ່ມີນໍ້າຖ້ວມຂັງ ບາງເຂດ-ບາງບ້ານ ຈໍານວນໜຶ່ງ; ອະນາໄມຜັກຕົບ, ພືດນໍ້າ ຂີ້ເຫຍື້ອ ອອກຈາກຮ່ອງລະບາຍນໍ້າສາຍ ຫລັກ ແລະ ເຂດຄອງນໍ້າວຽງຈັນ ເພື່ອບໍ່ໃຫ້ມີສິ່ງກີດຂວາງການໄຫລ ຂອງນໍ້າ ຢ່າງເປັນລະບົບ; ຄຸ້ມຄອງ ການຖົມດິນ, ປຸກສ້າງໃຫ້ເຂົ້າສູ່ ລະບຽບການຢ່າງເຂັ້ມງວດ ໂດຍ ມີການແຕ່ງຕັ້ງຄະນະສະເພາະກິດ ຮ່ວມເຮັດວຽກກັບພາກສ່ວນທີ່ ກ່ຽວຂ້ອງທຸກຂັ້ນ ແລະ ສ້າງໃຫ້ຜູ້ ປະກອບການຖົມດິນເຂົ້າໃຈບັນຫາ ລວມໄປເຖິງລະບຽບການ, ມາດ ຕະການຕໍ່ຜູ້ລະເມີດ ແລະ ມີການ ຄໍ້າປະກັນເປັນເງິນ ກ່ອນການອອກ ອະນຸຍາດ ເພື່ອໃຫ້ມີແຫລ່ງທຶນໃນ ການຮື້ມ້າງ, ລ້າງທາງ, ອະນາໄມ ລວງຮ່ອງລະບາຍນໍ້າ ແລະ ອື່ນໆ. ສ່ວນແຜນການໄລຍະຍາວ ຈະ ສ້າງລະບົບແຜນທີ່ການລະບາຍ ນໍ້າ ໃນຕົວເມືອງໃຫ້ລະອຽດຊັດ ເຈນ ພ້ອມທັງລົງສຳຫລວດບັນຫາ ການປຸກລຸກປຸກສ້າງ, ຖົມດິນ ກວມ ຮ່ອງລະບາຍນໍ້າ ກວມເອົາເຂດສະ ຫງວນຮ່ອງລະບາຍນໍ້າ ເພື່ອແຍກ ໃຫ້ເຫັນວ່າບັນຫາລະອຽດ ແລະ ຈະແຈ້ງ ພາກລັດ ແລະ ພາກເອ ກະ ຊົນ ເຮັດຜິດລະບຽບຈັກກໍລະນີ, ປະ ຊາຊົນບຸກລຸກຈັກກໍລະນີ ເພື່ອຂຶ້ນ ແຜນງົບປະມານມາດໍາເນີນການ ກໍ່ສ້າງຮ່ອງລະບາຍນໍ້າ ໃນແຕ່ລະ ໄລຍະໃຫ້ເປັນລະບົບຄົບຊຸດ; ສົມທົບ ກັບບັນດາກະຊວງ ໂດຍສະເພາະ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຊ່ຽວຊານໂຄງ ການມາຊ່ວຍ ຝຶກອົບຮົມທາງດ້ານວິຊາການ ມາ ຄິດໄລ່, ວິເຄາະຄືນ ການລະບາຍ ນໍ້າໃນຕົວເມືອງໃຫ້ລະ ອຽດ ແລະ ເປັນວິທະຍາສາດ ມີການຄິດໄລ່ ຄືນລະບົບຮ່ອງລະບາຍນໍ້າທີ່ມີຢູ່ໃນ ປັດຈຸບັນ ແລະ ສະເໜີ ຂໍງົບປະມານ ຈາກ ອົງການຈັດຕັ້ງສາກົນຕ່າງໆ ແລະງົບປະມານລົງທຶນຂອງລັດມາ ປັບປຸງກໍ່ສ້າງຂະຫຍາຍທໍ່, ຮ່ອງນໍ້າ ທີ່ມີຢູ່ແລ້ວໃຫ້ໃຫຍ່ຂຶ້ນ ເພື່ອແກ້ໄຂ ບັນຫານໍ້າຖ້ວມຂັງຢູ່ນະຄອນຫລວງ ວຽງຈັນ ເພາະບັນຫາດັ່ງກ່າວ ແມ່ນ ມີຄວາມຮຸນແຮງຂຶ້ນເລື້ອຍໆໃນ ແຕ່ລະປີ. ຂ່າວ: ທະນູທອງ ຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະຊັບສິນຂອງປະຊາຊົນມີຄວາມ ເສຍຫາຍ, ເຮັດໃຫ້ການສັນຈອນ ເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ ການຈັດຕັ້ງລັດ ແລະ ອື່ນໆ ເຊິ່ງສາ ເຫດທີ່ພາໃຫ້ເກີດນ້ຳຖ້ວມຂັງ ແມ່ນ ມາຈາກຫລາຍປັດໄຈ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກໍາລັງຊອກ ຫາວິທີການແກ້ໄຂ ໃນສະເພາະໜ້າ ແລະ ຍາວນານ. ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວ ໜ້າພະແນກໂຍທາທິການ ແລະ ຂົນສົ່ງນວໄດ້ລາຍງານໃນກອງປະ ຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ ຊຸດທີ II ໃນວັນທີ 8 ກໍລະ ກົດ 2025 ກ່ຽວກັບວິທີການແກ້ ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວ ເມືອງ ນະຄອນຫລວງວຽງຈັນ ເຊິ່ງໃນໄລຍະຜ່ານມາ ຄະນະພັກຄະນະນຳ ແລະ ອົງການປົກຄອງ ນະຄອນຫລວງວຽງຈັນ ເຫັນໄດ້ ຄວາມສໍາຄັນ ແລະ ໃຫ້ການຊີ້ນໍາ ຢ່າງໃກ້ຊິດຕິດແທດ ເພື່ອແກ້ໄຂບັນ ຫານໍ້າຖ້ວມຂັງ ໃນຕົວເມືອງ ເຊິ່ງ ສາເຫດ ທີ່ພາໃຫ້ເກີດນໍ້າຖ້ວມຂັງ ໃນຕົວເມືອງ ນະຄອນຫລວງວຽງ ຈັນ ໃນລະດູຝົນ ແມ່ນເກີດຈາກ

RkJQdWJsaXNoZXIy MTc3MTYxMQ==