7069

11/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ xtmko l5 rko5 ;q ' z6h oemuj fu gfaj o0v'x;'-q o]k;[a ofkgzjq k *ສອງບົດຜ່ານມາແມ່ນໄດ້ນຳ ເອົາຊີວິດ ແລະ ການເຄື່ອນໄຫວປະ ຕິວັດ, ສືບຕໍ່ຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນ ດຳລົງຊີວິດຂອງປະທານ ສຸພານຸວົງ ມາສະເໜີໂດຍຫຍໍ້, ເນື່ອງໃນໂອ ກາດວັນເກີດປະທານ ສຸພານຸວົງ ເຊິ່ງ ພໍດີໝູນວຽນມາຄົບຮອບ 116 ປີ (13 ກໍລະກົດ 1909-13 ກໍລະກົດ 2025). ດັ່ງທີ່ຮູ້ນຳກັນແລ້ວວ່າ ປະທານ ສຸພານຸວົງ ແມ່ນຜູ້ນຳທີ່ມີຄວາມ ຈົງຮັກພັກດີຕໍ່ອຸດົມການປະຕິວັດ ຢ່າງສຸດກົກສຸດປາຍ, ຕໍ່ສູ້ຢ່າງກ້າ ແກ່ນພິລະອາດຫານ, ຍາມໃດກໍ່ໄດ້ ຍົກສູງສະຕິ, ລະບຽບວິໄນຕໍ່ການ ຈັດຕັ້ງ, ມີຄວາມນັບຖືຕໍ່ໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງ ຈິງໃຈ, ດຳລົງຊີວິດຢ່າງຊື່ສັດສຸດ ຈະລິດ ແລະ ງ່າຍດາຍ, ທ່ານເປັນ ປັນຍາຊົນຜູ້ຍິ່ງໃຫຍ່ມີນໍ້າໃຈຮັກ ຊາດອັນດູດດື່ມ, ມີທັດສະນະຫລັກ ໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍ ສະຫລະອັນສູງສົ່ງ ເພື່ອຊາດເພື່ອ ປະຊາຊົນ, ຕະຫລອດຊີວິດຂອງ ທ່ານບໍ່ວ່າຈະຢູ່ໃນຕຳແໜ່ງໃດ, ຄວາມຮັບຜິດຊອບອັນໃດເພິ່ນກໍ່ໄດ້ ອຸທິດໝົດຈິດໝົດໃຈ, ໝົດຄວາມ ສາມາດ ແລະ ຫົວຄິດປະດິດສ້າງ ຂອງຕົນໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເພື່ອເອກະລາດ, ອະທິ ປະໄຕຂອງຊາດ ແລະ ຄວາມສົມບູນ ພູນສຸກຂອງປະຊາຊົນ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດ ທີ່ແທ້ຈິງກາຍເປັນນັກປະຕິວັດທີ່ ກ້າແກ່ນ, ເປັນໜຶ່ງໃນຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກຂອງປະຊາ ຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ໄດ້ສ້າງ ຜົນງານຫລາຍຢ່າງອັນເປັນທີ່ ຍອມຮັບໃນຖານະວິສະວະກອນທີ່ ມີຄວາມຮູ້, ຄວາມສາມາດ ແລະ ເຮັດທໍາຈິງ. ສິ່ງສຳຄັນທີ່ສຸດແມ່ນ ເພິ່ນໄດ້ສຳຜັດຮູ້, ເຫັນພຶດຕິກໍາ ຕົວຈິງ ແລະ ການກະທຳຂອງ ພວກຈັກກະພັດຕ່າງດ້າວທີ່ມີຕໍ່ຄົນ ຂອງຊາດຫົວເມືອງຂຶ້ນ ເຊິ່ງໄດ້ ສົ່ງຜົນກະທົບໂດຍກົງຕໍ່ສະພາບ ແນວຄິດຈິດໃຈຂອງເພິ່ນ ແລະ ຈໍາເປັນຕ້ອງເລືອກເອົາເສັ້ນທາງ ເດີນແຫ່ງຊີວິດຄືການກ້າວສູ່ເສັ້ນ ທາງແຫ່ງການຕໍ່ສູ້ ເພື່ອກອບກູ້ ເອົາຄວາມເປັນເອກະລາດມາໃຫ້ ປະເທດ, ນໍາເອົາອິດສະລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ ລາວບັນດາເຜົ່າ. ໃນຂະບວນການ ຕໍ່ສູ້ເພື່ອກອບກູ້ເອກະລາດມາໃຫ້ ແກ່ປະເທດຊາດ ແລະ ປະຊາຊົນ ນັບຕັ້ງແຕ່ປີ 1945 ຈົນ ຮອດມື້ປົດ ປ່ອຍປະເທດຊາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ພາຍໃຕ້ການນໍາພາຂອງ ພັກ, ປະທານ ສຸພານຸວົງ ພ້ອມກັບ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ແລະ ປວງຊົນລາວບັນດາເຜົ່າຕໍ່ສູ້ ຢ່າງບໍ່ຮູ້ອິດເມື່ອຍ ແລະ ເຕັມໄປ ດ້ວຍຄວາມເສຍສະລະອັນສູງສົ່ງ ທີ່ສຸດຜ່ານໄລຍະປະຫວັດສາດອັນ ລະອິດລະອ້ຽວທີ່ສຸດ, ເປັນການຕໍ່ສູ້ ເອົາເປັນເອົາຕາຍລະຫວ່າງກຳລັງ ຮັກຊາດຂອງພວກເຮົາກັບພວກລ່າ ເມືອງຂຶ້ນ ແລະ ລູກແຫລ້ງຕີນມື ຂອງພວກເຂົາ. ວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ເປັນເອກະສັນກັນ ແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານປະເທດ ຄົນທຳອິດ ຂອງ ສປປ ລາວ ແລະ ເປັນປະ ທານສະພາປະຊາຊົນສູງສຸດ. ນັບ ແຕ່ປີ 1975- 1995, ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນຜ່ານ ຜ່າອຸປະສັກຕ່າງໆໃນໄລຍະຂ້າມ ຜ່ານ, ນຳພາປະຊາຊົນດຳເນີນພາ ລະກິດປ່ຽນແປງໃໝ່ ແລະ ນຳພາ ປະຊາຊົນສ້າງສາພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະ ກ້າວ. ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນ ຍາ ແລະ ເຫື່ອແຮງຂອງຕົນເພື່ອ ຊີ້ນຳ-ນຳພາຂະບວນການປະຕິວັດ ລາວຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ຊື່ສຽງ ຮຽງນາມຂອງສະຫາຍໄດ້ພົ້ນເດັ່ນ ຂຶ້ນໃນຖານະທີ່ເປັນນັກຮົບຮັກຊາດ ຮຸ້ນທຳອິດທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫລອດ ມາໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ, ຄວາມເສຍສະຫລະໃດໆກະທັງ ເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມ ຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອ ອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອ ຄວາມເປັນເອກະລາດ ແລະ ຄວາມ ວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫລະພາບແລະ ຄວາມຢູ່ດີ ກິນດີຂອງປະຊາຊົນ”. ປະທານ ສຸພານຸວົງ ຜູ້ນໍາທີ່ດີ ເດັ່ນ ແລະ ເຄົາລົບຮັກຂອງປະ ຊາຊົນລາວບັນດາເຜົ່າຍືນຍົງໃນ ດວງໃຈຂອງພວກເຮົາຕະຫລອດ ກາລະນານ! ໂດຍ: ຢ່າຕົ່ງ່ົ່ Ij ;,da oxq dxa dIa dlkla foE c]t la fxj k *ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າປະເທດລາວເຮົາມີຄວາມອຸດົມ ສົມບູນໄປດ້ວຍຊັບພະຍາກອນທຳ ມະຊາດທີ່ເປັນແຫລ່ງທຳມາຫາ ກິນອັນອຸດົມສົມບູນຂອງປະຊາຊົນ ລາວຢູ່ແຕ່ລະທ້ອງຖິ່ນ. ເພື່ອເຮັດ ໃຫ້ຄວາມອຸດົມສົມບູນດັ່ງກ່າວ ມີ ຄວາມຍືນຍົງຕະຫລອດໄປພວກ ເຮົາທຸກຊັ້ນຄົນຕ້ອງເປັນເຈົ້າການ ຮ່ວມກັນປົກປັກຮັກສາສັດນ້ຳ ແລະ ສັດປ່່າ ກໍຄື ປ່າໄມ້ ບວກໃສ່ຮ່ວມກັນ ປະກອບສ່ວນປ່ອຍປາລົງສູ່ແຫລ່ງ ນ້ຳສາຍຕ່າງໆໃຫ້ບັນລຸຕາມລະດັບ ຄາດໝາຍທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງອອກໃນປີນີ້ຫລາຍກວ່າ 65 ລ້ານໂຕໃນທົ່ວປະເທດ. ໃນວັນທີ 13 ກໍລະກົດ ຂອງ ທຸກໆປີ ເຊິ່ງເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ໂດຍລັດຖະບານ ກໍ່ຄື ພາກສ່ວນ ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ຈຶ່ງໄດ້ຈັດພິທີປ່ອຍປາລົງສູ່ແຫລ່ງ ນ້ຳທຳມະຊາດ, ບຶງ, ໜອງ ແລະ ປ່ອຍສັດປ່າກັບຄືນສູ່ທຳມະຊາດ ຢ່າງເປັນຂະບວນຟົດຟື້ນ; ທັງນີ້ກໍ່ ເພື່ອເຮັດໃຫ້ແຫລ່ງນ້ຳ ແລະ ປ່າໄມ້ ມີຄວາມອຸດົມສົມບູນຂຶ້ນ. ແນວໃດ ກໍ່ດີ ເພື່ອເຮັດໃຫ້ສິ່ງແວດລ້ອມທາງ ນ້ຳ ແລະ ທາງບົກຈະມີຄວາມຍືນ ຍົງຕະຫລອດໄປກໍ່ຕໍ່ເມື່ອພວກເຮົາ ຕ້ອງໄດ້ເອົາໃຈໃສ່ ແລະ ປະກອບ ສ່ວນໃນການປົກປັກຮັກສາ ໂດຍ ສະເພາະແມ່ນໄລຍະທີ່ສັດນ້ຳ-ສັດ ປ່າມີການແຜ່ພັນໃຫ້ມີການຂະ ຫຍາຍໂຕຫລາຍຂຶ້ນເລື້ອຍໆ. ສຳ ລັບປີນີ້ ກະຊວງກະສິກຳ ແລະ ປ່າໄມ້ ກໍ່ວາງຄາດໝາຍຊຸກຍູ້ແຕ່ລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ປ່ອຍປາໃຫ້ໄດ້ຫລາຍກວ່າ 65 ລ້ານ ໂຕ ລົງໃສ່ແຫລ່ງນ້ຳທຳມະຊາດ ເຊັ່ນ: ນ້ຳຂອງ ແລະ ແມ່ນ້ຳສາຂາ ຕ່າງໆ, ອ່າງເກັບນ້ຳເຂື່ອນໄຟຟ້າ ແລະ ອື່ນໆ. ການປົກປັກຮັກສາຊັບພະຍາ ກອນທໍາມະຊາດ, ເວົ້າສະເພາະ ສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງ ຂຶ້ນນອກຈາກຕ້ອງມີການປະເມີນ ຄືນຢ່າງຕໍ່ເນື່ອງກ່ຽວກັບໝາກຜົນ ຂອງການປ່ອຍສັດນໍ້າ-ສັດປ່າ ສູ່ ແຫລ່ງທໍາມະຊາດຢ່າງເປັນໄລຍະໆ ແລ້ວນັ້ນ, ບັນຫາການລ່າ, ການ ຫາກໍ່ຍັງມີຄວາມເປັນຫ່ວງບໍ່ໜ້ອຍ ເນື່ອງຈາກວ່າສັງຄົມເຮົາ ແລະ ປະເທດອ້ອມຂ້າງມີຄົນຈໍານວນ ບໍ່ໜ້ອຍຍັງຕ້ອງອາໄສແຫລ່ງອາ ຫານຈາກທໍາມະຊາດພວກສັດນໍ້າສັດປ່າທັງຫລາຍ, ບໍ່ສະເພາະແຕ່ ຫາມາເພື່ອເປັນອາຫານພາຍໃນ ຄອບຄົວ, ດຽວນີ້ຫາມາຂາຍ ເຊິ່ງ ບາງອັນກໍ່ມີຄວາມຕ້ອງການທັງ ຢູ່ພາຍໃນ ແລະ ຕ່າງປະເທດ. ມີ ຫລາຍຄໍາເຫັນວ່າຖ້າຫາ, ລ່າ ໂດຍ ຖືກຕ້ອງຕາມລະບຽບກົດໝາຍກໍ່ ຈະບໍ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສັດປ່າສູນພັນ, ສະນັ້ນ ການມີ ສະຕິຕໍ່ລະບຽບກົດໝາຍແມ່ນສໍາ ຄັນຄືກັບບັນຫາຕ່າງໆ. ການຫາ, ລ່າ ມາເພື່ອເປັນສິນຄ້າ ກໍ່ຍ້ອນມີ ຄວາມຕ້ອງການ, ເມື່ອເປັນແນວ ນັ້ນ ຖ້າຄົນຈໍານວນຫລາຍປະກອບ ສ່ວນຢ່າງແຂງແຮງໃນວຽກງານ ປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ບັນຫາຄວາມສ່ຽງສູນພັນ ກໍ່ຈະໜ້ອຍທີ່ສຸດ ເພື່ອຄວາມອຸດົມ ສົມບູນຂອງທໍາມະຊາດ, ຄວາມ ຫລາກຫລາຍດ້ານຊີວະນາໆພັນກໍ່ ຄືສັດນໍ້າ-ສັດປ່າ. ໄລຍະຜ່ານມາ, ລັດຖະບານໄດ້ ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສັດ ນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍ ອອກເປັນກົດໝາຍວ່າດ້ວຍການ ອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະ ດຽວກັນ, ກໍ່ໄດ້ມີການສົ່ງເສີມໃຫ້ ມີການລ້ຽງ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ເພື່ອເພີ່ມ ຈຳນວນສັດດັ່ງກ່າວ ໃຫ້ຫລາຍ ຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ, ສົ່ງເສີມ ການໃຫ້ຫລຸດຜ່ອນການພັດທະນາ ເສດຖະກິດ ແລະ ການທຳມາຫາກິນ ທີ່ນຳໃຊ້ຊັບພະຍາກອນທຳມະຊາດ ແບບບໍ່ຍືນຍົງ, ຟຸມເຟືອຍ ແລະ ກໍ່ໃຫ້ ເກີດຜົນກະທົບທາງກົງ ແລະ ທາງ ອ້ອມ, ພ້ອມທັງໄດ້ວາງຄາດໝາຍ ສູ້ຊົນໃນການຄຸ້ມຄອງ ແລະ ປົກປັກ ຮັກສາຊັບພະຍາກອນທຳມະຊາດ ໃຫ້ສາມາດຍົກລະດັບອັດຕາຄວາມ ປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70% ທີ່ລັດຖະບານໄດ້ກຳນົດໄວ້. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==