10/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລີດາີດ xts;a f7;k,gxa o,k0v'-q ogzq j kdt8k' *ຊົນເຜົ່າກະຕາງ ແມ່ນຊົນເຜົ່າ ໜຶ່ງທີ່ນອນໃນວົງຄະນາຍາດແຫ່ງ ຊາດລາວ. ກ່ອນພຸດທະສັງກະ ລາດສະໄໜເຈົ້າຈັນອາຫລວຍ, ຊົນເຜົ່າ ກະຕາງ ພ້ອມກັບບັນດາ ຊົນເຜົ່າໃນໝວດພາສາມອນ-ຂະ ແມ, ສາຂາມອນບູຮານ ແມ່ນ ໄດ້ຕັ້ງຫລັກປັກຖານຢູ່ພາກເໜືອ ແລະ ໄດ້ເຄື່ອນຍ້າຍເຂົ້າມາຕັ້ງພູມ ລຳເນົາຢູ່ເຂດເມືອງນອງ, ເມືອງ ເຊໂປນ ໂດຍຜ່ານແຄວ້ນ ຫົງສາ ວະດີ ແຫ່ງອານາຈັກມອນປະເທດ ມຽນມາ ແລະ ແຄວ້ນລົບບູລີ ແຫ່ງ ອານາຈັກສະຫຍາມ. ຈາກນັ້ນ, ຈຶ່ງ ມີກຸ່ມຄົນ ຈໍານວນໜຶ່ງເຄື່ອນຍ້າຍ ມາຕັ້ງເຮືອນຊານຢູ່ບ້ານຕັ່ງຫວາຍ ແລະ ກໍເຄື່ອນຍ້າຍລົງໄປທົ່ວທຸກ ເມືອງຂອງແຂວງສະຫວັນນະເຂດ ໃນປັດຈຸບັນ. ພ້ອມກັນນັ້ນ, ໄດ້ມີ ກຸ່ມຄົນຈໍານວນບໍ່ໜ້ອຍເຄື່ອນຍ້າຍ ລົງມາຢູ່ເຂດເມືອງຕຸ້ມລານ, ເມືອງ ສາລະວັນ ແຂວງສາລະວັນ ແລະ ຂະຫຍາຍລົງໄປຢູ່ບາງເມືອງຂອງ ແຂວງຈໍາປາສັກ ຈົນຮອດປັດຈຸບັນ. ໃນສະໄໝນັ້ນພັດມີກຸ່ມຄົນຊົນເຜົ່າ ກະຕາງ ຈໍານວນ ໜຶ່ງໄດ້ພົບພະ (ຄັດຈາກປຶ້ມບັນດາຊົນເຜົ່າັຶ້ັົົ່ ໃນ ສປປ ລາວ) ໂດຍ: ແສງສະຫວັນັ ພຸດທະຮູບຢູ່ໃນຖຳ້ແຫ່ງໜຶ່ງແລ້ວກໍ ເອົາໄປໄວ້ໃນເຮືອນແຕ່ມີຄົນຊົນເຜົ່າ ລາວ ພົບເຫັນກໍເລີຍຂໍເອົາວ່າຈະເອົາ ໄປໄວ້ຢູ່ແຄວ້ນຈຳປາສັກ. ໃນຄະນະ ຂ້າມນ້ໍາຂອງຍ່ານເມືອງເກົ່າ, ເມືອງ ໂພນທອງ, ພະພຸດທະຮູບອົງນັ້ນຕົກ ນ້ຳ, ຜູ້ປົກຄອງແຄວ້ນຈໍາປາສັກ ໄດ້ ປຸກລະດົມກໍາລັງຄົນບໍ່ຈັກວ່າເທົ່າໃດ ໝຸດນໍ້າຂອງເພື່ອລົງເອົາພະອົງນັ້ນ ຄືນມາໃຫ້ໄດ້ເຮັດໃຫ້ຜູ້ຄົນລົ້ມຕາຍ ຢ່າງຫລວງຫລາຍ, ແຕ່ກໍບໍ່ສາມາດ ເອົາພະອົງນັ້ນໄດ້. ດັ່ງນັ້ນ, ຜູ້ປົກຄອງແຄວ້ນຈໍາ ປາສັກ ສະໄໝນັ້ນໄດ້ແຕ່ງເສນາອາ ມາດຂອງພະອົງໄປນຳເອົາຊົນເຜົ່າ ກະຕາງ ຢູ່ເຂດບ້ານທາດອິງຮັງ ເມືອງຄັນທະບູລີ ແຂວງສະຫວັນ ນະເຂດ (ປັດຈຸບັນ) ມາເອົາພະ ພຸດທະຮູບອົງນັ້ນ. ເຂົາເຈົ້າໝຸດນ້ຳ ຂອງບໍ່ພໍເທົ່າໃດກໍ່ສາມາດນຳເອົາ ພະພຸດທະຮູບນັ້ນຂຶ້ນມາໄດ້ ແລ້ວກໍ ເອົາໄປໄວ້ວັດຫໍພະແກ້ວ ທີ່ເມືອງ ເກົ່າຂຶ້ນກັບເມືອງໂພນທອງ ແຂວງ ຈຳປາສັກ. ນັບແຕ່ນັ້ນມາ ເຈົ້າ ລາຊະການແຄວ້ນຈຳປາສັກ ໄດ້ ມອບໝາຍໃຫ້ເຂົາເຈົ້າເປັນຜູ້ປົກປັກ ຮັກສາພະພຸດທະຮູບອົງນັ້ນ ແລ້ວ ກໍກາຍເປັນຊື່ວ່າ: ຊົນເຜົ່າພະແກ້ວ. ຕົກມາໃນສະໄໝສັກດີນາສະຫຍາມ ເຂົ້າມາຮຸກຮານປະເທດລາວເຮົາ. ພວກເຂົາໄດ້ເອົາພະພຸດທະຮູບອົງ ນັ້ນເມືອເມືອງສະຫຍາມ ຊຶ່ງໄດ້ແຫ່ ແຕ່ເມືອງເກົ່າເມືອ, ໃນຄະນະນັ້ນ ພັດມີ 6-7 ຄອບຄົວບໍ່ຍອມໄປ, ກໍ ໂຕນໜີເຂົ້າໄປລີ້ຊ່ອນຢູ່ຕາມປ່າຕຶບ ດົງໜາ, ຍອດຫ້ວຍພູເຂົາ, ຜ່ານ ຂະບວນວິວັດແຫ່ງການດໍາລົງຄົງ ຕົວເຂົາເຈົ້າລົງເຄື່ອນຍ້າຍຢູ່ທົ່ງ ພຽງ ແລະ ກໍຂະຫຍາຍລວມມີ 8 ບ້ານ ຈົນຮອດປັດຈຸບັນ. ຊົນເຜົ່ານີ້ ເອີ້ນຕົນເອງວ່າ: “ບູຣກະຕາງ”, ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ “ກະ ຕາງ” ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ ໃຊ້ທາງການໃນປັດຈຸບັນແມ່ນຊົນ ຜົ່າ “ກະຕາງ”. ສໍາລັບຄວາມໝາຍ ຂອງຊື່ເອີ້ນທີ່ວ່າ: ກະຕາງ ແມ່ນມາ ຈາກຄໍາທີ່ວ່າ: “ກະເຕີງ” ໝາຍ ເຖິງ: ຂີ້ສູດ, ປະກອບມີ 2 ແຊງ ຊົນເຜົ່າ ຄື: ກະຕາງ ແລະ ພະແກ້ວ. ຊົນເຜົ່າກະຕາງ ສ່ວນຫລວງ ຫລາຍແມ່ນປະກອບອາຊີບເຮັດໄຮ່, ເຮັດນາປູກເຂົ້າໜຽວ, ນອກຈາກ ນີ້, ຍັງປູກພືດທີ່ມີທາດແປງ ແລະ ຜັກຕ່າງໆເພື່ອຮັບໃຊ້ຄອບຄົວ ແລະ ລ້ຽງສັດປະເພດຕ່າງໆຄື: ງົວ, ຄວາຍ, ໝູ ແລະ ສັດປີກ ເພື່ອໄວ້ໃນ ງານໃຊ້ພິທີກໍາຕ່າງໆ. ຄຽງຄູ່ກັບ ການກະເສດເຂົາເຈົ້າຍັງຊໍານານໃນ ວິຊາຫັດຖະກໍາຈັກສານ ແລະ ການ ຊອກຫາເຄື່ອງປ່າຂອງດົງ, ລ່າເນື້ອ ສັດປ່າມາປຸງແຕ່ງເປັນອາຫານເພື່ອ ບໍລິໂພກໃນແຕ່ລະວັນ. ນອກນັ້ນ, ຊົນເຜົ່າກະຕາງ ຍັງ ມີຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເປັນເອກະລັກສະເພາະ ຂອງເຂົາເຈົ້າ, ລັກສະນະເຮືອນຂອງ ຊົນເຜົ່າກະຕາງ ຈະມັກປຸກເຮືອນ ແລະ ຢູ່ເຮືອນຮ້ານ, ມີລັກສະນະ ກະທັດຮັດເບົາບາງ ໂດຍອາໄສ ອຸປະກອນຫາໄດ້ຕາມທໍາມະຊາດ, ປັດຈຸບັນເຂົາເຈົ້າກໍມີການປ່ຽນແປງ ຫັນມາປຸກເຮືອນ ແລະ ຢູ່ເຮືອນທີ່ ມີລັກສະນະຄືເຮືອນຂອງຊົນເຜົ່າ ຜູ້ໄທ. ສ່ວນຄວາມເຊື່ອເຂົາເຈົ້າມີ ຄວາມເຊື່ອຖືຜີ, ຄຽງຄູ່ກັບການ ເຊື່ອຖືຜີນັ້ນ ຊົນເຜົ່າກະຕາງ ມີ ຄວາມນິຍົມຮຽນວິຊາອາຄົມ, ຮຽນ ເວດມົນ, ກົນກະຖາ, ຮຽນເປັນໝໍ ດູ, ໝໍເຍົາ, ໝໍຜີ. ສຳລັບບຸນປະເພນີ ທີ່ສຳຄັນຂອງຊົນເຜ່ົາກະຕາງ ໃນ ຮອບປີໜຶ່ງໆເຂົາເຈົ້າເຮັດບຸນປີໃໝ່, ນອກນັ້ນ ຍັງມີພິທີກຳລ້ຽງຜີຫລາຍ ຄັ້ງເປັນຕົ້ນ “ລາປຶບ” ໂດຍຈະ ມີການຂ້າຄວາຍເພື່ອຖວາຍຜີ ດັ່ງກ່າວ. ຊົນເຜົ່າກະຕາງ ໃນສະໄໝບູ ຮານຜູ້ຊາຍແມ່ນນຸ່ງກະຕ່ຽວ ຈົ່ງ ຜົມຍາວ, ເກົ້າຜົມ, ບ່ອງຫູ, ໃສ່ ຕ້າງຄືກັບແມ່ຍິງທີ່ເຮັດດ້ວຍເງິນ ແລະ ກົ່ວ, ສັກຂາລາຍ ທີ່ສະແດງ ເຖິງຄວາມເກັ່ງກ້າ, ຄວາມຄົງມີລິດ ເດດ ຕັດແຂ້ວ ແລະ ເອົາໜັງຄວາຍ ເຮັດເກີບ. ສຳລັບແມ່ຍິງແມ່ນນຸ່ງ ສິ້ນ, ຫົ່ມເສື້ອ, ເກົ້າຜົມ, ບ່ອງຫູໃສ່ ຕ້າງທີ່ເຮັດດ້ວຍເງິນ ແລະ ກົ່ວ, ໃສ່ ປອກແຂນ, ໝາກປັດໃສ່ຄໍ, ຍ້ອມ ແຂ້ວດ້ວຍການອົມສີໄມ້ເມືອດ, ຍ່າງຕີນເປົ່າ ຫລື ບາງຄັ້ງກໍຕັດໜັງ ຄວາຍເຮັດເກີບ. ພາຍຫລັງຮູ້ຕ່ຳ ຜ້າ, ຕ່ຳຫູກ ພວກຜູ້ຊາຍຈ່ຶ່ງຄ່ອຍ ນິຍົມນຸ່ງໂສ້ຂາສັ້ນແບບຊົນເຜົ່າຜູ້ ໄທ ແລະ ເຄື່ອງນຸ່ງຂອງເຂົາເຈົ້າບໍ່ ວ່າຜູ້ຍິງ ຫລື ຜູ້ຊາຍ ແມ່ນນຸ່ງເຄື່່ອງ ສີດຳຍ້ອມດ້ວຍນ້ຳນິນ. ສ່ວນເຄື່ອງ ດົນຕີພື້ນເມືອງປະຈຳຊົນເຜົ່າແມ່ນ ກອງ, ມີບົດຮ້ອງທຳນອງເສບ, ກອນຂັບລຳພື້ນສືບບູຮານ, ກອນ ພະຫຍາ, ຄຳສຸພາສິດ ແລະ ນິທານ ພື້ນເມືອງເຫລົ່ານີ້ເປັນຕົ້ນ. ຊົນເຜົ່າ ກະຕາງ ຈັດເຂົ້າໃນໝວດພາສາ ມອນ-ຂະແມ, ສາຂາພາສາບຣູອິກ ຫລື ມອນບູຮານ, ເຂົາເຈົ້າມີຕົວ ໜັງສືຂຽນ, ພາສາປາກເວົ້າຂອງ ຊົນເຜົ່າກະຕາງ ຄ້າຍຄືກັບພາສາ ປາກເວົ້າຂອງຊົນເຜົ່າຕີຣ, ມະກອງ, ຊ່ວຍ, ຕະໂອ້ຍ, ປະໂກະ. *ສວນປອດສານພິດ “ມາມົວ ຟາມ” ເປັນອີກສວນໜຶ່ງທີ່ກໍາລັງໄດ້ ຮັບຄວາມນິຍົມຈາກສັງຄົມ ເນື່ອງ ຈາກວ່າເພີ່ນໄດ້ເປີດສວນໃຫ້ກິນ ໝາກເງາະສົດໆໃໝ່ໆ ແບບບຸບເຟ້ ຢູ່ສວນເລີຍໃນລາຄາຜູ້ໃຫຍ່ພຽງ 110.000 ກີບ, ເດັກນ້ອຍພຽງ 80.000 ກີບເທົ່ານັ້ນ ບອກເລີຍວ່າ ລາຄານີ້ ສຸດຄຸ້ມເພາະບໍ່ໄດ້ກິນແຕ່ ໝາກເງາະ, ຍັງມີມາກສິດາໄຈແດງ, ຂາວ ແລະ ຕໍາໝາກຫຸ່ງ ໄວ້ບໍລິການ ລູກຄ້າອີກດ້ວຍ. ນາງ ແສງພະຈັນ ມົວຊົງດຣ່າ ລຸ້ນສືບທອດ ສວນປອດສານພິດ ິ “ມາມົວຟາມ”ົ ເວົ້າສູ່ຟັງວ່າ: ສໍາ ຈຸດເລີ່ມຕົ້ນຂອງສວນມາມົວຟາມ ແມ່ນຜູ້ເປັນພໍ່ເພີ່ນຮຽນຈົບມາຈາກ ປະເທດອົດສະຕຣາລີ ບວກກັບມີ ການສົ່ງເສີມຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອກແກ້ວ ນະຄອນຫລວງວຽງຈັນ, ພໍ່ຈຶ່ງຕັດ ສິນໃຈເລີ່ມປູກແຕ່ປີ 2000 ໃນ ເນື້ອທີ່ 15 ເຮັກຕາ ເຊິ່ງແບ່ງປູກພືດ ຫລາຍຊະນິດປະສົມປະສານກັນ, ໃນ ນັ້ນພືດຫລັກໆຈະມີໝາກຫຸ່ງ, ໝາກ ສິດາແດງ, ສິດາຂາວ, ໝາກມອນ, ໝາກຕ້ອງ, ໝາກມັງກອນ, ໝາກ l;oxvflkory f ,k,q ;2k, gxu f.sh dy o\kdg'ktc[[[5 [g2h “ ” ເງາະ ແລະ ອື່ນໆຫລາກຫລາຍກວ່າ 30 ຊະນິດ ຢູ່ໃນສວນຂອງພວກເຮົາ ເວົ້າລວມ, ເວົ້າສະເພາະໝາກເງາະ ແມ່ນມີ 2 ເຮັກຕາ ສາມາດປູກໝາກ ເງາະໄດ້ 400 ຕົ້ນ, ແຕ່ວ່າການປູກ ແມ່ນປູກເປັນລຸ້ນໄປມີທັງໝົດ 3 ລຸ້ນ ນັບແຕ່ລຸ້ນພໍ່ແມ່ປູກ ແລະ ຕໍ່ມາປູກ ອີກ 100 ປາຍຕົ້ນການປູກແມ່ນປູກ ສອງສາຍພັນ ຄື ສາຍພັນໂຮງຮຽນ ແລະ ສີທອງ. ສຳລັບສອງພັນນີ້ຈະ ແຕກຕ່າງກັນ, ພັນໂຮງຮຽນຈະ ເນື້ອກອບລົດຊາດຫອມຫວານ, ພັນ ສີທອງ ຈະມີລົດຊາດສົ້ມຫວານ ເປືອກໜາ ແຕ່ກໍແຊບທັງສອງສາຍ ພັນ, ສ່ວນແນວພັນແມ່ນນໍາມາຈາກ ປະເທດເພື່ອນບ້ານ (ໄທ). ໂດຍ ທົ່ວໄປແລ້ວການປູກແມ່ນໃຊ້ເວລາ 3 ປີກໍຈະອອກດອກ, ຖ້າເຫັນວ່າຕົ້ນຍັງ ນ້ອຍກໍ່ໃຫ້ປິດດອກອອກ ເພື່ອລ້ຽງ ລໍາຕົ້ນໃຫ້ແຂງແຮງກ່ອນປະມານ 4 ຫາ 5 ປີຈຶ່ງເກັບຜົນ. ສໍາລັບການປູກ ແມ່ນໄລຍະຫ່າງ 8X8 ແມັດ, ສວນ ຂອງພວກເຮົາແມ່ນປູກແບບປອດ ສານພິດ 100 ເປີເຊັນບໍ່ໄດ້ນຳໃຊ້ ສານເຄມີ, ໃສ່ແຕ່ຝຸ່ນຄອກ ເຊິ່ງການ ປູກແບບນີ້ ກໍມີຜົນເສຍຫລາຍຢ່າງ ໜຶ່ງຄືບໍ່ສາມາດຄວບຄຸມໄດ້ເລື່ອງ ຄວາມເສຍຫາຍຈາກແມງໄມ້,ເຊື້ອ ລາ ແລະ ເພ້ຍຕ່າງໆ ແມ່ນປ່ອຍຕາມ ທໍາມະຊາດ, ແຕ່ຖ້າປ້ອງກັນແມ່ນໃຊ້ ຢາພື້ນເມືອງພຽງຢ່າງດຽວຈົນກວ່າ ໝາກເງາະຈະໃຫ້ຜົນຜະລິດໄລຍະ ເດືອນ 6-7 ແຕ່ກໍ່ແລ້ວແຕ່ສະພາບ ດິນຟ້າອາກາດ, ຄືປີນີ້ໄດ້ເກັບໄວແຕ່ ຈະໄດ້ຜົນກະທົບຈາກພາຍຸຈົນບາງ ຕົ້ນກໍ່ບໍ່ເປັນໝາກເລີຍ, ສ່ວນຕົ້ນໃດ ເຂົ້າມາສໍາຜັດບັນຍາກາດທີ່ສົດຊື່ນ, ສວຍງາມ ແລະ ມາຊິມໝາກໄມ້ທີ່ ປອດສານພິດ ປິດເອົາເອງຈາກຕົ້ນ ສົດໆເໜືອນກັບສວນຕົນເອງເລີຍ ເຊິ່ງມັນເປັນອີກບັນຍາກາດໜຶ່ງທີ່ ຫາຍາກ. ສຳລັບການມາທ່ຽວສວນ ນອກຈາກຈະໄດ້ກິນບຸບເຟ້ໝາກໄມ້ ແລ້ວ, ທາງສວນຍັງມີອາຫານຂາຍ ເຊັນມີແກງໜໍ່ໄມ້, ປີ້ງປາ, ໄກ່ທໍາມະ ຊາດ, ມີເຂົ້າໄວ້ຄອຍບໍລິການລູກຄ້າ ອີກດ້ວຍ. ສວນ “ມາມົວຟາມ” ແມ່ນຕັ້ງ ຢູ່ບ້ານດົງບຸດດີ ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ສາມາດມາ ໄດ້ສອງທາງ ແລະ ເມື່ອມາແລ້ວບໍ່ ເປັນໝາກກໍສາມາດໃຫ້ຜົນຜະລິດ ໄດ້ປະມານ 400-500 ກິໂລ/ຕົ້ນ. ສຳລັບລາຄາຖ້າທຽບໃສ່ປີກາຍແມ່ນ ບໍ່ສູງ ແລະ ບໍ່ຕໍ່າຫລາຍ, ລາຄາຂາຍ ສົ່ງແມ່ນກິໂລລະ 30.000 ກີບ ຈະ ມີແມ່ຄ້າພໍ່ຄ້າມາຮັບເອົາຢູ່ກັບສວນ ສະເພາະເລີຍ ແລະ ກໍ່ໄດ້ໄປສົ່ງແມ່ ຄ້ານຳຈຳນວນໜຶ່ງ. ນອກນີ້, ຍັງ ນໍາໄປຂາຍຢູ່ຕະຫລາດປອດສານ ຢູ່ໄອເຕັກ ໃນວັນພຸດ ແລະ ວັນເສົາ. ນອກຈາກຂາຍໝາກແລ້ວສວນພວກ ເຮົາຍັງຂາຍເບ້ຍສາຍພັນໂຮງຮຽນ ອີກດ້ວຍ. ເວົ້າລວມແລ້ວລາຍຮັບ ຈາກການຂາຍຜົນລະປູກໃນປີກາຍ ນີ້ ສາມາດສ້າງລາຍຮັບໄດ້ 400500 ລ້ານກີບຕໍ່ປີ ແຕ່ນີ້ຍັງບໍ່ທັນຫັກ ຄ່າສິ້ນເປືອງຕ່າງໆທີ່ຕ້ອງເສຍເປັນ ຕົ້ນແມ່ນຄ່າຝຸ່ນ, ຄ່າໄຟ ແລະ ຄ່າ ແຮງງານຕ່າງໆ. ນາງ ແສງພະຈັນ ເວົ້າຕື່ມວ່າ: ປັດຈຸບັນທາງສວນປອດສານພິດ “ມາມົວຟາມ” ໄດ້ເປີດສວນໃຫ້ ເຂົ້າມາກິນແບບບຸບເຟ້ໃນລາຄາ ຜູ້ໃຫຍ່ 110.000 ກີບ, ເດັກນ້ອຍ ຜູ້ລະ 80.000 ກີບ ໃນລາຄານີ້ ບໍ່ ໄດ້ແຕ່ໝາກເງາະ ແຕ່ຍັງມີໝາກ ສີດາ ແລະ ຕໍາໝາກຫຸ່ງອີກດ້ວຍ, ທີ່ສຳຄັນແມ່ນບໍ່ໄດ້ກໍານົດໂມງ ຈົນກວ່າຈະປິດສວນແຕ່ຈະເປີດ ສະເພາະວັນເສົາ ແລະ ວັນອາທິດ. ສະນັ້ນ,ຈຶ່ງຢາກເຊີນຊວນລູກຄ້າໃຫ້ ຮູ້ທາງທ່ານສາມາດສອບຖາມໄດ້ທີ່ ເບີ 020 23965165 ຫລື ເບີ 020 55016901.
RkJQdWJsaXNoZXIy MTc3MTYxMQ==