10/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເລຂາທິການໃຫຍ່...ິ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫຍາຍຜົນສໍາເລັດກອງປະຊຸມຄົບ ຄະນະ ຄັ້ງທີ 10 ສະໄໝທີ XI ຂອງ ຄະນະບໍລິຫານງານສູນກາງພັກ ແລະ ຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ, ຂໍ້ກໍານົດເລກທີ 416/ ຄລສພ, ຄໍາສັ່ງ 411/ຄລສພ, ຄໍາ ແນະນໍາ ແລະ ນິຕິກໍາອື່ນໆກ່ຽວກັບ ການກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍ ສະເພາະແມ່ນໃຫ້ສືບຕໍ່ສຸມໃສ່ກະ ກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ມີ ຂະບວນການຫັນປ່ຽນທີ່ຕັ້ງໜ້າ ກວ່າເກົ່າ. ດ້ານເນື້ອໃນຕ້ອງສ່ອງ ແສງເຖິງຄວາມເປັນຈິງ, ກໍານົດ ລະດັບຄາດໝາຍຕ່າງໆບົນຈິດໃຈ ບຸກທະລຸ ເພື່ອສູ້ຊົນເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ມີການຫັນປ່ຽນຢ່າງແຂງ ແຮງ,ນໍາໃຊ້ທຸກທ່າແຮງຂອງແຂວງ ເຂົ້າໃນການພັດທະນາໃຫ້ມີປະ ໂຫຍດສູງສຸດ, ແກ້ໄຂໃຫ້ໄດ້ເມືອງ ທຸກຍາກ, ບ້ານ ແລະ ຄອບຄົວທຸກ ຍາກ ກໍຄື ຄວາມທຸກຍາກຂອງປະ ຊາຊົນ ແລ້ວແກ້ໄຂຄວາມແຕກ ໂຕນໃນການພັດທະນາລະຫວ່າງ ຕົວເມືອງ ກັບຊົນນະບົດໃຫ້ມີການ ຫັນປ່ຽນ; ເອົາໃຈໃສ່ກະກຽມບຸກຄະ ລາກອນໃຫ້ຮັບປະກັນມາດຖານເງື່ອນໄຂ ທີ່ກໍານົດໄວ້, ມີໂຄງປະ ກອບເພດເຜົ່າ ແລະ ຮຸ່ນຄົນທີ່ເໝາະ ສົມ; ເອົາໃຈໃສ່ນໍາພາ-ຊີ້ນໍາປັບປຸງ ກົງຈັກການຈັດຕັ້ງຂັ້ນແຂວງ-ຂັ້ນ ເມືອງ ຕາມມະຕິຂອງຄະນະບໍລິ ຫານງານສູນກາງພັກສະໄໝທີ XI, ຂອງສະພາແຫ່ງຊາດ ແລະ ຄໍາແນະ ນໍາຂອງຄະນະເລຂາທິການສູນ ກາງພັກກ່ຽວກັບຄົ້ນຄວ້າສັບຊ້ອນຈັດວາງພະນັກງານນໍາພາ-ຄຸ້ມ ຄອງໃຫ້ສອດຄ່ອງກັບຄວາມຮູ້- ຄວາມສາມາດ ແລະ ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນແຕ່ລະໄລຍະ, ສ້າງເງື່ອນ ໄຂອັນດີ ຫັນເອົາພະນັກງານໜຸ່ມ ນ້ອຍ ລົງໄປຝຶກຝົນຫລໍ່ຫລອມ ແລະ ທົດສອບກໍ່ສ້າງຢູ່ຂັ້ນຕາແສງ ເພື່ອ ສ້າງເປັນພະນັກງານນໍາພາ-ຄຸ້ມ ຄອງສືບທອດປ່ຽນແທນ ທີ່ມີຄຸນະ ພາບຢ່າງເປັນລະບົບ; ໃຫ້ບັນດາ ຮາກຖານພັກ, ຄະນະພັກເມືອງ-ນະ ຄອນ,ຄະນະພັກປກຊ-ປກສແຂວງ, ສະຫະພັນນັກຮົບເກົ່າ, ແນວລາວ ສ້າງຊາດແຂວງ ແລະ ບັນດາອົງ ການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຮີບຮ້ອນ ພ້ອມທັງຜັນຂະຫຍາຍຈັດ ຕັ້ງແບ່ງຄວາມຮັບຜິດຊອບຂອງ ຄະນະພັກ ແລະ ຄະນະປະຈໍາພັກຄືນ ໃໝ່ ໃຫ້ສອດຄ່ອງຕາມຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກ, ພ້ອມທັງຜັນຂະຫຍາຍຈັດຕັ້ງປະຕິ ບັດຜົນສໍາເລັດ ກໍຄື ມະຕິກອງປະ ຊຸມຂອງຕົນ ເຂົ້າສູ່ຂະບວນການຕົວ ຈິງໃຫ້ໄວ ໂດຍຫັນເປັນແຜນການ ແລະ ໂຄງການລະອຽດໃນແຕ່ລະ ດ້ານ ເພື່ອນໍາພາຈັດຕັ້ງປະຕິບັດແຕ່ ປີທໍາອິດເປັນຕົ້ນໄປ; ເພີ່ມທະວີ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາການ ຜະລິດລະດູຝົນ ຕິດພັນກັບການ ຕ້ານຖ້ວມ, ສະກັດກັ້ນການແຜ່ລະ ບາດພະຍາດຕິດແປດຕ່າງໆ, ເປັນ ເຈົ້າການກຽມຮອບດ້ານ ເພື່ອຮັບມື ກັບໄພພິບັດທີ່ອາດເກີດຂຶ້ນ ເພື່ອບໍ່ ໃຫ້ຖືກທ່າຮັບ ແລະ ເກີດຜົນເສຍ ຫານທີ່ໜັກໜ່ວງ, ກະກຽມແນວພັນ ປູກ, ແນວພັນລ້ຽງ, ຝຸ່ນ-ປຸ໋ຍຕ່າງໆ ເພື່ອສະໜອງໃຫ້ກະສິກອນໃຫ້ທັນ ກັບລະດູການ, ປຸກລະດົມປະຊາຊົນ ສຸມໃສ່ການຜະລິດເປັນສິນຄ້າ ເພື່ອ ສົ່ງອອກ ແລະ ທົດແທນການນໍາ ເຂົ້າ, ພ້ອມກັນປູກພືດ ແລະ ຕົ້ນໄມ້ ອຸດສາຫະກໍາ ສະໜອງໂຮງງານ ປຸງແຕ່ງທີ່ມີຢູ່ພາຍໃນແຂວງ. ສືບຕໍ່ສຸມໃສ່ນໍາພາແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສດຖະກິດການເງິນ ທີ່ພວມສົ່ງຜົນກະທົບ ໂດຍກົງຕໍ່ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ, ບັນດາ ຂະແໜງການທີ່ກ່ຽວຂ້ອງທັງຢູ່ ແຂວງ, ເມືອງ-ນະຄອນ ຕ້ອງເປັນ ເຈົ້າການປະຕິບັດພາລະບົດບາດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ຕົນ ຄົ້ນຄວ້າຊອກຫາທຸກວິທີທາງ ເພື່ອປະກອບສ່ວນແກ້ໄຂບັນຫາ ຕ່າງໆດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຕິດຕາມ, ກວດກາແກ້ໄຂ ການລະເມີດວິໄນແຜນການ-ການ ເງິນໃຫ້ເຂັ້ມງວດ, ສືບຕໍ່ຫັນເປັນ ທັນສະໄໝໃນຂົງເຂດຕ່າງໆ; ສືບ ຕໍ່ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບ ປະມານປະຈໍາປີຂອງແຂວງ ໃຫ້ ບັນລຸຄາດໝາຍ ແລະ ລະດັບຄາດ ໝາຍທີ່ວາງໄວ້, ເອົາໃຈໃສ່ແກ້ໄຂ ສະພາບຂາດແຄນຄູ ແລະ ການປະ ລະການຮຽນຂອງນັກຮຽນ ໂດຍ ມີການເຂົ້າຮ່ວມຂອງປະຊາຊົນ; ເອົາໃຈໃສ່ຂະຫຍາຍສຸກສາລາ, ໝໍຜະດຸງຄັນ, ຮັບປະກັນການເກີດ ຂອງເດັກ ທີ່ມີການເບິ່ງແຍງຂອງ ແພດໝໍ; ເພີ່ມທະວີການຄຸ້ມຄອງພັດທະນາສີມືແຮງງານ ແລະ ຫາ ວຽກເຮັດງານທໍາ, ແກ້ໄຂການຫລັ່ງ ໄຫລໄປອອກແຮງງານຢູ່ຕ່າງປະ ເທດ; ສືບຕໍ່ເອົາໃຈໃສ່ການກະກຽມ ສະເຫລີມສະຫລອງ 2 ວັນປະຫວັດ ສາດ ຕາມກິດຈະກໍາຕ່າງໆທີ່ວາງ ໄວ້; ເພີ່ມທະວີວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຢ່າງແຂງແຮງ, ທົ່ວເຖິງ; ເອົາໃຈໃສ່ວຽກງານກໍ່ ສ້າງຮາກຖານການເມືອງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ຕິດພັນກັບການພັດທະນາຊົນນະ ບົດຮອບດ້ານ, ແກ້ໄຂຄວາມທຸກ ຍາກຂອງປະຊາຊົນແລະວຽກງານ ສາມສ້າງ; ນຳພາແກ້ໄຂປາກົດ ການຫຍໍ້ທໍ້ໃນສັງຄົມຢ່າງແຂງ ແຮງແລະເປັນເຈົ້າການໂດຍມີການ ເຂົ້າຮ່ວມຂອງທົ່ວສັງຄົມ; ຄະນະ ພັກທຸກຂັ້ນ ຕ້ອງຖືເອົາວຽກງານ ນີ້ ເປັນຄວາມຮັບຜິດຊອບໂດຍກົງ ຂອງຕົນ, ສືບຕໍ່ປະຕິບັດຢ່າງຕັ້ງໜ້າ ສ້າງຄອບຄົວ ແລະ ບ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບເຂັ້ມ ແຂງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມ ບ້ານສູ້ຮົບຕິດລຽນ, ປັບປຸງກໍາລັງ ປະກອບອາວຸດໃນທົ່ວແຂວງໃຫ້ໜັກ ແໜ້ນ, ເຂັ້ມແຂງ; ກໍາແໜ້ນປະຊາ ຊົນ, ກໍາແໜ້ນການເຄື່ອນໄຫວຂອງ ພວກຄົນບໍ່ດີ ເພື່ອເປັນເຈົ້າການກໍາ ຈັດ-ແກ້ໄຂໃຫ້ທັນການ ລວມທັງ ການເຄື່ອນໄຫວສ້າງຄວາມບໍ່ສະ ຫງົບຢູ່ລຽບຕາມຊາຍແດນ; ບັນ ຫາການລັກລອບຕັດໄມ້, ຂຸດຄົ້ນແຮ່ ທາດຕ່າງໆ ແລະ ບັນຫາອື່ນໆ. ໂອກາດນີ້, ສະຫາຍຮອງປະ ທານປະເທດ ຍັງໄດ້ມອບເງິນຈຳ ນວນ 100 ລ້ານກີບ ໃຫ້ແຂວງສະ ຫວັນນະເຂດ ເພື່ອແກ້ໄຂຜົນກະທົບ ຈາກໄພນ້ຳຖ້ວມ, ພ້ອມທັງໄດ້ມອບ ອຸປະກອນການຮຽນ-ອຸປະກອນ ກິລາ ມູນຄ່າ 120 ລ້ານກີບ, ມອບ ຜ້າຫົ່ມ 100 ຜືນ ແລະ ມຸ້ງ ຈຳນວນ 100 ຜືນ ໃຫ້ເມືອງທ່າປາງທອງ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຄະນະພັກ-ຄະນະນຳ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປັນຄັ້ງທໍາອິດພາຍຫລັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາ ຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ໃນເດືອນກຸມພາ 2025 ທີ່ ຜ່ານມາ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນ ອົບອຸ່ນໄປຍັງ ສະຫາຍ ເລຂາທິການ ໃຫຍ່ ໂຕ ເລິມ ແລະ ສະຫາຍ ປະ ທານປະເທດ ເລືອງ ເກືອງ ກໍຄືບັນ ດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກທົ່ວໜ້າ. ໂອກາດນີ້, ສອງຝ່າຍໄດ້ຕີລາ ຄາສູງ ຕໍ່ບັນດາຜົນສໍາເລັດໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ ສອງປະເທດຍາດມາໄດ້ ກໍຄື ຜົນສໍາ ເລັດຂອງການພົວພັນຮ່ວມມື ສອງ ຝ່າຍ ໃນໄລຍະຜ່ານມາເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນ ຕ່າງໆ ຢ່າງເປັນປົກກະຕິ, ຫລ້າສຸດ ແມ່ນການເຂົ້າຮ່ວມພິທີສະເຫລີມ ສະຫລອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມເປັນເອກະພາບທົ່ວ ປະເທດຫວຽດນາມ ຄົບຮອບ 50 ປີ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນ ວັນທີ 30 ເມສາ 2025 ທີ່ຜ່ານມາ. ພ້ອມນີ້, ການຈັດຕັ້ງປະຕິບັດບັນດາ ໂຄງການຮ່ວມມືສອງຝ່າຍ ກໍເຫັນ ວ່າມີຄວາມຄືບໜ້າພໍສົມຄວນ ຊຶ່ງ ພິເສດແມ່ນສອງຝ່າຍໄດ້ສໍາເລັດ ການເປີດທ່າທຽບເຮືອເລກ 3 ຂອງ ທ່າເຮືອຫວຸ່ງອ່າງ 1, 2, 3 ທີ່ເປັນ ເຫດການທີ່ສໍາຄັນ ແລະ ມີຄວາມ ໝາຍທາງປະຫວັດສາດຂອງການ ພົວພັນຮ່ວມມືຂອງສອງປະເທດ. ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນການພົບປະເຮັດວຽກ ລະຫວ່າງ ສະຫາຍຮອງນາຍົກ ລັດຖະມົນຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາຄືນການ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນ ຂອງກອງປະຊຸມຄະນະກໍາມະການ ຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ແລະ ວາງທິດທາງແຜນການຮ່ວມ ມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ຍັງ ໄດ້ມີຄໍາເຫັນຊີ້ນໍາໃຫ້ສອງລັດຖະ ບານ ສືບຕໍ່ເຮັດວຽກຮ່ວມກັນຢ່າງ ໃກ້ຊິດ ເພື່ອຊອກຫາວິທີການແກ້ໄຂ ເຮັດໃຫ້ບັນດາໂຄງການທີ່ມີຄວາມ ສໍາຄັນທາງຍຸດທະສາດສໍາເລັດ ເປັນຕົ້ນ ແມ່ນເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ, ການເຊື່ອມ ໂຍງພື້ນຖານເສດຖະກິດ ໂດຍຜ່ານ ການເຊື່ອມໂຍງພື້ນຖານໂຄງລ່າງ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ຮ່ວມມື ໃຫ້ສໍາເລັດຕາມກໍານົດ ເວລາ ແລະ ສືບຕໍ່ປະສານສົມທົບ ກັນຢ່າງແໜ້ນແຟ້ນ ເພື່ອກະກຽມ ຮອບດ້ານໃຫ້ແກ່ການສະເຫລີມສະ ຫລອງວັນສໍາຄັນຕ່າງໆຂອງສອງ ພັກ-ສອງລັດ ເຊັ່ນ: ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນ ຍາ 2025) ແລະ ວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 2025) ທີ່ຈະມາເຖິງນີ້. ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບ ແລະ ໄດ້ ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບ ອຸ່ນ ແລະ ສະໜິດສະໜົມຂອງ ສະ ຫາຍເລຂາທິການໃຫຍ່ໂຕເລິມແລະ ສະຫາຍປະທານປະເທດ ເລືອງ ເກືອງ ມາຍັງ ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ມາຍັງພັກ, ລັດ ແລະ ປະຊາຊົນລາວ ພ້ອມທັງໄດ້ສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດ ວຽກຮ່ວມກັບຝ່າຍລາວຢ່າງໃກ້ ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາ ມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ລວມທັງຜົນຂອງກອງ ປະຊຸມ ສອງຮອງນາຍົກລັດຖະມົນ ຕີ ລາວ-ຫວຽດນາມ ໃຫ້ປະກົດຜົນ ເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງ ເສີມສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ. ພາບ: ເກດສະໜາ ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນຫລາຍບັນຫາສໍາຄັນຕໍ່ຄະ ນະພັກ-ຄະນະນໍາແຂວງ ເປັນຕົ້ນ ສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫລວດແລະປະຊາຊົນຊັ້ນ ຄົນຕ່າງໆໃຫ້ແຂງແຮງກວ່າເກົ່າ, ສ້າງສະຕິຕື່ນຕົວເປັນເຈົ້າການ ປົກປັກຮັກສາ ແລະ ພັດທະນາທ້ອງ ຖິ່ນຕົນ ກໍຄື ປະເທດຊາດ, ຍົກສູງ ສະຕິເຄົາລົບ ແລະ ປະຕິບັດລະບຽບ ກົດໝາຍ, ນ້ຳໃຈເສຍສະລະເພື່ອ ຊາດ ເພື່ອປະຊາຊົນ, ມີຄວາມບໍລິ ສຸດສັດຊື່, ຄວາມຮັບຜິດຊອບເຮັດ ແທ້ທໍາຈິງ, ແກ້ໄຂແນວຄິດເອື່ອຍ ອີງ-ຂາດຄວາມເປັນເຈົ້າ. ພິເສດ ໃນໂອກາດກະກຽມສະເຫລີມສະ ຫລອງ 2 ວັນປະຫວັດສາດນີ້, ຕ້ອງ ລົງເລິກສຶກສາອົບຮົມໃຫ້ຮັບຮູ້- ເຂົ້າໃຈມູນເຊື້ອຂອງພັກ, ຂອງ ຊາດ ກໍຄື ຂອງທ້ອງຖິ່ນຂອງຕົນ, ກໍາແໜ້ນ ແລະ ຮຽນເອົາຄຸນສົມບັດ ແລະ ທັດສະນະແບບແຜນຂອງ ປະທານໄກສອນ ພົມວິຫານ ບັນພະ ບູລຸດຂອງຊາດເຮົາ. ພ້ອມກັນນັ້ນ, ກໍຕ້ອງເຜີຍແຜ່-ແນະນໍາຊີ້ໃຫ້ເຫັນ ທຸກເລ້ຫລ່ຽມກົນອຸບາຍຂອງສັດຕູ ແລະ ພວກຄົນບໍ່ດີ ທີ່ຫວັງທໍາລາຍ ມ້າງເພລະບອບການເມືອງຂອງ ພວກເຮົາ ເປັນຕົ້ນ ກົນອຸບາຍຫັນ ປ່ຽນໂດຍສັນຕິ, ຍຸຍົງສົ່ງເສີມໃຫ້ ມີການຫັນປ່ຽນດ້ວຍຕົນເອງໃນທຸກ ຮູບແບບ, ອັນສໍາຄັນແມ່ນຕ້ອງສ້າງ ແລະ ຍົກສູງຄວາມເຊື່ອໝັ້ນຕໍ່ການ ນໍາພາ ແລະ ແນວທາງນະໂຍບາຍ ຂອງພັກ, ມີສະຕິ ແລະ ເປັນເຈົ້າ ຕອບຕ້ານທຸກຖ້ອຍທໍານອງໂຄສະ ນາບິດເບືອນຂອງອິດທິກໍາລັງ ປໍລະປັກ ແລະ ກຸ່ມຄົນບໍ່ດີໃຫ້ທັນ ການ; ເພີ່ມທະວີຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາ, ຈັດຕັ້ງຜັນຂະ ຮັດແໜ້ນ ແລະ ເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງສອງປະ ເທດ ລາວ-ຫວຽດນາມ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ໃນຕອນບ່າຍຂອງວັນທີ 9 ກໍລະ ກົດ 2025, ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ສະຫາຍ ຫງວຽນ ຈີ້ ຢຸງ ໂດຍ ມີຄະນະຜູ້ແທນທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດ ນີ້, ສະຫາຍ ສະເຫລີມໄຊ ກົມມະ ສິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຈີ້ ຢຸງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມທັງໄດ້ຕີລາ ຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຈະ ເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນ ເຊື້ອຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ ລວງເລິກ ແລະ ນັບມື້ນັບແຕກດອກ ອອກຜົນຍິ່ງໆຂຶ້ນ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ສະພາບການພັດທະນາເສດຖະກິດສັງຄົມ ຢູ່ພາຍໃນປະເທດຂອງຕົນ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ສອງປະເທດ ຍາດມາໄດ້ ໃນໄລຍະຜ່ານມາ ໂດຍ ສະເພາະແມ່ນການປັບປຸງກົງຈັກ ການຈັດຕັ້ງ ແຕ່ຂັ້ນສູນກາງຈົນ ຮອດທ້ອງຖິ່ນ ແລະ ການຫັນເປັນ ດີຈິຕອນ ເຂົ້າໃນທຸກຂະແໜງການ ໂດຍສະເພາະດ້ານການພັດທະນາ ເສດຖະກິດ. ສອງຮອງນາຍົກລັດ ຖະມົນຕີ ໄດ້ຮ່ວມກັນສະຫລຸບຕີ ລາຄາ ສະພາບການພົວພັນຮ່ວມມື ສອງຝ່າຍ ລາວ-ຫວຽດນາມ ໃນ 6 ເດືອນຕົ້ນປີຜ່ານມາ ເຫັນວ່າພາຍໃຕ້ ການຊີ້ນໍາຂອງສອງພັກ-ສອງລັດ ລາວ-ຫວຽດນາມ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຂອງສອງ ຝ່າຍ ໄດ້ສືບຕໍ່ເປັນເຈົ້າການປະສານ ສົມທົບ ແລະ ຕັ້ງໜ້າຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງ ວ່າດ້ວຍການຮ່ວມ ມືລາວ-ຫວຽດນາມປະຈໍາປີ2025 ບັນລຸໄດ້ໝາກຜົນ ແລະ ມີຄວາມ ຄືບໜ້າໃນທຸກຂົງເຂດ ເຊັ່ນ: ການ ຮ່ວມມືທາງດ້ານການເມືອງ-ການ ຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການສຶກສາ ແລະ ການກໍ່ສ້າງຊັບພະຍາກອນມະນຸດ, ດ້ານເສດຖະກິດ, ການຄ້າ, ບັນດາ ກິດຈະການ, ໂຄງການຮ່ວມມື-ລົງ ທຶນສອງຝ່າຍແລະບັນດາໂຄງການ ຊ່ວຍເຫລືອລ້າຈາກພັກ-ລັດ ຫວຽດ ນາມ ຢູ່ ສປປ ລາວ. ພ້ອມນີ້, ສອງ ຝ່າຍຍັງໄດ້ພ້ອມກັນວາງທິດທາງ ການຮ່ວມມື ໃນ 6 ເດືອນທ້າຍປີ 2025 ໂດຍຈະສືບຕໍ່ຈັດຕັ້ງຜັນຂະ ຫຍາຍ ບັນດາເນື້ອໃນຂໍ້ຕົກລົງ ວ່າ ດ້ວຍແຜນການຮ່ວມມື ປະຈໍາປີ 2025 ຂອງສອງລັດຖະບານ ເປັນ ຕົ້ນແມ່ນຊຸກຍູ້ບັນດາໂຄງການຈຸດ ສຸມທີ່ຍັງຄ້າງຄາ ກໍຄື ບັນດາໂຄງ ການທີ່ຄາດຄະເນ ຈະສໍາເລັດໃນ ທ້າຍປີ 2025 ນີ້ ໃຫ້ປາກົດຜົນເປັນ ຈິງ ໂດຍສະເພາະການສືບຕໍ່ພັດທະ ນາພື້ນຖານໂຄງລ່າງ, ການສ້າງ ທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ບັນດາໂຄງການຮ່ວມມືທີ່ສອງຝ່າຍ ມີທ່າແຮງ, ສືບຕໍ່ປະສານສົມທົບ ກັນສ້າງຮ່າງເອກະສານສັນຍາ ຮ່ວມມືທະວິພາຄີ ລະຫວ່າງ ລາວຫວຽດນາມ ໄລຍະ 2026-2030 ແລະ ກະກຽມເນື້ອໃນກອງປະຊຸມ ຮ່ວມມືທະວິພາຄີ ຄັ້ງທີ 48 ປະຈໍາ ປີ 2026 ຂອງສອງຄະນະກໍາມະ ການຮ່ວມມື ລະຫວ່າງ ສອງລັດ ຖະບານລາວ ແລະ ຫວຽດນາມ. ໃນໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີໄດ້ຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການແລະມີປະສິດທິຜົນ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນ ໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸບັນ. ໃນຂະນະດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມ ທັງສະແດງຄວາມຍິນດີທີ່ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ໂດຍສະເພາະຮ່ວມກັບ ສະຫາຍຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ເພື່ອຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ຜູ້ນໍາສອງປະເທດ ໃຫ້ປາກົດຜົນ ເປັນຮູບປະທໍາ ທັງເພື່ອຊຸກຍູ້ສົ່ງ ເສີມສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ ແຕກດອກອອກຜົນຍິ່ງໆຂຶ້ນ. ພາຍຫລັງສໍາເລັດການພົບປະ, ສອງຮອງນາຍົກລັດຖະມົນຕີ ລາວຫວຽດນາມ ໄດ້ເຂົ້າຮ່ວມກອງປະ ຊຸມພົບປະນັກທຸລະກິດ ລາວ ແລະ ຫວຽດນາມ ພ້ອມທັງໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນພິທີລົງນາມເອ ກະສານອະນຸສັນຍາ ສະບັບປັບປຸງ ການຊື້ຂາຍ ໄຟຟ້າ-ຖ່ານຫີນ ລາວຫຽດນາມ ອີກດ້ວຍ. ພາບ: ອ່າຍຄຳ ລາວ-ຫວຽດນາມ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນາຍົກລັດຖະມົນຕີ...ົັົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ ໃນລະຫວ່າງວັນທີ 9-11 ກໍລະ ກົດ 2025. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້, ເປັນຄັ້ງທໍາ ອິດພາຍຫລັງທີ່ ສະຫາຍ ຫງວຽນ ຈີ້ ຢຸງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນເດືອນກຸມພາ 2025 ທີ່ຜ່ານມາ ທັງເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການເພີ່ມ ທະວີສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກສອງລັດ ລາວ-ຫວຽດນາມ ແລະ ທັງ ເປັນການຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກໍາມະການ ຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ໄປຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍຄື ຄະນະລັດຖະບານ ຫວຽດນາມ ທຸກທົ່ວໜ້າ. ສອງຝ່າຍໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສໍາ ເລັດໃນການພັດທະນາເສດຖະກິດສັງຄົມ ທີ່ສອງປະເທດຍາດມາໄດ້ ໂດຍ ສະເພາະຜົນສໍາເລັດດ້ານການປັບປຸງ ກົງຈັກການຈັດຕັ້ງຈາກສູນກາງຮອດ ທ້ອງຖິ່ນ ກໍຄື ຜົນສໍາເລັດຂອງການ ພົວພັນຮ່ວມມືສອງຝ່າຍ ໃນໄລຍະ ຜ່ານມາ ເຫັນໄດ້ວ່າ ສອງຝ່າຍສືບຕໍ່ມີ ການພົບປະ ແລະ ແລກປ່ຽນການຢ້ຽມ ຢາມເຊິ່ງກັນ ແລະ ກັນຂອງຄະນະຜູ້ ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ ແລະ ການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືສອງຝ່າຍ ກໍມີຄວາມຄືບ ໜ້າໃນລະດັບດີສົມຄວນ ແລະ ມີບາງ ໂຄງການກໍຄາດວ່າຈະໃຫ້ສໍາເລັດໃນ ທ້າຍປີ 2025 ນີ້. ພິເສດ, ສອງຝ່າຍ ໄດ້ສໍາເລັດການເປີດທ່າທຽບເຮືອເລກ 3 ຂອງທ່າເຮືອຫວຸ່ງອ່າງ 1, 2, 3 ທີ່ ເປັນເຫດການທີ່ສໍາຄັນ ແລະ ມີຄວາມ ໝາຍທາງປະຫວັດສາດຂອງການພົວ ພັນຮ່ວມມືຂອງສອງປະເທດ. ສະຫາຍ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນການພົບປະເຮັດວຽກ ລະ ຫວ່າງ ສະຫາຍ ຮອງນາຍົກລັດຖະມົນ ຕີ ຫງວຽນ ຈີ້ ຢຸງ ແລະ ສະຫາຍຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມ ມະສິດ ເຊິ່ງສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງຜັນຂະ ຫຍາຍບັນດາຂໍ້ຕົກລົງຂອງສອງກົມ ການເມືອງ ກໍຄື ຜົນຂອງກອງປະຊຸມ ຄະນະກໍາມະການຮ່ວມມື ລາວ-ຫວຽດ ນາມຄັ້ງທີ47ແລະວາງທິດທາງແຜນ ການຮ່ວມມືໃນອີກ 6 ເດືອນທ້າຍປີ 2025 ນີ້. ສະຫາຍ ສອນໄຊ ສີພັນ ດອນ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ ຊຸກຍູ້ບັນດາໂຄງການທີ່ພວມຈັດຕັ້ງ ປະຕິບັດ ແລະ ຍັງຄົງຄ້າງຢູ່ ໃຫ້ສໍາ ເລັດຕາມຄາດໝາຍ ແລະ ສືບຕໍ່ເພີ່ມທະ ວີການຮ່ວມມື ໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການ ພັດທະນາເສດຖະກິດ ແລະ ການປັບ ປຸງການຮ່ວມມືດ້ານພະລັງງານໄຟ ຟ້າ ໂດຍສະເພາະປັບປຸງສັນຍາຮ່ວມ ມືຕ່າງໆ ໃຫ້ມີຄວາມເໝາະສົມຂຶ້ນຕື່ມ, ເພີ່ມທະວີການການຄ້າ-ການລົງທຶນ ໃຫ້ຫລາຍຂຶ້ນໃນອີກ 5 ປີຕໍ່ໜ້າ, ການ ເຊື່ອມໂຍງພື້ນຖານເສດຖະກິດ ໂດຍ ເລີ່ມຈາກການເຊື່ອມໂຍງພື້ນຖານ ໂຄງລ່າງ ແລະ ການເງິນການທະນາ ຄານ, ສືບຕໍ່ຮັກສາການໄປມາຫາສູ່ ລະ ຫວ່າງຄະນະຜູ້ແທນຂັ້ນຕ່າງໆ ເພື່ອກະ ກຽມຮອບດ້ານໃຫ້ແກ່ການສະເຫລີມ ສະຫລອງວັນສໍາຄັນຕ່າງໆຂອງສອງ ພັກ-ສອງລັດ ໃນປີ 2025 ນີ້. ໃນຂະນະດຽວກັນ, ສະຫາຍ ຫງວຽນ ຈີ້ ຢຸງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ນໍາ ເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ມາ ຍັງ ສະຫາຍນາຍົກລັດຖະມົນຕີ ສອນ ໄຊ ສີພັນດອນ ກໍຄື ມາຍັງຄະນະລັດ ຖະບານ ສປປ ລາວ ພ້ອມທັງໄດ້ສະ ແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດ ວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກ ລົງຂອງສອງກົມການເມືອງ ກໍຄື ຜົນ ຂອງກອງປະຊຸມຄະນະກໍາມະການ ຮ່ວມມື ລາວ-ຫວຽດນາມ ຄັ້ງທີ 47 ໃຫ້ປາກົດຜົນເປັນຮູບປະທໍາ ທັງເພື່ອ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ. ພາບ: ຂ່າວສານຫວຽດນາມປະຈໍາລາວ
RkJQdWJsaXNoZXIy MTc3MTYxMQ==