7068

10/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ g,n v'xkdmk dP,Ia [Iv' ly o7h k3vfa v[ 4 zt]y f8tra o.\j c0;'9exkla d 9txj vpxk]q 'cs]j 'oE me,t-kf.sh wfh s]kpd;j k 5 clo38 ໂດຍ: ຄະນະ ບກ *ພາຍຫລັງທີ່ລັດຖະບານໄດ້ ມີນະໂຍບາຍສົ່ງເສີມການຜະລິດ ຕະພັນຕ່າງໆ ໃນໄລຍະຜ່ານມາ ບວກ ໃສ່ການເອົາໃຈໃສ່ຊຸກຍູ້ຈາກ ພາກສ່ວນກ່ຽວຂ້ອງ ແລະ ການ ພັດທະນາສີມືຂອງປະຊາຊົນໃນ ການຜະລິດໃຫ້ມີຄວາມໂດດເດັ່ນ ຂຶ້ນເທື່ອລະກ້າວ, ເຊິ່ງສິ່ງເຫລົ່າ ນັ້ນ ແມ່ນເພື່ອຕອບສະໜອງແນວ ທາງຂອງລັດຖະບານ. ເໝືອນດັ່ງ ເມືອງປາກທາ ແຂວງບໍ່ແກ້ວ ກໍ່ໄດ້ ມີການເອົາໃຈໃສ່ສົ່ງເສີມປະຊາຊົນ ຜະລິດຕະພັນຕ່າງໆ ມາຮອດດຽວນີ້ ກໍ່ໄດ້ກະກຽມຮັບຮອງຜະລິດຕະພັນ ສິນຄ້າໜຶ່ງເມືອງຜະລິດຕະພັນ (ໂອ ດັອບ) 4 ຜະລິດຕະພັນໃໝ່ຄື: ປາ ສົມ, ປາບ້ວງ, ປາແດກ ແລະ ປາ ແດກເຄື່ອງ. ສິນຄ້າ 4 ຜະລິດຕະພັນປາສົມ, ປາບ້ວງ, ປາແດກ ແລະ ປາແດກ ເຄື່ອງ ໄດ້ຖືກຍົກຂຶ້ນມາປະເມີນ ໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງຮ່ວມກັບຄະນະ (ແຫລ່ງຂໍ້ມູນ: ໜັງສືພິມບໍ່ແກ້ວ)່ ງໍ້ ມູນັ ງື ພິມໍ່ ແ້ ວ *ປະທານ ສຸພານຸວົງ ແມ່ນຜູ້ນຳ ທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງ ກ້າແກ່ນພິລະອາດຫານຍາມໃດກໍ ໄດ້ຍົກສູງສະຕິລະບຽບວິໄນຕໍ່ການ ຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອ ຮັກແພງມິດສະຫາຍຢ່າງຈິງໃຈ, ດຳລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ, ມີຈິດໃຈຕໍ່ສູ້ ທີ່ ອາດຫານກ້າແກ່ນ, ມີທັດສະນະ ຫລັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈ ເສຍສະລະອັນສູງສົ່ງ ເພື່ອຊາດ ເພື່ອປະຊາຊົນ; ເພິ່ນໄດ້ເລີ່ມຈາກ ນັກຮັກຊາດທີ່ແທ້ຈິງກາຍເປັນນັກ ປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນ ບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບ ຮັກຂອງປະຊາຊົນລາວເຜົ່າຕ່າງໆ. ຕະຫລອດຊີວິດຂອງປະທານ ສຸພານຸວົງ, ບໍ່ວ່າຈະຢູ່ໃນຕຳແໜ່ງ ໃດ, ຄວາມຮັບຜິດຊອບອັນໃດເພິ່ນກໍ່ ໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມ ln [8I+ kIPogvq k75 olq ,[a fly omext8y ;a f c]t c[[czofe]q '-u ;y f0v'xtmko l5 rko5 ;q ' + ສາມາດ ແລະ ຫົວຄິດປະດິດສ້າງ ຂອງຕົນໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງ ຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນເຮົາ. ເພິ່ນໄດ້ເດີນ ຕາມເສັ້ນທາງຂອງພັກ, ຄວາມສາ ມາດ, ຄຸນນະທຳ ແລະ ອິດທິພົນ ຂອງເພິ່ນໄດ້ກາຍເປັນສິ່ງກະຕຸກ ຊຸກຍູ້ປຸກລະດົມດຶງດູດປະຊາຊົນເຜົ່າ ຕ່າງໆ, ຊັ້ນຄົນຕ່າງໆຢູ່ພາຍໃນແລະ ຕ່າງປະເທດ ປະກອບສ່ວນສ້າງ ກ້ອນກຳລັງສາມັກຄີເປັນອັນໜຶ່ງອັນ ດຽວກັນໃນແນວໂຮມເອກະພາບ ແຫ່ງຊາດ ເຊິ່ງໄດ້ກາຍເປັນໜຶ່ງໃນ ບັນດາປັດໄຈອັນສຳຄັນທີ່ຮັບປະກັນ ໄຊຊະນະຂອງການປະຕິວັດປະເທດ ເຮົາໃນແຕ່ລະໄລຍະ ແລະ ເປັນນັກ ການເມືອງທີ່ເກັ່ງກ້າ, ສະຫລາດ ສະຫລຽວ ມີໄຫວພິບໃນການວາງ ຍຸດໂທບາຍດ້ານການຕໍ່ສູ້ການເມືອງ ແລະ ການຕ່າງປະເທດຢູ່ໃນແຕ່ລະ ໄລຍະ, ເພິ່ນໃນຖານະທີ່ເປັນນັກ ການເມືອງລະດັບສາກົນທີ່ດີເດັ່ນ ໄດ້ມີການປະກອບສ່ວນອັນປະເສີດ ເຂົ້າໃນການປັບປຸງສັນຕິພາບໂລກ, ເຂົ້າໃນການເປີດກວ້າງການຮ່ວມມື ລະຫວ່າງບັນດາປະເທດ ແລະ ປະ ຊາຊາດຢູ່ໃນໂລກ. ພ້ອມນັ້ນ, ປະ ທ່ານ ສຸພານຸວົງ ມີແບບແຜນດຳລົງ ຊີວິດແບບງ່າຍດາຍ, ກະທັດຮັດ, ດຸໝັ່ນຫ້າວຫັນ, ປະຢັດມັດທະຍັດ, ບໍ່ຖືຕົວ, ນິ້ມນວນມີນິໄສຄ່ຽມຄົມ; ການເຄື່ອນໄຫວຂອງທ່ານແມ່ນມີ ແຜນການໃຫ້ແກ່ຕົນເອງ, ປະທານ ໄດ້ກາຍເປັນຄົນອອກແຮງງານ ເກັ່ງທາງດ້ານມັນສະໝອງ ແລະ ຮ່າງກາຍ, ເປັນກຳມະກອນຂົວ ທາງ, ວິສະວະກອນທີ່ເກັ່ງອັນດັບ ໜຶ່ງຂອງລາວ, ເປັນຜູ້ນໍາທີ່ເຄົາລົບ ຮັກ ແລະ ເຊື່ອຖືຂອງປະຊາຊົນລາວ ບັນດາເຜົ່າ. ປະທານ ສຸພານຸວົງ ແມ່ນນັກ ຮັກຊາດ-ນັກປະຕິວັດຜູ້ກ້າແກ່ນ ປີຊາສາມາດ ແລະ ເປັນຜູ້ນຳທີ່ ດີເດັ່ນ-ວິລະບູລຸດຂອງຊາດລາວ ທ່ານເປັນເຊື້ອເຈົ້າແຕ່ໄດ້ເສຍສະລະ ທຸກສິ່ງທຸກຢ່າງທາງດ້ານຄວາມ ສຸກ ແລະ ຜົນປະໂຫຍດສ່ວນຕົວ ເພື່ອພາລະກິດລວມຂອງຊາດ ຂອງ ປະຊາຊົນລາວ, ຄຸນລັກສະນະທີ່ ພົ້ນເດັ່ນຂອງເພິ່ນແມ່ນເປັນຜູ້ນຳ ທີ່ມີຄວາມປີຊາສາມາດ-ອົງອາດ ກ້າແກ່ນ ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະ ການ, ເພິ່ນທັງແມ່ນນັກຍຸດທະສາດນັກຍຸດໂຍບາຍທີ່ເບິ່ງກວ້າງເຫັນໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມ ປະດິດສ້າງສູງ, ແມ່ນຜູ້ນຳທີ່ມີ ແບບແຜນຊີ້ນຳ-ບັນຊາແທດກັບຕົວ ຈິງຍາມໃດກໍມີຄວາມຈົງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ພັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນມີຄວາມເປັນຫ່ວງ ເປັນໄຍ, ນັບຖືໝູ່ຄະນະ, ເອື້ອເຟື້ອ ຮັກແພງມິດສະຫາຍຢ່າງຈິງໃຈ, ມີ ທັດສະນະຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ເປັນນັກ ການເມືອງທີ່ເກັ່ງກ້າ ແລະ ດຳລົງ ຊີວິດແບບລຽບງ່າຍ, ເປັນໜຶ່ງໃນ ບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາ ລົບຮັກຂອງປະຊາຊົນລາວເຜົ່າ ຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດ ໃຈ, ຄວາມສາມາດ ແລະ ຫົວຄິດ ປະດິດສ້າງຂອງຕົນໃຫ້ແກ່ພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເພື່ອເອກະ ລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາ ຊົນລາວບັນດາເຜົ່າ. *ທ່ານ ຄໍາ ນິລາວົງ ວ່າການ ຫົວໜ້າພະແນກກະສິກໍາ ແລະ ປ່າ ໄມ້ ແຂວງຈໍາປາສັກ ຕາງໜ້າໃຫ້ ອົງການປົກຄອງແຂວງໃຫ້ສໍາ ພາດເມື່ອມໍ່ໆນີ້ວ່າ: ເພື່ອສະເຫລີມ ສະຫລອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ວັນທີ 13 ກໍລະກົດ ໃຫ້ມີ ບັນຍາກາດຟົດຟຶ້ນ ແລະ ມີເນື້ອໃນ ຄວາມໝາຍເລິກເຊິ່ງ, ໃນປີ 2025 ນີ້ ແຂວງຈໍາປາສັກ ໄດ້ວາງແຜນ ປ່ອຍປາໃນພິທີປ່ອຍປາ ຢູ່ນະຄອນ ປາກເຊ, 9 ເມືອງ ແລະ ບັນດາ ໂຄງການຕ່າງໆເຊັ່ນ: ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ, ເຂື່ອນໄຟຟ້າ ດອນເຊໂຮງ ແລະ ອື່ນໆ ຈະປ່ອຍ ປາລົງແຫລ່ງນໍ້າທຳມະຊາດໃຫ້ ໄດ້ຫລາຍກວ່າ 5 ແສນໂຕ. ນອກ ນີ້ ຍັງຈະຊຸກຍູ້ປ່ອຍລ້ຽງໃນໜອງທີ່ ສ້າງຂຶ້ນຂອງປະຊາຊົນ ແລະ ການ ລ້ຽງປາເປັນສິນຄ້າຂອງຜູ້ປະກອບ ການໃຫ້ໄດ້ 51 ລ້ານ 4 ແສນກວ່າ ໂຕ. ສໍາລັບພິທີປ່ອຍປາຂອງແຂວງ ຈະຈັດຂຶ້ນຢູ່ສາຍນໍ້າເຊໂດນ ບໍລິເວນ ທ່າວັດຫລວງປາກເຊ, ໃນວັນທີ 10 ກໍລະກົດ 2025 ເຊິ່ງກົງກັບວັນບຸນ ເຂົ້າພັນສາ ແລະ ຕາມແຜນຈະປ່ອຍ ປາໃຫ້ໄດ້ 250.000 ໂຕ, ປາທີ່ຈະ ນໍາມາປ່ອຍແມ່ນປາປາກ, ປາກິນ ຫຍ້າ ແລະ ປາຊວາຍ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຂໍເຊີນຊວນຄະນະພັກອົງການປົກຄອງແຂວງ, ນະຄອນເມືອງ, ພະນັກງານ, ທະຫານ, ຕຳ ຫລວດ, ນັກຮຽນ, ນັກສຶກສາ, ນັກ ທຸລະກິດ, ຜູ້ປະກອບ ແລະ ປະຊາຊົນ ບັນດາເຜົ່າທົ່ວແຂວງຈໍາປາສັກ ຈົ່ງ ເປັນເຈົ້າການເຂົ້າຮ່ວມ ແລະ ປະ ກຳມະການຄັດເລືອກສິນຄ້າໂອ ດັອບຂັ້ນເມືອງ ໄດ້ຈັດກອງປະຊຸມ ປະເມີນຄືນ ແລະ ຮັບຮອງເອົາຜະ ລິດຕະພັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນແຫ່ງຊາດຂອງເມືອງ ປາກທາເມື່ອບໍ່ດົນມານີ້, ທີ່ຫ້ອງ ປະຊຸມຫ້ອງວ່າການເມືອງ, ໂດຍ ການຮ່ວມຂອງທ່ານ ຄຳເຄື່ອງ ພົມວິສັກ ຮອງເຈົ້າເມືອງ, ຜູ້ຊີ້ນຳ ຂົງເຂດເສດຖະກິດ, ທ່ານ ພັນໄຊ ວິໄລສຸກ ຮອງຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າແຂວງ, ມີຄະນະກຳມະການຄັດເລືອກສິນ ຄ້າໂອດັອບຂັ້ນແຂວງ, ຂັ້ນເມືອງ ແລະ ຕົວແທນກຸ່ມຜະລິດເຂົ້າຮ່ວມ. ກອງປະຊຸມໂດຍຕາງໜ້າກອງ ເລຂາ ຄະນະກຳມະການຄັດເລືອກ ສິນຄ້າໂອດັອບຂັ້ນແຂວງໄດ້ແນະ ນໍາບາງນິຕິກໍາກ່ຽວກັບມາດຖານ ເງື່ອນໄຂຂອງການຢັ້ງຢືນເປັນ ຜະລິດຕະພັນໂອດັອບ ແລະ ຂັ້ນ ຕອນການປະເມີນ (ຕາມແບບ ຟອມທີ່ກຳນົດ) ແລະ ຜ່ານຄົ້ນຄວ້າ ປຶກສາຫາລືສາມາດເອກະພາບກັນ ເຫັນດີຮັບຮອງເອົາຜະລິດຕະພັນ ປາສົມ, ປາບ້ວງ, ປາແດກ ແລະ ປາ ແດກເຄື່ອງເປັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ(ໂອດັອບ)ຂອງເມືອງ ປາກທາ, ເຊິ່ງການປະເມີນຄະນະ ກຳມະການປະເມີນຄັດເລືອກຂັ້ນ ແຂວງ ແລະ ຂັ້ນເມືອງໄດ້ພ້ອມກັນ ໃຫ້ຄະແນນແຕ່ລະຜະລິດຕະພັນ ໂດຍ ອີງໃສ່ມາດຖານເງື່ອນໄຂ, ລະບຽບ ການ ແລະ ຂັ້ນຕອນຕ່າງໆທີ່ໄດ້ ກຳນົດໄວ້ພ້ອມທັງປະກອບຄຳເຫັນ ແລະ ໃຫ້ເຫດຜົນເພື່ອເປັນບ່ອນອີງ ໃນການຮັບຮອງ ແລະ ການປັບປຸງ ຜະລິດຕະພັນທີ່ຍົກຂຶ້ນມາປະເມີນໃນ ຄັ້ງນີ້. ພາຍຫລັງສໍາເລັດການເມີນຢູ່ ຂັ້ນເມືອງແລ້ວ, ຄະນະຮັບຜິດຊອບ ຈະໄດ້ສືບຕໍ່ຊຸກຍູ້ຕິດຕາມ ແລະ ສ້າງເງື່ອນໄຂໃຫ້ໄດ້ປະເມີນຂັ້ນ ແຂວງແລ້ວນໍາສະເໜີຜົນການ ປະເມີນໄປຍັງກົມສົ່ງເສີມການ ຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສືບຕໍ່ປະເມີນໃນຂັ້ນ ສູນກາງ ແລະ ອອກກາໝາຍເປັນ ສິນຄ້າໂອດັອບ ຕາມລຳດັບ. ນີ້ກໍ່ ເພື່ອຊຸກຍູ້ ສົ່ງເສີມ ແລະ ພັດທະນາ ສິນຄ້າ, ເວົ້າສະເພາະແມ່ນບັນດາ ຜະລິດຕະພັນທີ່ເປັນສິນຄ້າໂອ ດັອບ, ຕ້ອງເຮັດໃຫ້ຜະລິດຕະພັນ ດັ່ງກ່າວ ມີຄຸນນະພາບ ແລະ ເປັນ ທີ່ຍອມຮັບຂອງຕະຫລາດພາຍໃນ ແລະ ສາກົນ ເຊິ່ງເປັນເງື່ອນໄຂ ອັນໜຶ່ງທີ່ຈະສ້າງລາຍຮັບເພີ່ມຂຶ້ນ ເຂົ້າຄອບຄົວ ກໍ່ຄື ສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນມີລາຍຮັບ ມາພັດທະນາຊີວິດການເປັນຢູ່ໃຫ້ດີ ຂຶ້ນ, ມີອາຊີບທີ່ໝັ້ນຄົງ ແລະ ມີລາຍ ຮັບທີ່ແນ່ນອນ. ນອກຈາກນີ້, ຍັງ ເປັນການພັດທະນາ ແລະ ສົ່ງເສີມ ການນຳໃຊ້ສິນຄ້າພາຍໃນໃຫ້ນັບມື້ ນັບຫລາຍຂຶ້ນ, ຫລຸດຜ່ອນການນຳ ເຂົ້າສິນຄ້າຈາກຕ່າງປະເທດ. ກອບສ່ວນໃນການປົກປັກຮັກສາ, ຊຸກຍູ້ສ້າງຂະບວນການປ່ອຍປາ, ສັດນ້ຳພັນພື້ນເມືອງລາວ ລົງສູ່ແມ່ ນ້ຳລຳເຊ, ຫ້ວຍ, ໜອງ, ຄອງບຶງ ແລະ ປ່ອຍຕາມໜອງລ້ຽງປາຂອງ ບຸກຄົນ ຫລື ສ່ວນລວມ ເພື່ອເຮັດ ໃຫ້ມີຄວາມອຸດົມສົມບູນໄປດ້ວຍປູ ປານານ້ຳ ທັງເປັນການປະກອບ ສ່ວນຄືນຄວາມອຸດົມສົມບູນໃຫ້ ກັບທຳມະຊາດ ເນື່ອງໃນໂອກາດ ສະເຫລີມສະຫລອງວັນປ່ອຍປາ ແລະ ອະນຸລັກສັດນ້ຳແຫ່ງຊາດ ວັນທີ 13 ກໍລະກົດ. ນອກນີ້ ກໍເພື່ອສ້າງ ຜົນງານ, ສ້າງຂະບວນການຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ທີ່ຈະໄຂ ຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟຶ້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ. ໃນປີ 2024 ຜ່ານມາ, ແຂວງ ຈໍາປາສັກ ໄດ້ປ່ອຍປາລົງໃນແຫລ່ງ ນໍ້າທໍາມະຊາດໄດ້ 450.000 ໂຕ, ປ່ອຍລ້ຽງໃນໜອງສ້າງຂຶ້ນຂອງ ປະຊາຊົນ ແລະ ການລ້ຽງປາເປັນ ສິນຄ້າຂອງຜູ້ປະກອບການ 51 ພັນ ກວ່າໂຕ. ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ ເປັນວັນທີ່ພັກ ແລະ ລັດຖະບານໄດ້ກໍານົດໃຫ້ເປັນ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ທີ່ໄດ້ໝູນວຽນບັນຈົບຄົບຮອບ 28 ປີ(13/7/1997 - 13/7/2025) ແລະ ກົງກັບວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ (13/7/1909 - 13/7/2025) ຊຶ່ງໃນແຕ່ລະປີໃນທົ່ວປະເທດເວົ້າ ລວມ, ເວົ້າສະເພາະແມ່ນທົ່ວແຂວງ ຈໍາປາສັກ ກໍໄດ້ພ້ອມກັນຈັດກິດ ຈະກໍາຕ່າງໆ ເພື່ອປູກຈິດສໍານຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ຮຸ່ນຫລັງ ກໍຄື ທົ່ວສັງຄົມໃຫ້ເຫັນ ຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມ ສົມບູນໃຫ້ກັບທໍາມະຊາດ, ປົກປັກ ຮັກສາລະບົບນິເວດໃຫ້ມີຄວາມສົມ ດູນ ແລະ ຍືນຍົງທັງເປັນການຈາລຶກ ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງຂອງປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະ ກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ.

RkJQdWJsaXNoZXIy MTc3MTYxMQ==