7066

08 xtgmf]k; gsfdko{dkora fmtok a 08/07/2025 ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວ ຈາກ ສປປ ລາວ, ໄທ ແລະ ມາເລເຊຍ ໃນຄັ້ງນີ້, ເພື່ອສໍາຫລວດເສັ້ນທາງການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງເຊັ່ນ: ສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເປັນຕົ້ນ ສະຖານທີ່ຖ່າຍທໍາຮູບເງົາຂອງລາດສະວົງຫັນ ຢູ່ເມືອງຊຽງຕົງນານ, ສະຖານທີ່ທ່ອງທ່ຽວບ້ານຊົນເຜົ່າມົ້ງ ເຊິ່ງເປັນຊົນເຜົ່າທີ່ອາໄສຢູ່ເປັນເວລາ 600 ກວ່າປີ ແລະ ໄດ້ເປີດເປັນສະຖານ ທີ່ທ່ອງທ່ຽວໃນປີ 2009, ນໍ້າຕົກຕາດຫວງກູສື, ຂົວປ່າຫລິນ ຈາກກຸຍໂຈວ ຫາ ຄຸນໝິງ ເຊິ່ງມີຄວາມສູງເສົາທາງຕາເວັນຕົກ 186 ແມັດ, ເສົາທາງຕາເວັນຕົກ 201 ແມັດ ສ້າງຂຶ້ນໃນປີ 2005 ແລະ ສໍາເລັດໃນປີ 2009, ພາຍໃນຂົວມີຈຸດຊົມວິວທໍາມະຊາດທີ່ສວຍສົດງົດງາມ ມີຄວາມຍາວ 1.088 ແມັດ ເມືອງອັນຊູນ, ເມືອງບູຮານຝູຫລົງຈ່ຽນ, ຕະຫລາດກາງຄືນຢູ່ເມືອງເກົ່າກຸຍຢາງ ມີຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານ ອາຫານ 3.000 ຮ້ານ ເພື່ອບໍລິສັດທ່ອງທ່ຽວໄດ້ແລກປ່ຽນໂຄສະນາການທ່ອງທ່ຽວຮ່ວມກັນ ແລະ ຕ່າງຝ່າຍໄດ້ສ້າງກິດຈະກໍາລາຍການທ່ອງທ່ຽວ ພານັກທ່ອງທ່ຽວມາສໍາຜັດບັນຍາກາດທີ່ສົດຊື່ນ, ອາຫານທີ່ເປັນເອກະລັກ, ໄດ້ເຫັນວິຖີຊີວິດ, ຮີດຄອງປະເພນີຂອງບັນດາເຜົ່າຢູ່ແຂວງກຸຍໂຈວ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2014 ໂດຍໄດ້ບໍລິການນໍາສົ່ງນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາ ທ່ອງທ່ຽວຢູ່ ສປປ ລາວ ເປັນຕົ້ນ ຈາກກວາງໂຈ, ຄຸນໝິງ, ເສີນຕູ, ຫາງໂຈ ແລະ ນັກທ່ອງທ່ຽວຈາກໄທ ເຂົ້າມາທ່ອງທ່ຽວລາວແລ້ວຂີ່ລົດໄຟ ລາວ-ຈີນໄປທ່ອງທ່ຽວຢູ່ສິບສອງພັນນາ, ຄຸນໝິງ ສປ ຈີນ ແລະ ນໍານັກທ່ອງທ່ຽວລາວອອກໄປທ່ຽວ ສປ ຈີນ. ຖ້າຜູ້ທີ່ສົນໃຈບໍລິການຈາກບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ພວກເຮົາ ສາມາດຕິດຕໍ່ໄດ້ທີ່ ເບີໂທລະສັບ : 020 521316666 ບໍລິສັດທ� ອງທ� �ວ ລາວ�ອເວີຊີ ຈຳກັດ ສຳຫລວດເສ� ນທາງ ການທ� ອງທ� �ວຢ� � ແຂວງກ� ຍ�ຈວ ສປ ຈີນ

RkJQdWJsaXNoZXIy MTc3MTYxMQ==