07 xtgmf]k; 37ltok c]t [= ]y = dy ko { 08/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບທັກສະ ສໍາລັບທຸລະກິດ ທີ່ພັກເຊົາ ແລະ ຮ້ານອາຫານຂະ ໜາດນ້ອຍ-ກາງ ໃຫ້ພາກສ່ວນທຸ ລະກິດຜູ້ປະກອບການບໍລິການ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງ ແຂວງຄຳມ່ວນ ໄດ້ສຳເລັດລົງ ເມື່ອບໍ່ດົນມານີ້ ທີ່ເມືອງທ່າແຂກ ພາຍຫລັງດໍາເນີນມາເປັນເວລາ 4 ມື້ ໂດຍການເປັນປະທານຮ່ວມ ຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວແຂວງ ແລະ ທ່ານ ນາງ ຈຸນລະຈັນ ແພງ ດີ ຜູ້ອຳນວຍການສູນພັດທະນາ ທັກສະການທ່ອງທ່ຽວ ແລະ ການ ໂຮງແຮມ ດີມິດທ໌ບາຍ. ທ່ານ ນາງ ຈຸນລະຈັນ ແພງດີ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງ ນີ້ ໃຊ້ເວລາ 4 ວັນເຕັມ ໃນເບື້ອງ ຕົ້ນກໍານົດຜູ້ເຂົ້າຮ່ວມໃນ 3 ສາຂາ ທັງໝົດ 75 ຄົນ ສາຂາລະ 25 ຄົນ. ຮອດມື້ຝຶກຕົວຈິງມີຜູ້ເຂົ້າຮ່ວມເຖິງ 82 ຄົນ ຍິງ 65 ຄົນ ໃນນີ້, ສາຂາ ແມ່ບ້ານ 25 ຄົນ, ສາຂາອາຫານ 25 ຄົນ ແລະ ສາຂາຕ້ອນຮັບ 32 ຄົນ ຕາມປົກກະຕິແມ່ນຝຶກສໍາລັບ ເມືອງທ່າແຂກ, ເມືອງມະຫາໄຊ (ແຫລ່ງທ່ອງທ່ຽວຂຸນນໍ້າຄໍາດິບ), ເມືອງນາກາຍ (ລີສອດນາຕານ) ແລະ ເມືອງບົວລະພາ (ນໍ້າຕົກຕາດ ຊຽງລື). ຈຸດປະສົງກໍເພື່ອເຮັດໃຫ້ ຜູ້ປະກອບການທຸລະກິດ ດ້ານການ ທ່ອງທ່ຽວ ໄດ້ຮຽນຮູ້ດ້ານການ ບໍລິການໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເປັນຕົ້ນ ການຮັກສາ ຄຸນນະພາບການບໍລິການ ແລະ ເອົາ ໃຈໃສ່ຕໍ່ລູກຄ້າ, ທັກສະການບໍລິການ ອາຫານ ແລະ ເຄື່ອງດື່ມ, ຄວາມຮູ້ ພື້ນຖານກ່ຽວກັບພະແນກແມ່ເຮືອນ, ການອະນາໄມຫ້ອງຮັບແຂກ, ວິທີ ຕົກແຕ່ງຫ້ອງນອນ, ຈັດອຸປະກອນ ເທິງໂຕະອາຫານ ໃນແຕ່ລະຄາບ ເຂົ້າ, ວິທີຕ້ອນຮັບແຂກທີ່ມາໃຊ້ ບໍລິການ, ວິທີເສີບເຄື່ອງດື່ມ, ວິທີພັບ ຜ້າ-ແພເຊັດມືເປັນຮູບຕ່າງໆ ພ້ອມ ທັງໄດ້ລົງປະຕິບັດຕົວຈິງຢູ່ໂຮງ ແຮມໃນເທສະບານແຂວງຕື່ມອີກ. ທ່ານ ນາງ ຈຸນລະຈັນ ແພງດີ ກ່າວຕື່ມວ່າ: ສຳລັບຂໍ້ຫຍຸ້ງຍາກໃນ ໄລຍະຝຶກອົບຮົມ ແມ່ນນັກສໍາມະນາ ກອນສ່ວນຫລາຍ ຍັງບໍ່ໄດ້ຜ່ານການ ຝຶກອົບຮົມ ກ່ຽວກັບວຽກງານຂອດ ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກ ໜັກຕິດຕໍ່ກັນຫລາຍວັນ ແຕ່ໃນວັນທີ 2 ກໍລະກົດ 2025 ເປັນຕົ້ນມາ ເຮັດ ໃຫ້ລະດັບນ້ຳຕາມລຳຫ້ວຍສາຍ ຕ່າງໆເພີ່ມຂຶ້ນຢ່າງກະທັນຫັນ ເຮັດ ໃຫ້ເກີດມີນ້ຳຖ້ວມຊຸພື້ນທີ່ທຳການ ຜະລິດ ແລະ ເຮືອນຊານຂອງພໍ່ແມ່ ປະຊາຊົນ ເສຍຫາຍຫລາຍສົມຄວນ ໂດຍສະເພາະຂອບເຂດບ້ານຜົ້ງ ຊາຍ ແລະ ບ້ານວັງຕັ້ງ ເມືອງຊຽງ ຄໍ້ ແຂວງຫົວພັນ. ຕໍ່ກັບເຫດການດັ່ງກ່າວ ຄະນະ ນຳເມືອງຊຽງຄໍ້, ຫ້ອງການແຮງ ງານ ແລະ ສະຫວັດດີການສັງຄົມ ເມືອງຊຽງຄໍ້ ໄດ້ສົມທົບກັບພາກ ສ່ວນກ່ຽວຂ້ອງ ລົງພື້ນທີ່ສຳຫລວດ, ເກັບຂໍ້ມູນ ແລະ ໃຫ້ການຊ່ວຍເຫລືອ ເບື້ອງຕົ້ນ, ເຊິ່ງຕາມການເກັບສະຖິຕິ ຜົນເສຍຫາຍ ສະເພາະ ບ້ານຜົ້ງ ຊາຍ ມີ 10 ຄອບຄົວ ທີ່ໄດ້ຮັບຜົນ ກະທົບ ລວມມູນຄ່າເສຍຫາຍ 84,8 ລ້ານກວ່າກີບ ໃນນັ້ນ, ຄອບຄົວທີ່ ເສຍຫາຍໜັກກວ່າໝູ່ແມ່ນຄອບຄົວ ທ້າວ ໄຊສິງຄຳ ມູນຄ່າເສຍຫາຍ 32 ລ້ານກີບ, ຄອບຄົວ ທ້າວ ນິນ ທອງ ເສຍຫາຍ 10 ລ້ານກວ່າກີບ, ຄອບຄົວ ທ້າວ ພຽນທອງ ເສຍຫາຍ leg]a fdkopq d]tfa [ma dlt le]a [m5 ]tdy fmuj ra dg-q k c]t Ih kovksko .sh z6h xtdv[dko[= ]y dko [h kozQ '-kp g,n v'-P'7= wfh Ia [zq odtmq [ 9kdoE4h ;,-5 glpskps]kplq ,7;o h ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ແຂວງຊຽງ ຂວາງ ສາມາດລະດົມການລົງທຶນ ທົ່ວສັງຄົມ ໄດ້ 2.481 ຕື້ກີບ ໃນ ນັ້ນ, ການລົງທຶນຂອງລັດ 88,02 ຕື້ກີບ ກວມ 3,55%, ການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 987,08 ຕື້ກີບ ກວມ 39,78%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 23,95 ຕື້ກີບ ກວມ 0,97% ແລະ ສິນເຊື່ອທະນາຄານ 1.382 ຕື້ ກີບ ກວມ 55,71% ຂອງການລົງ ທຶນທັງໝົດ. ພ້ອມນີ້, ສາມາດຈັດ ເກັບລາຍຮັບທ້ອງຖິ່ນເຂົ້າງົບປະ ມານໄດ້ 171,75 ຕື້ກີບ, ເທົ່າກັບ 59,84% ຂອງແຜນການປີ, ຄຸ້ມ ຄອງ ແລະ ປະຕິບັດລາຍຈ່າຍ ໄດ້ 378,89 ຕື້ກີບ ເທົ່າກັບ 43,28% ຂອງແຜນການ. ໃນ 6 ເດືອນຕົ້ນປີ ຂາດດຸນງົບປະມານ 207,14 ຕື້ກີບ. ທ່ານ ບູນຈັນ ສີວົງພັນ ເຈົ້າ ແຂວງໆຊຽງຂວາງ ໄດ້ລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນ ປີ 2025 ແລະ ທິດທາງແຜນການ ວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ຂອງແຂວງຊຽງຂວາງ ຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຊຽງ ຂວາງ ຊຸດທີ II ໃນທ້າຍອາທິດຜ່ານ ມາວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ຄະນະນຳ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ປະ ຕິບັດຄາດໝາຍສູ້ຊົນ ຕາມມະຕິ ກອງປະຊຸມໃຫຍ່ຂັ້ນຂອງຕົນ ຕິດ ພັນກັບການແຂ່ງຂັນຮັກຊາດ-ພັດ ທະນາ, ການປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ໜີ້ສິນ, ແກ້ໄຂໄພພິ ບັດທາງທຳມະຊາດ ແລະ ອື່ນໆຢ່າງ ຕັ້ງໜ້າ ເພື່ອໃຫ້ບັນລຸຕາມຄາດໝາຍ ທີ່ມະຕິສະພາປະຊາຊົນໄດ້ຮັບຮອງ, ຈັງຫວະການຂະຫຍາຍຕົວຂອງ ເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ, ຄາດ ຄະເນປີ 2025 ຈະຂະຫຍາຍຕົວ ໃນລະດັບ 6%, ລວມຍອດຜະລິດ ຕະພັນພາຍໃນໃຫ້ບັນລຸ 6.800 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວ ຄົນຈະບັນລຸໄດ້ 1.153 ໂດລາຕໍ່ ຄົນຕໍ່ປີ. ພ້ອມນີ້, ໄດ້ສຸມໃສ່ການຜະລິດ ກະສິກຳ ປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ ເປັນຕົ້ນການປູກ ເຂົ້າ ໃນນີ້, ສາມາດປັກດໍາເຂົ້ານາ ແຊງໄດ້ 150 ເຮັກຕາ, ເກັບກູ້ຜົນ ຜະລິດໄດ້ 630 ໂຕນ, ໄດ້ປັກດໍາເຂົ້າ ນາປີສໍາເລັດ 90%, ປູກສາລີຫວານ ໄດ້220 ເຮັກຕາ ເກັບກູ້ຜົນຜະລິດໄດ້ 1.123ໂຕນເທົ່າກັບ30,49%ຂອງ ແຜນການປີ, ປູກພືດຕະກຸນຖົ່ວໄດ້ 127ເຮັກຕາເກັບກູ້ຜົນຜະລິດໄດ້635 ໂຕນ ເທົ່າກັບ 81,70% ຂອງແຜນ ການປີ ແລະ ພືດຜັກລວມຕ່າງໆ ໄດ້ 1.831 ເຮັກຕາ ເກັບກູ້ຜົນຜະ ລິດໄດ້ 19.000 ກວ່າໂຕນ ເທົ່າກັບ 78,66% ຂອງແຜນການປີ. ປັດຈຸ ບັນ ທົ່ວແຂວງຊຽງຂວາງ ມີງົວພັນ ນົມ 4 ພັນກວ່າໂຕ ໃນນັ້ນ, ສາມາດ ໃຫ້ນົມໄດ້ 1.800 ໂຕ, ສາມາດຜະ ລິດນົມສົດ ສົ່ງອອກໄດ້ 60 ໂຕນຕໍ່ ມື້. ນອກນີ້, ໄດ້ເອົາໃຈໃສ່ຊຸກຍູ້ສົ່ງ ເສີມການລ້ຽງສັດໃຫຍ່ ຢ່າງເປັນ ຂະບວນກວ້າງຂວາງ, ທົ່ວແຂວງມີ ສັດໃຫຍ່ປະເພດງົວ, ຄວາຍ, ມ້າ ທັງໝົດ 382.000 ກວ່າໂຕ, ສາ ມາດສົ່ງອອກສັດປະເພດ ງົວ, ຄວາຍ ແລະ ມ້າໄດ້ 2.407 ໂຕ, ຄຽງຄູ່ກັບ ການລ້ຽງສັດໃຫຍ່ ແມ່ນໄດ້ເອົາໃຈ ໃສ່ໃນການປູກຫຍ້າ ເພື່ອເປັນອາ ຫານສັດ, ທົ່ວແຂວງມີທົ່ງຫຍ້າ 22.100 ເຮັກຕາ. ສຳລັບຂະບວນ ການປູກໄມ້ປະຈໍາປີ ໃຫ້ເປັນປ່າ ໄດ້ 138.000 ກວ່າຕົ້ນ ແລະ ໄດ້ປ່ອຍ ປາຄືນສູ່ທຳມະຊາດ 3 ແສນກວ່າ ໂຕ. ຜະລິດ ແລະ ຈຳໜ່າຍກະແສ ໄຟຟ້າໄດ້ 73.196.000 ກິໂລວັດ ເທົ່າກັບ 51,58% ຂອງແຜນປີ, ມີ ບ້ານທີ່ໄດ້ຊົມໃຊ້ໄຟຟ້າກວມ 96% ຂອງຈໍານວນບ້ານທົ່ວແຂວງ (ຍັງ 19 ບ້ານບໍ່ທັນມີໄຟຟ້າຊົມໃຊ້). ທ່ານ ບູນຈັນ ສີວົງພັນ ໃຫ້ຮູ້ cdj omh k; xtg,u ozq odj P;da [dko 75h ,7v'F oe.-h c]t vto5 ]a d-h k'[h ko ຕື່ມວ່າ: ສ່ວນວຽກງານແຮ່ທາດ ປັດຈຸບັນ, ທຸລະກິດແຮ່ທາດທີ່ເຄື່ອນ ໄຫວຢູ່ແຂວງຊຽງຂວາງ ມີ 93 ບໍລິສັດ ໃນນີ້, ສຶກສາສໍາຫລວດ 27 ບໍລິສັດ, ຂຸດຄົ້ນ ແລະ ປຸງແຕ່ງ 66 ບໍລິສັດ, ຂັ້ນສູນກາງຄຸ້ມຄອງ 23 ບໍລິສັດ, ຂັ້ນແຂວງຄຸ້ມຄອງມີ 26 ບໍລິສັດ ແລະ ຂັ້ນເມືອງ 17 ຫົວ ໜ່ວຍ. ສາມາດຈໍາໜ່າຍແຮ່ຄໍາໄດ້ 22.884,89 ກຣາມ, ແຮ່ເຫລັກ 420.000 ກວ່າໂຕນ, ແຮ່ຫາຍາກ ໄດ້ 5.209 ໂຕນ, ຫີນກຣານິດ 17 ແມັດກ້ອນແລະຫີນປູນໄດ້153.591 ແມັດກ້ອນ. ການສົ່ງອອກສິນຄ້າ ບັນລຸໄດ້ 778, 54 ຕື້ກີບ, ເທົ່າກັບ 48,06% ຂອງແຜນການປີ; ການ ນໍາເຂົ້າສິນຄ້າ ປະຕິບັດໄດ້ 469,42 ຕື້ກີບ ເທົ່າກັບ 41,38% ຂອງແຜນ ການປີ, ໃນໄລຍະ 06 ເດືອນຕົ້ນປີ 2025 ແຂວງເກີນດຸນການຄ້າ ມູນ ຄ່າ 309,03 ຕື້ກີບ, ກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງໄດ້69,45 ກິໂລແມັດ ເທົ່າກັບ 44,34% ຂອງ ແຜນການປີ; ການຂົນສົ່ງສິນຄ້າ ບັນລຸໄດ້ 63.293 ໂຕນ ເທົ່າກັບ 52% ຂອງແຜນປີ, ສໍາຫລວດວັດ ແທກຂຶ້ນທະບຽນອອກສິດນໍາໃຊ້ ທີ່ດິນໄດ້ 4.339 ຕອນ ເທົ່າກັບ 27,4%ຂອງແຜນປີ, ຕິດຕາມກວດ ກາການຄຸ້ມຄອງ ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຢູ່ບັນດາ ໂຄງການພັດທະນາຕ່າງໆ ພາຍໃນ ແຂວງຢ່າງເຂັ້ມງວດ ແລະ ວຽກ ງານອື່ນໆ ກໍໄດ້ຮັບການຈັດຕັ້ງບັນລຸ ຕາມລະດັບຄາດໝາຍທີ່ວາງໄວ້. rP' 6 gfn vo -P'0;k'lk,kf ]tfq ,dko]q 'mb owfh 2.400 8N d;j kdu [ ການບໍລິການ, ຍັງບໍ່ເປັນມືອາຊີບ, ບໍ່ມີປະສົບການດ້ານການບໍລິການ ມາກ່ອນ, ສ່ວນຫລາຍແມ່ນສອນກັນ ແບບປະຖົມປະຖານ ເປັນຕົ້ນ ການ ເສີບນໍ້າ, ເສີບອາຫານ ຍັງບໍ່ຮູ້ຊິເຂົ້າ ເບື້ອງໃດຂອງແຂກ, ມາລະຍາດໃນ ການເວົ້າ, ທັກທາຍສະບາຍດີແຂກ ຍັງເປັນລັກສະນະອາຍບໍ່ກ້າສະແດງ ອອກ, ມີບາງຫົວໜ່ວຍຍັງບໍ່ເຂົ້າໃຈ, ບໍ່ໃຫ້ຄວາມສໍາຄັນກັບທຸລະກິດຂອງ ຕົນເອງ ແລະ ຍັງຖືເບົາ. ໂອກາດນີ້, ທ່ານ ໄຊສົມບູນ ສຸວັນດາລາ ໄດ້ຕີລາຄາສູງຕໍ່ຜົນ ສໍາເລັດທີ່ຍາດມາໄດ້ ຕໍ່ການຝຶກ ອົບຮົມໃນຄັ້ງນີ້ ເຊິ່ງມັນໄດ້ສ້າງ ຄວາມຮູ້, ທັກສະອັນໃໝ່ໆເພີ່ມສໍາ ລັບພະນັກງານທີ່ເຮັດວຽກບໍລິການ ໃຫ້ແກ່ນັກສໍາມະນາກອນ ເຊິ່ງເຫັນ ໄດ້ເຖິງຄວາມເອົາໃຈໃສ່ ຂອງນັກ ສໍາມະນາກອນທຸກສາຂາ ຕະຫລອດ ໄລຍະການຮຽນ ແມ່ນເຕັມໄປດ້ວຍ ຄວາມຄຶກຄື້ນ, ມ່ວນຊື່ນ ລວມເຖິງ ການປະຕິບັດໂມງເວລາໄດ້ດີ ເຖິງ ແມ່ນວ່າການຝຶກອົບຮົມໃນຄັ້ງນີ້ ຈະໃຊ້ເວລາອັນສັ້ນ ແຕ່ກໍ່ມີຄວາມ ໝາຍ-ຄວາມສໍາຄັນອັນເລິກເຊິ່ງ ທີ່ ເຮັດໃຫ້ນັກສໍາມະນາກອນໄດ້ຮັບ ຄວາມຮູ້ ແລະ ນໍາເອົາຄວາມຮູ້ທີ່ ໄດ້ຮັບຈາກອາຈານ ກັບໄປນໍາໃຊ້ ພ້ອມທັງແບ່ງປັນຄວາມຮູ້ ໃຫ້ກັບ ພະນັກງານບໍລິການ ພາຍໃນອົງ ກອນ ແລະ ສະຖານທີ່ບໍລິການຂອງ ຕົນເອງ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການ ສະໜັບສະໜູນຈາກລັດຖະບານ ລຸກຊໍາບວກ, ສະວິດເຊີແລນ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນ ງານສະຕາຟ. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ ຕົກລົງ ສະບັບເລກທີ 979/ຈຂ.ຊຍ, ລົງວັນທີ 13 ກັນຍາ 2017 ວ່າ ດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ການອະນຸລັກຊ້າງບ້ານ ໃນທ້າຍ ອາທິດຜ່ານມາ ທີ່ຫ້ອງການ ກະສິ ກໍາ ແລະ ປ່າໄມ້ເມືອງ ໂດຍມີທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງໆ ແກ່ນທ້າວພ້ອມດ້ວຍຫ້ອງການ, ກົມ ກອງ, ອົງການຈັດຕັ້ງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ນາຍບ້ານເທສະ ບານເຂົ້າຮ່ວມ. ທ່ານ ສົມສີ ຊາວພິລາ ໄດ້ກ່າວ ວ່າ: ປັດຈຸບັນທົ່ວແຂວງໄຊຍະບູລີ ມີ ຊ້າງບ້ານ ທີ່ຂຶ້ນບັນຊີທັງໝົດ 220 ໂຕ, ໂຕແມ່ 140 ໂຕ, ເຊິ່ງຊ້າງຈໍາ ນວນດັ່ງກ່າວ ແມ່ນໄດ້ເຄື່ອນໄຫວຢູ່ ພາຍໃນແຂວງ 143 ໂຕ, ໂຕແມ່ 87 ໂຕ, ໄປເຄື່ອນໄຫວຢູ່ຕ່າງແຂວງ 26 ໂຕ, ໂຕແມ່ 15 ໂຕ ແລະ ເຄື່ອນໄຫວ ຢູ່ຕ່າງປະເທດ 51 ໂຕ, ໂຕແມ່ 38 ໂຕ. ນອກຈາກນີ້, ຍັງມີຊ້າງປ່າ ປະມານ 80 ຫາ 100 ກວ່າໂຕ ທີ່ ດໍາລົງຊີວິດຢູ່ໃນ ເຂດປ່າສະຫງວນ ແຫ່ງຊາດນ້ຳປຸຍ ທີ່ກວມພື້ນທີ່ຢູ່ 3 ເມືອງຄື: ເມືອງພຽງ, ເມືອງ ປາກລາຍ ແລະ ເມືອງທົ່ງມີໄຊ. ຂໍ້ ຕົກຂອງເຈົ້າແຂວງ ສະບັບເລກທີ 979/ຈຂ.ຊຍ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການຄຸ້ມຄອງ, ນໍາ ໃຊ້ ແລະ ການອະນຸລັກຊ້າງບ້ານ ປະກອບມີ 7 ໝວດ, 24 ມາດຕາ ແລະ ປະກາດໃຊ້ນັບແຕ່ປີ 2017 ເປັນຕົ້ນມາ ຮອດປີ 2025 ເປັນ ໄລຍະເວລາ 8 ປີ ຍັງບໍ່ທັນມີການ ປະເມີນ ແລະ ປັບປຸງຂໍ້ຕົກລົງສະບັບ ນີ້ຈັກເທື່ອ. ເພື່ອເຮັດໃຫ້ຂໍ້ຕົກລົງດັ່ງ ກ່າວ ມີຄວາມສອດຄ່ອງກັບກົດ ໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ ອອກມາໃໝ່ນັ້ນ, ຮຽກຮ້ອງໃຫ້ບັນ ດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຄັ້ງ ນີ້ ຈົ່ງເຊີດຊູຄວາມຮັບຜິດຊອບສູງ, ສຸມແນວຄວາມຄິດ, ສະຕິປັນຍາ ປະກອບຄຳຄິດ-ຄຳເຫັນ ໃສ່ຂໍ້ຕົກ ລົງດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍ ທີ່ວາງໄວ້. ໂອກາດນີ້, ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິ ກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານ ວ່າ: ເມືອງແກ່ນທ້າວ ເປັນເມືອງໜຶ່ງ ທີ່ມີປະຫວັດສາດອັນຍາວນານ ປະ ຊາຊົນນຳໃຊ້ຊ້າງຕິດພັນ ກັບການ ດຳລົງຊີວິດ ເນື່ອງຈາກວ່າຊ້າງເປັນ ສັດໂຕໃຫຍ່, ມີຄວາມສະຫລາດ ແລະ ມີກຳລັງແຮງ, ປະຊາຊົນ ໃນ ເມື່ອກ່ອນ ຈຶ່ງນຳຊ້າງເປັນພາຫະນະ ທີ່ສຳຄັນ ເຂົ້າໃນການຂົນສົ່ງສິນຄ້າ, ການລຳລຽງເຂົ້າປາອາຫານ, ນຳ ໃຊ້ເຂົ້າໃນການລາກແກ່, ມີສ່ວນສຳ ຄັນໃນການເຮັດສົງຄາມ ເພື່ອປົກ ປ້ອງບ້ານເມືອງ ແລະ ພວກເຮົາ ຖື ເອົາການອະນຸລັກປົກປັກຮັກສາ ຊ້າງ ເປັນສິ່ງທີ່ສຳຄັນ. ໄລຍະຜ່ານ ມາ ເມືອງແກ່ນທ້າວ ເຄີຍມີຊ້າງ ບ້ານ ທີ່ຂຶ້ນບັນຊີ ທັງໝົດ 1 ໂຕ, ໂຕແມ່ 0 ໂຕ, ມາຮອດປັດຈຸບັນນີ້ ຊ້າງຈໍານວນດັ່ງກ່າວແມ່ນໄດ້ຕາຍ ແລ້ວ. ແຕ່ປີ 2018 ເປັນຕົ້ນມາ ເມືອງແກ່ນທ້າວ ແມ່ນບໍ່ໄດ້ມີຊ້າງ. 9 ລ້ານກວ່າກີບ ແລະ ຄອບຄົວ ທ້າວ ວຽງສອນ ເສຍຫາຍ 8 ລ້ານ ກວ່າກີບ. ຜົນເສຍຫາຍສ່ວນຫລາຍ ແມ່ນເຂົ້າເປືອກ, ພາຫະນະຮັບໃຊ້ ເຂົ້າໃນການຜະລິດກະສິກຳ, ເຄື່ອງ ໃຊ້ໃນຄົວເຮືອນ ແລະ ສັດລ້ຽງ ຈຳນວນໜຶ່ງ. ສຳລັບຜົນກະທົບຕໍ່ ພື້ນທີ່ທຳການຜະລິດ ແລະ ບ້ານວັງ ຕັ້ງ ແມ່ນຄະນະຮັບຜິດຊອບ ພວມ ຂຸ້ນຂ້ຽວລົງເກັບກຳຂໍ້ມູນ. ສ່ວນ ຜົນເສຍຈະລາຍງານໃຫ້ຊາບຕາມ ພາຍຫລັງ.
RkJQdWJsaXNoZXIy MTc3MTYxMQ==