7066

l;ovkskoxk;y ok g0Q kx5h oc9j ;0u ' [a opkdkffu vkskoc-[ 08/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *ຄໍລໍາ “ສົ່ງເສີມທຸລະກິດ” ມື້ ນີ້ ຈະພາບັນດາທ່ານມາຮູ້ຈັກສວນ ອາຫານປາວິນາ ເຂົ້າປຸ້ນແຈ່ວຂີງ ສາຂາໂຊກໃຫຍ່ ເປັນອີກຮ້ານໜຶ່ງ ທີ່ກໍາລັງໄດ້ຮັບຄວາມນິຍົມຈາກ ສັງຄົມດ້ວຍສະຖານທີ່ກວ້າງຂວາງ ມີການຕົບແຕ່ງຢ່າງສວຍງາມ, ມີ ເອກະລັກສະເພາະຂອງຮ້ານ ໃນນັ້ນ ຍັງມີຈຸດຖ່າຍຮູບ ແລະ ບ່ອນຫລິ້ນ ສຳລັບເດັກນ້ອຍ, ພ້ອມດຽວກັນກໍ່ ມີອາຫານທີ່ຫລາກຫລາຍລາຍການ ບໍ່ວ່າຈະເປັນເຂົ້າປຸ້ນແຈວຂີງ, ພັນ ໂດຍ: ມາລີດາີ ປາ, ເຂົ້າຊອຍພັນ ແລະ ອາຫານ ລາວທີ່ຫລາກຫລາຍໄວ້ບໍລິການ ລູກຄ້າ. ສະນັ້ນ, ສວນອາຫານປາ ວິນາ ເຂົ້າປຸ້ນແຈ່ວຂີງ ກໍຖືວ່າເປັນ ອີກໜຶ່ງຈຸດນັດພົບທີ່ໜ້າສົນໃຈທີ່ ບັນດາທ່ານບໍ່ຄວນພາດຈະຕ້ອງໄປ ສໍາຜັດດ້ວຍຕົນທ່ານເອງ. ທ່ານ ພອນໄຊ ເທບມະນີວົງ ຜູ້ ບໍລິຫານສວນອາຫານປະວິນາ ເວົ້າ ໃຫ້ຟັງວ່າ: ກ່ອນຈະມາເຮັດອາຊີບ ນີ້ເມື່ອກ່ອນແມ່ນປະກອບອາຊີບຮັບ ຈັດງານຕ່າງໆມາເກືອບ 20 ປີ, ຫລັງຈາກນັ້ນ ກໍມີແນວຄິດຢາກເຮັດ ກ່ຽວກັບສວນອາຫານ ເພື່ອດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ ແລະ ທີ່ສຳຄັນແມ່ນຢາກ ໃຫ້ເງິນໝູນວຽນຢູ່ພາຍໃນປະເທດ ຈຶ່ງຕັດສິນໃຈອອກແບບຮ້ານແລ້ວ ເອົາແບບທີ່ຕົນອອກແບບໄວ້ໄປໃຫ້ ຫລາຍຄົນເບິ່ງໃຜກໍວ່າງາມແລ້ວ ຈຶ່ງ ເລີ່ມລົງມືສ້າງສວນອາຫານໃນ ປີ 2015 ຢູ່ບ້ານດົງຈອງ ເປັນຕົ້ນ ມາເມື່ອເຫັນວ່າທຸລະກິດຂະຫຍາຍ ຕົວດີ, ຈຶ່ງຂະຫຍາຍຕື່ມອີກສາຂາ ຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ສາຂາ 2) ເລີ່ມເປີດໃນປີ 2024 ມານີ້ ເຫັນວ່າຜົນຕອບຮັບດີຫລາຍລູກ ຄ້າກໍໄດ້ຮັບຄວາມສົນໃຈເພີ່ມຂຶ້ນ ເລື້ອຍໆ; ທັງນີ້ ກໍ່ຍ້ອນວ່າຕົນເອງ ເອົາໃຈໃສ່ໃນຫລາຍໆດ້ານເປັນຕົ້ນ ເລື່ອງອາຫານກໍມີຫລາຍລາຍການ ເຊິ່ງເປັນຫົວໃຈຫລັກຂອງຮ້ານ, ແຕ່ເຮົາກໍ່ມີປະສົບການຈາກສາຂາ ໜຶ່ງມາແລ້ວເຊິ່ງເຫັນໄດ້ວ່າ ຄົນ ນິຍົມເຂົ້າປຸ້ນແຈ່ວຂີງ ຕໍ່ມາກໍ່ຈະ ເປັນອາຫານລາວ ເຊັ່ນ: ແກງໜໍ່ໄມ້, ພັນປາ,ປີ້ງໄກ່, ປິ້ງປາ ແລະ ເຂົ້າ ຊອຍພັນ ແລະ ຍັງມີປະເພດຍຳ ກວ່າ 20 ລາຍການ ເຊັ່ນ: ຍຳແຊວ ມ້ອນ, ກຸ້ງແຊ່ນ້ຳປາ, ແຊວມ້ອນ ແຊ່ນ້ຳປາ, ຍຳທະເລ, ຍຳຫອຍ ແຄງ, ຍຳສະຫລັດລາວ, ຍຳໂຕ່ງ ແລະ ຍຳອື່ນໆ; ປະເພດຈືນກໍຈະມີ: ຈືນມັນຝຣັ່ງ, ຈືນຂາໄກ່+ມັນຝຣັ່ງ, ຈືນປີກໄກ່+ມັນຝຣັ່ງ, ຈືນກຸ້ງ, ປາ ມຶກສົດ, ປາມຶກແຫ້ງ, ເອັນເຫລືອ, ເອັນໄກ່, ດັກແດ້, ຄາງເປັດ, ເຫືອກ ແລະ ອື່ນໆ; ປະເພດປີ້ງ 10 ກວ່າ ລາຍການເຊັ່ນ: ປີ້ງກຸ້ງ, ປີ້ງປາ ມຶກ, ຈີ່ໜັງ, ປີ້ງຊີ້ນນ້ຳຕົກ, ປີ້ງປາ ຄໍ່ ແລະ ອື່ນໆ; ປະເພດປາອົບໜຶ້ງ 10 ກວ່າລາຍການ, ປະເພດຕຳ 40 ກວ່າລາຍການ, ປະເພດອາຫານ ກິນກັບເຂົ້າ, ປະເພດເຂົ້າ, ປະເພດ ພັນ, ປະເພດ ລາບ-ກ້ອຍ-ແກງ-ຕົ້ມ ຫລາຍສິບລາຍການ ແລະ ປະເພດ ເຄື່ອງດື່ມເຫລົ່ານີ້ເປັນຕົ້ນ. ນອກ ນັ້ນ ທາງສວນອາຫານປາວິນາ ຍັງ ມີໂປຣໂມຊັນໃນງານເທສະການ ຕ່າງໆ ເຊິ່ງໄລຍະນີ້ແມ່ນມີໂປຣໂມ ຊັນໜ້າຝົນ ຊື້ເບຍ 1 ຫລັງ ແຖມ 1 ຫລັງສຳລັບສາຍດື່ມບໍ່ຄວນພາດ. ສໍາລັບເມນູທີ່ກໍາລັງໄດ້ຮັບ ຄວາມນິຍົມທີ່ໃຜກໍຕ້ອງສັ່ງເລີຍ ແມ່ນເຂົ້າຊອຍພັນ ກັບເຂົ້າປຸ້ນແຈ່ວ ຂີງ ບອກໄດ້ເລີຍວ່າບໍ່ຄືໃຜແນ່ນອນ ເພາະວ່າລາຍການອາຫານທຸກຢ່າງ ຈະເປັນສູດທີ່ເປັນເອກະລັກສະເພາະ ຂອງທາງຮ້ານ ເຊິ່ງໃຜທີ່ໄດ້ມາກິນ ກໍຕ້ອງຕິດໃຈແນ່ນອນຈາກພໍ່ຄົວ ແມ່ຄົວສືມີດີທີ່ມີປະສົບການມາ 30 ກວ່າປີ; ນອກນີ້ ຍັງເນັ້ນການ ຕົບແຕ່ງສວນທີ່ສວຍງາມສະດຸດ ຕາ ເຊິ່ງມີຕູບແຄມນໍ້າຫລາຍສິບ ຕູບໄວ້ບໍລິການ, ມີບ່ອນຫລິ້ນສໍາ ລັບເດັກນ້ອຍ, ມີຂົວຂ້າມນໍ້າຈາກ ປະຕູທາງເຂົ້າດ້ານໜ້າຍ່າງມາຫາ ຕູບ, ຖືກຕົບແຕ່ງຢ່າງສວຍງາມເພື່ອ ເປັນຈຸດຊົມທິວທັດ ແລະ ຖ່າຍຮູບ ງາມໆສໍາລັບຄົນທີ່ມັກຖ່າຍຮູບກັບ ສະຖານທີ່ທ່ອງທ່ຽວ ແລະ ອື່ນທີ່ກໍາ ລັງປັບປຸງ ເພື່ອເປັນການດຶງດູດນັກ ທ່ອງທ່ຽວໃຫ້ຫລາຍຂຶ້ນ. ທ່ານ ພອນໄຊ ເວົ້າຕື່ມວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າເສດຖະກິດ ມີການຜັນຜວນໃນປັດຈຸບັນ ເຊິ່ງ ທາງຮ້ານກໍໄດ້ຮັບຜົນກະທົບເຊັ່ນ ດຽວກັນ ເນື່ອງຈາກຕົ້ນທຶນວັດຖຸດິບ ທີ່ສູງຂຶ້ນ, ແຕ່ແນວໃດກໍດີເພື່່ອມັດ ໃຈລູກຄ້າກໍຈະຮັກສາຄຸນນະພາບ ອາຫານ ແລະ ການບໍລິການໃຫ້ດີ ແບບນີ້ຕະຫລອດໄປ. ພ້ອມດຽວກັນ, ກໍຈະສ້າງສິ່ງໃໝ່ໆໄວ້ບໍລິການລູກຄ້າ ຕື່ມອີກ ໂດຍສະເພາະໃນຕໍ່ໜ້າແມ່ນ ຈະເຮັດຄາເຟ, ຈະປັບປຸງໂຊນຕູບ ບາງຈຸດເປັນຫ້ອງແອ ກຳລັງຢູ່ໃນ ຂັ້ນຕອນອອກແບບ ເຊິ່ງແບບທີ່ ຈະເຮັດແມ່ນເຮັດໃຫ້ມີລັກສະນະຄື ລົດໄຟເພື່ອຄວາມສວຍງາມ, ເປັນ ມູມຖ່າຍຮູບສຳລັບແຂກທີ່ເຂົ້າມາ ແລະ ມີຟົກຊ່ອງຕື່ມອີກ. ສໍາລັບແຜນ ຕໍ່ໜ້າຈະຂະຫຍາຍສາຂາໄປຕ່າງ ແຂວງແມ່ນຂຶ້ນຢູ່ກັບຜົນຕອບຮັບ ຂອງລູກຄ້າຖ້າລູກຄ້າຕອບຮັບດີກໍ່ ຈະຂະຫຍາຍໄປແຂວງຈໍາປາສັກ ເພາະມີເນື້ອທີ່ດິນແລ້ວກໍ່ຢາກເປັນ ບ່ອນອະນຸລັກເປັນຂອງຝາກຂອງ ຕ້ອນ ເປັນລີສອດເປັນສວນອາຫານ ແບບຄົບວົງຈອນເໝືອນດັ່ງຮ້ານ ທີ່ເຮົາເຮັດໃນປັດຈຸບັນນີ້, ແຕ່ຈະມີ ໜອງປາ ເພື່ອເອົາປານໍາຂອງມາ ສະຕ໋ອກໄວ້ທ່ານໃດມາກໍໄດ້ກິນ ສົດໆສາມາດເລືອກໄດ້ເລີຍແຕ່ນີ້ກໍ ແມ່ນແຜນໃນອະນາຄົດຖ້າລູກຄ້າ ໃຫ້ຜົນຕອບຮັບຂຶ້ນເລື້ອຍໆກໍ່ຈະ ເຮັດເພື່ອຮອງຮັບນັກທ່ອງທ່ຽວເຂດ ພາກໃຕ້. ສໍາລັບຮ້ານເຮົາມີສອງສາຂາ ຄືສາຂາດົງຈອງ ເປັນສາຂາທີ 1 ເຊິ່ງກໍາລັງປັບປຸງ ແລະ ສາຂາທີ 2 ແມ່ນຕັ້ງຢູ່ບ້ານໂຊກໃຫຍ່ ເປີດທຸກມື້ ເລີ່ມແຕ່ 10 ໂມງເຊົ້າ-22:00 ໂມງ, ທ່ານສະດວກໄປສາຂາໃດກະມາໄດ້ ສໍາລັບທ່ານໃດທີ່ບໍ່ຮູ້ຮ້ານກໍ່ສາມາດ ຕິດຕໍ່ໄດ້ທີ່ເບີ 020 55916939 ຫລື 020 96493289.

RkJQdWJsaXNoZXIy MTc3MTYxMQ==