7066

08/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະກາດແຕ່ງຕັ້ງ...່ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ oa dm5 ]tdy f ]k;{9u o sk]n Ia fc|h o dkoIj ;,,n fh kodko7h k{dko]q 'mb o g-a o[q f[a omb d d;fdkl5 0trk[ xt9exu 0v'z6h vvdcI''ko ຂປລ. ພິທີເຊັນບົດບັນທຶກການ ຮ່ວມມືດ້ານວິຊາການ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ) ຮ່ວມກັບ ສູນກວດ ສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດນະຄອນ ຫລວງວຽງຈັນ-ປັກກິ່ງ ຈຳກັດ ຈັດ ຂຶ້ນໃນວັນທີ 4 ກໍລະກົດ 2025 ເພື່ອເປັນບາດກ້າວພື້ນຖານທີ່ສໍາ ຄັນ ລະຫວ່າງພາກລັດ ແລະ ພາກ ເອກະຊົນ ກໍຄື ການເຮັດໜ້າທີ່ຊ່ວຍ ພາກລັດ ໃນວຽກງານກວດກາສຸ ຂະພາບປະຈຳປີ ຂອງຜູ້ອອກແຮງ ງານ ໂດຍການຮ່ວມລົງນາມ ລະ ຫວ່າງ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະ ຊວງແຮງງານແລະສະຫວັດດີການ ສັງຄົມ ແລະ ທ່ານ ຊ້າຍ ຕ້າລຸນ ອໍານວຍການສູນກວດສຸຂະພາບ ແຮງງານພາຍໃນ ແລະ ຕ່າງປະ ເທດ ສູນການແພດນະຄອນຫລວງ ວຽງຈັນ-ປັກກິ່ງ ຈໍາກັດ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ. ການຮ່ວມມືຄັ້ງນີ້, ແມ່ນຖືເປັນ ຂີດໝາຍໜຶ່ງທີ່ສໍາຄັນ ເພາະມັນ ສະແດງໃຫ້ເຫັນເຖິງການຮ່ວມມື ກັນລະຫວ່າງພາກລັດ ແລະ ພາກ ເອກະຊົນ ໃນການດຳເນີນການບໍລິ ການດ້ານຄວາມປອດໄພແລະສຸຂະ ພາບແຮງງານ ໂດຍສະເພາະ ແມ່ນ ການເຮັດການບໍລິການກວດສຸຂະ ບໍລິສັດ ເຂົ້າຮ່ວມຫລາຍກວ່າ 40 ບໍລິສັດທີ່ໄດ້ດຳເນີນທຸລະກິດຢູ່ລາວ ໂດຍກວມເອົາຫລາຍຂົງເຂດເຊັ່ນ: ກະສິກຳ, ການຂົນສົ່ງ, ເຕັກໂນ ໂລຊີພະລັງງານ, ການແພດ ແລະ ອື່ນໆ ຄາດວ່າພາຍໃນງານມີຄວາມ ຕ້ອງການບັນຈຸຕໍາແໜ່ງງານທີ່ດີ ຫລາຍກວ່າ 1.000 ຕໍາແໜ່ງ. ໃນໂອກາດນີ້, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາ ບັນຂົງຈື ມະຫາວິທະຍາໄລແຫ່ງ ຊາດ ໄດ້ກ່າວວ່າ: ງານຕະຫລາດ ນັດແຮງງານຄັ້ງນີ້, ຈັດຂຶ້ນເພື່ອ ສ້າງໂອກາດ ແລະ ເງື່ອນໄຂໃຫ້ ແກ່ນ້ອງນັກສຶກສາ ທີ່ກໍາລັງຈະຈົບ ການສຶກສາ ແລະ ຜູ້ທີ່ຊອກວຽກ ບຸກຄະລາກອນ ທີ່ມີສັກກະຍະພາບ ແລະ ໃຫ້ນັກສຶກສາ ໄດ້ສະແດງ ຄວາມສາມາດຕົນຢ່າງເຕັມທີ່ ປະ ກອບສ່ວນເຂົ້າໃນວຽກງານຍຸດທະ ສາດຂອງປະເທດຊາດ, ສອດຄ່ອງ ກັບການພັດທະນາ ເຂດເສດຖະກິດ ທາງລົດໄຟລາວ-ຈີນ, ສົ່ງເສີມການ ກໍ່ສ້າງບຸກຄະລາກອນ ທີ່ເຂົ້າໃຈ ສອງປະເທດ ໃຊ້ໄດ້ສອງພາສາ, ເພື່ອເຮັດໃຫ້ແຜນການຈັດຕັ້ງປະຕິ ບັດ ຄູ່ຮ່ວມຊາຕາກໍາລາວຈີນ 5 ປີ ບັນລຸນຜົນໄດ້ຢ່າງເປັນຮູບປະທໍາ. ຂ່າວ: ສະຖາບັນຂົງຈື ຂປລ. ພິທີພົບປະລະຫວ່າງ ນັກ ທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນ ວັນທີ 3 ກໍລະກົດ 2025 ຜ່ານມາ ນີ້, ຢູ່ນະຄອນຫລວງວຽງຈັນ ໃນ ໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາແລະການຮ່ວມມືດ້ານ ການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ແນໃສ່ຮັດແໜ້ນການຮ່ວມມື ດ້ານການຄ້າ-ການລົງທຶນ ໂດຍມີ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງ, ນັກທຸລະກິດ, ຜູ້ປະກອບການ ທັງ ລາວ ແລະ ຈີນ ເຂົ້າຮ່ວມ. ງານພົບປະຄັ້ງນີ້, ບັນດາຕົວ ແທນຈາກບໍລິສັດຈີນ ໄດ້ຂຶ້ນນຳ ສະເໜີທຸລະກິດຂອງຕົນ ເພື່ອສະ ແດງສັກກະຍາພາບ, ສະແດງ ຄວາມສາມາດໃນການປະດິດສ້າງ ເຕັກໂນໂລຊີ, ພ້ອມທັງສະແດງ ຄວາມປາຖະໜາຢ່າງໜັກແໜ້ນ ໃນການຮ່ວມມືກັບບໍລິສັດຢູ່ ສປປ ລາວ. ການພົບປະດັ່ງກ່າວ, ເປັນ ເວທີໜຶ່ງທີ່ມີຄວາມສຳຄັນ ໃນການ ເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດ ລາວ-ຈີນ ໂດຍສະ ເພາະການສະໜອງແລະ ແລກປ່ຽນ ຂໍ້ມູນຂ່າວສານ ກ່ຽວກັບການຄ້າການລົງທຶນ ຂອງບັນດານັກທຸລະ ກິດ ລາວ-ຈີນ ເພື່ອເຊື່ອມໂຍງ ແລະ ແບ່ງປັນແນວຄວາມຄິດ ໃນການ ຊຸກຍູ້ການພັດທະນາທາງດ້ານການ ຄ້າ ແລະ ອຸດສາຫະກຳ ລະຫວ່າງ ລາວ-ຈີນ. ໂອກາດດຽວກັນນີ້, ວັນທີ 4 ກໍລະກົດ 2025 ກໍໄດ້ມີພິທີລົງນາມ ເພື່ອຮ່ວມມືດ້ານການຄ້າ-ການລົງ ທຶນ ລະຫວ່າງບັນດາບໍລິສັດຈາກ ສປ ຈີນ ແລະ ລາວ ຈຳນວນໜຶ່ງ. ໃນນັ້ນ, ບໍລິສັດ ຢູ້ສີ່ຮົ່ງເຊີງ ເທັກ ໂນໂລຍີ ຈຳກັດ ແລະ ບໍລິສັດ ຊີ່ງ ລົງຕ້າ; ບໍລິສັດຜະລິດອຸປະກອນ ກະສິກໍາ ຢຸຊີຊີນທຽນລີ້ຈຳກັດ ແລະ ບໍລິສັດ ລາວຈີຕ້າເພີ່ງ ຈໍາກັດ ໄດ້ລົງນາມໃນສັນຍາການຊື້-ຂາຍ ເພື່ອລົງເລິກການຮ່ວມມືລະຫວ່າງ ສອງຝ່າຍ ໃນຂະແໜງການຂອງ ຕົນ; ບໍລິສັດຢູ້ສີ່ລ່ຽນລີໂບ ເທຣດດິ້ງ ຈຳກັດ ເຊັນສັນຍາຊື້-ຂາຍ ກັບບໍລິ ສັດໄທລາດສະວົງຈໍາກັດ; ບໍລິສັດ ຢຸຊີກາວຊີ່ງຊູການລົງທຶນຈໍາກັດ ແລະ ບໍລິສັດ ລາວເໜືອລອງຊານ ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ຮ່ວມ ກັນລົງນາມສັນຍາຍຸດທະສາດການ ຮ່ວມມື ດ້ານການສະແດງສິນຄ້າ ຢຸນນານ (ປູເສັ້ນທາງໃໝ່ໃຫ້ແກ່ ຜະລິດຕະພັນພິເສດ ຂອງແຂວງຢຸນ ນານ ເຂົ້າສູ່ຕະຫລາດລາວ ແລະ ອາຊີຕາເວັນອອກສຽງໃຕ້). ທ່ານ ຊາງ ຢູ (Zhang You) ຫົວໜ້າຫ້ອງການຜູ້ຕາງໜ້າການ ຄ້າແຂວງຢຸນນານ ປະຈຳນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ: ການ ລົງນາມຄັ້ງນີ້, ເປັນການສ້າງປະ ຊາຄົມ ທີ່ມີອະນາຄົດຮ່ວມກັນ ລະ ຫວ່າງ ຈີນ-ລາວ ແນໃສ່ຊຸກຍູ້ໃຫ້ວິ ສາຫະກິດ ນຳໃຊ້ຄວາມໄດ້ປຽບ ຂອງທາງລົດໄຟ ລາວ-ຈີນ ເພື່ອ ເພີ່ມທະວີການຮ່ວມມືດ້ານເສດ ຖະກິດ-ການຄ້າ ໃນພາກພື້ນ ແລະ ຮ່ວມກັນສ້າງແແຜນ ເພື່ອພັດທະ ນາໃຫ້ມີຄຸນນະພາບສູງ. ພິທີລົງ ນາມ ໃນຄັ້ງນີ້, ບໍ່ພຽງແຕ່ໄດ້ສະ ແດງໃຫ້ເຫັນຄວາມເຊື່ອໝັ້ນ ອັນ ໜັກແໜ້ນ ແລະ ໝາກຜົນແຫ່ງການ ຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງ ຈີນ-ລາວ ແລະ ບັນດາ ປະເທດອາຊີຕາເວັນອອກສຽງໃຕ້ ເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການ ຮ່ວມມືໃນພາກພື້ນໃນອະນາຄົດ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແລະ ໄດ້ຜ່ານການທົດສອບ ໃນ ຂະບວນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕົວຈິງ, ໄດ້ຮັບຄວາມໄວ້ ເນື້ອເຊື້ອໃຈຈາກຂັ້ນເທິງ ເພື່ອມາ ຊ່ວຍວຽກງານຢູ່ຫ້ອງວ່າການສູນ ກາງພັກ. ພ້ອມນີ້, ຍັງເນັ້ນໃຫ້ສະ ແຫລ່ງຊັບພະຍາກອນ ທີ່ມີປະສິດທິ ພາບສໍາລັບຄູ-ວິດີໂອແມ່ນສັ້ນ, ຈະ ແຈ້ງ, ແລະ ປະຕິບັດຕາມໄດ້. ວິດີໂອທີ 26 ໄດ້ອອກອາກາດ ແລ້ວທາງຊ່ອງLaoESTV-ໂທລະ ພາບການສຶກສາ ແລະ ກິລາ ທາງ ຊ່ອງດາວທຽມລາວແຊັດ ຊ່ອງ 8, ທາງແພລັດຟອມ ຄັງປັນຍາລາວ ແລະ ໃນຊ່ອງ YouTube. ວິດີໂອ ສຳລັບການພັດທະນາຄູ ທີ່ມີຜູ້ເຂົ້າ ຊົມຫລາຍກວ່າ 5 ລ້ານວິວ ແລະ ຜູ້ຕິດຕາມ 26.000 ຄົນ, ຊ່ອງ YouTube ວິດີໂອສຳລັບການພັດ ທະນາຄູ ໄດ້ກາຍເປັນແຫລ່ງຊັບ ພະຍາກອນທີ່ເຊື່ອຖືໄດ້ສໍາລັບຄູໃນ ລາວ ສຳລັບທ່ານໃດຕ້ອງການຊົມ ວິດີໂອດັ່ງກ່າວ ສາມາດເຂົ້າໄປເບິ່ງ ໄດ້ທີ່ລິ້ງ https://youtu.be/9H d9GbPhVGI?si=h62csY9F 9yDobAua. ພາບແຮງງານຊ່ວຍພາກລັດ, ພ້ອມ ທັງເປັນໜ່ວຍງານທີ່ຊ່ວຍເກັບກຳ, ບັນທຶກຂໍ້ມູນການກວດກາສຸຂະ ພາບຂອງຜູ້ອອກແຮງງານ ເຊິ່ງຂໍ້ ມູນດັ່ງກ່າວຈະລວມສູນຢູ່ຖານຂໍ້ ມູນຂອງກົມຄຸ້ມຄອງແຮງງານ ເພື່ອ ນໍາໃຊ້ໃນການປະເມີນ, ວິເຄາະ, ວິໄຈ, ຄົ້ນຄວ້າ ແລະ ເປັນບ່ອນອີງ ໃນການກຳນົດ, ສ້າງ ແລະ ປັບປຸງ ບັນດານິຕິກຳ ແລະ ລະບຽບການ ດ້ານຄວາມປອດໄພ ແລະ ສຸຂະ ພາບແຮງງານ. ພ້ອມກັນນັ້ນ, ພາກ ລັດ ກໍຈະສາມາດຕິດຕາມ, ເກັບກໍາ, ບັນທຶກຂໍ້ມູນສຸຂະພາບ ແລະ ປະ ຫວັດການເຮັດວຽກຂອງຜູ້ອອກ ແຮງງານ ນັບແຕ່ມື້ເຂົ້າເຮັດວຽກ ຈົນເຖິງມື້ຢຸດເຊົາວຽກ ເພື່ອເປັນ ບ່ອນອີງໃຫ້ແກ່ການວິເຄາະຫາສາ ເຫດຂອງການເຈັບປ່ວຍ ຫລື ເສຍ ຊີວິດ ແລະ ການຢັ້ງຢືນການເປັນ ພະຍາດອາຊີບ ທີ່ອາດຈະເກີດຈາກ ການເຮັດວຽກ, ທັງເປັນຂໍ້ມູນໃນ ການກໍານົດນະໂຍບາຍ, ເງື່ອນໄຂ ແລະ ການປິ່ນປົວ ທີ່ເປັນຄວາມຮັບ ຜິດຊອບຂອງຜູ້ໃຊ້ແຮງງານ ຫລື ຄວາມຮັບຜິດຊອບຂອງກອງທຶນ ປະກັນສັງຄົມ ສໍາລັບຜູ້ອອກແຮງ ງານທີ່ເປັນສະມາຊິກຂອງອົງການ ປະກັນສັງຄົມ. ຂໍ້ມູນ-ພາບ: ຂ່າວສານ ຮສສ ຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ ຍົກສູງລະດັບຄວາມຮູ້, ຄວາມສາ ມາດດ້ານວຽກງານຂອງຕົນຢູ່ສະ ເໜີ ເພື່ອຮັບປະກັນໃນການເປັນເສ ນາທິການຮອບດ້ານ ໃນການປະຕິ ບັດລະບອບ ແລະ ແບບແຜນເຮັດ ວຽກງານໃຫ້ການນໍາຂັ້ນສູງໃນແຕ່ ລະໄລຍະມີຜົນສໍາເລັດຕາມຄາດ ໝາຍ, ສົມທົບກັບພາກສ່ວນກ່ຽວ ຂ້ອງຄົ້ນຄວ້າ, ກໍາແໜ້ນແນວທາງ ນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກລັດ ເພື່ອເຮັດໃຫ້ການສັງລວມຮ່າງ ເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດ ສູນທອນພົດ ແລະ ອື່ນໆ ມີເນື້ອໃນ ຄົບຖ້ວນ ແລະ ປະສານສົມທົບພາກ ສ່ວນກ່ຽວຂ້ອງ ເພື່ອຕິດຕາມ ແລະ ອໍານວຍຄວາມສະດວກ ໃນການ ເຄື່ອນໄຫວວຽກງານ, ການເບິ່ງ ແຍງສຸຂະພາບ, ການດໍາລົງຊີ ວິດ, ການປະຕິບັດນະໂຍບາຍຕໍ່ການ ນໍາ, ຮັກສາຄວາມປອດໄພ ໃຫ້ເປັນ ປົກກະຕິປະຈໍາວັນ ລວມທັງຄວາມ ປອດໄພໃນໄລຍະການເຄື່ອນໄຫວ ວຽກງານຢູ່ທ້ອງຖິ່ນ-ຕ່າງປະເທດ ແລະ ວຽກງານອື່ນ ຕາມການມອບ ໝາຍຂອງສູນກາງພັກ. ຂ່າວ: ກິດຕາ; ພາບ: ເກດສະໜາ ເປີດງານຕະຫລາດນັດ...ີັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຮັດງານທໍາ ເຂົ້າສູ່ຕຳແໜ່ງງານ ໃນປັດຈຸບັນ ແລະ ອະນາຄົດ ໄດ້ມາ ພົບປະແບບເຊິ່ງໜ້າ ເພື່ອແລກປ່ຽນ ຂໍ້ມູນຂ່າວສານ, ປຶກສາຫາລື, ສຳ ພາດ ແລະ ກ້າວເຂົ້າສູ່ການບັນຈຸ ເຂົ້າຕຳແໜ່ງງານໃນຂັ້ນຕໍ່ໄປ, ທັງ ເປັນການເປີດໂອກາດ ໃຫ້ແກ່ນັກ ສຶກສາ ເປີດໂລກະທັດ ແລະ ຮູ້ຈັກ ບັນດາບໍລິສັດ ເພື່ອເປັນເປົ້າໝາຍ ໃຫ້ຕົນເອງໃນອະນາຄົດ. ທ່ານ ເສີນຫາງ ເລຂາທິການ ສະພາການຄ້າກວາງຊີ ປະຈຳ ລາວ ໄດ້ກ່າວວ່າ: ການຈັດການຄັ້ງ ນີ້, ເປັນຄັ້ງທຳອິດທີ່ເປີດກວ້າງ ໃຫ້ທັງນັກສຶກສາລາວທີ່ຮຽນຈົບຢູ່ ລາວ ແລະ ນັກສຶກສາລາວທີ່ຮຽນ ຈົບຈາກກວາງຊີ ໄດ້ກັບຄືນມາເຮັດ ວຽກ, ສ້າງການເຊື່ອມໂຍງສອງ ທາງໃຫ້ບໍລິສັດຕ່າງໆ ເພື່ອຮັບເອົາ ຜະລິດວິດີໂອ...ິິີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກະຊວງສຶກສາທິການ ແລະກິລາໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ຜະລິດວິດີໂອສຳລັບການພັດທະ ນາຄູ ຕອນໃໝ່ ທີ່ສະແດງໃຫ້ເຫັນ ເຕັກນິກການສອນຫ້ອງຄວບ, ການ ວາງແຜນ ແລະ ການສອນບົດຮຽນ ຫ້ອງຄວບຢ່າງມີປະສິດທິພາບ ເມື່ອສອນຫລາຍຂັ້ນຮຽນໃນຫ້ອງ ຮຽນດຽວ. ເພື່ອຊ່ວຍຄູຮູ້ເຕັກນິກການສອນ ຫ້ອງຄວບ ໃຫ້ມີປະສິດທິພາບ, ວິດີ ໂອການສຳລັບການພັດທະນາຄູ ຕອນໃໝ່ (ວິດີໂອທີ 26) ໄດ້ຜະ ລິດຂຶ້ນມາເພື່ອແນະນຳຄູ ໂດຍມີຂັ້ນ ຕອນການແຕ່ງບົດສອນ ແລະ ການ ສອນບົດຮຽນຫ້ອງຄວບ, ຄຳແນະ ນຳພາກປະຕິບັດຕົວຈິງ ໃນຊຸດອຸປະ ກອນຊ່ວຍເຫລືອຄູ (ພາກທີ 10) ທີ່ ສະແດງໃຫ້ເຫັນວ່າ ການສອນຫ້ອງ ຄວບທີ່ດີ ຄວນປະຕິບັດຄືແນວໃດ ໃນຫ້ອງຮຽນຕົວຈິງ. ທັງນີ້, ກໍເພື່ອ ຊ່ວຍໃຫ້ຄູເຫັນພາບ ແລະ ສະທ້ອນ ຄືນເຖິງແຕ່ລະຂັ້ນຕອນຂອງການ ສອນບົດຮຽນຫ້ອງຄວບຂອງຕົນ ເພື່ອໃຫ້ເຂົາເຈົ້າສາມາດເລີ່ມການ ປັບປຸງການສອນຂອງຕົນເອງໄດ້. ທ່ານ ອຸທິດ ທິບມະນີ ຄະນະ ອຳນວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໄດ້ກ່າວ ວ່າ: ການສອນຫ້ອງຄວບຕ້ອງການ ກະກຽມເພີ່ມຕື່ມ ແລະ ປັບປ່ຽນບົດ ສອນໄດ້ຕາມຄວາມເໝາະສົມ ເຊິ່ງ ຄູຕ້ອງປັບບົດຮຽນ, ຈັດການກິດຈະ ກໍາໃຫ້ນັກຮຽນ, ຮັບປະກັນວ່າທັງ ສອງຂັ້ນຮຽນ ແມ່ນກຳລັງຮຽນ ໄປພ້ອມໆກັນ, ວິດີໂອໃໝ່ນີ້ ໄດ້ນຳ ສະເໜີເຕັກນິກທີ່ງ່າຍ ແລະ ມີປະສິດ ທິພາບ ທີ່ຄູສາມາດປະຕິບັດໄດ້ທັນ ທີ. ຜ່ານການເກັບກຳຂໍ້ມູນເຫັນວ່າ ຄູຄິດວ່າ ບັນດາວິດີໂອ ແມ່ນເປັນ ເຄື່ອງມືພັດທະນາວິຊາຊີບ ເພາະວ່າ ສາມາດຕິດຕາມວິດີໂອອອກໃໝ່ໄດ້ ງ່າຍ ແລະ ກ່ຽວຂ້ອງໂດຍກົງກັບ ການສອນຂອງຕົນໃນຫ້ອງຮຽນ. ໂອກາດດຽວກັນ, ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວ ເຖິງວິດີໂອນີ້ວ່າ: ການສອນຫ້ອງ ຄວບ ແມ່ນສິ່ງທ້າທາຍສຳລັບຄູ ໂດຍສະເພາະຢູ່ເຂດຫ່າງໄກ, ແຕ່ກໍ ເປັນເລື່ອງຈິງໃນຫລາຍໂຮງຮຽນ ທົ່ວປະເທດ. ສະນັ້ນ, ການຊ່ວຍ ເຫລືອຄູ ຈຶ່ງເປັນບຸລິມະສິດສຳຄັນ, ລັດຖະບານອົດສະຕຣາລີຈະສະໜັບ ສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຊ່ວຍເຫລືອຄູ ສ້າງ ຄວາມເຂັ້ມແຂງດ້ານວິທີການສອນ ຫ້ອງຄວບຂອງເຂົາເຈົ້າ. ວິດີໂອໃໝ່ ນີ້, ເປັນຕົວຢ່າງທີ່ດີຫລາຍ ເປັນ

RkJQdWJsaXNoZXIy MTc3MTYxMQ==