7066

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 08/07/2025 xtgmf]k; ທາບທາມ... ໂອກາດນີ້, ສະຫາຍ ເລຂາພັກ ແຂວງ-ເຈົ້າແຂວງສາລະວັນ ໄດ້ ລາຍງານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ພາຍໃນແຂວງ ກໍຄື ການກະກຽມຄວາມພ້ອມຮອບ ດ້ານ ໃຫ້ແກ່ການດຳເນີນກອງປະ ຊຸມໃຫຍ່ ອົງຄະນະພັກແຂວງສາ ລະວັນ ຄັ້ງທີ X ເປັນຕົ້ນ ດ້ານຂະ ບວນການ, ດ້ານເນື້ອໃນ, ດ້ານບຸກ ຄະລາກອນ ແລະ ດ້ານງົບປະມານ. ຫລັງຈາກນັ້ນ, ສະຫາຍ ກໍໄດ້ສືບ ຕໍ່ຜ່ານມາດຖານ, ເງື່ອນໄຂ ຂອງ ຄະນະບໍລິຫານງານພັກແຂວງ ແລະ ມາດຕະຖານຄະນະປະຈຳ ພັກແຂວງ, ເລຂາ-ຮອງເລຂາພັກ ແຂວງ ແລະ ປະທານ-ຮອງປະທານ ຄະນະກວດກາພັກແຂວງ ເພື່ອເປັນ ບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາ ຄະນະບໍລິຫານງານແຂວງ (ຊຸດ ໃໝ່) ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ທີ່ໄດ້ກຳນົດໄວ້ ໂດຍອີງໃສ່ກົດລະບຽບ ພັກປະຊາ ຊົນ ປະຕິວັດລາວ ສະໄໝທີ XI, ມະຕິຂອງກົມການເມືອງສູນກາງ ພັກ ສະບັບເລກທີ 030/ກມສພ, ຄຳສັ່ງຂອງຄະນະເລຂາທິການສູນ ກາງພັກສະບັບເລກທີ411/ຄລສພ, ຄຳແນະນຳ ຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 211/ ຄຈສພແລະຄຳແນະນຳຂອງຄະນະ ກວດກາສູນກາງພັກ ສະບັບເລກທີ 504/ຄກສພ ແມ່ນມີມາດຕະຖານເງື່ອນໄຂ 5 ດ້ານ ຄື: ດ້ານຄຸນທາດ ການເມືອງ; ດ້ານຄຸນສົມບັດສິນທໍາ ປະຕິວັດ ແລະ ແບບແຜນດຳລົງຊີ ວິດ; ດ້ານຄວາມຮູ້-ຄວາມສາມາດ; ດ້ານແບບແຜນການນຳພາແລະວິທີ ເຮັດວຽກ ແລະ ດ້ານສຸຂະພາບ. ໃນໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດ ຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນ ອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນ ຖານຫລັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກ ຄະລາກອນ ອອກສະໝັກຮັບເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຂວງສາລະວັນສະໄໝທີX(ຮອບ ທີ 2) ໃນບາງບັນຫາເປັນຕົ້ນ ນອກ ຈາກມາດຕະຖານ, ເງື່ອນໄຂທີ່ໄດ້ ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ ແທນເອົາໃຈໃສ່ກຳແໜ້ນໂຄງປະ ກອບບຸກຄະລາກອນ ເຊິ່ງຕ້ອງປະ ກອບດ້ວຍເພດ-ເຜົ່າ, ທັງຮັບປະກັນ ໃຫ້ມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມເຫດສົມຜົນ, ລວມ ທັງຂົງເຂດການເມືອງ, ກຳລັງປະ ກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ ກໍຕ້ອງໃຫ້ ສົມສ່ວນຢ່າງເໝາະສົມ. ນອກຈາກ ນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ ແທນກອງປະຊຸມ ຕ້ອງໄດ້ມີທັດສະ ນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນ ການລົງຄະແນນສຽງ ທາບທາມ ບຸກຄະລາກອນອອກສະໝັກຮັບ ເລືອກຕັ້ງ ເຂົ້າໃນຄະນະບໍລິຫານ ງານພັກແຂວງສາລະວັນ ສະໄໝ ທີ X ໃນຄັ້ງນີ້ ໃຫ້ຖືກຕ້ອງຕາມ ຄວາມເປັນຈິງ, ພາວະວິໄສ, ທ່ຽງ ທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກ ແຜ່ນ ບົນພື້ນຖານແນວທາງນະໂຍ ບາຍ, ລະບຽບກົດໝາຍ, ຫລີກເວັ້ນ ການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍ ໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍ ປ້າຍສີເຊິ່ງກັນ ແລະ ກັນ ຫລື ມີທັດ ສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະ ພາໃຫ້ເກີດມີການເສື່ອມເສຍຕໍ່ບົດ ບາດການນຳພາຂອງພັກ. ໃນຕອນທ້າຍ, ຜູ້ແທນກອງ ປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບ ທາມບຸກຄະລາກອນ ທີ່ຈະອອກ ສະໝັກເລືອກຕັ້ງ ເຂົ້າໃນຄະນະ ບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 2). ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກອງປະຊຸມໄດ້ຮັບຟັງການສະ ເໜີເນື້ອໃນ ຮ່າງຂໍ້ຕົກລົງຂອງກໍາ ມາທິການຍຸຕິທໍາ ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາ, ຮ່າງມະຕິຈໍານວນໜຶ່ງ ທີ່ພົວພັນກັບການປັບປຸງເນື້ອໃນ ປຶ້ມຄູ່ມືການຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທໍາ ເປັນຕົ້ນ ຮ່າງມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ວ່າດ້ວຍການຕ້ອນຮັບ ແລະ ໃຫ້ຄໍາປຶກສາການຮ້ອງຂໍ ຄວາມເປັນທໍາ ແລະ ນິຕິກໍາອື່ນ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບ ຄວາມຄິດເຫັນ ແລະ ຖອດຖອນ ບົດຮຽນກ່ຽວກັບການຈັດຕັ້ງປະ ຕິບັດວຽກງານການຮັບ ແລະ ພິຈາ ລະນາຄໍາຮ້ອງຂໍຄວາມເປັນທໍາ. ຂໍ້ຕົກລົງສະບັບນີ້, ຈະກາຍເປັນ ນິຕິກໍາ ທີ່ເປັນບ່ອນອີງໃນການປະ ຕິບັດວຽກງານຂອງກໍາມາທິການ ຍຸຕິທໍາ ແລະ ການສ້າງເປັນຄູ່ມື ການຮັບ ແລະ ພິຈາລະນາຄໍາຮ້ອງ ຂໍຄວາມເປັນທໍາຂອງຄະນະປະ ຈໍາສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ຢ່າງເປັນຮູບ ປະທຳ ແລະ ຖືກນຳໃຊ້ໃນວຽກ ງານຈິງ, ເປັນບ່ອນອີງໃຫ້ແກ່ການ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບປຶ້ມ ຄູ່ມືຈໍານວນໜຶ່ງ ເພື່ອໃຫ້ມີຄວາມ ສອດຄ່ອງກັນ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ ທີ່ຮັບຜິດຊອບວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາ ມີຄວາມເປັນເອກະພາບ ກັນໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ. ຂ່າວ: ສອນສັກ ວັນວິໄຊ ມີບັນດາການນຳ ພັກ, ລັດ ຂັ້ນນະ ຄອນຫລວງວຽງຈັນ, ບັນດາສະ ມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 1 ນວ, ສະມາຊິກສະພາ ປະຊາຊົນ ນວ ແລະ ຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ອານຸພາບ ຕຸ ນາລົມ ໄດ້ມີຄຳເຫັນວ່າ: ການດໍາ ເນີນກອງປະຊຸມສະໄໝມັນ ເທື່ອ ທີ 9 ຂອງສະພາປະຊາຊົນ ນວ ໃນຄັ້ງນີ້, ແມ່ນປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາ ມະນູນ ແລະ ກົດໝາຍວ່າດ້ວຍສະ ພາປະຊາຊົນຂັ້ນແຂວງ ເຊິ່ງກອງ ປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ພິຈາ ລະນາ ແລະ ຮັບຮອງເອົາບັນຫາສໍາ ຄັນພື້ນຖານ ຂອງນະຄອນຫລວງ ວຽງຈັນ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ທ່ານເຈົ້າຄອງ ນວ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານ 6 ເດືອນຕົ້ນປີ, ຕິດພັນກັບ ການປະເມີນຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX(2021-2025); ການຈັດຕັ້ງ ປະຕິບັດ 8 ແຜນງານ, 20 ໂຄງ ການລະດັບຊາດ, ໂຄງການປິ່ນອ ອ້ອມ ທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2025 ຂອງນະຄອນຫລວງ ວຽງຈັນ; ພິຈາລະນາກ່ຽວກັບການ ສະເໜີປັບລາຄາຊົມໃຊ້ນໍ້າປະ ປາ ປີ 2025 ຂອງລັດວິສາຫະກິດນໍ້າ ປະປາ ນວ; ພິຈາລະນາ-ຮັບຮອງ ເອົາການປັບປຸງກົງຈັກການຈັດ ຕັ້ງຂອງອົງການປົກຄອງ ຕາມ ການສະເໜີຂອງທ່ານເຈົ້າຄອງນະ ຄອນຫລວງວຽງຈັນ; ພິຈາລະນາຮັບຮອງເອົາຮ່າງຂໍ້ຕົກລົງ ວ່າ ດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ ເຫຍື້ອ ໃນ ນວ; ພິຈາລະນາ-ຮັບ ຮອງເອົາບົດສະຫລຸບຜົນການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ II ແລະ ແຜນການເຄື່ອນໄຫວ ພົບຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ ຜົນສໍາເລັດກອງປະຊຸມສະໄໝ ສາ ມັນ ເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ສະພາປະຊາ ຊົນ ນວ ຊຸດທີ II; ພິຈາລະນາ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາ ວຽກງານສະພາປະຊາຊົນ ນວ ໄລຍະປີ 2026-2030. ພ້ອມນີ້, ຍັງຈະໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນ ຕາມ ການສະເໜີຂອງຄະນະປະຈໍາ ສະ ພາປະຊາຊົນ ຄື: ຮັບຟັງການລາຍ ງານ ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການ ທ່ອງທ່ຽວ ແລະ ບັນເທີງ; ຮັບຟັງ ການລາຍງານຄວາມຄືບໜ້າ ໃນ ການຈັດຕັ້ງປະຕິບັດໂຄງການປັບ ປຸງ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ ເມືອງໄຊ ທານີ ຫາ ບ້ານສົມສະຫວາດ ເມືອງ ປາກງຶ່ມ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານ ກ່ຽວກັບ ວິທີການ ແລະ ມາດຕະການ ແກ້ໄຂ ບັນຫານໍ້າຖ້ວມຂັງ ພາຍໃນຕົວ ເມືອງ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບສະ ພາບການເກີດອັກຄີໄພ ແລະ ວິທີ ການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ກອງປະຊຸມຍັງ ຈະໄດ້ຮັບຟັງການລາຍງານ-ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ຄໍາ ຊັກຖາມຂອງບັນດາສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນ ນະຄອນຫລວງວຽງຈັນ ທີ່ຕັ້ງຂຶ້ນໃນກອງປະຊຸມ ຈາກສະ ມາຊິກອົງການປົກຄອງ ແລະ ພາກ ສ່ວນກ່ຽວຂ້ອງຕື່ມອີກ. ຂ່າວ-ພາບ: ທະນູທອງ ຊອບໂດຍກົງໃນການນຳພາຂອງ ຄະນະພັກ, ຄະນະພະແນກ ເພື່ອສ້າງ ຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ມີ ຄວາມເປັນເອກະພາບຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ ກໍຄືແຜນພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມໃນແຕ່ລະໄລຍະ ເພື່ອນຳມາ ເຊື່ອມຊືມຕໍ່ສະມາຊິກພັກ-ພະນັກ ງານໃນຄວາມຮັບຜິດຊອບຂອງ ຕົນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ ເປັນຮູບປະທຳ ແລະ ສອດຄ່ອງກັບ ຈຸດພິເສດ ແລະ ເງື່ອນໄຂສະພາບ ແວດລ້ອມຂອງຕົນ ເພື່ອສ້າງຄວາມ ເຂົ້າໃຈໃຫ້ຖືກຕ້ອງ, ມີຄວາມເອກະ ພາບໃນການຈັດຕັ້ງປະຕິບັດ ແນ ໃສ່ໃຫ້ພະນັກງານ-ລັດຖະກອນມີ ຄວາມຕື່ນຕົວ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ວຽກງານໃນແຕ່ລະດ້ານຢ່າງມີ ຫົວຄິດປະດິດສ້າງ ແລະ ເປັນຂະ ບວນການຢ່າງຕໍ່ເນື່ອງ; ເພີ່ມທະວີ ປັບປຸງຍົກສູງບົດບາດການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຄະນະພັກ-ຄະນະພະແນກ, ບັນດາສະມາຊິກພັກແຕ່ລະສະ ຫາຍ ຜັນຂະຫຍາຍບັນດາມະຕິຄຳ ສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ ແລະ ລັດວາງອອກໃນແຕ່ລະ ໄລຍະ, ພ້ອມທັງກວດຄືນແບບແຜນ ການນຳພາ ແລະ ແບບແຜນວິທີ ເຮັດວຽກ ຂອງຂະແໜງການ ແລະ ສະມາຊິກພັກ-ພະນັກງານ ໃຫ້ມີ ການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ແບບ ມີວິທະຍາສາດ ແລະ ຫັນເປັນທັນ ສະໄໝເທື່ອລະກ້າວ, ຕົ້ນຕໍແມ່ນ ເດັດດ່ຽວແກ້ໄຂບັນດາຂອດຂັ້ນທີ່ ຊັກຊ້າແກ່ຍາວ ແລະ ປະກົດການ ຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວ ສະມາຊິກພັກ, ພະນັກງານ-ລັດຖະ ກອນຢ່າງເຂັ້ມງວດ ແລະ ເດັດ ຂາດ, ຖືເອົາການດຳເນີນຊີວິດການ ເມືອງ ແລະ ສ່ອງແສງລາຍງານໃນ ແຕ່ລະໄລຍະ ເປັນບ່ອນຖອດຖອນ ບົດຮຽນ, ແລກປ່ຽນຄຳຄິດເຫັນ, ຕີລາຄາຄວາມຮັບຜິດຊອບ ແລະ ຜົນສຳເລັດໃນແຕ່ລະຂົງເຂດວຽກ ງານ; ສືບຕໍ່ຮັກສາມູນເຊື້ອຄວາມ ສາມັກຄີ ແລະ ວິທີເຮັດວຽກທີ່ ເປັນດ້ານຕັ້ງໜ້າ ໂດຍສືບຕໍ່ຜັນຂະ ຫຍາຍໃຫ້ດີຂຶ້ນເລື້ອຍໆ, ໄປຄຽງຄູ່ ກັບການກໍ່ສ້າງຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ຖັັນແຖວສະມາ ຊິກພັກ-ພະນັກງານ ເປັນຂໍກຸນແຈ ໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະ ຕິບັດໜ້າທີ່ການເມືອງຢ່າງເປັນ ລະບົບ, ຕໍ່ເນື່ອງ, ແຂງແຮງ ແລະ ມີຜົນສຳເລັດຕາມການມອບໝາຍ ທີ່ວາງໄວ້; ສືບຕໍ່ສຸມໃສ່ໃນການ ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະຂອງແຕ່ລະຂົງເຂດດ້ວຍ ຄວາມຮັບຜິດຊອບສູງ ແລະ ໃຫ້ ບັນລຸຜົນສຳເລັດ; ສຸມໃສ່ໃນການ ຈັດຕັ້ງປະຕິບັດແຜນພັດທະນາ ວຽກງານແຮງງານ ແລະ ສະຫວັດ ດີການສັງຄົມ ປະຈຳປີ 2025 ແລະ ບັນດາຄາດໝາຍທີ່ໄດ້ກຳນົດ ໃນຮ່າງແຜນພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ 5 ປີ ຄັ້ງທີ VI ໄລຍະແຕ່ ປີ 2026-2030 ແລະ ບັນຫາສໍາ ຄັນອື່ນໆ. ຕ້ອນຮັບການລົງເຄື່ອນໄຫວ ພົບປະຂອງ ທ່ານລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ໂດຍ ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກຮາກ ຖານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມນະ ຄອນຫລວງວຽງຈັນ, ພ້ອມດ້ວຍ ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຂອງພະ ແນກ ຮສສ ນະຄອນຫລວງວຽງ ຈັນ ເຂົ້າຮ່ວມ. ຂໍ້ມູນ: ຂ່າວສານ ຮສສ ຂະຫຍາຍຕົວເປັນອັນດັບທີສອງ 4%, ກວມເອົາ 38%, ອັນພົ້ນ ເດັ່ນ ແມ່ນວຽກງານຟື້ນຟູການ ທ່ອງທ່ຽວ ຢ່າງເປັນຮູບປະທໍາ, ປັບ ປຸງພື້ນຖານໂຄງລ່າງສິ່ງອໍານວຍ ຄວາມສະດວກ ແລະ ການບໍລິ ການ, ຍົກສູງຄຸນນະພາບຂອງ ການບໍລິການທ່ອງທ່ຽວໃຫ້ໄດ້ ມາດຕະຖານ, ເຮັດໃຫ້ມີນັກທ່ອງ ທ່ຽວເຂົ້າມານະຄອນຫລວງວຽງ ຈັນ ຫລາຍກວ່າ 1.271.089 ເທື່ອຄົນ, ຄາດຄະເນລາຍຮັບຈາກ ນັກທ່ອງທ່ຽວ 364,22 ລ້ານ ໂດລາສະຫະລັດ ແລະ ຂະແໜງ ກະສິກໍາ ຂະຫຍາຍຕົວ ໃນລະດັບ 3,9%, ກວມເອົາ 13%. ໃນຂະ ນະທີ່ ໄລຍະ 6 ເດືອນຕົ້ນປີ 2025 ການລົງທຶນລວມທົ່ວສັງຄົມ ສາ ມາດປະຕິບັດໄດ້ 85,8%. ໃນນີ້, ການລົງທຶນຂອງລັດ ປະຕິບັດໄດ້ 74,77%; ທຶນຊ່ວຍເຫລືອທາງ ການເພື່ອການພັດທະນາປະຕິບັດ ໄດ້ 89,06% ແລະ ການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດ ປະຕິບັດໄດ້ 83,4% ຄາດ ຄະເນວ່າ ຈະສາມາດບັນລຸໄດ້ຕາມ ແຜນ. ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ລາຍງານໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 7 ກໍລະກົດ 2025 ນີ້ວ່າ: ໃນໄລຍະຜ່ານມາ, ນະຄອນ ຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງ ປະຕິບັດ ມະຕິຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນການ ລົງທຶນຂອງລັດ ແລະ ແຜນງົບ ປະມານແຫ່ງລັດ ປະຈຳປີ 2025, ບັນດາວຽກຈຸດສຸມຂອງ 2 ວາລະ ແຫ່ງຊາດ ແລະ ບັນດາວຽກຈຸດ ສຸມ ຂອງການແກ້ໄຂບັນຫາເຄັ່ງ ຮ້ອນທາງດ້ານເສດຖະກິດ ຂອງ ນະຄອນຫລວງວຽງຈັນ. ຜ່ານການ ຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນ ຕົ້ນປີ 2025 ຜ່ານມາ, ຕາມມະຕິ ສະພາປະຊາຊົນນະຄອນຫລວງ ວຽງຈັນ ໃນ 110 ຄາດໝາຍ, ມີ 81 ຄາດໝາຍ ມີຄວາມຄືບໜ້າດີ, ມີ 17 ຄາດໝາຍ ຄືບໜ້າຊ້າ ແລະ ມີ 12 ຄາດໝາຍ ທີ່ກໍາລັງຈັດຕັ້ງປະ ຕິບັດ, ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫລວງວຽງ ຈັນ ຈະຂະຫຍາຍຕົວໃນລະດັບ 6,6%. ພ້ອມນີ້, ນວຍັງໄດ້ຊຸກຍູ້ສົ່ງ ເສີມການຜະລິດກະສິກໍາເປັນສິນ ຄ້າ ເປັນຕົ້ນ ໄດ້ຊຸກຍູ້ສົ່ງເສີມການ ຜະລິດເຂົ້ານາແຊງ, ການຜະລິດ ພືດຜັກໃນລະດູແລ້ງ ສາມາດສົ່ງ ເສີມການປູກພືດລະດູແລ້ງ ໄດ້ 58,5% ຂອງແຜນການປີ; ສາ ມາດສະໜອງ ທາດຊີ້ນ ໄດ້ 50,4% ຂອງແຜນການປີ; ໄດ້ຄົ້ນຄວ້າອອກ ໃບຢັ້ງຢືນສຸຂະອານາໄມພືດ ເພື່ອ ສົ່ງອອກໄດ້ທັງໝົດ 251 ຄັ້ງ, ລວມມູນຄ່າທັງໝົດ 16,98 ລ້ານ ໂດລາສະຫະລັດ; ໄດ້ສົ່ງສັດ, ຜະ ລິດຕະພັນສັດອອກຕ່າງແຂວງ ແລະ ຕ່າງປະເທດ ເປັນປະເພດ ງົວ, ໝູນ້ອຍ, ໝູຊີ້ນ, ໄກ່ພັນໄຂ່, ໄກ່ພັນຊີ້ນ, ໄກ່ລາດນ້ອຍ, ລວມ ທັງການສົ່ງອອກຜະລິດຕະພັນໄມ້ ປະເພດໄມ້ສັກສຳເລັດຮູບ, ຜະລິດ ຕະພັນໄມ້ວິກສຳເລັດຮູບ, ໄມ້ປ່ອງ ເຄິ່ງສໍາເລັດຮູບ ແລະ ອື່ນໆ ລວມ ມູນຄ່າ ທັງໝົດ 1,09 ລ້ານ ໂດລາ ສະຫະລັດ. ພ້ອມນີ້, ຍັງໄດ້ສຸມໃສ່ ປະຕິບັດໂຄງການບຸລິມະສິດ ເພື່ອ ເຊື່ອມຈອດເຊື່ອມໂຍງພາຍໃນ ແລະ ພາກພື້ນ ເອື້ອອໍານວຍໃຫ້ແກ່ ການຜະລິດ, ການບໍລິການ, ການ ຄ້າ ແລະ ການລົງທຶນ, ມາຮອດ ປັດຈຸບັນ, ໄດ້ສໍາເລັດການປັບປຸງ ບູລະນະ ແລະ ສ້ອມແປງເສັ້ນທາງ ໄດ້ສໍາເລັດ 119 ເສັ້ນ, ລວງຍາວ 242,19 ກິໂລແມັດ; ກໍ່ສ້າງເສັ້ນ ທາງເບຕົງ ໄດ້ 15 ເສັ້ນທາງ ແລະ ກໍ່ສ້າງທາງປູຢາງສອງຊັ້ນ ໄດ້ 23 ເສັ້ນ, ລວງຍາວ 10,5 ກິໂລແມັດ ແລະ ໄດ້ສຳຫລວດ-ອອກແບບ ເສັ້ນທາງ ໄດ້ 5 ເສັ້ນທາງ, ລວງ ຍາວ 36,4 ກິໂລແມັດ; ໄດ້ສຸມ ໃສ່ຈັດຕັ້ງປະຕິບັດໂຄງການຂົນ ສົ່ງແບບຍືນຍົງ ໃນຕົວເມືອງນະ ຄອນຫລວງວຽງຈັນ (BRT) ໄລ ຍະທໍາອິດ, ປັດຈຸບັນການກໍ່ສ້າງ ເສັ້ນທາງ ແລະ ສະຖານີຂຶ້ນ-ລົງ ລົດເມBRTປະຕິບັດໄດ້71,64%, ຮອດທ້າຍເດືອນ ກໍລະກົດ 2025 ຈະໃຫ້ບັນລຸ 90% ແລະ ສືບຕໍ່ກໍ່ ສ້າງແລວເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນ ສາກົນວັດໄຕ ແລະ ສະຖານີລົດໄຟ ລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງ ຍທຂ ແລະ ທະ ນາຄາພັດທະນາອາຊີ (ADB). ສຳລັບວຽກງານດ້ານແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ພັດທະນາສີມືແຮງງານ ໃຫ້ຜູ້ ທີ່ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນ ອາຊີບ, ຜູ້ຫວ່າງງານ ແລະ ຜູ້ທີ່ ຈະເຂົ້າສູ່ຕຳແໜ່ງງານໃໝ່ ໄດ້ 51,76%; ສົ່ງເສີມການຈັດຫາ ວຽກເຮັດງານທຳ ໄດ້ 63,04%; ສຶກສາອົບຮົມ ແລະ ຝຶກວິຊາຊີບ ພ້ອມທັງຊອກຫາວຽກເຮັດງານທໍາ ໃຫ້ຜູ້ອອກຢາເສບຕິດ ໄດ້ 75 ຄົນ (ແຜນການປີ 100 ຄົນ). ພ້ອມ ນັ້ນ, ຍັງໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການ ຜະລິດ ແລະ ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດລຽບ ຕາມຊາຍແດນ ແລະ ເຂດຈຸດສຸມ ພັດທະນາຊົນນະບົດໃໝ່ ໃນຂອບ ເຂດທົ່ວນະຄອນຫລວງວຽງຈັນ. ຜ່ານການປະຕິບັດຕົວຈິງ ຈະສາ ມາດແກ້ໄຂຄອບຄົວທຸກຍາກ ໄດ້ 382 ຄອບຄົວ, ກວມ 60,06% (ຄາດໝາຍສູ້ຊົນ 636 ຄອບຄົວ) ແຕ່ຂໍ້ມູນຊັດເຈນຕ້ອງລໍຖ້າຜົນຂອງ ການປະເມີນ ໄລຍະທ້າຍປີ 2025; ຄາດຄະເນສ້າງສ້າງຄອບຄົວພັດ ທະນາ ໄດ້ 69,99%; ຊຸກຍູ້ສ້າງ ກຸ່ມການຜະລິດກະສິກຳ ໄດ້ 82%; ສໍາເລັດການການຮັບຮອງເອົາ ບ້ານໃຫຍ່ນາຈະເລີນ ເປັນຕົວເມືອງ ໃນຊົນນະບົດ. ຂ່າວ-ພາບ: ທະນູທອງ ທຶນການຝຶກອົບຮົມ. ນອກຈາກນີ້, ຍັງໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕໍ່ເຫດການໄພພິບັດທາງ ທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ລວມ ທັງການສະໜັບສະໜູນ ແລະ ໃຫ້ ຄວາມຊ່ວຍເຫລືອໃນການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂຜົນກະ ທົບຈາກໄພນໍ້າຖ້ວມ. ພ້ອມກັນນີ້, ຍັງໄດ້ສະເໜີໃຫ້ທ່ານທູດ ຊ່ວຍ ຊຸກຍູ້ການເຂົ້າມາລົງທຶນໃນຂະ ແໜງການກະສິກໍາ ເຊິ່ງທັງໝົດ ນັ້ນ ເປັນການປະກອບສ່ວນອັນ ໃຫຍ່ຫລວງເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແນໃສ່ສ້າງ ອາຊີບ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະ ຫລອດໄລຍະ 75 ຜ່ານມາ, ການ ພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໃກ້ຊິດສະໜິດສະໜົມ ແລະ ມີຫລາຍກົນໄກການຮ່ວມມື ລະຫວ່າງກັນ ເພື່ອຂັບເຄື່ອນບັນດາ ແຜນງານການຮ່ວມມືສອງຝ່າຍ ຢ່າງເປັນປົກກະຕິ, ປະຊາຊົນສອງ ປະເທດມີຄວາມຜູກພັນເຊິ່ງກັນ ແລະ ກັນໂດຍມີການໄປມາຫາ ສູ່ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າ ໃນການເສີມຂະຫຍາຍ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນ ຄຽງ ທີ່ເປັນມູນເຊື້ອອັນດີງາມມາ ແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນ; ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບແຜນການຈັດກິດຈະກຳທີ່ ທັງສອງປະເທດ ຈະຈັດຕັ້ງປະຕິບັດ ຮ່ວມກັນ ເນື່ອງໃນໂອກາດວັນສ້າງ ຕັ້ງສາຍພົວພັນທາງການທູດລະ ຫວ່າງ ສປປລາວ-ຣາຊະອານາຈັກ ໄທ ຄົບຮອບ 75 ປີ ເພື່ອສົ່ງເສີມ ການຮ່ວມມືເພື່ອການພັດທະນາທີ່ ຍືນຍົງ ພາຍໃຕ້ແຜນການຮ່ວມມື ດ້ານວິຊາການໄທ-ສປປ ລາວ. ໂອກາດດຽວກັນ, ທ່ານ ນາງ ມໍລະກົດ ສີສະຫວັດ ໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນແລະ ໄດ້ສະແດງຄວາມ ຍິນດີທີ່ ທ່ານໄດ້ຮັບແຕ່ງຕັ້ງດໍາລົງ ຕຳແໜ່ງ ເປັນລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ. ພ້ອມ ນີ້, ຍັງໄດ້ລາຍງານກ່ຽວກັບການ ຮ່ວມມືທີ່ສໍາຄັນໃນໄລຍະຜ່ານມາ ເຊິ່ງທາງການໄທ ໄດ້ສະໜັບສະ ໜູນໃນວຽກງານກຽມຮັບມືກັບໄພ ທຳມະຊາດຕາມລຳແມ່ນໍ້າຂອງ, ການໃຫ້ທຶນການສຶກສາລະດັບ ປະລິນຍາເອກ ໃຫ້ແກ່ຂະແໜງກະສິ ກໍາ, ການສ້າງສູນຮຽນຮູ້ກ່ຽວກັບ ກາເຟ ຢູ່ເມືອງປາກຊ່ອງ ແຂວງ ຈຳປາສັກ ແລະ ອື່ນໆ. ຂ່າວ: ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ປັບປຸງເນື້ອໃນ...ັຸື້ ສປນວ... ພະແນກ ຮສສ... ປີນີ້ ນວ...ີີ້ ຫາລືການຮ່ວມມື...ື່ື

RkJQdWJsaXNoZXIy MTc3MTYxMQ==