07 xtgmf]k; 37ltok c]t [= ]y = dy ko { 07/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນໃຫ້ຮູ້ວ່າ:ໃນໂອກາດທີ່ທ່ານ ບົວຄົງ ນາມມະວົງ ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ, ຄະນະປັບປຸງກົງຈັກການຈັດ ຕັ້ງຂັ້ນສູນກາງ ພ້ອມດ້ວຍຄະນະ ລົງເຮັດວຽກຢູ່ແຂວງວຽງຈັນ ເມື່ອ ບໍ່ດົນມານີ້ໂດຍໄດ້ໂອ້ລົມພະນັກງານ ການນຳ, ພະນັກງານວິຊາການ ຫ້ອງວ່າການ ແລະ ພະແນກພາຍ ໃນ ແຂວງວຽງຈັນ ໂດຍມີທ່ານ ສີ ວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າ ການແຂວງວຽງຈັນເຂົ້າຮ່ວມ. ໂອກາດນີ້, ທ່ານ ບົວຄົງ ນາມ ມະວົງ ໄດ້ເນັ້ນບາງບັນຫາເພື່ອໃຫ້ ຄະນະພັກຄະນະນຳ ຫ້ອງວ່າການ ແລະ ພະແນກພາຍໃນ ແຂວງວຽງ ຂປລ. ແຫລ່ງຂ່າວຈາກ ບໍ່ແກ້ວ ໃຫ້ຮູ້ວ່າ: ການປັກດໍາເຂົ້ານາປີໃນປີ ນີ້ ຂອງເມືອງຫ້ວຍຊາຍ ແມ່ນເລີ່ມ ລົງມືກະກຽມໄຖດິນ ແຕ່ຕົ້ນເດືອນ ມິຖຸນາ ເປັນຕົ້ນມາ. ປັດຈຸບັນແມ່ນ ສໍາເລັດໄປແລ້ວ 95% ໃນເນື້ອທີ່ 5.078 ເຮັກຕາ ໃນນີ້, ນາດໍາກວມ 80%, ນາຢອດ ແລະ ນາຫວານ ກວມ 20%, ທົ່ວເມືອງໄດ້ໄຖກຽມ ດິນນາ ເພື່ອກະກຽມໃນການປັກ ດໍາ, ບາງເຂດທີ່ມີຊົນລະປະທານ ດີ ແລະ ມີນໍ້າສະດວກ ແມ່ນໄດ້ປັກ ດໍາໄປແລ້ວ 35%, ຄາດວ່າທ້າຍ ເດືອນ ກໍລະກົດນີ້ ແມ່ນຈະສໍາເລັດ ໃນການປັກດໍາ. ສ່ວນແນວພັນເຂົ້າ ກະສິກອນຍັງນິຍົມປູກແນວພັນພື້ນ ເມືອງ, ແນວພັນຫອມພອຍ, ແນວ ພັນກໍຄໍ 14, ແນວພັນປາຕ່ອງ ແລະ ພັນເຂົ້າປັບປຸງ ຄາດຄະເນຜົນຜະລິດ ປີນີ້ 4,5 ໂຕນຕໍ່ເຮັກຕາ. ທ່ານ ສົມຊາຍ ຕັງມີຈິດ ຮອງ ຫົວໜ້າໜ່ວຍງານປູກຝັງ ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ ໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ກະສິກອນເມືອງຫ້ວຍ ຊາຍ ຈໍານວນໜຶ່ງ ແມ່ນຫັນມາເຮັດ ນາຢອດເມັດ ໂດຍນໍາໃຊ້ເຄື່ອງຢອດ ເມັດແບບແຫ້ງ ເຊິ່ງມີ 12 ບ້ານ, ມີ 148 ຄອບຄົວ, ປູກໃນເນື້ອທີ່ 137 ກວ່າເຮັກຕາ, ຜ່ານມາຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງ ຫ້ວຍຊາຍ ໄດ້ຊຸກຍູ້ ແລະ ສົ່ງເສີມ sq ;|h ksh v';j kdko leoa d'kookpq d]a f4t,q o8u 3vh ]q ,rtoa d'kos]a dcs]j ' c0;';P'9a o dtly dvo mqj ;g,n v'sh ;p-kp 05h o0h P; xa dfeg0Q kokxu .sh ma o]tf6 dko ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນໃຫ້ຮູ້ວ່າ: ທ່ານວັນໄຊພອງ ສະຫວັນ ເຈົ້າແຂວງໆຄໍາມ່ວນ ຕ້ອນ ຮັບການມາຢ້ຽມຢາມ ແລະ ເຮັດ ວຽກຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໃນ ທ້າຍອາທິດຜ່ານມາ ທີ່ຫ້ອງວ່າການ ແຂວງຄໍາມ່ວນ ໂດຍມີການນໍາຂອງ ຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງເຂົ້າຮ່ວມ. ທ່ານ ນາງ ວິລະວອນ ພັນທະ ວົງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ໄດ້ລາຍງານ ຈຸດປະສົງແຜນການ ທີ່ລົງມາເຮັດ ວຽກຂອງຄະນະ ໃຫ້ທ່ານເຈົ້າ ແຂວງຄໍາມ່ວນ ໄດ້ຮັບຊາບ ໂດຍ ສະເພາະ ການສ້າງຄວາມເຂັ້ມແຂງ ໃນການຕິດຕາມຊຸກຍູ້ວຽກງານໂຄ ສະນາອົບຮົມຮອບດ້ານ ເພື່ອກະ ກຽມເຂົ້າໃນການປັບປຸງກົງຈັກ ການຈັດຕັ້ງ; ການກະກຽມຄວາມ ພ້ອມສ້າງຄວາມເຂັ້ມແຂງ ໃຫ້ແກ່ ບຸກຄະລາກອນຫັນເປັນທັນສະໄໝ; ການກະກຽມບຸກຄະລາກອນ ເພື່ອ ໂຮມເຂົ້າກັບວຽກງານສື່ມວນຊົນ. ພ້ອມທັງມີການສະເໜີຂໍທິດມາ ຍັງການນໍາແຂວງຊີ້ນໍາຕື່ມ ການ ໃຫ້ຄວາມສໍາຄັນຂອງຄະນະພັກຄະນະນໍາແຂວງຕໍ່ວຽກໂຄສະນາ ອົບຮົມ, ການມອບວຽກໃຫ້ໂຄສະ ນາອົບຮົມຕາມພາລະບົດບາດ; ການ ສະໜອງອຸປະກອນຮັບໃຊ້ຕ່າງໆ ເຂົ້າໃນວຽກງານ ແລະ ເພື່ອແນໃສ່ ໃຫ້ວຽກງານໂຄສະນາແຕ່ລະຂັ້ນ ພາຍໃນແຂວງຄໍາມ່ວນມີປະສິດທິ ພາບ ແລະ ປະສິດທິຜົນ ໃນຕໍ່ໜ້າ. ໂອກາດດຽວກັນ, ທ່ານ ວັນ ໄຊ ພອງສະຫວັນ ກໍໄດ້ສະແດງ ຄວາມຊົມເຊີຍ ຕໍ່ການລົງເຄື່ອນ ໄຫວເຮັດວຽກຂອງຄະນະຄັ້ງນີ້, ພ້ອມທັງລາຍງານໂດຍຫຍໍ້ ກ່ຽວ ກັບວຽກງານໂຄສະນາອົບຮົມ ]q 'ok,la opkcI''ko];,\6j grnj vxh v'da o ly f c]t zq oxt3spf0v'rtoa d'ko ແຂວງໃນໄລຍະຜ່ານມາ ເຊິ່ງການ ນໍາແຂວງຄໍາມ່ວນ ໄດ້ມີຄວາມ ພະຍາຍາມເອົາໃຈໃສ່ຊຸກຍູ້ ນໍາພາ- ຊີ້ນໍາຢ່າງໃກ້ຊິດ ພ້ອມທັງສະເໜີ ໃຫ້ຄະນະໂຄສະນາອົບຮົມສູນກາງ ໄດ້ມີກົນໄກຊ່ວຍຝຶກອົບຮົມຍົກລະ ດັບແລກປ່ຽນປະສົບການ ໃຫ້ແກ່ບຸກ ຄະລາກອນ ກໍຄືນັກປະຖະກາຖາ ພາຍໃນແຂວງຄໍາມ່ວນໃຫ້ເຂັ້ມແຂງ ຂຶ້ນຕື່ມໃນຕໍ່ໜ້າ, ສ່ອແສງເຖິງຄວາມ ເປັນຈິງຂອງເຫດການ, ມູນເຊື້ອສໍາ ຄັນຕ່າງໆ ພ້ອມທັງຍິນດີໃຫ້ການສະ ໜັບສະໜູນ ເພື່ອແນໃສ່ໃຫ້ວຽກງານ ດັ່ງກ່າວ ໄປສູ່ຄຸນນະພາບໃໝ່. g9Q kc0;'7e,j ;o 8h voIa [dko,k1h P,1k, c]t gIa f;Pd0v'7tot37ltokvq [Iq ,l6 odk'ra d ຈັນ ສືບຕໍ່ປະຕິບັດໜ້າທີ່ວຽກງານ ໃນຕໍ່ໜ້າ ເປັນຕົ້ນ ໃຫ້ສືບຕໍ່ສຶກສາ ອົບຮົມວຽກງານການເມືອງ-ແນວ ຄິດຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດ ຖະກອນ ກຳແໜ້ນແນວທາງ, ນະ ໂຍບາຍ, ກົດໝາຍ, ລະບຽບການ ຢ່າງເລິກເຊິ່ງ; ເຊື່ອມຊຶມພາລະບົດ ບາດ ແລະ ໜ້າທີ່ຂອງຫ້ອງວ່າການ ແຂວງ ພ້ອມກັບບັນດານິຕິກຳກ່ຽວ ຂ້ອງຕ່າງໆ; ກຳແໜ້ນແນວຄິດພະ ນັກງານ-ລັດຖະກອນ; ເອົາໃຈໃສ່ປະ ຕິບັດໜ້າທີ່ວິຊາສະເພາະຕາມພາລະ ບົດບາດ, ສິດ, ໜ້າທີ່ ຂອງຕົນ. ພ້ອມທັງຍຶດໝັ້ນໃນຫລັກການ, ມີຄວາມຊື່ສັດສຸດຈະລິດ, ກ້າສະເໜີ ອອກຄວາມຄິດເຫັນ, ຈຳແນກໃຫ້ ອອກວຽກໃດເປັນວຽກພັກ ອັນໃດ ເປັນວຽກລັດ; ເອົາໃຈໃສ່ປະຕິບັດ ແບບແຜນນຳພາ-ວິທີເຮັດວຽກ ເປັນ ຕົ້ນການນຳພາຕາມມະຕິ, ຄຳສັ່ງ, ລະບຽບກົດໝາຍ, ການນຳພາແບ່ງ ຄວາມຮັບຜິດຊອບ ໃຫ້ແຕ່ລະສະ ຫາຍ ເພື່ອນຳພາ-ຊີ້ນຳ ຕາມແຕ່ລະ ໜ້າວຽກ, ການນຳພາດ້ວຍຄວາມ ເປັນແບບຢ່າງ; ປະຕິບັດຕາມຫລັກ ການລວມສູນປະຊາທິປະໄຕ, ເຮັດ ວຽກເປັນໝູ່ຄະນະ, ແບ່ງງານ, ແບ່ງ ຄວາມຮັບຜິດຊອບໃຫ້ຈະແຈ້ງ, ເຮັດ ວຽກໃຫ້ມີແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ, ມີການ ນຳພາຈັດຕັ້ງປະຕິບັດຕົວຈິງ, ຕິດ ຕາມກວດກາເຮັດວຽກຕິດແທດກັບ ຕົວຈິງ, ຕ້ອງມີກົນໄກປະສານງານ ຈະແຈ້ງ, ເວົ້າສັ້ນກະທັດຮັດ, ຖືກ ປະເດັນ, ຂັ້ນຕອນການແກ້ໄຂເອກະ ສານ ແລະ ພິທີການໃຫ້ສັ້ນເຂົ້າ. ພ້ອມນີ້, ກໍໃຫ້ເພີ່ມທະວີຄວາມ ຮັບຜິດຊອບ ຕໍ່ການປະຕິບັດວຽກ ງານ, ຮັບປະກັນຄຸນນະພາບ, ປະສິດ ທິພາບ, ປະສິດທິຜົນຂອງວຽກງານ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕາມ ແນວທາງ, ນະໂຍບາຍ, ກົດໝາຍ ແລະລະບຽບການທີ່ກຳນົດໄວ້;ສ້າງ ພັກໃຫ້ປອດໃສ ເຂັ້ມແຂງໜັກແໜ້ນ; ກຳນົດພະນັກງານນຳພາຄຸ້ມຄອງ, ການກໍ່ສ້າງບຳລຸງ, ການບັນຈຸສັບ ຊ້ອນຕ່າງໆໃຫ້ເໝາະສົມ. ນອກນີ້, ກໍໃຫ້ສືບຕໍ່ເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ ມີຄວາມ ເປັນເອກະພາບ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ຂ່າວ: ຄໍາເພັງ ສີສະຫວ່າງ່ າໍ າັ ງີ ສ່ າ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີລົງນາມໃນ ສັນຍາແຮງງານລວມໝູ່ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ສາຂາແຂວງອັດຕະປື (ຜູ້ຕາງໜ້າ ຜູ້ໃຊ້ແຮງງານ) ແລະ ກຳມະບານ ຮາກຖານ ຟຟລ ສາຂາແຂວງອັດ ຕະປື (ຜູ້ຕາງໜ້າຜູ້ອອກແຮງງານ) ຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ ຟຟລ ສາຂາແຂວງອັດຕະປື ເພື່ອ ເປັນການສ້າງກົນໄກຮ່ວມມື ແລະ ປົກປ້ອງສິດ-ຜົນປະໂຫຍດອັນຊອບ ທຳ ຂອງພະນັກງານ-ກຳມະກອນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ຕາງໜ້າລົງນາມໂດຍທ່ານ ສິນທະນູ ສຸວັນນະລາດ ຮອງຜູ້ອຳ ນວຍການ ຟຟລ ສາຂາແຂວງອັດ ຕະປື (ຝ່າຍຜູ້ໃຊ້ແຮງງານ) ແລະ ທ່ານ ວັນທອງ ວັນນະບຸຜາ ປະທານ ກຳມະບານຮາກຖານ (ຝ່າຍຜູ້ອອກ ແຮງງານ), ມີທ່ານ ພົງສະຫວັນ ພົມມະວົງ ຮອງປະທານສະຫະພັນ ກຳມະບານ ແຂວງອັດຕະປື ພ້ອມ ດ້ວຍຄະນະຮັບຜິດຊອບ ແລະ ສະ ມາຊິກກຳມະບານເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສິນ ທະນູ ສຸວັນນະລາດ ໄດ້ກ່າວວ່າ: ສັນຍາແຮງງານລວມໝູ່ສະບັບ ນີ້ ມີຈຸດປະສົງຕົ້ນຕໍເພື່ອຈັດຕັ້ງ ຜັນຂະຫຍາຍກົດໝາຍ ວ່າດ້ວຍ ກຳມະບານລາວ, ສ້າງຂໍ້ກຳນົດທີ່ ຊັດເຈນກ່ຽວກັບສິດ, ໜ້າທີ່ ແລະ ຜົນປະໂຫຍດຂອງທັງສອງຝ່າຍ ທັງຮັບປະກັນສະພາບແວດລ້ອມ ການເຮັດວຽກທີ່ມີຄວາມປອດໄພ, ຍຸຕິທຳ ແລະ ສົ່ງເສີມສາຍພົວພັນ ອັນດີງາມ ເພື່ອພ້ອມກັນພັດທະນາ ອົງການ ໃຫ້ມີຄວາມກ້າວໜ້າເຂັ້ມ ແຂງ. ສັນຍາສະບັບນີ້ບໍ່ພຽງແຕ່ເປັນ ຂໍ້ຜູກພັນທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມເອົາໃຈ ໃສ່ ຂອງຄະນະນຳຕໍ່ຊີວິດການເປັນ ຢູ່ ແລະ ສະຫວັດດີການຂອງພະນັກ ງານ, ພວກເຮົາເຊື່ອໝັ້ນວ່າ ສັນຍາ ສະບັບນີ້ ຈະເປັນພື້ນຖານອັນໜັກ ແໜ້ນໃນການສ້າງຄວາມສາມັກຄີ ແລະ ຊຸກຍູ້ການຜະລິດ-ບໍລິການ ໃຫ້ ມີປະສິດທິພາບສູງຂຶ້ນ. ທ່ານ ວັນທອງ ວັນນະບຸຜາ ໄດ້ ກ່າວວ່າ: ການມີສັນຍາແຮງງານ ລວມໝູ່ ເປັນການສ້າງຫລັກປະກັນ ແລະ ຄວາມເຊື່ອໝັ້ນ ໃຫ້ແກ່ສະ ມາຊິກກຳມະບານ ແລະ ພະນັກງານ ທຸກຄົນຕໍ່ກັບສິດທິ ແລະ ເງື່ອນ ໄຂການຈ້າງງານທີ່ເປັນທຳ, ເປັນ ເຈົ້າການພ້ອມທີ່ຈະປະຕິບັດພັນທະ ຂອງຕົນຢ່າງເຕັມຄວາມສາມາດ ເພື່ອປະກອບສ່ວນ ເຂົ້າໃນການພັດ ທະນາອົງການຮ່ວມກັນ. ການເຊັນ ສັນຍາໃນຄັ້ງນີ້ ຖືເປັນບາດກ້າວ ໃໝ່ໃນການຂັບເຄື່ອນວຽກງານກຳ ມະບານ ຂອງກຳມະບານຮາກຖານ ຟຟລ ສາຂາແຂວງອັດຕະປື ໃຫ້ ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ເກີດຜົນປະໂຫຍດຢ່າງເປັນ ຮູບປະທຳ, ປະກອບສ່ວນສ້າງສາ ອົງການໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າຕໍ່ໄປ. ໃນໂອກາດນີ້, ທ່ານ ພົງສະຫັວນ ພົມມະວົງ ໄດ້ເນັ້ນເຖິງແນວທາງ ນະໂຍບາຍ ແລະ ຄວາມເອົາໃຈໃສ່ ຂອງພັກ-ລັດ ຕໍ່ວຽກງານກຳມະ ບານ, ເຊິ່ງກຳມະກອນ ແລະ ຊາວຜູ້ ອອກແຮງງານ ແມ່ນກຳລັງແຮງທີ່ ເປັນກະດູກສັນຫລັງ ໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ການ ສົ່ງເສີມສະຫວັດດີການແລະການຍົກ ລະດັບຄຸນນະພາບຊີວິດຂອງເຂົາ ເຈົ້າ ຈຶ່ງເປັນໜ້າທີ່ໃຈກາງທີ່ພວກ ເຮົາຕ້ອງຮ່ວມກັນຈັດຕັ້ງປະຕິບັດ, ສັນຍາລວມໝູ່ສະບັບນີ້ ຈະເປັນບ່ອນ ອີງທາງດ້ານກົດໝາຍ ແລະ ເປັນ ຫລັກປະກັນທີ່ໜັກແໜ້ນ ໃນການ ຮັບປະກັນໃຫ້ຊາວຜູ້ອອກແຮງງານ ໄດ້ຮັບການຄຸ້ມຄອງດ້ານຕ່າງໆຢ່າງ ຄົບຖ້ວນ, ສອດຄ່ອງກັບກົດໝາຍ ວ່າດ້ວຍແຮງງານ ແລະ ລະບຽບ ການທີ່ກ່ຽວຂ້ອງ. ພ້ອມກັນນີ້, ຍັງ ເປັນການສົ່ງເສີມການພົວພັນອັນດີ ລະຫວ່າງນາຍຈ້າງ ແລະ ລູກຈ້າງ ບົນພື້ນຖານຄວາມເຂົ້າໃຈ ແລະ ຜົນ ປະໂຫຍດຮ່ວມກັນ. ກະສິກອນ ເຮັດນາຢອດເມັດ ໂດຍ ນໍາໃຊ້ເຄື່ອງຈັກ ເຊິ່ງທາງຫ້ອງການ ໄດ້ສົ່ງພະນັກງານວິຊາການລົງ ຕິດຕາມ ແລະ ແນະນໍາວິທີການ ເຮັດນາຢອດເມັດແບບແຫ້ງ ໃຫ້ ກະສິກອນ ໂດຍເລີ່ມຈາກການໄຖ ກະກຽມດິນ, ການຢອດເມັດ, ການ ບົວລະບັດຮັກສາ, ການໃສ່ປຸ໋ຍ ແລະ ການໃຊ້ນໍາ. ພາຍຫລັງສໍາເລັດການ ປັກດໍາແລ້ວໜ່ວຍງານປູກຝັງ ຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງ ຫ້ວຍຊາຍ ຍັງຈະສືບຕໍ່ຊຸກຍູ້ໃນ ການບົວລະບັດຮັກສາ ເຂົ້ານາ ຂອງ ກະສິກອນພາຍໃນເມືອງ ເພື່ອໃຫ້ ໄດ້ຜົນຜະລິດໄດ້ຮັບສະມັດຕະພາບ ສູງ ຕື່ມອີກ. ຄອບຄົວຂອງທ່ານ ຄໍາເມົາ ແລະ ທ່ານ ບຸນເສີດ ກະສິກອນ ຢູ່ ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າ: ການເຮັດນາແບບຢອດ ເມັດ ແມ່ນມີຄວາມສະດວກສະບາຍ ຫລາຍຢ່າງ ເປັນຕົ້ນ ໄດ້ປະຢັດ ແຮງງານ, ປະຢັດຕົ້ນທຶນ ແລະ ປະ ຢັດເວລາອີກ ພ້ອມນີ້, ຜົນຜະລິດ ກໍໄດ້ເທົ່າທຽມກັບການເຮັດນາ ແບບປັກດໍາ ເຊິ່ງໄດ້ເຖິງ 4 ໂຕນຕໍ່ ເຮັກຕາ.
RkJQdWJsaXNoZXIy MTc3MTYxMQ==