7065

07/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເຈົ້າໜ້າທີ່ຊີ້ແຈງ...ົ້້ີ່ີ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ oa dm5 ]tdy f ]k;{9u o rq [xtc]dxj Po 0= h ,6 omk'fh kodko7h k{dko]q 'mb o 75 o'k,7;k,fu dkoxt8y ;a fmuj gxa ove,t8t 0v' ltskp dy , vy o -5 ' * ວັນທີ 8 ເດືອນ 7 ແມ່ນວັນ ຄົບຮອບ 31 ປີ ແຫ່ງການມໍລະນະ ກຳຂອງ ສະຫາຍ ກິມ ອິນ ຊຸງ ຊຶ່ງ ເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດ ການຂອງ ສາທາລະນະລັດ ປະຊາ ຊົນ ປະຊາທິປະໄຕ ເກົາຫລີ. ເນື່ອງໃນໂອກາດວັນດັ່ງກ່າວ ນີ້, ປະຊາຊົນເກົາຫລີ ແລະ ບຸກຄົນ ກ້າວໜ້າຂອງໂລກໄດ້ທົບທວນຄືນ ຄຸນງາມຄວາມດີອັນມະຫາສານ ດ້ວຍຈິດໃຈອັນສູງສົ່ງ ຊຶ່ງປະທານ ກິມອິນຊຸງໄດ້ສ້າງໄວ້ໃນພາລະກິດ ເພື່ອສ້າງສາປະເທດຊາດ ໃຫ້ມີ ຄວາມເຂັ້ມແຂງ,ປະຊາຊົນມີຄວາມ ຜາສຸກໃນພາລະກິດສັງຄົມນິຍົມ ແລະ ຄວາມເປັນເອກະລາດຂອງ ໂລກເປັນໄລຍະເວລາ 70 ປີ ນັບຕັ້ງ ແຕ່ເພິ່ນໄດ້ເລີ່ມອອກເດີນຕາມເສັ້ນ ທາງຂອງການປະຕິວັດ ແຕ່ອາຍຸ ຍັງໜຸ່ມນ້ອຍໃນໄວ 10 ປາຍປີ. ນັບແຕ່ມື້ເພິ່ນເລີ່ມການປະຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ອະທິບາຍ ແຈ້ງເຖິງຄວາມຈິງຫລັກທີ່ວ່າເອ ກະລາດ ແມ່ນເສັ້ນຊີວິດຂອງມະຫາ ຊົນ ແລະ ເປັນສິ່ງທີ່ເຮັດໃຫ້ປະເທດ ຊາດມີຊີວິດຊີວາ, ໄດ້ກໍ່ຕັ້ງແນວ ຄວາມຄິດຈຸເຊທີ່ຖືເອົາມະຫາຊົນ ເປັນໃຈກາງ ແລະ ແກ້ໄຂທຸກບັນຫາ ຕາມສີສັນຂອງ ສປປ ເກົາຫລີ ເພື່ອ ຜົນປະໂຫຍດຂອງປະຊາຊົນເກົາ ຫລີ ແລະ ເພື່ອໃຫ້ສອດຄ່ອງກັບ ສະພາບເງື່ອນໄຂອັນສະເພາະຂອງ ປະເທດໃນຕະຫລອດໄລຍະຂອງ ການຊີ້ນຳການປະຕິວັດ. ສະຫາຍ ກິມ ອິນ ຊຸງ ໄດ້ນຳ ພາການຕໍ່ສູ້ຈົນບັນລຸຜົນສໍາເລັດໃນ ພາລະກິດປົດປ່ອຍຊາດດ້ວຍແຜນ ການອັນຍິ່ງໃຫຍ່ໃນການສ້າງສາ ປະເທດຊາດໃຫ້ມີຄວາມຮັ່ງມີ, ການ ເຮັດສົງຄາມກັບກຸ່ມຈັກກະພັດຕໍ່ ຕ້ານປະຊາຊົນເກົາຫລີ, ພາລະກິດ ຟື້ນຟູ ແລະ ສ້າງສາປະເທດຊາດ ຫລັງສົງຄາມ ແລະ ພາລະກິດການ ປະຕິວັດສັງຄົມໃນສອງໄລຍະ. ເພິ່ນຍັງເຮັດໃຫ້ແນ່ໃຈວ່າການ ຫັນເປັນອຸດສາຫະກຳສັງຄົມນິຍົມ ເປັນຈິງໄດ້ຜ່ານການຂະຫຍາຍຕົວ ຂຶ້ນຢ່າງແຮງ ເໝືອນດັ່ງມ້າຕິດປີກ ອັນໄດ້ສ້າງພື້ນຖານທີ່ເຂັ້ມແຂງໃຫ້ ກັບການສ້າງເສດຖະກິດທີ່ເພິ່ງພາ ຕົນເອງຂອງຊາດ. ໃນໄລຍະເວລາແຫ່ງການນຳ ພາການປະຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ຍົກສູງຄັນທຸງແຫ່ງຈິດໃຈ ກຸ້ມຕົນເອງ, ເພິ່ງຕົນເອງ, ໄດ້ທັບ ມ້າງອຸປະສັກ, ຄວາມກົດດັນ, ການ ແຊກແຊງກິດຈະການພາຍໃນທຸກ ປະການຢ່າງເດັດດ່ຽວ ສາມາດ ສ້າງພື້ນຖານອັນໜັກແໜ້ນໃນການ ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ທ່າ ແຮງບົ່ມຊ້ອນແຫ່ງການພັດທະນາ ພາຍໃນຊຶ່ງເຮັດໃຫ້ສັງຄົມນິຍົມ ຕາມສີສັນຂອງ ສປປ ເກົາຫລີ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງໃນທ່າມກາງພາຍຸ ລົມແຮງ. ເພິ່ນແມ່ນບິດາຂອງປະເທດ ຊາດຜູ້ທີ່ເຕົ້າໂຮມເອົາປະຊາຊົນ ສປປ ເກົາຫລີ ທີ່ຮັກປະເທດຊາດ ທຸກຄົນດ້ວຍຈິດໃຈອັນກວ້າງຂວາງ ຂອງເພິ່ນ. ເພິ່ນແມ່ນດວງອາທິດ ຂອງທຸກຄົນ,ບໍ່ພຽງແຕ່ເປັນການນຳ ຂອງພັກການເມືອງຕ່າງໆ ແລະ ປະ ມຸກລັດລວມໄປເຖິງບຸກຄົນສຳຄັນ ຂອງຫລາຍໆປະເທດທົ່ວໂລກເທົ່າ ນັ້ນ, ແຕ່ຍັງລວມເຖິງບຸກຄົນທີ່ມີອຸດົມ ການ ແລະ ທັດສະນະການເມືອງທີ່ ແຕກຕ່າງ, ເຄົາລົບບູຊາຢ່າງໜັກ ແໜ້ນ ແລະ ປະທັບໃຈກັບບຸກຄະລິກ ລັກສະນະອັນສູງສົ່ງຂອງເພິ່ນ. ສະຫາຍ ກິມ ອິນ ຊຸງ ໄດ້ເຮັດ ສຳເລັດພາລະກິດສ້າງພັກ, ລັດ ແລະ ກອງທັບຈຸເຊອັນກາຍເປັນພື້ນ ຖານການເມືອງ ແລະ ການທະຫານ ທີ່ເຂັ້ມແຂງໃຫ້ແກ່ຜົນສຳເລັດຂອງ ການປະຕິວັດຈຸເຊ. ເພິ່ນໄດ້ຫາທາງແກ້ໄຂອັນສົມ ບູນແບບໃຫ້ກັບບັນຫາຜູ້ສືບທອດ ການນຳທີ່ເປັນປັດໄຈຫລັກໃນການ ສືບຕໍ່ພາລະກິດປະຕິວັດ ແລະ ສືບຕໍ່ ມູນເຊື້ອການປະຕິວັດຢ່າງມີຄວາມ ບໍລິສຸດ ແລະ ຍັງໄດ້ຊີ້ນຳຄວາມ ພະຍາຍາມອັນຍິ່ງໃຫຍ່ ເພື່ອສ້າງ ຄົນລຸ້ນໃໝ່ໃຫ້ກາຍເປັນຜູ້ສືບທອດ ການປະຕິວັດ. ດ້ວຍວຽກງານການຕ່າງປະ ເທດທີ່ຫ້າວຫັນຂອງເພິ່ນ, ເພິ່ນໄດ້ ຍົກສູງພາລະບົດບາດ ແລະ ອຳ ນາດຂອງ ສປປ ເກົາຫລີ ໃນເວທີ ສາກົນຢ່າງໂດດເດັ່ນ ແລະ ບັນລຸຜົນ ສຳເລັດອັນຍິ່ງໃຫຍ່ເພື່ອສ້າງຄວາມ ເຂັ້ມແຂງໃຫ້ກັບຂະບວນການສັງ ຄົມນິຍົມ ແລະ ການຍາດໄດ້ໄຊຊະ ນະຂອງພາລະກິດເອກະລາດຕ້ານ ລັດທິຈັກກະພັດ. ປະທານ ກິມ ອິນ ຊຸງ ແລະ ປະທານ ໄກສອນ ພົມວິຫານ ແມ່ນ ຜູ້ສ້າງຕັ້ງສາຍພົວພັນ ແລະ ການ ຮ່ວມມືມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ສປປ ເກົາຫລີ-ສປປ ລາວ, ຊຶ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງພາຍໃຕ້ຄັນທຸງຂອງ ພາລະກິດສັງຄົມນິຍົມ ແລະ ພາລະ ກິດເອກະລາດຕ້ານລັດທິຈັກກະພັດ. ຜົນສຳເລັດທີ່ທ່ານປະທານໄດ້ ອຸທິດຜ່ານມານັ້ນ ເປັນຜົນສຳເລັດ ອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນ ປະຫວັດສາດຂອງຊາດທີ່ແກ່ຍາວ ຫລາຍພັນປີດ້ວຍແນວຄວາມຄິດ ແລະ ທິດສະດີອັນຍິ່ງໃຫຍ່, ຄວາມ ສາມາດໃນການນຳພາອັນໂດດ ເດັ່ນ ແລະ ການປະຕິວັດອັນຍິ່ງໃຫຍ່ ຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນຳທີ່ ຍິ່ງໃຫຍ່ເພື່ອເປີດອະນາຄົດທີ່ສົດໃສ ຂອງປະເທດເກົາຫລີ ຈຸເຊຈະຖືກ ນຳໄປສູ່ປະຊາຊົນລຸ້ນຕໍ່ໄປ. ພາລະກິດປະຕິວັດຈຸເຊ ທີ່ໄດ້ ເລີ່ມຂຶ້ນແລະນຳໄປສູ່ໄຊຊະນະໂດຍ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ກຳລັງໄດ້ຮັບການ ສານຕໍ່ຢ່າງຕໍ່ເນື່ອງໂດຍສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກ ແຮງງານເກົາຫລີ, ປະທານ ກິດຈະ ການແຫ່ງລັດແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນປັດຈຸບັນ ແລະ ທຸກແຜນການ ອັນຍາວໄກ ແລະ ຄວາມປາຖະໜາ ຂອງສະຫາຍກິມ ອິນ ຊຸງ ຈະໄດ້ ຮັບການປະຕິບັດໃຫ້ເປັນຮູບປະທຳ ຢ່າງມີຜົນສຳເລັດ. ສະນັ້ນ, ຂ້າພະເຈົ້າໃນນາມ ຫົວໜ້າກອງປະຕິບັດຄຳຕັດສິນ ຂອງສານ ຈຶ່ງຂໍຊີ້ແຈງລາຍລະ ອຽດດັ່ງນີ້: ອີງຕາມ ສຳນວນຄະດີ ແພ່ງເລກທີ 133/ຂຕ, ລົງວັນທີ 03 ມີນາ 2004; ຄຳພິພາກສາ ຂອງສານປະຊາຊົນສູງສຸດ ສະບັບ ເລກທີ 07-09/ຄສຸພ.ຂລ, ລົງ ວັນທີ 24 ມັງກອນ 2007. ຄະດີລະຫວ່າງ ນາງວອນມີລາ (ໂຈດ), ທ້າວ ບຸນມີ, ທ້າວ ບຸນ ລ້ວນ, ນາງ ຫວັນ, ທ້າວ ສີສະ ຫວັດ, ທ້າວ ເກົາຟູ, ທ້າວ ແກ້ວບຸນ ທຳ, ທ້າວ ບຸນທີ່ມ, ທ້າວ ກ່ຳ, ທ້າວ ວຽງຄຳ, ທ້າວ ສົມບູນ, ທ້າວ ປ້ອມ (ຈໍາເລີຍ). ເລື່ອງທວງໃຫ້ຍົກຍ້າຍ ອອກຈາກທີ່ດິນ. ຄະດີດັ່ງກ່າວສານ ປະຊາຊົນເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ ໄດ້ລົງຄຳຕັດ ສິນສະບັບເລກທີ 185/ຂຕ.ພ, ລົງ ວັນທີ 31 ສິງຫາ 2004; ສານ ປະຊາຊົນນະຄອນຫລວງວຽງຈັນ ຂັ້ນອຸທອນ ໄດ້ພິພາກສາ ສະບັບ ເລກທີ 09/ອທ.ພ, ລົງວັນທີ 16 ສິງຫາ 2005 ແລະ ສານປະຊາຊົນ ສູງສຸດ ໄດ້ພິພາກສາ ສະບັບ ເລກທີ 07-09/ຄສພ.ຂລ, ລົງ ວັນທີ 24 ມັງກອນ 2007 ເຊິ່ງມີ ເນື້ອໃນບອກວ່າ: ໃຫ້ພວກຈຳເລີຍ ຈຳນວນ 11 ຄອບຄົວຍົກຍ້າຍ ອອກຈາກທີ່ດິນຂອງໂຈດ; ໃຫ້ໂຈດ ມອບທີ່ດິນຈຳ ນວນ 20x20 ແມັດ ໃຫ້ແກ່ທ້າວ ບຸນມີ (ຈຳເລີຍ); ໃຫ້ ພວກຈຳເລີຍທົດແທນເງິນວາງ ສານຈຳນວນ 520.000 ກີບ ຄືນໃຫ້ແກ່ໂຈດ. ໃຫ້ພວກຈຳເລີຍ ຈ່າຍເງິນຄ່າອາກອນລັດ ຈຳນວນ 100.000 ກີບ ພ້ອມທັງຮັບຜິດ ຊອບຄ່າໃຊ້ຈ່າຍຕ່າງໆໃນເວລາ ຈັດຕັ້ງປະຕິບັດຄຳຕັດສິນຂອງ ສານຈົນສຳເລັດ. ພາຍຫລັງຄຳພິພາກສາຂອງ ສານໃຊ້ໄດ້ເດັດຂາດແລ້ວ ກອງປະ ຕິບັດຄຳຕັດສິນຂອງສານນະຄອນ ຫລວງວຽງຈັນ ໄດ້ຮຽກໂຈດ ແລະ ພວກຈໍາເລີຍເຂົ້າມາຮັບຊາບຄໍາ ຕັດສິນແລະຄໍາພິພາກສາຂອງສານ ແຕ່ພວກຈຳເລີຍແມ່ນບໍ່ເຫັນດີປະຕິ ບັດ, ກອງປະຕິບັດຄໍາຕັດສິນຂອງ ສານໄດ້ອອກຄໍາສັ່ງຍົກຍ້າຍ ເລກທີ 23/ຫຈສ, ລົງວັນທີ 13 ກໍລະກົດ 2007 ແລະ ອອກແຈ້ງການໃຫ້ຍົກ ຍ້າຍອອກດ້ວຍຕົນເອງຫລາຍຄັ້ງ, ແຕ່ພວກຈໍາເລີຍ ແລະ ຜູ້ຢູ່ອາໄສ ບໍ່ ຍອມປະຕິບັດ ຈຶ່ງໄດ້ສົມທົບກັບຄະ ນະກໍາມະການທີ່ກ່ຽວຂ້ອງລົງສຶກ ສາອົບຮົມພວກຈໍາເລີຍເພື່ອໃຫ້ປະ ຕິບັດຄຳຕັດສິນຂອງສານ ນັບແຕ່ປີ 2007-2025 ຫລາຍກວ່າ 20 ຄັ້ງ ແລະ ມີ 4 ຄອບຄົວທີ່ເຫັນດີຍົກຍ້າຍ ອອກຕາມຄຳພິພາກສາຂອງສານ. ໂຈດໄດ້ມີນະໂຍບາຍ ເຊິ່ງບໍ່ນອນ ຢູ່ໃນຄຳພິພາກສາຂອງສານໃຫ້ແຕ່ ລະຄອບຄົວທີ່ເຫັນດີຍົກຍ້າຍອອກ ດ້ວຍຕົວເອງຄື: ທີ່ດິນ13x21ແມັດ ແລະ ເງິນຈໍານວນ10ລ້ານກີບ ເຊົ່າ ເຮືອນໃຫ້ຢູ່ຊົ່ວຄາວ 6 ເດືອນ, ພ້ອມ ທັງຊ່ວຍຂົນເຄື່ອງຕ່າງໆໃຫ້ໄປຢູ່ ບ່ອນໃໝ່, ສ່ວນຄອບຄົວທີ່ບໍ່ເຫັນ ດີປະຕິບັດ ໄດ້ຮຽກຮ້ອງຂໍຄ່າຊົດ ເຊີຍເປັນເງິນ 200.000 ໂດລາ, 2.000.000 ບາດ, 1.000.000 ບາດ, 600.000 ບາດ ແຕ່ໂຈດບໍ່ ສາມາດໃຫ້ໄດ້ຕາມການຮ້ອງຂໍ, ນີ້ກໍ ສະແດງວ່າພວກຈໍາເລີຍຮັບຮູ້ຄໍາພິ ພາກສາຂອງສານແຕ່ບໍ່ຍອມປະຕິບັດ. ພວກຈຳເລີຍໄດ້ຂຽນຄຳຮ້ອງຂໍ ຮື້ຟື້ນຫາອົງການໄອຍະການປະຊາ ຊົນສູງສຸດ ແລະ ຄຳຮ້ອງຂໍຄວາມ ເປັນທຳຫາພາກສ່ວນກ່ຽວຂ້ອງ ແລະ ພາກສ່ວນດັ່ງກ່າວ ໄດ້ມີຄຳ ຕົກລົງ, ໜັງສືແຈ້ງການ ແລະ ແຈ້ງ ຕອບຕໍ່ພວກກ່ຽວດັ່ງນີ້: ອົງການໄອຍະການປະຊາຊົນ ສູງສຸດ ໄດ້ມີໜັງສືສະເໜີໃຫ້ສືບຕໍ່ ປະຕິບັດ ສະບັບເລກທີ118/ອອປສ, ລົງວັນທີ 23 ທັນວາ 2019 ໃຫ້ສໍາ ເລັດຕາມລະບຽບກົດໝາຍແລະ ຄໍາ ຕົກລົງບໍ່ຮື້ຟື້ນຄະດີ 02 ຄັ້ງ ຕາມ ຄໍາຕົກລົງເລກທີ 079/ອອປສ, ລົງ ວັນທີ 23 ກໍລະກົດ 2021, ສະບັບ ເລກທີ 148/ອອປສ ລົງວັນທີ 28 ພຶດສະພາ 2024; ພາກສ່ວນທີ່ໄດ້ ຮັບຄຳຮ້ອງຂໍຄວາມເປັນທຳຂອງ ພວກຈຳເລີຍ ເປັນຕົ້ນ ສະພາແຫ່ງ ຊາດ, ຫ້ອງວ່າການສຳນັກງານນາ ຍົກ ໄດ້ມີໜັງສືແຈ້ງມາ ຍັງກະຊວງ ຍຸຕິທຳ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຄຳພິພາກສາຂອງສານປະຊາຊົນ ສູງສຸດ ເລກທີ 07-09/ຄສພ.ຂລ, ລົງວັນທີ 24 ມັງກອນ 2007 ໃຫ້ ສໍາເລັດຕາມລະບຽບກົດໝາຍ; ກະ ຊວງຍຸຕິທຳ ໄດ້ມີໜັງສືແຈ້ງຕອບ ຄຳຮ້ອງຂອງພວກຈຳເລີຍ ສະບັບ ເລກທີ 132/ຫກ, ລົງວັນທີ 23 ມັງກອນ 2025 ໃຫ້ປະຕິບັດຕາມ ຄຳພິພາກສາຂອງສານເລກທີ 0709/ຄສພ.ຂລ, ລົງວັນທີ 24 ມັງ ກອນ 2007 ຂອງສານປະຊາຊົນ ສູງສຸດ ໃຫ້ສຳເລັດຕາມຂັ້ນຕອນ ແລະ ນຳໃຊ້ມາດຕະການຕາມລະ ບຽບກົດໝາຍທີ່ກຳນົດໄວ້ຢ່າງຖືກ ຕ້ອງ ແລະ ເຂັ້ມງວດ. ກອງປະຕິບັດຄຳຕັດສີນຂອງ ສານ ໄດ້ລາຍງານຂັ້ນເທິງ ແລະ ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງເພື່ອ ຮັບຮູ້ ແລະ ຄວາມເປັນເອກະພາບ ໃນການນຳໃຊ້ມາດຕະການຕໍ່ພວກ ຈຳເລີຍ ແລະ ຜູ້ອາໄສຢູ່ດິນບ່ອນຂັດ ແຍ່ງກັນນັ້ນ ຕາມໃບຕາດິນເລກທີ 1201, ລົງວັນທີ 06 ສີງຫາ 2008 ອອກຊື່ນາງ ວອນ ມີລາ, ປັດຈຸບັນ ມີຄອບຄົວທີ່ເຂົ້າມາຢູ່ດິນບ່ອນຂັດ ແຍ່ງທັງໝົດ17ຄອບຄົວ,ທັງອາໄສ ຢູ່ ແລະ ຄ້າຂາຍ. ວັນທີ 29 ພຶດສະ ພາ 2025 ກອງປະຕິບັດຄໍາຕັດສິນ ຂອງສານໄດ້ສົມທົບກັບອົງການໄອ ຍະການ ນະຄອນຫລວງວຽງຈັນ, ປກສ ນະຄອນຫລວງວຽງຈັນ, ອົງ ການປົກຄອງເມືອງ, ປກສ ເມືອງ, ປກສ ກຸ່ມບ້ານ, ອຳນາດການປົກ ຄອງບ້ານຈັນສະຫວ່າງ ເມືອງສີ ໂຄດຕະບອງ ສຶກສາອົບຮົມຈຳນວນ 17 ຄອບຄົວ ທີ່ອາໄສຢູ່ທີ່ດິນບ່ອນ ຂັດແຍ່ງໃຫ້ຍົກຍ້າຍອອກຕາມຄຳ ພິພາກສາຂອງສານ; ໃນຄັ້ງວັນທີ 3 ມິຖຸນາ 2025 ໄດ້ອອກແຈ້ງ ການອີກເປັນສະບັບສຸດທ້າຍ ເພື່ອ ໃຫ້ພວກຈຳເລີຍ ແລະ ບຸກຄົນທີ່ອາ ໄສຢູ່ດິນຍົກຍ້າຍອອກ, ໄດ້ເປິດກອງ ປະຊຸມປຶກສາຫາລືຄວາມເປັນເອກະ ພາບກ່ອນຈະລົງຍົກຍ້າຍ ແລະ ວັນ ທີ 24 ມິຖຸນາ 2025 ໄດ້ສົມທົບກັບ ຄະນະກຳມະການທີ່ກ່ຽວຂ້ອງລົງ ສຶກສາອົບຮົມ, ພ້ອມທັງແຈ້ງແຕ່ ລະຄອບຄົວຍົກຍ້າຍດ້ວຍຕົນເອງ ກ່ອນວັນທີ 2 ກໍລະກົດ 2025, ແຕ່ ພວກຈຳເລີຍ ແລະ ບຸກຄົນທີ່ອາໄສ ຢູ່ດິນຍັງບໍ່ຍອມປະຕິບັດແລະມີການ ຂັດຂວາງດ້ວຍວີທີການຕ່າງໆ. ເຫັນວ່າຄະດີດັ່ງກ່າວ, ໄດ້ແກ່ ຍາວເວລາມາ 20 ກວ່າປີ. ສະນັ້ນ, ໃນວັນທີ 2 ກໍລະກົດ 2025 ກອງ ປະຕິບັດຄຳຕັດສິນຂອງສານໄດ້ສົມ ທົບກັບຄະນະກຳມະການພາກສ່ວນ ທີ່ກ່ຽວຂ້ອງເປັນຕົ້ນ ອົງການໄອ ຍະການ ນະຄອນຫລວງວຽງຈັນ, ປກສ ນະຄອນຫລວງວຽງຈັນ, ອົງ ການປົກຄອງເມືອງ, ປກສ ເມືອງ, ປກສ ກຸ່ມບ້ານ, ອຳນາດການປົກ ຄອງບ້ານຈັນສະຫວ່າງລົງຍົກຍ້າຍ ຕົວຈິງ ມີບາງຄອບຄົວໃຫ້ການ ຮ່ວມມືໃນການຍົກຍ້າຍ, ບາງຄອບ ຄົວບໍ່ຍອມ ແລະ ໄດ້ຖ່າຍຮູບ ຖ່າຍ ວິດີໂອ ລົງສືສັງຄົມອອນລາຍ ເພື່ອ ວິພາກວິຈານ ແລະ ບິດເບືອນກັບ ຄວາມເປັນຈິງ ເຮັດໃຫ້ສັງຄົມມີ ຄວາມເຂົ້າໃຈຜິດ. ສະນັ້ນ, ກອງ ປະຕິບັດຄຳຕັດສິນຂອງສານ ຈຶ່ງ ໄດ້ຊີ້ແຈງຕໍ່ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ ການຈັດຕັ້ງປະຕິບັດຄຳພິພາກສາ ຂອງສານ ແລະ ການນຳໃຊ້ມາດ ຕະການຕາມກົດໝາຍ. ກ່ຽວກັບການປະຕິບັດຄຳພິ ພາກສາຂອງສານໃນສ່ວນທີ່ຍັງບໍ່ ທັນສຳເລັດ, ກອງປະຕິບັດຄຳຕັດ ສິນຂອງສານ ຈະໄດ້ສົມທົບກັັບ ພາກສ່ວນກ່ຽວຂ້ອງສືບຕໍ່ປະຕິບັດ ຍົກຍ້າຍໃຫ້ສຳເລັດຕາມຄຳພິພາກ ສາຂອງສານ. ຂ່າວ-ພາບ: ໜັງສືພິມ ຄວາມສະຫງົບ ຮ່ວມມືທາງດ້ານເສດຖະກິດ-ສັງ ຄົມ ຂອງ ສອງປະເທດ ລາວ-ຈີນ ໂດຍສະເພາະການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ການຄ້າ-ການລົງທຶນ ຂອງບັນດາ ນັກທຸລະກິດລາວ-ຈີນ ເພື່ອເຊື່ອມ ໂຍງ ແລະ ແບ່ງປັນແນວຄວາມຄິດ ໃນຊຸກຍູ້ການພັດທະນາທາງດ້ານ ການຄ້າ ແລະ ອຸດສາຫະກຳ ລະ ຫວ່າງ ລາວ-ຈີນ. ການພົບປະຄັ້ງ ນີ້, ບັນດາຜູ້ປະກອບການ, ໄດ້ຜັດ ປ່ຽນກັນນຳສະເໜີຜະລິດຕະພັນ ຂອງຕົນ, ທັດສະນະກ່ຽວກັບສະ ພາບການຮ່ວມມືດ້ານອຸດສາຫະ ກຳແລະການຄ້າໃນປັດຈຸບັນ, ແບ່ງ ປັນຜົນສຳເລັດຂອງພວກເຂົາເຈົ້າ ໃນຂົງເຂດຕ່າງໆເຊັ່ນ: ການປະດິດ ສ້າງເຕັກໂນໂລຊີ, ການຂະຫຍາຍ ຕະຫລາດ, ການຮ່ວມມືສາກົນ ເຊິ່ງໄດ້ສະເໜີຄວາມເຂົ້າໃຈທີ່ມີ ຄຸນຄ່າ ແລະ ກະຕຸ້ນການສົນທະນາ ກ່ຽວກັບການຮ່ວມມື ລາວ-ຈີນ ເປີດເສັ້ນທາງໃໝ່ສຳລັບການ ຮ່ວມມືດ້ານເສດຖະກິດ ແລະ ການ ຄ້າ ເພື່ອເປັນພື້ນຖານໃຫ້ແກ່ການ ຮ່ວມມືໃນອະນາຄົດ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂປລ. ກອງປະຊຸມພົບປະນັກ ທຸລະກິດລາວ-ຈີນ ໄດ້ຈັດຂຶ້ນ ວັນທີ 2 ກໍລະກົດ 2025 ທີ່ນະ ຄອນຫລວງວຽງຈັນ ເພື່ອພົບປະ ແລກປ່ຽນຂໍ້ມູນທາງດ້ານການ ຄ້າ-ການລົງທຶນ ກໍຄື ການຊື້-ຂາຍ, ການຊອກຫາຕະຫລາດ ເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ປະກອບ ການຂອງສອງປະເທດ ແນໃສ່ສ້າງ ເງື່ອນໄຂໃນການເພີ່ມທະວີການ ຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ ໂດຍມີ ທ່ານ ນາງ ໂລ ຢຽນຜິງ ຜູ້ອຳນວຍການ ໃຫຍ່ ກຸ່ມບໍລິສັດ ໂຢຈຽນ ເຂດກ່າວ ຊິງ ເມືອງຢູ້ຊີ ສປ ຈີນ, ພ້ອມດ້ວຍ ຜູ້ຕາງໜ້າບໍລິສັດຕ່າງໆ ທັງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໂລຢຽນ ຜິງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນເວທີໜຶ່ງທີ່ມີຄວາມສຳຄັນ ໃນ ການເສີມຂະຫຍາຍສາຍພົວພັນ

RkJQdWJsaXNoZXIy MTc3MTYxMQ==