7065

07/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ບກ ພາບປະກອບ ບົດສະເໜີົີ rh v,da ogvq k.9.lj xq dxa dIa dlkla foE{la fxj k grnj v7;k,v5 fq ,lq ,[6 o8ts]vfwx ໂດຍ: ຄຳອ້າຍ ທອງວັນ້ າັ ນ ;y mtpk7kog8a doy ddkomtskogvq k.9.lj lh k' okpmtskogxa ortoa d'koln [mvf.sh ,u 75 ootrk[ *ວິທະຍາຄານເຕັກນິກການ ທະຫານແມ່ນວິທະຍາຄານໜຶ່ງ ຂອງກອງທັບປະຊາຊົນລາວ ເຊິ່ງ ມີພາລະບົດບາດ ແລະ ໜ້າທີ່ເປັນ ເສນາທິການໃຫ້ຄະນະພັກກົມໃຫຍ່ ເຕັກນິກກອງທັບໃນການອົບຮົມ ບຳລຸງກໍ່ສ້າງ, ບຳລຸງນັກວິຊາສະ ເພາະເຕັກນິກລົດ, ເຕັກນິກຍຸດໂທ ແລະ ບຳລຸງເສນາເຕັກນິກເພື່ອ ຕອບສະໜອງໃຫ້ກຳລັງຫລວງກຳລັງທ້ອງຖິ່ນທົ່ວກອງທັບປະຊາ ຊົນລາວ. *ສປປ ລາວ ເປັນປະເທດໜຶ່ງທີ່ ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດຊັບໃນດິນສິນ ໃນນໍ້າ, ມີຊະນິດພັນສັດປ່າ ຫລາຍ ກວ່າ 1.000 ຊະນິດ ແລະ ປາພື້ນ ເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນຂອງ ໂລກ ເຊັ່ນ: ເສົາລາ,ແຮດ, ໝີ, ເມີຍ, ຂະຍຸ, ຊ້າງ, ເສືອໂຄ່ງ,ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດ ອື່ນໆ. ສັດດັ່ງກ່າວແມ່ນມີຄວາມ ສໍາຄັນຕໍ່ການຮັກສາຄວາມອຸດົມ ສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍລະດົກທາງ ທໍາມະຊາດອັນລໍ້າຄ່າຂອງຊາດ ລາວເຮົາ. ສະນັ້ນ, ເພື່ອເປັນການ ປູກຈິດສຳນຶກ ແລະ ສ້າງຄວາມ ຮັບຮູ້ເຂົ້າໃຈໃຫ້ແກ່ປວງໃນການ ປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ເປັນມູນ ມໍລະດົກຂອງຊາດລາວໃຫ້ມີຄວາມ ອຸດົມສົມບູນຕະຫລອດໄປນັ້ນ ພັກ ແລະ ລັດຖະບານໄດ້ກຳນົດເອົາ ວັນທີ 13 ກໍລະກົດ ເປັນວັນປ່ອຍ ປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ, ວັນສໍາຄັນດັ່ງກ່າວນີ້ ກໍໄດ້ກົງກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຊຶ່ງໃນ ແຕ່ລະປີພວກເຮົາກໍໄດ້ພ້ອມກັນຈັດ ກິດຈະກໍາຕ່າງໆ ເພື່ອປູກຈິດສໍາ ນຶກໃຫ້ແກ່ເຍົາວະຊົນ ແລະ ອະນຸ ຊົນຮຸ່ນຫລັງກໍຄືທົ່ວສັງຄົມໃຫ້ເຫັນ ຄວາມສໍາຄັນຂອງການອະນຸລັກ ສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມ ອຸດົມສົມບູນໃຫ້ກັບທໍາມະຊາດປົກ ປັກຮັກສາລະບົບນິເວດໃຫ້ມີຄວາມ ສົມດູນ ແລະ ຍືນຍົງ. ພ້ອມດຽວກັນນີ້, ກໍເພື່ອຈາລຶກ ບຸນຄຸນ ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງຂອງປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາ ລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຂອງພວກ ເຮົາ. ໃນປີຜ່ານມາ, ກະຊວງກະ ສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ບັນດາອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຈັດກິດຈະ ກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າແຫ່ງຊາດ ໂດຍ ມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ ປະກອບການລວມທັງອົງການຈັດ ຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວ ພັນປາ, ແນວພັນສັດນໍ້າ ແລະ ສັດ ປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງ ຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍ ຄືນສູ່ທຳມະຊາດມີຈຳນວນຫລາຍ ລ້ານໂຕ ຊຶ່ງມີທັງປະເພດສັດປ່າ ປະເພດນົກ, ສັດເລືອຄານ ແລະ ສັດ ປະເພດອື່ນໆ. ໄລຍະຜ່ານມາ, ລັດຖະບານໄດ້ ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສັດ ນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍ ອອກເປັນກົດໝາຍວ່າດ້ວຍການ ອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະ ດຽວກັນກໍ່ໄດ້ມີການສົ່ງເສີມໃຫ້ ມີການລ້ຽງ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ເພື່ອເພີ່ມ ຈຳ ນວນສັດດັ່ງກ່າວ ໃຫ້ຫລາຍ ຂຶ້ນ, ໄດ້ດຳເນີນການສຶກສາຄົ້ນ ຄວ້າທາງດ້ານວິທະຍາສາດ, ຫລຸດ ຜ່ອນການທຳມາຫາກິນທີ່ນຳໃຊ້ ຊັບພະຍາກອນທຳມະຊາດ ແບບ ບໍ່ຍືນຍົງ, ຟູມເຟືອຍ ແລະ ກໍ່ໃຫ້ ເກີດຜົນກະທົບທາງກົງ ແລະ ທາງ ອ້ອມ. ນອກນັ້ນ ລັດຖະບານຍັງ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການອະນຸລັກ, ປົກ ປັກຮັກສາ, ລ້ຽງ ແລະ ຂະຫຍາຍ ພັນສັດນ້ຳ ແລະ ສັດປ່າ ເພື່ອປະ ກອບສ່ວນໃນຂະບວນການປົກປັກ ຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ. ປັດຈຸບັນໃນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍາ ນວນ 50 ກວ່າແຫ່ງ, ຟາມຜະລິດ ລູກປາ ຂອງເອກະຊົນຫລາຍກວ່າ 100 ກວ່າແຫ່ງ ແລະ ການຜະລິດ ລູກປາແບບຄອບຄົວມີ 300 ກວ່າ ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານຈໍານວນ 300 ລ້ານກວ່າໂຕ (ສະໜອງໄດ້ ກວ່າ 70% ຂອງແຜນການ), ມີ ຟາມລ້ຽງສັດປ່າ, ສູນຂະຫຍາຍ ພັນສັດປ່າຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວ ໄດ້ຄົ້ນຄວ້າ ທົດລອງລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍ ຊະນິດ, ທົ່ວປະເທດມີວັງສະຫງວນ ປາ ຈໍານວນ 1.000 ກວ່າວັງ, ໃນ ນັ້ນ ມີຄະນະຄຸ້ມຄອງວັງສະຫງວນ ແລ້ວ 819 ວັງ ແລະ ມີເຂດອະນຸລັກ ພັນສັດປ່າແຫ່ງຊາດ 1 ເຂດ. ການປ່ອຍສັດນ້ຳ-ສັດປ່າ ຄືນ ສູ່ທຳມະຊາດ ແມ່ນເປັນການປູກ ຈິດສຳນຶກໃຫ້ທຸກພາກສ່ວນທົ່ວ ສັງຄົມຮັບຮູ້ການສ້າງຄັງອາຫານ ຢູ່ໃນທໍາມະຊາດ, ທັງເຫັນໄດ້ ຄວາມສຳຄັນການອະນຸລັກສັດ ນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນ ລົງສູ່ແຫລ່ງນໍ້າທຳມະຊາດ, ຄືນຈໍາ ນວນປະຊາກອນສັດນ້ຳ-ສັດປ່າ ໃຫ້ ຫລາຍຂຶ້້ນ. ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາທຸກຂັ້ນໃນ ວິທະຍາຄານເຕັກນິກການທະຫານ ໄດ້ຖືສໍາຄັນໃນການສຶກສາອົບຮົມ ການເມືອງນໍາພາແນວຄິດໃຫ້ພະ ນັກງານ, ຄູອາຈານ ນັກສຶກສາ ແຕ່ລະເປົ້າໝາຍຢ່າງເປັນປົກກະຕິ ດ້ວຍຫລາຍຮູບການ, ວິທີການທີ່ ແຕກຕ່າງກັນ ໂດຍຖືເອົາໜ້າທີ່ການ ເມືອງ ແລະ ຄວາມຮັບຜິດຊອບ ຕົວຈິງຂອງແຕ່ລະອົງການແຕ່ລະ ເປົ້າໝາຍເປັນມາດຖານໃນການ ສຶກສາອົບຮົມ, ຫັນທຸກການເຄື່ອນ ໄຫວວຽກງານ, ການດໍາລົງຊີວິດ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ ແບບແຜນ, ຄຸ້ມຄອງບໍລິຫານດ້ວຍ ຂໍ້ກຳນົດກົດລະບຽບຂອງກົມກອງ ແລະ 7 ລະບອບ 18 ວຽກຂອງ ກອງທັບວາງອອກ. ສຳລັບໃນສົກຮຽນປີ 20242025 ນີ້ ຈຳນວນນັກສຶກສາ 136 ສະຫາຍ, ຜ່ານການຄົ້ນຄວ້າຮໍ່າຮຽນ ສອບເສັງຈົບວິຊາສອບເສັງຈົບຊັ້ນ ແລະ ປ້ອງກັນບົດສາມາດສະຫລຸບ ໄດ້ວ່າ: ບັນດາສະຫາຍນັກສຶກສາ ໄດ້ມີຄວາມຮູ້ພື້ນຖານທາງດ້ານ ທິດສະດີການເມືອງ, ການທະຫານ ແລະ ກຳແໜ້ນດ້ານວິຊາສະເພາະ, ໄດ້ເສັງຈົບທຸກວິຊາ, ສຳເລັດການ ລົງຝຶກງານ ແລະ ກິດຈະກຳຕ່າງໆ ທີ່ໄດ້ກຳນົດໃນຫລັກສູດເຊິ່ງຜົນ ໄດ້ຮັບຕົວຈິງສະແດງອອກຄື: ນັກ ສຶກສາປະລິນຍາຕີຄະແນນສະເລ່ຍ ຕະຫລອດໄລຍະສຶກສາຮໍ່າຮຽນ 5 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນ ຄື: ນັກ ສຶກສາປະລິນຍາຕີເຕັກນິກລົດໂອໂຕ ການທະຫານຈໍານວນພົນທັງໝົດ 24 ສະຫາຍ ລະດັບ B+: 6 ສະຫາຍ, ລະດັບ B: 17 ສະຫາຍ, ລະດັບ C: 1 ສະຫາຍ ກວມເອົາ 4%; ນັກ ສຶກສາປະລິນຍາຕີເຕັກນິກຍຸດໂທ ຈໍານວນພົນທັງໝົດ 25 ສະຫາຍ, ລະດັບ B+: 5 ສະຫາຍ, ລະດັບ B: 20 ສະຫາຍ; ປະລິນຍາຕີຕໍ່ເນື່ອງລົດ ໂອໂຕການທະຫານຄະແນນສະເລ່ຍ ຕະຫລອດໄລຍະສຶກສາຮໍ່າຮຽນ 2 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກ ສຶກສາປະລິນຍາຕິຕໍ່ເນື່ອງເຕັກນິກ ລົດໂອໂຕການທະຫານຈໍານວນພົນ ທັງໝົດ 20 ສະຫາຍ ລະດັບ B: 6 ສະຫາຍ, ລະດັບ B 14 ສະຫາຍ, ນັກສຶກສາເຕັກນິກຍຸດໂທຊັ້ນສູງ ຕໍ່ເນື່ອງຄະແນນສະເລ່ຍຕະຫລອດ ໄລຍະການສຶກສາຮໍ່າຮຽນ 1 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກ ສຶກສາຊັ້ນສູງຕໍ່ເນື່ອງເດັກນົກຍຸດໂທ ຈໍານວນພົນທັງໝົດ 19 ສະຫາຍ ກວມເອົາ 47%; ນັກສຶກສາຊັ້ນກາງ ຄະແນນສະເລ່ຍຕະຫລອດໄລຍະ ສຶກສາຮໍ່າຮຽນອປີ ແລະ ສອບເສັງ ຈົບຊັ້ນວິຊາການເມືອງ, ວິຊາ ສະເພາະຄື: ນັກສຶກສາເຕັກນິກລົດ ໂອໂຕ ຈໍານວນພົນທັງໝົດ 24 ສະຫາຍ ກວມເອົາ 29%, ນັກສຶກສາ ເຕັກນິກຍຸດໂທ ຈໍານວນພົນທັງໝົດ 24 ສະຫາຍ. ສັງລວມແລ້ວ, ຕະຫລອດໄລຍະ ຜ່ານມາ ຜ່ານການອົບຮົມບຳລຸງ ກໍ່ສ້າງສາມາດຮັບປະກັນໄດ້ທາງ ດ້ານເນື້ອໃນທິດສະດີ ແລະ ພາກ ປະຕິບັດຕົວຈິງເຊິ່ງມັນສະແດງ ອອກໃນເວລາທີ່ນັກສຶກສາ, ນັກ ຝຶກອົບຮົບແຕ່ລະລຸ້ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງ ກ່າວໄປໝູນໃຊ້ຢູ່ພາຍໃນກົມກອງ ຂອງຕົນໃຫ້ມີປະສິດທິພາບສູງ ເພື່ອປະກອບສ່ວນໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ສ້າງກອງທັບໃຫ້ ມີຄວາມໜັກແໜ້ນເຂັ້ມແຂງທາງ ດ້ານປະລິມານ ແລະ ຄຸນນະພາບ.

RkJQdWJsaXNoZXIy MTc3MTYxMQ==