7064

07 xtgmf]k; 37ltok c]t [= ]y = dy ko { 04/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ການສ້ອມ ແປງ-ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ ບ້ານພັດທະນາໂພນໄຊ ນະຄອນ ປາກເຊ​ ແຂວງຈໍາປາສັກ​ຄື: ເສັ້ນ ທາງເລກທີ 24 ແລະ 46,​ຮູບແບບ ການສ້ອມແປງ​-ກໍ່ສ້າງ ແມ່ນຕາມ ແບບມາດຖານຂອງກະຊວງໂຍທາ ທິການ ແລະ ຂົນສົ່ງ​ກໍານົດໄວ້, ເຊິ່ງ ເລີ່ມກໍ່ສ້າງມາແຕ່ຕົ້ນເດືອນມິຖຸນາ​ 2025​ໂດຍແມ່ນບໍລິສັດ​ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ​ - ກໍ່ສ້າງ​ ມູນຄ່າປະມານ 10​ ຕື້ກີບ​ ປັດຈຸບັນສຳເລັດແລ້ວ​40%. ທ່ານ​ ວາທະເດດ ກິ່ນພູນສິນ ຫົວໜ້າ​ຫ້ອງການ​ໂຍທາ ທິການ​ ແລະ​ຂົນສົ່ງ​(ຍທຂ)​ນະຄອນປາກ ເຊ ລາຍງານ​ໃນວັນທີ​ 1 ກໍລະກົດ​ 2025​ນີ້ວ່າ: ໂຄງການສ້ອມແປງ-​ ກໍ່ສ້າງ​ເສັ້ນທາງດັ່ງກ່າວ ເປັນທຶນ ສົມທົບ ລະຫວ່າງ​ລັດ​ແລະ​ປະຊາ ຊົນ​ ໂດຍຈາກການລະດົມຂອງ ຄະນະພັກ-ອົງການປົກຄອງແຂວງ ແລະ ການປະກອບສ່ວນຂອງ​ ບໍລິສັດ​ ຈະເລີນ​ເຊກອງ​ ກໍ່ສ້າງ​,​ ຫົວໜ່ວຍທຸລະກິດ,​ ນະຄອນປາກ ເຊ ແລະ​ປະຊາຊົນພາຍໃນບ້ານພັດ ທະນາໂພນໄຊ.​ ຈຸດປະສົງ​ ກໍເພື່ອ ເຮັດໃຫ້ການສັນຈອນໄປ​-ມາ ມີ ຄວາມສະດວກ​ ທັງປະກອບສ່ວນ ໃຫ້ນະຄອນປາກເຊ​ ມີຄວາມເປັນ ລະບຽບຮຽບຮ້ອຍສະອາດຈົບງາມ. ປັດຈຸບັນ​ ການສ້ອມແປງ-​ກໍ່ສ້າງ​ ສະເພາະຕົວທາງເບຕົົງ 2​ ເສັ້ນ​ ຢູ່ ບ້ານພັດທະນາໂພນໄຊ ສໍາເລັດ​ ແລ້ວ​40% ເນື່ອງຈາກບໍ​ ລິສັດ​ຜູ້ຮັບ ເໝົາ ຂຸ້ນຂ້ຽວສ້ອມແປງ​-ກໍ່ສ້າງ ເສັ້ນທາງ​ ເພື່ອສູ້ຊົນໃຫ້ສໍາເລັດ ໃນເດືອນກັນຍາ 2025​.​ ສໍາລັບ ທໍ່ລະບາຍນໍ້າ ຈະໄດ້ກໍ່ສ້າງຕາມ ຫລັງ.​ ສ່ວນລະບົບໄຟເຍືອງທາງ​ ຈະມີການຕິດຕັ້ງອີກຕ່າງຫາກ ເຊິ່ງ ບໍ່ລວມໃນມູນຄ່າການສ້ອມແປງ​- ກໍ່ສ້າງເສັ້ນທາງ.​ ໂອກາດນີ້​,​ ທ່ານ​ ວາທະເດດ ກິ່ນພູນສິນ ຍັງໄດ້ຕາງໜ້າໃຫ້ແກ່ ຄະນະພັກ-ອົງການປົກຄອງນະ ຄອນ ສະແດງຄວາມຂອບໃຈຕໍ່ຄະ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຈາກສະພາບຝົນ ຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ແຕ່ ວັນທີ 1 ກໍລະກົດ 2025 ຈົນຮອດ ຕອນເຊົ້າເວລາ 6:30 ໂມງຂອງ ວັນທີ 2 ກໍລະກົດ 2025 ເຮັດໃຫ້ນ້ຳ ຫ້ວຍ, ນໍ້າປ່າໄຫລນອງ ແລະ ຍຶ່ງ ຂຶ້ນ ໂດຍສະເພາະສາຍນໍ້າປັ່ງ ໄຫລ ເຂົ້າຖ້ວມຫົນທາງເລກທີ 13 ເໜືອ ເຮັດໃຫ້ການສັນຈອນໄປ-ມາບໍ່ໄດ້ ຫລາຍຊົ່ວໂມງ ແລະ ບ້ານເຮືອນ ຂອງພໍ່ແມ່ປະຊາຊົນ ຢູ່ເຂດບ້ານ ຈຽງ ເມືອງກາສີ ທີ່ເປັນພື້ນທີ່ຕໍ່າໄດ້ ຮັບຜົນກະທົບ. ທ່ານ ແນວຄໍາ ພະວິໄຊ ຫົວໜ້າ ໜ່ວຍງານແຮງງານ ຫ້ອງການ ແຮງງານ ແລະ ສະຫວັດດີສັງຄົມ ເມືອງກາສີ ໃນນາມຄະນະຄຸ້ມຄອງ ໄພພິບັດຂັ້ນເມືອງ ໄດ້ລາຍງານໃນ ວັນທີ 2 ກໍລະກົດ 2025 ໃຫ້ຮູ້ວ່າ: ສະພາບນໍ້າໄດ້ຖ້ວມພືດກະສິກຳ ແລະ ນາເຂົ້າ ຂອງປະຊາຊົນ ບ້ານ ຈຽງ ເມືອງກາສີ ແຂວງວຽງຈັນ ຈຳນວນ 50 ກວ່າຄອບຄົວ, ປັດຈຸ ບັນນີ້ ປະລິມານນໍ້າຝົນຄ່ອຍໆ ຫລຸດລົງ ການສັນຈອນສາມາດ ໄປ-ມາໄດ້ແລ້ວ, ແຕ່ຍັງຕ້ອງໄດ້ ເຝົ້າລະວັງສະພາບຝົນຕົກໜັກອີກ 2-3 ວັນນີ້. dkod+ lh k'{lh v,cx'd+ lh k'mk'g[8q ' 16j [h kora fmtok3row- leg]a fc]h ; 40% /q o8q d|a d gIa f.sh oExj kws]ov' 4h ;,okg0Q k 50 d;j k7v[7q ; 16j [h ko9P' g,n v'dklu ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ຄະນະພັກຮາກຖານ ພະ ແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 1 ກໍລະກົດ 2025 ທີ່ຫໍວັດທະນະທຳ ແຂວງ ໂດຍການເປັນປະທານຂອງ ສະຫາຍ ດຣ. ຄຳສິນ ພົມມະຫານ ຮອງເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງບໍ່ ແກ້ວ, ມີສະຫາຍ ຄຳພະຫຍາ ພົມ ປັນຍາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍ ບັນດາຄະນະພັກ-ສະມາຊິກພັກ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ດຣ. ອານຸສິດ ສິລິສັກ ຄະນະພັກຮາກຖານ ຜູ້ອຳນວຍການ ໂຮງໝໍແຂວງ ໄດ້ສະຫລຸບຕີລາຄາ ຄືນເຖິງຜົນສຳເລັດ ໃນການນຳພາຊີ້ນຳຈັດຕັ້ງປະຕິບັດວຽກງານ ຮອບດ້ານ ໂດຍຍົກໃຫ້ເຫັນດ້ານດີ ຜົນງານການນຳພາ, ບົດຮຽນທີ່ ຖອດຖອນໄດ້ ແລະ ດ້ານອ່ອນຂໍ້ຄົງ ຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ເຊິ່ງຄະນະພັກຮາກຖານ ພະແນກ ສາທາລະນະສຸກແຂວງ ມີສະມາ ຊິກພັກ 163 ສະຫາຍ ຍິງ 109 ສະຫາຍ, ຜົນສຳເລັດໃນການ ເຄື່ອນໄຫວ ນຳພາ-ຊີ້ນຳຈັດຕັ້ງປະຕິ ບັດວຽກງານຕະຫລອດໄລຍະຜ່ານ ມາ ແມ່ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ວຽກງານນຳພາການເມືອງ-ແນວ ຄິດ ໄດ້ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກ ງານສະມາຊິກພັກ-ລັດຖະກອນ ເປັນບັນຫາສຳຄັນ ຕິດພັນກັບ ວຽກງານວິຊາສະເພາະ ໄດ້ຍົກສູງ ຄວາມຮັບຜິດຊອບໃນການນຳພາຊີ້ນຳ ພະນັກງານສະມາຊິກພັກລັດຖະກອນ ສຸມໃສ່ໃນການປະຕິບັດ ວຽກງານດ້ວຍຄວາມຮັບຜິດຊອບ ສູງ, ພະນັກງານສະມາຊິກພາຍໃນ ໜ່ວຍພັກ ທີ່ຂຶ້ນກັບຄະນະພັກ ຮາກຖານ ແມ່ນມີຄວາມພະຍາຍາມ ສູງໃນການຕັ້ງໜ້າຝຶກຝົນຫລໍ່ ຫລອມຕົນເອງໃນທຸກດ້ານ ໂດຍ ສະເພາະ ການນຳພາປັບປຸງກໍ່ສ້າງ ພັກ, ການຂະຫຍາຍພັກ, ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັ້ກແໜ້ນ. ສຳລັບການນຳພາ-ຊີ້ນຳດ້ານວຽກ ງານວິຊາສະເພາະ ແມ່ນໄດ້ປະຕິບັດ ຕາມພາລະບົດບາດ ໂດຍສະເພາະ ວຽກອະນາໄມ ແລະ ສົ່ງເສີມສຸຂະ ພາບ ວຽກງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່, ວຽກງານ ປິ່ນປົວ ແລະ ຟື້ນຟູໜ້າທີການ; ວຽກງານປົກປ້ອງຜູ້ບໍລິໂພກອາ ຫານ, ຢາ ແລະ ຜະລິດຕະພັນການ ແພດ, ວຽກງານຄຸ້ມຄອງ, ພັດທະນາ ພະນັກງານ ແລະ ຄົ້ນຄວ້າວິທະຍາ ສາດ ສາທາລະນະສຸກ ແລະ ວຽກ ງານອື່ນໆ ກໍໄດ້ຮັບຜົນສຳເລັດ. ໃນກອງປະຊຸມ ຍັງໄດ້ຜ່ານທິດ ທາງແຜນການ ຄາດໝາຍສູ້ຊົນ ໃນຕໍ່ໜ້າ ໃຫ້ບັນລຸເປົ້າໝາຍສະຫັດ ສະວັດໃນການພັດທະນາວຽກງານ ແບບຍືນຍົງ ພ້ອມທັງຜ່ານບົດສຳ ຫລວດການນຳພາລວມ. ນອກຈາກ ນີ້, ບັນດາຜູ້ເຂົ້າຮ່ວມຍັງໃຊ້ສິດປະ ຊາທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະພັກຊຸດໃໝ່ ໂດຍເລືອກເອົາ ສະຫາຍ ດຣ. ຄຳສິນ ພົມມະຫານ ເປັນເລຂາ, ສະຫາຍ ດຣ ອານຸສິດ ສິລິສັກ ແລະ ສະຫາຍ ຄຳແດງ ດວງ ປະເສີດ ເປັນຮອງເລຂາ ຮັບຜິດ ຊອບວຽກງານກວດກາພັກ, ສະ dk]kg83f7;h ks]Po7e ]kpdkowm3vgra o 2025 ຫາຍ ດຣ. ກອນ ໄຈຍະສັກ, ສະຫາຍ ສົນໃຈເຮືອງວິໄລ,ສະຫາຍສິງທອງ ໄຍສະຫວັນ ແລະ ສະຫາຍ ນາງ ຈັນ ສີ ໄຈຍະແສງ ເປັນກຳມະການ ຄະນະພັກຮາກຖານ ພະແນກສາທາ ລະນະສຸກ ແຂວງບໍ່ແກ້ວ. ໂອກາດນີ້, ສະຫາຍ ຄຳພະຫຍາ ພົມປັນຍາ ໄດ້ເນັ້ນໃຫ້ຄະນະພັກຊຸດ ໃໝ່ ແລະ ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ວຽກງານ ການເມືອງ-ນຳພາແນວຄິດເປັນ ບັນຫາສຳຄັນ ແລະ ເປັນພື້ນຖານໃນ ການກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕາມ 7 ໜ້າທີ່ 11 ສິດ, 5 ຫລັກການ 3 ທິດນຳ ແລະ 11 ຂໍ້ຫ້າມຂອງສະ ມາຊິກພັກວາງອອກຢ່າງຕັ້ງໜ້າ, ສະມາຊິກພັກທຸກສະຫາຍຕ້ອງເປັນ ຄັນທຸງໃນແຖວໜ້າ, ເປັນແບບຢ່າງ ທີ່ດີໃຫ້ແກ່ມະຫາຊົນ, ການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຕ້ອງຄິດຫງ່ຳໄຕ່ຕອງຢ່າງຖີ່ຖ້ວນ ໃຫ້ລະອຽດ, ການຕັດສິນບັນຫາ ສຳຄັນຕ້ອງເຫັນດີເປັນເອກະພາບ ກັນພາຍໃນ ເພື່ອນຳພາ-ຊີ້ນຳວຽກ ງານຮອບດ້ານຢ່າງແຮງແຂງ, ເພີ່ມ ທະວີຄວາມສາມັກຄີພາຍໃນພັກ ເສີມຂະຫຍາຍດ້ານດີຜົນງານ, ປັບ ປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ໝົດໄປ ເທື່ອລະກ້າວ, ພ້ອມກັນນຳເອົາເນື້ອ ໃນຈິດໃຈຜົນສຳເລັດຂອງກອງປະ ຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. rtcodlkmk]totl5 dc0;'[+ cdh ; leg]a fdv'xt-5 ,.spj 7A 'mu VI ນະພັກ-ຂັ້ນເທິງ​ທີ່ໃຫ້ທິດຊີ້ນໍາ ແລະ​ ຕິດຕາມກວດກາການສ້ອມແປງ-ກໍ່ ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານ ພັດທະນາໂພນໄຊ​ຢ່າງໃກ້ຊິດ ພ້ອມ ທັງປຸກລະດົມທຶນຮອນຈາກບັນດາ ບໍລິສັດ,​ ຫົວໜ່ວຍທຸລະກິດ​ ແລະ​ ຫ້າງຮ້ານ​ຕ່າງໆ​ ມາປະກອບສ່ວນ ໃນການສ້ອມແປງ​-ກໍ່ສ້າງເສັ້ນ ທາງ,​ ສະແດງຄວາມຂອບໃຈ​ຕໍ່ ຄະນະພັກ-ອົງການ​ປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍໃນບ້ານ ພັດທະນາໂພນໄຊ ທີ່ມີຄວາມຕັດສິນ ໃຈເປັນເອກະພາບ​ ພ້ອມພຽງກັນ ປະກອບສ່ວນ​ດ້ານວັດຖຸ​ ແລະ​ ທຶນ ຮອນໃນການກໍ່ເສັ້ນທາງພາຍໃນ ບ້ານ.​ ໃນຕໍ່​ໜ້ານີ້​ຫ້ອງການ​ຍທຂ​ ນະຄອນປາກເຊ​ ຈະເອົາໃຈໃສ່ສົມ ທົບກັ​ ບ​ຄະນະພັກ-​ອົງກ​ ານປົກຄອງ​ ບ້ານ​ແລະ​ພໍ່ແມ່​ປະຊາຊົນ​ປະກອບ ສ່ວນໃນການອະນາໄມ​ແລະ​ຮັກສາ ເສັ້ນທາງ ເພື່ອເຮັດໃຫ້ເສັ້ນທາງສາ ມາດນໍາໃຊ້ຢ່າງຍືນຍົງ. ຂ່າວໂດຍ: ສົງການ ພັນແພງດີ່ າົ ງັ ນີ ຂ່າວ​-ພາບ​: ທູນທ​ ອງ​ໃຈ່ າ ​- ​:ູ ນ ​ໃ ຂປລ.ນັກກິລາກາຣາເຕໂດຮຸ່ນ ນ້ອຍອະນຸຊົນ-ເຍົາວະຊົນລາວສ້າງ ຜົນງານໄດ້ຢ່າງໂດດເດັ່ນ ຄວ້າ1 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ໃນການແຂ່ງຂັນ ກິລາກາຣາເຕໂດ ໄທແລນ ໂອເພັນ ແຊັມປ້ຽນຊິບ2025ຫລືThailand Open Championships ທີ່ ປະເທດໄທ ເປັນເຈົ້າພາບ. ທ່ານ ສອນສັກ ນ ຍານຊະນະ ຮອງປະທານສະຫະພັນກາຣາເຕ ໂດແຫ່ງຊາດ ໃຫ້ຮູ້ວ່າ: ນັກກິລາ ກາຣາເຕໂດ ຮຸ່ນອະນຸຊົນ ແລະ ເຍົາ ວະຊົນລາວ ຕົວແທນນັກກິລາ ລາວ ໄດ້ສ້າງຄວາມພາກພູມໃຈໃຫ້ ແກ່ປະເທດຊາດ ດ້ວຍການຍາດ ມາໄດ້ຫລຽນລາງວັນອັນໜ້າປະ ທັບໃຈຈາກການແຂ່ງຂັນລາຍການ Thailand Open Champion- ships 2025 ຈັດຂຶ້ນລະຫວ່າງ ວັນທີ 27-29 ມິຖຸນາ ທີ່ຜ່ານມາ. ໃນງານຄັ້ງນີ້ ມີນັກກິລາເຂົ້າຮ່ວມ ຊີງໄຊທັງໝົດ 84 ທີມ ຈາກ 14 ປະເທດ ແລະ ມີນັກກິລາເຂົ້າຮ່ວມ ທັງໝົດ 657 ຄົນ ໂດຍສະຫະພັນ ກາຣາເດໂດແຫ່ງຊາດລາວ ແລະ ສະຫະພັນກາຣາເຕໂດ ນະຄອນ ຫລວງວຽງຈັນ ໄດ້ສົ່ງນັກກິລາ ເຂົ້າຮ່ວມທັງໝົດ 3 ຄົນ ແລະ ກໍ ສາມາດຍາດໄດ້ຜົນງານອັນພົ້ນ ເດັ່ນ ຄວ້າ 1 ຫລຽນຄໍາ ຈາກ ທ້າວ ອະຣິຍະໄຊ ບຸນດາວເຮືອງ ປະເພດ ຕໍ່ສູ້ຄຸມິເຕ້ ຮຸ່ນອາຍຸ 8 ປີ ຫລື U8 ຈາກສະໂມສອນ ກາຣເຕໂດ ສີໂຄດ, 1 ຫລຽນເງິນ ຈາກ ທ້າວ ແສງສຸລີ ເພັດສີຣິແສງ ປະເພດຕໍ່ສູ້ຄຸມິເຕ້ U8 ຈາກສະໂມສອນ ກາຣເຕໂດ ສີໂຄດ ແລະ 1 ຫລຽນທອງ ຈາກ ທ້າວ ອາ ທິດທິໂຊດ ວັດທະນະ ວັດທະນະສຸກ ສິນ ປະເພດຕໍ່ສູ້ຄຸມິເຕ້ ຮຸ່ນ Cadet ອາຍຸບໍ່ເກີນ 15 ປີ ຈາກສະໂມສອນ ກາຣເຕໂດ ສີໂຄດ. ຮອງປະທານສະຫະພັນກາຣາ ເຕໂດແຫ່ງຊາດ ໃຫ້ຮູ້ຕື່ມອີກວ່າ: ຜົນງານອັນໜ້າປະທັບໃຈໃນການ ແຂ່ງຂັນລະດັບສາກົນຄັ້ງນີ້, ຖືເປັນ ບາດກ້າວສໍາຄັນສຳລັບວົງການ ກິລາລາວ, ໂດຍສະເພາະແມ່ນ ການພັດທະນາສິລະປະການຕໍ່ສູ້ໃນ ໝູ່ຊາວໜຸ່ມເຍົາວະຊົນ. ຄາດວ່າຜົນ ງານຄັ້ງນີ້ ຈະສ້າງແຮງບັນດານໃຈ ໃຫ້ເຍົາວະຊົນລາວຈໍານວນຫລາຍ ຫັນມາຝຶກຄາຣາເຕ ແລະ ພັດທະນາ ວົງການຄາຣາເຕລາວທຽບເທົ່າ ລະດັບສາກົນ.

RkJQdWJsaXNoZXIy MTc3MTYxMQ==