7064

04/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d g8a doy ddko]h P'xk ໂດຍ: ແສງສະຫວັນັ 4Ex6 7e vu d|bj '95 fmj v'mj P;pvfoy pq ,0v'g,n v';a ';P' ໂດຍ: ແສງສະຫວັນັ * ເມືອງວັງວຽງ ເປັນໜຶ່ງໃນ ເມືອງທ່ອງທ່ຽວຍອດນິຍົມຂອງ ປະເທດລາວເຖິງວ່າວັງວຽງ ຈະ ເປັນເມືອງນ້ອຍໆທີ່ໂອບອ້ອມໄປ ດ້ວຍພູຜາ ແລະ ສາຍນ້ຳ, ມີທັວ ທັດທີ່ສວຍງາມ, ມີຊື່ສຽງໂດ່ງ ດັງ ແລະ ເປັນທີ່ຮູ້ຈັກຂອງກຸ່ມນັກ ທ່ອງທ່ຽວບໍ່ນ້ອຍໄປກວ່າເມືອງ ອື່ນໆໃນປະເທດ, ດ້ວຍພູມສັນຖານ ແລະ ບັນຍາກາດຂອງເມືອງວຽງ ວັງ ຈຶ່ງໄດ້ຮັບສາຍານາມວ່າ “ກຸ້ຍ ຫລິນເມືອງລາວ”. ນອກຈາກ ຄວາມສວຍງາມຂອງທຳມະຊາດ *ປັດຈຸບັນສັດນ້ຳຢູ່ຕາມແຫລ່ງ ທຳມະຊາດ ແມ່ນຫລຸດນ້ອຍຖອຍລົງ ຫລາຍຍ້ອນສະພາບແວດລ້ອມທາງ ດິນຟ້າອາກາດມີການປ່ຽນແປງ, ພົນລະເມືອງເພ່ີມຂຶ້ນຫລາຍເຮັດໃຫ້ ການຊອກຢູ່ຫາກິນຕາມທຳມະຊາດ ມີຫລາຍຮູບແບບ ເຊັ່ນ ການໃຊ້ ເຄື່ອງມືແບບດັບສູນ, ລະເບີດ, ຢາ ເບືອ ແລະ ໄຟຟ້າຊອດ ເຊິ່ງທັງໝົດ ນີ້ແມ່ນສາເຫດທີ່ເຮັດໃຫ້ການດັບສູນ ຂອງສັດນ້ຳຫລຸດລົງຢ່າງກະທັນຫັນ. ດັ່ງນັ້ນ ຈຶ່ງເຮັດໃຫ້ຫລາຍໆຄອບຄົວ ຫັນມາລ້ຽງປາ ເພື່ອບໍລິໂພກ ແລະ ຈຳໜ່າຍເປັນສິນຄ້າ ເຊິ່ງບາງ ຄອບຄົວກໍປະສົບຜົນສຳເລັດໃນ ການລ້ຽງ, ບາງຄອບຄົວກໍລອງ ຜິດລອງຖືກ ແລະ ບາງຄອບຄົວກໍ ກຳລັງສຶກສາຢູ່. ສະນັ້ນ, ມື້ນີ້ ຄໍລຳ ສຶກສາຫາຄວາມຮູ້ຈຶ່ງນຳເອົາຂໍ້ມູນ ເຕັກນິກພື້ນຖານການລ້ຽງປາມາ ນຳສະເໜີທ່ານຜູ້ອ່ານ ເຊິ່ງມີລາຍ ລະອຽດດັ່ງນີ້: ການຄັດເລືອກສະຖານທີ່ໆໃຊ້ ສຳລັບການລ້ຽງປາ ແມ່ນສິ່ງສຳຄັນ ທີ່ເຮັດໃຫ້ການລ້ຽງປາໄດ້ຮັບຜົນດີ ຄວນຄຳນຶງເຖິງ 3 ປັດໄຈໃຫຍ່ໆຄື: ການຄັດເລືອກສະຖານທີ່: ສະ ຖານທີ່ຄວນເປັນບ່ອນທີ່ມີລັກສະນະ ຮາບພຽງດີ ແລະ ກວ້າງຕ້ອງຢູ່ໃກ້ ກັບແຫລ່ງນ້ຳເຊັ່ນ: ແມ່ນ້ຳລຳຄອງ, ໜອງ, ບຶງ ແລະ ຄອງຊົນລະປະທານ ເຊິ່ງສາມາດທີ່ຈະສູບນ້ຳຂຶ້ນມາໃຊ້ໄດ້ ຢ່າງສະໝໍ່າສະເໝີຕະຫລອດປີ ແລະ ບໍ່ມີບັນຫາເລື່ອງນ້ຳຖ້ວມ. ລັກສະນະຄຸນນະພາບຂອງດິນ: ດິນຄວນເປັນດິນໜຽວ, ດິນໜຽວ ປົນຊາຍ, ນ້ຳບໍ່ຊຶມ ຫລື ຮົ່ວ ແລະ ບໍ່ ຄວນເລືອກບ່ອນທີ່ເປັນດິນສາບ ຫລື ຫີນ ການກວດສອບເບິ່ງວ່າດິນຈະ ສາມາດເກັບກັກນ້ຳໄດ້ດີ ຫລື ບໍ່ນັ້ນ ໂດຍການນຳເອົາດິນມາປະສົມກັບ ນ້ຳພໍໝາດໆແລ້ວບີບ ຫລື ປັ້ນເບິ່ງ ຖ້າວ່າດິນຈັບກັນເປັນກ້ອນແໜ້ນດີກໍ່ ສະແດງວ່າດິນນັ້ນເກັບນ້ຳໄດ້ດີແລະ ອີກວິທີໜຶ່ງເຮົາຄວນໃຊ້ສະຫວ່ານ ເຈາະດິນກວດເບິ່ງສະພາບຂອງດິນ ໃນລະດັບຄວາມເລິກ 50 ຊັງຕີແມັດ, 100 ຊັງຕີແມັດ, 150 ຊັງຕີແມັດ ແລະ 200 ຊັງຕີແມັດ ເພື່ອກຳນົດ ຄວາມເລິກຂອງພື້ນດິນກົ້ນໜອງໃຫ້ ຢູ່ໃນລະດັບດິນທີີ່ເໝາະສົມ. ນ້ຳ ແລະ ແຫລ່ງນ້ຳທີ່ໃຊ້ເຂົ້າ ໃນການລ້ຽງປາ: ນ້ຳສຳຄັນຫລາຍ ເພາະນ້ຳເປັນປັດໄຈໃນການດຳລົງ ຊີວິດຂອງປາ. ຖ້າຫາກວ່າເລືອກ ໄດ້ບໍລິເວນເຂດຊົນລະປະທານ ຫລື ຢູ່ໃກ້ກັບແຫລ່ງນ້ຳທຳມະຊາດເຊັ່ນ: ແມ່ນ້ຳ, ຄອງ, ໜອງບຶງທີ່ມີນ້ຳອຸດົມ ສົມບູນຕະຫລອດປີ ກໍ່ຈະບໍ່ມີບັນຫາ ເລື່ອງປະລິມານນ້ຳທີ່ຈະນຳມາໃຊ້ ໃນການລ້ຽງປາໃນໜອງ, ສ່ວນບໍ ລິເວນອື່ນໆເຊັ່ນ: ບ່ອນທີ່ເກັບກັກນ້ຳ ຝົນໄດ້ດີກໍ່ຄວນພິຈາລະນາເບິ່ງວ່າ ປະລິມານຝົນຕົກປະຈຳປີ ສາມາດ ເກັບນ້ຳໄວ້ໄດ້ດົນປານໃດກ່ອນຈະ ລົງມືຂຸດໜອງ. ເມື່ອຄັດເລືອກສະຖານທີ່ໄດ້ແລ້ວ ການຂຸດໜອງຄວນພິຈາລະນາວາງ ຜັງ ໃຫ້ເໝາະສົມກັບພື້ນທີ່ຂອງການ ນຳໃຊ້ຢ່າງຕໍ່ເນື່ອງ ແລະ ໃຫ້ເປັນ ລະບົບຖືກຕ້ອງຕາມຫລັກວິຊາການ ຖ້າຫາກວ່າລ້ຽງເປັນການຄ້າກໍ່ຄວນ ກະໄວ້ ເພື່ອຂະຫຍາຍຕໍ່ໆໄປໃຫ້ມັນ ໄດ້ຕາມຕ້ອງການໃນອະນາຄົດ. ຄວນຍົກຄັນຄູໜອງໃຫ້ສູງກວ່າລະ ດັບນ້ຳປະມານ 1,5-2 ແມັດ ເພື່ອ ປ້ອງກັນນ້ຳຖ້ວມຄັນຄູໜອງຕ້ອງໃຫ້ ມີລັກສະນະເນີນໆ ແລະ ກວ້າງໃຫ້ ເທົ່າກັບສ່ວນສູງຂອງຄັນດິນ. ຄວນ ຈົ່ງຫວ່າງ ເພື່ອສ້າງປະຕູລະບາຍນ້ຳ ເຂົ້າອອກຢູ່ບ່ອນຕິດກັບແຫລ່ງນ້ຳ ແລະ ຄວນໃຫ້ພື້ນຂອງປະຕູຂອງ ນ້ຳເຂົ້າສູງກວ່າທາງປະຕູນ້ຳອອກ ເຊິ່ງປະກອບດ້ວຍຕາໜ່າງຖີ່ສອງຊັ້ນ ແລະ ເຮັດໄມ້ອັດທາງກາງ ເພື່ອໃຫ້ ຍົກຂຶ້ນຍົກລົງໄດ້. ໜອງປາຈະເປັນ ຮູບໃດຂະໜາດໃດກໍ່ໄດ້ແຕ່ຄວນຈະ ເປັນສີ່ລ່ຽມຈະດີກວ່າ ເພື່ອສະດວກ ສະບາຍໃນການດູແລຮັກສາ ແລະ ໃນເວລາຈັບປາ. ພື້ນຂອງໜອງຄວນ ໃຫ້ພຽງດີແຕ່ວ່າຕ້ອງໃຫ້ເປັນລັກສະ ນະເນີນໆລົງໄປທາງປະຕູລະບາຍ ນ້ຳອອກ ເພື່ອສະດວກໃນເວລາອະ ນາໄມໜອງ ແລະ ເວລາຈັບປາ. ຢູ່ ເທິງຄັນຄູດິນຄວນປູກຕົ້ນໄມ້ໄວ້ເປັນ ຮົ່ມເງົາໃຫ້ແກ່ປາ ສ່ວນທາງໃນ ຄວນປູກຫຍ້າໃສ່ເພື່ອປ້ອງກັນບໍ່ໃຫ້ ມັນເຈື່ອນ. ການກຽມໜອງ: ກ່ອນທີ່ຈະນຳ ລູກປາມາປ່ອຍລົງໃນໜອງຄວນ ມີການດຳເນີນຕາມຂັ້ນຕອນດັ່ງຕໍ່ໄປ ນີ້: ຖ້າຫາກວ່າແມ່ນໜອງເກົ່າຄວນ ລະບາຍນ້ຳອອກໃຫ້ໝົດແລ້ວປັບປຸງ ຄືນໃໝ່ໂດຍສະເພາະແມ່ນການຂຸດ ຂີ້ຕົມຢູ່ໃນພື້ນໜອງນັ້ນອອກໃຫ້ໝົດ ແລ້ວອະນາໄມລຽບຕາມຄັນຄູໜອງ ໃຫ້ກ້ຽງດີ, ຈາກນັ້ນໃສ່ປູນຂາວ ໂດຍການໂຮຍໃຫ້ທົ່ວພື້ນໜອງ ແລະ ລຽບຕາມແຄມໜອງ, ຫລັງຈາກນັ້ນ ຕາກໜອງໃຫ້ແຫ້ງປະມານ 2-3 ວັນ ພໍໃຫ້ດິນໝາດ, ປ່ອຍນ້ຳເຂົ້າ ໃຫ້ມີລະດັບນ້ຳເລິກປະມານ 3050 ຊັງຕີແມັດ ເພື່ອກະຕຸ້ນໃຫ້ເກີດ ອາຫານທຳມະຊາດໄດ້ໄວຂຶ້ນ, ໃສ່ ຝຸ່ນຄອກລຽບໄວ້ຕາມແຈໜອງ ແລະ ໃຫ້ນ້ຳຖ້ວມປະໄວ້5-7 ວັນ, ສັງເກດ ເບິ່ງເມື່ອນ້ຳເລີ່ມມີສີຂຽວຫລາຍ ຂຶ້ນແລ້ວກໍ່ໃຫ້ປ່ອຍນ້ຳເຂົ້າໜອງໃຫ້ ຫລາຍຂຶ້ນຈົນໃຫ້ມີລະດັບນ້ຳເລິກ ປະມານ 1-1,5 ແມັດ, ຫລັງຈາກ ນັ້ນກໍ່ປະໄວ້ປະມານ 3-5 ວັນ ແລ້ວ ຈຶ່ງນຳພັນປາທີ່ຕ້ອງການລ້ຽງນັ້ນ ປ່ອຍລົງ. ອັດຕາການປ່ອຍປາ: ຕາມ ຫລັກການແລ້ວອັດຕາການປ່ອຍ ປານີ້ ແມ່ນປ່ອຍໃນອັດຕາ 1 ໂຕຕໍ່ 1 ຕາແມັດ ການປ່ອຍປາຕ້ອງປ່ອຍ ຫລາຍຊະນິດດ້ວຍກັນເພາະວ່າປາ ແຕ່ລະຊະນິດຈະຊອກຫາກິນໃນລະ ດັບນ້ຳທີ່ແຕກຕ່າງກັນ. ອາຫານທຳມະຊາດໃນໜອງ ມີ ຫລາຍຢ່າງແຕກຕ່າງກັນ. ສະນັ້ນ, ເມື່ອເຮົາປ່ອຍປາຫລາຍຊະນິດປາ ຈະສາມາດກິນອາຫານທຳມະຊາດ ໃນໜອງຢ່າງມີປະສິດທິຜົນ ແລະ ປາ ກໍ່ໃຫຍ່ໄວ ຄວນປ່ອຍປາໃນຕອນເຊົ້າ ຫລື ຕອນແລງ ເພາະວ່າເປັນເວລາ ອາກາດເຢັນ ແລະ ນ້ຳເຢັນ. ສຳລັບການໃຫ້ອາຫານປາ: ການໃຫ້ອາຫານປາມີ 2 ວິທີຄື: ໃຫ້ ພວກອາຫານທຳມະຊາດ ແລະ ພວກ ອາຫານເສີມ. ອາຫານທຳມະຊາດ: ສາມາດ ເກີດຂຶ້ນໄດ້ຕາມທຳມະຊາດຢູ່ໃນ ໜອງເອງ ໂດຍການໃສ່ຝຸ່ນຄອກ ແລະ ຝຸ່ນຂຽວລົງໄປໃນໜອງໃຫ້ ພຽງພໍ ມື້ໜຶ່ງໃສ່ຝຸ່ນຄອກປະມານ 2-3 ກິໂລ ແລະ ຝຸ່ນຂຽວກໍ່ໃສ່ທຸກໆ ເດືອນໆລະ20-30ກິໂລໂດຍມີການ ສັງເກດເບິ່ງສີຂອງນ້ຳໄປພ້ອມໆກັນ ຖ້າຫາກວ່າມີນ້ຳຂຽວພຽງພໍແລ້ວ ເຮົາກໍ່ບໍ່ຄວນໃສ່ຝຸ່ນຕື່ມອີກ. ສ່ວນ ອາຫານເສີມ: ນອກຈາກຈະອາໃສ ອາຫານທີ່ມີຢູ່ຕາມທຳມະຊາດໃນ ໜອງແລ້ວເຮົາຄວນເອົາອາຫານ ເສີມໃຫ້ແກ່ປາອີກເຊັ່ນ: ຮຳອ່ອນ: ເຮົາຄວນໃຊ້ຮຳເປັນອາຫານເສີມໃຫ້ ແກ່ປາ ເພື່ອຊ່ວຍໃຫ້ປາໃຫຍ່ໄວ ໂດຍ ການປະສົມກັບຜັກບົ້ງ, ໃບກະຖິນບົດ ຫລື ຝັກໃຫ້ລະອຽດແລ້ວມາປະສົມ ກັບປາປົ່ນ ຫລັງຈາກນັ້ນກໍ່ເອົາມາ ຄົນໃຫ້ເຂົ້າກັນໃຫ້ໜຽວຈົນປັ້ນເປັນ ກ້ອນໄດ້ແລ້ວຈິ່ງເອົາໄປໃຫ້ປາກິນ; ຈຳພວກແມງໄມ້ຕ່າງໆເຊັ່ນ: ປວກ, ໜອນ, ໄຂ່ມົດຕ່າງໆ; ເສດອາຫານ ເປັນຕົ້ນ: ກາກໝາກພ້າວ, ກາກ ຖົ່ວເຫລືອງ, ເຂົ້າສຸກ ແລະ ເສດອາ ຫານຕ່າງໆຢູ່ໃນເຮືອນຄົວມາປະສົມ ກັບຮຳໃຫ້ປາກິນ; ປາປົ່ນ: ເຊິ່ງໄດ້ ມາຈາກປາທີ່ລາຄາຖືກໆນຳມາບົດ ຫລືວ່າເອົາປາປົ່ນທີ່ມີຂາຍມາປະສົມ ກັບຮຳ ຫລື ຜັກຕ່າງໆ ແລະ ການໃຫ້ ອາຫານຄວນໃຫ້ເປັນເວລາເຊັ່ນ: ໃຫ້ ໃນຍາມເຊົ້າ ແລະ ຍາມແລງ ມື້ລະ 2 ເທື່ອ ຄິດໄລ່ໃນອັດຕາ 2-4% ຕໍ່ນ້ຳ ໜັກໂຕປາ. ແລ້ວ ຍັງມີກິດຈະກຳທີ່ຫລາກ ຫລາຍບໍ່ວ່າຈະເປັນການພາຍເຮືອ ກາຍັກ, ຂີ່ກົງເບັງ, ຂີ່ສະລິ່ງ, ຂີ່ ລູກບອນລູນ ແລະ ອື່ນໆ, ພ້ອມນັ້ນ ຍັງມີຖ້ຳ ແລະ ຜາຫີນທີ່ໜ້າທ່ຽວ ຊົມເປັນຈຳນວນຫລວງ ຫລາຍ ເຊັ່ນ: ຖ້ຳຈັງ, ຖ້ຳຊ້າງ, ຖ້ຳປູຄຳ, ຖ້ຳນ້ຳ, ຖ້ຳນອນ, ຜາຕັ້ງ, ຜາເງິນ ແລະ ແຫລ່ງທ່ອງທ່ຽວອີກຫລາຍໆ ແຫ່ງທີ່ໜ້າສົນໃຈ. ດັ່ງນັ້ນ ໃນຄໍລຳທ່ອງທ່ຽວ ຂໍ ສະເໜີຖ້ຳປູຄຳ ເພື່ອເປັນຂໍ້ມູນ ພື້ນຖານໃຫ້ບັນດາທ່ານ. ຖ້ຳປູຄຳ ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ມີເອກະລັກ ແລະ ຄວາມໂດດເດັ່ນ, ມີຄວາມອຸດົມສົມບູນທີ່ເຕັມໄປດ້ວຍ ທິວທັດທຳມະຊາດທີ່ສວຍງາມ. ຕາມ ການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃນ ເມື່ອກ່ອນຖ້ຳແຫ່ງນີ້ຖືກຄົ້ນພົບໂດຍ ຢູ່ໃນຖ້ຳທີ່ອ້ອມດ້ວຍຫີນທີ່ສວຍງາມ ແລະ ເປັນບ່ອນກາບໄຫວ້ແກ່ແຂກທີ່ ມາພົບເຫັນ, ໃນນັ້ນ ຢູ່ໃນຖ້ຳຍັງເປັນ ບ່ອນອາໄສຂອງສັດຫລາຍຊະນິດ ເຊັ່ນ: ເຈ້ຍ, ລີງ ແລະ ເຍືອງ, ໃນ ຖ້ຳຈະມີຄວາມປຽບຊຸ່ມເຄີຍມີປູຄຳ ຜົວ-ເມຍຄູ່ໜຶ່ງອາໄສຢູ່ ແລະ ຖ້າ ໃຜໂຊກດີກໍຈະພົບເຫັນປູຄຳຄູ່ນີ້, ອີກ ຢ່າງໜຶ່ງຖ້າທ່ານເຂົ້າໄປໃນຖ້ຳຄວນ ເອົາໄຟສາຍໄປນຳ. ສຳລັບຢູ່ຕີນຜາດ້ານລຸ່ມ ຈະມີ ຫ້ວຍນ້ຳໃສເຢັນມີນ້ຳຕະຫລອດປີ ທີ່ໄຫລອອກມາຈາກຮູຜາດັ່ງກ່າວ ເຊິ່ງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈະນິຍົມມາຫລິ້ນນໍ້າ ຢູ່ວັງນ້ຳສີມໍລະກົດດັ່ງກ່າວ ຢ່າງ ຫລວງຫລາຍ ໂດຍສະເພາະກຸ່ມ ນັກທ່ອງທ່ຽວທີ່ມັກປະຈົນໄພ, ມັກ ຄວາມທ້າທາຍເພາະໃນບໍລິເວນວັງ ນ້ຳສີຂຽວມໍລະກົດນັ້ນ ຈະມີຕົ້ນໄມ້ ໃຫຍ່ຫລາຍຕົ້ນຕິດກັບແຄມນ້ຳ ເຊິ່ງ ຕ້ົ້ນໄມ້ແຕ່ລະຕົ້ນຈະມີຫງ່າໃຫຍ່ ເດ່ອອກໄປຫາວັງນ້ຳສອງສາມຫ ງ່າໃຫຍ່ເຮັດໃຫ້ຜູ້ປະກອບຈັດສັນ ເປັນບ່ອນຫລິ້ນໃຫ້ກັບແຂກທີ່ມາ ທ່ຽວ ໂດຍຈະມັດເຊືອກໃສ່ຫງ່າໄມ້ ໄວ້ສຳເລັດຫ້ອຍໂຫນ, ບາງຫງ່າ ກໍຈະເຮັດເປັນໂອ່ນຊາສຳເລັບນັ່ງ ຫລິ້ນຢູ່ໃນນ້ຳ, ບາງບ່ອນກໍຈະເຮັດ ເປັນເຊືອກຫ້ອຍໂຫນຢ່າງມ່ວນຊື່ນ ຕື່ນເຕັ້ນໃຫ້ທັງຜູ້ຫລິ້ນ ແລະ ຜູ້ເບິ່ງ, ບາງບ່ອນກໍເປັນຈຸດກະໂດດລົງມາ ຫາວັງນ້ຳຢ່າງມ່ວນຊື່ນຫາອັນ ປຽບຍາກ, ສ່ວນຢູ່ສອງຝາກແຄມ ນ້ຳກໍຈະມີພັກໄວ້ໃຫ້ນັກທ່ອງທ່ຽວ ນັ່ງຫລີ້ນນ້ຳເຊັ່ນກັນ; ນອກຈາກ ກິດຈະກຳທີ່ກ່າວມານັ້ນ ຍັງມີອີກ ກິດຈະກຳໜຶ່ງທີ່ທ້າທ້າຍຕື່ນເຕັ້ນ ສຸດໆນັ້ນ ກໍຄື ຂີ່ສະລິງ ກຳລັງໄດ້ ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຕ່າງປະເທດ. ພ້ອມນັ້ນຢູ່ໃນເຂດ ບໍລິເວນຖ້ຳປູຄຳ ແມ່ນອ້ອມຮອບ ໄປດ້ວຍຕົ້ນໄມ້ນາໆຊະນິດເຮັດໃຫ້ ບັນຍາກາດເຢັນຊົດຊື່ນໄດ້ສຳຜັດ ກັບກິ່ນອາຍທຳມະຊາດແທ້ໆ ແລະ ຢູ່ບໍລິເວນນີ້ຍັງມີສິ່ງອຳນວຍຄວມ ສະດວກສະບາຍຕ່າງໆເຊັ່ນ: ມີ ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຫ້ອງນ້ຳສະອາດ, ມີຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ມີຕູບ, ມີ ຕັ່ງໂຕະໄວ້ໃຫ້ນັກທ່ອງທ່ຽວນັ່ງ ກິນເຂ້ົ້າກິນນ້ຳ, ນັ່ງຊົມທິວທັດ ທຳມະຊາດຢ່າງເພີດເພີນຈົນລືມ ຄວາມອິດເມື່ອຍກໍວ່າໄດ້, ໃນນັ້ນ ຍັງມີຂົວຂ້າມນ້ຳ ເຊິ່ງເປັນອີກຈຸດ ໜຶ່ງທີ່ນັກທ່ອງທ່ຽວມັກມາເບິ່ງປາ ຈຳນວນຫລວງຫລາຍລອຍໄປມາ ເຊິ່ງຜູ້ປະກອບການໄດ້ອະນຸລັກໄວ້ ໃຫ້ແຂກໄດ້ມາເບິ່ງມາຊົມມາເກັບ ພາບໄວ້ເປັນທີ່ລະນຶກ. ເອົາເປັນວ່າ, ຖ້າທ່ານໃດໄປມີ ໂອກາດໄປວັງວຽງ ຫລື ມີແຜນ ຈະໄປທ່ອງວັງວຽງ ກໍຢ່າພາດຫາ ໂອກາດໄປທ່ຽວຖ້ຳປູຄຳ ຮັບຮອງ ວ່າທ່ານຈະບໍ່ຜິດຫວັງແນ່ນອນກັບ ຄວາມງົດງາມຂອງທຳມະຊາດ ແລະ ກິດ ຈະກຳທີ່ຕື່ນເຕັ້ນໃນຖ້ຳ ປູຄຳ. ປະຊາຊົນໃນໝູ່ບ້ານທີ່ໄປລ່າສັດເພື່ອ ນຳມາເປັນອາຫານ ແລະ ໄດ້ພົບ ເຫັນຖ້ຳດັ່ງກ່າວ ໃນເມື່ອກ່ອນເອີ້ນວ່າ “ຖ້ຳເຈຍ” ຍ້ອນວ່າມີເຈຍຈຳນວນ ຫລວງຫລາຍອາໄສຢູ່. ຕໍ່ມາໃນປີ 1996 ອຳນາດການປົກຄອງບ້ານ ຈຶ່ງມີແຜນເປີດຖ້ຳເຈຍ ເປັນແຫລ່ງ ທ່ອງທ່ຽວ ແລະ ປ່ຽນຊື່ຈາກຖ້ຳເຈຍ ມາເປັນຖ້ຳປູຄຳ. ການປ່ຽນຊື່ເປັນ ຖ້ຳປູຄຳນ້ັ້ນ ຍ້ອນຊາວບ້ານໄດ້ພົບ ເຫັນປູທີ່ມີລັກສະນະແປກແຕກຕ່າງ ຈາກປູທົ່ວໄປ, ມີລັກສະນະຂາຍາວ, ມີສີເຫລືອງຄືສີຄຳ ເຊິ່ງຊາວບ້ານມີ ຄວາມເຊື່ອວ່າປູດັ່ງກ່າວ ເປັນເຈົ້າຖິ່ນ ເຈົ້າຖານເຝົ້າຖ້ຳ ຈຶ່ງໃສ່ຊື່ວ່າ: “ຖ້ຳປູ ຄຳ” ມາຈົນຮອດປັດຈຸບັນ. ຖ້ຳປູຄຳ ຕັ້ງຢູ່ເຂດບ້ານນາທອງ ເມືອງວັງວຽງ, ຫ່າງຈາກຕົວເມືອງ ວັງວຽງພຽງ 3,5 ກິໂລແມັດ, ສາມາດເດີນທາງເຂົ້າໄປຫາຖໍ້າດັ່ງ ກ່າວໄດ້ສະດວກ. ປາກຖໍ້າ ມີລະດັບ ຄວາມສູງຈາກໜ້າດິນເຖິງ 100 ແມັດ, ທາງເຂົ້າຖ້ຳຈະມີຂະໜາດ ນ້ອຍໆ, ແຕ່ເມື່ອເຂົ້າໄປດ້ານໃນ ເມືອງແລ້ວຈະເຫັນວ່າຖໍ້າດັ່ງກ່າວ ມີ ລັກ ສະນະເປັນຜົ້ງກວ້າງຂວາງ, ມີ ພະປາງນອນ 1 ອົງ ທີ່ປະຕິສັງຂອນ

RkJQdWJsaXNoZXIy MTc3MTYxMQ==