04/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫາລື...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gxu flt,k7q ,m5 ]tdy fdko1k c]t zt]y f8tra odkocrf 1j k'gxa omk'dko ຂປລ. ພິທີເປີດ ສະມາຄົມທຸລະ ກິດການຢາແລະຜະລິດຕະພັນການ ແພດ ຢ່າງເປັນທາງການໄດ້ຈັດ ຂຶ້ນ ໃນວັນທີ 3 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ນາງ ວາລີ ເວດສະພົງ ປະທານ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ, ມີຮອງປະ ທານສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ, ຜູ້ຕາງໜ້າ ຈາກກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກ, ຜູ້ຕາງໜ້າຈາກ ສະມາຄົມ, ຜູ້ປະກອບການ, ບໍລິ ສັດ, ໂຮງງານຂະແໜງທຸລະກິດ ການຢາ ແລະ ຜະລິດຕະພັນການ ແພດ ເຂົ້າຮ່ວມ. ໃນພິທີ, ໄດ້ເຜີຍແຜ່ພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະມາ ຄ້າມະນຸດລະດັບຊາດ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຮ່ວມ. ພະອາຈານໃຫຍ່ ມະຫາເວດ ມະເສ ໄນຮັກສາການປະທານສູນກາງອົງ ການພຸດທະສາສະໜາສຳພັນລາວ ແຫ່ງ ສປປ ລາວ, ມີພະເຖລານຸ ເຖລະ ຈາກວັດແຫ່ງຕ່າງໆ ໃນນະ ຄອນຫລວງວຽງຈັນ, ມີຮອງປະ ທານສູນກາງແນວລາວສ້າງຊາດ ແລະ ອອກຕົນຍາດໂຍມ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການ ນຳສະເໜີສະພາບລວມ ແລະ ຜົນ ສຳເລັດ ກອງປະຊຸມໃຫຍ່ຜູ້ແທນ ລະດູການ ແລະ ເພື່ອຮັບປະກັນໃຫ້ ໄດ້ຜົນຜະລິດ ທີ່ມີປະສິດທິພາບ ສູງຂຶ້ນ. ໃນຂະນະດຽວກັນ, ປະຊາ ຊົນ ບ້ານປາກລຶມ ເມືອງຈອມເພັດ ກໍພວມຂຸ້ນຂ້ຽວປັກດຳນາປີ ດ້ວຍ ບັນຍາກາດຟົດຟື້ນ, ເນື່ອງຈາກ ຟ້າຝົນ ໃນລະດູການຜະລິດນາປີນີ້ ອຸດົມສົມບູນ ແລະ ມີຄວາມຫວັງ ຈະໄດ້ຮັບຜົນຜະລິດ ຫລາຍກວ່າ ປີຜ່ານມາ. ທ່ານ ສົມລອນ ນາຍບ້ານໆ ສຳເລັດການປັບປຸງ...ັັຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພິການແລະລວມດ້ານສັງຄົມອື່ນໆ, ການມີຂໍ້ມູນສະຖິຕິ GEDSI ສໍາ ລັບການຕິດຕາມກວດກາບັນດາ ເປົ້າໝາຍ SDG ໄ ດ້ເພີ່ມຂຶ້ນຢ່າງ ເຫັນໄດ້ຈາກ 37,7% ໃນປີ 2020 ເປັນ 56,1% ໃນປີ 2024. ຜົນສຳເລັດສຳຄັນທີ່ໄດ້ຮັບ ຂອງໂຄງການ ປະກອບມີ: ການ ສ້າງຕັ້ງໜ່ວຍງານເຮັດວຽກສະຖິຕິ ດ້ານບົດບາດຍິງ-ຊາຍ ພາຍໃນສູນ ສະຖິຕິແຫ່ງຊາດ, ການສ້າງບົດ ແນະນໍາ ແລະ ປຶ້ມຄູ່ມືການນໍາໃຊ້ GEDSI ຢ່າງຄົບຊຸດ ແລະ ການ ເຮັດບົດລາຍງານການວິເຄາະ ເປັນ ຕົ້ນ ບົດລາຍງານສະຖິຕິແຍກເພດ: ແມ່ຍິງ ແລະ ຜູ້ຊາຍ ໃນ ສປປ ລາວ; ບົດລາຍງານສະຖິຕິ ການຕິດຕາມ ຄວາມຄືບໜ້າ ຂອງເປົ້າໝາຍການ ພັດທະນາແບບຍືນຍົງ (ປພຍ) ໃນ ສປປ ລາວ ປະຈຳປີ 2024; ຄູ່ມື ກ່ຽວກັບການວິເຄາະ ແລະ ປັບປຸງ ຂໍ້ມູນ GEDSI ທີ່ຕິດພັນຜົນໄດ້ຮັບ ຂອງການພັດທະນາ (ສໍາລັບເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ບົດລາຍງານແຫ່ງຊາດແບບ ສະໝັກໃຈ); ບົດລາຍງານກ່ຽວ ກັບການວິໄຈໃນຫົວຂໍ້ ພວກເຮົາ ຍັງຫ່າງໄກປານໃດຈາກການປິດ ຊ່ອງຫວ່າງ? ການວິໄຈ GEDSI ຂອງການສຳຫລວດດັດສະນີ ໝາຍ ສັງຄົມລາວຄັ້ງທີ III (ໂດຍສົບທຽບ ໃສ່ການສຳຫລວດຄັ້ງທີ II). ນອກ ນັ້ນ, ຍັງມີເຈົ້າໜ້າທີ່ພາກລັດຫລາຍ ກວ່າ 200 ຄົນ ຈາກອົງການປົກ ຄອງຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ຮັບການຝຶກອົບຮົມ ເພື່ອສ້າງ ຄວາມອາດສາມາດໃນການນໍາໃຊ້ ບັນດາຂໍ້ມູນສະຖິຕິ ທີ່ເພີ່ມໃໝ່ນີ້ ຢ່າງມີປະສິດທິພາບ. ໂຄງການດັ່ງກ່າວ, ຍັງໄດ້ເສີມ ຂະຫຍາຍລະບົບສະຖິຕິຂອງສູນ ສະຖິຕິແຫ່ງຊາດ ໂດຍການເຊື່ອມ ສານຂໍ້ມູນສະຖິຕິ GEDSI ເຂົ້າ ໃນການເກັບກໍາຂໍ້ມູນການວິເຄາະ ແລະ ການສ້າງນະໂຍບາຍ ທີ່ຈະ ຊ່ວຍເສີມສ້າງການກໍານົດນະໂຍ ບາຍ ໂດຍອີງຂໍ້ມູນຫລັກຖານ ແລະ ຮັບປະກັນວ່າບັນດາໂຄງການ ມີ ສ່ວນຮ່ວມທາງສັງຄົມ ສາມາດແກ້ ໄຂບັນຫາຂອງປະຊາກອນ ທີ່ມີ ຄວາມບອບບາງໄດ້. ຊຸກຍູ້ວຽກງານ...ຸູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພະສົງທົ່ວເມືອງນາຊາຍທອງ ຄັ້ງ ທີ 9, ການນຳສະເໜີກ່ຽວກັບພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງ ກຳມາທິການເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານ, ນຳສະ ເໜີກ່ຽວກັບສິດ ແລະ ໜ້າທີ່ຂອງ ແນວລາວສ້າງຊາດຂັ້ນບ້ານ, ວຽກ ງານຊົນເຜົ່າ, ພາລະບົດບາດພາຍ ໃນ ແລະ ອື່ນໆ. ການຈັດກອງປະຊຸມໃນຄັ້ງນີ້, ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມ ໄດ້ ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານ ສາສະໜາ ໂດຍສະເພາະພຸດທະສາ ສະນິກະຊົນ ລາວບັນດາເຜົ່າ ໄດ້ມີ ສ່ວນຮ່ວມ ແລະ ເປັນເອກະພາບ ກັນ ໃນການຈັດຕັ້ງປະຕິບັດວຽກ ງານສົ່ງເສີມສາສະໜາ ໃນຊຸມຊົນ ໄດ້ຢ່າງມີປະສິດທິຜົນ, ສ້າງບັນດາ ແນວຄິດໃໝ່ໆ ແລະ ຄວາມຮ່ວມມື ທີ່ເຂັ້ມແຂງ ຕໍ່ການຂັບເຄື່ອນວຽກ ງານທາງສາສະໜາ ໃຫ້ໄດ້ຮັບການ ພັດທະນາ, ພ້ອມທັງນຳພາປະຊາ ຊົນພາຍໃນບ້ານ ປະຕິບັດກິດຈະ ກຳ, ພິທີກຳ, ງານບຸນທາງສາສະໜາ ເພື່ອເປັນການອະນຸລັກ ຮັກສາຮີດ ຄອງປະເພນີ ແລະ ວັດທະນະທຳ ອັນດີງາມຂອງຊາດ, ຂອງເຜົ່າ ທີ່ ເຄີຍສືບທອດປະຕິບັດກັນມາແຕ່ ບູຮານນະການ. ຂ່າວ: ທະນູທອງ; ພາບ: ຂັນໄຊ ປາກລຶມ ໄດ້ໃຫ້ສຳພາດ ໃນວັນທີ 30 ມິຖຸນາ 2025 ນີ້ວ່າ: ປັດຈຸບັນ ການປັກດຳນາປີ ພາຍໃນບ້ານປາກ ລຶມ ໄດ້ສຳເລັດໄປແລ້ວປະມານ 60% ຂອງເນື້ອທີ່ນາ 34,71 ເຮັກ ຕາ. ປະຊາຊົນບ້ານປາກລຶມ ມີມູນ ເຊື້ອດຸໝັ່ນຂະຫຍັນພຽນ ແລະ ມີ ຄວາມຮັກແພງສາມັກຄີກັນ, ເຊິ່ງ ສະແດງອອກໃນການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນການເຮັດນາ ດ້ວຍການຢຶດຖືຮູບແບບ ແລກປ່ຽນ ແຮງງານກັນ ມາຕັ້ງແຕ່ຮຸ່ນພໍ່ຮຸ່ນແມ່. ສະມັດຕະພາບ ຂອງການຜະ ລິດ ຄິດສະເລ່ຍເຂົ້າເປືອກທີ່ໄດ້ ຮັບພາຍໃນບ້ານໄດ້ 3,5 ໂຕນຕໍ່ ເຮັກຕາ ເຮັດໃຫ້ປະຊາຊົນສາມາດ ມີເຂົ້າກຸ້ມກິນຕະຫລອດປີ ແລະ ຂາຍຈຳນວນໜຶ່ງ. ໄປຄຽງຄູ່ກັບ ການຜະລິດເຂົ້ານາປີແລ້ວ, ພໍ່ແມ່ ປະຊາຊົນຍັງໄດ້ປູກພືດຕາມລະດູ ແລະ ລ້ຽງສັດ ເປັນຕົ້ນ ງົວ, ຄວາຍ ເພື່ອເປັນລາຍໄດ້ເສີມ ພ້ອມທັງໄດ້ ຝຸ່ນຄອກຈາກສັດ ເພື່ອມາໃສ່ນາ ເຂົ້ານຳອີກ ເປັນການຫລຸດຄ່າໃຊ້ ຈ່າຍ ແລະ ຫລີກເວັ້ນການໃຊ້ປຸ໋ຍ ສານເຄມີຕື່ມອີກ. ຂ່າວ-ພາບ: ຕາດຳ ກະເສີມສຸກ ກະສິກອນ...ິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຈັດກອງປະຊຸມຄັ້ງນີ້, ເພື່ອ ສະຫລຸບຕີລາຄາຄືນດ້ານດີ, ຂໍ້ຄົງ ຄ້າງການຈັດຕັ້ງປະຕິບັດແຜນງານ ແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ I I I(2021-2025) ແລະ ປະ ກອບຄໍາເຫັນໃສ່ຮ່າງບົດສະຫລຸບ ຂອງແຜນງານດັ່ງກ່າວ, ສະເໜີ ຮ່າງແຜນງານແຫ່ງຊາດ ວ່າດ້ວຍ ການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ຄົ້ນ ຄວ້າປຶກສາຫາລືກ່ຽວກັບບັນດາ ໂຄງການ, ກິດຈະກໍາຕ່າງໆ ທີ່ຈະ ກໍານົດເຂົ້າໃນແຜນງານດັ່ງກ່າວ, ລວມທັງສ້າງແຜນດໍາເນີນງານ ລະອຽດໃນການຈັດຕັ້ງປະຕິບັດ 5 ປີຕໍ່ໜ້າ, ເພື່ອປັບປຸງ ແລະ ຮຽບ ຮຽງເນື້ອໃນຂອງຮ່າງແຜນງານ ແລະ ລະດົມແນວຄວາມຄິດໃຫ້ກັບ ບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ເຄື່ອນໄຫວວຽກງານຕ້ານການ ຄ້າມະນຸດ ຢູ່ ສປປ ລາວ ເພື່ອໃຫ້ ມີເນື້ອໃນສົມບູນ ແລະ ຄົບຖ້ວນ ຂຶ້ນຕື່ມ. ໂອກາດນີ້, ທ່ານ ພັທ ວັນປະດິິດ ຈັນທະວົງ ຮອງຫົວໜ້າກົມຕໍາ ຫລວດສະກັດກັ້ນ ແລະ ຕ້ານການ ຄ້າມະນຸດ ໄດ້ຮຽກຮ້ອງໃຫ້ບັນ ສະມາຊິກ ກອງເລຂາຄະນະກໍາມະ ການຕ້ານການຄ້າມະນຸດລະດັບ ຊາດ ກ່ຽວກັບການສ້າງແຜນງານ ແຫ່ງຊາດ ວ່າດ້ວຍການຕ້ານການ ຄ້າມະນຸດ ໃຫ້ມີການປະສານງານ ກັນຢ່າງເປັນປະຈຳ ໂດຍການຈັດ ກອງປະຊຸມໄຕມາດປະຈຳປີ ເພື່ອ ແລກປ່ຽນຈຸດດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກສູງການຈັດຕັ້ງປະ ຕິບັດ ບັນດາກິດຈະກໍາຕ່າງໆ ທີ່ໄດ້ ລະບຸໄວ້ໃນແຜນງານ, ພາຍຫລັງ ຫ້ອງການກອງເລຂາປັບປຸງແລ້ວ ຍັງຈະໄດ້ສືບຕໍ່ຜ່ານຮ່າງດັ່ງກ່າວ ກັບຄະນະກຳມະການຕ້ານການຄ້າ ມະນຸດລະດັບຊາດ ແລະ ໄດ້ຜ່ານ ການຮັບຮອງຈາກລັດຖະບານໃນ ຕໍ່ໜ້າ. ຂ່າວ: ໜັງສືພິມຄວາມສະຫງົບ ຄົມ, ພ້ອມທັງ ປຶກສາຫາລື, ແລກ ປ່ຽນຄໍາຄິດຄໍາເຫັນຮ່ວມກັນ ກ່ຽວ ກັບແຜນການຈັດຕັ້ງປະຕິບັດວຽກ ງານຂອງສະມາຄົມ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ບັນ ດາຫົວໜ່ວຍທຸລະກິດ, ໂຮງງານ, ຜູ້ ປະກອບການ ທີ່ຕິດພັນກັບທຸລະກິດ ການຢາ ແລະ ຜະລິດຕະພັນການ ແພດ ເພື່ອພ້ອມກັນພັດທະນາ ສ້າງ ຜົນປະໂຫຍດສູງສຸດໃຫ້ແກ່ທຸລະກິດ ແລະ ຮ່ວມກັນປະກອບສ່ວນສ້າງ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ. ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ມີ ສະມາຊິກທັງໝົດ 40 ກວ່າບໍລິສັດ ໂດຍໄດ້ຮັບການສະໜັບສະໜູນ ຈາກພາກລັດ ກໍຄື ກະຊວງສາທາ ລະນະສຸກ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍ ການຮ່ວມແຮງຮ່ວມໃຈກັນ ຂອງ ບັນດາຫົວໜ່ວຍທຸລະກິດ, ຜູ້ປະ ກອບການ, ໂຮງງານ ທີ່ຕິດພັນກັບ ທຸລະກິດການຢາແລະຜະລິດຕະພັນ ການແພດ. ຂ່າວ: ທະນູທອງ; ພາບ: ເກດສະໜາ ດ້ານຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ ແກ້ໄຂ ເປັນຕົ້ນ ບັນຫາການເກັບຄ່າ ບໍລິການ ຍານພາຫະນະ ເຂົ້າ-ອອກ ສະຖານີລົດໄຟ ເຊິ່ງເປັນບັນຫາທີ່ ສັງຄົມໃຫ້ຄວາມສົນໃຈແລະ ບໍ່ເຫັນ ດີເຫັນພ້ອມ. ຕໍ່ບັນຫາດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ ຊີ້ແຈງວ່າ: ການເກັບຄ່າບໍລິການ ຍານພາຫະນະ ເຂົ້າ-ອອກ ສະຖານີ ລົດໄຟ ຢູ່ສະຖານີ້ແຫ່ງຕ່າງໆ ແມ່ນ ມີຄວາມຈຳເປັນທີ່ຈະຕ້ອງໄດ້ເກັບ ເນື່ອງຈາກວ່າ ມີຄວາມຈຳເປັນທີ່ ຈະຕ້ອງໄດ້ນຳໃຊ້ງົບປະມານບ້ວງ ດັ່ງກ່າວ ເຂົ້າໃນການບໍລິຫານຈັດ ການ, ການຄຸ້ມຄອງ, ການບໍລິການ ດ້ານຕ່າງໆ, ລວມເຖິງການຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຂອງຍານພາຫະນະ ເພື່ອບໍ່ໃຫ້ມີ ຄວາມແອອັດ ແລະ ອື່ນໆ. ແຕ່ເຖິງ ຢ່າງໃດກໍຕາມ, ເພື່ອແກ້ໄຂບັນຫາ ການເກັບປີ້ຍານພາຫະນະ ເຂົ້າອອກ ສະຖານີລົດໄຟ ໃຫ້ມີຄວາມ ສອດຄ່ອງ ແລະ ສົມເຫດສົມຜົນ ບໍລິ ສັດທາງລົດໄຟ ລາວ-ຈີນ ຈະຫລຸດ [= ]y la fmk']q fw2 ]k;{9u o 9ts]5 f 7j k[= ]y dkogda [xU ]q f.spj g0Q k{vvd lt4kou ຂປລ. ບໍລິສັດທາງລົດໄຟ ລາວຈີນຈະຫລຸດຄ່າບໍລິການເກັບປີ້ຍານ ພາຫະນະ(ລົດໃຫຍ່) ເຂົ້າ-ອອກ ສະຖານີລົດໄຟ ຈາກລາຄາປົກກະຕິ 10.000 ກີບ ມາເປັນ 5.000 ກີບ ຕໍ່ຄັນ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ສົມເຫດສົມຜົນ ເຊິ່ງຈະເລີ່ມ ຈັດຕັ້ງປະຕິບັດໃນໄວໆນີ້. ທ່ານ ອານົງເດດ ເພັດໄກສອນ ຮອງອຳນວຍການ ບໍລິສັດທາງລົດ ໄຟ ລາວ-ຈີນ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 2 ກໍລະກົດ 2025 ກ່ຽວກັບບັນຫາຄົງຄ້າງ ຄ່າບໍລິການເກັບປີ້ລົງຈາກລາຄາປົກ ກະຕິ 10.000 ກີບ ມາເປັນ 5.000 ກີບຕໍ່ຄັນ, ຄຽງຄູ່ກັບມາດຕະການການກຳນົດເວລາ ເຂົ້າ-ອອກ ຂອງ ໜ່ວຍບໍລິການກຳນົດໄວ້ ເຊິ່ງຈະ ເລີ່ມຈັດຕັ້ງປະຕິບັດ ໃນໄວໆນີ້. ພ້ອມນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຍັງຈະມີການປັບປຸງ ສະ ຖານທີ່ຈອດລົດ ຄືນໃໝ່ ໃຫ້ກວ້າງ ຂວາງຂຶ້ນກວ່າເກົ່າ, ພ້ອມທັງຈະ ຄົ້ນຄວ້ານຳໃຊ້ລະບົບໄມ້ກັ້ນ ອັດຕະ ໂນມັດ ເພື່ອຫລຸດຜ່ອນແຮງງານ ຄົນ ແນໃສ່ສ້າງສິ່ງອຳນວຍຄວາມ ສະດວກ, ວ່ອງໄວ ແລະ ໂປ່ງໃສ ເຊິ່ງອາດຈະທົດລອງໃຊ້ໃນສະ ຖານີນະຄອນຫລວງວຽງຈັນ ແລະ ຄາດວ່າຈະຕິດຕັ້ງລະບົບດັ່ງກ່າວ ໃນມໍ່ໆນີ້. ຂ່າວ-ພາບ: ທະນູທອງ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==