lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 04/07/2025 xtgmf]k; ນາຍົກລັດຖະມົນຕີ...ົັົີ ເມືອງ, ການກໍ່ສ້າງພັກ-ພະນັກງານ ຕາມທິດ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດ ດ່ຽວແກ້ໄຂບັນດາປາກົດການຫຍໍ້ ທໍ້ ທາງດ້ານສັງຄົມໃຫ້ຫລຸດລົງ; ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂ ສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່ຄວາມບໍ່ ສະຫງົບຜ່ານສື່ອອນລາຍ; ຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນ ຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ຂອງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຕາມ ມະຕິ 04/ກມສພ ແລະ ມະຕິ 05/ ລບ; ເອົາໃຈໃສ່ສົ່ງເສີມການສຶກ ສາ ໂດຍສະເພາະການຮຽນ-ການ ສອນ, ຄົ້ນຄວ້າແກ້ໄຂການຂາດ ບຸກຄະລາການຄູສອນ; ເອົາໃຈໃສ່ ປັບປຸງ ແລະ ຍົກລະດັບການບໍລິ ການດ້ານສາທາລະນະສຸກ ພາຍໃນ ແຂວງ ໃຫ້ທົ່ວເຖິງປະຊາຊົນ, ການ ຍົກລະດັບພັດທະນາບຸກຄະລາກອນ ທາງການແພດ, ສະໜອງອຸປະກອນ ການແພດລົງສູ່ໂຮງໝໍຂັ້ນຕ່າງໆ ໂດຍສະເພາະ ຂັ້ນເມືອງ(ໂຮງໝໍ ນ້ອຍ); ສືບຕໍ່ຜັນຂະຫຍາຍນິຕິ ກຳຂອງຄະນະສະເພາະກິດ 19/ ກມສພ ຢ່າງເຂັ້ມງວດ ໂດຍສະ ເພາະບັນດາວຽກຈຸດສຸມ ໃຫ້ໄດ້ ຮັບຜົນດີ, ພ້ອມທັງປະສານສົມທົບ ກັບຄະນະສະເພາະກິດ ເພື່ອສຸມໃສ່ ການຄຸ້ມຄອງ, ຕິດຕາມ ແລະ ກວດ ກາໂຄງການແຮ່ທາດ ທີ່ໄດ້ອະນຸ ມັດຜ່ານມາ; ສືບຕໍ່ຕິດຕາມກວດກາ ບັນດາໂຄງການລົງທຶນ ທີ່ໄດ້ຮັບ ອະນຸມັດ, ໂຄງການໃດບໍ່ມີຄວາມ ຄືບໜ້າ ຫລື ມີຄວາມຫລ້າຊ້າ, ບໍ່ປະ ຕິບັດຕາມສັນຍາ, ສົ່ງຜົນກະທົບ ໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະ ການກ່າວເຕືອນ (ກໍານົດເວລາໃນ ການແກ້ໄຂຢ່າງຈະແຈ້ງ), ຖ້າ ຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນ ໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກ ເລີກ ຫລື ຖອນເອົາໂຄງການຄືນ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ ຢູ່ພາຍໃນແຂວງ ໃຫ້ໄດ້ ຮັບການປັບປຸງດີຂຶ້ນ; ຍົກລະດັບ ຄຸນນະພາບວຽກງານການເມືອງແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ພ້ອມນີ້, ການກະກຽມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ສືບຕໍ່ຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງ ແລະ ສອດ ຄ່ອງກັບຄຳສັ່ງ ຂອງຄະນະເລຂາ ທິການສູນກາງພັກ ກໍຄື ບັນດານິຕິ ກໍາຂອງຂັ້ນເທິງ ແລະ ພາກສ່ວນ ກ່ຽວຂ້ອງໄດ້ກໍານົດວາງອອກ. ໃນໂອກາດນີ້, ທ່ານ ຄໍາບູນ ດວງພະບາງຮອງເລຂາພັກແຂວງໆ ອັດຕະປື ກໍໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2025 ແລະ ທິດທາງ ຈຸດສຸມວຽກງານໃນ 6 ເດືອນທ້າຍ ປີ ແລະ ການກະກຽມດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ໂດຍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງ ແລະ ປັບປຸງສອງກຳລັງ ປກຊ-ປກສ ຢ່າງຕໍ່ເນື່ອງ-ເປັນລະ ບົບສາມາດຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປາກົດການຫຍໍ້ທໍ້ ທີ່ ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ພາຍໃນແຂວງໄດ້ເປັນຢ່າງດີ; ໄດ້ສໍາເລັດການດໍາເນີນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງບັນຊາການ ປກຊປກສ ແຂວງ, ສະຫະພັນນັກຮົບເກົ່າ ແຂວງ, ສະຫະພັນແມ່ຍິງແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມ ແຂວງ ແລະ ການດໍາເນີນກອງປະ ຊຸມໃຫຍ່ຮາກຖານພັກໃນທົ່ວແຂວງ ສໍາເລັດເປັນສ່ວນໃຫຍ່ແລ້ວ. ສຳ ລັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ແມ່ນໄດ້ຊີ້ນໍາແຕ່ລະອານຸກຳ ມະການຕ່າງໆ ສືບຕໍ່ປະຕິບັດວຽກ ງານຕາມແຜນຂອງຕົນຢ່າງຕັ້ງ ໜ້າ ໂດຍສະເພາະດ້ານເນື້ອໃນ ໄດ້ ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດ ໂດຍພື້ນຖານ ແລະ ໄດ້ລົງທາບ ທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນ ແຂວງ, ພ້ອມທັງປັບປຸງຕາມຜົນ ການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ ໄດ້ສໍາເລັດ ແຜນຄາດຄະເນຜູ້ແທນສົມບູນ-ສໍາ ຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ XII, ແຜນຄາດຄະເນຈໍານວນຄະນະບໍລິ ຫານງານພັກແຂວງ, ຄະນະປະ ຈໍາພັກແຂວງ, ການແບ່ງຄວາມ ຮັບຜິດຊອບພາຍໃນຄະນະປະຈໍາ ພັກແຂວງ ແລະ ແຜນການຄາດຄະ ເນການສັບຊ້ອນ ຈັດວາງກໍາມະ ການພັກແຂວງ ສະໄໝທີ XII ຕາມ ແຕ່ລະວຽກງານທີ່ເໝາະສົມ. ສໍາລັບ ວຽກງານປັບປຸງກົງຈັກ ການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງ ພະແນກການຂັ້ນແຂວງ ມາຮອດ ປັດຈຸບັນ ແມ່ນໄດ້ມີການກະກຽມ ເພື່ອຈະນໍາສະເໜີສະພາປະຊາຊົນ ແຂວງ ພິຈາລະນາຮັບຮອງ; ການ ພັດທະນາເສດຖະກິດ-ສັງຄົມ ຕິດ ພັນກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ສຸມໃສ່ ຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ງົບປະມານ ມາຮອດປັດຈຸບັນ ສາມາດເກັບລາຍ ຮັບໄດ້ທັງໝົດ 736 ຕື້ກວ່າກີບ ເທົ່າກັບ 69% ຂອງແຜນການປີ ແລະ ມີບາງໜ້າວຽກ ໄດ້ມີຜົນສໍາ ເລັດ ແລະ ລື່ນແຜນທີ່ວາງໄວ້. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ ທາງດ້ານເສດຖະກິດ, ໄພພິບັດ ທາງທໍາມະຊາດ ແລະ ການລະ ບາດຂອງພະຍາດຕ່າງໆ ເຮັດໃຫ້ ຫລາຍຂະແໜງການ ໄດ້ຮັບຜົນ ກະທົບໃນການປະຕິບັດວຽກງານ ລວມທັງຂະບວນການປຸກລະດົມ ບໍລິຈາກເລືອດ ໃນຂອບເຂດທົ່ວ ປະເທດ, ແຕ່ພວກເຮົາກໍໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຮ່ວມກັບການຈັດຕັ້ງຂັ້ນຕ່າງໆໃນ ທົ່ວປະເທດ ໂດຍໃຫ້ການປະກອບ ສ່ວນໃນການປຸກລະດົມບໍລິຈາກ ເລືອດຢ່າງເປັນຂະບວນການຟົດ ຟື້ນ ໃນປີ 2024, ສະພາແຫ່ງຊາດ ຮັບຮອງຕາມແຜນການຕ້ອງໃຫ້ ບັນລຸ 78.000 ຖົງ, ສາມາດປະຕິ ບັດໃນໄລຍະ 12 ເດືອນ 71.290 ຖົງ, ຖືວ່າປະຕິບັດໄດ້ 92% ຫລຸດ ແຜນການ 6.710 ຖົງ. ໃນນີ້, ສູນ ກາງປະຕິບັດໄດ້ 36.197 ຖົງ (ລື່ນແຜນການ 109% ຂອງ ແຜນການປີ), ທ້ອງຖິ່ນປະຕິບັດ ຮ່ວມກັນ ໃນວັນທີ 10 ສິງຫາ 1955. ເຖິງແມ່ນວ່າ ສປປ ລາວ ແລະ ສ ອາເມລິກາ ຈະຜະເຊີນກັບ ໄລຍະເວລາທີ່ຫຍຸ້ງຍາກໃນອະດີດ ກໍຕາມ, ແຕ່ສອງຝ່າຍກໍໄດ້ເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮັກ ສາ ແລະ ສົ່ງເສີມສາຍພົວພັນທີ່ດີ ຮ່ວມກັນ ຈົນນໍາໄປສູ່ການຍົກລະ ດັບສາຍພົວພັນສອງຝ່າຍ ຂຶ້ນເປັນ ຄູ່ຮ່ວມມືແບບກວມລວມ ໃນໄລຍະ ການເດີນທາງຢ້ຽມຢາມລັດຖະກິດ ຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ທ່ານປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2016. ນັບແຕ່ນັ້ນ ມາ, ສອງຝ່າຍໄດ້ມີການແລກປ່ຽນ ການຢ້ຽມຢາມ ແລະ ພົວພັນເຊິ່ງ ກັນ ແລະ ກັນໃນຫລາຍລະດັບ ເພື່ອ ຮັດແໜ້ນສາຍພົວພັນ ແລະ ການ ຮ່ວມມື ບົນພື້ນຖານຄວາມເຄົາລົບ, ຄວາມເຂົ້າໃຈ, ສະໜັບສະໜູນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ, ພ້ອມທັງໄດ້ມີການສະໜັບ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ເພື່ອຜົນປະໂຫຍດຂອງປະຊາ ຊົນສອງຊາດ ກໍຄື ການສ້າງສັນ ຕິພາບ ແລະ ການພັດທະນາແບບ ຍືນຍົງ ໃນພາກພື້ນ ແລະ ໃນໂລກ. ສປປ ລາວ ແລະ ສ ອາເມລິກາ ໄດ້ມີການພົວພັນຮ່ວມມືກັນໃນ ຫລາຍຂົງເຂດ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການ ລົງທຶນ, ການບັງຄັບໃຊ້ກົດໝາຍ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການຄົ້ນຫາສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບ ສູນໃນປາງສົງຄາມ ແລະ ອື່ນໆ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ຕໍ່ວຽກງານມະນຸດສະທໍາໃຫ້ແກ່ ອາເມລິກາ, ມາຮອດປັດຈຸບັນ ສອງ ຝ່າຍສາມາດຄົ້ນພົບສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍ ສາບສູນໃນປາງສົງຄາມແລ້ວ294 ກໍລະນີ ໃນຈໍານວນທັງໝົດ 576 ກໍລະນີ. ນອກຈາກການຮ່ວມມື ສອງຝ່າຍແລ້ວ, ລາວ ແລະ ອາເມລິ ກາ ຍັງໄດ້ເຮັດວຽກຮ່ວມກັນ ເພື່ອ ສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ໂດຍຜ່ານຫລາຍຂອບ ການຮ່ວມມື ເຊັ່ນ: ອົງການສະຫະ ປະຊາຊາດ, ອາຊຽນ ແລະ ຂອບ ການຮ່ວມມືແມ່ນໍ້າຂອງ-ອາເມລິກາ ອີກດ້ວຍ. ຂ່າວ-ພາບ: ກຕທ ສະຫລອງການສ້າງຕັ້ງ...້ັ້ ວາງແຜນການ... ໄດ້ 35.093 ຖົງ(ຫລຸດແຜນການ 79% ຂອງແຜນການປີ). ສຳລັບປີ2025ແຜນການຄາດ ໝາຍສູ້ຊົນທີ່ສະພາແຫ່ງຊາດ ຮັບ ຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 80.400 ຖົງ. ໃນນີ້, ສູນກາງ (ກະ ຊວງ, ອົງການແລະນະຄອນຫລວງ ວຽງຈັນ) ຕ້ອງບັນລຸ 34.000 ຖົງ ແລະທ້ອງຖິ່ນ46.400ຖົງ. ສຳລັບ ປີ 2026 ຕ້ອງໃຫ້ບັນລຸ 85.000 ຖົງແລະຮອດປີ2030ຕ້ອງໃຫ້ບັນ ລຸ120.000ຖົງ.ນອກນັ້ນ,ຍັງຕ້ອງ ໄດ້ຮັບປະກັນໃຫ້ເລືອດທີ່ໄດ້ຮັບ ຈາກການບໍລິຈາກເລືອດມີຄວາມ ປອດໄພ, ຮັບປະກັນໃຫ້ມີຄຸນນະ ພາບຕາມມາດຕະຖານທີ່ວາງໄວ້. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ ຂອງຄະນະນໍາ, ການຈັດຕັ້ງທຸກ ຂັ້ນ, ພະນັກງານ, ນັກປຸກລະດົມ, ອາ ສາສະໝັກ ແລະ ຜູ້ບໍລິຈາກເລືອດ ທຸກທ່ານ ທີ່ໄດ້ເອົາໃຈໃສ່ວຽກຢ່າງ ຫ້າວຫັນ ຈົນມີຜົນສຳເລັດເປັນໜ້າ ເຂັ້ມແຂງໃຫ້ລະບົບກວດກາຄວາມ ປອດໄພດ້ານການບິນຂອງ ສປປ ລາວ ແລະ ເສີມສ້າງຄວາມສາມາດ ໄລຍະຍາວຂອງຜູ້ຊ່ຽວຊານດ້ານ ການບິນ ຕາມມາດຕະຖານສາກົນ. ໂຄງການແບ່ງປັນຄວາມຮູ້ໄລ ຍະ 2 ນີ້, ແມ່ນສືບຕໍ່ມາຈາກຄວາມ ສຳເລັດຂອງໂຄງການໄລຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 20232024 ພາຍໄຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະ ໜາມບິນສາກົນຫລວງພະບາງ” ແລະ ສິ້ນສຸດລົງໃນເດືອນກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ ການອອກແບບຄືນ ໃໝ່ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal (TMA), ການຈັດຝຶກ ອົບຮົມ ແລະ ບັນດາໂຄງການລິ ເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານ ວິຊາການ. ສ່ວນໄລຍະທີ 2 ແມ່ນ ສຸມໃສ່ສ້າງຄວາມເຂັ້ມແຂງດ້ານ ຄວາມສາມາດວິຊາການຂອງສະ ໜາມບິນ ໂດຍການສ້າງລະບົບ ການຝຶກອົບຮົມຜູ້ກວດກາຄວາມ ປອດໄພດ້ານການບິນ. ໂຄງການນີ້ ແມ່ນເພື່ອພັດທະນາຫລັກສູດການ ສອນທີ່ສອດຄ່ອງກັບມາດຕະຖານ ແລະ ແນວທາງທີ່ກຳນົດໂດຍອົງ ການການບິນພົນເຮືອນລະຫວ່າງ ປະເທດ (ICAO), ພ້ອມທັງວາງ ພື້ນຖານໃຫ້ແກ່ການພັດທະນາໃນ ໄລຍະຍາວຂອງຜູ້ຊ່ຽວຊານດ້ານ ການບິນໃນລາວ. ໂຄງການດັ່ງ ກ່າວແມ່ນມີຄວາມສອດຄ່ອງກັບ ຄວາມຕ້ອງການ ຂອງກົມການ ບິນພົນລະເຮືອນຂອງລາວ ໂດຍ ສະເພາະໃນໄລຍະການກະກຽມ ຄວາມພ້ອມ ສຳລັບໂປແກຣມກວດ ສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026. ໂອກາດນີ້, ທ່ານ ຄິມ ຈອງ ຣອລ (Kim Jeong Ryeol) ທີ່ປຶກ ສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງ ທີ່ດິນ ພື້ນຖານໂຄງລ່າງ ແລະ ການ ຂົນສົ່ງຂອງ ສ ເກົາຫລີ ໄດ້ເນັ້ນໜັກ ເຖິງຄວາມສຳຄັນ ຂອງພື້ນຖານ ໂຄງລ່າງດ້ານການບິນ ທີ່ເປັນກຳ ລັງຊຸກຍູ້ການເຕີບໂຕດ້ານເສດຖະ ກິດ ແລະ ການເຊື່ອມຕໍ່ທົ່ວໂລກ, ລະບົບຄວາມປອດໄພທີ່ເຂັ້ມແຂງ ແມ່ນກຸນແຈສຳຄັນໃນການສົ່ງເສີມ ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຂອງຕ່າງປະເທດ. ທ່ານ ຄຳຫລ້າ ພົມມະວັນ ຫົວ ໜ້າກົມການບິນພົນລະເຮືອນ, ກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສ ເກົາຫລີ ແມ່ນຖືກ ຍອມຮັບໃນລະດັບສາກົນ ວ່າມີຂະ ແໜງການບິນທີ່ກ້າວໜ້າ. ການ ຮຽນຮູ້ຈາກ ສ ເກົາຫລີ ແມ່ນທິດ ທາງທີ່ຖືກຕ້ອງຂອງປະເທດລາວ. ການກວດສອບຂອງ ICAO ທີ່ຈະ ມາເຖິງ ໄດ້ຊີ້ໃຫ້ເຫັນຄວາມຕ້ອງ ການອັນຮີບດ່ວນ ສໍາລັບຜູ້ກວດ ກາການບິນທີ່ມີຄຸນວຸທິ ແລະ ໂຄງ ການນີ້ແມ່ນກົງກັບຄວາມຕ້ອງ ການດັ່ງກ່າວ. ມະຫາວິທະຍາໄລ ການບິນເກົາຫລີ ໄດ້ຖືກຄັດເລືອກ ໃຫ້ເປັນຜູ້ດຳເນີນໂຄງການນີ້. ໂຄງການແບ່ງປັນຄວາມຮູ້ (KSP) ແມ່ນໂຄງການໃຫ້ແນວ ທາງດ້ານນະໂຍບາຍວິຊາການ ແລະ ການຮ່ວມມືພັດທະນາຂອງ ສ ເກົາຫລີ ທີ່ໄດ້ຮັບການສະໜັບ ສະໜູນຈາກກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ, ດຳເນີນ ງານໂດຍອົງການ KOTRA ເຊິ່ງ ໂຄງການດັ່ງກ່າວ ແມ່ນສົ່ງເສີມ ການຖ່າຍທອດປະສົບການການ ພັດທະນາ ແລະ ຄວາມຮູ້ ຂອງ ສ ເກົາຫລີ ໃຫ້ກັບບັນດາປະເທດ ຄູ່ຮ່ວມມືຍຸດທະສາດ ໂດຍເນັ້ນໃສ່ ການເສີມສ້າງຄວາມອາດສາມາດ ແບບຍືນຍົງ. ໂຄງການ KSP (20242025) ຄາດວ່າຈະສິ້ນສຸດໃນ ທ້າຍປີນີ້ ແລະ ຈະສາມາດສ້າງ ຄວາມເຂັ້ມແຂງ ໃຫ້ຂະແໜງການ ບິນ ໂດຍສະເພາະຫລັກສູດການຝຶກ ອົບຮົມ ແລະ ການກະກຽມຂອງ ຂະແໜງການບິນລາວ ສຳລັບ ການກະກຽມການກວດສອບດ້ານ ຄວາມປອດໄພ. ໂຄງການນີ້ ເປັນຂີດໝາຍສຳ ຄັນໃນການຮ່ວມມືລະຫວ່າງ ສ ເກົາຫລີ-ສປປ ລາວ ແລະ ໄດ້ສະ ແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຮ່ວມກັນຂອງສອງປະເທດໃນການ ສ້າງລະບົບການບິນທີ່ປອດໄພ, ຍືນ ຍົງ ແລະ ສອດຄ່ອງກັບລະບົບການ ບິນສາກົນ. ສ ເກົາຫລີ...ົີ ເນື່ອງຈາກການປ່ຽນແປງຂອງ ສະພາບອາກາດ. ນ້ຳຖ້ວມໃນປີ 2024 ໃນແຂວງຫລວງນໍ້າທາ ທີ່ ເກີດຄວາມເສຍຫາຍໜັກ ເປັນຕົວ ຢ່າງທີ່ຊັດເຈນຂອງຄວາມຈຳເປັນ ຢ່າງຮີບດ່ວນ ໃນການກະກຽມ ຄວາມພ້ອມ ໃນການຮັບມືກັບໄພພິ ບັດຢ່າງມີປະສິດທິພາບ, ການຮັບ ປະກັນວ່າ ຂໍ້ຄວາມແຈ້ງເຕືອນໄພ ພິບັດສາມາດ ເຂົ້າເຖິງຄົນທຸກຄົນ ລວມທັງຜູ້ພິການ ແມ່ນສິ່ງສຳຄັນ ຫລາຍໃນການປົກປ້ອງຊຸມຊົນ, ລວມທັງການສ້າງຄວາມພ້ອມ ແລະ ຂີດຄວາມສາມາດໃຫ້ແກ່ລັດ ຖະບານ ໃນການຄຸ້ມຄອງປະຊາຊົນ ໄດ້ດີຂຶ້ນ. ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມແລະອຸທົກ ກະສາດ ໄດ້ກ່າວວ່າ: ກົມອຸຕຸນິຍົມ ແລະ ອຸທົກກະສາດ(DMH) ມຸ່ງ ໝັ້ນທີ່ຈະເຮັດໃຫ້ການຄາດຄະເນ ແລະ ການເຕືອນໄພ ຢ່າງກວ້າງ ຂວາງ ແລະ ເຂົ້າເຖິງໄດ້ຫລາຍຂຶ້ນ. ພວກເຮົາຮັບຮູ້ວ່າ ຜູ້ພິການຜະເຊີນ ກັບສິ່ງທ້າທາຍຫລາຍຢ່າງ ໃນລະ ຫວ່າງໄພພິບັດເກີດຂຶ້ນ ເພື່ອຮັບ ປະກັນວ່າ ຈະບໍ່ມີໃຜຖືກປະຖິ້ມໄວ້ ເບື້ອງຫລັງ. ໃນກອງປະຊຸມຄັ້ງນີ້, ຈະຮັບຟັງ, ຮຽນຮູ້ ແລະ ເສີມສ້າງ ການບໍລິການເຕືອນໄພລ່ວງໜ້າ ໂດຍການລວມເອົາສຽງ ແລະ ປະ ສົບການຂອງຜູ້ພິການ. ທ່ານ ກິນດາວົງ ຫລວງລາດ ຮອງຫົວໜ້າາກົມສັງຄົມສົງເຄະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ບາດກ້າວສຳຄັນ ໃນການແລກ ປ່ຽນບົດຮຽນທີ່ດີ, ສິ່ງທ້າທາຍ, ທິດທາງແກ້ໄຂໃນຕໍ່ໜ້າ ແລະ ເປັນ ການຍົກສູງບົດບາດການມີສ່ວນ ຮ່ວມຂອງຜູ້ພິການ ເຂົ້າມີສ່ວນ ຮ່ວມໃນການຫລຸດຜ່ອນຄວາມ ສ່ຽງໄພພິບັດ ເພື່ອພັດທະນາໃຫ້ ລະບົບເຕືອນໄພລ່ວງໜ້າ ໃຫ້ທຸກ ພາກສ່ວນ, ທຸກຄົນໃນສັງຄົມໄດ້ຮັບ ຂໍ້ມູນຂ່າວສານຢ່າງທົ່ວເຖິງ. ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງ ໜ້າອົງການອາຫານໂລກກໍໄດ້ກ່າວ ວ່າ: ໃນຖານະທີ່ເປັນອົງການມະນຸດ ສະທຳ ທີ່ໃຫຍ່ທີ່ສຸດໃນໂລກ, ອົງ ການອາຫານໂລກ ມຸ່ງໝັ້ນວ່າຈະ ບໍ່ປະຖິ້ມໃຜໄວ້ຂ້າງຫລັງ ໂດຍສະ ເພາະໃນເວລາວິກິດ. ໃນສປປລາວ, ພວກເຮົາກຳລັງຊ່ວຍລັດຖະບານ ສ້າງລະບົບ ເພື່ອຈັດການຄວາມ ສ່ຽງຈາກການປ່ຽນແປງຂອງສະ ພາບອາກາດ ແລະ ເຫດການສຸກ ເສີນອື່ນໆ ໂດຍໃຫ້ຄວາມສຳຄັນ ກັບການເຂົ້າເຖິງຂໍ້ມູນທີ່ທັນເວລາ, ຊັດເຈນ ແລະ ປະຕິບັດໄດ້ ເພື່ອຊ່ວຍ ຊີວິດຜູ້ຄົນໃຫ້ໄດ້ຫລາຍທີ່ສຸດ. ຂ່າວ: ກິດຕາ; ພາບ: ແສງຈັນ ເຜີຍແຜ່...ີ່ ພໍໃຈ, ພ້ອມທັງເນັ້ນໃຫ້ທຸກພາກ ສ່ວນໃນສັງຄົມ ຈົ່ງສືບຕໍ່ປະກອບ ສ່ວນສຸມທຸກກຳລັງ, ທ່າແຮງທີ່ມີ ເຂົ້າໃນວຽກງານດັ່ງກ່າວ, ເພາະ ຄວາມຕ້ອງການເລືອດເປັນສິ່ງ ສໍາຄັນ ແຕ່ການໄດ້ຮັບເລືອດ ແລະ ຜະລິດຕະພັນເລືອດ ຈາກເລືອດ ທີ່ມີຄຸນນະພາບ ແລະ ປອດໄພ ຍັງ ປະສົບກັບບັນຫາ, ຍັງບໍ່ທັນພຽງພໍ ກັບຄວາມຕ້ອງການ ແລະ ເປັນສິ່ງ ທ້າທາຍ ໃນດ້ານການປຸກລະດົມ ບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້. ຂ່າວ: ໜັງສືພິມວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==