7062

02/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 1kdg-q kovo3do 8h v'gIa fco;.fL ໂດຍ: ມາລີດາີ ,q oltg|j me,t-kf 8kf-kp *ການນອນໂກນ ຫລື ພາວະຢຸດ ຫາຍໃຈໃນຂະນະທີ່ລັບ ເປັນບັນຫາ ຂອງຫລາຍຄົນ ເນື່ອງຈາກວ່າ ສ້າງຄວາມລໍາຄານໃຈໃຫ້ຄົນອ້ອມ ຂ້າງ. ສະນັ້ນ, ມື້ນີ້ ຄໍລຳ “ສຶກສາ ຫາຄວາມຮູ້” ຈະມານຳສະເໜີ ຂໍ້ມູນພື້ນຖານ ຢາກເຊົານອນໂກນ ຕ້ອງເຮັດແນວໃດ? ສໍາລັບທ່ານໃດ ທີ່ຮູ້ຕົວເອງວ່າເປັນຄົນນອນໂກນ ໃຫ້ອ່ານວິທີດັ່ງຕໍ່ໄປນີ້ ເພື່ອແກ້ໄຂ ບັນຫາການນອນໂກນ: 1. ປ່ຽນທ່ານອນ: ຈາກທີ່ເຄີຍ ນອນຫງາຍ ຊຶ່ງເປັນທ່າທີ່ສະດວກ ກັບການນອນໂກນຫລາຍທີ່ສຸດ ໃຫ້ມາເປັນທ່ານອນສະແຄງ ໂດຍ ອາດຈະນອນກອດໝອນຂ້າງໄປ ນຳກໍໄດ້ ຊຶ່ງຈະຊ່ວຍໃຫ້ທ່ານນອນ ສະແຄງໄດ້ດົນຂຶ້ນພຽງເທົ່ານີ້ກໍ ເຮັດໃຫ້ໂກນໜ້ອຍລົງ ຫລື ເຊົາໂກນ ໄປເລີຍ. 2. ນອນຫງາຍກໍໄດ້ ແຕ່ຕ້ອງ ມີເງື່ອນໄຂ: ຖ້າທ່ານນອນຫງາຍ ເປັນທ່າທີ່ທ່ານນອນຫລັບສະບາຍ ທີ່ສຸດລອງນອນໂດຍບໍ່ຕ້ອງມີໝອນ ຮອງຫົວ ຫລື ຈະນອນໝູນໝອນແຕ່ ໃຊ້ຜ້າເຊັດໂຕຮອງຄາງເພື່ອໃຫ້ປາກ ປິດຢູ່ຕະຫລອດກໍໄດ້ວິທີນີ້ກໍຈະຊ່ວຍ ແກ້ການນອນກົນໄດ້ເຊັ່ນກັນ. 3. ຫລຸດນໍ້າໜັກ: ຄວາມຕຸ້ຍອາດ ເປັນສາເຫດສໍາຄັນທີ່ເຮັດໃຫ້ທ່ານ ນອນກົນກໍໄດ້ ເພາະເມື່ອຮ່າງກາຍ ມີຊີ້ນໜັງຮອບຄໍ ແໜ້ນຈົນເກີນໄປ ອາດໄປໜີບຫລອດລົມຫາຍໃຈຈົນ ຫາຍໃຈບໍ່ສະດວກແລ້ວກໍເຮັດໃຫ້ ໂກນສຽງດັງເກີດຂຶ້ນ. ສະນັ້ນ ຄວນ ຫລຸດຄວາມຕຸ້ຍລົງຈະດີກວ່າ. 4. ງົດດື່ມທາດເຫລົ້າ: ທາດ ເຫລົ້າມີລິດໜີບປະສາດສົ່ງຜົນໃຫ້ ກ້າມຊີ້ນດ້ານຫລັງລໍາຄໍມີຄວາມ ຕຶງຄຽດໄດ້ຈົນເຮັດໃຫ້ເກີດອາການ ນອນໂກນ ໂດຍສະເພາະຖ້າທ່ານດື່ມ ທາດເຫລົ້າກ່ອນນອນປະມານ 4-5 ຊົ່ວໂມງ, ອາການນອນໂກນຈະຍິ່ງ ເພີ່ມທະວີຄວາມຮຸນແຮງ. 5. ບໍ່ສູບຢາ: ຢາສູບເປັນສາ ເຫດສໍາຄັນທີ່ເຮັດໃຫ້ລະບົບການ ຫາຍໃຈຂອງເຮົາຜິດປົກກະຕິໄປ ແລະ ມັນຍັງບໍ່ດີຕໍ່ສຸຂະພາບຂອງ ເຮົາອີກດ້ວຍ. 6. ນອນຫລັບບໍ່ພຽງພໍ: ການ ຫັກໂຫມກັບວຽກງານຫລາຍເກີນ ໄປ ຫລື ການນອນເດິກເປັນປະຈໍາ ອາດເຮັດໃຫ້ກ້າມຊີ້ນສ່ວນຕ່າງໆ ໃນຮ່າງກາຍອິດເມື່ອຍອາການນອນ ໂກນກໍຈະເກີດຂຶ້ນ. 7. ອະນາໄມດັງໃຫ້ສະອາດ: ສາ ເຫດຫລັກໆຂອງການນອນໂກນ ຢູ່ ທີ່ຄວາມຜິດປົກກະຕິຂອງລະບົບ ທາງເດີນຫາຍໃຈ. ດັ່ງນັ້ນຖ້າເຮັດ ແນວໃດກໍບໍ່ເຊົານອນໂກນ ລອງ ໂດຍ: ແສງສະຫວັນັ *ຕາດຊາຍ ເປັນແຫລ່ງທ່ອງ ທ່ຽວນ້ຳຕົກຕາດທີ່ສວຍງາມອີກ ແຫ່ງໜຶ່ງຂອງແຂວງບໍລິຄຳໄຊ ຕັ້ງຢູ່ ໃກ້ກັບຕາດເລິກ, ເຂດບ້ານຫາດໄຄ້ ໃນປ່າສະຫງວນແຫ່ງຊາດ ພູເຂົາ ຄວາຍ ຫ່າງຈາກເທສະບານເມືອງ ທ່າພະບາດ ປະມານ 19 ກິໂລແມັດ, ໃນບໍລິເວນຕາດອ້ອມ ຮອບໄປດ້ວຍ ສີຂຽວອຸ່ມທຸ່ມຂອງຕົ້ນໄມ້ ນ້ອຍໃຫຍ່ນາໆຊະນິດ ແລະ ສັດບາງ ຊະນິດທີ່ຍັງຄົງຄວາມອຸດົມສົມບູນ ໃຊ້ວິທີລ້າງດັງ ກໍ່ຈະຊ່ວຍໄດ້ເພາະ ພາຍໃນດັງຂອງເຮົາອາດມີຂີ້ມູກ ຫລື ສິ່ງຕົກຄ້າງເຂົ້າໄປຕີບຕັນຈົນ ເຮັດໃຫ້ຫາຍໃຈບໍ່ສະດວກໃນເວລາ ທີ່ນອນຫລັບກໍໄດ້. 8. ໃຊ້ຢາປິ່ນປົວພະຍາດພາຍໃຕ້ ການເບິ່ງແຍງຂອງແພດ ຢາບາງ ປະເພດມີກະທົບຕໍ່ລະບົບປະສາດ ແລະ ມີຜົນຕໍ່ສະໜອງບໍ່ຕ່າງຈາກ ແອວກໍຮໍ ເຊັ່ນ ຢາແກ້ຫວັດບາງ ຊະນິດ ຊຶ່ງອາດເປັນສາເຫດຂອງ ການນອນໂກນໄດ້. ດັ່ງນັ້ນ ຖ້າ ທ່ານຈໍາເປັນຕ້ອງໃຊ້ຢາຊະນິດໃດ ກໍຕາມຄວນປຶກສາແພດສາກ່ອນ ທຸກຄັ້ງທີ່ໃຊ້. ຂອງນິເວດວິທະຍາບວກກັບບັນ ຍາອາກາດອັນບໍລິສຸດສົດຊື່ນຈາກ ທຳມະຊາດທີ່ຫາອັນປຽບໄດ້ຍາກ ສຳລັບຄົນໃນຕົວເມືອງໃຫຍ່.ນອກ ນັ້ນຕາດຊາຍຍັງເປັນອີກສະຖານທີ່ ໜຶ່ງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນິຍົມໄປສຳຜັດ ຄວາມງົດງາມຂອງທຳມະຊາດນ້ຳ ຕົກ ໂດຍສະເພາະໃນໄລຍະລະດູຝົນ ຈະມີຄວາມງົດງາມເປັນພິເສດເພາະ ຈະມີນ້ຳຫລາຍເຮັດໃຫ້ແຕ່ລະຊັ້ນມີ ນ້ຳໄຫລເຕັມຢ່າງງົດງາມເປັນພາບ ທີ່ປະທັບໃຈສຳລັບຜູ້ພົບເຫັນ. ຕາດຊາຍ ເປັນນ້ຳຕົກຕາດທີ່ ມີຫລາຍຊັ້ນ ປະມານ 7-8 ຊັ້ນ ຄ້າຍຄືຂັນໄດ ເວລານ້ຳໄຫລລົງມາ ຜ່ານພະລານຫີນແຕ່ຊັ້ນນັ້ນຍິ່ງມີ ຄວາມງົດງາມ, ສ່ວນຢູ່ວັກລຸ່ມ ຈະມີລັກສະນະເປັນອ່າງນ້ຳໃສ ສະອາດສາມາດລົງຫລີ້ນໄດ້ບາງ ຈຸດແຕ່ຕ້ອງລະມັດລະວັງ ເພາະ ນ້ຳບາງຈຸດຈະເລິກ, ຢູ່ດ້ານຂ້າງ ອ່າງຈະມີພະລານຫີນໃຫຍ່ສາມາດ ຍ່າງເລາະໄດ້ເຊັ່ນກັນ. ຖ້າແນມ ຂຶ້ນໄປເທິງຕາດກໍຈະເຫັນສາຍ ນ້ຳໄຫລລົງມາຂາວຈ່ານພ່ານ, ມີ ລະອອງນ້ຳກະຈາຍໄປທົ່ວປະສົມ ປະສານກັບສຽງນ້ຳໄຫລລົງມາ ຢ່າງອອນຊອນ. ຕາດແຫ່ງນີ້ຈະມີ ນ້ຳຕະຫລອດປີສຳລັບໃນລະດູແລ້ງ ນ້ຳຈະໜ້ອຍ ເຮັດໃຫ້ນຳ້ໄຫລລົງມາ ແຕ່ລະຊັ້ນນັ້ນບໍ່ຫລາຍປານໃດນັກ ທ່ອງທ່ຽວສາມາດຍ່າງຕາມພະ ລານຫີນແຕ່ລະຊັ້ນໃດ ຫລື ສາມາດ ໄປນັ່ງຫລິ້ນນ້ຳໄດ້ໃນແຕ່ລະຊັ້ນ ຂອງຕາດເພາະນ້ຳຈະບໍ່ໄຫລແຮງ. ຕາດຊາຍ ໄດ້ເລີ່ມເປີດໃຫ້ ບໍລິການມາແຕ່ປີ 2004 ເປັນຕົ້ນ ມາ, ໃນນັ້ນມີສິ່ງອຳນວຍຄວາມ ສະດວກໃຫ້ແກ່ນັກທ່ອງທ່ຽວບໍ່ວ່າ ຈະເປັນສາລາຊົມທິວທັດ, ເຮືອນ ພັກ, ຫ້ອງນ້ຳ ໄວ້ຄອຍບໍລິການນັກ ທ່ອງທ່ຽວ. ພ້ອມນັ້ນຢູ່ບໍລິເວນຜາ ຊາຍ ຍັງເປັນບ່ອນສຶກສາຄົ້ນຄວ້າ ວິໄຈຊີວະນາໆພັນ ໂດຍສະເພາະ ແມ່ນດອກເຜີ້ງປ່າດອກໄມ້ປ່າ ເຊິ່ງ ມີຫລາຍສາຍພັນໄວ້ໃຫ້ສຶກສາຄົ້ນ ຄວ້າ. ເອົາເປັນວ່າລະດູຫລິ້ນຕາດ ມາຮອດແລ້ວ, ຖ້ານັກທ່ອງທ່ຽວ ທ່ານໃດຢາກພາຄອບຄົວລູກ ຫລານໝູ່ຄູ່ໄປຫລິ້ນບໍ່ຮູ້ວ່າຈະໄປ ທ່ຽວທາງໃດ ຫລື ກຳລັງຊອກຫາ ສະຖານທີ່ຢູ່ແນະນຳໄປສຳຜັດກັບ ມົນສະເໜ່ທຳມະຊາດຕາດຊາຍ ແຂວງບໍລິຄຳໄຊ ແລ້ວທ່ານຈະບໍ່ ຜິດຫວັງກັບຄວາມງົດງາມຂອງ ທຳມະຊາດຢ່າງແນ່ນອນ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==