02/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp m6 f]k; xt9e,Po,k rq [xtda [ xtmkolt,k7q ,,y f8trk[ ,Po,k{]k; ເພີ່ມຄວາມຮູ້...ີູ່້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lxx ]k; ]y g]uj ,sa oxj Po]t[q [vksko c]t dkocdh w0[a oskltrk[vkdkf ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດ ສະຫະພາບມຽນມາ ໄດ້ເຂົ້າ ພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະ ພາບ ມຽນມາ-ລາວ ເພື່ອຕີລາຄືນ ກ່ຽວກັບການພົວພັນຮ່ວມມື ລະ ຫວ່າງ ສະມາຄົມມິດຕະພາບ ລາວມຽນມາ ແລະ ມຽນມາ-ລາວ ໃນ ໄລຍະຜ່ານມາ. ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນ ທັດສະນະນໍາກັນກ່ຽວກັບທິດທາງ ການພົວພັນຮ່ວມມືລະຫວ່າງສອງ ສະມາຄົມໃນຕໍ່ໜ້າ ກໍຄື ການສ້າງ ຕັ້ງກົນໄກຈຸດປະສານງານຂອງ ສະມາຄົມ ເພື່ອອໍານວຍຄວາມ ສະດວກໃນການປະສານງານກັນ ຂປລ. ພິທີເຊັນບົດບັນທຶກຄວາມ ເຂົ້າໃຈ ເພື່ອຜັນຂະຫຍາຍການ ຈັດຕັ້ງປະຕິບັດໂຄງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຮຽນ-ການ ສອນເຕັກນິກ-ວິຊາຊີບ ລະຫວ່າງ ໂຮງຮຽນເຕັກນິກ-ວິຊາຊີບ ເວດ ສະພົງ ກະຊວງສຶກສາທິການ ແລະ ກິລາ ກັບ ບໍລິສັດລາວກາເລັກຊີ ອິນເວດເມັ້ນ ໂຣດິງ ກຣຸບ ຈຳກັດ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2025 ໂດຍການຮ່ວມ ລົງນາມ ລະຫວ່າງ ທ່ານ ຄຳພຽງ ແກ້ວລັງສີ ຜູ້ອຳນວຍການໂຮງ ຮຽນເຕັກນິກ-ວິຊາຊີບ ເວດສະພົງ ກັບ ທ່ານ ເຈງ ຈ້ານອີ່ ຜູ້ອຳນວຍ ການໃຫຍ່ ບໍລິສັດລາວກາເລັກຊີ ອິນເວດເມັ້ນ ໂຣດິງ ກຣຸບ, ມີພາກ ສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກໃນຄັ້ງນີ້, ເພື່ອຮ່ວມກັນຊຸກຍູ້, ສົ່ງເສີມ, ຕິດ ຕາມການຮຽນ-ການສອນວິຊາ ຊີບ (ສ້ອມແປງ) ຄາດວ່າຈະເລີ່ມ ເປີດໃນສົກຮຽນ 2025-2026 ແນໃສ່ເຮັດໃຫ້ການສອນທິດສະດີ ຕິດພັນກັບພາກປະຕິບັດຕົວຈິງ (ຮຽນແບບຄວບຄູ່) ໂດຍຮຽນ ພາກທິດສະດີຢູ່ໂຮງຮຽນເຕັກນິກວິຊາຊີບ ເວດສະພົງ, ສ່ວນພາກ ປະຕິບັດຕົວຈິງ ແລະ ຝຶກງານແມ່ນ ຢູ່ກັບ ບໍລິສັດລາວກາແລັກຊີອິນ ເວດເມັ້ນ ໂຣດິງ ກຣຸບ ຈຳກັດ. ການຮ່ວມມືດັ່ງກ່າວ, ໂຮງຮຽນ ເຕັກນິກ-ວິຊາຊີບ ເວດສະພົງ ຈະ ຂົນຂວາຍເອົານັກຮຽນ-ນັກສຶກສາ ມາຮຽນວິຊາຊີບ, ຈັດຕັ້ງການຮຽນການສອນ ພາກທິດສະດີ ແລະ ຈັດ ສົ່ງນັກສຶກສາ ລົງຝຶກງານຕາມ ຫລັກສູດ ແລະ ຄວາມຮຽກຮ້ອງ ຮັດແໜ້ນ ແລະ ເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ນັບມື້ສູງເດັ່ນຍິ່ງໆຂຶ້ນ. ນັບແຕ່ສອງຝ່າຍ ລາວ-ມຽນ ມາ ໄດ້ສ້າງຕັ້ງສະມາຄົມນີ້ຂຶ້ນໃນ ປີ 2002 ເຫັນວ່າ ມີບາດກ້າວຂະ ຫຍາຍຕົວ ແລະ ໄດ້ຮັບການເສີມ ສ້າງເປັນກ້າວໆມາຕາມສະພາບ ເງື່ອນໄຂຂອງສອງຝ່າຍ, ມີການ ປະສານສົມທົບແລກປ່ຽນຂໍ້ມູນ ຂ່າວສານ, ພົວພັນຮ່ວມມືກັນຢ່າງ ເປັນປົກກະຕິ, ມີການຊຸກຍູ້ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມື ຂະແໜງການຕ່າງໆ ຕາມພາລະບົດ ບາດ ກໍຄື ການເຄື່ອນໄຫວວຽກ ງານການທູດປະຊາຊົນ ຊຶ່ງຜົນ ສໍາເລັດໃນໄລຍະຜ່ານມາກໍແມ່ນ ການລົງນາມບົດບັນທຶກຮ່ວມກັນ ກ່ຽວກັບການສ້າງເມືອງແຮກສ່ຽວ ລະຫວ່າງ ເມືອງຫລວງພະບາງ (ສປປ ລາວ) ກັບ ເມືອງບາການ (ສສ ມຽນມາ) ແນໃສ່ຊຸກຍູ້ສົ່ງ ເສີມການທ່ອງທ່ຽວ, ແລກປ່ຽນ ວັດທະນະທຳ ແລະ ເພີ່ມຄວາມ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດໃຫ້ ນັບມື້ຫລາຍຂຶ້ນ. ຂ່າວ-ພາບ: ກຕທ ໃຫ້ມີຄວາມວ່ອງໄວກວ່າເກົ່າ, ຊຸກ ຍູ້ການຮ່ວມມືຕາມບໍລິເວນຊາຍ ແດນ ໂດຍສະເພາະແມ່ນການນໍາ ໃຊ້ຂົວມິດຕະພາບສອງປະເທດ ໃຫ້ ໄດ້ຮັບຜົນປະໂຫຍດຍິ່ງໆຂຶ້ນ, ການ ຄ້າ-ການລົງທຶນ, ການແລກປ່ຽນ ວັດທະນະທໍາ-ກິລາ ລະຫວ່າງ ອໍາ ນາດການປົກຄອງທ້ອງຖິ່ນ, ການ ໄປມາຫາສູ່ຂອງປະຊາຊົນລຽບ ຕາມຊາຍແດນ, ການແລກປ່ຽນ ຮຽນພາສາມຽນມາ ແລະ ພາສາ ລາວ. ພິເສດ, ສອງຝ່າຍຍັງໄດ້ ເຫັນດີເປັນເອກະພາບກັນ ສືບຕໍ່ ຊຸກຍູ້ໃຫ້ສອງສະມາຄົມ ມີການ ແລກປ່ຽນການຢ້ຽມຢາມກັນຢ່າງ ປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດ ໃຫ້ການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ລາວມຽນມາ ມີຫລາຍສີສັນ, ຫລາຍ ຮູບແບບ, ມີປະສິດທິພາບ ແລະ ປະ ສິດທິຜົນກວ່າເກົ່າ ໂດຍສະເພາະ ການປະກອບສ່ວນເຂົ້າໃນການ ]q 'ok,Ij ;,,n lqj 'glu ,dkoIPo{dkolvo g8a doy d{;y -k-u [ ຕ້ອງການຂອງສັງຄົມ, ພ້ອມທັງ ສະໜອງເອກະສານ ແລະ ຄູສອນ ພາກປະຕິບັດຕົວຈິງ, ກຽມພ້ອມ ດ້ານຕ່າງໆໃນການຮັບເອົານັກ ຮຽນ, ນັກສຶກສາ, ຜູ້ຝຶກງານພາຍ ຫລັງສຳເລັດການຮຽນທິດສະດີ, ວິຊາທີ່ກ່ຽວຂ້ອງຕາມທີ່ໄດ້ດຳເນີນ ພາກປະຕິບັດຕົວຈິງ ໂດຍຈະສົ່ງ ນັກສຶກສາ ລົງຝຶກງານຕາມທີ່ຮຽນ ຈົບໃນແຕ່ລະສາຂາ ຫລື ລົງຝຶກ ງານຕອນຮຽນຈົບພາກທິດສະດີ ໃນແຕ່ລະພາກຮຽນ ຫລື ສົກຮຽນ ແລະ ຈະປະຕິບັດແບບຄູ່ຂະໜານ ໝາຍວ່າໃນທິດໜຶ່ງຮຽນທິດສະດີ 2 ວັນ ແລະ ລົງພາກປະຕິບັດຕົວ ຈິງ ຢູ່ບໍລິສັດ 4 ວັນ. ສຳລັບ ບໍລິສັດລາວກາເລັກຊີ ອິນເວດເມັ້ນໂຣດິງກຣຸບຈຳກັດຈະ ຮັບເອົານັກສຶກສາລົງມາຝຶກງານ, ພ້ອມຈະອຳນວຍຄວາມສະດວກ ທຸກຢ່າງໄລຍະຝຶກງານຢູ່ກັບບໍລິ ສັດ, ພ້ອມທັງຈະຮັບເອົານັກຮຽນນັກສຶກສາ ເມື່ອຮຽນຈົບຫລັກສູດ ມາເປັນພະນັກງານຂອງບໍລິສັດ. ໄພນ້ຳຖ້ວມ ແລະ ໄພພິບັດທາງ ທຳມະຊາດ ທີ່ອາດຈະເກີດຂຶ້ນ ຢູ່ ສປປ ລາວ ໃຫ້ກັບຜູ້ຕາງໜ້າຈາກ ກົມກອງທີ່ກ່ຽວຂ້ອງ ຈາກກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດ ດິການສັງຄົມ ແລະ ພະນັກງານ ຂະແໜງການທີ່ກ່ຽວຂ້ອງ ຈາກ ສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນ ເພື່ອສ້າງຄວາມສາມາດໃນການ ກູ້ໄພທາງນ້ຳ ໃຫ້ແກ່ພະນັກງານ ໃນຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອກຽມຮັບມືກັບໄພ ນ້ຳຖ້ວມ ທີ່ອາດຈະເກີດຂຶ້ນ ແລະ ເພື່ອຮັບຟັງປະສົບການ, ປຶກສາ ຫາລື, ແລກປ່ຽນບົດຮຽນ ກ່ຽວກັບ ການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ເຊິ່ງນອກຈາກຮຽນ ພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຝຶກ ອົບຮົມຍັງໄດ້ລົງຝຶກຊ້ອມໃນພື້ນທີ່ ຕົວຈິງ ຢູ່ທີ່ແຄມຂອງ ຈຸດສະຖານີ ອຸທົກກະສາດ ທາງດ້ານຫລັງກົມ ອຸຕຸນິຍົມ ແລະ ອຸທົກກະສາດ ບ້ານ ອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕື່ມອີກ. ໃນໂອກາດດຽວກັນນີ້, ສູນຫລຸດ ຜ່ອນຄວາມສ່ຽງໄພພິບັດແຫ່ງ ຊາດຂອງ ສປ ຈີນ ແລະ ອົງການ ຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ຍັງໄດ້ມອບເຮືອກູ້ໄພ ຈໍານວນ 2 ລໍາ ແລະ ອຸປະກອນ ຊຸດ ຊູຊີບ 50 ຊຸດ ໃຫ້ແກ່ ສປປ ລາວ ໂດຍຜ່ານ ກອງເລຂາຄະນະກຳມາ ທິການແມ່ນ້ຳຂອງສາກົນ ຕາງໜ້າ ຮັບໂດຍ ທ່ານ ພອນປະເສີດ ພູລິພັນ ຫົວໜ້າ ກອງເລຂາ ຄະນະກໍາມະ ການແມ່ນໍ້າຂອງແຫ່ງຊາດ, ກະ ຊວງກະສິກໍາ ແລະ ສິ່ງແວດລ້ອມ. ການຈັດຝຶກອົບຮົມກ່ຽວກັບ ການກູ້ໄພທາງນ້ຳ ເພື່ອກຽມຮັບມື ກັບໄພນ້ຳຖ້ວມ ແລະ ການມອບຮັບເຄື່ອງອຸປະກອນກູ້ໄພດັ່ງກ່າວ ຈັດຂຶ້ນພາຍໃຕ້ກອບການຮ່ວມມື ສາມຝ່າຍ (ສປປ ລາວ, ສປ ຈີນ, GIZ) ເພື່ອສະໜັບສະໜູນການ ຄຸ້ມຄອງໄພນໍ້າຖ້ວມ ແລະ ໄພພິບັດ ທາງທຳມະຊາດ ໃຫ້ແກ່ສປປ ລາວ. ຂ່າວ: ທະນູທອງ; ພາບ: ເກດສະໜາ 7totokpmtsko|5j ,dv'ma [xt-k-q o]k; 1h P,1k,dv'[a o-kdko8es];f g0f 2 ll s;Pfok, ຂປລ. ຄະນະນາຍທະຫານ ໜຸ່ມ ກອງທັບປະຊາຊົນລາວ ນຳ ໂດຍ ສະຫາຍ ພັນເອກ ຫົງທອງ ສີ ຊານົນ ຫົວໜ້າຫ້ອງການຊາວໜຸ່ມ ກອງທັບ, ຫົວໜ້າຄະນະນາຍທະ ຫານໜຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາ ໂດຍ ສະຫາຍ ພັນເອກ ຫງຽວນ ວັນນິງ ຮອງຫົວໜ້າຫ້ອງການ ຊາວໜຸ່ມກອງທັບ, ຫົວໜ້າຄະນະ ນາຍທະຫານໜຸ່ມ ກອງທັບປະຊາ ຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ຢູ່ກອງ ບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ ໃນໂອກາດທີ່ມາແລກ ປ່ຽນ ແລະ ທັດສະນະສຶກສາ ຢູ່ ນະຄອນດານັງ ສສ ຫວຽດນາມ ໃນວັນທີ 28 ມິຖຸນາ 2025 ຜ່ານ ມາ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນຈັດຕະວາ ເລຮຸຍ ຫົວ ໜ້າການເມືອງ ກອງບັນຊາການ ຕໍາຫລວດ ເຂດ 2 ສສ ຫວຽດນາມ, ມີນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເລຮຸຍ ໄດ້ສະແດງຄວາມຕ້ອນຮັບອັນ ອົບອຸ່ນຕໍ່ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ທີ່ເດີນ ທາງມາຢ້ຽມຢາມ ແລະ ທັດສະນະ ສຶກສາໃນຄັ້ງນີ້ ເຕັມໄປດ້ວຍໄມຕີ ຈິດມິດຕະພາບອັນງົດງາມ, ພ້ອມ ທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງ ກັນ ແລະ ກັນຂອງສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານ ມາ ໃນຫລາຍດ້ານ ໂດຍສະເພາະ ແມ່ນການສຶກສາອົບຮົບວຽກງານ ການເມືອງ-ແນວຄິດ, ວຽກງານ ວິຊາສະເພາະ ແລະ ຂະບວນການ ດ້ານຕ່າງໆ. ໂອກາດນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບອັນ ອົບອຸ່ນ ຂອງ ສະຫາຍ ພົນຈັດຕະວາ ເລຮຸຍ ພ້ອມຄະນະ, ທັງໄດ້ຕີລາຄາ ເຖິງການພົວພັນຮ່ວມມືຂອງສອງ ກອງທັບ ຫວຽດນາມ-ລາວ ໃນຂົງ ເຂດວຽກງານຊາວໜຸ່ມໃນໄລຍະ ຜ່ານມາ ແລະ ອະນາຄົດ ຍິ່ງຈະໄດ້ ຮັບການເສີມຂະຫຍາຍການຮ່ວມມື ກັນຢ່າງໃກ້ຊິດ ແລະ ແໜ້ນແຟ້ນ, ພ້ອມທັງ ອວຍພອນໃຫ້ມິດຕະພາບ ການຮ່ວມມືຮອບດ້ານສອງພັກ, ສອງລັດ ກໍຄື ສອງກອງທັບ ລາວຫວຽດນາມ, ຫວຽດນາມ-ລາວ ເພີ່ມພູນຄູນສ້າງຂຶ້ນສູ່ລະດັບສູງ. ຈາກນັ້ນ, ກໍໄດ້ທັດສະນະສຶກສາ ເຮືອເດີນທະເລ ທີ່ຂຶ້ນກັບກອງ ບັນຊາການຕໍາຫລວດ ເຂດ 2, ຫລັງຈາກນັ້ນ, ຄະນະນາຍທະຫານ ໜຸ່ມ ກອງທັບປະຊາຊົນ ລາວຫວຽດນາມ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນ ຢູ່ກອງພັນ ໃຫຍ່ 929 ກອງພົນ 372 ເຫລົ່າ ທັບປ້ອງກັນອາກາດ-ທະຫານອາ ກາດ ຕື່ມອີກ. ຂ່າວ: ວິໄລພອນ ຂປລ. ເມື່ອບໍ່ດົນມານີ້, ສປປ ລາວ ໄດ້ເປີດແຜນງານຫັນປ່ຽນລະບົບ ອາຫານ ເຊິ່ງເປັນໂຄງການລິເລີ່ມ ລະດັບຊາດ ທີ່ເຊື່ອມໂຍງການຫັນ ປ່ຽນລະບົບສະບຽງອາຫານ ເຂົ້າກັບ ການຮັບມືການປ່ຽນແປງດິນຟ້າອາ ກາດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະ ຊາຊົນລາວຫລາຍລ້ານຄົນທີ່ອາໄສກະ ສິກໍາເປັນອາຊີບ. ທ່ານ ສະເຕຟານອສ ໂຟຕິໂອ ຜູ້ ອໍານວຍການສູນປະສານງານລະບົບ ສະບຽງອາຫານ ຂອງອົງການສະຫະ ປະຊາຊາດ ໄດ້ກ່າວວ່າ: ສປປ ລາວ ໄດ້ລິເລີ່ມການແກ້ໄຂ 2 ສິ່ງທ້າທາຍ ທີ່ຮີບດ່ວນທີ່ສຸດຂອງໂລກພ້ອມກັນ ໂດຍການເຂົ້າຮ່ວມກັບປະເທດຕ່າງໆ ໃນຖານະຜູ້ລິເລີ່ມໃນແຜນງານໃນ ທົ່ວໂລກນີ້, ສປປ ລາວ ສະແດງໃຫ້ ເຫັນວ່າ ວິທີແກ້ໄຂບັນຫາທີ່ທ້າທາຍ ສາມາດເກີດຂຶ້ນໄດ້ຈາກທຸກປະເທດ ທີ່ ມີວິໄສທັດທີ່ກ້າຄິດກ່ຽວກັບອະນາຄົດ. ແຜນງານດັ່ງກ່າວ, ເກີດຂຶ້ນໃນໄລຍະ ແຫ່ງການຫັນປ່ຽນ ພາຍຫລັງການ ຮວມຕົວກັນຄັ້ງທຳອິດ ຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມຂອງ ສປປ ລາວ ເຊິ່ງສ້າງໂອກາດ ສໍາລັບ ການປະສານງານການດໍາເນີນງານ ທີ່ເປັນປະໂຫຍດຕໍ່ຊາວກະສິກອນ ແລະ ໃນທົ່ວໂລກ. ທ່ານ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ແຜນງານ ຫັນປ່ຽນລະບົບອາຫານ ສ້າງຂຶ້ນເພື່ອ ຮັບປະກັນໃຫ້ຊາວກະສິກອນ ສາ ມາດ ຫາລ້ຽງຄອບຄົວໄດ້ ພ້ອມກັນກັບການ ປົກປັກຮັກສາທີ່ດິນ ທີ່ເປັນແຫລ່ງລ້ຽງ ຊີບຂອງພວກເຮົາ. ໃນວາລະແຫ່ງ ຊາດ ສໍາລັບປີ 2025-2030 ຈະນໍາ ເອົາການປ່ຽນແປງຕົວຈິງຈາກລາຍ ໄດ້, ໂພຊະນາການ ແລະ ຄວາມທົນ ທານຕໍ່ຊຸມຊົນ ໃນຊົນນະບົດໃນທົ່ວທຸກ ແຂວງ. ເຊິ່ງແຜນງານດັ່ງກ່າວ, ຈະ ເພີ່ມລາຍໄດ້ຂອງຄົວເຮືອນຊາວກະສິ ກອນ ໂດຍຜ່ານວຽກກະສິກໍາທີ່ເປັນ ມິດກັບສະພາບອາກາດ ແລະ ການ ເຂົ້າເຖິງຕະຫລາດທີ່ດີຂຶ້ນ; ຫລຸດຜ່ອນ ອັດຕາການຂາດສານອາຫານໃນ ເດັກນ້ອຍ ໂດຍການເສີມສ້າງລະບົບ ສະບຽງອາຫານ ທີ່ຄໍານຶງເຖິງໂພຊະ ນາການ; ນໍາເອົາເນື້ອທີ່ດິນຫລາຍພັນ ເຮັກຕາ ມາຢູ່ພາຍໃຕ້ການຄຸ້ມຄອງ ທີ່ດິນແບບຍືນຍົງ; ສ້າງຄວາມທົນ ທານຕໍ່ສະພາບອາກາດ ໃຫ້ແກ່ຊຸມຊົນ ໃນຊົນນະບົດທີ່ດ້ອຍໂອກາດ. ທ່ານ ບັກໂຮເດຍ ເບີຄະນອ໋ຟ ຜູ້ ປະສານງານອົງການສະຫະປະຊາ ຊາດປະຈໍາ ສປປ ລາວ ໄດ້ກ່າວວ່າ: ແຜນການດັ່ງກ່າວ, ໄດ້ຮວມເອົາວິທີ ການທີ່ທັນສະໄໝ ເຂົ້າກັບການເຄົາ ລົບວິທີການກະສິກໍາແບບດັ້ງເດີມ ເປັນຕົ້ນແມ່ນນະວັດຕະກຳດ້ານດີຈິ ຕອນ ທີ່ເຊື່ອມໂຍງກັບກະສິກອນໂດຍ ກົງກັບຕະຫລາດ; ເຕັກນິກກະສິກໍາທີ່ ເປັນມິດກັບສະພາບອາກາດ ທີ່ເພີ່ມ ຜົນຜະລິດ ພ້ອມກັບການປົກປັກຮັກສາ ສິ່ງແວດລ້ອມ; ນະວັດຕະກຳກົນໄກ ການເງິນ ທີ່ເຮັດໃຫ້ກະສິກໍາແບບຍືນ ຍົງ ກະສິກອນສາມາດເຂົ້າເຖິງໄດ້; ເຄືອຂ່າຍການແບ່ງປັນຄວາມຮູ້ ທີ່ ເຊື່ອມໂຍງຊາວກະສິກອນລາວ ກັບ ການຈັດຕັ້ງປະຕິບັດທີ່ດີທີ່ສຸດ ໃນລະ ດັບພາກພື້ນ ແລະ ສາກົນ. ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງ ໜ້າອົງການອາຫານ ແລະ ການກະ ເສດແຫ່ງສະຫະປະຊາຊາດ (FAO) ປະຈໍາລາວ ໄດ້ກ່າວວ່າ: ພວກເຮົາ ບໍ່ພຽງແຕ່ສະໜອງເງິນທຶນເທົ່ານັ້ນ ອົງການຍັງສະໜອງຊ່ຽວຊານດ້ານ ວິຊາການ, ການສ້າງຂີດຄວາມສາ ມາດ ແລະ ການເຂົ້າເຖິງເຄືອຂ່າຍ ຄວາມຮູ້ໃນລະດັບສາກົນ ທີ່ຈະຊ່ວຍ ໃຫ້ຊຸມຊົນລາວສາມາດນໍາພາການຫັນ ປ່ຽນຂອງຕົນເອງໄດ້. ໃນຂະນະທີ່ຜູ້ນໍາທົ່ວໂລກ ກໍາລັງ ກະກຽມສໍາລັບກອງປະຊຸມສຸດຍອດ ດ້ານສະພາບອາກາດ ແລະ ຄວາມ ໝັ້ນຄົງດ້ານສະບຽງອາຫານທີ່ສໍາ ຄັນໃນທ້າຍປີນີ້, ແຜນງານການຫັນ ປ່ຽນລະບົບສະບຽງອາຫານຂອງ ສປປ ລາວ ສະແດງຕົວຢ່າງ ຕົວຈິງ ທີ່ປະຕິບັດໄດ້ ສໍາລັບປະເທດກໍາລັງ ພັດທະນາອື່ນໆທີ່ສົນໃຈນໍາໃຊ້ ຫລື ກໍາລັງວາງແຜນທີ່ຈະເຂົ້າຮ່ວມແຜນ ງານດັ່ງກ່າວ. ວິທີການນີ້ ສະແດງໃຫ້ ເຫັນວ່າປະເທດຕ່າງໆ ສາມາດນໍາໃຊ້ ຄວາມເຂັ້ມແຂງທີ່ເປັນເອກະລັກຂອງ ຕົນ ໃນກໍລະນີຂອງ ສປປ ລາວ ກໍຄື ກະສິກໍາພື້ນບ້ານທີ່ອຸດົມສົມບູນ ແລະ ທີ່ຕັ້ງຍຸດທະສາດໃນພາກພື້ນ ເພື່ອ ສ້າງວິທີແກ້ໄຂທີ່ເໝາະສົມກັບສະພາບ ເງື່ອນໄຂຂອງພວກເຂົາ.
RkJQdWJsaXNoZXIy MTc3MTYxMQ==