7062

02/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 5 gfn vo8Q oxu s];'rt[k' gda []kpIa [wfh 691,72 8N du [ ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 42 xu csj 'dkodegou fg8u [.spj 0tspkp8q ;0v' dv'ra o.spj 641 ສັງລວມແລ້ວ, ຕະຫລອດໄລຍະ 42 ປີ ທີ່ຜ່ານມາ ຄະນະພັກ-ຄະນະ ບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງນໍາພາແນວ ຄິດເປັນບັນຫາສໍາຄັນໃຫ້ແກ່ພະນັກ ງານ, ສະມາຊິກພັກ, ນັກຮົບຂອງ ຕົນ, ເຮັດໃຫ້ພະນັກງານ- ນັກຮົບ ມີ ຄວາມຈົງຮັກພັກດີ, ບໍລິສຸດສັດຊື່ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ກຳແໜ້ນແນວທາງນະໂຍບາຍ ຂອງພັກ ໃນແຕ່ລະໄລຍະຮັບຮູ້ ເຊື່ອມຊຶມຕໍ່ໜ້າທີ່ການເມືອງຂອງ ກອງທັບ, ຂອງກົມກອງ, ຕັ້ງໜ້າ ຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດ ທະວິທີຍົກລະດັບດ້ານການທະ ຫານໃຫ້ແກ່ນາຍ ແລະ ພົນທະຫານ ສູງຂຶ້ນເລື້ອຍໆພະນັກງານບັນຊານໍາພາແຕ່ລະຂັ້ນໃນທົ່ວກອງພັນ ໃຫຍ່ 641 ສ່ວນຫລາຍແມ່ນໄດ້ຮັບ ການບຳລຸງກໍ່ສ້າງຢູ່ກົມກອງ ແລະ ໄດ້ຮັບການຍົກລະດັບຈາກໂຮງ ຮຽນ, ວິທະຍາຄານທັງພາຍໃນ ແລະ ຕ່າງປະເທດ ມີຫລາຍສະຫາຍ ໄດ້ຮຽນຈົບຂັ້ນຊັ້ນສູງ, ຂັ້ນປະລິນ ຍາຕີ, ປະລິນຍາໂທ, ສາມາດສ້າງໄດ້ ນາຍທະຫານໜຸ່ມແໜ້ນ, ມີຄວາມ ຮູ້ຄວາມສາມາດ, ມີປະສົບການໃນ ຂະບວນວຽກງານຕົວຈິງໄດ້ກາຍ ເປັນພະນັກງານສືບທອດປ່ຽນແທນ ແຕ່ລະຮຸ້ນຢ່າງຕໍ່ເນື່ອງ, ຜົນງານ ການເຄື່ອນໄຫວອັນພົ້ນເດັ່ນຂອງ ກອງພັນໃຫຍ່ 641 ຍາດມາໄດ້ຕະ ຫລອດໄລຍະ 42 ປີຜ່ານມາ ຈິ່ງໄດ້ ຮັບການຍ້ອງຍໍປະເພດຕ່າງໆ ຈາກ ລັດຖະບານ ແລະ ກະຊວງປ້ອງກັນ ປະເທດຄື: ຫລຽນໄຊນາມມະຍົດ ກົມກອງວິລະຊົນແຫ່ງຊາດລວມ ໝູ່ 3 ໜ່ວຍ, ຫລຽນໄຊອິດສະຫລະ ຊັ້ນ II ລວມໝູ່ ແລະ ບຸກຄົນ 18 ໜ່ວຍ, ຫລຽນໄຊອິດສະຫລະຊັ້ນ III ລວມໝູ່ ແລະ ບຸກຄົນ 29 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ I ລວມ ໝູ່ ແລະ ບຸກຄົນ 7 ໜ່ວຍ, ຫລຽນ ໄຊພິລະອາດຫານຊັ້ນ II ລວມໝູ່ ແລະ ບຸກຄົນ 154 ໜ່ວຍ, ຫລຽນ ໄຊພິລະອາດຫານຊັ້ນ III ລວມໝູ່ ແລະ ບຸກຄົນ 590 ໜ່ວຍ, ຫລຽນ ໄຊແຮງງານຊັ້ນ II ລວມໝູ່ ແລະ ບຸກຄົນ 120 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III ລວມໝູ່ ແລະ ບຸກຄົນ 303ໜ່ວຍ, ຫລຽນກາແຮງ ງານລວມໝູ່ ແລະ ບຸກຄົນ 402 *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ຂປລ. ໃນປີ 2025 ນີ້, ແຂວງ ຫລວງພະບາງ ມີແຜນການເກັບ ລາຍຮັບທັງໝົດ 1.152,40 ຕື້ ກີບ. ໃນນີ້, ລາຍຮັບຈາກສ່ວຍສາ ອາກອນ 970 ຕື້ກີບ ແລະ ລາຍຮັບ ຊັບສິນ 180,40 ຕື້ກີບ. ຜ່ານການ ຈັດຕັ້ງປະຕິບັດໄລຍະ 5 ເດືອນຕົ້ນ ປີ 2025, ການຈັດຕັ້ງປະຕິບັດຄຸ້ມຄອງການຈັດເກັບລາຍຮັບຢູ່ ແຂວງຫລວງພະບາງ ປະຕິບັດ ໄດ້ 691,72 ຕື້ກວ່າກີບ, ເທົ່າກັບ 60,02%. ໃນນັ້ນ, ຮັບຈາກສ່ວຍ ສາອາກອນ 617,12 ຕື້ກີບ ແລະ ຮັບຈາກຊັບສິນ 74,60 ຕື້ກີບ ເຊິ່ງທ່າແຮງພື້ນຖານໃນການສ້າງ ລາຍຮັບຫລັກແມ່ນການບໍລິການ ໂດຍ: ວີລະວັນີັ ດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ. ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າ ສ່ວຍສາອາກອນປະຈໍາແຂວງ ຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ແຂວງ ຫລວງພະບາງ ເປັນແຂວງໜຶ່ງທີ່ໄດ້ ທົດລອງຫັນເປັນແຂວງກຸ້ມຕົນເອງ ທາງດ້ານງົບປະມານ ໃນປີ 2025, ຜ່ານການຈັດຕັ້ງປະຕິບັດໄລຍະ 5 ເດືອນຕົ້ນປີເຫັນວ່າການຈັດເກັບ ລາຍຮັບເຂົ້າງົບປະມານແມ່ນເກີນ ແຜນການທີ່ກໍານົດ, ປັດຈຸບັນກໍາລັງ ສຸມໃສ່ເອົາຫົວໜ່ວຍທຸລະກິດເຂົ້າສູ່ ລະບົບ TaxRis, ຄຸ້ມຄອງຫົວໜ່ວຍ ທຸລະກິດດ້ວຍລະບົບທັນສະໄໝ ແລະ ອໍານວຍຄວາມສະດວກໃຫ້ແກ່ພາກ ທຸລະກິດ, ອົງການຈັດຕັ້ງລັດໃນ ການຈັດເກັບ ຫລື ການແຈ້ງມອບ ຜ່ານລະບົບອອນລາຍຊ່ອງທາງ ຫລາຍຮູບແບບເຮັດໃຫ້ມີຄວາມ ສະດວກສະບາຍ. ພ້ອມນີ້, ໄດ້ໂຄ ສະນາບັນດາລະບຽບການ, ນິຕິກໍາ ກົດໜາຍຕໍ່ພາກທຸລະກິດ, ຕໍ່ສັງຄົມ ແລະ ສື່ຕ່າງໆດ້ວຍຫລາຍຮູບແບບ ແລະ ໄດ້ເຊີນເອົາພາກທຸລະກິດ ທີ່ເປັນຕົ້ນຕໍຂອງແຂວງ ເພື່ອຫັນ ເຂົ້າມາສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຖືບັນຊີນໍາໃຊ້ເກັບເງິນເພີ່ມຂຶ້ນ. ທ່ານ ຄໍາມ່ວນ ຄໍາບຸນມີ ຍັງ ໃຫ້ຮູ້ຕື່ມວ່າ: ໃນທິດທາງຕໍ່ໜ້າ ກໍຄື 7 ເດືອນທ້າຍປີຄາດຄະເນຈັດ ເກັບລາຍຮັບໃຫ້ໄດ້ 466,56 ຕື້ ກີບ. ໃນນັ້ນ, ລາຍຮັບອາກອນ 358,58 ຕື້ກີບ ແລະ ລາຍຮັບ ຊັບສິນ 106,98 ຕື້ກີບ. ເພື່ອເຮັດ ໃຫ້ບັນລຸຕາມແຜນການດັ່ງກ່າວ, ສ່ວຍສາອາກອນແຂວງຫລວງ ພະບາງ ໄດ້ມີຫລາຍມາດຕະການ ເປັນຕົ້ນສືບຕໍ່ໃກ້ຊິດຕິດແທດກັບ ທຸກແຫລ່ງລາຍຮັບ ເພື່ອເກັບກໍາ ຂໍ້ມູນລະອຽດ, ຊັດເຈນ, ຊຸກຍູ້ການ ຄຸ້ມຄອງການຈັດເກັບລາຍຮັບຢ່າງ ລວມສູນ, ເປັນລະບົບທີ່ທັນສະໄໝ ຢ່າງແຂງແຮງ; ສືບຕໍ່ເຜີຍແຜ່ໂຄ ສະນາ, ນິຕິກໍາ, ກົດໝາຍຜ່ານສື່ ຕ່າງໆຕໍ່ສັງຄົມຕໍ່ພາກທຸລະກິດໃຫ້ ຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງຈະ ແຕ່ງຄະນະຮັບຜິດຊອບລົງເດີນສໍາ ຫລວດຫົວໜ່ວຍທຸລະກິດຕື່ມຢູ່ນະ ຄອນຫລວງພະບາງ ແລະ ເມືອງ ນໍ້າບາກ, ພາຍຫລັງສໍາຫລວດຖານ ຂໍ້ມູນລະອຽດແລ້ວຄາດວ່າຈະສ້າງ ຖານລາຍຮັບທີ່ໝັ້ນຄົງ, ຈະເຮັດໃຫ້ ເກັບລາຍຮັບເພີ່ມຂຶ້ນ ໂດຍສະເພາະ ຢູ່ 2 ຈຸດດັ່ງກ່າວຄື: ນະຄອນຫລວງ ພະບາງ ແລະ ເມືອງນໍ້າບາກ ເພື່ອ ຫັນຫົວໜ່ວຍຈຸນລະວິສາຫະກິດ ເຂົ້າສູ່ລະບົບລວມທັງຫົວໜ່ວຍສ້າງ ຕັ້ງໃໝ່ທີ່ມີເງື່ອນໄຂໃຫ້ຖືບັນຊີນໍາ ໃຊ້ໃບເກັບເງິນແຈ້ງມອບອາກອນ ດ້ວຍຕົນເອງໃຫ້ຫລາຍຂຶ້ນ, ສຸມໃສ່ ເກັບອາກອນມູນຄ່າເພີ່ມ, ອາກອນ ຊົມໃຊ້ ເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງ ແລະ ແຫລ່ງທ່ອງທ່ຽວຕ່າງໆ. ໜ່ວຍ, ຫລຽນກາລະນຶກ 50 ປີ ບຸກຄົນ 112 ໜ່ວຍ, ຫລຽນກາລະ ນຶກ 60 ປີ ບຸກຄົນ 167 ໜ່ວຍ, ຫລຽນກາລະນຶກ 65 ປີ ຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ລວມໝູ່ 2 ໜ່ວຍ, ຫລຽນກາລະນຶກ 70 ປີ ບຸກຄົນ 439 ໜ່ວຍ, ຫລຽນກາລະນຶກ 75 ປີ ບຸກຄົນ 360 ໜ່ວຍ, ຫລຽນກາ ລະນຶກ 60 ປີ ຂອງກົມໃຫຍ່ພະລາ ທິການ ບຸກຄົນ 09 ໜ່ວຍ, ຫລຽນ ກຽດຕິຄຸນ ບຸກຄົນ 40 ໜ່ວຍ, ໃບ ຍ້ອງຍໍລັດຖະບານ ລວມໝູ່ ແລະ ບຸກຄົນ 656 ໃບ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດ ລວມໝູ່ ແລະ ບຸກຄົນ 1.171 ໃບ, ໃບຍ້ອງຍໍກົມ ໃຫຍ່ການເມືອງ ລວມໝູ່ ແລະ ບຸກ ຄົນ 1.347 ໃບ. ສະນັ້ນ, ໃນຕໍ່ໜ້າພະນັກງານນັກຮົບໃນທົ່ວກອງພັນໃຫຍ່ 641 ຈະໄດ້ສືບຕໍ່ຍົກສູງສະຕິລະວັງຕົວ ກຽມພ້ອມທັບມ້າງທຸກກົນອຸບາຍ ເລລ່ຽມຂອງສັດຕູທາງໜ້າດິນ ແລະ ນ່ານຟ້າ ນະຄອນຫລວງວຽງ ຈັນ ພົວພັນສະໜິດຕິດແໜ້ນກັບ ຮາກຖານປະຊາຊົນ ໃນຂອບເຂດ ກົມກອງຕັ້ງທັບໃຫ້ມີຄວາມສະ ຫງົບ ປະກອບສ່ວນເຂົ້າໃນການ ປົກປັກຮັກສາເອກະລາດອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີ ສຸຂະພາບເຂັ້ມແຂງ ແລະ ມີອັນຫັນ ປ່ຽນຢ່າງຈະແຈ້ງແຂ່ງຂັນກັນສ້າງ ກົມກອງໃຫ້ເປັນກອງມີລະບຽບ ວິໄນເຂັ້ມງວດຈັດຕັ້ງອົບຮົມຮໍ່າ ຮຽນການເມືອງ-ການທະຫານ, ວິຊາສະເພາະເຕັກນິກຕາມທິດຊີ້ ນໍາຂອງຂັ້ນເທິງກໍຄືຂອງກອງພັນ ໃຫຍ່ 641 ຍົກລະດັບດ້ານການນໍາ ພາ-ບັນຊາ ໃຫ້ແກ່ພະນັກງານນໍາ ພາ-ບັນຊາ ຮັບປະກັນໃຫ້ມີພະນັກ ງານສືບທອດ-ປ່ຽນແທນ ຢູ່ແຕ່ລະ ກົມກອງ ເພີ່ມທະວີຄວາມສະມັກຄີ ລະຫວ່າງພະນັກງານ-ນັກຮົບ ໃນ ທົ່ວກອງພັນໃຫຍ່ 641 ກັບກົມກອງ ເພື່ອນໃຫ້ແໜ້ນແຟ້ນກວ່າເກົ່າ ເສີມຂະຫຍາຍການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງກອງພັນໃຫຍ່ກັບອໍານາດ ການປົກຄອງທ້ອງຖິ່ນໃຫ້ໜັກ ແໜ້ນເຂັ້ມແຂງບັນດາກົມກອງ ຕັ້ງ ທັບຢູ່ບ່ອນໃດກໍ່ຕ້ອງເອົາໃຈໃສ່ເຮັດ ວຽກງານກໍ່ສ້າງຮາກຖານການ ເມືອງຢູ່ບ່ອນນັ້ນໃຫ້ດີ ເພື່ອເຮັດໃຫ້ ສະພາບຢູ່ຂອບເຂດຂອງຕົນຮັບ ຜິດຊອບມີຄວາມສະຫງົບໂດຍພື້ນ ຖານແຕ່ລະກົມກອງຕ້ອງຍົກສູງ ນໍ້າໃຈເພິ່ງຕົນເອງ,ກຸ້ມຕົນເອງແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານເສີມຂະຫຍາຍມູນເຊື້ອ ສ້າງພະລາທິການກັບທີ່,ຄະນະພັກ- ຄະນະບັນຊາພະນັກງານ-ນັກຮົບ ທຸກຄົນຕ້ອງເປັນເຈົ້າການ ແລະ ແຂ່ງ ຂັນກັນສ້າງເສດຖະກິດແກ້ໄຂຊີ ວິດການເປັນຢູ່ຂອງກົມກອງລວມ ໝູ່ໃຫ້ດີຂຶ້ນ, ຕ້ານປາກົດການຫຍໍ້ ທໍ້ຕ່າງໆໃຫ້ທັນເວລາ, ພະນັກງານ- ນັກຮົບ ຕ້ອງເປັນແບບຢ່າງໃນການ ດຳລົງຊີວິດປອດໃສ, ເຂັ້ມແຂງແລະ ຂາວສະອາດ ເພື່ອກຽມພ້ອມເຮັດ ສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ກໍຄືປະຊາຊົນມອບໝາຍໃຫ້. ເນື່ອງໃນໂອກາດວັນສ້າງຕັ້ງ ກອງພັນໃຫຍ່ 641 ຄົບຮອບ 42 ປີ, ສະຫາຍ ພັນໂທ ອົດສາ ໄຊຍະເສນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ໃນທົ່ວ ກອງພັນໃຫຍ່ 641 ຂໍສະແດງ ຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ກໍຄື ຄະນະນຳກົມໃຫຍ່ເສນາທິການ ກອງທັບ ທີ່ໄດ້ໃຫ້ການໃກ້ຊິດຕິດ ແທດ, ຊີ້ນຳ-ນຳພາ ເຫລົ່າຮົບປ້ອງ ກັນອາກາດ ກໍຄື ກອງພັນໃຫຍ່ 641 ໃຫ້ເຕີບໃຫຍ່ຂະຫຍາຍຕົວຕະຫລອດ ມາ, ຂໍອວຍພອນໄຊອັນປະເສີດແກ່ ການຈັດຕັ້ງການນຳພັກ-ລັດ ແຕ່ລະ ຂັ້ນຈົ່ງມີສຸຂະພາບເຂັ້ມແຂງ, ສືບ ຕໍ່ຊີ້ນຳ-ນຳພາກອງທັບປະຊາຊົນ ລາວ ກໍຄື ກອງພັນໃຫຍ່ 641 ໃຫ້ ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງ ບໍຢຸດຢັ້ງ, ອວຍພອນແດ່ຄະນະພັກ- ຄະນະບັນຊາ, ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່ 641, ຈົ່ງມີ ສຸຂະພາບເຂັ້ມແຂງ ພ້ອມກັນປົກ ປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງກົມກອງ ໂດຍ ສະເພາະນາມມະຍົດກົມກອງວິລະ ຊົນທີ່ກົມກອງສ້າງມາໄດ້ໃຫ້ຄົງຢູ່ຕະ ຫລອດໄປ.

RkJQdWJsaXNoZXIy MTc3MTYxMQ==