07 xtgmf]k; 37ltok c]t [= ]y = dy ko { 01/07/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ສະຫລຸບຂະບວນການເຄື່ອນໄຫວ ຂອງອາສາສະໝັກຊາວໜຸ່ມກອມ ມູນິດ ລະດູແລ້ງນະຄອນໂຮ່ຈີ່ມິງ ແຫ່ງ ສສ ຫວຽດນາມ ຮ່ວມກັບ ອາສາສະໝັກຊາວໜຸ່ມຕະລຸມບອນ ແຂວງອັດຕະປື ສປປ ລາວ ໃນທ້າຍ ອາທິດຜ່ານມາ ທີ່ຫໍປະຊຸມໃຫຍ່ ແຂວງອັດຕະປື ໂດຍການເປັນປະ ທານຂອງ ສະຫາຍ ພູວັນ ພົມມະຈັນ ກໍາມະການພັກແຂວງ, ກໍາມະການ ສູນກາງຊາວໜຸ່ມ, ເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງອັດຕະ ປື, ສະຫາຍ ນາງ ຖ່າຍ ທິ ຮວ່າຍ ເຊີນ ຮອງຫົວໜ້າສູນວິຊາຊີບ ແລະ ສ້າງວຽກເຮັດງານທໍາ ຊາວໜຸ່ມ ນະຄອນໂຮ່ຈີ່ມິງ, ຮອງຫົວໜ້າຄະ ນະນໍາພາອາສາສະໝັກລະດູແລ້ງ ປະຈໍາປີ 2025 ທີ່ແຂວງອັດຕະປື ພ້ອມດ້ວຍອາສາສະໝັກຊາວໜຸ່ມ ກອມມູມິດ ລະດູແລ້ງ ແຫ່ງ ສສ ຫວຽນາມ ແລະ ຊາວໜຸ່ມຕະລຸ່ມ ບອນ ແຂວງອັດຕະປື ເຂົ້າຮ່ວມ. ກອງປະຊຸມ ໄດ້ສະຫລຸບຕີລາຄາ ຄືນ ຜົນສໍາເລັດໃນການຈັດຕັ້ງ ປະຕິບັດຂະບວນການຕ່າງໆ ທີ່ ໄດ້ເຄື່ອນໄຫວຂອງອາສາສະໝັກ ຂປລ. ແຫລ່ງຂ່ວຈາກ ແຂວງ ອັດຕະປື ໃຫ້ຮູ້ວາ: ໃນທ້າຍອາທິດ ຜ່ານມາ ທີ່ແຂວງອັດຕະປື, ຄະນະ ເຄືອຂ່າຍພັດທະນາສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການ ທ່ອງທ່ຽວ (ດີເອັມເອັນ) ແຂວງ ຈໍາປາສັກ ເພື່ອໂຄສະນາການທ່ອງ ທ່ຽວສີຂຽວ (Green Sea- son) ເຄື່ອນໄຫວສໍາຫລວດຜະ ລິດຕະພັນທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ຂອງລາວ (ແຂວງ ຈໍາປາສັກ, ອັດຕະປື, ເຊກອງ, ສາ ລະວັນ), ເຊິ່ງນໍາໂດຍທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນນ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາ, ທ່ານ ສົມພອນໄຊ ໂພສາລາດ ປະ ທານສະມາຄົມທຸລະກິດທ່ອງທ່ຽວ ແຂວງ, ພ້ອມດ້ວຍພະນັກງານຂະ ແໜງທ່ອງທ່ຽວ ແລະ ພາກທຸລະກິດ ທ່ອງທ່ຽວແຂວງເຂົ້າຮ່ວມ. ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມ ສະຖານທີ່ທ່ອງທ່ຽວພາຍໃນແຂວງ ອັດຕະປື ໂດຍການຕ້ອນຮັບຂອງ ທ່ານ ນາງ ບຸນທົງ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃນນີ້, ໄດ້ໄປສະ ຖານທີ່ທ່ອງທ່ຽວ ຫໍຫລັກເມືອງ, ວັດສະແຄະ, ອະນຸສາວະລີພະເຈົ້າ ໄຊຍະເຊດຖາທິຣາດ ແລະ ວັດທາດ ພະໄຊ. ພ້ອມນີ້, ຍັງໄປຢ້ຽມຢາມ ແຫລ່ງທ່ອງທ່ຽວ ຕາດຫົວຄົນ. ຈຸດປະສົງໃນການເຄື່ອນໄຫວ ຂອງຄະນະເຄືອຂ່າຍ DMN ໃນຄັ້ງ ນີ້ກໍເພື່ອເກັບກຳຂໍ້ມູນ ແລະ ຮູບພາບ ສະຖານທີ່ທ່ອງທ່ຽວ ເພື່ອໂຄສະນາ ຜະລິດຕະພັນການທ່ອງທ່ຽວເຊື່ອມ ຕໍ່ 4 ແຂວງພາກໃຕ້ ພ້ອມທັງແລກ ປ່ຽນບົດໃນການພັດທະນາ, ການ ໂຄສະນາ ແລະ ການຄຸ້ມຄອງການ ທ່ອງທ່ຽວ ແລະ ທົບທວນຄືນຄວາມ ຄືບໜ້າ ການຈັດຕັ້ງປະຕິບັດກິດຈະ ກຳການທ່ອງທ່ຽວເຊື່ອມຕໍ່ຂອງ 4 ແຂວງ ຕາມບົດບັນທຶກ ເພື່ອກະ ກຽມໃຫ້ແກ່ກອງປະຊຸມເຊື່ອມຕໍ່ 4 ແຂວງໃນທ້າຍປີ 2025. ພ້ອມນີ້, ພາກສ່ວນທຸລະກິດ ຍັງໄດ້ສົມທົບ ກັນແລກປ່ຽນບົດຮຽນໃນການ ສ້າງລາຍການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ ແລະ ການສ້າງ ຜະລິດຕະພັນທ່ອງທ່ຽວໃໝ່ ທີ່ເປັນ ເອກະລັກໃນແຕ່ລະແຂວງ ພ້ອມທັງ ໂຄສະນາການທ່ອງທ່ຽວສີຂຽວ (Green Season) ດ້ວຍ ຫລາຍຮູບແບບໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາ ທ່ອງທ່ຽວຫລາຍຂຶ້ນ. ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ກອງປະ ຊຸມສະໄໝວິສາມັນເທື່ອທີ 1 ຂອງ ສະພາປະຊາຊົນແຂວງສະຫວັນ ນະເຂດ ຊຸດທີ II ຈັດຂຶ້ນໃນວັນທີ 30 ມິຖຸນາ 2025 ໂດຍການເປັນ ປະທານຂອງ ທ່ານ ກົງແກ້ວ ມີວໍລະ ຈັກ ປະທານສະພາປະຊາຊົນແຂວງ ສະຫວັນນະເຂດ, ມີຮອງປະທານ ສະພາປະຊາຊົນແຂວງ, ມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ມີການນໍາພັກລັດຂັ້ນແຂວງ, ບັນດາສະມາຊິກ ສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາ ຊົນແຂວງ, ອົງການຈັດຕັ້ງຕ່າງໆ ອ້ອມຂ້າງແຂວງ, ເລຂາພັກເມືອງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້່າຮ່ວມ. ໃນກອງປະຊຸມ, ທ່ານ ກົງແກ້ວ ມີວໍລະຈັກ ໄດ້ຍົກໃຫ້ເຫັນວ່າ: ການ ດໍາເນີນກອງປະຊຸມສະໄໝວິສາມັນ ຄັ້ງນີ້, ແມ່ນເປັນການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາປະຊາຊົນແຂວງ ຕາມທີ່ໄດ້ກໍາ ນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ, ອີກດ້ານໜຶ່ງແມ່ນເປັນ ຄວາມພະຍາຍາມ ແລະ ຄວາມເອົາ ໃຈໃສ່ຂອງສະພາປະຊາຊົນແຂວງ ໃນການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍປ່ຽນແປງໃໝ່ຂອງ ພັກ ໃຫ້ເປັນອັນລະ ອຽດເຂົ້າໃສ່ ເນື້ອໃນຂອງລັດຖະທໍາມະນູນ, ກົດ ໝາຍ ເພື່ອໃຫ້ມີການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມດ້ວຍ ກົດໝາຍ ມີປະສິດທິພາບ ແລະ ປະ ສິທິຜົນສູງຂຶ້ນເລື້ອຍໆ. ພ້ອມນີ້, ກໍ ເພື່ອພິຈາລະ ນາຮັບຮອງເອົາການ ປັບປຸງກົງຈັກການຈັດຕັ້ງພະແນກ ການຂັ້ນແຂວງ ແລະ ອົງການລັດ ທຽບເທົ່າພະແນກຂັ້ນແຂວງໃຫ້ ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ແລະ ຮຽກຮ້ອງມາຍັງທຸກພາກ ສ່ວນທີ່ກ່ຽວຂ້ອງ, ບັນດາສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາ ປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດ ປະຊາທິປະໄຕ, ເສີມຂະຫຍາຍຫົວ ຄິດປະດິດສ້າງ ແລະ ເຊີດຊູຄວາມ ຮັບຜິດຊອບການເມືອງຂອງຕົນ, ປະກອບສ່ວນໃນການປະກອບຄຳ ເຫັນພິຈາລະນາຮັບຮອງຢ່າງຖີ່ ຖ້ວນ, ສ້າງສັນ, ຮັດກຸມ, ພາວະ ວິໄສ, ມີເຫດມີຜົນ, ແທດຕົວຈິງບົນ ພື້ນຖານແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ, ຕາມລັດຖະທໍາມະນູນ, ກົດໝາຍ ຂອງລັດ ແລະ ສະພາບຄວາມເປັນ ຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງພວກເຮົາໃນປັດຈຸບັນ. ຂ່າວ: ຈັນທະວີສັກ, ພາບ:ຫັດສະ່ າັ ນີ ສັກັ ດ lts]5 [dkog7n j vows;0t[;odko -k;|5j , 2 -kf ]k;{s;Pfok, 7totg7n v0j kp fu gva ,gva o c0;'9exkla d les];f zt]y f8tra omj v'mj P;g-nj v,8+ 4 c0;'rkd.8h ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ສີໄນ ມຽງ ລາວັນ ຮອງປະທານກວດກາສູນ ກາງພັກ ຮອງຫົວໜ້າອົງການກວດ ກາລັດ ແລະ ຕ້ານການສໍ້ລາດບັງ ຫລວງຂັ້ນສູນກາງ ພົບປະໂອ້ລົມ ພະນັກງານ-ລັດຖະກອນ ພະແນກ ອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ໃນວັນທີ 26 ມິຖຸນາ 2025 ເພື່ອຕິດຕາມ, ຊຸກຍູ້ການ ປັບປຸງກົງຈັກການຈັດຕັ້ງ, ພາລະ ບົດບາດ, ການກຳນົດຕໍາແໜ່ງງານ ໂດຍມີບັນດາຄະນະພັກ, ຄະນະ ພະແນກ ພ້ອມດ້ວຍຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ທ່ານ ອຸລາ ພົມມະວົງ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ໄດ້ລາຍງານ ສະພາບກ່ຽວກັບການຈັດຕັ້ງປະຕິ ບັດວຽກງານ ໂດຍຫຍໍ້ຍົກໃຫ້ເຫັນ ດ້ານດີຜົນງານການນຳພາ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ພະແນກອຸດສາຫະກຳ ແລະ ການຄ້າແຂວງມີ 8 ຂະແໜງ ແລະ 3 ອົງການຈັດຕັ້ງມະຫາຊົນ, ມີ ພະນັກງານ-ສະມາຊິກພັກ 47 ສະ ຫາຍ ຍິງ 13 ສະຫາຍ ຕະຫລອດ ໄລຍະຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງ ປະຕິບັດວຽກຢ່າງຕັ້ງໜ້າ, ສຳລັບ ບັນຫາທີ່ຍັງຄົງຄ້າງ ແລະ ເປັນ ສິ່ງທ້າທາຍແມ່ນຍັງມີບາງດ້ານ ເຫັນວ່າຍັງຈັດຕັ້ງປະຕິບັດບໍ່ທັນ ໄດ້ດີໂດຍສະເພາະ ການຄຸ້ມຄອງ ລາຄາສິນຄ້າ, ການຕິດສະຫລາກ ເປັນພາສາລາວ, ຕິດປ້າຍລາຄາ ສິນຄ້າເປັນເງິນກີບ, ການຄ້າຂາຍ ນອກລະບົບຕາມຊາຍແດນຍັງບໍ່ ທັນສອດຄ່ອງຕາມຂັ້ນຕອນ, ການ ຊຸກຍູ້ສົ່ງເສີມ ແລະ ການພັດທະນາ MSME ເພື່ອສົ່ງເສີມການຜະລິດ ແລະ ຜະລິດຕະພັນໃຫ້ເປັນສິນຄ້າ ໂອດັອບ, ການສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ກາງຜ່ານລະບົບ ທະນາຄານຍັງພົບຄວາມຫຍຸ້ງຍາກ, ຫລາຍຂັ້ນຫລາຍຂອດຈຶ່ງເຮັດ ໃຫ້ຫົວໜ່ວຍທຸລະກິດທີ່ສາມາດ ເຂົ້າເຖິງແຫລ່ງທຶນມີໜ້ອຍ. ເຖິງ ຢ່າງໃດກໍຕາມ, ຄະນະພັກ-ຄະນະ ພະແນກໃນຂົງເຂດອຸດສາຫະກຳ ແລະ ການຄ້າແມ່ນຈະສຸມຄວາມ ພະຍາມເອົາໃຈໃສ່ຈັດຕັ້ງປະຕິບັດ Iv'xtmkod;fdkl6 odk'ra d rq [xt3vh ]q , rtoa d'ko{]a f4tdvortcod v7 c0;'[+ cdh ; ບັນດາຄົງຄ້າງໃຫ້ບັນລຸເປົ້າໝາຍ ຢ່າງມີຜົນສຳເລັດໃນຕໍ່ໜ້າ. ໂອກາດນີ້, ທ່ານ ສີໄນ ມຽງ ລາວັນ ໄດ້ເນັ້ນໜັກໃຫ້ຄະນະພັກຄະນະນຳພະແນກ ຕະຫລອດຮອດ ພະນັກງານ-ສະມາຊິກພັກທຸກ ສະຫາຍ ຈົ່ງເອົາໃຈໃສ່ສືບຕໍ່ວຽກ ງານຕິດຕາມກວດກາພັກ,ວຽກງານ ກວດກາລັດ, ການບຳລຸງສ້າງ, ປະຕິບັດນະໂຍບາຍ, ການຈັດວາງ ສັບຊ້ອນພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບໃຫ້ ສອດຄ່ອງກັບຄວາມເປັນຈິງ,ບັນຫາ ສຳຄັນແມ່ນໃຫ້ເອົາໃຈໃສ່ຕໍ່ພາລະ ບົດບາດ, ສິດ ແລະ ໜ້າທີ່ ໃນການ ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃຫ້ເໝາະສົມ ເນື່ອງຈາກວຽກ ງານກວດກາ ແມ່ນມີຄວາມສຳຄັນ ຫລາຍໃນການຕິດຕາມກວດກາ, ດັ່ງນັ້ນການກວດກາຕ້ອງມີການ ກວດສອບຄຽງຄູ່ກັນໄປ, ຖ້າມີການ ຈັດຕັ້ງປະຕິບັດວຽກງານກໍຕ້ອງ ມີການກວດກາ ເພື່ອເປັນການຕ້ານ ການສໍ້ລາດບັງຫລວງ ທັງເອກອ້າງ ເຖິງຜົນງານ ແລະ ຜົນສຳເລັດຢ່າງ ຕັ້ງໜ້າ. lts;a ootg0f w0dv'xt-5 ,ltw\;y lk,a o gmnj vmu 1 0v'ltrkxt-k-q oc0;' -5 fmu II ຄຽງຄູ່ກັນນີ້, ກໍພ້ອມກັນຊອກຫາວິ ທີການ, ມາດຕະການທີ່ສອດຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນໃນປັດຈຸບັນ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຜ່ານບົດສະເໜີ ກ່ຽວກັບການປັບປຸງກົງຈັກການ ຈັດຕັ້ງພະແນກການຂັ້ນແຂວງ ແລະ ອົງການລັດທຽບເທົ່າພະແນກຂັ້ນ ແຂວງ ເພື່ອໃຫ້ສະພາປະຊາຊົນ ແຂວງພິຈາລະນາຮັບຮອງ ເຮັດ ໃຫ້ກົງຈັກການຈັດຕັ້ງຂອງບັນດາ ພະແນກການຂັ້ນແຂວງ ເປັນລະ ບົບຄົບຊຸດ, ສອດຄ່ອງກັບລັດຖະ ທໍາມະນູນ, ກົດໝາຍ ແລະ ມະຕິ ຂອງຄະນະບໍລິຫານງານສູນກາງ ພັກເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການ ປັບປຸງກົງຈັກການຈັດຕັ້ງ, ທັງ ຮັບປະກັນໃນການເຄື່ອນໄຫວວຽກ ງານເປັນປົກກະຕິ ແລະ ຕໍ່ເນື່ອງ. ການປັບປຸງກົງຈັກການຈັດ ຕັ້ງ ບັນດາພະແນກການຂັ້ນແຂວງມີ ດັ່ງນີ້: ໂຮມພະແນກແຜນການແລະ ການລົງທຶນແຂວງ ເຂົ້າກັບພະແນກ ການເງິນແຂວງ ເປັນພະແນກການ ເງິນແຂວງ; ໂຮມພະແນກພະລັງ ງານ ແລະ ບໍ່ແຮ່ແຂວງ ເຂົ້າກັບພະ ແນກອຸດສາຫະກໍາ ແລະ ການຄ້າ ແຂວງ ເປັນພະແນກອຸດສາຫະກໍາ ແລະ ການຄ້າແຂວງ; ໂຮມພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງເຂົ້າກັບພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງ; ໂຮມພະແນກພາຍໃນ ແຂວງເຂົ້າກັບຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກ ການອື່ນທີີ່ກ່ຽວຂ້ອງ; ໂອນວຽກ ຖະແຫລງຂ່າວອອກຈາກພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄປຂຶ້ນ ກັບຄະນະໂຄສະນາອົບຮົມແຂວງ; ພ້ອມທັງປ່ຽນຊື່ພະແນກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ເປັນພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງ. ສໍາລັບວຽກ, ກົງຈັກລະອຽດ (ຂະແໜງ, ໜ່ວຍງານ...) ຂອງ ແຕ່ລະພະແນກທີ່ຖືກໂຮມ, ຍຸບ,ໂອນ ຈະໄປຂຶ້ນກັບພາກສ່ວນໃດນັ້ນ ແມ່ນ ປະຕິບັດຕາມກົງຈັກຂັ້ນສູນກາງທີ່ ຖືກຮັບຮອງ ແລະ ຕາມການຕົກ ລົງຂອງຂັ້ນເທິງ, ສະເໜີຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາການ ປັບປຸງກົງຈັກການຈັດຕັ້ງບັນດາພະ ແນກການຂອງແຂວງສະຫວັນນະ ເຂດ; ຄົ້ນຄວ້າພິຈາລະນາຮັບຮອງ ເອົາກົງຈັກການຈັດຕັ້ງອົງ ການ ກາແດງແຂວງ, ດ່ານສາກົນແດນ ສະຫວັນ ແລະ ດ່ານສາກົນຂົວ ມິດຕະພາບລາວ-ໄທ 2 ເປັນອົງ ການລັດທຽບເທົ່າຂັ້ນພະແນກການ ຂອງແຂວງ. ຊາວໜຸ່ມ ຈາກ ສສ ຫວຽດນາມ ໃນການມາຊ່ວຍເຫລືອ ແລະ ແລກ ປ່ຽນບົດຮຽນ ກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອັດ ຕະປື. ນອກນີ້, ຍັງເປັນການຍ້ອງຍໍ ຊົມເຊີຍຕໍ່ບັນດາອາສາສະໝັກ ຊາວໜຸ່ມ ທັງ 2 ຊາດ ທີ່ໄດ້ເສຍ ສະລະຢາດເຫື່ອແຮງກາຍ ຂອງ ຕົນ ເພື່ອປະກອບສວນເຂົ້າໃນຂະ ບວນການຊ່ວຍເຫລືອພໍ່ແມ່ປະ ຊາຊົນ ຜູ້ທີ່ດ້ອຍໂອກາດ ໃຫ້ໄດ້ຮັບ ການຊ່ວຍເຫລືອຢ່າງທົ່ວເຖິງ. ໃນກອງປະຊຸມ ຍັງໄດ້ມີການ ມອບໃບຍ້ອງຍໍຂອງເຈົ້າແຂວງ ອັດຕະປື ແລະ ເລຂາຊາວໜຸ່ມແຂວງ ໃຫ້ອາສາສະໝັກຊາວໜຸ່ມ ຈາກ ສສ ຫວຽດນາມແລະອາສາສະໝັກຊາວ ໜຸ່ມຕະລຸມບອນ ແຂວງອັດຕະປື ຜູ້ທີ່ໄດ້ເຂົ້າຮ່ວມຂະບວນການໃນ ຄັ້ງນີ້, ເຊິ່ງລວມມູນຄ່າເຄື່ອງຊ່ວຍ ເຫລືອ ຂອງອາສາສະໝັກຊາວໜຸ່ມ ກອມມູນິດ ລະດູແລ້ງ ນະຄອນໂຮ່ຈີ່ ມິງ ແຫ່ງ ສສ ຫວຽດນາມ ທີ່ນໍາມາ ຊ່ວຍເຫລືອແຂວງອັດຕະປື ໃນຄັ້ງນີ້ ຫລາຍກວ່າ 1 ຕື້.
RkJQdWJsaXNoZXIy MTc3MTYxMQ==