glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 01/07/2025 glf4tdy f{la '7q , -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ ໂດຍ: ສີອຳພອນີ ອ 0kpzh kw\,h vo lh k']kpIa [ 3,7 8N d;j kdu [8+ xu 7;k,\kp0v'[5 og0Q kra olk * ຄຳວ່າ “ພັນສາ” ຫລື “ວັສ ສາ” ໄດ້ແກ່ປີ ຫລື ລະດູຝົນ ຄຳ ວ່າ: “ເຂົ້າ” ໄດ້ແກ່ການເຂົ້າໄປຢູ່ ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍ ບໍ່ໄປແຮມຄືນ ຫລື ຄ້າງຄືນບ່ອນ ອື່ນຕະຫລອດສາມເດືອນ. “ເຂົ້າ ພັນສາ” ແປວ່າ “ພັກຝົນ” ໝາຍ ເຖິງ ພະພິກຂຸສົງຕ້ອງຢູ່ປະຈຳ ໃນ ວັດໃດວັດໜຶ່ງໃນໄລຍະລະດູຝົນທີ່ ມີກຳໝົດໄລຍະ 3 ເດືອນ ຕາມທີ່ ພະທຳວິໄນບັນຍັດໄວ້ ໂດຍບໍ່ໄປ ຄ້າງແຮມທີ່ບ່ອນອື່ນ ຫລື ທີ່ຮຽກ ຕິດປາກກັນໂດຍທົ່ວໄປວ່າ “ຈຳ ພັນສາ” ນັ້ນເອງ. ບຸນເຂົ້າພັນສາຂອງພະສົງສາ ມະເນນ ເປັນບຸນປະເພນີລາວເຮົາ ແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝ ພຸດທະການທີ່ພະພຸດທະເຈົ້າຍັງ ດຳລົງພະຊົນຢູ່ ເຊິ່ງພະພຸດທະອົງ ຍັງບໍ່ໄດ້ກຳນົດການຈຳພັນສາໃນ ມື້ເຂົ້າພັນສາ. ດັ່ງນັ້ນ, ພະສົງຈຶ່ງ ເດີນທາງໄປ-ມາຕາມສະຖານທ່ີ ຕ່າງໆ ອັນເປັນເຫດໃຫ້ເກີດບັນຫາ ຕາມມາຄື: ເຫລົ່າພະສົງທັງຫລາຍ ໄດ້ຢຽບເອົາພືດພັນທັນຍາຫານ ໄຮ່ນາຮົ້ວສວນ ຂອງຊາວບ້ານທີ່ ປູກໄວ້ໃນລະດູຝົນ ແລະ ທີ່ຮ້າຍ ແຮງກວ່ານັ້ນຄື: ສັດນ້ອຍ-ໃຫຍ່ ທີ່ ອອກຫາກິນຕາມພື້ນດິນກໍຖືກຢຽບ ມີທັງໂຕບາດເຈັບ ແລະ ຕາຍໄປ ເຊິ່ງເຮັດໃຫ້ຊາວບ້ານໄດ້ຮັບຄວາມ ເສຍຫາຍຢ່າງຫລວງຫລາຍ. ເມື່ອ ພະພຸດທະເຈົ້າຊົງຮູ້ເລື່ອງນີ້ແລ້ວ ຈຶ່ງໄດ້ບັນຍັດເລື່ອງການຈຳພັນສາ ຂອງພະສົງ ຄື: ເມື່ອຮອດລະດູຝົນ ໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນ ໜຶ່ງເປັນໄລຍະເວລາ 3 ເດືອນ ຊຶ່ງ ປົກກະຕິແລ້ວຕາມພະວິໄນການຈຳ ພັນສາ ຫລື ເຂົ້າພັນສາມີ 2 ປະເພດ ຄື: 1. ການເຂ້ົາພັນສາຕາມປົກກະຕິ ເອີ້ນວ່າ: “ປຸຣິມພັນສາ” ເລີ່ມແຕ່ມື້ ແຮມ 1 ຄໍ່າ ເດືອນ 8, ຖ້າປີໃດ ເດືອນ 8 ສອງຫົນກໍຈະເລີ່ມໃນມ້ື ແຮມ1ຄໍ່າເດືອນ8ຫລັງແລະອອກ ພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຊຶ່ງພະສົງ ທີ່ຈຳພັນສາຄົບ 3 ເດືອນ ກໍຈະມີສິດຮັບກັນຖິນ; 2. ການເຂົ້າ ພັນສາຫລັງເອີ້ນວ່າ: “ປັດສິມພັນ ສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 9 ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ໃນກໍລະນີນີ້ຄືພະສົງ ຕິດພາລະກິດຕ້ອງເດີນທາງໄກ ຫລື ເຫດຈຳເປັນທີ່ບໍ່ສາມາດມາເຂົ້າ ພັນສາປົກກະຕິໄດ້. ບຸນເຂົ້າພັນສາຍັງມີຄວາມໝາຍ ຄວາມສຳຄັນຄື: ໃນວາລະການ ຂອງການເຂົ້າພັນສາ ແມ່ນກົງກັບ ລະດູກະສິກຳ ປະຊາຊົນຈະປູກ ໝາກໄມ້, ພືດຜົນທັນຍາຫານ ແລະ ພະສົງຢູ່ຈຳພັນສາໃນອາວາດເພື່ອ ສຶກສາພະທໍາວິໄນ ຕາມຄຳສອນ ຂອງພະພຸດທະເຈົ້າ. ສ່ວນພຸດທະສາ ສະນິກະຊົນ ກໍໄດ້ໂອກາດໄປໄຫວ້ ພະສູດມົນ, ຮັກສາສິນ, ຈະເລີນເມດ ຕາພາວະນາ, ເຮັດບຸນບຳເພັນກຸສົນ ນຳພະສົງສາມະເນນ ແລະ ທີ່ສຳຄັນ ພະສົງທີ່ຈຳພັນສາຖ້ວນໄຕມາດຫລື ຄົບ 3 ເດືອນ ຈະໄດ້ຮັບອານິສົງ. ການຍົກເວັ້ນພະວິໄນ5ຂໍ້ຄື: 1. ເດີນ ທາງອອກຈາກວັດໂດຍທີ່ບໍ່ຕ້ອງ ຂໍອະນຸຍາດເຈົ້າອະທິການວັດ ຫລື ພະສົງອົງອື່ນ; 2. ເດີນທາງໄປຄ້າງ ບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນ ຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະ ໄດ້; 4.ເກັບອະຕິເຣກະຈີວອນ ໄດ້ ຕາມຄວາມປາຖະນາ;5. ເກັບຮັກສາ ຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ ໂດຍບໍ່ຕ້ອງສະລະເຂົ້າກອງກາງ. ຕະຫລອດເວລາ 3 ເດືອນ ພະ ສົງສາມະເນນ ແລະ ຊາວພຸດທັງ ຫລາຍ ຈະເປັນເວລາສ້າງບຸນກຸສົນ ບຳເພັງບາຣະມີທານ ສິນ ພາວະນາ ພິຈາລະນາໄຕຣສິກຂານ້ອຍໃຫຍ່ ໃຫ້ບໍລິບູນ ທັງພາກທິດສະດີ ແລະ ພາກປະຕິບັດຂັດເກົາ ເພິ່ມບຸນກຸສົນ ອະຣິຍະສຳມາປະຕິບັດ ເພື່ອປະ ໂຫຍດຕົນ ແລະ ປະໂຫຍດຜູ້ອື່ນ. ພາບປະກອບ ພາບປະກອບ ພາບປະກອບ * ການຕໍ່າຫູກທໍ່ໄໝ, ປູກມອນລ້ຽງ ມ້ອນແມ່ນໄດ້ສືບທອດກັນມາຈາກ ບັນພະບູລຸດເຖິງຮຸ່ນຄົນໃນປັດຈຸບັນ, ຫັດຖະກຳຕໍ່າຫູກທໍ່ໄໝໄດ້ກາຍເປັນ ອາຊີບຫລັກຂອງເອື້ອຍນ້ອງແມ່ຍິງໃນ ຫລາຍໆຄອບຄົວ ສາມາດສ້າງລາຍ ຮັບ ແລະ ສາມາດຍົກລະດັບຊີວິດການ ເປັນຢູ່ຂອງຫລາຍຄອບຄົວໃຫ້ດີຂຶ້ນ. ນອກຈາກນີ້, ຜ້າໄໝມ້ອນຍັງໄດ້ສ້າງ ຊື່ສຽງຢູ່ເວທີທັງພາຍໃນ ແລະ ຕ່າງປະ ເທດ ໄດ້ຮັບລາງວັນຫລາຍຄັ້ງ ເຊິ່ງໄດ້ ກາຍເປັນສິ່ງທີ່ໜ້າເອກອ້າງທະນົງໃຈ ແລະ ພາກພູມໃຈຂອງປະຊາຊົນຊາວ ແຂວງຫົວພັນ ແລະ ອາດເວົ້າໄດ້ວ່າ ແຂວງຫົວພັນ ເປັນຕົ້ນກຳເນີດຫັດຖະ ກຳໄໝມ້ອນ ເພື່ອແນໃສ່ການອະນຸລັກ, ສົ່ງເສີມ ແລະ ປົກປັກຮັກສາສີໄມ້ລາຍ ມືອັນປານີດ, ການຈົກລວດລາຍດອກ ດວງອັນງົດງາມລົງໃນພື້ນຜ້າແພໄໝ ມ້ອນແລະຍັງເປັນການອະນຸລັກວັດທະ ນາທຳການນຸ່ງຖື ຂອງເອື້ອຍນ້ອງແມ່ ຍິງຊາວແຂວງຫົວພັນ, ພ້ອມນັ້ນຍັງ ເປັນການສ້າງວຽກເຮັດງານທຳໃຫ້ ເອື້ອຍນ້ອງແມ່ຍິງມີລາຍຮັບສູ່ຄອບ ຄົວຕື່ມອີກ. ທ່ານນາງ ລິນແສງ ກົງປາລີ ອາຍຸ 44 ປີ ອາຊີບຄ້າຂາຍ ຢູ່ບ້ານນາ ທົ່ງຈອງ ເມືອງຊໍາເໜືອ ແຂວງຫົວພັນ ແມ່ນໜຶ່ງໃນຜູ້ປະກອບການຄ້າຂາຍ ຜ້າໄໝມ້ອນ ໄດ້ເລົ່າສູ່ຟັງວ່າ: ແຕ່ກ່ອນ ຕົນເອງລິເລີ່ມການຄ້າຂາຍເລັກໆ ນ້ອຍໆແລະຮອດປີ2002ໄດ້ເປີດການ ບໍລິການເສີມສວຍ ແລະ ຂາຍເຄື່ອງ ຍ່ອຍ ປະເພດເຄື່ອງນຸ່ງ, ເກີບ, ກະເປົາ, ຢູ່ໃນຕະຫລາດຊໍາເໜືອ, ພໍມາຮອດປີ 2019-2020 ໄດ້ມີຄວາມຄິດຢາກ ເຮັດກິດຈະກຳຕໍ່າຫູກທໍ່ໄໝ, ເພາະວ່າ ຕົນເອງກໍ່ຮັກມັກດ້ານນີ້ມາແຕ່ຕອນ ຍັງນ້ອຍເລີຍຕັດສິນໃຈເຮັດອາຊີບດັ່ງ ກ່າວນີ້ຂຶ້ນ ໂດຍມີຕົ້ນທຶນຈຳນວນໜຶ່ງ ຂອງຄອບຄົວຫາມາໄດ້ຈາກການອົດ ອອມ, ເກັບທ້ອນ, ຈາກການຄ້າຂາຍ ໃນໄລຍະຜ່ານມາ; ເບື້ອງຕົ້ນແມ່ນໄດ້ ປ່ອຍຫູກໃຫ້ເອື້ອຍນ້ອງແມ່ຍິງຢູ່ບ້ານ ງິ້ວ ເມືອງຊຳເໜືອ ແຂວງຫົວພັນ ຕ່ຳ 15 ກີ່ ໂດຍໃຊ້ທຶນປະມານ 60 ລ້ານ ກີບ, ຜ່ານການທົດລອງໃນໄລຍະ 2 - 3 ເດືອນ ເຫັນວ່າກິດຈະການດັ່ງກ່າວ ດໍາເນີນໄປໄດ້ດີຈຶ່ງຂະຫຍາຍກີ້ອອກ ຕື່ມ ເພາະສິ້ນທີ່ຕໍ່າໄດ້ມານັ້ນ ແຕ່ລະ ຜືນລ້ວນແຕ່ມີຄວາມໂດດເດັ່ນ, ການ ຕໍ່າກໍ່ແໜ້ນໜາດີ, ສີສັນ, ລວດລາຍກົມ ກືນ, ໃຜທີ່ເຫັນກໍຍ້ອງວ່າງາມຫລາຍ, ຊ່າງອອກແບບ, ຊ່າງປະກອບສີ, ສິ້ນ ໄໝ, ສິ້ນມີ່ ມີຄວາມໂດດເດັ່ນງົດງາມ, ດ້ວຍແຮງບັນດານໃຈດັ່ງກ່າວນີ້, ຈຶ່ງເຮັດໃຫ້ຕົນເອງຂະຫຍາຍກີ້ຕໍ່າ ຫູກອອກໄປສູ່ເຂດບ້ານຫົວຊຽງ, ເຂດ 4 ບ້ານເມືອງແວ່ນ ແລະ ບ້ານອ້ອມ ຂ້າງເທສະບານຕົວເມືອງຊຳເໜືອ. ມາຮອດຕົ້ນປີ 2021 ໄດ້ຂະຫຍາຍ ການຕໍ່າຫູກອອກໄປບັນດາເມືອງເຊັ່ນ: ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງ ສົບເບົາ, ເມືອງວຽງໄຊ ແລະ ເມືອງ ກັວນ. ມາຮອດປັດຈຸບັນມີກີ່ຕໍ່າຫູກ ສິ້ນທັງໝົດ 284 ກີ່, ກີ່ຕໍ່າແພບ່ຽງ 38 ກີ່, ໃນໜຶ່ງເດືອນສາມາດຜະລິດ ສິ້ນໄດ້ 200-250 ຜືນ, ໜຶ່ງຜືນຂາຍ ໃນລາຄາ 3 ລ້ານກີບ, ເຖິງ 15 ລ້ານ ກີບ (ຕໍ່ຊຸດ) ຕາມແຕ່ລະແບບ, ແຕ່ລະ ລາຍຂອງສິ້ນ; ຜ້າບ່ຽງໜຶ່ງເດືອນ ສາມາດຕໍ່າໄດ້ 60 ຜືນ ຂາຍໃນລາຄາ 2.800.000 -6.500.000 ກີບ/ຜືນ ຕາມແຕ່ລະແບບ, ແຕ່ລະລວດລາຍ ຂອງຜ້າ, ສະເພາະປີ 2024 ສາມາດ ສ້າງລາຍຮັບໄດ້ 3,7 ຕື້ກວ່າກີບ. ເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວດີ ຂຶ້ນຢ່າງຕໍ່ເນື່ອງ ແລະ ສາມາດຊື້ດິນໄດ້ 4 ຕອນ, ມີເຮືອນຢູ່ຖາວອນ 1 ຫລັງ, ມີລົດໃຫຍ່ 2 ຄັນ, ລົດຈັກ 2 ຄັນ, ມີເງິນ ອຸດໜູນສົ່ງລູກໄດ້ສຶກສາຮໍ່າຮຽນ,ມີ ເງິນໃຊ້ຈ່າຍເຂົ້າໃນວຽກງານອັນຈຳ ເປັນ, ສາມາດແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ ນັບມື້ດີຂຶ້ນ ແລະ ເປັນ ຄອບຄົວທີ່ຫລຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ. ທ່ານ ນາງ ລິນແສງ ກົງປາລີ ໄດ້ ກ່າວຕື່ມອີກວ່າ: ໃນຕໍ່ໜ້າຈະສືບຕໍ່ຂະ ຫຍາຍກິດຈະການຕໍ່າຫູກນີ້ໃຫ້ກວ້າງ ຂວາງອອກຕື່ມເປັນຕົ້ນແມ່ນການຕໍ່າ ສິ້ນໄໝມ້ອນ, ຕໍ່າແພໄໝມ້ອນ, ຕ່ຳ ຜ້າບ່ຽງ, ຕໍ່າຜ້າຂັນເຊີ້ງ, ຮັກສາມາດ ຕະຖານເຂົ້າໃນການຜະລິດໃຫ້ໄດ້ ຄຸນນະພາບ ເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງລູກ ຄ້າ ແລະ ສັງຄົມ, ຈະຕັ້ງເຮືອນວາງສະ ແດງ ແລະ ຂາຍສິນຄ້າ, ໃຫ້ແຂກເຂົ້າ ມາທ່ຽວຊົມ, ອຸດໜູນ ໄດ້ສະດວກສະ ບາຍໃນການເລືອກເບິ່ງ, ເລືອກຊື້. ໃນ ປັດຈຸບັນສິ້ນ ແລະ ແພບ່ຽງທີ່ຕໍ່າໄດ້ ແມ່ນໄດ້ຂາຍຢູ່ເຮືອນທີ່ບ້ານນາທົ່ງ ຈອງ ເມືອງຊຳເໜືອ ແຂວງຫົວພັນ. ການຂາຍແມ່ນ ຂາຍຍົກ, ຂາຍຍ່ອຍ ໃຫ້ແມ່ຄ້າ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ; ໃນນັ້ນຍັງມີຂາຍ ຕາມອອນລາຍ ເຊັ່ນ ໂພດຂາຍຕາມ ເຟດບຸກ, ວອັດແອັບ ໂດຍການຝາກ ຂົນສົ່ງສາຂາຕ່າງໆ.
RkJQdWJsaXNoZXIy MTc3MTYxMQ==