7061

01/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ສະມາຄົມນັກທຸລະກິດ ໄຕ້ຫວັນ ປະຈຳ ສປປ ລາວ ແລະ ທະນາຄານເຄເທຢູ່ໄນເຕັດ ຈາກ ໄຕ້ຫວັນ ປະຈຳລາວ ໄດ້ມອບອຸປະ ກອນເດັບເພີງ, ເຄື່ອງອຸປະໂພກບໍລິໂພກ ແລະ ອຸປະກອນການແພດ ໃຫ້ສະມາຄົມອາສາກູ້ໄພ ນະຄອນ ຫລວງວຽງຈັນ 1624 ລວມມູນ ຄ່າ 120 ລ້ານກີບ ໃນວັນທີ 27 ມິຖຸນາ 2025 ຢູ່ນະຄອນຫລວງ ວຽງຈັນ, ຕາງໜ້າມອບໂດຍທ່ານ ນາງ ສືຫຸ້ຍ ປະທານສະມາຄົມນັກ ທຸລະກິດໄຕ້ຫວັນ ແລະ ທ່ານ ໄທ ຕູເຫິງ ຫົວໜ້າທະນາຄານຄາເທ ຢູໄນເຕັດ ໄຕ້ຫວັນ ປະຈຳລາວ, ຕາງໜ້າຮັບໂດຍທ່ານ ລຳເງິນ ວົງພະຈັນ ປະທານສະມາຄົມອາ ສາກູ້ໄພນະຄອນຫລວງວຽງຈັນ 1624, ທ່ານ ນາງ ວົງຈັນ ບົວແພງ ປະທານກວດກາສະມາຄົມອາສາກູ້ ໄພນະຄອນຫລວງວຽງຈັນ 1624 ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ການຊ່ວຍເຫລືອຄັ້ງນີ້, ທະນາ ຄານຄາເທຢູໄນເຕັດ ຈາກໄຕ້ຫວັນ ປະຈຳລາວ ໄດ້ຊ່ວຍເຫລືອສ້ອມ ແປງລົດກູ້ໄພ ແລະ ມອບເຄື່ອງ ອຸປະໂພກເປັນປະເພດເສື້ອຜ້າ, ອຸ ປະກອນການແພດລວມມູນຄ່າ 70 ລ້ານກີບ. ສ່ວນສະມາຄົມນັກທຸລະ ກິດໄຕ້ຫວັນ ປະຈຳລາວ ໄດ້ມອບ ອຸປະກອນສາຍດັບເພີງ, ເຄື່ອງນຸ່ງ ເດັກນ້ອຍ-ຜູ້ໃຫຍ່, ອຸປະກອນການ ແພດ ແລະ ອາຫານສຳເລັດຮູບ ລວມມູນຄ່າ 50 ລ້ານກີບ ໂດຍ ສອງພາກສ່ວນດັ່ງກ່າວ ມີຄວາມ ຍິນດີ ແລະ ພ້ອມໃຫ້ການສະໜັບ ໜູນຊ່ວຍເຫລືອສະມາຄົມອາສາກູ້ ໄພນະຄອນຫລວງວຽງຈັນ 1624 ເພື່ອເປັນຂົວຕໍ່ໃນການລົງພື້ນທີ່ ຊ່ວຍເຫລືອປະຊາຊົນ ໂດຍສະເພາະ ແມ່ນການຊ່ວຍເຫລືອສຸກເສີນຜູ້ທີ່ ເກີດອຸບັດເຫດຕາມທ້ອງຖະໜົນ ແລະ ກໍລະນີອື່ນໆ. ໂອກາດນີ້, ທ່ານ ນາງ ວົງຈັນ ບົວແພງ ໄດ້ສະແດງຄວາມຂອບ ໃຈມາຍັງສະມາຄົມນັກທຸລະກິດ ໄຕ້ຫວັນ ປະຈຳ ສປປ ລາວ ແລະ ທະນາຄານເຄເທຢູ່ໄນເຕັດ ຈາກ ໄຕ້ຫວັນ ປະຈຳລາວ ທີ່ເຫັນໄດ້ ຄວາມສໍາຄັນໃນການ ເຄື່ອນໄຫວ ຊ່ວຍເຫລືອປະຊາຊົນຂອງສະມາ ຄົມອາສາກູ້ໄພນະຄອນຫລວງ ວຽງຈັນ 1624 ແລະ ໃຫ້ການ ຊ່ວຍເຫລືອດັ່ງກ່າວ, ພ້ອມທັງສະ ແດງຄວາມຢືນຢັນວ່າຈະນຳເອົາ ເຄື່ອງທີ່ໄດ້ຮັບຄັ້ງນີ້ ໄປຊ່ວຍເຫລືອ ປະຊາຊົນຜູ້ທີ່ຕ້ອງການທີ່ຈໍາ ເປັນ ແລະ ຈະນຳໃຊ້ໃຫ້ເກີດຜົນປະ ໂຫຍດສູງສຸດແກ່ສະມາຄົມ ແລະ ສັງຄົມ. ພາບ: ອ່າຍຄໍາ ເສັ້ນທາງລົດໄຟ ລາວ-ຈີນ...ັ້ົີ ການເດີນທາງໄປຫລວງພະບາງ ຂອງນັກທ່ອງທ່ຽວສັ້ນລົງ, ປະຢັດ ເວລາ ແລະ ສະດວກສະບາຍຂຶ້ນ, ເຮັດຜູ້ຊົມໃຊ້ທາງລົດໄຟ ລາວ-ຈີນ ກໍຄື ພໍ່ແມ່ປະຊາຊົນລວມທັງນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເພີ່ມຂຶ້ນ. ສໍາລັບສະຖານີ ຫລວງພະບາງ ຖືວ່າເປັນສະຖານີ ໃຫຍ່ອັນດັບ 2 ຖັດຈາກສະຖານີ lt,k7q ,vklkd6h wr ot7vos];';P'9a o 1624 wfh Ia [g7nj v'-j ;pgs]n v ກອງປະຊຸມວິສາມັນ...ຸິັ ສໍາເລັດຝຶກອົບຮົມ...ໍັຶົົ ໂຮງງານຜະລິດນ້ຳດື່ມ...ິ້ື່ ຂປລ. ປັດຈຸບັນພັກ, ລັດຖະບານ ກໍຄື ຄະນະນຳແຂວງສະຫວັນນະ ເຂດ, ໄດ້ເອົາໃຈໃສ່ສະໜັບສະໜູນ, ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ສາມາດຜະລິດເປັນ ສິນຄ້າທີ່ມີຄຸນນະພາບແນໃສ່ຕອບ ສະໜອງຄວາມຕ້ອງການພາຍໃນ ຫລຸດຜ່ອນການນຳເຂົ້າ. ໃນນັ້ນ ໂຮງງານຜະລິດນ້ຳດື່ມ ແລະ ນ້ຳ ກ້ອນໂລມາຄຳ ເປັນໜຶ່ງໂຮງງານ ທີ່ໄດ້ປະຕິບັດຕາມການນຳພາຊີ້ນຳຂອງພັກ, ລັດຖະບານ ກໍຄື ຄະນະພັກ, ຄະນະນຳຂອງແຂວງ ບໍລິຫານງານ ສຊປລ, ມີບັນດາ ຄະນະເລຂາທິການ, ຄະນະບໍລິຫານ ງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນດາ ແຂວງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມ ກັນລົງເລິກເປັນວາລະພິເສດມີ ຫລາຍເນື້ອໃນສໍາຄັນພ້ອມກັນສຸມ ໃສ່ຄົ້ນຄວ້າປະກອບຄໍາຄິດຄຳເຫັນ ແລະ ຕົກລົງເປັນເອກະພາບກັນ ບາງບັນຫາເນື້ອໃນທີ່ສຳຄັນ ໂດຍ ສະເພາະບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານຂອງຄະ ນະບໍລິຫານງານ ສຊປລ ສະໄໝທີ VIII ໃນໄລຍະຜ່ານມາ ແລະ ທິດ ທາງແຜນການໃນຕໍ່ໜ້າ; ໃນກອງ ປະຊຸມບັນດາຜູ້ແທນຍັງໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ສຸມສະຕິ ປັນຍາຂອງຕົນເຂົ້າໃນການຄົ້ນ ຄວ້າປະກອບຄໍາຄິດຄໍາເຫັນຕໍ່ກອງ ປະຊຸມຢ່າງກົງໄປກົງມາ ແລະ ເຫັນ ໄດ້ຄວາມໝາຍຄວາມສຳຄັນຕໍ່ຊີວິດ ການເມືອງຂອງຊາວໜຸ່ມ ເພື່ອສືບ ຕໍ່ຊີ້ນຳການເຄື່ອນໄຫວວຽກງານ ຂອງຊາວໜຸ່ມ-ເຍົາວະຊົນໃນຕໍ່ ໜ້າ, ຜູ້ແທນກອງປະຊຸມໄດ້ພ້ອມ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຝຶກ ອົບຮົມຄັ້ງນີ້, ມີຄວາມໝາຍສໍາຄັນ ຫລາຍເພື່ອນໍາໃຊ້ເຂົ້າໃນວຽກງານ ວິຊາສະເພາະເນື່ອງຈາກໃນຍຸກ ປັດຈຸບັນສັງຄົມຫັນມາບໍລິໂພກຂໍ້ມູນ ຂ່າວສານຜ່ານສື່ອອນລາຍຫລາຍ ຂຶ້ນເຮັດໃຫ້ສື່ມວນຊົນມີຄວາມຈໍາ ເປັນຕ້ອງປັບປຸງຕົນເອງໃຫ້ແທດ ເໝາະກັບການພັດທະນາ ແລະ ການຂະຫຍາຍຕົວຂອງສື່ຕ່າງໆ ໂດຍສະເພາະເພື່ອຮອງຮັບໃຫ້ແກ່ ການຫັນເຂົ້າສູ່ລະບົບດີຈິຕອນໃນຕໍ່ ຜະລິດນໍ້າດື່ມທີ່ເປັນຜະລິດຕະພັນ ລາວສະໜອງພາຍໃນປະເທດ ກໍຄື ພາຍໃນແຂວງສະຫວັນນະເຂດ ໄດ້ ຢ່າງພຽງພໍ ແລະ ມີຄຸນນະພາບ, ທັງປະກອບສ່ວນສ້າງວຽກເຮັດ ງານທຳ-ແກ້ໄຂຄວາມທຸກຍາກໃຫ້ ປະຊາຊົນພາຍໃນແຂວງໄດ້ມີຊີວິດ ການເປັນຢູ່ທີ່ດີຂຶ້ນ. ທ່ານ ເກຍ ອູ໊ສິດທິເດດ ເຈົ້າ ຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ (ທັງເປັນວິລະ ຊົນແຮງງານ) ໄດ້ນຳສະເໜີບົດ ໃນຫົວຂໍ້ໃຫ້ຄວາມສຳຄັນຕໍ່ຜູ້ອອກ ແຮງງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ສະຫະພັນກຳມະບານແຂວງສະ ຫວັນນະເຂດ ຄັ້ງທີ IX ເມື່ອບໍ່ດົນ ມານີ້ວ່າ: ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ປັດຈຸບັນ ມີພະນັກງານທັງໝົດ 186 ຄົນ ຍິງ 110 ຄົນ ໃນນັ້ນ, ເປັນຄົນລາວ ທັງໝົດ, ໂດຍໄດ້ນຳໃຊ້ເຕັກນິກທີ່ ທັນສະໄໝເຂົ້າໃນການຜະລິດໃຫ້ມີ ຄຸນນະພາບ, ໄດ້ມາດຕະຖານ. ນອກ ຈາກນີ້, ໂຮງງານຍັງໃຫ້ຄວາມສຳ ຄັນຕໍ່ຜູ້ອອກແຮງງານ ໂດຍເນັ້ນ ສ້າງສີມືແຮງງານຕົວຈິງກັບທີ່, ຍົກ ລະດັບພະນັກງານກຳມະກອນ ໃຫ້ ກາຍເປັນຜູ້ຊຳນານເນັ້ນໃສ່ຜູ້ໜຶ່ງ ຕ້ອງຮູ້ຫລາຍໜ້າວຽກ, ສາມາດ ເຮັດແທນກັນໄດ້ຫລີກເວັ້ນການ ໃຊ້ແຮງງານແບບເຫລືອບໍ່ພໍ, ຜູ້ໃດ ມີຄວາມສາມາດເປັນເຈົ້າການ ເປັນແບບຢ່າງໄດ້ຕ້ອງໄດ້ເລື່ອນ ຕຳແໜ່ງຮັບຜິດຊອບສູງຂຶ້ນພ້ອມ ປະຕິບັດນະໂຍບາຍຕາມຄວາມ ເໝາະສົມ. ສຳລັບເງິນເດືອນພື້ນຖານແມ່ນ ມີເງິນແຮງງານລາຍຮັບຕໍ່າສຸດ 3,5 ລ້ານກີບຕໍ່ຄົນຕໍ່ເດືອນຂຶ້ນໄປ ເບີກຈ່າຍເງິນແຮງງານ ແລະ ເງິນ ເດືອນ 3 ຄັ້ງຕໍ່ເດືອນ. ນອກນີ້, ຍັງ ມີກອງທຶນນະໂຍບາຍຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວລາເຈັບເປັນ ຫລື ເສຍຊີວິດ, ເອົາໃຈໃສ່ປະຕິບັດ ນະໂຍບາຍຕ່າງໆ ເຊັ່ນ: ພັກເກີດລູກ ທາງໂຮງງານໃຫ້ພັກຕາມລະບຽບ ຂອງກອງທຶນປະກັນສັງຄົມ, ແລ້ວ ຍັງຈ່າຍເງິນອຸດໜູນເພີ່ມຕື່ມໃຫ້ ອີກ 1-2 ເດືອນຂອງເງິນເດືອນ ພື້ນຖານຜູ້ກ່ຽວ, ໃຫ້ກວດສຸຂະພາບ ປະຈຳປີ, ໃນເວລາປະຕິບັດໜ້າທີ່ ຖ້າເກີດອຸບັດເຫດ, ເຈັບເປັນ ຫລື ເສຍຊີວິດໃນໜ້າທີ່, ທາງໂຮງງານ ກໍໄດ້ຮັບຜິດຊອບຄ່າປິ່ນປົວຄ່າ ໃຊ້ຈ່າຍໃຫ້ທັງໝົດ, ຖ້າເຈັບເປັນ ພະຍາດຂອງຜູ້ກ່ຽວປິ່ນປົວຍາວ ນານ ໂຮງງານກໍຈ່າຍເງິນເດືອນ ພື້ນຖານໃຫ້ 1-6 ເດືອນ ເພື່ອການ ປິ່ນປົວ, ພະນັກງານ, ກຳມະກອນ ມີສິດພັກໄດ້ 4 ວັນຕໍ່ເດືອນ (ພັກ ວັນໃດກໍໄດ້ຕາມຄວາມສະໝັກ ໃຈ) ແລະ ວັນພັກທາງລັດຖະການ ອື່ນໆຖ້າວ່າພະນັກງານ, ກຳມະ ກອນມີຄວາມສະໝັກໃຈມາເຮັດ ວຽກໃນມື້ພັກດັ່ງກ່າວ ທາງໂຮງ ງານກໍໄດ້ຈ່າຍເງິນລ່ວງເວລາ ໃຫ້ຕາມທີ່ໄດ້ກຳນົດໄວ້ໃນກົດລະ ບຽບຂອງໂຮງງານ ຈຶ່ງເຮັດໃຫ້ ພະນັກງານ, ກຳມະກອນມີຄວາມ ເພິ່ງພໍໃຈ, ເຮັດວຽກຮ່ວມກັນມີ ຄວາມສາມັກຄີ, ເປັນປຶກແຜ່ນ ແລະ ສະຫງົບ (ຜ່ານມາມີຜູ້ອອກແຮງ ງານຫລາຍສິບຄົນທີ່ເຄີຍເຮັດວຽກ ຢູ່ຕ່າງປະເທດເຂົ້າມາເຮັດວຽກຢູ່ ໂຮງງານແຫ່ງນີ້ ແລ້ວຂໍຢູ່ເລີຍ). ໂຮງງານຜະລິດນ້ຳດື່ມແລະ ນ້ຳ ກ້ອນໂລມາຄຳ ເປັນໂຮງງານແຫ່ງ ທຳອິດໃນ ສປປ ລາວ ທີ່ໄດ້ຮັບການ ຢັ້ງຢືນຮັບຮອງຂະບວນການຜະລິດ ທີ່ດີ, ມີຄຸນນະພາບ ຈາກອົງການ ມາດຕະຖານສາກົນ ISO 22000 ວ່າດ້ວຍລະບົບການຈັດການຄວາມ ປອດໄພອາຫານ ແລະ ນໍ້າດື່ມ ແຕ່ ປີ 2014 ຈົນຮອດປັດຈຸບັນ, ເຊິ່ງ ໂຮງງານມີຂະບວນການຜະລິດຄົບ ວົງຈອນ, ມີຄວາມສາມາດຜະລິດ ນໍ້າດື່ມໄດ້ 750.000 ລິດຕໍ່ວັນ, ຜະລິດນໍ້າກ້ອນຫລອດ-ນໍ້າກ້ອນ ແທ່ງ ໄດ້ 3 ຮ້ອຍໂຕນຕໍ່ວັນ. ພ້ອມ ນີ້, ຍັງໄດ້ຮັບໃບຢັ້ງຢືນມາດຕະຖານ ແຫ່ງຊາດ, ທະບຽນຈາກອົງການ ອາຫານ ແລະ ຢາ, ໄດ້ຈົດທະບຽນ ຊັບສິນທາງປັນຍາ, ຈຶ່ງເຮັດໃຫ້ ໂຮງງານແຫ່ງນີ້ ສາມາດຜະລິດ ເປັນສິນຄ້າຕາມນະໂຍບາຍຂອງ ພັກ-ລັດວາງອອກ; ຍັງໄດ້ເປັນ ໂຮງງານຕົວແບບຂອງແຂວງສະ ຫວັນນະເຂດ 2 ສະໄໝ. ຂ່າວ: ກິດຕາ ກັນຄົ້ນຄວ້າ, ປຶກສາຫາລືບັນຫາ ຕ່າງໆ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ຮັບຮອງເອົາເອ ກະສານສໍາຄັນຕ່າງໆດັ່ງນີ້: ກອງ ປະຊຸມໄດ້ຮັບຟັງການລາຍງານ ຄວາມພ້ອມການກະກຽມກອງ ປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວ ປະເທດ ຄັ້ງທີ IX; ຄົ້ນຄວ້າຮ່າງ ລາຍງານການເມືອງກອງປະຊຸມ ໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງ ທີ IX; ຄົ້ນຄວ້າຮ່າງແຜນພັດທະນາ ຊາວໜຸຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ III (2026-2030); ຮັບຮອງເອົາບົດ ສໍາຫລວດການນໍາພາລວມຂອງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະໄໝທີ VIII; ທົບທວນບາງພາກ ໃນກົດລະບຽບຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ສະໄໝ ທີ VI I I; ທົບທວນບາງພາກໃນ ກົດລະບຽບການຈັດຕັ້ງເຍົາວະຊົນ ທັນວາ. ໂອກາດນີ້, ທ່ານປະທານກອງ ປະຊຸມຍັງໄດ້ຮຽກຮ້ອງມາຍັງຄະ ນະຊາວໜຸ່ມທຸກຂັ້ນ, ພະນັກງານ ສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມເຍົາວະຊົນລາວບັນດາເຜົ່າໃນ ຂອບເຂດທົ່ວປະເທດ ຈົ່ງເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ທາງດ້ານແນວຄິດ, ອຸດົມການ, ຍົກ ສູງນໍ້າໃຈຮັກຊາດ, ຮັກບ້ານເກີດ ເມືອງນອນ, ຮັກສາວັດທະນະທຳ ອັນດີງາມຂອງຊາດ, ຂອງເຜົ່າ, ຮັກສາສິ່ງແວດລ້ອມ, ມີສະຕິເປັນ ເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເດັດດ່ຽວຈັດຕັ້ງ ປະຕິບັດນະໂຍບາຍປ່ຽນແປງໃໝ່ ຢ່າງມີຫລັກການຂອງພັກ ໃຫ້ສໍາ ເລັດ, ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໃຫ້ ປະກົດຜົນເປັນຈິງ. ພ້ອມກັນສ້າງ ຂະບວນການຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງຊາດ, ຂອງພັກ ແລະ ວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ, ກະກຽມຄວາມພ້ອມຮອບ ດ້ານໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃຫ້ ສໍາເລັດຜົນຕາມລະດັບຄາດໝາຍ ແລະ ແຜນການທີ່ວາງໄວ້. ຂ່າວ-ພາບ: ຄຳສິງ ວິໄລຄຳ ນະຄອນຫລວງວຽງຈັນ, ເປັນການ ອອກແບບທີ່ເປັນເອກະລັກສະເພາະ ແລະ ມີສິ່ງອໍານວຍຄວາມສະດວກ ທີ່ເປັນພື້ນຖານແກ່ຜູ້ຊົມໃຊ້ເຊັ່ນ: ບ່ອນພັກເຊົາ, ບ່ອນຂຶ້ນລົດໄຟ, ຮ້ານ ຄ້າ, ຫ້ອງນໍ້າ, ຫ້ອງຮັບຕ້ອນ, ຫ້ອງ ຮັບແຂກວີໄອພີ ເພື່ອອໍານວຍຄວາມ ສະດວກຜູ້ມາໃຊ້ບໍລິການ. ທ່ານ ອານົງເດດ ເພັດໄກສອນ ຍັງໃຫ້ຮູ້ຕື່ມວ່າ: ການສ້າງວຽກເຮັດ ງານທໍາຕໍ່ກັບທ້ອງຖິ່ນຕະຫລອດ ເສັ້ນທາງລົດໄຟ ລາວ-ຈີນ ເປັນນະ ໂຍບາຍໜຶ່ງທີ່ເປັນບຸລິມະສິດເພື່ອ ໃຫ້ທ້ອງຖິ່ນໄດ້ຮັບຜົນປະໂຫຍດ ເປັນຕົ້ນສ້າງວຽກເຮັດງານທໍາຢູ່ ພາຍໃນສະຖານີກໍຮັບເອົາຄົນທ້ອງ ຖິ່ນເຂົ້າມາເຮັດວຽກ ເຊິ່ງແຂວງ ຫລວງພະບາງ ເປັນແຂວງທີ່ນັກ ທ່ອງທ່ຽວມາທ່ຽວຫລາຍ. ສະນັ້ນ, ການບໍລິການຂອງຜູ້ປະກອບການ ຂະໜາດນ້ອຍແລະ ກາງທີ່ໄດ້ມີການ ຊື້-ຂາຍສິນຄ້າກໍເພີ່ມຂຶ້ນກໍຖືວ່າໄດ້ ຜົນປະໂຫຍດຫລາຍຕໍ່ເສດຖະກິດ ທ້ອງຖິ່ນ ແລະ ການເດີນທາງໄປມາ ຂອງພໍ່ແມ່ປະຊາຊົນລະຫວ່າງແຂວງ ຕໍ່ແຂວງກໍມີຄວາມສະດວກສະບາຍ. ຂ່າວ-ພາບ: ວີລະວັນ ໜ້າ ແລະ ສາມາດນໍາເອົາຄວາມຮູ້ ທີ່ຮຽນມາໄປໝູນໃຊ້ໃນວຽກງານ ຕົວຈິງ, ພ້ອມທັງນໍາໄປເຜີຍແຜ່ໃຫ້ ບົດຮຽນໃຫ້ແກ່ເພື່ອນຮ່ວມງານ ພາຍໃນສໍານັກງານດ້ວຍກັນ. ນອກຈາກນັ້ນ, ສຳມະນາກອນ ຍັງໄດ້ໄປລົງທັດສະນະສຶກສາຕົວ ຈິງໃນຫົວຂໍ້: ການທ່ອງທ່ຽວສີຂຽວ ຢູ່ວັງວຽງ ແຂວງວຽງຈັນ ເພື່ອໄປ ເກັບກຳຂໍ້ມູນມາຜະລິດເປັນຄລິບວິດີ ໂອເລື່ອງສັ້ນອອກສື່ຕ່າງໆ ເຊັ່ນ: ເຟສ ບຸກ, ຢູທູບ ຫລື ເວັບໄຊ ທີ່ສຳມະນາ ກອນສັງກັດຢູ່ ແລະ ສົ່ງໄປເຂົ້າຮ່ວມ ແຂ່ງຂັນ ໂດຍຈະມີລາງວັນທີ 1 ທີ 2 ແລະ ທີ 3 ແລະ ລາງວັນຊົມ ເຊີຍ. ບົດທີ່ຖືກຄັດເລືອກລາງວັນ ທີ 1 ຫາ ທີ 3 ເຈົ້າຂອງບົດຈະໄດ້ ໄປທັດສະນະຢູ່ ສສ ຫວຽດນາມ ໃນທ້າຍປີ 2025 ຫລື ຕົ້ນປີໜ້າ ເຊິ່ງປີທີ່ຜ່ານມາເຈົ້າຂອງບົດທີ່ໄດ້ ຮັບລາງວັນແມ່ນໄດ້ໄປທັດສະນະ ສຶກສາຢູ່ປະເທດໄທ. ໂຄງການ ແກມຊິວ ໄດ້ເນັ້ນໜັກ ການສ້າງຄວາມຮ່ວມມືລະຫວ່າງ ສື່ມວນຊົນ, ອົງການຈັດຕັ້ງທາງ ສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາ ແບບຍືນຍົງໃນ ສປປ ລາວ. ການ ຝຶກອົບຮົມຄັ້ງນີ້, ຍັງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມໃນການ ສ້າງສື່ມວນຊົນໃຫ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມ ອີກດ້ວຍ. ຂ່າວ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==