7061

xtgmf]k; 3 01/07/2025 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ : ແດງສະຫວັດ ແສນພານິດັ ດິ ດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ rk]t[q f[kf0v' de,kmy dko ;Pd'kolt,k-y dltrkcsj '-kf ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 42 xu csj 'dkodegou fg8u [.spj 0tspkp8q ;0v' dv'ra o.spj 641 * ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງ ໃນໄລຍະໃໝ່ຂອງການ ປະຕິວັດ ກໍຄືການປັບປຸງກໍ່ສ້າງ ກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການ ຕາມການຕົກລົງ ຂອງ ກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະ ກາດສ້າງຕັ້ງຂອງ ສະຫາຍ ພົນຈັດ ຕະວາ ຈັນກໍ ພິມມະສອນ ອະດີດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ການສ້າງຕັ້ງກອງພັນ ໃຫຍ່ 641 ເປັນການສືບທອດພາ ລະກິດປະຕິວັດ ແລະ ມູນເຊື້ອການ ຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະ ຊົນ, ກອງພັນນ້ອຍ 602 ແລະ ກອງ ພັນນ້ອຍ 456 ທີ່ໄດ້ມີຜົນງານອັນ ໃຫຍ່ຫລວງໃນພາລະກິດ ປົດປ່ອຍ ຊາດໃນເມື່ອກ່ອນ, ກໍ່ຄືການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນປັດຈຸບັນ. ສະຫາຍ ພັນໂທ ອົດສາ ໄຊຍະ ເສນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ປ້ອງກັນອາກາດ 641 ໃຫ້ຮູ້ວ່າ: ການກຳເນີດເຕີບ ໃຫຍ່ຂະຫຍາຍຕົວຂອງກອງພັນ ໃຫຍ່ 641 ໄດ້ສືບທອດມູນເຊື້ອແຕ່ ໄລຍະການຕໍ່ສູ້ປົດປ່ອຍຊາດນັບແຕ່ ປີ 1962 ທີ່ມີຊື່ວ່າ ກອງພັນນ້ອຍ 601 ໄດ້ເຮັດໜ້າທີ່ສູ້ຮົບປະຈຳ ການຢູ່ເຂດທົ່ງໄຫຫີນ, ພູກູດຈອມ ເຫລັກ ແລະ ເຂດຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໄດ້ຍິງຍົນ RF 101 ຕົກຄາທີ່ 1 ລໍາ ດ້ວຍລູກປືນ 37-1 ມມ, 4 ລູກ ເປັນລໍາທໍາອິດຢູ່ ໃນປະເທດລາວ ແລະ ທົ່ວອິນດູຈີນ ຈາກຜົນງານດັ່ງກ່າວ ພັກ-ລັດຖະ ບານ ໄດ້ມອບນາມມະຍົດໃຫ້ແກ່ ກອງພັນນ້ອຍ 601 (ເປັນກອງພັນ ນ້ອຍ 601 ວິລະຊົນ), ກອງພັນ ນ້ອຍ 456 ເຮັດໜ້າທີ່ສູ້ຮົບປ້ອງ ກັນຜູ້ນຳຢູ່ທົ່ງນາໄກ ເມືອງວຽງໄຊ ແຂວງຫົວພັນ ບັ້ນຮົບທີ່ດຸເດືອດ, ໄດ້ ສູ້ຮົບ 3 ມື້ 3 ຄືນ ( ວັນທີ 4 ຫາ ວັນ 6 ເດືອນມິຖຸນາ ປີ 1965 ) ຈາກ ຜົນງານດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ ກອງ ຮ້ອຍ 27 ກອງພັນນ້ອຍ 456 (ເປັນກອງຮ້ອຍ 27 ວິລະຊົນ), ໃນ ໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ (ວັນທີ 3 ມັງກອນ 1977 ) ກອງຮ້ອຍ 04 ກອງພັນນ້ອຍ 601 ໄດ້ເຄື່ອນທັບ ເຂົ້າບຸກຕີພວກປະຕິການຂວາຈັດ ທີ່ ໃຊ້ກຳລັງເກາະຜິດຕາມຊາຍແດນ ແລະ ບຽດຢຶດເກາະ, ດອນຕາມ ແມ່ນໍ້າຂອງທີ່ຂຶ້ນກັບດິນຂອງລາວ ເຮົາຢ່າງບັງອາດເປີດແປນ ເຊິ່ງ ກົມກອງສາມາດຍາດໄດ້ໄຊຊະນະ ຢ່າງຈົບງາມ. ການສ້າງຕັ້ງ ກອງພັນໃຫຍ່ 641 ເປັນເຫດການ, ການເມືອງ ທີ່ມີຄວາມໝາຍສໍາຄັນໃນປະຫວັດ ສາດຂອງຊາດ ແລະ ຂອງກອງທັບ ເຮົາ ທີ່ສະແດງໃຫ້ເຫັນເຖິງ ການ ເຕີບໃຫຍ່ຂະຫຍາຍຕົວ ຂອງເຫລົ່າ ຮົບປ້ອງກັນອາກາດ ແມ່ນການ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການ ຂອງປະເທດຊາດ ເພື່ອ ສ້າງກອງທັບ ໃຫ້ກາຍເປັນກຳລັງ ຫລັກແຫລ່ງໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ, ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊາດໄວ້ໃຫ້ໝັ້ນຄົງ, ນັບແຕ່ມື້ສ້າງ ຕັ້ງເປັນຕົ້ນມາ ໂດຍໄດ້ຮັບການຊີ້ ນໍາຈາກພັກ-ລັດ ໂດຍສະເພາະ ແມ່ນຄະນະພັກກະຊວງປ້ອງກັນ ປະເທດ, ຄະນະພັກ ຄະນະບັນຊາ, ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ແຕ່ລະຮຸ້ນ ໄດ້ເສີມຂະຫຍາຍ ທາດແທ້ ແລະ ຮັກສາມູນເຊື້ອປະຕິ ວັດ, ພ້ອມກັນສ້າງ ກອງພັນໃຫຍ່ 641 ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນດ້ວຍ ຜົນສໍາເລັດສູງສົ່ງ ເປັນກ້າວໆມາ. * ໃນບົດກ່ອນໜັງສືພິມປະເທດ ລາວໄດ້ນຳສະເໜີຜົນງານພົ້ນເດັ່ນ ຂອງກຳມາທິການວຽກງານສະມາ ຊິກສະພາແຫ່ງຊາດ ໃນໄລຍະຜ່ານ ມາ ເຊິ່ງມາໃນສະບັບນີ້ຈະນຳສະ ເໜີກ່ຽວກັບພາລະບົດບາດຂອງກຳ ມາທິການວຽກງານສະມາຊິກສະ ພາແຫ່ງຊາດ. ຕາມການໃຫ້ຮູ້ຂອງ ທ່ານ ວຽງແກ້ວ ວັນນະຈັກ ຮອງ ປະທານກຳມາທິການ ວຽກງານ ສະມາຊິກສະພາແຫ່ງຊາດ ເມື່ອບໍ່ ດົນມານີ້ ວ່າ: ພາລະບົດບາດ ຂອງ ກຳມາທິການ ວຽກງານສະມາຊິກ ສະພາແຫ່ງຊາດ ແມ່ນຄົ້ນຄວ້າ ການສ້າງ ແລະ ປັບປຸງກົງຈັກການ ຈັດຕັ້ງຂອງສະພາແຫ່ງຊາດ, ຄະ ນະປະຈຳ ແລະ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ; ຄົ້ນຄວ້າການບັນຈຸຊັບຊ້ອນ ສະມາ ຊິກສະພາແຫ່ງຊາດ ຢູ່ແຕ່ລະກຳ ມາທິການ; ຄຸ້ມຄອງວຽກງານສະ ມາຊິກສະພາແຫ່ງຊາດ ຄື ຂຶ້ນບັນຊີ ລາຍຊື່, ເກັບກໍາ, ຮັກສາຂໍ້ມູນ ແລະ ຊີວະປະຫວັດຂອງສະມາຊິກສະພາ ແຫ່ງຊາດ ໃນແຕ່ລະຊຸດ; ພ້ອມນັ້ນ ກໍໄດ້ຄົ້ນຄວ້າ, ເກັບກຳ, ສັງລວມ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ແລະ ການສິ້ນສຸດການ ເປັນສະມາຊິກສະພາແຫ່ງຊາດ; ເກັບກຳການເຂົ້າຮ່ວມກອງປະຊຸມ ສະພາແຫ່ງຊາດ ເຊັ່ນ: ການເຂົ້າ ຮ່ວມ, ຄົ້ນຄວ້າ ແລະ ກະກຽມເນື້ອ ໃນຕ່າງໆ ເພື່ອປະກອບຄຳເຫັນ, ຊັກຖາມ ແລະ ລົງຄະແນນສຽງໃນ ຄະນະປະຈຳສະພາແຫ່ງຊາດ; ການປະເມີນຜົນຂອງສະມາຊິກ ສະພາແຫ່ງຊາດ ຕໍ່ການປະຕິບັດ ໜ້າທີ່ ຂອງບຸກຄະລາກອນທີ່ສະພາ ແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງ ເອົາການແຕ່ງຕັ້ງ; ສ້າງ ແລະ ປັບ ປຸງ ມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ ກ່ຽວກັບການປະເມີນ ຜົນການປະຕິບັດໜ້າທີ່ ຂອງບຸກ ຄະ ລາກອນ ທີ່ສະພາແຫ່ງຊາດ ເລືອກ ຕັ້ງ ແລະ ຮັບຮອງເອົາການແຕ່ງ ຕັ້ງ; ກະກຽມບັນດາເອກະສານ ເຊັ່ນ: ສ້າງແຜນການ, ຮ່າງຄໍາແນະ ນໍາ, ແຈ້ງການ, ແບບຟອມ, ບົດລາຍ ງານ, ມະຕິຂອງ ກອງປະຊຸມສະພາ ແຫ່ງຊາດ ແລະ ອື່ນໆ; ເປັນເຈົ້າ ການ ຕິດຕາມ, ເກັບກໍາ, ສະຫລຸບສັງລວມ ແລະ ລາຍງານຕໍ່ຄະນະ ປະຈໍາສະພາແຫ່ງຊາດ. ສຳລັບການກະກຽມວຽກງານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງໂດຍຄົ້ນຄວ້າ ແລະ ກະກຽມບັນດາເອກະສານ ເບື້ອງຕົ້ນໃຫ້ແກ່ວຽກງານການ ເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ເປັນຕົ້ນ ສ້າງແຜນ ກຳນົດເປົ້າໝາຍຜູ້ທີ່ຈະລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ; ຮ່າງມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍການເພີ່ມທະວີ ການຊີ້ນຳ-ນຳພາ ຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ; ຮ່າງບັນດາເອ ກະສານ ຂອງຄະນະປະຈໍາສະພາ ແຫ່ງຊາດ, ຮ່າງມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການ ເລືອກຕັ້ງລະດັບຊາດ, ການກຳນົດ ວັນເລືອກຕັ້ງ ແລະ ຈຳນວນຜູ້ສະ ໝັກຮັບເລືອກຕັ້ງ, ໜັງສືສະເໜີຫາ ປະທານປະເທດ ກ່ຽວກັບວຽກ ງານເລືອກຕັ້ງ; ຮ່າງເອກະສານ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ, ຮ່າງແຜນການດຳ ເນີນງານຂອງຄະນະກຳມະການ ເລືອກຕັ້ງລະດັບຊາດເພື່ອການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ; ຮ່າງມະຕິຂອງຄະ ນະກຳມະການເລືອກຕັ້ງລະດັບ ຊາດວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອະນຸ ກຳມະການ ຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ; ຮ່າງເອກະ ສານຂອງປະທານປະເທດ ເປັນຕົ້ນ ຮ່າງລັດຖະດຳລັດຂອງປະທານ ປະເທດ ວ່າດ້ວຍການປະກາດລາຍ ຊື່ຄະນະກຳມະການເລືອກຕັ້ງລະ ດັບຊາດ, ກຳນົດວັນເລືອກຕັ້ງ ແລະ ກຳນົດຈຳນວນຜູ້ສະໝັກຮັບເລືອກ ຕັ້ງ; ຄົ້ນຄວ້າ ແລະ ລາຍງານຕໍ່ຄະ ນະປະຈໍາສະພາແຫ່ງຊາດ ກ່ຽວກັບ ການເລືອກຕັ້ງແທນ ໃນເມື່ອສະມາ ຊິກສະພາແຫ່ງຊາດ ໃນເຂດເລືອກ ຕັ້ງໃດໜຶ່ງ ຫາກຫລຸດລົງຕາມແຕ່ ລະກໍລະນີ; ປະຕິບັດໜ້າທີ່ອື່ນ ຕາມ ການມອບໝາຍຂອງຄະນະປະຈຳ ສະພາແຫ່ງຊາດ. * ຖ້າເວົ້າໄປແລ້ວພືດຜັກກະສິ ກໍາແມ່ນເປັນສິນຄ້າປະເພດໜຶ່ງທີ່ມີ ຄວາມສໍາຄັນຕໍ່ການບໍລິໂພກໃນຊີວິດ ປະຈໍາວັນຂອງຄົນເຮົາ ໂດຍທົ່ວໄປ ແລ້ວປະຊາຊົນລາວບັນດາເຜົ່າໄດ້ຍືດ ຖືເອົາອາຊີບກະສິກໍາເປັນພື້ນຖານປະ ກອບສ້າງເສດຖະກິດຄອບຄົວໃຫ້ມີ ຢູ່ມີກິນມີຊີວິດການເປັນຢູ່ດີຂຶ້ນຕາມ ແນວທາງນະໂຍບາຍຂອງພັກ-ລັດ. ປະຊາຊົນລາວບັນດາເຜົ່າມີມູນເຊື້ອ ດຸໝັ່ນຂະຫຍັນພຽນໃນການປູກພືດ ກະສິກໍາມາແຕ່ດົນນານ ເຮັດໃຫ້ການ x6 dza dgIn voIq j ,.o]tf6 /q o7n |b j 'co;mk' grn j vs]5 fzj vodkooeg0Q kxtgrfly o7h kdtly de ປູກພືດຜັກໄດ້ຕິດພັນກັບການດຳລົງ ຊີວິດຂອງປະຊາຊົນລາວບັນດາເຜົ່າ. ດັ່ງນັ້ນ ພັກ-ລັດ ຈຶ່ງໄດ້ສົ່ງເສີມໃຫ້ ປະຊາຊົນພາຍໃນປະເທດຜະລິດໃຫ້ ຫລາຍກາຍເປັນສິນຄ້າເພື່ອຫລຸດຜ່ອນ ການນຳເຂົ້າສິນຄ້າກະສິກຳຈາກຕ່າງ ປະເທດ. ຍ້ອນປັດຈຸບັນສະພາບການໃນ ທົ່ວໂລກໄດ້ມີການຜັນແປໄປຢ່າງສະ ລັບຊັບຊ້ອນຍາກທີ່ຈະຄາດເດົາ ເຊິ່ງ ມັນໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ, ໜຶ່ງໃນບັນຫາທີ່ໜ້າເປັນ ຫ່ວງທີ່ສຸດສໍາລັບພວກເຮົາເຈົ້າຂ້ອຍ ນັ້ນກໍ່ຄືບັນຫາປາກທ້ອງ ຫລື ເວົ້າອີກ ຢ່າງໜຶ່ງແມ່ນບັນຫາຄ່າຄອງຊີບ, ລາ ຄາສິນຄ້າມີການເນັງຕີງສູງຂຶ້ນ. ສະ ນັ້ນ, ພັກ ແລະ ລັດ ຈຶ່ງມີແນວທາງນະ ໂຍບາຍ ແລະ ມາດຕະການຕ່າງໆໃນ ການຈໍາກັດປະເພດສິນຄ້າກະສິກໍາ (ພືດຜັກ) ເຊິ່ງຄົນພາຍໃນປະເທດ ລາວເຮົາສາມາດຜະລິດເອງໄດ້ທັງປູກ ເປັນສະບຽງອາຫານ ແລະ ປູກເປັນ ກອງປະຊຸມ. ນອກຈາກນັ້ນ, ຍັງໄດ້ຄົ້ນຄວ້າ, ລາຍງານ ແລະ ຂໍຄຳເຫັນ ຈາກ ຄະນະປະຈຳສະພາແຫ່ງຊາດ ໃນ ກໍລະນີ ສະມາຊິກສະພາແຫ່ງຊາດ ຈະຖືກດຳເນີນຄະດີອາຍາ ຫລື ມີ ຄວາມຈໍາເປັນຕ້ອງໄດ້ຈັບຕົວ, ກັກ ຕົວ ຫລື ກັກຂັງຕາມການລາຍງານ ຂອງພາກສ່ວນທີ່ກ່ຽວຂ້ອງ; ຄົ້ນ ຄວ້ານະໂຍບາຍຕໍ່ສະມາຊິກສະພາ ແຫ່ງຊາດ ເປັນຕົ້ນ ເງິນອຸດໜູນ, ການປິ່ນປົວສຸຂະພາບ, ການຍ້ອງຍໍ ແລະ ອື່ນໆ ໂດຍການປະສານສົມ ທົບກັບຄະນະເລຂາທິການສະພາ ແຫ່ງຊາດ; ປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ສະພາແຫ່ງຊາດ. ຄົ້ນຄວ້າກ່ຽວກັບ ບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ ເຊັ່ນ: ຄົ້ນຄວ້າການສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ ຕາມການມອບໝາຍຂອງ ສິນຄ້າຕະຫລອດລະດູແລ້ງ ແລະ ລະດູ ຝົນ ເວົ້າລວມ, ເວົ້າສະເພາະຢູ່ແຂວງ ຄໍາມ່ວນ ແມ່ນມີພື້ນທີ່ເໝາະສົມໃນ ການປູກຝັງບວກກັບມີແຫລ່ງນໍ້າຕ່າງໆ ທີ່ອໍານວຍຄວາມສະດວກໃນການສະ ໜອງນໍ້າເພື່ອຫົດພື້ນທີ່ການຜະລິດ, ແຕ່ວ່າສິນຄ້າປະເພດກະສິກໍາ (ພືດ ຜັກ) ໃນໄລຍະຜ່ານມາແມ່ນຍັງບໍ່ທັນ ປູກເປັນລະບົບ, ບໍ່ມີການບໍລິຫານຈັດ ການທີ່ດີ, ບໍ່ທັນມີກຸ່ມການຜະລິດ, ບໍ່ມີ ການປູກນອກລະດູການ, ບໍ່ມີຕະຫລາດ ທີ່ແນ່ນອນເພື່ອຮອງຮັບຜົນຜະລິດ ແລະ ປະລິມານການຜະລິດຍັງມີຈໍາ ນວນໜ້ອຍ, ເມື່ອມີຄວາມຕ້ອງການ ຈໍານວນຫລາຍຈໍາເປັນຕ້ອງໄດ້ມີການ ນໍາເຂົ້າຈາກພາຍນອກເພື່ອສະໜອງ ຄວາມຕ້ອງການພາຍໃນ. ເພື່ອແກ້ ໄຂບັນຫາດັ່ງກ່າວນັ້ນຈິ່ງໄດ້ເກີດມີ ໂຄງການຈັດຊື້້ອຸປະກອນ ແລະ ປັດໄຈ ການຜະລິດໃຫ້ກຸ່ມປູກຜັກໃນເຮືອນຮົ່ມ ເປັນສິນຄ້າແມ່ນໄດ້ຮັບການສະໜັບ ສະໜູນງົບປະມານຈາກບ້ວງເງິນ ເກີນແຜນຂອງແຂວງປີ 2023 ເພື່ອ ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຕາມດໍາລັດ 348/ລບ. ໂດຍພາຍໃຕ້ການຊີ້ນໍາ ຂອງທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ອີງໃສ່ສະພາບຄວາມ ເປັນຈິງ ຂອງການຜະລິດພືດຜັກໃນ ລະດູຝົນໃນໄລຍະຜ່ານມາເຫັນວ່າ: ຍັງ ມີໜ້ອຍ (ບໍ່ພຽງພໍກັບຄວາມຕ້ອງການ ຂອງການບໍລິໂພກ) ພືດຜັກມີລາຄາ ແພງ. ດັ່ງນັ້ນທາງຂະແໜງປູກຝັງຈຶ່ງ ໄດ້ນໍາສະເໜີໂຄງການຈັດຊື້ອຸປະກອນ ແລະ ປັດໄຈການຜະລິດສະໜອງ ໃຫ້ກຸ່ມຜະລິດພືດຜັກໃນລະດູຝົນ ຊຶ່ງ ໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິ ບັດຢູ່ 3 ເມືອງຄື: ເມືອງໜອງບົກ, ເມືອງຍົມມະລາດ ແລະ ເມືອງນາ ກາຍ ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ໂຄງການນັບແຕ່ເດືອນເມສາ 2025 ເປັນຕົ້ນມາ. ໃນນັ້ນ, ເມືອງໜອງບົກມີ 1 ກຸ່ມຜະລິດ 1 ບ້ານ (ດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫລັງ ຊຶ່ງໄດ້ຮັບອຸປະກອນ ແລະ ປັດໄຈການ ຜະລິດຈໍານວນ 5 ລາຍການລວມມູນ ຄ່າທັງໝົດ 37.988.000 ກີບ, ພ້ອມນີ້ຍັງມີງົບປະມານ ສໍາລັບການ ລົງຊຸກຍູ້ຕິດຕາມຂອງວິຊາການຂັ້ນ ເມືອງຈໍານວນ 3.000.000 ກີບ; ເມືອງຍົມມະລາດມີ 4 ກຸ່ມ (4 ບ້ານ), ມີ 46 ຄອບຄົວ, ມີເຮືອນຮົ່ມ 46 ຫລັງ ມີ 18 ລາຍການ, ລວມມູນຄ່າທັງໝົດ ທີ່ມອບໃຫ້ ໃນ 4 ກຸ່ມ (4 ບ້ານ) 46 ຄອບຄົວ ຈຳນວນ 140.117.000 ກີບ ພ້ອມນີ້ ຍັງມີງົບປະມານ ສໍາລັບ ການລົງຊຸກຍູ້ ຕິດຕາມ ຂອງວິຊາການ ຂັ້ນເມືອງ ຈໍານວນ 7.200.000 ກີບ. ເມືອງນາກາຍ ມີ 1 ກຸ່ມຜະລິດ (4 ບ້ານ), ມີ 9 ຄອບຄົວ, ມີເຮືອນຮົ່ມ 20 ຫລັງ, ໄດ້ຮັບອຸປະກອນ ແລະ ປັດ ໄຈການຜະລິດ 6 ລາຍການ, ລວມມູນ ຄ່າທັງໝົດ 59.743.000 ກີບ ພ້ອມນີ້ ຍັງມີງົບປະມານສໍາລັບການລົງຊຸກຍູ້ ຕິດຕາມຂອງວິຊາການຂັ້ນເມືອງຈໍາ ນວນ 4.656.000 ກີບ. ສຳລັບການຈັດຕັ້ງປະຕິບັດໂຄງ ການປູກພືດຜັກໃນເຮືອນຮົ່ມໃນ 3 ເມືອງດັ່ງກ່າວແມ່ນມີການຈັດຕັ້ງເປັນ ກຸ່ມການຜະລິດໃຫ້ເຂົ້າສູ່ລະບົບ, ມີ ການບໍລິຫານຈັດການ, ຫລຸດຜ່ອນ ການນໍາເຂົ້າ, ປະຊາຊົນໄດ້ມີພຶດຜັກ ພຽງພໍກັບຄວາມຕ້ອງການຂອງການ ບໍລິໂພກ ແລະ ມີຕະຫລາດຮອງຮັບ ໂດຍສະເພາະບັນດາໂຄງການລົງທຶນ ຂະໜາດໃຫຍ່ພາຍໃນແຂວງ.

RkJQdWJsaXNoZXIy MTc3MTYxMQ==