7061

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 01/07/2025 xtgmf]k; m6 f]k; pnj olko8k8A ' 8g9Q k9a ddtra f csj ' puj x5j o ສານຊົມເຊີຍ...ົີ ຂປລ. ໃນວັນທີ 26 ມິຖຸນາ 2025 ຜ່ານມາ, ທ່ານ ອໍາໄພ ກິນດາວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມ ເດັດ ນາຣຸຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ສໍານັກ ພະຣາຊະວັງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໂດຍມີຜູ້ຕາງ ໜ້າລັດຖະບານ, ກະຊວງການຕ່າງ ປະເທດ, ເຈົ້າໜ້າທີ່ຂອງສຳນັກພະ ຣາຊະວັງຂອງຍີ່ປຸ່ນ ແລະ ພະນັກ ງານການທູດຈາກສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະ ຈໍາ ຍີ່ປຸ່ນ ເຂົ້າຮ່ວມ. ໂອກາດນີ້, ສົມເດັດ ເຈົ້າຈັກກະ ພັດ ນາຣຸຮິໂຕະ ໄດ້ໂອ້ລົມກັບທ່ານ ເອກອັກຄະລັດຖະທູດລາວ ດ້ວຍ ບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ ໂດຍສົມເດັດເຈົ້າ ຈັກກະພັດແຫ່ງຍີ່ປຸ່ນ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການມາດຳລົງຕຳແໜ່ງຂອງທ່ານ ເອກອັກຄະລັດຖະທູດລາວ ປະຈຳ ປະເທດຍີ່ປຸ່ນ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າການພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ນັບມື້ນັບຈະເລີນງອກ ງາມຍິ່ງຂຶ້ນ. ພ້ອມທັງສະແດງຄວາມ ຂອບໃຈ ແລະ ຝາກຄໍາຢື້ຢາມຖາມ ຂ່າວເຖິງທ່ານປະທານປະເທດ ແລະ ກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈທີ່ການນໍາ ແລະ ປະຊາຊົນລາວໃຫ້ການຕ້ອນ ຮັບຢ່າງອົບອຸ່ນໃນໂອກາດສະເດັດ ຢ້ຽມຢາມ ສປປ ລາວ ໃນປີ 2012. ທ່ານທູດ ອໍາໄພ ກິນດາວົງ ໄດ້ ນຳເອົາຄວາມຍື້ຢາມຖາມຂ່າວອັນ ລັດຖະມົນຕີກະຊວງການ...ັົີ ຫສພ ເຜີຍແຜ່ມະຕິ 10...ີ່ິ ເປິດການນຳໃຊ້ໂຄງລ່າງ...ິ້່ + ອົບອຸ່ນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງສົມເດັດ ເຈົ້າຈັກກະພັດ ນາຣຸຮິ ໂຕະ ໃນທ່າມກາງບັນຍາກາດທີ່ສອງ ປະເທດ ລາວ-ຍີ່ປຸ່ນ ພວມສະເຫລີມ ສະຫລອງສາຍພົວພັນທາງການທູດ ນໍາກັນ ຄົບຮອບ 70 ປີ ແລະ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາ ສະໝັກຍີ່ປຸ່ນ ມາຊ່ວຍເຫລືອ ສປປ ລາວ ຊຶ່ງທ່ານປະທານປະເທດມີ ຄວາມປິຕິຍິນດີຢ່າງຍິ່ງທີ່ໄດ້ເຂົ້າ ຢ້ຽມພົບປະກັບສົມເດັດໃນໂອກາດ ເດີນທາງເຂົ້າຮ່ວມກອງປະຊຸມສາ ກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 30 ຈັດໂດຍສໍານັກໜັງສືພິມ NIKKIE ໃນທ້າຍເດືອນພຶດສະພາ ຜ່ານມາ ແລະ ປະຊາຊົນລາວ ກໍມີ ຄວາມດີໃຈຫລາຍທີ່ຊາບຂ່າວວ່າ ເຈົ້າຍິງ ໄອໂກະ ຈະສະເດັດຢ້ຽມ ຢາມ ສປປ ລາວ ໃນເດືອນພະຈິກ 2025 ນີ້, ພ້ອມທັງສະແດງຄວາມ ຫວັງວ່າຈະມີໂອກາດໄດ້ຕ້ອນຮັບ ສົມເດັດ ເຈົ້າຈັກກະພັດ ແລະ ພະຣາ ຊິນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ສົມເດັດມີຄວາມສະດວກ. ທ່ານທູດ ອໍາໄພ ກິນດາວົງ ໄດ້ ໃຫ້ຄຳໝັ້ນສັນຍາຈະເຮັດສຸດຄວາມ ສາມາດໃນການປະຕິບັດໜ້າທີ່ການ ທູດຂອງຕົນ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມທີ່ມີມາຍາວນານ ຕະຫລອດໄລຍະ 7 ທົດສະວັດຜ່ານ ມາ ແລະ ການຍົກລະດັບການພົວພັນ ຮ່ວມມືຂຶ້ນເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໃນປີ 2025 ໃຫ້ເກີດດອກ ອອກຜົນຍິ່ງໆຂຶ້ນ, ໃນນັ້ນລວມທັງ ການຮ່ວມມືເພື່ອສົ່ງເສີມການຄ້າ ການລົງທຶນ ແລະ ການໄປມາຫາ ສູ່ກັນຂອງປະຊາຊົນສອງຊາດໃຫ້ ຫລາຍຂຶ້ນ. ທ່ານທູດ ອໍາໄພ ກິນດາວົງ ໄດ້ ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ເປັນຄົນທີ 16 ນັບແຕ່ປີ 1956 ເປັນຕົ້ນມາ, ພາຍ ຫລັງ ສປປ ລາວ-ຍີ່ປຸ່ນ ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນໃນວັນທີ 5 ມີນາ 1955. ຂ່າວ-ພາບ: ກຕທ ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບ ໂລກທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາ ທົ່ວໂລກ 46.000 ຄົນ. ໃນນັ້ນ, ສະມາຊິກລັດຖະສະພາເພດຍິງ ກວມເອົາ 27,2% ແລະ ມີອົງການ ຈັດຕັ້ງສາກົນ ຫລາຍກວ່າ 15 ອົງ ການທີ່ເປັນພາຄີ. ສະຫະພັນລັດຖະ ສະພາສາກົນ ມີຈຸດປະສົງເພື່ອເຮັດ ວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາ, ເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ແລະ ຄວາມມຸ່ງມາດປາ ຖະໜາຂອງປະຊາຊົນ ແລະ ເປັນ ເວທີສົ່ງເສີມສັນຕິພາບ, ປະຊາທິ ປະໄຕ, ສິດທິມະນຸດ ແລະ ຄວາມ ສະເໝີພາບຍິງ-ຊາຍ, ການສ້າງ ຄວາມເຂັ້ມແຂງແກ່ຊາວໜຸ່ມ, ການ ແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ ແລະ ການພັດທະນາແບບ ຍືນຍົງ. ໃນກອງປະຊຸມສະຫະພັນລັດຖະ ສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະ ປະຊາຊາດໃນ 2018 ໄດ້ມີການ ຮັບຮອງເອົາມະຕິ ໂດຍໄດ້ກໍານົດ ເອົາວັນທີ 30 ມິຖຸນາ ຂອງທຸກ ປີ ເປັນວັນລັດຖະສະພາໂລກຂອງ ທຸກປະເທດສະມາຊິກ IPU ເພື່ອ ເປັນໂອກາດລະລຶກ ແລະ ຫວນ ຄືນການປະຕິບັດໜ້າທີ່ໃນຖານະ ເປັນອົງການຕົວແທນແຫ່ງສິດ-ຜົນ ປະໂຫຍດ ແລະ ຄວາມມຸ່ງມາດປາ ຖະໜາຂອງປະຊາຊົນ ແລະ ປະ ກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການຮ່ວມມືເພື່ອການ ພັດທະນາແບບຍືນຍົງໃນທົ່ວໂລກ. ບັນດາທ່ານທີ່ຮັກແພງ, ນັບແຕ່ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກສະຫະພັນລັດຖະສະພາ ສາກົນ ໃນວັນທີ 4 ເມສາ 1990, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າ ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະ ຊຸມລະດັບຕ່າງໆຂອງສະຫະພັນ ລັດຖະສະພາສາກົນ, ຊຶ່ງເປັນການ ເຜີຍແຜ່ນະໂຍບາຍ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕໍ່ເວທີລັດຖະສະພາລະ ດັບໂລກ, ເຂົ້າຮ່ວມຄົ້ນຄວ້າ, ປຶກ ສາຫາລື ແລະ ສະແດງທັດສະນະທີ່ ສ້າງສັນຕໍ່ການປົກປັກຮັກສາສັນຕິ ພາບ, ສະຖຽນລະພາບ ກໍຄື ຄວາມ ໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ. ພິເສດ, ໃນປີນີ້ ສະພາແຫ່ງຊາດ ລາວ ກໍໄດ້ກະກຽມເຂົ້າຮ່ວມກອງ ປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດ ປະທານລັດຖະສະພາເພດຍິງໂລກ ຄັ້ງທີ 15 ຊຶ່ງຈະຈັດຂຶ້ນໃນທ້າຍ ເດືອນກໍລະກົດ 2025 ທີ່ເຈນີວາ, ປະເທດສະວິດ ເຊິ່ງຈະເປັນໂອກາດ ປຶກສາຫາລື ແລະ ແລກປ່ຽນຄຳຄິດ ຄຳເຫັນຮ່ວມກັບຜູ້ນຳຂັ້ນສູງຂອງ ລັດຖະສະພາທີ່ມາຈາກທຸກພາກພື້ນ ທົ່ວໂລກ. ບັນດາທ່ານທີ່ຮັກແພງ, ຂ້າພະເຈົ້າຕີລາຄາສູງຕໍ່ຄຳຂວັນ ຂອງວັນລັດຖະສະພາໂລກໃນປີນີ້ ບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແມ່ນມີຄວາມສໍາ ຄັນຫລາຍ ເພື່ອເປັນການສະຫລຸບ ຕີລາຄາກ່ຽວກັບການຈັດຕັັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ປະ ຈໍາ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນ ທ້າຍ ປີ 2025 ຕິດພັນກັບ 2 ວາລະ ແຫ່ງຊາດ. ກອງປະຊຸມໄດ້ຕີລາຄາ ຢ່າງພາວະວິໄສຕໍ່ກັບບັນດາຜົນສໍາ ເລັດພື້ນຖານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ ປະຈໍາ 6 ເດືອນຕົ້ນປີ 2025 ຊຶ່ງເຫັນວ່າ ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນທຸກຂັ້ນໄດ້ມີຄວາມພະຍາ ຍາມສູງໃນການແກ້ບັນຫາເຄັ່ງ ຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ ປະເທດເຮົາສາມາດຜ່ານຜ່າ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການ ພັດທະນາເສດຖະກິດ-ສັງຄົມ ຍັງ ຮັກສາໄດ້ຈັງຫວະການຂະຫຍາຍ ຕົວຕໍ່ເນື່ອງເປັນຕົ້ນການຜະລິດ ສິນຄ້າ, ການຈັດເກັບລາຍຮັບງົບປະ ມານປະຕິບັດໄດ້ຕາມຄາດໝາຍ, ຍັງຮັກສາໄດ້ຄວາມສະຖຽນລະ ພາບທາງການເມືອງ ແລະ ສັງຄົມ ມີຄວາມສະຫງົບ-ປອດໄພໂດຍ ພື້ນຖານ. ການແຕ່ງຕັ້ງຕໍາແໜ່ງບໍລິຫານ ຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ຫລາຍ, ຖືເປັນເລື່ອງປົກກະຕິຂອງ ການຈັດຕັ້ງຂອງພັກ-ລັດເຮົາ ແນ ໃສ່ປັບປຸງບຸກຄະລາກອນໃຫ້ສອດ ຄ່ອງສົມຄູ່ກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານ ໃນແຕ່ລະ ໄລຍະ ແລະ ຮັບປະກັນໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຕາມ ການມອບໝາຍໃຫ້ສໍາເລັດ. ສະຫາຍ ເພັດ ພົມພີພັກ ຍັງໄດ້ ເນັ້ນໃຫ້ບັນດາສະຫາຍສະມາຊິກ ພັກ, ພະນັກງານ-ລັດຖະກອນພາຍ ໃນຫ້ອງວ່າການສູນກາງພັກ ຈົ່ງ ພ້ອມກັນເຊື່ອມຊຶມ, ກໍາແໜ້ນເນື້ອ ໃນມະຕິ 10 ຂອງສູນກາງພັກ ໃຫ້ ລະອຽດເລິກເຊິ່ງ, ເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນ ເຊີດຊູຄວາມເປັນເຈົ້າການບຸກບືນ ສູ້ຊົນໃນການຈັດຕັັ້ງປະຕິບັດບັນດາ ໜ້າທີ່ວຽກງານທີ່ກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກວາງອອກໃຫ້ໄດ້ ຮັບຜົນສໍາເລັດອັນຈົບງາມ. ສຳລັບ ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ຕ້ອງເອົາໃຈ ໃສ່ຍົກສູງລະດັບຄວາມຮູ້, ຄວາມ ສາມາດດ້ານວຽກງານຂອງຕົນຢູ່ ພັນລະຍາ ແລະ ຄະນະໄດ້ເດີນທາງ ຢ້ຽມຢາມ ສ ຣັດເຊຍ ຢ່າງເປັນ ທາງການໃນລະຫວ່າງວັນທີ 2427 ມິຖຸນາ 2025 ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໃນວັນທີ 26 ມິຖຸນາ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະໄດ້ພົບ ປະສອງຝ່າຍກັບທ່ານ ເຊີຣເກ ລາ ວະຣົບ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສ ຣັດເຊຍ ຊຶ່ງ ເປັນການຢ້ຽມຢາມ ສ ຣັດເຊຍ ຄັ້ງທໍາອິດພາຍຫລັງໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດ ຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ. ການພົບປະຄັ້ງນີ້, ຖືເປັນ ນິມິດໝາຍອັນດີໃນການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ ສືບຕໍ່ແໜ້ນແຟ້ນຍິ່ງຂຶ້ນ ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດດ້ານ ຄວາມໝັ້ນຄົງໃນຂົງເຂດ ອາຊີ- ປາຊີຟິກ. ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທັງໃນ ຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ເຊິ່ງ ໄດ້ເພີ່ມທະວີຮັດແໜ້ນຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ ດົນນານ. ບົນຈິດໃຈດັ່ງກ່າວ, ສອງ ຝ່າຍໄດ້ເຫັນດີໃຫ້ເພີ່ມທະວີການ ພົວພັນສອງຝ່າຍໃນຫລາຍຂົງເຂດ ໃນອະນາຄົດເຊັ່ນ: ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການ ລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວັດທະນະທຳ, ການ ທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີ ທ່າແຮງເພື່ອຜົນປະໂຫຍດຮ່ວມກັນ. ໃນຂອບການພົວພັນຫລາຍ ຝ່າຍ, ສປປ ລາວ ແລະ ສ ຣັດເຊຍ ໄດ້ຕີລາຄາສູງ ແລະ ສືບຕໍ່ຮ່ວມມື ກັນ, ສະໜັບສະໜູນເຊິ່ງກັນ ແລະ ສິ່ງແວດລ້ອມ, ທ່ານ ຈຸງ ຢັງ ຊູ ເອກອັກຄະລະຊະທູດ ສ ເກົາຫລີ ປະຈຳ ສປປ ລາວ ແລະ ພາກສ່ວນ ທີ່ວ່າ: “ບັນລຸຄວາມສະເໝີພາບ ຍິງ-ຊາຍ, ການຈັດຕັ້ງປະຕິບັດ ເທື່ອລະບາດກ້າວ(Achieving gender equality, action by act ion)” ຊຶ່ງມີຄວາມສໍາຄັນ ຫລາຍໃນການຍົກສູງບົດບາດຂອງ ແມ່ຍິງ ໃນການມີສ່ວນຮ່ວມຢ່າງ ເຕັມສ່ວນ, ມີປະສິດທິຜົນ ແລະ ໄດ້ ຮັບໂອກາດເທົ່າທຽມກັນສຳລັບ ການເປັນການນໍາໃນທຸກລະດັບ, ທຸກໜ້າວຽກ ແລະ ທຸກຕຳແໜ່ງໃນ ການຕົກລົງບັນຫາສໍາຄັນພື້ນຖານ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ. ສປປ ລາວ ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມສະເໝີພາບຍິງ-ຊາຍ ດ້ວຍ ການເຊື່ອມສານເປົ້າໝາຍການ ພັດທະນາແບບຍືນຍົງ(SDGs) ໂດຍສະເພາະແມ່ນເປົ້າໝາຍທີ 5 (ບັນລຸຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກ ຄົນ) ເຂົ້າໃນແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ ຈັດຕັ້ງປະຕິບັດແຜນດຳເນີນງານ ແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ(2021-2025) ໂດຍມີ ຈຸດປະສົງເພື່ອຮັບປະກັນສິດ ແລະ ການພັດທະນາສິດສະເໝີພາບຍິງຊາຍ ລວມທັງຢຸດຕິທຸກຮູບການ ຈຳແນກຕໍ່ແມ່ຍິງໃນທຸກຂົງເຂດ ວຽກງານ, ຮັບປະກັນໃຫ້ແມ່ຍິງ ໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນ ການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ. ອີງຕາມຜົນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ ທີ II ຜ່ານມາ, ພວກເຮົາມີສະມາຊິກ ສະພາແຫ່ງຊາດເພດຍິງ 36 ທ່ານ ເທົ່າກັບ 21,9% ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງທົ່ວປະ ເທດທີ່ເປັນເພດຍິງ 150 ທ່ານ ເທົ່າ ກັບ 30,48%, ໂດຍຖືກຈັດຢູ່ໃນ ອັນດັບ 111 ຂອງໂລກ ແລະ ເປັນ ອັນດັບ 4 ຂອງອາຊຽນ ຊຶ່ງໃນການ ເລືອກຕັ້ງທີ່ຈະມາເຖິງນີ້ ພວກເຮົາ ມີຄວາມຄາດຫວັງຢ່າງຍິ່ງວ່າຈະ ມີ ສສຊ ແລະ ສສຂ ເພີ່ມຫລາຍຂຶ້ນ ເພື່ອສະແດງໃຫ້ເຫັນເຖິງບົດບາດ ສຳຄັນໃນການປະກອບສ່ວນຕໍ່ປະ ເທດຊາດບ້ານເມືອງຂອງເອື້ອຍ ນ້ອງແມ່ຍິງລາວພວກເຮົາ. ຂ້າພະເຈົ້າຂໍຖືໂອກາດນີ້ ຮຽກ ຮ້ອງມາຍັງບັນດາທ່ານສະມາຊິກ ລັດຖະສະພາ, ອົງການຈັດຕັ້ງສາ ກົນ, ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນສືບຕໍ່ຮ່ວມມື ກັນເປັນເຈົ້າການສົ່ງເສີມບົດບາດ ຍິງ-ຊາຍ ໃນຂະບວນການຕັດສິນ ບັນຫາພາຍໃນປະເທດ, ລວມທັງ ເຂົ້າຮ່ວມມີທັດສະນະຕໍ່ບັນຫາໃນ ພາກພື້ນ ແລະ ສາກົນ, ພ້ອມທັງສະ ໜັບສະໜູນດ້ານວິຊາການ ແລະ ງົບ ປະມານເຂົ້າໃນການສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກດ້ານ ໃຫ້ມີຄວາມເຂັ້ມແຂງ ແລະ ມີການ ປະກອບສ່ວນທີ່ຫລາຍຂຶ້ນ, ສູ້ຊົນໃຫ້ ຈຳນວນແມ່ຍິງ ທີ່ຈະເປັນສະມາຊິກ ສະພາແຫ່ງຊາດເພດຍິງ ໃນຊຸດທີX ບັນລຸ 30%ຂອງຈໍານວນສະມາຊິກ ສະພາແຫ່ງຊາດທັງໝົດ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍ ພອນແດ່ບັນດາທ່ານສະມາຊິກ ສະພາແຫ່ງຊາດ, ທ່ານຍິງ ແລະ ທ່ານຊາຍ ທັງຫລາຍຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກໃນ ຊີວິດສ່ວນຕົວ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານອັນມີກຽດ ຂອງບັນດາທ່ານ. ພ້ອມກັນຍົກສູງບົດບາດຂອງ ສະພາແຫ່ງຊາດ ໃນການກຳນົດ ສະຕາກຳປະເທດ ແລະ ຂອງໂລກ ໃຫ້ມີຄວາມໝັ້ນຄົງທາງດ້ານສັນຕິ ພາບ ແລະ ມີຄວາມສີວິໄລຂຶ້ນໃນ ອະນາຄົດ. ພາບ: ອ່າຍຄໍາ ສະເໝີ ເພື່ອຮັບປະກັນໃນການເປັນ ເສນາທິການຮອບດ້ານໃນການ ປະຕິບັດລະບອບ ແລະ ແບບແຜນ ເຮັດວຽກງານໃຫ້ການນໍາຂັ້ນສູງ ໃນແຕ່ລະໄລຍະມີຜົນສໍາເລັດຕາມ ຄາດໝາຍ, ສົມທົບກັບພາກສ່ວນ ກ່ຽວຂ້ອງຄົ້ນຄວ້າ, ກໍາແໜ້ນແນວ ທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງ ພັກ-ລັດ ເພື່ອເຮັດໃຫ້ການສັງຮວມ ຮ່າງເນື້ອໃນບົດຄໍາເຫັນ, ບົດໂອ້ລົມ, ບົດສູນທອນພົດ ແລະ ອື່ນໆ ມີເນື້ອ ໃນຄົບຖ້ວນ ແລະ ປະສານສົມທົບ ພາກສ່ວນກ່ຽວຂ້ອງເພື່ອຕິດຕາມ ແລະ ອໍານວຍຄວາມສະດວກໃນ ການເຄື່ອນໄຫວວຽກງານ, ການ ເບິ່ງແຍງສຸຂະພາບ, ການດໍາລົງ ຊີວິດ, ການປະຕິບັດນະໂຍບາຍຕໍ່ ການນໍາ, ຮັກສາຄວາມປອດໄພ ໃຫ້ເປັນປົກກະຕິປະຈໍາວັນລວມທັງ ຄວາມປອດໄພໃນໄລຍະການເຄື່ອນ ໄຫວວຽກງານຢູ່ທ້ອງຖິ່ນ ແລະ ຕ່າງ ປະເທດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຮັບປະກັນການສົ່ງເສີມສັນຕິ ພາບ, ສະຖຽນລະພາບໃນທົ່ວໂລກ. ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຊົມເຊີຍຕໍ່ລັດຖະ ບານ ແລະ ປະຊາຊົນຣັດເຊຍ ທີ່ ປະສົບຜົນສໍາເລັດຢ່າງຈົບງາມໃນ ການເຫລີມສະຫລອງວັນມະຫາ ສົງຄາມ ຄົບຮອບ 80 ປີ ແຫ່ງ ໄຊ ຊະນະປົກປ້ອງປິຕຸພູມຂອງສະຫະ ພາບໂຊວຽດ ໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ທ່ານ ຍັງໄດ້ຢືນຢັນວ່າໃນໄລຍະທ້າຍ ປີ 2025 ນີ້, ສປປ ລາວ ແລະ ສ ຣັດເຊຍ ຈະໄດ້ສືບຕໍ່ຈັດກິດຈະກຳ ຮ່ວມກັນເພື່ອສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ລາວ-ຣັດ ເຊຍ ແລະ ຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ. ຂ່າວ-ພາບ: ກຕທ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເພັດມະນີແສງ ຊ້າງໄຊ ຍະສານ ຮັກສາການຫົວໜ້າສະຖາ ບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ໂດຍໄດ້ລົງມື ຈັດຕັ້ງໃນປີ 2023 ຢູ່ 3 ບ້ານ ຄື: ບ້ານນາຊາ, ໝາກຮຽວ ແລະ ບ້ານໝາກນາວເໜືອ ເມືອງປາກ ງື່ມ ນະຄອນຫລວງວຽງຈັນ ໄລຍະ ການຈັດຕັ້ງປະຕິບັດ 5 ປີ (20232027) ລວມມູນຄ່າໂຄງການ 3.850.000 ໂດລາສະຫາລັດ, ມີປະຊາຊົນໄດ້ຮັບຜົນປະໂຫຍດ 693 ຄອບຄົວ, ເນື້ອທີ່ນາຈະໄດ້ ຮັບການປັບຈາກນາໄຮ່ນ້ອຍເປັນ ນາໄຮ່ໃຫຍ່ ປະມານ 723 ເຮັກຕາ ກວມເອົາ 80% ຂອງຈໍານວນເນື້ອ ທີ່ນາປີທັງໝົດ 904 ເຮັກຕາ. ຜົນ ການຈັດຕັ້ງປະຕິບັດໂຄງການໄດ້ ສໍາເລັດການຕິດຕັ້ງໂຮງອົບເຂົ້າ ເປືອກ 3 ຫົວໜ່ວຍ, ສາມາດອົບເຂົ້າ ໄດ້ສະເລ່ຍ 45 ໂຕນ/ມື້ພ້ອມໂຮງ ເຮືອນ, ຕິດຕັ້ງເຄື່ອງສີເຂົ້າທີ່ສາມາດ ສີໄດ້ 1.5 ໂຕນ/ຊົ່ວໂມງ ແລະ ເຄື່ອງ ຄັດເມັດພັນ ທີ່ສາມາດຄັດໄດ້ 1,5 ໂຕນ/ຊົ່ວໂມງພ້ອມໂຮງເຮືອນ. ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ

RkJQdWJsaXNoZXIy MTc3MTYxMQ==